Monthly Archives: November 2019

ເຕັກນິກການປູກເຂົ້າໄລຍະສັ້ນ

1. ການກະກຽມແນວພັນ:
– ນໍາໃສ່ແນວພັນທີ່ມີຄຸນນະພາບສູງຄວາມງອກບໍ່ຕໍາກວ່າ 95%ນໍາໃສ່ແນວພັນແຕ່ 100-120 ກລ/ຮຕ.
– ແຊ່ເມັດພັນ: ໃສ່ນໍ້າສະອາດແຊ່ 24 ຊົວໂມງເອົາເມັດພັນຂື້ນແລ້ວລ້າງນໍ້າໃຫ້ສະອາດ.
– ອົບເມັດພັນ: ອົບແຕ່ 30-36 ຊົ່ວໂມງ.
2. ການກຽມດິນ:
– ໄຖ່,ຄາດ ແລະ ມອບໃຫ້ຮາບພຽງດີເພື່ອຄວບຄຸມນໍ້າ,ຝຸ່ນສະດວກ.
– ຊິດຫຍ້າຄຸມຫຍ້າ (sofit, butxim) ຕາມຄຳແນະນຳຕາມສະຫຼາກກຳກັບ.
– ອານາໄມຫຍ້າຕາມຄັນນາໃຫ້ໝົດເພື່ອຫຼຸດຜ່ອນແຫຼ່ງອາຫານ ແລະ ທີ່ຢູ່ອາໃສ່ຂອງສັດຕູພືດ.
3. ການຢອດເມັດ:
– ສາມາດຢອດເປັນແຖວດ້ວຍເຄື່ອງຢອດ ຫຼື ຫວ່ານດ້ວຍມືຕາມເງືອນໄຂ່ຕົວຈິງເປັ່ງນໍ້າອອກໃຫ້ໝົດ ໃຊ້ແນວພັນທີ່ໄດ້ປະສົມຢາ (CRUSR) ເພື່ອປ້ອງກັນເພ້ຍໄຟ.
– ຫຼັງຫວ່ານໄດ້ 10-15 ວັນຄວນມີການສ້າມຄືນ.

https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%82%E0%B9%89%E0%B8%B2%E0%B8%A7&tbm=isch&tbs=rimg:CWbiV9jNdv2cIjgbIfOIEt0whqqIAA5y5dlERw7d2O60YAYt37rRSyX-k2gXKZ-CH8byNnxxHgh45z_1jnvF_1Iugh8SoSCRsh84gS3TCGERRC3iAIfQjBKhIJqogADnLl2UQRn3P-2xTkbkMqEglHDt3Y7rRgBhEPDZIwJHxxASoSCS3futFLJf6TEVg0M2YqUeFGKhIJaBcpn4IfxvIRpNGJx-Ns0okqEgk2fHEeCHjnPxGUL1mub3vcwyoSCeOe8X8i6CHxEUQ1NwAuJWj2&tbo=u&sa=X&ved=2ahUKEwiP5ovdyo_gAhUG148KHRGdAWsQ9C96BAgBEBg&biw=1440&bih=740&dpr=1#imgrc=Jdw-u_gOMTvTUM:

4. ການຈັດການຫຍ້າ:
– ຫຼັງຈາກກຽມດິນແລ້ວຊີດຢາຄຸມຫຍ້າ (SOFIT 300EC, BUTOXIM) ຕາມຄຳແນະນຳ.
– ຫຼັງຫວ່ານ 8-10 ວັນຖ້າສັງເກດເຫັນຫຍ້າຄວນຊີດຕື່ມຢາຂ້າຫຍ້າເພື່ອຮັບປະກັນໃນທົ່ງນາບໍ່ໃຫ່ມີຫຍ້າ.

5. ການຈັດການນໍ້າ:
– ຫຼັງຫວ່ານ 5-7 ວັນເອົານໍ້າເຂົ້າລະດັບ 3-5 ຊມເພື່ອບໍ່ໃຫ້ຫຍ້າເກີດ.
– ຮັກສາລະດັບນໍ້າ 3-5 ຊມຕະຫຼອດໃນໄລຍະເຂົ້າແຕກກໍ.
– ໄລຍະ 32-35 ວັນຫຼັງຫວ່ານຄວນເປັ່ງນໍ້າອອກໃຫ້ດີນແຫ້ງປະມານ 1 ອາທິດ.
– ໄລຍະ 40-45 ວັນເອົານໍ້າເຂົ້າເພື່ອໃສ່ຝຸ່ນເລັ່ງໄລຍະເຂົ້າຈໍມານ.
– ກ່ອນເກັບກ່ຽວ 7 ວັນຄວນເປັ່ງນໍ້າອອກເພື່ອສະດວກໃນການເກັບກ່ຽວ.
6. ການນຳໃຊ້ຝຸ່ນ:
– ອັດຕາຝຸ່ນແນະນຳ: ລະດູນາແຊງ 90-50-50, ລະດູຝົນ 80-40-60.
– ໃສ່ຮອງພື້ນ: ໃສ່ຝຸ່ນຄອກເວລາກຽມດິນປະມານ 4-5 ໂຕນ/ຮຕ ແລະ ໃສ່ປູນຂາວຕື່ມ ແຕ່ 80-100ກີໂລ/ຮຕ ເພື່ອປັບຄວາມເປັນກົດຂອງດິນ,ຂ່າເຊື້ອພະຍາດໃນໄຮ່ນາ ແລະ ສະໜອງ CANXI ຊ່ວຍໃຫ້ຕົ້ນເຂົ້າມີຄວາມຕ້ານທານຕໍ່ພະຍາດ ແລະ ແມງໄມ້ດີຂື້ນ.
– ເລັ່ງຄັ້ງທີ່ 1: ໄລຍະ 8-10 ວັນຫຼັງຫວ່ານປະລິມານຝຸ່ນ 20%N, 30%P2O5,10%K2O.
– ເລັ່ງຄັ້ງທີ 2: ໄລຍະເຂົ້າ18-22 ວັນຫຼັງຫວ່ານປະລິມານຝຸ່ນ30% N,60%P2O5 ຊ່ວຍການແຕກກໍຂອງເຂົ້າ ແລະ ລະບົບຮາກເຂົ້າຂະຫຍາຍຕົວດີ.
– ເລັ່ງຄັ້ງທີ່ 3: ໄລຍະເຂົ້າຈໍ່ມານ 38-42 ວັນຫຼັງຫວ່ານໄລຍະນີ້ເຂົ້າມັກມີພະຍາດແມງໄມ້ຫຼາຍທີ່ສຸດ ສະນັ້ນບໍ່ຄວນໃສ່ N ຫຼາຍເກີນໄປປະລິມານຝຸ່ນ 40 N ,70K2O ຖ້າເຫັນໄດ້ວ່າເຂົ້າຍັງຂຽວແມ່ນຫຼຸດ N ເພີ່ມ K ຂື້ນ.
– ເລັ່ງຄັ້ງທີ 4: ໃສ່ເວລາເຂົ້າເລີ່ມຖອກໃສ່ທັງໝົດຝຸ່ນທີ່ຍັງເຫຼືອຊ່ວຍໃຫ້ເຂົ້າຖອກໄວ້ຂື້ນ ແລະ ເຮັດໃຫ້ເຂົ້າເປັນເມັດຕື່ງດີ.
7. ການຈັດການພະຍາດ ແລະ ແມງໄມ້:
ລົງຕິດຕາມທົ່ງນາເປັນປະຈຳເພື່ອເບີ່ງສັດຕູພືດ ແລະ ພະຍາດໃນທົ່ງນາສຳຄັນແມ່ນໄລຍະເຂົ້າຖືພາມານ ແລະ ເຂົ້າຖອກ.
7.1. ແມງໄມ້ສັດຕູພືດ:
– ເພ້ຍໄຟ: ຄວນໃຊ້ CHESS ເພື່ອປ້ອງກັນ.
– ບົ້ງຮໍາໃບນ້ອຍ: ນໍາໃຊ້ຢ່າຊະນິດ KARATE, REGENd
– ແມງແຄງຍາວ: ໃຊ້ຢ່າທີ່ມີກິ່ນແຮງຊີດຂ້າຫຼືໃຊ້ໄລ່.
7.2. ພະຍາດ:
ພະຍາດໃບໄໝ້: ຍ້ອນເຊື້ອລາ PYRICULARIA ORYZEA ມັນເກີດໃນໄລຍະ ເຂົ້າແຕກກໍ,ເຂົ້າ ໃກ້ຖອກປ້ອງກັນ.
ວິທີການ: ນໍາໃຊ້ແນວພັນທີ່ຕານທານບໍ່ຫວ່ານຖີ່ເກີນໄປ,ໃສ່ຝຸ່ນເໝາະສົມຫຼີກລ້ຽງການໃສ່ N ສູງເກີນໄປກຳນົດເວລາມີພະຍາດຕ້ອງຮັກສາລະດັບນໍ້າ ຢຸດການນຳໃຊ້ຝຸ່ນຈົນກວ່າຈະໝົດພະຍາດນີ້.
ນໍາໃຊ້ສານເຄມີ: ນໍາໃຊ້ຢ່າເຄມີເຊັ່ນ: fillia, beam, fuan ແລະ ອື່ນໆ.
– ພະຍາດກາບໃບແຫ້ງ: ຍ້ອນເຊື້ອລາ rhizoctonhia solani ພະຍາດນີ້ແຜ່ກະຈ່າຍທາງນໍ້າ ແລະ ມັກລະບາດໃນເງືອນໄຂຫວ່ານຖ່ເກີນໄປ,ໃສ່ຝຸ່ນ N ສູງເກີນໄປປ້ອງກັນດ້ວຍວິທີໄຖ,ຄາດດິນຕາກແດດ,ຫວ່ານໃນລະດັບທີ່ເໝາະສົມ,ນໍາໃຊ້ຢ່າເຄມີ validancine, validane ເວລາເຂົ້າເກີດພະຍາດຄວນເປັ່ງນໍ້າອອກຫຼີກລ້ຽງການລະບາດຂອງພະຍາດ.
– ພະຍາດຂອບໃບແຫ້ງ: ຍ້ອນເຊື້ອແບກທີເຣຍ xanthomonas sp ລະບາດໃນສະພາບອາກາດມີຝົນລົມ ແລະ ຄວາມຊຸ່ມຊື່ນອາກາດສູງ,ມັກລະບາດໃນໄລຍະເຂົ້າຖອກເຂົ້າສຸກ.ການປ້ອງກັນດ້ວຍວິທີນໍາໃຊ້ຝຸ່ນເໝາະສົມຊ່ວຍໃຫ້ໃບແຂງ,ຕົ້ນແຂງ,ໃຊ້ປູນຂາວຫວ່ານເພື່ອຕອບສະໜອງ canxi ຊ່ວຍໃຫ້ເຂົ້າມີຄວາມແຂງແຮງທົນທານກັບພະຍາດເພື່ອປ້ອງກັນ ແລະ ປາບດ້ວຍການນຳໃຊ້ຢາມີສ່ວນປະກອບມາຈາກທອງແດງເຊັ່ນ: staner, sasa, ksumine, kasuran ອື່ນໆ.
8. ເກັບກ່ຽວ ແລະ ຮັກສາຫຼັງການເກັບກ່ຽວ:
ເກັບກ່ຽວຄະນະທີ່ເຂົ້າສຸກ 90-95% ບໍ່ຄວນຕາກເຂົ້າຢູ່ກາງທົ່ງນາຈະເຮັດໃຫ້ຄຸນນະພາບເຂົ້າຫຼຸດລົງຕາກແດດຫຼືອົບແຫ້ງ ໃນຄວາມຊຸ່ມ 13,5-14% ເອົາເຂົ້າສອບປະໄວ້ໃນບ່ອນຮົ່ມອາກາດລ່ວງດີໃຊ້ໄມ້ຮອງບໍ່ໃຫ້ປົງກັບດິນຈະເຮັດໃຫ້ເຂົ້າຊຸ່ມຄືນ.ເຂົ້າແນວພັນຖ້າເກັບຮັກສາແຕ່ 3 ເດືອນຂື້ນໄປຄວນຕາກຄືນກ່ອນຈະນຳມາເຮດແນວພັນໃນລະດູຕໍ່ໄປ.

https://www.google.com/search?q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%82%E0%B9%89%E0%B8%B2%E0%B8%A7&tbm=isch&tbs=rimg:CbUeQa6_1ewtfIjg_1_1Y8hg11Z0Aolxur9Qi43KKKO_1Yn4fNLi3USGiunAI5yYgfUUz4fzi28I_1tC8GhCqyKYI6_1hRJSoSCT_19jyGDXVnQEeS_1kQk_11scpKhIJCiXG6v1CLjcR7PSKtuO0NEQqEgkooo79ifh80hE0ATCSV3aRCSoSCeLdRIaK6cAjEfBLRpeRgfcdKhIJnJiB9RTPh_1MRu2ma-K-v-HAqEgmLbwj-0LwaEBH5Im9hdr46ECoSCarIpgjr-FElEWZWB7GPXh6j&tbo=u&sa=X&ved=2ahUKEwiw7vWdyo_gAhVJKo8KHbz6AuEQ9C96BAgBEBg&biw=1440&bih=740&dpr=1#imgrc=tR5Brr97C19BlM:

ຮຽບຮຽງໂດຍ: ສີວິໄລອິນທະວົງ
ແຫຼ່ງຂໍ້ມູນ: ໂຄງການຍົກຜະລິດຕະພາບເຂົ້າ

ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/8VLF9qe3pSE” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເບີໂທຕິດຕໍ່:

ເຕັກນິກການປູກຜັກກາດຂຽວປີ


ຜັກກາດຂຽວປີ ຈັດຢູ່ໃນຕະກຸນ Brassicaceae. ມີຊື່ວິທະຍາສາດ Brassica juncea . ຜັກກາດຂຽວປີເປັນຜັກປະເພດອາຍຸປີດຽວ ຮາກເປັນລະບົບຮາກແກ້ວ ເປັນພືດໃບລ້ຽງຄູ່ ໃບຍາວປະມານ 15-50 ຊມ ກວ້າງ 5-40 ຊມ ໃບທີ່ຢູ່ທາງນອກຈະມີຂະໜາດໃຫ່ຍ ສ່ວນໃບທີ່ຢູ່ທັດໄປຈະຄ່ອຍໆນ້ອຍລົງ ຊໍ່ດອກເປັນແບບ raceme ຫຼື panicle ຍືດອອກໄດ້ ຈຸດກຳເນີນຂອງດອກຢູ່ທີ່ຍອດ ດອກປະກອບດ້ວຍກີບຮອງດອກສີຂຽວອົມເຫຼືອງຫຼືສີຂຽວອ່ອນ ກີບດອກມີສີເຫຼືອງ. ໝາກສາມາດແຕກເອງໄດ້ເມືອຝັກແກ່ ໂດຍຈະແຕກເປັນສອງແສກແຍກຈາກທາງລຸ່ມຂື້ນເທິງ ສ່ວນເມັດມີລັກສະນະກົມ ມີສີນໍ້າຕານ ຫຼື ສີເຫຼືອງ.ຜັກກາດຂຽວປີເປັນພືດອຸສະຫະກຳທີ່ສຳຄັນ ສາມາດນໍາສົ່ງຜົນຜະລິດເຂົ້າໂຮງງານອຸດສະຫະກຳແປຮູບເປັນຜະລິດຕະພັນອາຫານຕ່າງໆ ເຊັ່ນ ຜັກກາດດອງ ຜັກກາດກະປອງ

1 ການກຽມດິນ
ໄຖດິນເລີກປະມານ 20-30 ຊມ ຕາກດິນໄວ້ 7-10 ວັນ ຍໍ້າດິນໃຫ້ລະອຽດປະສົມຝຸ່ນຄອກຫຼືຝຸ່ນໝັກອັດຕາ 2,000 ກິໂລ/ໄລ່ ປຸ໋ຍເຄມີສູດ 15-15-15 ອັດຕາ 50 ກິໂລ/ໄລ່ ປະສົມກັນແລ້ວປັບດິນໃຫ້ລະອຽດຍົກໜານໃຫ້ສູງປະມານ 20 ຊມ ກວ້າງ 1,20 ແມັດ

2 ການປູກ
ປູກແບບຫວ່ານແກ່ນໂດຍກົງ ນິຍົມກັນໃຊ້ປູກແບບຍົກໜານ ດັ່ງນັ້ນກ່ອນຫວ່ານເມັດຄວນປະສົມກັບຊາຍເສຍກ່ອນ ໂດຍແກ່ນພັນ 1 ສ່ວນປະສົມກັບຊາຍລະອຽດ 3 ສ່ວນ ແລ້ວຫວ່ານໃຫ້ກະຈ່າຍທົ່ວໜານຈາກນັ້ນເອົາຟອງມາປົກຫົດນໍ້າໃຫ້ຊຸມໂດຍການໃຊ້ແກ່ນພັນ 2 ກິໂລ/ໄລ່ ເມື່ອຕົ້ນກ້າອາຍຸໄດ້ 15-20 ວັນຈຶ່ງຍົກແຍກໃຫ້ມີລະຍະຫ່າງກັນປະມານ 20 ຊມ

3 ການບົວລະບັດ
• ການຫົດນໍ້າ ຜັກກາດຂຽວປີເປັນຜັກທີ່ຕ້ອງການນໍ້າຫຼາຍມີການຈະເລີນເຕີບໂຕໄວ ດັ່ງນັ້ນຕ້ອງຫົດນໍ້າຢ່າງພຽງພໍ ແລະ ສະໝໍ່າສະເໝີຢ່າງນ້ອຍໄວລະ 1 ຄັ້ງ ໂດຍໃຊ້ລະບົບພົ່ນຝອຍຫຼືໃຊ້ສາຍຢາງຕິດຫົວຟັກບົວຫົດຢ່າໃຫ້ຂາດນໍ້າໃນລະຍະການຈະເລີນເຕີບໂຕເພາະຈະເຮັດສະງັກການຈະເລີນເຕີບໂຕ
• ການໃສ່ຝຸ່ນ ຜັກກາດຂຽວປີເປັນຜັກກິນໃບ ແລະ ກ້ານໃນດັ່ງນັ້ນຄວນໃສ່ປຸ໋ນຍູເຮຍ(40-0-0)ຫຼື ແອມໂນເນຍຊັດເຟດ(21-0-0) ອັດຕາ 30 ກິໂລ/ໄລ່ ເມື່ອບ້າຈະເລີນເຕີບໂຕໄດ້ 10 ວັນ ເພື່ອເລັ່ງການຈະເລີນເຕີບໂຕທາງໃບ ແລະ ກ້ານໃບ ໃຫ້ໄວຂື້ນຫຼືໃຊ້ປຸ໋ຍສູດ 20-11-11 ຫຼື ສູດ 15-15-15 ໃສ່ຄັ້ງທີ່ 2 ເມືອເບ້ຍຜັກອາຍຸຶ17 ວັນໃນອັດຕາ 30-50 ກິໂລ/ໄລ່ ຫຼັງຈາກໃສ່ປຸ໋ຍທຸກຄັ້ງຄວນມີການຫົດນໍ້າຕາມທັນທີຢ່າໃຫ້ປຸ໋ຍຕົກຄ້າງ

4 ການປ້ອງກັນກຳຈັດສັດຕູພືດ
ວັດສະພືດ ການພວນດິນແລະ ການກຳຈັດວັດສະພືດຄວນເຮັດໃນໄລຍະທຳອິດພ້ອມກັບການລົກຍ້າຍເບ້ຍ
1. ພະຍາດ
– ພະຍາດໃບແຫ້ວ ຜັກຈະເກີດອາການໃບເຫຼືອງເລີ່ມແຫ້ວຈົນແຫ້ວທັ້ງຕົ້ນບໍ່ຄວນປູກພືດຊໍ້າກັນ
– ພະຍາດນໍ້າໝອກ ປ້ອງກັນກຳຈັດດ້ຍການປົນແກ່ນດ້ວຍສານເມທາແລຄຊິລໃນອັດຕາ 7 ກະລຼາມ/ແກ່ນ 1 ກິໂລ ເກັບໃບລຸ່ມທີ່ສະແດດອາການຂອງພະຍາດ
– ພະຍາດເນົ່າຄໍດິນ ປ້ອງກັນ ແລະ ກຳຈັດໂດຍໜານປູກຄວນມີການລະບາຍນໍ້າທີ່ດີບໍ່ຄວນຫວ່ານແກ່ນຜັກແໜ່ນເກີນໄປໃຊ້ຢ່າປ້ອງກັນກຳຈັດເຊື້ອຣາລະລາຍນໍ້າຫົດໃສ່ຜີວດິນໃຫ້ທົ່ວໜານ 2-3 ຄັ້ງ ເຊັ່ນ ພວກສານເທອຣາຄລໍອ, ເບນຟອຣ໌ດ
2. ແມງໄມ້
– ເພ້ຍອ່ອນ ປ້ອງກັນ ແລະ ກຳຈັດໂດຍໃຊ້ສານເຄມີຈຳພວກ ມາລາໄທອອນ ເຊັ່ນ ມາລາເທນ,ມາລາໄທອອນ 83% ໃນອັດຕາ 30-50 ຊີຊີ/ນໍ້າ20ລິດ ຊີດພົ່ນ 2 ຄັ້ງ ແຕ່ລະຄັ້ງຫ່າງກັນ 7 ວັນ
– ໜອນໃຍຜັກປ້ອງກັນ ແລະ ກຳຈັດໂດຍການໃຊ້ສານເຄມີກຳຈັດໜອນໃຍຜັກໂດຍກົງ ແລະ ໂດຍການໃຊ້ເຊື້ອແບ໋ກທີເຮຍຊີລລລັດທຣູໜິນເຈນຊິສ ທຳລາຍໝັ້ນກວດເບິ່ງໜານຜັກຢູ່ສະເໝີ

https://www.google.com/search?biw=1440&bih=740&tbm=isch&sa=1&ei=LXFOXML_DMXivASgyKzYDg&q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B9%80%E0%B8%82%E0%B8%B5%E0%B8%A2%E0%B8%A7%E0%B8%9B%E0%B8%A5%E0%B8%B5&oq=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B9%80%E0%B8%82&gs_l=img.1.2.0l3.395283.416393..419978…0.0..4.1882.7530.0j3j2j0j1j2j1j2j1….3..0….1..gws-wiz-img.fq2xlqbVCDI#imgrc=sH23ExzONKAuAM:

5 ການເກັບກ່ຽວ
ຜັກກາດຂຽວປີມີອາຍຸການເກັບກ່ຽວປະມານ 45-55 ວັນ ເມືອເກັບກ່ຽວໃຫ້ສັງເກດໃບນອກຈະເລີ່ມແຂງ ແລະ ເຂົ້າປີແໜ່ນ ສົມຄວນຕັດກ່ອນປີຈະຄາຍຄວາມແໜ່ນຕັດໃຫ້ໂຄນຕົ້ນສະເໝີກັນແລ້ວເອົາອອກມາລອກໃບ ບໍ່ຄວນຕັດໃບອອກຫຼາຍເກີນໄປ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ(ໜ້າທີ 48-49)
ແຫຼ່ງອ້າງອີງhttp://www.thaikasetsart.com/%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B9%80%E0%B8%82%E0%B8%B5%E0%B8%A2%E0%B8%A7%E0%B8%9B%E0%B8%A5%E0%B8%B5/
ໝວດໝູ່: ການປູກພືດຜັກ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ
ວີດີໂອ:

<iframe width=”560″ height=”315″ src=”https://www.youtube.com/embed/XSBNwAvFcXM” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

 

ແນວພັນໝາກແຄນຕາລຸກ

ການປູກໝາກແຄນຕາລຸກ

 

ພັນຫວານສີທອງ(ນັມເບີວັນ)ຜີວສີທອງສວຍງາມນໍ້າໜັກໝາກ 2-2,5 ກິໂລ ອາຍຸການເກັບກ່ຽວ 70-75 ວັນຫຼັງຍ້າຍເບ້ຍປູກ.
– ພັນໂລແລນ ແຂງແຮງທົນທານນໍ້າໝອກຕາຂ່າຍທີ່ປູກສວຍງາມຂາຍໄດ້ລາຄາປູກໄດ້ຕະຫຼອດປີອາຍຸເກັບກ່ຽວ 70-75 ວັນຫຼັງຍ້າຍເບ້ຍປູກ.
– ພັນອະໂຮມາ ແຂງແຮງທົນທານຕໍ່ອາກາດຮ້ອນທົນທານຕໍ່ນໍ້າໝອກດີກິ່ນຫອມລົດຫວານນໍ້າໜັກ 1 ກິໂລ ໃຫ້ຜົນຜະລິດສູງໃຫ້ໝາກ 2-3ໝາກ/ຕົ້ນອາຍຸການເກັບກ່ຽວ 65-70 ວັນ ຫຼັງການຍ້າຍເບ້ຍປູກ.

ຮຽບຮຽງ: ສີວິໄລ ອິນທະວົງ

ຂໍ້ມູນເຕັກນິກ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ

ໝວດໝູ່: ການປູູກພືດ

ຂໍ້ມູນເພີ່ມເຕີມ: http://tech.nafri.org.la/wp-admin/post.php?post=2932&action=edit

ວີດີໂອ:


<iframe width=”560″ height=”315″ src=”https://www.youtube.com/embed/QA9mgSoeXlk” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>

ເຕັກນິກການປູກໝາກຂຽບ

ເຕັກນິກການປູກໝາກຂຽບ

http://th.siripa3herbal-tropical.wikia.com/wiki/%E0%B8%99%E0%B9%89%E0%B8%AD%E0%B8%A2%E0%B8%AB%E0%B8%99%E0%B9%88%E0%B8%B2

  1. ລັກສະນະທົ່ວໄປ.
    ໝາກຂຽບເປັນຫມາກໄມ້ທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ແລະ ນິຍົມປູກໃນເຂດອາກາດຮ້ອນອົບອຸ່ນ ພ້ອມທັງມີລົດຊາດພໍດີກິນ ນິຍົມບໍລິໂພກທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເຫມາະສົມຢ່າງຍິ່ງທີ່ຊາວສວນຈະຫັນມາປູກເພື່ອເປັນສິນຄ້າ, ເພາະວ່າໃນປະຈຸບັນ ການປູກຫມາກໄມ້ເປັນສິນຄ້າຢູ່ພາຍໃນປະເທດເຮົາຍັງຖືວ່າຫນ້ອຍຢູ່ເມືອທຽບກັບຕ່າງປະເທດ. ສະນັ້ນ ປະຈຸບັນກຳລັງກ້າວເຂົ້າສູ່ລະດູຝົນເຊິ່ງເປັນໂອກາດດີ ໃຫ້ກັບຜູ້ທີ່ກຳລັງສົນໃຈຢາກລົງທຶນໃນ ຂະແຫນງກະສິກຳເພື່ອເຮັດການຜະລິດເປັນສິນຄ້າ ແລະ ຫມາກຂຽບກໍ່ເປັນຫມາກໄມ້ຊະນິດຫນຶ່ງທີ່ນິຍົມບໍລິໂພກ ແລະ ປູກເປັນສິນຄ້າໄດ້ ທີ່ສຳຄັນ ແມ່ນເພື່ອຫລຸດການນຳເຂົ້າຈາກຕ່າງປະເທດນຳອີກ.
  2.  ວິທີປູກ.
    ວິທີປູກແມ່ນສາມາດປະຕິບັດໄດ້ງ່າຍໆຄື: ຄວນຂຸດຂຸມປູກໃຫ້ມີຂະຫນາດກວ້າງ, ຍາວ ແລະ ເລິກປະມານ 50 ຊັງຕີແມັດ, ໄລຍະປູກ 3 x 3 ແມັດຕໍ່ຕົ້ນ, ປະມານ 150 ຕົ້ນຕໍ່ໄລ່ ຫລັງຈາກທີ່ກຽມຂຸມສຳເລັດ ແລ້ວໃຫ້ປະສົມດິນກັບຝຸ່ນຄອກ ຈຳນວນ 5 ກິໂລກຣາມ ແລະ ປຸ໋ຍຣອດຟໍສເຟດ ຈຳນວນ 500 ກຣາມເຂົ້າກັນໃນຂຸມສູງປະມານ 2 / 3 ຂອງຂຸມ, ແລ້ວຍົກຕົ້ນໄມ້ທີ່ກ້າໄວ້ນັ້ນລົງໃນຂຸມ ໂດຍໃຫ້ລະດັບຂອງດິນໃນຖົງສູງກວ່າລະດັບດິນປາກຂຸມເລັກນ້ອຍ, ໃຊ້ມີດແຫລມແລ່ງຖົງຈາກກົ້ນຂຶ້ນຫາປາກຖົງຢາງທັງ 2 ດ້ານ (ຊ້າຍ ແລະ ຂວາ), ຈາກນັ້ນ ໃຫ້ດຶງຖົງຢາງອອກໂດຍລະວັງຢ່າໃຫ້ດິນແຕກ ແລ້ວກວດເອົາດິນທີ່ເຫລືອລົງໃນຂຸມ, ກົດດິນບໍລິເວນກົກຕົ້ນໃຫ້ແຫນ້ນ, ພ້ອມທັງປັກໄມ້ ແລະ ມັດເຊືອກໄວ້ ເພື່ອປ້ອງກັນລົມພັດ ແລ້ວຫາວັດສະດຸປົກດິນບໍລິເວນລຳຕົ້ນເຊັ່ນ: ເຟືອງ, ຫຍ້າແຫ້ງ ແລະ ຫົດນ້ຳໃຫ້ຊຸ່ມ, ພ້ອມເຮັດຮົ່ມບັງ ເພື່ອຊ່ວຍກັນແສງແດດ.
  3.  ສ່ວນການຮັກສາ ແລະ ໃສ່ປຸ໋ຍ.
    ແມ່ນສາມາດປະຕິບັດຄື: ຕົ້ນທີ່ຍັງບໍ່ທັນໃຫ້ຜົນຜະລິດໃສ່ປຸ໋ຍວິທະຍາສາດ ສູດ 15-15-15 ໃນອັດຕາສ່ວນ 0,5 ກິໂລກຣາມຕໍ່ຕົ້ນຕໍ່ປີ, ແບ່ງໃສ່ 2-3 ຄັ້ງ, ສ່ວນຕົ້ນທີ່ໃຫ້ຜົນຜະລິດແລ້ວກໍ່ສາມາດແບ່ງໄລຍະການໃຫ້ປຸ໋ຍ ດ້ວຍບຳລຸງຕົ້ນໃຊ້ປຸ໋ຍວິທະຍາສາດ ສູດ 15-15-15, ສ່ວນໄລຍະອອກດອກຈະໃຊ້ ສູດ 8-24-24, ສຳລັບໄລຍະເປັນຫມາກແມ່ນໃຊ້ສູດ 15-15-15 ແລະ ໄລຍະສຸດທ້າຍແມ່ນຈະປັບປຸງຄຸນນະພາບຂອງຫມາກໃຫ້ໃຫຍ່ ແລະ ຫວານໃຊ້ ສູດ 13-13-21. ສະເພາະປະລິມານປຸ໋ຍທີ່ໃຊ້ແມ່ນຂຶ້ນຢູ່ກັບອາຍຸຂອງຕົ້ນ ແລະ ຜົນຜະລິດຈາກຕົ້ນເຊິ່ງ ອັດຕາທີ່ໃຊ້ຢູ່ລະຫວ່າງ 2 – 4 ກິໂລກຣາມຕໍ່ຕົ້ນຕໍ່ປີ.
  4.  ການໃຫ້ນໍ້າ.
    ການໃຫ້ນ້ຳໃນໄລຍະການປູກໃຫມ່ຈຳເປັນຕ້ອງໃຫ້ນ້ຳຢ່າງສະຫມ່ຳສະເຫມີ ເພາະຈະຊ່ວຍໃຫ້ຫມາກຂຽບຈະເລີນເຕີບໂຕໄດ້ໄວ. ຈຳນວນລອດຕາຍສູງ. ຫມາກຂຽບຈະເລີ່ມໃຫ້ຫມາກໄດ້ໃນປີທີ2. ຖ້າໃຫ້ນ້ຳແກ່ຕົ້ນຫມາກຂຽບສະຫມ່ຳສະເຫມີຈະຊ່ວຍໃຫ້ຂະຫນາດຂອງຫມາກໃຫຍ່ ແລະ ມີຄຸນນະພາບດີ.
  5. ການເກັບກ່ຽວ.
    ໝາກຂຽບຈະສາມາດເກັບກ່ຽວໄດ້ປະມານ 110-120 ວັນ. ຈາກດອກບານໂດຍສັງເກດຮ່ອງຕາຂອງຕົ້ນໝາກຂຽບເລີ່ມຫ່າງ ແລະ ສີຮ່ອງຕາເຂັ້ມ ຜິວຈະປ່ຽວຈາກສີຂຽວເປັນສີເຫຼືອງ ສໍາລັບໝາກຂຽບໝັງສໍາລັບພັນໂຕນີ້ຈະປ່ຽນສີເປັນສີມ່ວງ. ໝາກອ່ອນຈະເປັນສີຂຽວອ່ອນ ຖ້າໝາກຂຽບສຸກຈະເປັຮສີຂຽວປົນນໍ້າຕານ. ການເກັບກ່ຽວປົກກະຕິອາຍຸການວາງຂາຍຜົນຜະລິດ ຈະຢູ່ລະຫວ່າງ 3-5 ວັນ.ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
  6. ໝວດໝູ່: ໄມ້ໃຫ້ໝາກ

ແຫຼ່ງຂໍ້ມູນ: http://pakchong.khorat.doae.go.th/Link%20pages/noyna.htm
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່

ການປູກຜັກສະນາລີ Celery

1. ການປູກຜັກສະນາລີ Celery
ຜັກສະນາລີເປັນຜັກທີ່ໃຊສວ່ນຂອງໃບ ແລະ ກ້ານໃບກິນເປັນຜັກສົດ ເພາະມີກິ່ນຫອມ ແລະ ຫວານ ນອກຈາກນີ້ຍັງໃຊ້ປຸງແຕ່ງອາຫານອື່ນໆໄດ້ຢ່າງກວ້າງຂວາງ ຜັກສະນາລີມີຖິ່ນກໍາເນີດໃນທະວີບຢູໂລ ເອເຊຍ ແລະ ອາຟຣິກາເໝື່ອ.
2. ລັກສະນະທົ່ວໄປ.
ຜັກສະນາລິເປັນພືດທີ່ຢູ່ໃນຕະກຸນ Umbelliferae ມີຊື່ວີທະຍາສາດວ່າ Apium Graveolems Linn ເປັນພືດຜັກລົ້ມລຸກທີ່ໃບ ກ້ານໃບ ລໍາຕົ້ນ ຮາກ ແລະ ແກ່ນມີກີ່ນຫອມ

https://sagegarden.ca/products/seeds-celery-tango-og

3. ພັນທີ່ໃຊ້ປູກ.
ຜັກສະນາລິທີ່ໃຊ້ປູກມີ 2 ຊະນິດຄື:
1. ຜັກສະນາລິພັນຈີນ ມີກ້ານໃບຂະໝາດນອ້ຍ ໃບ 1 ໃບປະກອບດວ້ນໃບຍອ່ຍ 3-7 ໃບ ມີລໍາຕົ້ນສັ້ນ.
2. ຜັກສະນາລິພັນຝຣັ່ງ ມີດ້ານໃບອວ້ນຫນາຍາວປະມານ 25-30 ຊັງຕີແມັດ ສວ່ນຮູບຮ່າງ ແລະ ຂະໝາດໃບໃກ້ຄຽງກັບພັນຈີນ.
4. ການຕຽມດິນ.
ການຕຽມດິນປູກຜັກສະນາລິແບ່ງເປັນ 2 ຕອນ:
1. ການຕຽມໝານເພາະ: ຂຸດໄຖພວນດິນຢ່າງດີ ຕາກດິນໄວ້ປະມານ 5-7 ວັນ ຍອ່ຍໝ້າດິນໃຫ້ລະອຽດ ໃສ່ປຸ່ຍຄອກ ຫຼືປຸ໋ຍໝັກທີ່ລະລາຍຕົວກາຍ ຂຸມຄົ້ນກັບດິນໃຫ້ທົ່ວໝານເພາະກ້າຄວນມີຂະໝາດກວ້າງປະມານ 1 ແມັດ ຍາວພໍເໝາະຕາມຄວາມພໍໃຈຂອງຜູ້ປູກ.
2. ການຕຽມໝານປູກ: ຂຸດດິນໃຫ້ເລີກປະມານ 15-20 ຊັງຕີແມັດ ຕາກດິນໄວ້ 7-10 ວັນ ໃສ່ປຸ໋ຍຄອກ ຫຼື ປຸ໋ຍໝັກຄົນໃຫ້ເຂົ້າກັບດິນ ເພື່ອປັບປຸງສະພາບຂອງດິນທາງກາຍຍະພາບໃຫ້ດີຂື້ນ ພວນ ແລະ ຍອ່ຍດິນໃຫ້ລະອຽດ.

5. ການປູກ.
1. ການແພາະກ້າຜັກສະນາລິ ເອົາແກ່ນຜັກສະນາລິປະສົມຊາຍໃນອັດຕາສວ່ນ 1:10 ແລ້ວຫວ່ານລົງໝານເພາະ ເອົາຟາງແຫ້ງ ຫຼື ເສດຫຍ້າແຫ້ງປົກໝານເພາະບາງໆ ຫົດນໍ້າໃຫ້ທົ່ວເຖີ່ງ ແລະ ສະໝໍ່າສະເໝີ ຕ້ອງໃຊ້ເວລານານເຖີ່ງ 50 ວັນ ຕົ້ນຈື່ງຈະໃຫ່ຍພໍທີ່ຈະຍ້າຍໄປປູກໄດ້.
2. ການປູກຕົ້ນກ້າ ຫຼັງຈາກທີ່ເພາະຕົ້ນກ້າຈົນໄດ້ຂະໝາດພໍທີ່ຈະປູກໄດ້ແລ້ວ ໃຫ້ຖອນຍ້າຍຕົ້ນທີ່ກ້າທີ່ສົມບູນໄປປູກລົງໝານປູກທີ່ໄດ້ຕຽມໄວ້ໂດຍໃຊ້ໄລຍະຫ່າງລະຫວ່າງຕົ້ນ 25 ຊັງຕີແມັດ ແລະ ໄລຍະລະຫວ່າງແຖວ 50 ຊັງຕີແມັດ ແລ້ວຫົດນໍ້າໃຊ້ຊຸ່ມປົກໝານດວ້ຍຟາງແຫ້ງບາງໆ ເພື່ອຮັກສາຄວາມຊຸ່ມຊື້ນຂອງໝານປູກ.

6. ການດູແລຮັກສາ.
ຄວນມີການຫົດນໍ້າໃຫ້ສະໝໍ່າສະເໝີ ແລະ ພຽງພໍ ແຕ່ຢ່າໃຫ້ແຊະເກີນໄປເພາະຈະເນົ່າເສຍຫາຍໄດ້ ນອກຈາກນີ້ຖ້າມີວັດສະພືດເລັກນອ້ຍຄວນປ້ອງກັນກໍາຈັດໂດຍໃຊ້ມືຖອນ ເພື່ອປ້ອງກັນການແຍ່ງອາຫານ ແລະ ນໍ້າຈາກພືດທີ່ເຮົາປູກ.
7. ການເກັບກ່ຽວ.
ຫຼັງຈາກປູກຜັກສະນາລິໄດ້ 90 ວັນ ຫຼັງຍ້າຍເບຍມາປູກກໍ່ສາມາດເກັບກ່ຽວໄດ້ໂດຍໃຊ້ມືຖອນ ແລະ ດິນໃນໝານແຫ້ງຄວນມີການຫົດນໍ້າໃຫ້ຊຸ່ມຊື້ນເສຍກອ່ນ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດຜັກ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=7173&s=tblplant
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່

ການປູກມັນຕົ້ນ ສະຫຼັບ ກັບຖົ່ວແຮ

ການປູກມັນຕົ້ນ ສະຫຼັບ ກັບຖົ່ວແຮ

ແມ່ນເປັນການຊ່ວຍປັບປຸງດິນ ແລະ ບໍ່ເຮັດໃຫ້ດິນເສຍຄຸນນະພາບ ຖ້າປູກມັນຕົ້ນພຽງຢ່າງດຽວອາດຈະເຮັດໃຫ້ດິນແໜ້ນເສື່ອມຄຸນນະພາບ, ດັ່ງນັ້ນ ຊາວກະສິກອນຄວນປູກມັນຕົ້ນສະຫຼັບກັບຖົ່ວແຮເປັນສິ່ງທີ່ດີທີ່ສຸດ ແລະ ສາມາດເປັນອາຫານເສີມໃຫ້ແກ່ສັດລ້ຽງ.

 

  1. ຄຸນປະໂຫຍດຂອງມັນຕົ້ນ:
    ນຳໃຊ້ໃບ ແລະ ຫົວເປັນອາຫານຂອງຄົນ ແລະ ສັດ ຫົວມັນຕົ້ນແຫ້ງມີທາດແປ້ງສູງເຖິງ 32%. ແຕ່ທາດຊີ້ນຕ່ຳມີພຽງ 2% ແຕ່ໃບບັນຈຸທາດຊີ້ນສູງເຖິງ 17%
    ຖົ່ວແຮ: ສາມາດປູກໄດ້ກັບດິນເກືອບທຸກຊະນິດເປັນພືດທີ່ມີຄຸນປະໂຫຍດຫຼາຍ ສາມາດນຳໃຊ້ໃບເປັນອາຫານສັດ, ລຳຕົ້ນໃຊ້ປ່ອຍຄັ່ງ, ແກ່ນມີທາດຊີ້ນ 23%, ຮາກ ແລະ ໃບຖົ່ວແຮຈະຊ່ວຍເພີ່ມທາດອາຫານໃນດິນໃຫ້ມີຄວາມອຸດົມສົມບູນຂຶ້ນ, ນອກນັ້ນ ຍັງຊ່ວຍໃນການປ້ອງກັນການເຊາະລ້າງຂອງໜ້າດິນໄດ້ອີກ.
  2. ວິທີການປູກມັນຕົ້ນສະຫຼັບກັບຖົ່ວແຮ:
    • ມັນຕົ້ນ: ຄວນປູກຕົ້ນລະດູຝົນໃນ ເດືອນເມສາ ຫາ ເດືອນພຶດສະພາ ແລະ ທ້າຍລະດູຝົນ ລະຫວ່າງ ເດືອນກັນຍາ ຫາເດືອນພະຈິກ. ປູກດ້ວຍທ່ອນພັນຈາກຕົ້ນທີ່ມີອາຍຸ 8-12 ເດືອນ, ທ່ອນຍາວປະມານ 20 ຊັງຕີແມັດ, ມີຕາ 5-6 ຕາຂຶ້ນໄປ, ໃສ່ 1-2 ທ່ອນຕໍ່ຂຸມ ແລະ ໄລຍະຫ່າງຂອງຂຸມມັນຕົ້ນ ແມ່ນ 1 ແມັດ.
    • ຖົ່ວແຮ: ຄວນປູກຕົ້ນລະດູຝົນໃນ ເດືອນເມສາ ຫາ ເດືອນມິຖຸນາ, ປູກດ້ວຍແກ່ນ ໃສ່ 4-5 ແກ່ນ ຕໍ່ຂຸມ ແລະ ໄລຍະຫ່າງຂອງຂຸມຖົ່ວແຮ ແມ່ນ 50 ຊັງຕີແມັດ ສ່ວນໄລຍະຫ່າງຂອງ ແຖວມັນຕົ້ນ ແລະ ຖົ່ວແຮແມ່ນ 1 ແມັດ.
  3. ການບົວລະບັດຮັກສາ:
    ຫຼັງຈາກປູກໄດ້ 15-20 ວັນ ຕ້ອງເສຍຫຍ້າຄັ້ງທີ 1, ຖອນແຍກ ແລະ ປູກສ້ອມໄປພ້ອມໆກັນ, ມັນຕົ້ນຈົ່ງໄວ້ 3 ຕົ້ນຕໍ່ ຂຸມ, ຖົ່ວແຮຈົ່ງໄວ້ 3 ຕົ້ນຕໍ່ຂຸມ. ຈະຕ້ອງໄດ້ເສຍຫຍ້າອີກເທື່ອໜຶ່ງ ເພື່ອເຮັດໃຫ້ມັນຕົ້ນມີການຈະເລີນເຕີບໂຕໄດ້ດີຖ້າມີເງື່ອນໄຂໃຫ້ໃສ່ຝຸ່ນທຸກຄັ້ງພາຍຫຼັງເສຍຫຍ້າແລ້ວ.
  4. ຜົນຜະລິດມັນຕົ້ນ:
    ຂຶ້ນກັບແນວພັນທີ່ເອົາມາປູກ ຖ້າເປັນມັນຕົນພື້ນເມືອງຈະໃຫ້ຜົນຜະລິດຂ້ອນຂ້າງຕ່ຳປະມານ 10.000 – 12.000 ກິໂລຕໍ່ເຮັກຕາ. ຖ້າເປັນພັນປັບປຸງຈະສາມາດໃຫ້ຜົນຜະລິດສູງເຖິງ 18.000 – 24.000 ກິໂລຕໍ່ເຮັກຕາ. ຜົນຜະລິດຖົ່ວແຮຕາມປົກກະຕິແລ້ວ 1 ໄລ່ ຈະໄດ້ 35 – 50 ກິໂລຕໍ່ເຮັກຕາ ຫຼື 210 – 300 ກິໂລຕໍ່ເຮັກຕາ
  5. ການເກັບຮັກສາມັນຕົ້ນ:
    ມັນຕົ້ນເມື່ອຂຸດມາໃໝ່ໆຈະຕ້ອງໄດ້ຊອຍຕາກແດດທັນທີຖ້າປະໄວ້ດົນ ຈະເຮັດໃຫ້ຕົກໂໝກ ຫຼື ເສຍຄຸນໄດ້. ຝານມັນຕົ້ນເປັນປ່ຽງບາງໆ. ຕາກແດດໃຫ້ແຫ້ງດີ ປະມານ 3-5 ວັນ ເພື່ອປ້ອງກັນບໍ່ໃຫ້ເກີດເຊື້ອລາ (ຕົກໂໝກ). ຫຼັງຈາກນັ້ນໃຫ້ເກັບໃສ່ເປົາ ຫຼື ຖົງມ້ຽນໄວ້ບ່ອນທີ່ແຫ້ງ ແລະ ມີລົມລ່ວງດີ. ສ່ວນຝັກຖົ່ວແຮທີ່ແກ່ແລ້ວໃຫ້ເກັບມາຕາກແດດ 2-3 ວັນ. ໃຊ້ຄ້ອນທັບເອົາແກ່ນແລ້ວນຳໄປຕາກແດດອີກ 3-5 ວັນ. ຫຼັງຈາກນັ້ນ. ໃຫ້ເກັບໃສ່ເປົາ ຫຼື ຖົງມ້ຽນໄວ້ບ່ອນທີ່ແຫ້ງ ແລະ ມີລົມລ່ວງດີ
    ການນຳໃຊ້ມັນຕົ້ນ ແລະ ຖົ່ວແຮເປັນອາຫານສັດ:
  6. ການປຸງແຕ່ງ ແລະ ນຳໃຊ້:
    • ມັນຕົ້ນ ແລະ ຖົ່ວແຮກ່ອນໃຫ້ສັດກິນຕ້ອງຕຳ ຫຼື ບົດໃຫ້ມຸ່ນ ຈິ່ງປະສົມກັບອາຫານຊະນິດອື່ນ ຫຼື ໃຫ້ກິນເລີຍກໍໄດ້
    • ນຳໃຊ້ມັນຕົ້ນເປັນອາຫານສັດໄດ້ທັງໃບສົດ ແລະ ໃບແຫ້ງ, ໃຫ້ກິນປະມານ 10-20% ຂອງນ້ຳໜັກອາຫານທີ່ໃຫ້ຕໍ່ວັນ
    • ຫົວມັນຕົ້ນຄວນໃຫ້ສັດກິນສົດກ່ອນການນຳໃຊ້ຕ້ອງຊອຍເປັນປ່ຽງບາງໆຕາກແດດ 3-4 ວັນ ຫຼື ຕົ້ມໃຫ້ກິນ 40-50% ຂອງນ້ຳໜັກອາຫານທີ່ໃຫ້ໃນແຕ່ລະວັນ
    • ລະວັງມັນຕົ້ນເຮື້ອ (ປູກໄດ້ຫຼາຍປີແລ້ວ) ຈະເປັນອັນຕະລາຍຕໍ່ສັດ ແລະ ອາດຈະເຮັດໃຫ້ສັດຕາຍໄດ້
    ການໃຊ້ຖົ່ວແຮຄວນຢູ່ໃນລະດັບ 12-16% ຂອງອາຫານທີ່ໃຫ້ກິນ ນອກນັ້ນ, ມັນຕົ້ນຍັງສາມາດໃຊ້ເປັນອາຫານໃຫ້ສັດລ້ຽງທຸກຊະນິດເຊັ່ນ: ໃຊ້ປະສົມເປັນອາຫານເສີມສຳລັບງົວ, ຄວາຍ, ແບ້, ໝູ ແລະ ສັດປີກ.
  7. ການເກັບກ່ຽວ.
    ການເກັບກ່ຽວມັນຕົ້ນໃນຊ່ວງອາຍຸທີ່ເໝາະສົມຄືປະມານ 10-12 ເດືອນ. ພ້ອມທັງວາງແຜນການຕຽມທ່ອນພັນມັນຕົ້ນ ເພື່ອການປູກໃນຄັ້ງຕໍ່ໄປສ່ວນຕົ້ນມັນຕົ້ນທີ່ບໍ່ໃຊ້ເຊັ່ນ: ໃບ, ງ່າ, ກ້ານ ຫຼື ຕົ້ນ ຄວນຕັດຖີ້ນໄວ້ໃນໝາມ ເພື່ອໃຫ້ໃຫ້ເປັນຝຸ່ນພືດສົດໃນດິນຕໍ່ໄປ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ

ໝວດໝູ່: ການປູກພືດ

ແຫຼ່ງຂໍ້ມູນ http://web.sut.ac.th/cassava/?name=14cas_plant&file=readknowledge&id=62

ຂໍ້ມູນເພີມຕື່ມ:

ຂໍ້ມູນແນວພັນ:

ວິດີໂອ:

ຕິດຕໍ່

ການປູກຫຍ້າເນເປຍ ລ້ຽງງົວ, ຄວາຍ

ການປູກຫຍ້າເນເປຍ ລ້ຽງງົວ, ຄວາຍ
1. ການກະກຽມພື້ນທີ່.
ຄວນຕ້ອງໄດ້ໄຖພວນດິນ 2 ຄັ້ງ ໃນການໄຖຄັ້ງທຳອິດໃຫ້ໄຖໃນເວລາທີ່ດິນມີຄວາມຊຸ່ມເຫມາະສົມເພື່ອເປີດຫນ້າດິນເພື່ອກຳຈັດວັດສະພືດທີ່ປົກຄຸມຢູ່ຫນ້າດິນ ແລະ ໄຖພວນດິນຄັ້ງທີ 2 ເພື່ອກຳຈັດວັດສະພືດທີ່ເກີດຂຶ້ນມາໃຫມ່ ຫລັງຈາກນັ້ນກໍ່ຄາດດິນໃຫ້ລະອຽດ.

2. ການກຽມທ່ອນພັນ ແລະ ແນວພັນ.
ຫຍ້າເນເປຍທີ່ຈະນຳມາເປັນທ່ອນພັນຄວນມີອາຍຸ 4 – 6 ເດືອນ ຫລັງຈາກນັ້ນກໍ່ມາຕັດເປັນທ່ອນແຕ່ລະທ່ອນຄວນມີຂໍ້ຕາຕິດມາປະມານ 2 ຂໍ້. ຕົ້ນຫຍ້າເນເປຍຕົ້ນຫນຶ່ງສາມາດນຳມາໃຊ້ເປັນທ່ອນພັນໄດ້ປະມານ 6 ທ່ອນຫຍ້າເນເປຍ 1 ໄລ່ ສາມາດຂະຫຍາຍພັນໄດ້ປະມານ 20 ໄລ່ (ໃຊ້ໄລຍະຫ່າງໃນການປູກປະມານ 75 x 75 ຊັງຕີແມັດ)
3. ວິທີການປູກ.
ສຳລັບການປູກຫຍ້າເນເປຍແມ່ນສາມາດປູກຂະຫຍາຍໄດ້ດ້ວຍທ່ອນພັນເທົ່ານັ້ນ ໄລຍະໃນການປູກທີ່ເຫມາະສົມ 75 x 75 ຊັງຕີແມັດ ປູກຂຸມລະ 2 ທ່ອນໃນພື້ນທີ່ 1 ໄລ່ ແມ່ນຈະໄດ້ໃຊ້ທ່ອນພັນປະມານ 30 – 500 ກິໂລກຣາມ

4. ການໃສ່ຝຸ່ນ.
ການປູກຫຍ້າເນເປຍໃນພື້ນທີ່ດິນທີ່ມີລັກຊະນະດິນປົນຊາຍ ຫລື ວ່າມີເນື້ອທີ່ດິນຂ້ອນຂ້າງຫຍາບຈຳເປັນຕ້ອງໄດ້ໃສ່ຝຸ່ນປະສົມ ສູດ 15-15-15 ໃນອັດຕາປະມານ 50-100 ກິໂລກຣາມຕໍ່ໄລ່ ເພື່ອເປັນຝຸ່ນຮອງພື້ນກ່ອນປູກ ແລະ ຄວນໃສ່ຝຸ່ນຄອກເພື່ອປັບປຸງ ແລະ ບຳລຸງດິນນຳ ແລະ ໃຫ້ໃສ່ຝຸ່ນໄນໂຕຣເຈນໃນຮູບຂອງປຸຍຢູເຣຍ ສູດ 46-0-0 ຢູ່ໃນອັດຕາລະຫວ່າງ 10-15 ກິໂລ ກຣາມຕໍ່ໄລ່ ຫລັງຈາກຕັດຫຍ້າທຸກຄັ້ງຖ້າວ່າຢູ່ໃນດິນຫນຽວທີ່ມີຄວາມອຸດົມສົມບູນຂ້ອນຂ້າງສູງເຮົາກໍ່ສາມາດຫລຸດປະລິມານ ແລະ ຈຳນວນຄັ້ງໃນການໃສ່ຝຸ່ນລົງໄດ້.
5. ການກຳຈັດວັດສະພືດ.
ຄວນກຳຈັດວັດສະພືດພາຍຫລັງການປູກຫຍ້າໄດ້ 2 – 4 ອາທິດ.
6. ການໃຫ້ນ້ຳ.
ຄວນໃຫ້ນ້ຳທຸກໆ 14 ວັນ ຖ້າເປັນລະດູແລ້ງໂດຍການປ່ອຍນ້ຳເຂົ້າຕາມຮ່ອງຄູ
7. ການຕັດຫຍ້າເນເປຍ.
ໃນການຕັດຫຍ້າເນເປຍເພື່ອຈະນຳໄປລ້ຽງສັດເຮົາຄວນຈະຕັດຫຍ້າຄັ້ງທຳອິດເມື່ອຫຍ້າ ມີອາຍຸຮອດ 60-70 ວັນ. ຫລັງຈາກນັ້ນໃນການຕັດຫຍ້າຄັ້ງຕໍ່ໆໄປແມ່ນທຸກໆ 30-45 ວັນ ຖ້າເປັນໄລຍະລະດູຝົນຫຍ້າຈະມີການຈະເລີນເຕີບໂຕໄວ ສະນັ້ນ ເຮົາຕ້ອງຫລຸດອາຍຸຂອງການຕັດຫຍ້າລົງມາຫນ້ອຍກວ່າ 30 ວັນ ໃນການຕັດຈະຕ້ອງຕັດໃກ້ຫນ້າດິນຫຍ້າເນເປຍແມ່ນເຫມາະສົມສຳລັບການໃຊ້ລ້ຽງງົວ ແລະ ຄວາຍໃນຮູບແບບຫຍ້າສົດ ຫລື ຫຍ້າຫມັກແຫ້ງ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດອາຫານສັດ
ແຫຼ່ງຂໍ້ມູນ https://puechkaset.com/%E0%B8%AB%E0%B8%8D%E0%B9%89%E0%B8%B2%E0%B9%80%E0%B8%99%E0%B9%80%E0%B8%9B%E0%B8%B5%E0%B8%A2%E0%B8%A3%E0%B9%8C/
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່

ການປູກໝາກຫຸ່ງສາ

ການປູກຫມາກຫຸ່ງສາ
1. ລັກສະນະທົ່ວໄປ.
ຕົ້ນຫມາກຫຸ່ງສາຊະນິດທີ່ເກີດຕາມທຳມະຊາດຕົ້ນຈະສູງ ເຖິງ 45 ແມັດ, ມີອາຍຸເຖິງ 10 ປີ ແຕ່ຊະນິດທີ່ມີອາຍຸ 1 ປີຕົ້ນຈະສູງ 12 ແມັດ ແລະ ກໍ່ມີຊະນິດໃຫ້ຫມາກໄວກວ່າແຕ່ມື້ປູກເຖິງມື້ໃຫ້ຫມາກ 75 – 100 ວັນ. ແກ່ນຫມາກຫຸ່ງສາມີນ້ຳມັນ 46 – 55% ເປັນຊະນິດນ້ຳມັນທີ່ບໍ່ເຫີຍແຫ້ງມີຄວາມມື່ນສູງຢູ່ໃນອຸ່ນຫະພູມຮ້ອນ 500 – 600 ອົງສາເຊ ຈະບໍ່ປ່ຽນທາດ, ບໍ່ໄຫມ້ໃນເງື່ອນໄຂເຢັນ 180 ອົງສາເຊ ແລະ ກໍ່ບໍ່ກ້າມ, ບໍ່ເຊື່ອມເຂົ້າກັບນ້ຳມັນກ໊າສ ແລະ ແອັດຊັງ. ສະນັ້ນ, ນ້ຳມັນຫຸ່ງສາເປັນຊະນິດນ້ຳມັນຫລໍ່ຫລື່ນພິເສດໃຊ້ເປັນນ້ຳມັນຍົນ, ລົດໄຟ, ອາຍພົ່ນ ແລະ ຊະນິດເຄື່ອງຈັກທີ່ມີຄວາມໄວສູງ. ນ້ຳມັນຫຸ່ງສາຍັງສາມາດປຸງແຕ່ງເປັນຢາຂ້າແມ່ທ້ອງ, ເຮັດສະບູ, ນ້ຳຫອມ, ເຮັດຫມື້ ແລະ ອື່ນໆ. ເຫຍື່ອຫຸ່ງສາ ຫລັງຈາກບີບເອົານ້ຳມັນແລ້ວຍັງເປັນຝຸ່ນໃສ່ພືດຕ່າງໆ (ແຕ່ໃຫ້ສັດກິນບໍ່ໄດ້) ນອກນັ້ນ ໃບ, ລຳຕົ້ນ, ຮາກ ກໍ່ມີປະໂຫຍດເຊັ່ນ: ໃບເຮັດຝຸ່ນບົ່ມ ແລະ ລ້ຽງມ້ອນ, ລຳຕົ້ນເຮັດເຈ້ຍ ແລະ ຮາກ ເປັນສ່ວນປະກອບໃນການປຸງແຕ່ງຢາ ເຫັນໄດ້ວ່າຫມາກຫຸ່ງສາມີຄວາມສຳຄັນຫລາຍໃນວຽກງານກະສິກຳ ແລະ ອຸດສາຫະກຳ.

http://www.thaikasetsart.com/%E0%B8%A5%E0%B8%B0%E0%B8%AB%E0%B8%B8%E0%B9%88%E0%B8%87%E0%B8%A1%E0%B8%B5%E0%B8%9B%E0%B8%A3%E0%B8%B0%E0%B9%82%E0%B8%A2%E0%B8%8A%E0%B8%99%E0%B9%8C/

2. ດິນຟ້າອາກາດ ແລະ ລະດູການ.
ອາກາດ: ຫຸ່ງສາເປັນພືດ ທີ່ກຳເນີດຢູ່ເຂດຮ້ອນ ສະນັ້ນ ເງື່ອນໄຂອາກາດໃນປະເທດເຮົາແຕ່ເຫນືອຕະຫລອດໃຕ້ລ້ວນແຕ່ເຫມາະສົມໃນການຈະເລີນເຕີບໂຕຂອງຕົ້ນຫຸ່ງສາ.
ດິນ: ດິນທີ່ເຫມາະສົມທີ່ສຸດ ສຳລັບປູກຫຸ່ງສາແມ່ນດິນຜົງ, ດິນທີ່ມີວັດຖຸພືດປົນຢູ່ຢ່າງຫລວງຫລາຍ, ດິນທີ່ລະບາຍນ້ຳໄວ (ບໍ່ເປັນດິນສົ້ມ)
ລະດູການປູກ: ຫຸ່ງສາປູກໄດ້ 2 ລະດູການຄື: ລະດູຝົນເດືອນ 6-7, ລະດູແລ້ງເດືອນ 10-11 ຖ້າປູກແຄມແມ່ນ້ຳໃຫ້ປູກເດືອນ 11, ຫາກປູກຕາມດິນພຽງ, ເນີນພູແມ່ນປູກເດືອນ 6-7.
3. ການກຽມດິນ ແລະ ວິທີປູກ, ການບົວລະບັດຮັກສາ.
3.1 ການກຽມດິນ:
ອີງຕາມເງື່ອນໄຂຂອງດິເຊັ່ນ: ດິນແຄມແມ່ນ້ຳບໍ່ຈຳເປັນໄຖ ແລະ ຄາດຫາກເປັນດິນທົ່ງຄວນໄຖ ແລະ ຄາດສອງເທື່ອກໍ່ສາມາດປູກໄດ້, ຫາກເປັນດິນບຸກເບີກໃຫມ່ ເຊິ່ງມີແຕ່ທົ່ງຫຍ້າຕ້ອງໄຖກ່ອນປູກຫນຶ່ງເດືອນ, ໃກ້ຈະປູກຈິ່ງໄຖ ແລະ ຄາດຕື່ມໃນການໄຖຕ້ອງໃຫ້ເລິກ ແລະ ຄາດໃຫ້ລະອຽດ
3.2 ວິທີການປູກ:
ການເລືອກພັນທີ່ຈະປູກ: ຕ້ອງເລືອກແກ່ນທີ່ໃຫຍ່. ເຕັມດີ ແລະ ບໍ່ມີພະຍາດ. ວິທີເລືອກນັ້ນໃຫ້ເອົາແກ່ນຫມາກຫຸ່ງສາແຊ່ນ້ຳໃນໄລຍະຫນຶ່ງ ຫາກແກ່ນໃດຟູສະແດງວ່າແກ່ນນັ້ນບໍ່ດີແມ່ນໃຫ້ເອົາຖິ້ມ.

ວິທີການເລັ່ງແກ່ນໃຫ້ງອກໄວ: ກ່ອນຈະປູກໃຫ້ເອົາແກ່ນພັນແຊ່ນ້ຳຮ້ອນ 30 ອົງສາເຊ ດ້ວຍວິທີປະສົມນ້ຳຮ້ອນ 1 ສ່ວນແລະ ນ້ຳເຢັນ 2 ສ່ວນ, ແຊ່ໄວ້ພາຍໃນ 3 – 4 ຊົ່ວໂມງ ແລ້ວເອົາໄປປູກ ຫລື ເອົາແກ່ນພັນບົ່ມກັບດິນຊາຍຊຸ່ມໃຫ້ແຕກຫນໍ່ແລ້ວຈິ່ງປູກກໍ່ໄດ້.
ການປູກ: ຂຸມຫນຶ່ງ 2-3 ແກ່ນ ຂຸມເລິກ 6-8 ຊັງຕີແມັດຖ້າເບ້ຍຫຸ່ງສາຂຶ້ນສູງໄລຍະຫນຶ່ງແລ້ວກໍ່ຍອນເອົາຕົ້ນທີ່ບໍ່ງາມອອກ ແລ້ວປະໄວ້ຂຸມລະຕົ້ນ
ໄລຍະປູກ: ຖ້າດິນດີເຊັ່ນ: ດິນແຄມນ້ຳປູກໄລຍະແຖວ 1.5-2 ແມັດ, ໄລຍະຕົ້ນ 6-8 ແມັດ, ຖ້າດິນບໍ່ດີປູກ 1.2 ແມັດ x 5 ແມັດ
3.3 ການໃສ່ຝຸ່ນ:
ການໃສ່ຝຸ່ນກໍ່ແມ່ນສິ່ງສຳຄັນທີ່ຂາດບໍ່ໄດ້ເຊິ່ງເຮັດໃຫ້ການປູກຫຸ່ງສາໄດ້ຮັບຜົນຜະລິດສູງ ໂດຍສະເພາະໃນປະເທດອຸດສາຫະກຳທີ່ຈະເລີນ ແຕ່ອີງໃສ່ເງື່ອນໄຂຂອງປະເທດເຮົາໃນປະຈຸບັນຈະບໍ່ຂໍແນະນຳກ່ຽວກັບການໃສ່ຝຸ່ນ.
4. ການບົວລະບັດຮັກສາ.
ການຖອນແຍກ: ຫລັງຈາກຕົ້ນຫຸ່ງສາເລີ່ມງອກໄດ້ 20-25 ມື້ ຕົ້ນຫຸ່ງສາຈະມີ 2 ໃບ ໄລຍະນີ້ເປັນໄລຍະທີ່ເຫມາະສົມໃນການເລີ່ມລົງມືຖອນແຍກໃນການຖອນແຍກເຮົາຄວນຄັດເລືອກເອົາແຕ່ຕົ້ນທີ່ອຸດົມສົມບູນແຂງແຮງດີ, ປັດສະຈາກພະຍາດ, ແມງໄມ້ລົບກວນ ແລະ ປະໄວ້ 1 ຕົ້ນຕໍ່ຂຸມ.
ການເສຍຫຍ້າ ແລະ ພວນດິນ: ຖ້າເຮົາຕ້ອງການຜົນຜະລິດສູງກໍ່ຈຳເປັນຕ້ອງການບົວລະບັດຮັກສາໃຫ້ພຽງພໍເປັນຕົ້ນ ຄື: ການເສຍຫຍ້າ ແລະ ພວນດິນພາຍຫລັງປູກໄດ້ 3 – 4 ອາທິດ, ເທື່ອທີ່ສອງຄວນເສຍຫຍ້າ ແລະ ພວນດິນ ເມື່ອຕົ້ນຫຸ່ງສາອາຍຸໄດ້ 2-3 ເດືອນ.
ການເດັດຍອດ: ການເດັດຍອດເປັນການເຮັດໃຫ້ຫມາກຂະຫຍາຍຕົວດີ ແລະ ສຸກໄວ ການເດັດຍອດຕ້ອງໃຫ້ຖືກຕ້ອງຕາມເງື່ອນໄຂດັ່ງນີ້: ເດັດຍອດເວລາຕົ້ນຫຸ່ງສາມີໃບແທ້ 4-5 ໃບ, ຕົ້ນສູງປະມານ 30-40 ຊັງຕີແມັດ, ເດັດຍອດເວລາອາກາດເຢັນ ແຕ່ຖ້າຕົ້ນໃດອ່ອນເພຍບໍ່ຄວນເດັດຍອດ ນອກນັ້ນ, ຖ້າຫາກຕ້ອງການໃບຫຸ່ງສາເພື່ອລ້ຽງມອນກໍ່ຄວນເດັດໃນຈຳນວນ 1/3 ຂອງຈຳນວນໃບໃນຫນຶ່ງຕົ້ນ, ເດັດແຕ່ໃບລຸ່ມຂຶ້ນໄປ, ເດັດ ໃບເດືອນຫນຶ່ງງ 2 ເທື່ອຄື: ໃ ຕອນເຊົ້າ ຫລື ຕອນແລງ.
ການກຳຈັດບົ້ງກິນໃບຫຸ່ງສາ: ຫຸ່ງສາຫລັງຈາກປູກແລ້ວຫນຶ່ງເດືອນບົ້ງກິນໃບເລີ່ມທຳລາຍເວລາການຈະເລີນເຕີບໂຕຂອງຕົ້ນຫຸ່ງສາ ວິທີການກຳຈັດຖ້າເຮົາມີແຮງງານທີ່ພຽງພໍອາດຈະຈັບເອົາແລ້ວເຜົາໄຟ, ການໃຊ້ຢາກຳຈັດເຊັ່ນ: ຢາໂບຣຊິດ 50% ຫລື ເອສໄທອອນ 25% ໃນອັດຕາ 2-3 ບ່ວງຕໍ່ນ້ຳ 8 ລິດ ສີດໃສ່ຕາມພາກສ່ວນຕ່າງໆຂອງຕົ້ນຫຸ່ງສາ
5. ການເກັບກ່ຽວ ແລະ ເລືອກເມັດພັນ.
ການເກັບກ່ຽວ: ຍ້ອນພົ້ວຫມາກຫຸ່ງສາບໍ່ສຸກພ້ອມກັນ ສະນັ້ນ ຈຳເປັນຕ້ອງເກັບກ່ຽວເປັນສອງຊຸດເມື່ອເຫັນຫຸ່ງສາມີສີດຳເປັນສ່ວນຫລາຍ ແລະ ເປືອກນອກຂອງຫຸ່ງສາເລີ່ມແຕກແຫ້ງກໍ່ຄວນລົງມືເກັບກ່ຽວໄດ້ຫມາກທີ່ເກັບມາແລ້ວຕ້ອງເອົາໄປຕາກແດດຈົນໃຫ້ເປືອກນອກແຫ້ງແຕກອອກ ເປັນແຊກແລ້ວເກັບມ້ຽນໄດ້.

ເລືອກເມັດພັນ: ຢາກໄດ້ແກ່ນທີ່ດີຕ້ອງເລືອກ 3 ເງື່ອນໄຂດັ່ງນີ້: ຕົ້ນໃຫຍ່ງາມດີ, ພົ້ວໃຫຍ່ງາມ, ເມັດພັນໃຫຍ່ເຕັມຕີ ແລະ ຄວນເລືອກເອົາພົ້ວທີ່ໃຫຍ່ ໃນນັ້ນເລືອກເອົາຫມາກທີ່ຢູ່ເຄິ່ງກາງພົ້ວເພື່ອໄວ້ເຮັດແນວພັນ.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ https://www.thaikasetsart.com/%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%A5%E0%B8%B0%E0%B8%AB%E0%B8%B8%E0%B9%88%E0%B8%87/
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່

ການປູກໝາກແຕງຮ້ານ-ໝາກແຕງກວາ

ການປູກໝາກແຕງຮ້ານ-ໝາກແຕງກວາ
1. ແຕງຮ້ານ-ແຕງກວາ.
ໝາກແຕງຮ້ານ-ແຕງກວາ ໝາກສົດທີ່ມີອາຍຸເກັບກ່ຽວສັ້ນ ຜົນຜະລິດຕໍ່ໄລ່ສູງ ຕະຫຼາດມີຄວາມຕ້ອງການສູງ.

https://sites.google.com/site/karpluktaengkwa/

2. ພັນທີ່ປູກ.
• ພັນໄມໂຄຣຊີ ໝາກແຕງກວາພັນລູກປະສົມ ອາຍຸເກັບກ່ຽວສັ້ນ ໝາກດົກສີຂາວ ຄວາມຍາວໝາກ 8-10 ຊັງຕີເເມັດ.
• ພັນເບອຣ໌ 11 ແຕງກວາ ພັນລູກປະສົມ ອາຍຸເກັບກ່ຽວສັ້ນ ໝາກດົກ ໝາກຍາວ ຄວາມຍາວໝາກ 8-12 ຊັງຕີເເມັດ.
• ພັນ ບີກຊີ ແຕງຮ້ານພັນລູກປະສົມ.
• ພັນ 209 ແຕງຮ້ານພັນລູກປະສົມ.
3. ການປູກ.
1. ໄລຍະການປູກ.
ໄລຍະການປູກໄລຍະຫວ່າງຕົ້ນ 60-80 ຊັງຕີເເມັດ ລະຫວ່າງແຖວ 100 ຊັງຕີແມັດ.
4. ການຕຽມດິນ.
ໄຖດິນໃຫ້ເລີກ 30-40 ຊັງຕີແມັດ ຕາກດິນໄວ້ 7-10 ວັນ ຍອ່ຍດິນໃຫ້ລະອຽດ ຫວ່ານປູນຂາວໃນອັດຕາ 100-200 ກິໂລກຣາມ/ໄລ່ ພອ້ມໃສ່ປຸ໋ຍດອກອັດຕາ 2.000 ກິໂລກຣາມ/ໄລ່ ແລະ ປຸ໋ຍສູດ 46-0-0 ປະສົມສູດ 15-15-15 ຢ່າງລະເທົ່າໆກັນ ອັດຕາ 30-50 ກິໂລກຣາມ/ໄລ່ ຄົນໃຫ້ເຂົ້າກັນແລ້ວຍົກໝານສູງປະມານ 30 ຊັງຕີແມັດ ກວ້າງ120 ຊັງຕີແມັດ ຫົດນໍ້າ ແລະ ຄຸມດວ້ຍພລາສະຕິກ ເພື່ອຮັກສາຄວາມຊຸ່ມຊື່ນ ແລະ ປ້ອງກັນວັດສະພືດ.
5. ການປູກ.
ເຈາະພລາສະຕິກຕາມໄລຍະປູກທີ່ກໍາໝົດນໍາເມັດລົງຕາມຂຸມ 3-4 ເມັດ ຖົມດິນ ແລະ ຫົດນໍ້າ ເມື່ອກ້າງອກມີໃບຈິງ 2-3 ໃບ ຖອນຕົ້ນບໍ່ສົມບູນອອກເຫຼືອ 2 ຕົ້ນ ຫຼັງປູກ 14 ວັນ ຄວນເດັດກິ່ງແໝງ 5 ຂໍ້ທໍາອິດ ( ໃບ ) ຈາກພື້ນດິນອອກແລ້ວຈືງເລີ່ມປອ່ຍໃຫ້ຕິດໝາກ ຫາກຕ້ອງການຄຸນນະພາບທີ່ດີເງົາທີ່ແຕກໃຫ່ນ ຄວນຄວບຄຸມໃຫ້ມີ 2 ຂໍ້ ໂດຍຕັດເຫືອມຂໍ້ທີ່ 2 ຜົນຜະລິດຈະອອກສະໝໍ່າສະເໝີ.


6. ການດູແລຮັກສາ.
1. ການໃຫ້ນໍ້າ.
ພືດຕະກຸນແຕງຕ້ອງການນໍ້າຫຼາຍສໍາລັບການຈະເລີ່ມເຕີບໂຕຂອງລໍາຕົ້ນ ແລະ ໝາກຕະຫອຼດອາຍຸການປູກ ແຕ່ການໃຫ້ນໍ້າຫຼາຍເກີນໄປຈະເຮັດໃຫ້ຜົນຜະລິດ ແລະ ຂະໝາດຂອງໝາກລົດລົງ ເນື່ອງຈາກນໍ້າຈະເຊາະລ້າງປຸ໋ຍໄປຈາກບໍລິເວນຮາກ ຈໍານວນຄັ້ງໃນການໃຫ້ນໍ້າຊຸ່ມຊື່ນຢູ່ກັບຊະນິດ ແລະ ລັກສະນະຂອງດິນ.
7. ການເຮັດຄ້າງ.
ເຮັດຄ້າງຮູບສາມເຫຼື່ຍມ ສູງ 1.80-2.00 ແມັດ ຄວນທໍາການປັກໄມ້ຄ້າງຫຼັງການປູກບໍ່ເກີນ 7 ວັນ ຫາກເຮັດຊ້າອາດຈະປັກໄມ້ຄ້າງໂດນຮາກເຮັດໃຫ້ຮາກຂາດ ຫຼື ກະທົບຕໍ່ການຈະເລີ່ມເຕີບໂຕຂອງພືດ.
8. ການໃສ່ປຸ໋ຍ.
ຫຼັງການປູກໄດ້ 7-15 ວັນ ໃສ່ປຸ໋ຍສູດ 46-0-0 ອັດຕາ 30 ກິໂລກຣາມ/ໄລ່ ເພື່ອເລັ່ງການຈະເລີ່ມເຕີບໂຕ ໄນໂຕເຈນມີ ໝາກຕໍ່ການຈະເລີ່ມເຕີບໂຕ ແລະ ຜົນຜະລິດ ຈືງຄວນໃຫ້ເປັນໄລຍະໆຫຼັງຈາກໃສ່ປຸ໋ຍຄັ້ງທໍາອິດ 15-20 ວັນ ໃຫ້ໃສ່ປຸ໋ຍສູດ 46-0-0 ປະສົມປຸ໋ຍສູດ 15-15-15 ສັດສວ່ນ 1:2 ອັດຕາ 30-50 ກິໂລກຣາມ/ໄລ່ ສໍາລັບໃນຊ່ວງອອກດອກ ຕິດໝາກໃຫ້ໃສ່ປຸ໋ຍສູດ 13-13-21 ອັດຕາ 30 ກິໂລກຣາມ/ໄລ່ ໂດຍໃສ່ທຸກໆ 10 ວັນ.
9. ການປ້ອງກັນກໍາຈັດວັດສະພືດ.
1. ວັດສະພືດ.
– ກໍາຈັດວັດສະພືດທຸກຄັ້ງທີ່ມີການໃສ່ປຸ໋ຍ ຫຼື ເມື່ອເກີດວັດສະພືດຂື້ນ.
2. ໂລກ.
– ລານໍ້າຄ້າງ ປ້ອງກັນກໍາຈັດໂດຍໃຊ້ສານເຄມີແຊັ່ນ: ແມນໂດເຊບ, ດູປຣາວິທ, ຊີແນ໌ປ ເປັນຕົ້ນ ສີດພົ່ນປ້ອງກັນ ຫຼັງຈາກຕົ້ນໝາກແຕງມີໃບຈິງ 2-3 ໃບ ໂດຍສີດພົ່ນທຸກໆ 5 ວັນ ຈົນກະທັ້ງພືດແຂງແຮງພົ້ນໄລຍະການລະບາດຂອງໂລກ.
– ໂລກແອນແທກໂນສ ປ້ອງກັນ ແລະ ກໍາຈັດໂດຍລີກລ້ຽງການປູກພືດ ໃນພື້ນທີ່ທີ່ເຄີຍເກີດໂລກນີ້ມາກອ່ນ ເມື່ອເກີດໂລກນີ້ພົ່ນດວ້ຍສານເຄມີເຊັ່ນ: ເບນເລທ, ແອນທຣາໂດລ, ດູປຣາວິທ.
3. ແມງໄມ້.
ແມງເຕົ່າທອງ ປ້ອງກັນ ແລະ ກໍາຈັດໂດຍຫມັ່ນດູແລສວນແຕງໃນເວລາເຊົ້າທີ່ແດດຍັງບໍ່ແຮງ ການກໍາຈັດທໍາລາຍ ດວ້ຍມືຈະຊວ່ຍໄດ້ຫຼາຍ ຫາກລະບາດຮຸນແຮງຄວນໃຊ້ສານເຄມີຂ່າແມງເຊັ່ນ: ດາຣ໌ບາລິດ ຫຼື ເຊຟວິນ 85 ໃຊ້ຕາມອັດຕາທີ່ສະລາກກໍານົດ.
10. ການເກັບກ່ຽວ.
– ເກັບກ່ຽວໝາກແຕງໃນຂະນະແກ່ນພາຍໃນຍັງອອ່ນ ຫຼື ເກັບໃນຂະນະທີ່ສີຂອງໝາກປ່ຽນຈາກສີຂຽວອອ່ນເປັນສີຂຽວເຂັມ ຫຼື ເກັບໃນຂະນະທີ່ເປອືກຍັງອອ່ນ ຢ່າປອ່ຍໃຫ້ໝາກແກ່ຄາຕົ້ນ ເພາະຈະເຮັດໃຫ້ຜົນຜະລິດຕໍ່ລົງ.
– ໄລຍະເວລາໃນການເກັບກ່ຽວປະມານ 5 ເດືອນ ແລະ ຈະເກັບກ່ຽວໄດ້ປະມານ 100 ໝາກຕໍ່ຕົ້ນ ໂດຍທົ່ວໄປໝາກແຕງຈະເລີ່ມເກັບກ່ຽວໄດ້ຫຼັງຈາກຫຍອດເມັດ 40-60 ວັນ ແລະ ຈະເກັບກ່ຽວຫຼັງຈາກດອກບານ 10-30 ວັນ ຜົນຜະລິດ 2,500-4,000 ກິໂລກຣາມ/ໄລ່.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=6068&s=tblplant
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

ຕິດຕໍ່