ການຄົ້ນຄ້ວາກ່ຽວກັບພັນແບ້ພື້ນເມືອງ

4. ການຄົ້ນຄ້ວາກ່ຽວກັບແບ້ພັນພື້ນເມືອງລາວ
4.1 ການຈັດຈຳແນກແບ້ (Classification)
ການຈັດຈຳແນກແບ້ໃນໂລກນີ້ ແມ່ນປະກອບມີໂຄງຮ່າງຫລັກດັ່ງມີລາຍລະອຽດດັ່ງຕໍ່ໄປນີ້:

ອານາຈັກ (Kingdom) Animalia ອານາຈັກສັດ
ປະເພດຍ່ອຍ (Subphylum) Vertebrata ມີກະດູກສັນຫລັງ ແລະ ມີເລືອດ
ຊັ້ນ (Class) Mummalia ເປັນສັດເລືອດອຸ່ນ ແລະ ລ້ຽງລູກດ້ວຍນົມ
ອັນດັບ (Order) Artiodactyla ຕີນມີລັກສະນະເປັນກີບຄູ່
ຄອບຄົວ (Family) Bodivae ເປັນສັດກະເພາະລວມ ກິນອາຫານຫຍາບເປັນຫລັກ ແລະ ຄ້ຽວເອື້ອງ
ຕະກຸນ (Genus) Capra ເປັນສັດໃນສະກຸນ ງົວ, ຄວາຍ, ແກະ, ແບ້
ຊະນິດ (Species) Capra ແບ້
ສາຍພັນ hircus

4.2 ຄຸນລັກສະນະຂອງແບ້ພື້ນເມືອງລາວ
ແບ້ໃນ ສປປ ລາວທີ່ນິຍົມກັນລ້ຽງ ສ່ວນໃຫຍ່ແມ່ນພັນພື້ນເມືອງ ທີ່ສາມາດພົບເຫັນໃນພາກຕ່າງໆຂອງປະເທດ, ມີລັກສະນະຄ້າຍຄືແບ້ “Katjang” ທີ່ພົບເຫັນໃນບັນດາປະເທດແຖບອາຊີໃຕ້, ມີສີ ແລະ ຂະໜາດແຕກຕ່າງກັນເຊັ່ນ: ສີດຳ, ສີນ້ຳຕານອ່ອນ, ແດງ, ດ່າງ, ຫູຕັ້ງ ແລະ ມີຂະໜາດນ້ອຍ. ແບ້ແມ່ພັນຈະເກີດລູກເທື່ອທຳອິດເມື່ອອາຍຸປະມານ 1 ປີ ແລະ ສ່ວນໃຫຍ່ຈະໃຫ້ລູກ 1 ໂຕ, ສ່ວນຄັ້ງຕໍ່ໄປແມ່ນຈະໃຫ້ລູກ 2 ແລະ ບາງຄັ້ງກໍ່ 3 ໂຕ. ໃຫ້ລູກສະເລ່ຍ 2.1 ໂຕ/ຊອກ ແລະ 1.4 ຊອກ/ປີ. ນ້ຳໜັກເກີດໃໝ່ຈະມີປະມານ 1.5±0.09 ກິໂລກຼາມສຳລັບເພດຜູ້ ແລະ 1.1±0.06 ກິໂລກຼາມສຳລັບເພດແມ່. ນ້ຳໜັກເມື່ອຢ່ານົມຈະມີປະມານ 9.7±0.49 ກິໂລກຼາມ ແລະ 14.8±0.55 ກິໂລກຼາມ ເມື່ອຂຶ້ນເພດຄັ້ງທຳອິດ. ນ້ຳໜັກໂຕເມື່ອເຕັມກະສຽນມີປະມານ 35.8±1.34 ກິໂລກຼາມ ສຳລັບເພດຜູ້ ແລະ 31.4±0.95 ກິໂລກຼາມສຳລັບເພດແມ່. ແບ້ພັນພື້ນເມືອງມີຮູບຮ່າງ ແລະ ຂະໜາດຂອງລຳໂຕນ້ອຍ ແຕ່ເປັນພັນທີ່ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ໂດຍສະເພາະຕໍ່ກັບອາຫານທີ່ມີຄຸນນະພາບຕ່ຳ. ການຄົ້ນຄວ້າລະອຽດກ່ຽວກັບສາຍພັນ, ຄຸນລັກສະນະທາງດ້ານການຜະລິດຕ່າງໆແມ່ນມີບົດບາດສຳຄັນໃນການຍົກຜະລິດຕະພາບຂອງການລ້ຽງແບ້. (ພອນປະເສີດ ເພັງສະຫວັນ ແລະ ຄະນະ, 2004).
3. ຜົນຂອງການຄົ້ນຄວ້າກ່ຽວກັບອາຫານແບ້
ສູນຄົ້ນຄ້ວາການລ້ຽງສັດ ໃນໄລຍະຜ່ານມາແມ່ນໄດ້ສຸມໃສ່ການທົດລອງທາງດ້ານອາຫານເປັນຫລັກ, ຊຶ່ງຜົນໄດ້ຮັບຈາກການຄົ້ນຄ້ວາ ແມ່ນມີລາຍລະອຽດດັ່ງຕໍ່ໄປນີ້: ຈາກການທົດລອງນຳໃຊ້ໃບມັນຕົ້ນສົດ ຫຼື ແຫ້ງ)Manihot esculenta, Grantz) ເພື່ອນຳໃຊ້ເປັນແຫຼ່ງໂປຣຕີນຕໍ່ການຈະເລີນເຕີບໂຕຂອງແບ້ພື້ນເມືອງ ທີ່ມີນ້ຳໜັກໂຕສະເລ່ຍ 10.28 ກິໂລກຼາມ ໂດຍເກືອຫຍ້າແກມບາ (Andropogon gayanus cv. Kent) ຫຼື ອ້ອຍ (Saccharum officinarum) ເປັນອາຫານຫຼັກ ພົບວ່າ ແບ້ທີ່ກິນໃບມັນຕົ້ນສົດ ມີອັດຕາການຈະເລີນເຕີບໂຕຕໍ່ວັນສູງກວ່າແບ້ທີ່ກິນໃບໃນຕົ້ນແຫ້ງ ແລະ ແບ້ທີ່ກິນຫຍ້າແກມບາ ມີອັດຕາການຈະເລີນເຕີບໂຕສູງກວ່າແບ້ທີ່ກິນອ້ອຍເປັນອາຫານຫຼັກ, ຊຶ່ງມີລາຍລະອຽດໃນຕາຕະລາງ 1 ແລະ ຮູບສະແດງທີ່ 1 (ບຸນຖາວອນ ກຸນນະວົງສາ, 2010).

ຕາຕະລາງ 1. ການປ່ຽນແປງນໍ້າຫນັກ ແລະ ການແລກປ່ຽນອາຫານຕໍ່ນໍ້າຫນັກເພີ້ມຂອງແບ້

ເນື້ອໃນລາຍການ ຫຍ້າແກມບາ+ ໃບມັນຕົ້ນແຫ້ງ ຫຍ້າແກມບາ+ ໃບມັນຕົ້ນສົດ ອ້ອຍ+ ໃບມັນຕົ້ນແຫ້ງ ອ້ອຍ+ ໃບມັນຕົ້ນສົດ  SE
ຈຳນວນແບ້ທົດລອງ, ໂຕ 6 6 6 6 6
ນ້ຳໜັກເລີ້ມຕົ້ນ, ກິໂລກຼາມ 10.7 11.4 11.5 10.7 0.55
ນ້ຳໜັກສຸດທ້າຍ, ກິໂລກຼາມ 12.8 14.0 13.3 13.3 0.52
ການເພີ້ມນ້ຳໜັກຕໍ່ວັນ, ກຼາມ 44.7a 59.2b 40.7a 56.3b 5.10
ການແລກປ່ຽນອາຫານຕໍ່ນໍ້າຫນັກເພີ້ມ 16.3 9.10 12.4 6.24 1.67

a, b, ຄ່າສະເລັ່ຍຢູ່ໃນແຖວດຽວກັນ ທີ່ມີສັນຍາລັກຕົວອັກສອນຕ່າງກັນ ແມ່ນມີຄວາມແຕກຕ່າງກັນ (P<0.05)

ຮູບສະແດງທີ່1: ອັດຕາການຈະເລີນເຕີບໂຕຂອງແບ້ທີ່ກິນຫຍ້າແກມບາ ແລະ ອ້ອຍເປັນອາຫານຫຼັກ ແລະ ເສີມດ້ວຍໃບມັນຕົ້ນແຫ້ງ ແລະ ໃບມັນຕົ້ນດິບ, ກຼາມ/ວົນ

     

ພອນປະເສີດ ເພັງສະຫວັນ ແລະ ຄະນະ (2004) ໄດ້ລາຍງານວ່າ: ການນຳໃຊ້ຫຍ້າແກມບາ (Andropogon gayanus cv. Kent) ເປັນອາຫານຫຼັກ ແລະ ເສີມຖົ່ວສະໄຕໂລ (Stylosanthes quianensis CIAT 184) ເປັນແຫຼ່ງໂປຣຕີນໃນລະດັບທີ່ແຕກຕ່າງກັນ (0, 20, 30 ແລະ 40%) ເຮັດໃຫ້ການຈະເລີນເຕີບໂຕຂອງແບ້ຜູ້ພື້ນເມືອງທີ່ມີນ້ຳໜັກສະເລ່ຍ 12.4±0.22 ກິໂລກຼາມ, ສາມາດເພີມນໍ້າຫນັກໃນລະດັບຕ່າງກັນແຕ່ 27 ຫາ 70 ກຼາມ ຕໍ່ ວັນ. ແຕ່ແບ້ທີ່ໄດ້ກິນຖົ່ວສະໄຕໂລ ໃນລະດັບ 40% ແມ່ນ ມີນໍ້າຫນັກເພີມສູງເຖິງ 70 ກຼາມ/ວັນ. ການຈະເລີນເຕີບໂຕຂອງແບ້ພື້ນເມືອງ ແມ່ນ ໄດ້ສະແດງໃນຮູບສະແດງທີ່ 2 ລຸ່ມນີ້:

ຮູບສະແດງທີ່2: ການຈະເລີນເຕີບໂຕຂອງແບ້ພື້ນເມືອງທີ່ໃຫ້ຫຍ້າແກມບາ ແລະ ການເສີມຖົ່ວສະໄຕໂລໃນລະດັບທີ່ແຕກຕ່າງກັນ
ວັນທອງ ແພງວິຈິດ, 2007 ໄດ້ລາຍງານກ່ຽວກັບການນຳໃຊ້ໃບມັນຕົ້ນແຫ້ງ (Manihot esculenta, Grantz) ເປັນແຫຼ່ງໂປຣຕີນ ໃນລະດັບທີ່ແຕກຕ່າງກັນ (0, 20, 30 ແລະ 40%) ໂດຍໃຊ້ຫຍ້າແກມບາ (Andropogon gayanus cv. Kent) ເປັນອາຫານຫຼັກຕໍ່ກັບການຈະເລີນເຕີບໂຕຂອງແບ້ຜູ້ພື້ນເມືອງທີ່ມີນ້ຳໜັກສະເລ່ຍ 14.5 kg ສະແດງໃຫ້ເຫັນວ່າ ກຸ່ມທີ່ເສີມໃບມັນຕົ້ນແຫ້ງ 40% ເຮັດໃຫ້ອັດຕາການກິນໄດ້ທາດແຫ້ງ, ການຍ່ອຍໄດ້ດີກວ່າຈຸທົດລອງອື່ນໆ ແລະ ມີອັດຕາການຈະເລີນເຕີບໂຕສູງເຖິງ 55 ກຼາມ/ວັນ ດັ່ງຮູບສະແດງທີ່ 3ຕໍ່ລົງໄປນີ້:

ຮູບສະແດງທີ່3: ການຈະເລີນເຕີບໂຕຂອງແບ້ພື້ນເມືອງທີ່ໃຫ້ຫຍ້າແກມບາ ແລະ ການເສີມໃບມັນຕົ້ນແຫ້ງໃນລະດັບທີ່ແຕກຕ່າງກັນ

   
ສົມຈັນ ຄຳພາວົງ (2011) ໄດ້ລາຍງານກ່ຽວກັບການນຳໃຊ້ໃບປໍສາທີ່ມີໂປຣຕີນ 24.1% (Paper mulberry) ເປັນອາຫານເສີມໃນລະດັບທີ່ແຕກຕ່າງກັນ 0, 5, 15 ແລະ 25% ຂອງຈຳນວນທາດແຫ້ງທີ່ກິນໄດ້ ໂດຍມີຫຍ້າກີນີ (Panicum maximum cv Guinea) ເປັນອາຫານຫຼັກ (ໂປຣຕີນ 9.7%) ໃຫ້ແກ່ແບ້ຜູ້ລຸ້ນພື້ນເມືອງເພດຜູ້ທີ່ມີນ້ຳໜັກສະເລ່ຍ 25.3±3.1 kg ສະແດງໃຫ້ເຫັນວ່າ ກຸ່ມທີ່ເສີມ 25% ມີອັດຕາການຈະເລີນເຕີບໂຕສູງ 53 ກຣາມ/ວັນ. ດັ່ງມີລາຍລະອຽດໃນຮູບສະແດງທີ່ 4:

ຮູບສະແດງທີ່4: ການຈະເລີນເຕີບໂຕຂອງແບ້ພື້ນເມືອງທີ່ໃຫ້ຫຍ້າກີນີ ແລະ ການເສີມໃບປໍສາອ່ອນໃນລະດັບທີ່ແຕກຕ່າງກັນ