ເຂົ້າປ່າ RUFIPOGON

ຊື່ພາສາລາວ: ເຂົ້າປ່າ
ຊື່ພາສາອັງກິດ: Wild Rice
ຕະກູນ: Poaceae
ຊະນິດ: O. rufipogon
ຊື່ວິທະຍາສາດ: Oryza rufipogon L.
ລັກສະນະທົ່ວໄປ: ເຂົ້າປ່າແມ່ນສາມາດແບ່ງອອກເປັນຫລາຍຊະນິດ, ໃນແຕ່ລະຊະນິດຈະມີຫລາຍລັກສະນະ ແລະ ກໍ່ມີຄວາມສຳຄັນຫລາຍຢ່າງແຕກຕ່າງກັນອອກໄປຂອງຊະນິດນັ້ນໆ. ເຂົ້າປ່າແມ່ນເປັນບັນພະບູລຸດຂອງເຂົ້າໃນປະຈຸບັນ, ເປັນເຂົ້າອີກຊະນິດໜຶ່ງທີ່ມີໃນທຳມະຊາດເຊິ່ງສາມາດເກີດຂື້ນໄດ້ໃນບ່ອນຫລູບ ແລະ ບ່ອນໂນນ, ເຂົ້າປ່າເຖິ່ງຈະມີຫລາຍຊະນິດ ແລະ ຫລາຍລັກສະນະທີ່ແຕກຕ່າງກັນ ແຕ່ມີບ່າງລັກສະນະທີ່ຄືກັນນັ້ນແມ່ນເມັດຂອງເຂົ້າປ່າໃນໜຶ່ງຮວງແມ່ນສຸກແກ່ບໍ່ພ້ອມກັນເຊັ່ນ: ໃນເຂົ້າປ່າຮວງໜຶ່ງເມັດຈະແກ່ໃນ 9 ຫາ 30 ວັນ. ເມື່ອເວລາເມັດແກ່ແລ້ວກໍ່ຈະຫລົນ, ເມັດຈະມີລັກສະນະການພັກໂຕທີ່ແຕກຕ່າງກັນຫລາຍເລີ່ມແຕ່ບໍ່ມີການພັກໂຕຈົນໄປຮອດຫລາຍປີ, ເມັດເຂົ້າເປືອກ ແລະ ເຂົ້າກ້ອງຈະມີຫລາກຫລາຍສີ, ເມັດອາດມີຫາງຍາວເຖິງ 10 ເທົ່າຂອງຄວາມຍາວເມັດຂອງມັນ ແລະ ກໍ່ຍັງມີຫລາຍສີ[1]. ຢູ່ທີ່ລາວເຮົາແມ່ນພົບເຫັນຢູ່ 5 ຊະນິດ,
ແຫຼ່ງພົບເຫັນ:ພົບເຫັນຢູ່ຕາມທຳມະຊາດ, ທາງທິດຕາເວັນອອກ, ທິດໃຕ້ ແລະ ທິດຕາເວັນອອກຊຽງໃຕ້ຂອງທະວີບ ເອເຊຍເຊັ່ນ: Bangladest, Cambodia, China, India, Lao, Malasia, Myanmar, Nepal, Srilanka, Thailand and Vietnam.[3]

ຄວາມແຕກຕ່າງຂອງເຂົ້າ ແລະ  ເຂົ້າປ່າ:

ເຂົ້າ ເຂົ້າປ່າ
 • ເມັດຍາວ
• ບໍ່ມີຫາງ
• ອອກຮວງໃກ້ຄຽງກັນ ແລະ ສຸກແກ່ພ້ອມກັນທັງຮວງ
• ມີເມັດເຕັມຫລາຍກ່ອນ 95%
• ເມັດຫລົນປານກາງ
• ເມັດມີການພັກໂຕ 6-8 ອາທິດ
 • ເມັດສັ້ນປ້ອມ
• ຫາງຍາວກວ່າ 10 ເທົ່າຂອງເມັດ
• ອອກຮວງບໍ່ພ້ອມກັນ
• ສຸກແກ່ບໍ່ພ້ອມກັນພາຍໃນຮວງ
• ມີເມັດເຕັມແຕ່ 50-95%
• ເມັດຫລົນງ່າຍຫາຫລົນຍາກ
• ເມັດບໍ່ພັກໂຕຫາພັກໂຕສິບປີ[2]

ລັກສະນະປະຈຳພັນຂອງ Rufipogon:
• ສະຖານທີ່: ພົບເຫັນຢູ່ຕາມໜອງນ້ຳທຳມະຊາດ
• ອາຍຸ: ຂ້າມປີ
• ອອກດອກ: ທ້າຍເດືອນ10-ທ້າຍເດືອນ1
• ຂະຫຍາຍພັນ: ຂໍ້ລຳຕົ້ນ ແລະ ເມັດ
• ຄວາມສູງ: 150 ຊມ ຫລືຫລາຍກ່ອນຊື້ນກັບຄວາມເລິກຂອງນ້ຳ
• ຮວງ: ປານກາງ-ເປີດ
• ເມັດຍາວ: 6-10.4 ມມ
• ເມັດກວ້າງ: 1.9-3.4 ມມ
• ຫາງຍາວ: 4-10 ຊມ
• ເກສອນຜູ້ຍາວ: 1.5-3 ມມ

ເອກະສານອ້າງອີງ:
1. ອົງຄວາມຮູ້ເລື່ອງເຂົ້າ, ສຳນັກວິໃຈແລະພັດທະນາເຂົ້າ, ກົມການເຂົ້າ
2. www.ricethailand.go.th/info_riceknowledge.htm
3. https://en.wikipedia.org/wiki/Oryza_rufipogon
4. Rice in Laos pp223

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: