Monthly Archives: March 2019

ເຂົ້າຝ້າງ2

ແນວພັນທີ2
ຊື່ພາສາລາວ: ເຂົ້າຝ້າງ
ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP70148 (GOLDEN LIGHT SORGHUM)
• ຄວາມສູງ: 151.4 ຊມ
• ຈໍານວນໜໍ່: 1 ໜໍ່
• ຄວາມຍາວຮວງ: 21.4 ຊມ
• ຄວາມໜາລຳຕົ້ນ: 6 ມມ
• ຄວາມຍາວໃບ: 50.6 ຊມ
• ຄວາມກວ້າງໃບ: 4.9 ຊມ
• ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:
1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າຝ້າງ1

ແນວພັນທີ1
ຊື່ພາສາລາວ: ເຂົ້າຝ້າງ
ຊື່ພາສາອັງກິດ: Sorghum
ຕະກູນ: Poaceae
ຊະນິດ: S. bicolor
ຊື່ວິທະຍາສາດ: Sorghum bicolor L.
ລັກສະນະທົ່ວໄປ: ເຂົ້າຝ້າງຈັດຢູ່ໃນອັນດັບຫ້າຂອງພືດອາຫານໂລກຮອງຈາກ: ເຂົ້າ, ເຂົ້າວີດ, ສາລີ ແລະ ເຂົ້າບຣາເລ. ເຂົ້າຝ້າງຄາດວ່າມີຖິ່ນກຳເນີດຢູ່ປະເທດໂອຖິໂອເປຍ, ຈາກນັ້ນໄດ້ແພ່ກະຈາຍໄປຕາມເສັ້ນທາງການຄ້າຫລືການເດີນເຮືອ. ເຂົ້າຝ້າງຈັດຢູ່ໃນພືດຕະກູນຫຍ້າ, ມີອາຍຸໜຶ່ງປີ, ຕົ້ນດຽວຫລືແຕກກໍທີ່ເຫງົ້າ, ມີຮາກພິເສດເປັນຮາກຝອຍ, ລຳຕົ້ນຕັ້ງ, ແຫ້ງຫລືຊຸ່ມນ້ຳ, ມີລົດຈືດ ແລະ ຫວານ, ຂ້າງໃນຂອງລຳຕົ້ນຄ້າຍຄືຟອງນ້ຳ ແລະ ມີຊອງຫວ່າງ, ໃບລຽງສະຫລັບ, ກາບອ້ອມຮອບລຳຕົ້ນເຊິ່ງສ່ວນຂອງກາບຊ້ອນເລື່ອມກັນ, ມີໄຂນວນປົກຄຸມ, ລີ້ນໃບສັ້ນ ແລະ ມີຂົນປົກຫຸ້ມຢູ່ຂອບດ້ານເທິງ, ມີປາກໃບທັງສອງດ້ານ, ດອກເປັນຊໍ, ເມັດຄ້າຍຄືກັບທັນຍະພືດ: ກົມຫລືປາຍມົນ ແລະ ແຫລມ, ໃຊ້ເປັນອາຫານທັງຄົນ, ສັດ ແລະ ນອກນັ້ນຍັງໃຊ້ເປັນນໍ້າມັນເຊື້ອໄຟ.[1]
ຄຸນປະໂຫຍດ:
• ເຂົ້າຝ້າງເປັນພືດອາຫານສັດທີ່ສຳຄັນໃນແອັບຟິກາ, ເອເຊຍ, ສະຫາລັດອາເມລິກາ ແລະ ອັອດສະເຕເລຍ. ປຸງແຕ່ງໄດ້ທັງການຂົ້ວ ແລະ ຕົ້ມ, ໃຊ້ເປັນໂຈກ, ໃຊ້ເຮັດເຂົ້າຈີ່, ຫລືໃຊ້ຜະລິດເບຍໂດຍການນຳເອົາເມັດໄປບົມໃຫ້ງອກ. ເມັດໃຊ້ຜະລິດເຄື່ອງດືມທີ່ມີເເອລກໍຮໍ ແລະ ນ້ຳສົ້ມສາຍຊູ. ລຳຕົ້ນໃຊ້ເປັນວັດຖຸໃນກໍ່ສ້າງ, ເຊື້ອໄຟ ແລະ ອາຫານສັດ.[1]
• ໃຊ້ເປັນຢາຂັບນ້ຳປັດສະວະໂດຍການນຳເອົາເມັດແຫ້ງປະມານ 30-60 ກລາມ ຫລື ຮາກແຫ້ງປະມານ 15-30 ກລາມ (ຖ້າເປັນຮາກສົດແມ່ນໃຊ້ 30-60 ກລາມ) ນຳມາຕົ້ມກັບນ້ຳດືມ.
• ໃນຜູ້ຍິ່ງຕົກເລືອດໃນເວລາເກີດລູກໃຫມ່ໃຫ້ໃຊ້ຮາກສົດປະມານ 7 ຕົ້ນ(ປະມານ 30-60 ກລາມ) ຜະສົມກັບນ້ຳຕານຊາຍແດງປະມານ 15 ກລາມແລ້ວຕົ້ມກັບນໍ້າດືມຈະຊ່ວຍບັນເທົາອາການລົງໄດ້
• ໃຊ້ເປັນຢາຮັກສາພະຍາດອະຫິວາ, ບິດ, ຊ່ວຍສະໝານລຳໃສ້ ແລະ ກະເພາະອາຫານດ້ວຍການໃຊ້ເມັດແຫ້ງປະມານ 30-60 ກລາມ ນໍາມາຕົ້ມກັບນໍ້າດື່ມ[2]
ລັກສະນະປະຈຳພັນ:
• ແນວພັນ: JP331 (TAKAKIBI)
• ຄວາມສູງ: 138.7 ຊມ
• ຈຳນວນໜໍ່: 2 ໜໍ່
• ຄວາມຍາວຮວງ: 23.9 ຊມ
• ຄວາມໜາລຳຕົ້ນ: 9.2 ມມ
• ຄວາມຍາວໃບ: 51 ຊມ
• ຄວາມກວ້າງໃບ: 5.5 ຊມ
ອາຍຸ: ຮູ້ສຶກແສງຈະອອກດອກຢູ່ໃນຊ່ວງແສງກາງເວັນສັ້ນກ່ອນສິບເອັດຊົ່ວໂມງ
ເອກະສານອ້າງອີງ:
1. Field crops production in Thailand, Field crops research institute, Department of agriculture, Ministry of agriculture and co-operatives, Bangkok, Thailand. pp 19-25
2. ໜັງສືພະຈານານຸກົມສະໝຸນໄພໄທ, ສະບັບພິມຄັ້ງທີ່ 5. (ດຣ ວິດທຽງບຸນນະທຳ). “ເຂົ້າຝ້າງສະໝຸດໂຄດົມ”. ໜ້າ 120-124
3. https://th.wikipedia.org/wiki

ແຫຼ່ງຂໍ້ມູນ:https://th.wikipedia.org/wiki
ຮູບພາບຈາກ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ເຂົ້າປ່າ NIVARA

ຊື່ພາສາລາວ: ເຂົ້າປ່າ
ຊື່ພາສາອັງກິດ: Wild Rice
ຕະກູນ: Poaceae
ຊະນິດ: O. nivara
ຊື່ວິທະຍາສາດ: Oryza nivara L.
ລັກສະນະທົ່ວໄປ: ເຂົ້າປ່າແມ່ນສາມາດແບ່ງອອກເປັນຫລາຍຊະນິດ, ໃນແຕ່ລະຊະນິດຈະມີຫລາຍລັກສະນະ ແລະ ກໍ່ມີຄວາມສຳຄັນຫລາຍຢ່າງແຕກຕ່າງກັນອອກໄປຂອງຊະນິດນັ້ນໆ. ເຂົ້າປ່າແມ່ນເປັນບັນພະບູລຸດຂອງເຂົ້າໃນປະຈຸບັນ, ເປັນເຂົ້າອີກຊະນິດໜຶ່ງທີ່ມີໃນທຳມະຊາດເຊິ່ງສາມາດເກີດຂື້ນໄດ້ໃນບ່ອນຫລູບ ແລະ ບ່ອນໂນນ, ເຂົ້າປ່າເຖິ່ງຈະມີຫລາຍຊະນິດ ແລະ ຫລາຍລັກສະນະທີ່ແຕກຕ່າງກັນແຕ່ມີບ່າງລັກສະນະ ທີ່ຄືກັນນັ້ນແມ່ນເມັດຂອງເຂົ້າປ່າໃນໜຶ່ງຮວງແມ່ນສຸກແກ່ບໍ່ພ້ອມກັນເຊັ່ນ: ໃນເຂົ້າປ່າຮວງໜຶ່ງເມັດຈະແກ່ໃນ 9 ຫາ 30 ວັນ. ເມື່ອເວລາເມັດແກ່ແລ້ວກໍ່ຈະຫລົນ, ເມັດຈະມີລັກສະນະການພັກໂຕທີ່ແຕກຕ່າງກັນຫລາຍເລີ່ມແຕ່ບໍ່ມີການພັກໂຕຈົນໄປຮອດຫລາຍປີ, ເມັດເຂົ້າເປືອກ ແລະ ເຂົ້າກ້ອງຈະມີຫລາກຫລາຍສີ, ເມັດອາດມີຫາງຍາວເຖິງ 10 ເທົ່າຂອງຄວາມຍາວເມັດຂອງມັນ ແລະ ກໍ່ຍັງມີຫລາຍສີ[1]. ຢູ່ທີ່ລາວເຮົາແມ່ນພົບເຫັນຢູ່ 5 ຊະນິດ,
ແຫລງພົບເຫັນ:ພົບເຫັນຢູ່ຕາມທຳມະຊາດ, ທາງທິດຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນອອກຊຽງໃຕ້ຂອງທະວີບ ເອເຊຍເຊັ່ນ: Bangladest, Cambodia, China, India, Lao, Malasia, Myanmar, Nepal, Srilanka, Thailand and Vietnam.
ຄວາມແຕກຕ່າງຂອງເຂົ້າ ແລະ ເຂົ້າປ່າ:

ເຂົ້າ ເຂົ້າປ່າ
• ເມັດຍາວ
• ບໍ່ມີຫາງ
• ອອກຮວງໃກ້ຄຽງກັນ ແລະ ສຸກແກ່ພ້ອມກັນທັງຮວງ
• ມີເມັດເຕັມຫລາຍກ່ອນ 95%
• ເມັດຫລົນປານກາງ
• ເມັດມີການພັກໂຕ 6-8 ອາທິດ
• ເມັດສັ້ນປ້ອມ
• ຫາງຍາວກວ່າ 10 ເທົ່າຂອງເມັດ
• ອອກຮວງບໍ່ພ້ອມກັນ
• ສຸກແກ່ບໍ່ພ້ອມກັນພາຍໃນຮວງ
• ມີເມັດເຕັມແຕ່ 50-95%
• ເມັດຫລົນງ່າຍຫາຫລົນຍາກ
• ເມັດບໍ່ພັກໂຕຫາພັກໂຕສິບປີ[2]

ລັກສະນະປະຈຳພັນຂອງ Nivara:
• ສະຖານທີ່: ພົບເຫັນຢູ່ຕາມໜອງນ້ຳທຳມະຊາດ
• ອາຍຸ: ປີດຽວ, ອອກດອກແລ້ວຕາຍ
• ຂະຫຍາຍພັນ: ເມັດ[4]
• ຄວາມສູງ: ຕ່ຳ-ປານກາງ
• ຮວງ: ແໜ້ນ-ປານກາງ
• ເມັດຍາວ: 6-10.4 ມມ
• ເມັດກວ້າງ: 1.9-3.4 ມມ
• ຫາງຍາວ: 4-10 ຊມ
• ເກສອນຜູ້ຍາວ: 1.5-3 ມມ

ເອກະສານອ້າງອີງ:
1. ອົງຄວາມຮູ້ເລື່ອງເຂົ້າ, ສຳນັກວິໃຈແລະພັດທະນາເຂົ້າ, ກົມການເຂົ້າ
2. www.ricethailand.go.th/info_riceknowledge.htm
3. https://en.wikipedia.org/wiki/Oryza_nivara
4. Rice in Laos pp 223.

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ການຄົ້ນຄ້ວາກ່ຽວກັບພັນແບ້ພື້ນເມືອງ

4. ການຄົ້ນຄ້ວາກ່ຽວກັບແບ້ພັນພື້ນເມືອງລາວ
4.1 ການຈັດຈຳແນກແບ້ (Classification)
ການຈັດຈຳແນກແບ້ໃນໂລກນີ້ ແມ່ນປະກອບມີໂຄງຮ່າງຫລັກດັ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ອານາຈັກ (Kingdom) Animalia ອານາຈັກສັດ
ປະເພດຍ່ອຍ (Subphylum) Vertebrata ມີກະດູກສັນຫລັງ ແລະ ມີເລືອດ
ຊັ້ນ (Class) Mummalia ເປັນສັດເລືອດອຸ່ນ ແລະ ລ້ຽງລູກດ້ວຍນົມ
ອັນດັບ (Order) Artiodactyla ຕີນມີລັກສະນະເປັນກີບຄູ່
ຄອບຄົວ (Family) Bodivae ເປັນສັດກະເພາະລວມ ກິນອາຫານຫຍາບເປັນຫລັກ ແລະ ຄ້ຽວເອື້ອງ
ຕະກຸນ (Genus) Capra ເປັນສັດໃນສະກຸນ ງົວ, ຄວາຍ, ແກະ, ແບ້
ຊະນິດ (Species) Capra ແບ້
ສາຍພັນ hircus

4.2 ຄຸນລັກສະນະຂອງແບ້ພື້ນເມືອງລາວ
ແບ້ໃນ ສປປ ລາວທີ່ນິຍົມກັນລ້ຽງ ສ່ວນໃຫຍ່ແມ່ນພັນພື້ນເມືອງ ທີ່ສາມາດພົບເຫັນໃນພາກຕ່າງໆຂອງປະເທດ, ມີລັກສະນະຄ້າຍຄືແບ້ “Katjang” ທີ່ພົບເຫັນໃນບັນດາປະເທດແຖບອາຊີໃຕ້, ມີສີ ແລະ ຂະໜາດແຕກຕ່າງກັນເຊັ່ນ: ສີດຳ, ສີນ້ຳຕານອ່ອນ, ແດງ, ດ່າງ, ຫູຕັ້ງ ແລະ ມີຂະໜາດນ້ອຍ. ແບ້ແມ່ພັນຈະເກີດລູກເທື່ອທຳອິດເມື່ອອາຍຸປະມານ 1 ປີ ແລະ ສ່ວນໃຫຍ່ຈະໃຫ້ລູກ 1 ໂຕ, ສ່ວນຄັ້ງຕໍ່ໄປແມ່ນຈະໃຫ້ລູກ 2 ແລະ ບາງຄັ້ງກໍ່ 3 ໂຕ. ໃຫ້ລູກສະເລ່ຍ 2.1 ໂຕ/ຊອກ ແລະ 1.4 ຊອກ/ປີ. ນ້ຳໜັກເກີດໃໝ່ຈະມີປະມານ 1.5±0.09 ກິໂລກຼາມສຳລັບເພດຜູ້ ແລະ 1.1±0.06 ກິໂລກຼາມສຳລັບເພດແມ່. ນ້ຳໜັກເມື່ອຢ່ານົມຈະມີປະມານ 9.7±0.49 ກິໂລກຼາມ ແລະ 14.8±0.55 ກິໂລກຼາມ ເມື່ອຂຶ້ນເພດຄັ້ງທຳອິດ. ນ້ຳໜັກໂຕເມື່ອເຕັມກະສຽນມີປະມານ 35.8±1.34 ກິໂລກຼາມ ສຳລັບເພດຜູ້ ແລະ 31.4±0.95 ກິໂລກຼາມສຳລັບເພດແມ່. ແບ້ພັນພື້ນເມືອງມີຮູບຮ່າງ ແລະ ຂະໜາດຂອງລຳໂຕນ້ອຍ ແຕ່ເປັນພັນທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ໂດຍສະເພາະຕໍ່ກັບອາຫານທີ່ມີຄຸນນະພາບຕ່ຳ. ການຄົ້ນຄວ້າລະອຽດກ່ຽວກັບສາຍພັນ, ຄຸນລັກສະນະທາງດ້ານການຜະລິດຕ່າງໆແມ່ນມີບົດບາດສຳຄັນໃນການຍົກຜະລິດຕະພາບຂອງການລ້ຽງແບ້. (ພອນປະເສີດ ເພັງສະຫວັນ ແລະ ຄະນະ, 2004).
3. ຜົນຂອງການຄົ້ນຄວ້າກ່ຽວກັບອາຫານແບ້
ສູນຄົ້ນຄ້ວາການລ້ຽງສັດ ໃນໄລຍະຜ່ານມາແມ່ນໄດ້ສຸມໃສ່ການທົດລອງທາງດ້ານອາຫານເປັນຫລັກ, ຊຶ່ງຜົນໄດ້ຮັບຈາກການຄົ້ນຄ້ວາ ແມ່ນມີລາຍລະອຽດດັ່ງຕໍ່ໄປນີ້: ຈາກການທົດລອງນຳໃຊ້ໃບມັນຕົ້ນສົດ ຫຼື ແຫ້ງ)Manihot esculenta, Grantz) ເພື່ອນຳໃຊ້ເປັນແຫຼ່ງໂປຣຕີນຕໍ່ການຈະເລີນເຕີບໂຕຂອງແບ້ພື້ນເມືອງ ທີ່ມີນ້ຳໜັກໂຕສະເລ່ຍ 10.28 ກິໂລກຼາມ ໂດຍເກືອຫຍ້າແກມບາ (Andropogon gayanus cv. Kent) ຫຼື ອ້ອຍ (Saccharum officinarum) ເປັນອາຫານຫຼັກ ພົບວ່າ ແບ້ທີ່ກິນໃບມັນຕົ້ນສົດ ມີອັດຕາການຈະເລີນເຕີບໂຕຕໍ່ວັນສູງກວ່າແບ້ທີ່ກິນໃບໃນຕົ້ນແຫ້ງ ແລະ ແບ້ທີ່ກິນຫຍ້າແກມບາ ມີອັດຕາການຈະເລີນເຕີບໂຕສູງກວ່າແບ້ທີ່ກິນອ້ອຍເປັນອາຫານຫຼັກ, ຊຶ່ງມີລາຍລະອຽດໃນຕາຕະລາງ 1 ແລະ ຮູບສະແດງທີ່ 1 (ບຸນຖາວອນ ກຸນນະວົງສາ, 2010).

ຕາຕະລາງ 1. ການປ່ຽນແປງນໍ້າຫນັກ ແລະ ການແລກປ່ຽນອາຫານຕໍ່ນໍ້າຫນັກເພີ້ມຂອງແບ້

ເນື້ອໃນລາຍການ ຫຍ້າແກມບາ+ ໃບມັນຕົ້ນແຫ້ງ ຫຍ້າແກມບາ+ ໃບມັນຕົ້ນສົດ ອ້ອຍ+ ໃບມັນຕົ້ນແຫ້ງ ອ້ອຍ+ ໃບມັນຕົ້ນສົດ  SE
ຈຳນວນແບ້ທົດລອງ, ໂຕ 6 6 6 6 6
ນ້ຳໜັກເລີ້ມຕົ້ນ, ກິໂລກຼາມ 10.7 11.4 11.5 10.7 0.55
ນ້ຳໜັກສຸດທ້າຍ, ກິໂລກຼາມ 12.8 14.0 13.3 13.3 0.52
ການເພີ້ມນ້ຳໜັກຕໍ່ວັນ, ກຼາມ 44.7a 59.2b 40.7a 56.3b 5.10
ການແລກປ່ຽນອາຫານຕໍ່ນໍ້າຫນັກເພີ້ມ 16.3 9.10 12.4 6.24 1.67

a, b, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

ຮູບສະແດງທີ່1: ອັດຕາການຈະເລີນເຕີບໂຕຂອງແບ້ທີ່ກິນຫຍ້າແກມບາ ແລະ ອ້ອຍເປັນອາຫານຫຼັກ ແລະ ເສີມດ້ວຍໃບມັນຕົ້ນແຫ້ງ ແລະ ໃບມັນຕົ້ນດິບ, ກຼາມ/ວົນ

     

ພອນປະເສີດ ເພັງສະຫວັນ ແລະ ຄະນະ (2004) ໄດ້ລາຍງານວ່າ: ການນຳໃຊ້ຫຍ້າແກມບາ (Andropogon gayanus cv. Kent) ເປັນອາຫານຫຼັກ ແລະ ເສີມຖົ່ວສະໄຕໂລ (Stylosanthes quianensis CIAT 184) ເປັນແຫຼ່ງໂປຣຕີນໃນລະດັບທີ່ແຕກຕ່າງກັນ (0, 20, 30 ແລະ 40%) ເຮັດໃຫ້ການຈະເລີນເຕີບໂຕຂອງແບ້ຜູ້ພື້ນເມືອງທີ່ມີນ້ຳໜັກສະເລ່ຍ 12.4±0.22 ກິໂລກຼາມ, ສາມາດເພີມນໍ້າຫນັກໃນລະດັບຕ່າງກັນແຕ່ 27 ຫາ 70 ກຼາມ ຕໍ່ ວັນ. ແຕ່ແບ້ທີ່ໄດ້ກິນຖົ່ວສະໄຕໂລ ໃນລະດັບ 40% ແມ່ນ ມີນໍ້າຫນັກເພີມສູງເຖິງ 70 ກຼາມ/ວັນ. ການຈະເລີນເຕີບໂຕຂອງແບ້ພື້ນເມືອງ ແມ່ນ ໄດ້ສະແດງໃນຮູບສະແດງທີ່ 2 ລຸ່ມນີ້:

ຮູບສະແດງທີ່2: ການຈະເລີນເຕີບໂຕຂອງແບ້ພື້ນເມືອງທີ່ໃຫ້ຫຍ້າແກມບາ ແລະ ການເສີມຖົ່ວສະໄຕໂລໃນລະດັບທີ່ແຕກຕ່າງກັນ
ວັນທອງ ແພງວິຈິດ, 2007 ໄດ້ລາຍງານກ່ຽວກັບການນຳໃຊ້ໃບມັນຕົ້ນແຫ້ງ (Manihot esculenta, Grantz) ເປັນແຫຼ່ງໂປຣຕີນ ໃນລະດັບທີ່ແຕກຕ່າງກັນ (0, 20, 30 ແລະ 40%) ໂດຍໃຊ້ຫຍ້າແກມບາ (Andropogon gayanus cv. Kent) ເປັນອາຫານຫຼັກຕໍ່ກັບການຈະເລີນເຕີບໂຕຂອງແບ້ຜູ້ພື້ນເມືອງທີ່ມີນ້ຳໜັກສະເລ່ຍ 14.5 kg ສະແດງໃຫ້ເຫັນວ່າ ກຸ່ມທີ່ເສີມໃບມັນຕົ້ນແຫ້ງ 40% ເຮັດໃຫ້ອັດຕາການກິນໄດ້ທາດແຫ້ງ, ການຍ່ອຍໄດ້ດີກວ່າຈຸທົດລອງອື່ນໆ ແລະ ມີອັດຕາການຈະເລີນເຕີບໂຕສູງເຖິງ 55 ກຼາມ/ວັນ ດັ່ງຮູບສະແດງທີ່ 3ຕໍ່ລົງໄປນີ້:

ຮູບສະແດງທີ່3: ການຈະເລີນເຕີບໂຕຂອງແບ້ພື້ນເມືອງທີ່ໃຫ້ຫຍ້າແກມບາ ແລະ ການເສີມໃບມັນຕົ້ນແຫ້ງໃນລະດັບທີ່ແຕກຕ່າງກັນ

   
ສົມຈັນ ຄຳພາວົງ (2011) ໄດ້ລາຍງານກ່ຽວກັບການນຳໃຊ້ໃບປໍສາທີ່ມີໂປຣຕີນ 24.1% (Paper mulberry) ເປັນອາຫານເສີມໃນລະດັບທີ່ແຕກຕ່າງກັນ 0, 5, 15 ແລະ 25% ຂອງຈຳນວນທາດແຫ້ງທີ່ກິນໄດ້ ໂດຍມີຫຍ້າກີນີ (Panicum maximum cv Guinea) ເປັນອາຫານຫຼັກ (ໂປຣຕີນ 9.7%) ໃຫ້ແກ່ແບ້ຜູ້ລຸ້ນພື້ນເມືອງເພດຜູ້ທີ່ມີນ້ຳໜັກສະເລ່ຍ 25.3±3.1 kg ສະແດງໃຫ້ເຫັນວ່າ ກຸ່ມທີ່ເສີມ 25% ມີອັດຕາການຈະເລີນເຕີບໂຕສູງ 53 ກຣາມ/ວັນ. ດັ່ງມີລາຍລະອຽດໃນຮູບສະແດງທີ່ 4:

ຮູບສະແດງທີ່4: ການຈະເລີນເຕີບໂຕຂອງແບ້ພື້ນເມືອງທີ່ໃຫ້ຫຍ້າກີນີ ແລະ ການເສີມໃບປໍສາອ່ອນໃນລະດັບທີ່ແຕກຕ່າງກັນ

 

ເຂົ້າປ່າ RUFIPOGON

ຊື່ພາສາລາວ: ເຂົ້າປ່າ
ຊື່ພາສາອັງກິດ: Wild Rice
ຕະກູນ: Poaceae
ຊະນິດ: O. rufipogon
ຊື່ວິທະຍາສາດ: Oryza rufipogon L.
ລັກສະນະທົ່ວໄປ: ເຂົ້າປ່າແມ່ນສາມາດແບ່ງອອກເປັນຫລາຍຊະນິດ, ໃນແຕ່ລະຊະນິດຈະມີຫລາຍລັກສະນະ ແລະ ກໍ່ມີຄວາມສຳຄັນຫລາຍຢ່າງແຕກຕ່າງກັນອອກໄປຂອງຊະນິດນັ້ນໆ. ເຂົ້າປ່າແມ່ນເປັນບັນພະບູລຸດຂອງເຂົ້າໃນປະຈຸບັນ, ເປັນເຂົ້າອີກຊະນິດໜຶ່ງທີ່ມີໃນທຳມະຊາດເຊິ່ງສາມາດເກີດຂື້ນໄດ້ໃນບ່ອນຫລູບ ແລະ ບ່ອນໂນນ, ເຂົ້າປ່າເຖິ່ງຈະມີຫລາຍຊະນິດ ແລະ ຫລາຍລັກສະນະທີ່ແຕກຕ່າງກັນ ແຕ່ມີບ່າງລັກສະນະທີ່ຄືກັນນັ້ນແມ່ນເມັດຂອງເຂົ້າປ່າໃນໜຶ່ງຮວງແມ່ນສຸກແກ່ບໍ່ພ້ອມກັນເຊັ່ນ: ໃນເຂົ້າປ່າຮວງໜຶ່ງເມັດຈະແກ່ໃນ 9 ຫາ 30 ວັນ. ເມື່ອເວລາເມັດແກ່ແລ້ວກໍ່ຈະຫລົນ, ເມັດຈະມີລັກສະນະການພັກໂຕທີ່ແຕກຕ່າງກັນຫລາຍເລີ່ມແຕ່ບໍ່ມີການພັກໂຕຈົນໄປຮອດຫລາຍປີ, ເມັດເຂົ້າເປືອກ ແລະ ເຂົ້າກ້ອງຈະມີຫລາກຫລາຍສີ, ເມັດອາດມີຫາງຍາວເຖິງ 10 ເທົ່າຂອງຄວາມຍາວເມັດຂອງມັນ ແລະ ກໍ່ຍັງມີຫລາຍສີ[1]. ຢູ່ທີ່ລາວເຮົາແມ່ນພົບເຫັນຢູ່ 5 ຊະນິດ,
ແຫຼ່ງພົບເຫັນ:ພົບເຫັນຢູ່ຕາມທຳມະຊາດ, ທາງທິດຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນອອກຊຽງໃຕ້ຂອງທະວີບ ເອເຊຍເຊັ່ນ: Bangladest, Cambodia, China, India, Lao, Malasia, Myanmar, Nepal, Srilanka, Thailand and Vietnam.[3]

ຄວາມແຕກຕ່າງຂອງເຂົ້າ ແລະ  ເຂົ້າປ່າ:

ເຂົ້າ ເຂົ້າປ່າ
 • ເມັດຍາວ
• ບໍ່ມີຫາງ
• ອອກຮວງໃກ້ຄຽງກັນ ແລະ ສຸກແກ່ພ້ອມກັນທັງຮວງ
• ມີເມັດເຕັມຫລາຍກ່ອນ 95%
• ເມັດຫລົນປານກາງ
• ເມັດມີການພັກໂຕ 6-8 ອາທິດ
 • ເມັດສັ້ນປ້ອມ
• ຫາງຍາວກວ່າ 10 ເທົ່າຂອງເມັດ
• ອອກຮວງບໍ່ພ້ອມກັນ
• ສຸກແກ່ບໍ່ພ້ອມກັນພາຍໃນຮວງ
• ມີເມັດເຕັມແຕ່ 50-95%
• ເມັດຫລົນງ່າຍຫາຫລົນຍາກ
• ເມັດບໍ່ພັກໂຕຫາພັກໂຕສິບປີ[2]

ລັກສະນະປະຈຳພັນຂອງ Rufipogon:
• ສະຖານທີ່: ພົບເຫັນຢູ່ຕາມໜອງນ້ຳທຳມະຊາດ
• ອາຍຸ: ຂ້າມປີ
• ອອກດອກ: ທ້າຍເດືອນ10-ທ້າຍເດືອນ1
• ຂະຫຍາຍພັນ: ຂໍ້ລຳຕົ້ນ ແລະ ເມັດ
• ຄວາມສູງ: 150 ຊມ ຫລືຫລາຍກ່ອນຊື້ນກັບຄວາມເລິກຂອງນ້ຳ
• ຮວງ: ປານກາງ-ເປີດ
• ເມັດຍາວ: 6-10.4 ມມ
• ເມັດກວ້າງ: 1.9-3.4 ມມ
• ຫາງຍາວ: 4-10 ຊມ
• ເກສອນຜູ້ຍາວ: 1.5-3 ມມ

ເອກະສານອ້າງອີງ:
1. ອົງຄວາມຮູ້ເລື່ອງເຂົ້າ, ສຳນັກວິໃຈແລະພັດທະນາເຂົ້າ, ກົມການເຂົ້າ
2. www.ricethailand.go.th/info_riceknowledge.htm
3. https://en.wikipedia.org/wiki/Oryza_rufipogon
4. Rice in Laos pp223

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າໜຽວທ່າດອກຄຳ8 (TDK8)

ຊື່ແນວພັນ: ທ່າດອກຄຳ8 (TDK8)
ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມພັນ: RD10/TDK1
ປະຫວັດພັນເຂົ້າ: ເປັນແນວພັນທີ່ໄດ້ຈາກຄູ່ປະສົມຂອງສູນຄົ້ນຄວ້າກະສິກຳຄູ່ທີ່ 37 ໄດ້ຈາກການປະສົມພັນລະຫວ່າງເຂົ້າໜຽວຂອງໄທ (RD10) ກັບເຂົ້ົາພັນປັບປຸງລາວຄືທ່າດອກຄຳ1ໂດຍວິທີປັບປຸງພັນແບບມາດຕະຖານ (Conventional Breeding) ເລີ່ມຕົ້ນໃນປີ 1996 ຈົນໄດ້ສາຍພັນດີເດັ່ນຄື: TDK37-B-3-2-1-B
ການຮັບຮອງພັນ: ກົມປູກຟັງອອກແນວພັນພືດສົ່ງເສີມໃນວັນທີ 13 ສິງຫາ 2018
ລັກສະນະປະຈຳພັນ:
– ເປັນເຂົ້າໜຽວຕົ້ນສູງປະມານ 90-115 ຊມ
– ເປັນເຂົ້າບໍ່ຮູ້ສຶກຕໍ່ຊ່ວງແສງອາຍຸແຕ່ມື້ຕົກກ້າຫາມື້ເກັບກ່ຽວແມ່ນ 130-135 ມື້
– ລຳຕົ້ນສີຂຽວຕັ້ງຊື່, ມີຮວງຍາວປານກາງ ຕົ້ນແຂງທົນຕໍ່ການຫັກລົ້ມໄດ້ດີ
– ໄລຍະພັກໂຕຂອງເມັດເຂົ້າ 3 ອາທິດ
– ເມັດເຂົ້າເປືອກແມ່ນສີນ້ຳຕານເຂັ້ມ
– ເມັດເຂົ້າກ້ອງມີລວງຍາວ, ກວ້າງ ແລະ ຄວາມໜາແມ່ນ 7.85 x 2.19×2.83 ມມ
– ປະລິມານທາດອາມີໂລສ <2%
– ຄຸນນະພາບເຂົ້າໜື້ງສຸກອ່ອນນຸ້ມບໍ່ຫອມ
ຜົນຜະລິດ: 3-5 ໂຕ່ນ/ເຮັກຕາ
ລັກສະນະເດັ່ນ:
– ເປັນເຂົ້າໜຽວສາມາດປູກໄດ້ທັງນາປີ ແລະ ນາແຊງ
– ຕ້ານທານດີຕໍ່ພະຍາດເຂົ້າຜູ້, ທົນປານກາງຕໍ່ພະຍາດໃບໄໝ້ ແລະ ຂອບໃບແຫ້ງ
– ຄຸນນະພາບການກີນດີອ່ອນນຸ້ມ, ເຂົ້າເຢັນອຸ່ນຄືນບໍ່ແຫລວ
– ເປີເຊັນເຂົ້າສານສີໄດ້ດີກ່ອນເຂົ້າທ່າດອກຄຳ1
– ທົນປານກາງຕໍ່ປະກົດການເຫລັກ (Fe) ເປັນຜິດ
ຂໍ້ຄວນລະວັງ:
– ບໍ່ທົນທານຕໍ່ພະຍາດຄໍຮວງເໜົ່າ, ເພັ້ຍຈັກຈັ່ນສີນ້ຳຕານ-ສີຂຽວ ແລະ ແມງບົ່ວ
ພື້ນທີ່ແນະນຳ:
– ເໝາະສົມໃນເຂດພາກກາງລວມເຖີງແຂວງຊຽງຂວາງ, ພາກໄຕ້ ແລະ ບາງເຂດໃນເຂດພາກເໜືອໄດ້ແກ່: ແຂວງບໍ່ແກ້ວ, ແຂວງຫລວງນ້ຳທາ, ແຂວງໄຊຍະບຸລີ, ແຂວງອຸດົມໄຊ ແລະ ແຂວງຫລວງພະບາງ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າໜຽວວຽງຈັນ450-2 (VTE450-2)

ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມພັນ: TDK1/TDK7//IR55419-04
ປະຫວັດພັນເຂົ້າ: ເປັນແນວພັນເຂົ້າພັນປັບປຸງຂອງສູນຄົ້ນຄວ້າກະສິກຳ-ນາພອກທີ່ລວບລວມລັກສະນະທີ່ຕ້ອງການຈາກການປະສົມພັນລະຫວ່າງເຂົ້າທ່າດອກຄຳ1 (TDK1) ກັບເຂົ້າທ່າດອກຄໍາ7 (TDK7 ) ແລະ ປະສົມເພີ່ມເຕີມກັບສາຍພັນເຂົ້າອີແອ (IR ) ໄດ້ປະສົມພັນ ແລະ ຄັດເລືອກແບບລວມ (Bulk Method) ທີ່ສູນຄົ້ນຄວ້າກະສິກຳ-ນາພອກ ໃນປີ 1996 ຈົນໄດ້ສາຍພັນດີເດັ່ນຄື: TDK10219-10 ໃນປີ 2008
ການຮັບຮອງພັນ: ກົມປູກຟັງອອກແນວພັນພືດສົ່ງເສີມໃນວັນທີ 13 ສິງຫາ 2018
ລັກສະນະປະຈຳພັນ:
– ເປັນເຂົ້າໜຽວຕົ້ນສູງປານກາງ 110-120 ຊມ
– ເປັນເຂົ້າຮູ້ສຶກຕໍ່ຊ່ວງແສງຕໍ່າອາຍຸຍາວປານກາງ 140-145 ວັນ
– ລຳຕົ້ນສີຂຽວຕັ້ງຊື່, ມີຮວງໃຫຍ່ ຕົ້ນແຂງບໍ່ລົ້ມງ່າຍ
– ໄລຍະພັກໂຕຂອງເມັດເຂົ້າ 3 ອາທິດ
– ເມັດເຂົ້າເປືອກແມ່ນນ້ຳຕານອ່ອນ
– ເມັດເຂົ້າກ້ອງມີລວງຍາວ, ກວ້າງ ແລະ ຄວາມໜາແມ່ນ 7.52 x 2.41×1.91 ມມ
– ປະລິມານທາດອາມີໂລສ <2%
– ຄຸນນະພາບເຂົ້າສຸກອ່ອນນຸ້ມຫອມອ່ອນ
ຜົນຜະລິດ: 3-5 ໂຕ່ນ/ເຮັກຕາ
ລັກສະນະເດັ່ນ:
– ເປັນເຂົ້າໜຽວອ່ອນນຸ້ມຫອມອ່ອນ
– ທົນທານໄດ້ດີຕໍ່ພະຍາດເຂົ້າຜູ້, ທົນປານກາງຕໍ່ເຫລັກເປັນຜິດ, ພະຍາດໃບໄໝ້ ແລະ ຂອບໃບແຫ້ງ
– ກີນແຊບອ່ອນນຸ້ມດີ, ເປັນເຂົ້າເຢັນຍັງຮັກສາຄວາມອ່ອນນຸ້ມຫອມອ່ອນໄດ້ດີພໍສົມຄວນ
ຂໍ້ຄວນລະວັງ:
– ສາມາດປູກນາແຊງໄດ້ແຕ່ຕ້ອງຕົກກ້າລະຫວ່າງກາງເດືອນພະຈິກ-ຕົ້ນເດືອນທັນວາ
ພື້ນທີ່ແນະນຳ:
– ປັບຕົວໄດ້ດີໃນສະພາບດີນມີປະກົດການເຫັລກເປັນຜິດໃນເຂດນາໂຄກ-ນາໂນນ ແລະ ນາທົ່ງຢູ່ພາກກາງ ແລະ ພາກໃຕ້ຂອງລາວເຮົາ, ເໝາະສົມສຳລັບການຜະລິດໃນລະດູນາປີ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າຈ້າວ ວຽງຈັນ450-1 (VTE450-1)

 

 

 

 

 

 

ຊື່ແນວພັນ: ວຽງຈັນ450-1 (VTE450-1)
ຊະນິດເຂົ້າ: ເຂົ້າຈ້າວ
ຄູ່ປະສົມພັນ: IR70177-76-3-1-1/2*KDML105//KDML105///IR70177-76-3-1-1/2*KDML105//KDML105
ປະຫວັດພັນເຂົ້າ: ເປັນແນວພັນເຂົ້າຈ້າວທີ່ລວບລວມລັກສະນະທີ່ຕ້ອງການຈາກພັນເຂົ້າຫອມມະລິ105 (KDML105) ແລະ ສາຍພັນເຂົ້າອີແອ (IR ) ໂດຍການປະສົມພັນຫລາຍດ້ານຈາກສະຖາບັນຄົ້ນຄວ້າເຂົ້າສາກົນທີ່ປະເທດຟີລິບປີນ, ສາຍພັນຄົງຕົວໄດ້ນຳມາປູກຄັດເລືອກທີ່ສູນຄົ້ນຄວ້າທົດລອງເຂົ້າອຸບົນປະເທດໄທເຊີ່ງເປັນຕົວແທນໃຫ້ແກ່ປະເທດລຸ່ມອ່າງແມ່ນ້ຳຂອງມີກຳປູເຈຍ, ລາວ ແລະ ໄທພາຍໃຕ້ໂຄງການຮ່ວມມືໄທ-ອີລີ (Thai-IRRI) ລາວເຮົາໄດ້ເຂົ້າຮ່ວມການຄັດເລືອກໃນທ້າຍລະດູຝົນປີ 1999 ມີທັງໝົດ 100 ສາຍພັນທີ່ວິຊາການລາວໄດ້ຄັດເລືອກໄດ້ ແລະ ໄດ້ນຳມາປູກຄັດເລືອກທີ່ລ໋ອກນາ D1 ທີ່ສູນຄົ້ນຄວ້າກະສິກຳ-ນາພອກໃນລະດູຝົນປີ 2000 ແລະ ຄັດເລືອກເອົາ 3 ສາຍພັນ. ໃນລະດູຝົນປີ 2009ໄດ້ສືບຕໍ່ປູກຄັດເລືອກ ແລະ ເລືອກໄດ້ໜື່ງສາຍພັນຄື: IR77921-60-198-1-2-B
ການຮັບຮອງພັນ: ກົມປູກຟັງອອກແນວພັນພືດສົ່ງເສີມໃນວັນທີ 13 ສິງຫາ 2018
ລັກສະນະປະຈຳພັນ:
– ເປັນເຂົ້າຈ້າວຕົ້ນສູງປະມານ 110-120 ຊມ
– ເປັນເຂົ້າຮູ້ສຶກຕໍ່ຊ່ວງແສງຕໍ່າອາຍຸຍາວປານກາງ 135-140 ວັນ
– ລຳຕົ້ນສີຂຽວຕັ້ງຊື່, ມີຮວງຍາວປານກາງ ຕົ້ນແຂງບໍ່ລົ້ມງ່າຍ
– ໄລຍະພັກໂຕຂອງເມັດເຂົ້າ 3 ອາທິດ
– ເມັດເຂົ້າເປືອກແມ່ນສີເຟືອງ
– ເມັດເຂົ້າສານບໍ່ມີລັກສະນະທ້ອງໄຂ່
– ເມັດເຂົ້າກ້ອງມີລວງຍາວ, ກວ້າງ ແລະ ຄວາມໜາແມ່ນ 8.05 x 2.3×1.9 ມມ
– ປະລິມານທາດອາມີໂລສ 15-17%
– ຄຸນນະພາບເຂົ້າສຸກອ່ອນນຸ້ມຫອມອ່ອນ
ຜົນຜະລິດ: 3-5 ໂຕນ/ເຮັກຕາ
ລັກສະນະເດັ່ນ:
– ເປັນເຂົ້າຈ້າວຫອມອ່ອນ
– ທົນທານຕໍ່ພະຍາດເຂົ້າຜູ້, ທົນປານກາງຕໍ່ເຫລັກເປັນຜິດ, ພະຍາດໃບໄໝ້ ແລະ ຂອບໃບແຫ້ງ
– ກີນແຊບອ່ອນນຸ່ມດີປະໄວ້ດົນຍັງຮັກສາຄວາມອ່ອນນຸ່ມໄດ້ດີພໍສົມຄວນ
ຂໍ້ຄວນລະວັງ:
– ສາມາດປູກນາແຊງໄດ້ແຕ່ຕ້ອງຕົກກ້າລະຫວ່າງກາງເດືອນພະຈິກ-ຕົ້ນເດືອນທັນວາ
ພື້ນທີ່ແນະນຳ:
– ເໝາະສົມສຳລັບການຜະລິດໃນເຂດນາໂຄກ-ນາໂນນ ແລະ ເຂດນາທົ່ງຢູ່ພາກກາງ ແລະ ພາກໃຕ້ຂອງລາວເຮົາ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: 

ເຂົ້າໜຽວໂພນງາມ1

ຊື່ແນວພັນ: ໂພນງາມ 1 (PNG1)
ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມ: UBN6721-13-5-6/IR19660-73-4-2
ທີ່ມາ: IRRI
ຊື່ສາຍພັນ: IR43086-UBN-505-2-3-1
ປະຫວັດພັນເຂົ້າ: ນໍາເຂົ້າມາປູກທົດລອງທີ່ ສປປ ລາວ ແຕ່ປີ 1988. ປູກທົດລອງໃນເງື່ອນໄຂນານໍ້າຝົນ 1993 ແລະ 1994 ປູກທົດລອງທ້ອງຖິ່ນໃນເງື່ອນໄຂຊົນລະປະທານ (ລະດູແລ້ງ) 1994/95 ແລະ1995/96.
ການຮັບຮອງພັນ:
ລັກສະນະປະຈໍາພັນ:
-ມີຄວາມສູງ-ຊຕມ. 100 ຊມ – 120 ວັນ
-ບໍ່ຮູ້ສຶກຕໍ່ຊ່ວງແສງ
-ອາຍຸ 125-130 ວັນ.
-ເມັດເຂົ້າເປືອກສີ ສີນໍ້າຕານ
-ນໍ້າໜັກ 1000 ເມັດ ກຣາມ: 28 ກຣາມ
-ຕອບສະໜອງຕໍ່ຝຸ່ນ Nໄດ້ດີ: ລະດັບປານກາງ
-ລໍາຕົ້ນສີ (ສີໃບ) ຂຽວ
-ໄລຍະການພັກຕົວຂອງເມັດປະມານ ອາທິດ.
-ເມັດເຂົ້າກ່ອງ ລວງກວ້າງ x ລວງຍາວ x ໜາ
-ປະລິມານອາມີໂລສ <2%
-ຄຸນນະພາບເຂົ້າສຸກອ່ອນນຸ້ມດີ
ຜົນຜະລິດ: 3.5-4.5 ໂຕນ/ເຮັກຕາ.
ລັກສະນະເດັ່ນ:
-ເປີເຊັນການສີ. ປະມານ 65%
-ເໝາະສົມສຳລັບນາ ປີ ແລະ ນາແຊງ
-ທົນທານຕໍ່ການທໍາລາຍຂອງພະຍາດຂອງພະຍາດໃບໃໝ້ ແລະ ຂອບໃບແຫ້ງໄດ້ດີ
-ລໍາຕົ້ນ ແຂງແຮງປານກາງ
-ທົນທານຕໍ່ເພັ້ຽຈັກຈັນສີຂຽວໄດ້ດີ
ຂໍ້ຄວນລະວັງ:
-ບໍ່ທົນຕໍ່ການທໍາລາຍຂອງເພັ້ຍຈັກຈັ່ນສີນໍ້າຕານ
ພື້ນທີ່ແນະນໍາ:
-ທົ່ງພຽງພາກກາງ ແລະ ພາກໃຕ້.

ເຂົ້າໜຽວທ່າດອກຄໍາ37

ຊື່ແນວພັນ: TDK37
ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມ: RD10/TDK1
ທີ່ມາ: ສູນຄົ້ນຄວ້າເຂົ້າ
ຊື່ສາຍພັນ: TDK37-B-9-1-3-B
ປະຫວັດພັນເຂົ້າ: ສາຍພັນ TDK37-B-9-1-3-B ແມ່ນຄັດເລືອກຈາກຄູ່ປະສົມພັນທີ37, ພໍ່ແມ່ດຽວກັບທ່າດອກຄຳ8; ປະສົມພັນລະຫວ່າງ ກຂ10 (ແມ່) ແລະ ທ່າດອກຄຳ1 (ພໍ່) ໃນປີ 1996 ທີ່ສູນຄົ້ນຄວ້າກະສິກຳ-ນາພອກ. ເປັນແນວພັນເຂົ້າຕົ້ນເຕັ້ຍປານກາງ, ບໍ່ຮູ້ສຶກຕໍ່ຊ່ວງແສງ, ອາຍຸນັບແຕ່ມື້ຕົກກ້າຫາອອກດອກແມ່ນ 95-105 ມື້. ປູກໄດ້ທັງນາປີ ແລະ ນາແຊງ, ເໝາະສົມໃນເຂດປູກເຂົ້າ 7 ທົ່ງພຽງ ຂອງແຂວງພາກກາງ, ພາກໃຕ້ ແລະ ບາງແຂວງພາກເໜືອເຊັ່ນ: ແຂວງຫຼວງພະບາງ, ໄຊຍະບູລີ, ຫຼວງນໍ້າທາ ແລະ ບໍ່ແກ້ວ. ການທົດລອງການປັບຕົວ ແລະ ຊາວນາມີສ່ວນຮ່ວມໃນເຂດປູກເຂົ້ານາໂຄກ-ນາໂນນ ຂອງພາກກາງ ແລະ ໃຕ້ ຂອງລາວ ປີ 2008-2010 ແມ່ນໃຫ້ສະມັດຕະພາບ ຂ້ອນຂ້າງລື່ນສະມັດຕະພາບສະເລ່ຍລວມຂອງ ທ່າດອກຄໍາ1 ແລະ ທ່າດອກຄຳ8 ໃນລະດັບ 7%; ທີ່ຈຸດທົດລອງແຂວງວຽງຈັນລື່ນ 15%, ຈຳປາສັກລື່ນ 5% ແລະ ທີ່ສະຫວັນນະເຂດ ແມ່ນບໍ່ແຕກຕ່າງກັນ. ການທົດລອງການປັບຕົວໃນນາປີ 2011 ແລະ 2012 ໃນ 5 ຕົວເມືອງ, ທີ່ແຂວງສະຫວັນນະເຂດ (3) ແລະ ແຂວງຈຳປາສັກ (2) ໃນລະດູຝົນ 2011 ແລະ 2012; TDK37-B-9-1-3-B ໃຫ້ສະມັດຕະພາບ ເທົ່າທຽມກັນກັບ ວຽງຈັນ 450-2, ທ່າສະໂນ9, ທ່າດອກຄຳ11; ແລະ ມີທ່າອ່ຽງໃຫ້ສະມັດຕະພາບ ລື່ນທ່າດອກຄຳ1, ທ່າດອກຄຳ8 ແລະ ທ່າສະໂນ3 ແຕ່ບໍ່ແຕກຕ່າງທາງດ້ານສະທິຕິ ແລະ ໃຫ້ສະມັດຕະພາບລື່ນ ແລະ ແຕກຕ່າງທາງດ້ານສະທິຕິກັບ ໂພນ ງາມ1, ໂພນງາມ3 ແລະ ໂພນງາມ5.


ຈຸດດີ: ເປັນແນວພັນທີ່ທົນທານຕໍ່ການທຳລາຍຂອງພະຍາດໃບໄໝ້ ແລະ ຂອບໃບແຫ້ງ ໃນລະດັບປານກາງ ແລະ ທົນທານໄດ້ດີຕໍ່ພະຍາດເຂົ້າຜູ້. ເມັດເຂົ້າເປືອກສີເຟືອງ, ເມັດຍາວຮຽວຄ້າຍຄື ກຂ 10 ແລະ ເປັນທີ່ນິຍົມຂອງກຸ່ມໂຮງສີ; ມີຄຸນນະພາບໃນການສີເຂົ້ານາປີ ແລະ ນາແຊງດີກວ່າ ທ່າດອກຄຳ1; ກິນແຊບອ່ອນນຸ້ມດີແຕ່ບໍ່ຫອມ, ເຂົ້າເຢັນຍັງຮັກສາຄວມອ່ອນນຸ້ມໄວ້ໄດ້ດີ.
ຈຸດອ່ອນຂອງ: TDK37-B-9-1-3-B ແມ່ນບໍ່ທົນທານຕໍ່ການທຳລາຍຂອງພະຍາດຄໍຮວງເນົ່າ, ເພັ້ຍຈັກຈັ່ນສີນໍ້າຕານ ແລະ ສີຂຽວ, ແມງບົ່ວ ແລະ ດ້ວງກໍ; ປັບຕົວບໍ່ໄດ້ດີໃນດິນນາເປັນກົດທີ່ມີປະກົດ ການເຫຼັກເປັນພິດ. ເວລາເຂົ້າສຸກເຕັມທີ່ລຳຕົ້ນເອ່ນ, ຖ້ານານກ່ຽວເຂົ້າຈະລົ້ມ.