ວິທີການປູກຜັກບົວຫົວໃຫ່ຍ

null
ຊື່ວິທະຍາສາດ: Allium cepa L. , ວົງຕະກຸນ Alliaceae ,
ຫົວຜັກບົ່ວໃຫ່ຍເປັນພືດລົ້ມລຸກມີຫົວ ອາຍຸຍືນຖິງ 3 ປີ ລັກສະນະສີຂອງຫົວຜັກບົ່ວໃຫ່ຍແຕ່ຕ່າງກັນໄປຕາມສາຍພັນ. ລຳຕົ້ນຈະຖືກຫໍ່ຫຸ່ມໄປດ້ວຍກາບໃບ ໂດຍຮອບໆມີສີຂຽວອ່ອນ. ໃບເປັນໃບດ່ຽວ ອອກລຽນສະລັບ ໃບມີລັກສະນະດາບຍາວຮີ ປາຍໃບແຫຼມ ໃບກົມທາງໃນກວ້າງ ກົກໃບເປັນກາບອອກຫຸ້ມສະລັບຊັບຊ້ອນກັນຢູ່ ບ່ອນກົກລຳຕົ້ນໃບມີສີຂຽວ ດອກອອກເປັນຊໍ່ ແທງອອກມາຈາກທາງກາງລຳຕົ້ນ ກ້ານຊໍ່ດອກຍາວກົທາງໃນກວ້າງ ດອກມີລັກສະນະຊົງກົມແລ້ວຈະບານອອກ ມີດອກຍ່ອຍນ້ອຍໆຢູ່ເທິງກ້ານຈຳນວນຫຼາຍ ກີບດອກມີສີຂາວ. ຫົວມີລັກສະນະກົມແປ້ນ ຫຼື ກົມຮີ ຫົວອ່ອນມີເປືອກກາບໃບຫຸ້ມຫໍ່ຫຼາຍໆຊັ້ນສີຂາວ ຫົວແກ່ມີເປືອກດ້ານນອກແຫ້ງມີສີນໍ້າຕານ ມີກິ່ນຄື້ນ ລົດຊາດເຜັດຮ້ອນ .ຮາກເປັນລະບົບຮາກຝອຍນ້ອຍໆສີນໍ້າຕານ ອອກເປັນກະຈຸກທາງລຸ່ມຂອງຫົວ. ໝາກມີລັກສະນະກົມໆໝາກແກ່ຈະແຕກອອກ ມີແກ່ນຢູ່ທາງໃນ.ແກ່ນເມື່ອໝາກແກ່ແຕກອອກໄດ້ມີແກ່ນຢູ່ທາງໃນ ມີແກ່ນເປັນພູ 3 ແກ່ນ ມີລັກສະນະຊົງຮີນ້ອຍໆຜີວລຽບມີສີດຳ
ຫອມບົວຫົວໃຫ່ຍເປັນພືດຜັກທີ່ໃຊ້ບໍລິໂພກສ່ວນຫົວ ທັ້ງຫົວແຫ້ງຫຼືຫົວດີບ ສາມາດນໍາມາປະກອບອາຫານໄດ້ຫຼາຍຊະນິດ ຜັກບົວຫົວໃຫ່ຍເປັນພືດພື້ນເມືອງຂອງທະວີບອາຊີ ແຕ່ໃນປະເທດເຮົາສາມດປູກໄດ້ລະດູດຽວຄືລະດູໝາວຊຶ່ງມີອາກາດເຢັນພໍປະມານ

– ພັນທີ່ໃຊ້ປູກ ພັນທີ່ເໝາະສົມ ແລະ ເປັນທີ່ນິຍົມຂອງຕະຫຼອດເປັນພັນເບົາ ມີລົດເຜັດນ້ອຍ ໃນສີຂາວ ເປືອກຫຸ້ມຫົວສີເຫຼືອງເຖີງສີນໍ້າຕານ
1. ການກຽມດິນ
ການກຽມໜານກຽມໜານກ້າເບ້ຍຕ້ອງກຽມຢ່າງດີ ເພາະລະຍະເວລາໃນການກ້າດົນປະມານ 45-60 ວັນ ໃຫ້ຂຸດໄຖດິນລິກປະມານ 10-15 ຊມ ຕາກດິນໄວ້ 5-7 ວັນ ໂຮຍຝຸ່ນຄອກຫຼືຝຸ່ນໝັກໃຫ້ຫຼາຍ ຊາວໃຫ້ເຂົ້າກັບດິນໃຫ້ທົ່ວ ພວນດິນ ແລະ ຍໍາດິນໃຫ້ແຫຼກລະອຽດເກັບເສດໄມ້ ແລະ ເສດວັດສະພືດໃຫ້ໝົດເຮັດເປັນໜານ
ການກຽມໜານປູກ ໄຖດິນເລີກປະມານ 15-20 ຊມ ຕາກດິນໄວ້ 7-10 ວັນ ໂຮຍຝຸ່ນຄອກ ແລະ ຝຸ່ນໝັກໃຫ້ທົ່ວຊາວກັບດິນຍໍາດິນ ແລະ ພວນດິນໃຫ້ແຫຼກລະອຽດເພື່ອໃຫ້ດິນຜົງ ແລະ ມີການລະບາຍນໍ້າດີ ເກັບວັດສະພືດໃຫ້ໝົດ ຖ້າສະພາບຂອງດິນເປັນກົດຫຼາຍໃຫ້ໃສ່ປູນຂາວລົງໄປເພື່ອດິນມີຄວາມເໝາະສົມຕໍ່ການຈະເລີນເຕີບໂຕຫຼາຍຂື້ນ


2. ການປູກ
– ການກ້ເບ້ຍ ຫຼັງຈາກກຽມໜານກ້າແລ້ວ ໃຫ້ໃຫ້ຫວ່ານແກ່ນພັນໃຫ້ກະຈ່າຍທົ່ວໜານ ແລະ ຫວ່ານ
ປົກດ້ວຍຝຸ່ນຄອກຫຼືຝຸ່ນໝັກ ຫຼື ດິນມຸ່ນລະອຽດໜານປະມານ 1 ຊມ ຫົດນໍ້າດ້ວຍຝັກບົວ ປົກດ້ວຍເຟືອງແຫ້ງຫຼືຫຍ້າແຫ້ງ ແລະວ ຫຸ້ມໜານດ້ວຍຜ້າຂາວຫຼືແຜນຢາງພະລາສະຕິກໃຫ້ປິດປົກໜານໃນເວລາກາງເວັນທີ່ມີແດດກ້າ ຫຼື ຝົນຕົກໜັກເມື່ອຕົ້ນກ້າງອກດີແລ້ວ ໃຫ້ເປີດຜ້າຄຸ້ມອອກໃຫ້ຕົ້ນກ້າທີ່ງອກໃໝ່ໆໄດ້ຮັບແສງແດດໃນຕອນເຊົ້າ ແລະ ຄ່ອຍໆເພີ່ມແສງແດດຂື້ນເທື່ອລະນ້ອຍໆຈົນຕົນກ້າແຂງແຮງສາມາດຮັບແສງແດດທັ້ງວັນ
– ການປູກລົງໜານ ເບ້ຍຫອມທີ່ຍ້າຍມາປູກຕ້ອງມີອາຍຸປະມານ 45-60 ວັນ ດ້ວຍເຫຼືອຕົ້ນທີ່ມີຄວາມແຂງແຮງ ແລະ ສົມບູນດີ ລະຍະປູກທີ່ເໝາະສົມຄື ລະຍະລະຫວ່າງເບ້ຍ 10 ຊມ ແລະ ລະຍະລະຫວ່າງແຖວ 25 ຊມ ການຍ້າຍເບ້ຍມາປູກຄວນຍ້າຍໃນຕອນເຊົ້າແດດອ່ອນ ຫຼື ວັນທີ່ອາກາດມືດຄື້ມ ແລະ ຄວນເຮັດດ້ວຍຄວາມສະມັດລະວັງ ຍ່ອນຮາກລົງໄປໃນຂຸມທີ່ໄດ້ເຮັດໄວ້ແລ້ວ ຕັ້ງເບ້ຍຜັກໃຫ້ຊື່ບີ້ບດິນຂ້າງເຂົ້າກົບໂຄນຕົ້ນໃຫ້ແນ່ນ ແລ້ວຄຸ້ມດ້ວຍເຟືອງຫຼືຫຍ້າແຫ້ງແລ້ວຫົດນໍ້າໃຫ້ຊຸ່ມ


3. ການບົວລະບັດ
– ການໃສ່ຝຸ່ນ ປຸ໋ຍທີ່ແນະນໍາໃນການໃສ່ຄື ປຸ໋ຍສູດ 15-15-15 ຫຼື 21-24-12 ຫຼື ປຸ໋ຍສູດທີ່ໃກ້ຄຽງກັນນີ້ໂດຍໃສ່ໃນປະລິມານ 100-150 ກິໂລ/ໄລ່ ທັ້ງນີ້ຂື້ນຢູ່ກັບຄວາມອຸດົມສົມບູນຂອງດິນຂອງດິນແຕ່ລະບ່ອນ ການໃສ່ໃຫ້ແບ່ງເປັນໃສ່ 2 ຄັ້ງ ເທື່ອທຳອິດໃສ່ເປັນປຸ໋ຍຮອງພື້ນຕອນປູກແລ້ວພວນດິນຖົມ ເທື່ອທີ່ 2 ໃສ່ເມື່ອຕົ້ນຫອມໃຫ່ຍປະມານ 30-40 ວັນ ຫຼັງຍ້າຍເບ້ຍມາປູກ ໂດຍໃສ່ແບບໂຮຍຫ່າງຈາກໂຄນຕົ້ນເລັກນ້ອຍແລ້ວພວນດິນຖົມນ ນອກນັ້ນຍັງສາມາດໃສ່ປຸ໋ຍເສີມອີກ ເຊັ່ນ ປຸ໋ຍແອມໂມນຽມຊັນເຟດ ຫຼື ຍູລຽມເປັນຕົ້ນໃນຊ່ວງລະຫວ່າງການຈະເລີນເຕີບໂຕ
– ການຫົດນໍ້າ ຄວນຫົດນໍ້າຢ່າງພຽງພໍ ແລະ ສະໝໍ່າສະເໝີ ທັ້ງເຊົ້າ ແລະ ແລງໂດຍຫົດແຕ່ພໍຊຸ່ມໂດຍສະເພາະການຈະເລີນເຕີບໂຕຢ່າໃຫ້ຂາດນໍ້າ ເພາະຈະສົ່ງຜົນໃຫ້ຜົນຜະລິດລຸດລົງ ຄວນຫົດນໍ້າລຸດລົງ ແລະ ຫຍຸດຫົດນໍ້າເມື່ອຫົວຫອມເລີ່ມແກ່
– ໃຊ້ເຟື້ອແຫ້ງ ຫຼື ຫຍ້າແຫ້ງປົກບໍລິເວນໂຄນຕົ້ນ ເພາະຫອມຫົວໃຫ່ຍມີລະບົບຮາກຕືນ ການປົກຈະຊ່ວຍຮັກສາຄວາມຊຸມຂອງໜ້າດິນ ນອກນີ້ຍົງຊ່ວຍປ້ອງກັນວັດສະພືດດ້ວຍ
– ການພວນດິນ ແລະ ການກຳຈັດວັດສະພືດ ການພວນດິນຈະຊ່ວຍໃຫ້ດິນຜົງ ດິນມີການລະບາຍນໍ້າ ແລະ ອາກາດດີດີຂື້ນແຕ່ຄວນເຮັດດ້ວຍຄວາມສະມັດລະວັງ ການກຳຈັດວັດສະພືດເຮັດໄປພ້ອມໆກັນກັບການພວນດິນໄດ້ເມື່ອມີວັດສະພືດຂື້ນໃນໄລຍະທຳອິດໃຫ້ຟ້າວກຳຈັດຊຶ່ງອາດໃຊ້ມືຍົກກໍ່ໄດ້ ຖ້າປະໄວ້ວັດສະພືດຂື້ນໜາແນ່ນຈະເຮັດໃຫ້ຍາກໃນການກຳຈັດ ແລະ ສົ່ງຜົນໃຫ້ຜົນຜະລິດລຸດລົງຫຼາຍດ້ວຍ

4. ການເກັບກ່ຽວ
ຜັກບົວຫົວໃຫ່ຍທີ່ປູກໃນບ້ານເຮົາມີອາຍຸເກັບກ່ຽວປະມານ 90-100 ວັນ ຫຼັງຈາກຍ້າຍເບ້ຍລົງໜານ ຄວນເລີ່ມເກັບກ່ຽວເມື່ອໃບຫອມບົວເລີ່ມຄາຍກາບໃບອອກ ແລະ ສີຂອງໃບເລີ່ມປ່ຽນແປງເປັນສີເທົາເປືອກຫຸ້ມຫົວຊັ້ນນອກເລີ່ມແຫ້ງເປັນສີນໍ້າຕານ
ຫຼັງຈາກຫຼົກຕົ້ນຫອມຂື້ນມາແລ້ວ ຄວນວາງສ່ວນໃບສ່ວນຂອງຫົວຕໍ່ໆກັນໄປເພື່ອປ້ອງກັນແດດເຜົາ ໃຫ້ຕາກຫົວຫອມໄວ້ໃນໜານປະມານ 5-7 ວັນຈົນກະທັງໃບຫອມ ແລະ ຕົ້ນຫອມແຫ້
ເມື່ອຕາກຫົວຫອມຈົນໄດ້ທີແລ້ວໃຫ້ໃຊ້ມີດຫຼືມີດຕັດ ຕັດສ່ວນຄໍຕົ້ນຫອມຫ່າງຈາກຫົວປະມານ 2-3 ຊມ ຈະເຮັດໃຫ້ສາມາດເກັບຮັກສາໄດ້ດົນຂື້ນ ແລະ ປ້ອງກັນບໍ່ໃຫ້ເຊື້ອພະຍາດເຂົ້າທຳລາຍໄດ້ງ່າຍ


ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອຸດົມ ໂພໄຊສຸກ ປື້ມຄູ່ມືການປູກຜັກກິນດອກ ແລະ ຫົວ
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດິໂອ: