Monthly Archives: January 2019

ຂໍ້ແນະນຳ ເຕັກນິກການເຮັດນາຫວ່ານດິນຕົມ

ການກຽມດິນ.
ການເຮັດນາຫວ່ານເພື່ອຈະໃຫ້ໄດ້ຜົນດີ ຈະຕ້ອງກຽມດິນໃຫ້ລະອຽດປັບໜ້າດິນໃຫ້ຮາບພຽງ. ສາມາດຄອວບຄຸມລະດັບນ້ຳໄດ້, ດັ່ງນັ້ນຂັ້ນຕອນໃນກການກຽມດິນຄວນປະຕິບັດດັ່ງລຸ່ມນີ້:
– ປ່ອຍນ້ຳເຂົ້າພໍດີອ່ອນແລ້ວຫວ່ານຝຸ່ນຄອກລົງໃຫ້ທົ່ວໃນອັດຕາ 5 ຫາ 10 ໂຕນ/ເຮັກຕາ ແລ້ວໄຖກົວ ( ໄຖຮຸດ ) ເພື່ອໃຫ້ເຟືອງ ແລະ ຫຍ້າລົງດິນ, ປະໄວ້ 7 ຫາ 10 ມື້ ເພື່ອໃຫ້ເມັດຫຍ້າແຕກເປັນຕົ້ນນ້ອຍ.
– ໄຖຄົ້ນເພື່ອກຳຈັດຕົ້ນຫຍ້າທີ່ເກີດໃໝ່ແລ້ວອັດນ້ຳໄວ້ອີກປະມານ 7 ມື້ ເພື່ອໃຫ້ຫຍ້າເກີດໃໝ່.
– ຄາດປະໄວ້ເພື່ອໃຫ້ກ້ອນຂີ້ໄຖແຕກປະໃຫ້ນ້ຳຖ້ວມປະມານ 3 ຫາ 5 ມື້. ຖ້າມີຫຍ້າຟູເທີງໜ້ານໍ້າໃຫ້ເກັບອອກ.
– ຄາດລວດໃຫ້ລະອຽດປັບໜ້າດິນໃຫ້ພຽງ ຫຼັງຈາກການປັບໜ້າດິນໃຫ້ພຽງປ່ອຍນ້ຳອອກແລ້ວຈິ່ງວາງແປງໃຫ້ເໝາະສົມກັບເນື້ອທີ່ນາລວງກວ່າງ 6 ແມັດ, ໄລຍະຫ່າງລະຫວ່າງແປງ 30 ແມັດເພື່ອສະດວກໃນການບົວລະບັດຮັກສາ. ຈະຕ້ອງໃຊ້ເວລາກຽມດິນຕາມຂັ້ນຕອນດັ່ງກ່າວຢ່າງນ້ອຍ 20 ມື້. ເພື່ອໃຫ້ເຟືອງ ແລະ ຫຍ້າເນົ່າເປື່ອຍເປັນຝຸ່ນ.

ການກຽມດິນ

ການກຽມແນວພັນ.
ແນວພັນທີ່ດີນອກຈາກຈະງອກດີແລ້ວຍັງເປັນຕົ້ນທີ່ແຂງແຮງສາມາດເຕີບໂຕໄວການທີ່ໄດ້ເມັດພັນທີ່ສົມບູນ ຈິ່ງຕ້ອງປະຕິບັດດັ່ງນີ້:
– ເມັດພັນຕ້ອງບໍ່ມີສິ່ງເຈືອນປົນກັບເມັດເຂົ້າພັນອື່ນ ຫຼື ເມັດຫຍ້າ, ພະຍາດ ແລະ ແມງໄມ້.
– ຕ້ອງທົດລອງຄວາມງອກຂອງແນວພັນເສຍກ່ອນ, ຄວາມງອກຢ່າງໜ້ອຍ 80% ຂື້ນໄປ.
– ການຄັດເລືອກແນວພັນຄວນປະຕິບັດດັ່ງນີ້:
• ເອົານ້ຳໃສ່ຄຸ ຫຼື ພາຊະນະອື່ນໆກໍ່ໄດ້, ເອົາໄຂ່ລົງ ( ປົກກະຕິເອົາໄຂ່ລົງແຊ່ນ້ຳໄຂ່ຈະນອນຢູ່ກົ້ນຄຸ ) ຕື່ມເກືອ ຫຼື ປຸ໋ຍຢູເຣຍລົງ ຄົນໃຫ້ເປື່ອຍຕື່ມປຸ໋ຍ ຫຼື ເກືອລົງຈົນກວ່າໄຂ່ຈະຟູຂື້ນແລ້ວເອົາເຂົ້າປູກລົງ, ເມັດຫຍ້າ ຫຼື ເຂົ້າລີບກໍ່ຈະຟູຂື້ນເຫຼືອແຕ່ເມັດເຕັມຢູ່ກົ້ນຄຸ, ນຳເອົາແຕ່ເມັດເຕັມໃສ່ເປົານຳໄປລ້າງແລ້ວໄປແຊ່ນ້ຳສະອາດ ( ຫ້າມບໍ່ໃຫ້ເອົາເຂົ້າແຊ່ໃນນ້ຳເກືອນດົນ ).
• ໃຊ້ເຄື່ອງຄັດເມັດພັນ ຫຼື ໃຊ້ເຄື່ອງຟັດດ້ວຍມື, ເພື່ອຈະໄດ້ເມັດພັນທີ່ຕືງດີ ແລະ ເຂົ້າລີບ, ເມັດຫຍ້າ ແລະ ສິ່ງເຈືອປົນອອກ.

ການຄັກແນວພັນ
ອັດຕາແນວພັນ.
ຈຳນວນເມັດພັນທີ່ໃຊ້ເຮັດນາຫວ່ານ 80 ຫາ 90 ກລ/ຮຕ ຫຼື 15 ກລ/ໄລ່. ຖ້າໃຊ້ເມັດພັນທີ່ນ້ອຍກວ່ານີ້ຈະເຮັດໃຫ້ເມັດພັນແຕກກໍ ແລະ ການສຸກຂອງເຂົ້າບໍ່ພ້ອມກັນ, ຫຍ້າເກີດຫຼາຍ.
ການຕົກກ້າ.
ການແຊ່, ການບົ່ມ ແລະ ການຫວ່ານເມັດພັນປະຕິບັດຂັ້ນຕອນຄືກັນກັບນາດຳ, ແຊ່ເມັດພັນ 24 ຫາ 36 ຊົ່ວໂມງ. ເມື່ອເມັດພັນແຕກໜໍ່ຍາວປະມານ 1 – 2 ມິນລີແມັດ. ສາມາດນຳໄປຫວ່ານໄດ້ ການຫວ່ານຄວນຫວ່ານໃຫ້ພໍດີເມັດເຂົ້າຈົມລົງດິນເຄີ່ງເມັດແມ່ນເໝາະສົມ. ຫຼັງຈາກກຽມດິນປັບໜ້າດິນໃຫ້ລະອຽດແລ້ວຈິ່ງຫວ່ານເມັດເຂົ້າລົງແລ້ວຂັງນ້ຳໄວ້ເພື່ອໃຫ້ເມັດດິນຖົມເຂົ້າ, ຂັງນ້ຳໄວ້ໜື່ງຄືນແລ້ວຈິ່ງລະບາຍນ້ຳອອກຄ່ອຍໆ.

ການບົວລະບັດຮັກສາ.
ເມື່ອຫວ່ານເຂົ້າລົງແປງນາເລາະເບິ່ງແປງນ້ຳຂັງໃຫ້ລະບາຍອອກໃຫ້ໝົດ. ຫຼັງຈາກຫວ່ານໄດ້ 4 ຫາ 5 ມື້ ແລ້ວປ່ອຍນ້ຳເຂົ້າຄ່ອຍໆພໍດີຖ້ວມໜໍ່ກ້າ. ແລ້ວຄ່ອຍໆເພີ່ມລະດັບນ້ຳຂື້ນຕາມການຈະເລີນເຕີບໂຕຂອງໜໍ່ກ້າ. ແຕ່ໃຫ້ຢູ່ໃນລະດັບ 5 ຊມ, ຫຼັງຈາກຫວ່ານໄດ້ 20 ມື້ ຈິ່ງໃສ່ຝຸ່ນສູດ 16:20:00 ຫຼື 18:46:00 ຫຼື 15:15:15 ຖ້າພັນປັບປຸງໃຫ້ໃສ່ 200 ກລ/ຮຕ. ເຂົ້າພັນພື້ນເມືອງ 100 ຫາ 150 ກລ/ຮຕ. ແຕ່ກໍ່ຂື້ນຢູ່ກັບຄວາມອຸດົມສົມບູນຂອງດິນ ແລະ ຊະນິດແນວພັນ. ໃຫ້ໃສ່ຝຸ່ນຢູເຣຍກ່ອນເຂົ້າອອກດອກ 30 ມື້ ( ໄລຍະເຂົ້າຈໍ່ຕັ້ງທ້ອງ ) ກ່ອນໃສ່ຝຸ່ນຄວນລົດລະດັບນ້ຳໃຫ້ເຫຼືອ 5 ຊມ ຈະເໝາະສົມ ແລະ ບໍ່ໃຫ້ນ້ຳຂາດຈົນເຖີງກ່ອນການເກັບກ່ຽວ 10 ມື້.
ການປ້ອງກັນ ແລະ ການປາບສັດຕູພືດ.
ລົງຕິດຕາມກວດກາສັດຕູພືດເປັນປະຈຳຖ້າຫາກມີແມງໄມ້ ແລະ ພະຍາດ ຫຼື ຕົ້ນເຂົ້າຜິດປົກກະຕິໃຫ້ລາຍງານວິຊາການປະຈຳຢູ່ທ້ອງຖິ່ນ.
ການໃຊ້ຢາຂ້າຫຍ້າແມ່ນແນະນຳໃຫ້ໃຊ້ຢາໂປຼປານິນ (PROPANIL) STAM.F ອັດຕາ 150 ຊີຊີ ສຳລັບຫຍ້າໃບກວ້າງ, ຫຍ້າໃບແຄບເຊັ່ນ: ຫຍ້າເຂົ້ານົກ, ຫຍ້າຮັງກາ, ເຂົ້າຈະເຫຼືອງປະມານ 1 ອາທິດ ແລ້ວກໍ່ຈະຂຽວຄືນ ( ການໃຊ້ຈະໃຊ້ຕາມການແນະນຳໃນສະຫຼາກຕິດແກ້ວກໍ່ໄດ້ ).
ໝາຍເຫດ: ຖ້າການປັບໜ້າດິນຮາບພຽງດີການໃສ່ຝຸ່ນຮອງພື້ນແມ່ນເໝາະສົມ, ຖ້າດິນບໍ່ພຽງແມ່ນນ້ຳຂັງ ຫຼື ເວລາເອົານ້ຳໃສ່ເບື້ອງຕົ້ນຈະພາໃຫ້ເກີດເທົາ ແລະ ມັນຈະບັງແສງແດດຄວາມຮ້ອນເກີດຂຶ້ນຈະເຮັດໃຫ້ໜໍ່ເຂົ້າຕາຍໄດ້.
ຈົ່ງສັງເກດເບິ່ງຕົ້ນເຂົ້າໃນເວລາເຂົ້າຈໍ່ຕັ້ງທ້ອງຫາກຕົ້ນເຂົ້າສົມບູນຂຽວງາມດີກໍ່ບໍ່ຄວນໃສ່ຝຸ່ນເລັ່ງ (N) ຕື່ມອີກ
ການເກັບກ່ຽວ.
ການເກັບກ່ຽວຈະຕ້ອງໄດ້ມີການວາງແຜຜນການຢ່າງລະອຽດຄວນກະກຽມອຸປະກອນບັນຈຸໃຫ້ເໝາະສົມ ແລະ ພຽງພໍ.
– ໃກ້ຈະເກັບກ່ຽວຄວນຕິດຕາມຂ່າວອຸຕຸນິຍົມວິທະຍາກ່ຽວກັບດິນຟ້າອາກາດ
– ເຂົ້າອອກດອກ 50% ແລ້ວຫຼັງຈາກນັ້ນ 25 ມື້ ກໍ່ເກັບກ່ຽໄດ້
– ເຂົ້າເຫຼືອງ 60% ແລ້ວລະບາຍນໍ້າອອກ 10 ມື້ ຕໍ່ມາກໍ່ເກັບກ່ຽວໄດ້.

ແຫຼ່ງຂໍ້ມູນ: ຂໍ້ແນະນຳ ເຕັກນິກການເຮັດນາຫວ່ານດິນຕົມ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກວິຊາການ, ໜ່ວຍງານຝຶກອົບຮົມ ສົ່ງເສີມ ສູນກາງ.

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຂົ້າອົບປົບ (Obpob)

ປະຫວັດຄວາມເປັນມາ.
ແນວພັນເຂົ້າໜຽວຈາກບ້ານນ້ຳທຸງ, ເມືອງນ້ຳທາ ທີ່ໄດ້ມີພີ່ນ້ອງນຳເຂົ້າມາແຕ່ ສປ ຈີນ, ແຕ່ປີ 2006. ຫຼັງຈາກນັ້ນ, ພະນັກງານວິຊາການກະສິກຳໄດ້ນຳໄປທົດສອບຢູ່ບາງເມືອງກ່ອນ ແລະ ບາງເມືອງແມ່ນທົດສອບໃນໄລຍະຈັດຕັ້ງປະຕິບັດໂຄງການ NURIFaR.
ລັກສະນະປະຈຳພັນ.

ລັກສະນະ ເຂົ້າໜຽວ
ຜົນຜະລິດ 4 – 5 ໂຕນຕໍ່ເຮັກຕາ4 – 5 ໂຕນຕໍ່ເຮັກຕາ
ອາຍຸ 138 – 148 ວັນ
ລັກສະນະແຕກກໍ ແຕກກໍໄດ້ຫຼາຍ ແລະ ມີຊົງຕົ້ນຕັ້ງຊື່ດີ
ລວງສູງ 85 – 95 ຊັງຕີແມັດ
ລັກສະນະຂອງລຳຕົ້ນ ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່
ສີໃບ ແລະ ລັກສະນະໃບ ສີຂຽວເຂັ້ມ ແລະ ໃບຕັ້ງຊື່ດີ
ສີເມັດເຂົ້າເປືອກ ສີເຫຼືອງ
ຂະໜາດເມັດເຂົ້າສານ ຍາວ 10.65 ມີລີແມັດ, ກວ້າງ 3.32 ມີລີແມັດ. ໜາ 2033 ມີລີແມັດ
ຮູບຮ່າງ ຮຽວ
ນ້ຳໜັກ 1,000 ເມັດ 39 ກຼາມ
ຄຸນນະພາບການກິນ ອ່ອນນຸ່ມດີ
ເປີເຊັນການສີ ສູງ (64%)

ຈຸດດີ ແລະ ຈຸດອ່ອນ.
ຈຸດດີ: ເປັນແນວພັນໃຫ້ຜົນຜະລິດສູງ, ສາມາດປູກທັງນາປີ ແລະ ນາແຊງ, ຕອບສະໜອງຕໍ່ຝຸ່ນໄນໂຕຼເຈນ (Nitrogen) ໄດ້ດີ. ສາມາດປັບຕົວໄດ້ດີໃນສະພາບແວດລ້ອມທີ່ກວ້າງຂວາງ, ເປັນແນວພັນຕົ້ນແຂງ, ບໍ່ລົ້ມ ແລະ ທົນບົ່ວໃນລະດັບກາງ ( ປູກຢູ່ເມືອງປາກອູ ທຽບໃສ່ແນວພັນດໍຂອງຈີນ ). ເໝາະສົມໃນເຂດພາກເໜືອ ເຊັ່ນ: ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ….
ຈຸດອ່ອນ: ບໍທົນຕໍ່ດ້ວງກໍ.
ວິທີປູກ.
ລະດູຕົກກ້າ ແລະ ປັກດຳ.
• ນາປີ: ເລີ່ມຕົກກ້າກາງເດືອນມິຖຸນາ, ປັກດຳທ້າຍເດືອນມິຖຸນາ ແລະ ເກັບກ່ຽວຊ່ວງທ້າຍເດືອນຕຸລາ
• ນາແຊງ: ຕົກກ້າກາງເດືອນພະຈິກ, ປັກດຳກາງເດືອນທັນວາ ແລະ ເກັບກ່ຽວຊ່ວງທ້າຍເດືອນພຶດສະພາ.
• ອາຍຸກ້າເໝາະສົມໃນການປັກດຳ: 21 – 25 ວັນ ສໍາລັບນາປີ ແລະ 25 – 30 ວັນສໍາລັບນາແຊງ, ໃນເຂດໜາວອາຍຸກ້າອາດຈະຍາວກວ່າ, ແຕ່ຕ້ອງສັງເກດເບິ່ງຈຳນວນໃບກ້າທີ່ມີ 4.5 – 5.5 ໃບ ( ນັບທັງໃບເຄົ້າ ).
• ໄລຍະປັກດຳ: 20 x 20 ຫຼື 25 ສຸມຕໍ່ຕາລາງແມັດ.
• ຈຳນວນກີບກ້າປັກດຳ: 3 – 4 ກີບກ້າຕໍ່ສຸມ.
ອັດຕາຝຸ່ນເຄມີ.
• ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00 ໃນອັດຕາ 150 ກລ/ຮຕ ( ສໍາລັບນາດິນໜຽວ ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 15-15-15 ( ສໍາລັບນາດິນຊາຍ ) ຫວ່ານໃນເລາປັກດໍາ.
• ຝຸ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງ ໃນເວລາ 25 – 30 ວັນ ແລະ 45 – 50 ວັນ ຫຼັງປັກດໍາໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.
ໝາຍເຫດ: ນາຕີນບ້ານ ຫຼື ດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ເມື່ອສັງເກດເຫັນໃບເຂົ້າຂຽວຢູ່ຕະຫຼອດ ). ສ່ວນນາດິນບໍ່ດີຄວນໃສ່ຝຸ່ນຄອກໃນອັດຕາ 3 – 5 ໂຕນ/ເຮັກຕາ ກ່ອນ.

ແຫຼ່ງຂໍ້ມູນ: ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການລ້ຽງປາດຸອຸຍ

ວິທີການລ້ຽງ ແລະ ເບີ່ງແຍງປາດຸອຸຍ ຫຼັກໆມີ 2 ຮູບແບບດັ່ງນີ້:
1. ການລ້ຽງໃນອ່າງຊີເມັນ ຄວນປັບສະພາບນ້ຳໃນອ່າງທີ່ລ້ຽງໃຫ້ມີສະພາບເປັນກາງ ຫຼື ດ່າງເລັກນ້ອຍ ລະດັບນ້ຳໃນອ່າງເມື່ອເລີ້ມປ່ອຍລູກປາຂະໜາດ 2-3 ຊມ. ຄວາມເລິກປະມານ 20-30 ຊມ. ເມື່ອລູກປາໃຫຍ່ຂື້ນຄ່ອຍໆເພີ່ມລະດັບນ້ຳໃຫ້ສູງຂື້ນຕາມລຳດັບ ໂດຍເພີ່ມລະດັບນ້ຳປະມານ 5 ຊມ./ 1 ອາທິດ ໃຫ້ອາຫານປະມານ 3-7 ເປີເຊັນ ຂອງນໍ້າໜັກໂຕປາໃນອັດຕາ 50-70 ໂຕ/ຕຮມ. ປາຈະເຕີບໃຫຍ່ໄດ້ປະມານ 200 ກຼາມ/ໂຕ ໃນໄລຍະເວລາສັ້ນໆປະມານ 90 ມື້ ອັດຕາການລອດປະມານ 80% ເຊິ່ງອາຫານທີ່ໃຊ້ລ້ຽງສາມາດໃຫ້ອາຫານຊະນິດຕ່າງໆ ທົດແທນອາຫານເມັດໄດ້ ໂດຍໃຊ້ອາຫານຈຳພວກໄສ້ໄກ່ ຫຼື ປາເປັດປະສົມກັບເສດອາຫານກໍ່ໄດ້ແຕ່ຈຳເປັນຕ້ອງໄດ້ຖ່າຍເທນ້ຳ ເພື່ອປ້ອງກັນນ້ຳເສຍຫລາຍກວ່າການຖ່າຍເທນ້ຳເມື່ອລ້ຽງດ້ວຍອາ
ຫານເມັດ.


2. ການລ້ຽງໃນບໍ່ດີນ ຈະຕ້ອງກ່ຽມບໍ່ຕາມຫຼັກການກ່ຽມບໍ່ລ້ຽງປາທົ່ວໆໄປ ດັ່ງນີ້:
2.1. ຕາກກົ້ນບໍ່ໃຫ້ແຫ່ງ ປັບສະພາບກົ້ນບໍ່ໃຫ້ສະອາດ
2.2. ໃສ່ປູນຂາວເພື່ອປັບສະພາບຂອງດິນໂດຍໃຊ້ປູນຂາວໃນອັດຕາປະມານ 60-100 ກກ/ໄລ່
2.3. ໃສ່ປຸຍຄອກເພື່ອໃຫ້ເກີດອາຫານທຳມະຊາດສຳລັບລູກປາໃນອັດຕາປະມານ 40-80 ກກ/ໄລ່
2.4. ໃສ່ນ້ຳໃນອ່າງໂດຍກອງບໍ່ໃຫ້ສັດຕູຂອງລູກປາຕິດເຂົ້າມານຳນ້ຳ ຈົນມີລະດັບນ້ຳເລິກ 30-40 ຊມ.
ຫຼັງຈາກນັ້ນມື້ຕໍ່ມາຈື່ງປ່ອຍປາ ແລະ ເພື່ອໃຫ້ລູກປາມີອາຫານກີນ ຄວນເຕີມໄຮແດງໃນອັດຕາປະມານ 5 ກິໂລກຼາມ/ໄລ່. ຫຼັງຈາກນັ້ນຈື່ງໃຫ້ອາຫານປະສົມແກ່ລູກປາທີ່ນຳມາລ້ຽງ ຄວນກວດເບີ່ງວ່າມີສະພາບປົກະຕິບໍ່ ການປ່ອຍລູກປາລົງອ່າງລ້ຽງຈະຕ້ອງປັບສະພາບອຸນຫະພູມຂອງນ້ຳໃນຖົງ ແລະ ນ້ຳໃນອ່າງໃຫ້ເທົ່າໆກັນກ່ອນໂດຍການແຊ່ຖົງໃສ່ລູກປາໃນນ້ຳ 30 ນາທີ ຈຶງປ່ອຍລູກປາຄວນເປັນຕອນແລງ ຫຼື ຕອນເຊົ້າ.

ຂັ້ນຕອນການລ້ຽງ.
1. ອັດຕາການປ່ອຍລູກປາດຸກອຸຍ ລູກປາຂະໜາດ 2-3 ຊມ. ຄວນປ່ອຍປະມານ 40-100 ໂຕ/ຕຮມ. ຊື່ງຂື້ນຢູ່ກັບວິທີໃນການລ້ຽງ ຄືຊະນິດຂອງອາຫານ, ຂະໜາດຂອງອ່າງ ແລະ ລະບົບການຖ່າຍນ້ຳ ຊຶ່ງປົກະຕິທົ່ວໄປອັດຕາການປ່ອຍລ້ຽງປະມານ 50 ໂຕ/ຕຮມ. ແລະ ເພື່ອປ້ອງກັນໂລກຊື່ງອາດຈະຕິດມາກັບລູກປາໃຊ້ນຳຢາຟອມມະລີນໃສ່ໃນອ່າງລ້ຽງອັດຕາຄວາມເຂັ້ມຂຸ້ນປະມານ 30 ສ່ວນໃນລ້ານ ( 3ລິດ/ນໍ້າ100ຕັນ )ໃນມື້ທີ່ປ່ອຍລູກປາບໍ່ຈໍາເປັນຕ້ອງໃຫ້ອາຫານ ຄວນໃຫ້ອາຫານໃນມື້ຕໍ່ມາ.

2. ການໃຫ້ອາຫານ ເມື່ອປ່ອຍລູກປາລົງອ່າງແລ້ວ ຄວນໃຫ້ອາຫານປະສົມໃສ່ນ້ຳປັ້ນເປັນກ້ອນໃຫ້ລູກປາກີນໂດຍໃຫ້ກີນກີນມື້ລະ 2 ເທື່ອ ຫວ່ານໃຫ້ກີນທົ່ວອ່າງໂດຍສະເພາະໃນບໍລິເວນຂອບອ່າງ ເມື່ອລູກປາມີຂະໜາດຄວາມຍາວປະມານ 5-7 ຊມ. ສາມາດຝຶກໃຫ້ກີນອາຫານເມັດໄດ້ ຫຼັງຈາກນັ້ນເມື່ອປາໃຫຍ່ຂື້ນຈົນມີຄວາມຍາວ 15 ຊມ. ຂື້ນໄປຈະໃຫ້ແຕ່ອາຫານເມັດແຕ່ຢ່າງດຽວ ຫຼື ອາຫານເສີມຊະນິດຕ່າງໆ ເຊັ່ນ: ປາເປັດປະສົມກັບຮຳລະອຽດອັດຕາ 9:1 ຫຼືໃຫ້ອາຫານຫຼຸດຕົ້ນທຶນ ເຊັ່ນ: ອາຫານປະສົມບົດຈາກສ່ວນຕ່າງໆ ເຊັ່ນ: ກະດູກໄກ່, ໄສ້ໄກ່, ເສດຂະໜົມປັງ ຫຼືເສດອາຫານຕ່າງ ນຳມາບົດລວມກັນແລ້ວປະສົມໃຫ້ປາກີນ ແຕ່ການໃຫ້ອາຫານປະເພດນີ້ຈະຕ້ອງລະວັງເລື່ອງຄຸນນະພາບຂອງອ່າງລ້ຽງໃຫ້ດີ ເມື່ອລ້ຽງໄດ້ປະມານ 3-4 ເດືອນ ປາຈະມີຂະໜາດປະມານ 200-400 ກຼາມ/ໂຕ ເຊີ່ງຜົນຜະລິດຈະໄດ້ປະມານ 10-14 ຕັນ/ໄລ່ ອັດຕາການຕາຍປະມານ 40-70%

3. ການຖ່າຍເທນ້ຳ ເມື່ອຕ້ອນເລີ້ມລ້ຽງໃໝ່ໆລະດັບຄວາມເລິກໃນອ່າງຄວນມີຢູ່ປະມານ 10-40 ຊມ. ເມື່ອລູກປາໃຫຍ່ຂື້ນໃນເດືອນທຳອິດຈື່ງເພີ້ມລະດັບນ້ຳສູງປະມານ 50-60 ຊມ. ຫຼັງຈາກນັ້ນເມື່ອເລີ່ມເຂົ້າເດືອນທີ່ 2 ຄວນເພີ້ມລະດັບນ້ຳໃຫ້ສູງຂື້ນ 10 ຊມ/ອາທິດ. ຈົນລະດັບນ້ຳໃນອ່າງມີຄວາມເລິກ 1.20-1.50 ມ. ການຖ່າຍເທນ້ຳຄວນເລີ້ມແຕ່ການລ້ຽງຜ່ານໄປປະມານ 1 ເດືອນໂດຍຖ່າຍນ້ຳປະມານ 20% ຂອງນ້ຳໃນອ້າງ 3 ມື້/ເທື່ອ ຫຼືນ້ຳໃນອ່າງເລິ້ມເປຶ້ອນຕ້ອງຖ່າຍນ້ຳຫລາຍກວ່າປົກະຕິ.
ພະຍາດຂອງປາດຸກລ້ຽງ ແບ່ງອາການຂອງພະຍາດເປັນກຸ່ມໃຫຍ່ໆ ດັ່ງນີ້:
1. ອາການຕິດເຊື້ອຈາກເບັກທີເລີຍ ຈະມີອາການຕົກເລືອກມີບາດຕາມລຳໂຕ ແລະ ຄີ ຕາຂຸ່ນ ໜວດງໍ ກົກຫູບວມ ກີນອາຫານໜ່ອຍລົງ ຫຼືບໍ່ກີນອາຫານ, ລອຍໂຕ
2. ອາການຈາກປຣາສິດ ເຂົ້າເກາະໂຕປາຈະເຮັດໃຫ້ມີເມື້ອກຫຼາຍ ມີບາດຕາມລຳໂຕ ຕົກເລືອດ ຄີເປື່ອຍ ຈຸດສີຂາວຕາມລຳໂຕ ສີຕາມລຳໂຕຈີດ ຫຼືເຂັມຜິດປົກະຕິ, ຟັນພືມຈີດ, ລອຍນ້ຳຜິດປົກະຕິບໍ່ມີທິດທາງ
3. ອາການຈາກອາຫານມີຄຸນນະພາບບໍ່ເໝາະສົມ ຖ້າບໍ່ມີວິດຕະມິນ ບີປາຈະລອຍນ້ຳໂຕແຂງ ແລະ ຊັກ
4. ອາການຈາກຄຸນນະພາບນ້ຳໃນອ່າງດີນບໍ່ດີ ປາຈະລອຍນ້ຳຂື້ນລົງໄວກວ່າປົກກະຕິ ຄີເປື່ອຍໜວດງໍ ຟັນພິຶມຈືດ ແລະ ບວມ ລຳໂຕຈືດ ບໍ່ກີນອາຫານທ້ອງບວມ
ວິທີປ້ອງກັນພະຍາດ.
1. ຄວນກະກຽມອ່າງ ແລະ ນ້ຳຕາມວິທີການທີ່ເໝາະສົມກ່ອນປ່ອຍລູກປາ
2. ຊື້ພັນປາຈາກແຫຼ່ງທີ່ເຊື່ອຖືໄດ້ ວ່າແຂງແຮງ ແລະ ປາດສະຈາກພະຍາດ
3. ໝັ່ນກວດເບີ່ງອາການຂອງປາຢ່າງສະເໝີ ຖ້າເຫັນອາການຜິດປົກກະຕິຄວນຮິບຫາສາເຫດ ແລະ ແກ່ໄຂໂດຍໄວ
4. ຫຼັງຈາກປ່ອຍປາລ້ຽງແລ້ວ 3-4 ມື້ ຄວນສາດນໍ້າຢາຟອມມະລິນ 2-3 ລິດ/ປະລິມານນໍ້າ 100 ຕັນ ແລະ ຫາກປາເກີດພະຍາດພາຍນອກ ໃຫ້ແກ່ໄຂໂດຍສາດນ້ຳຢາຟອມມະລິນໃນອັດຕາ 4-5 ລິດ/ປະລິທມານນໍ້າ 100 ຕັນ
5. ປຽນຖ່າຍນ້ຳຈາກລະດັບກົ້ນອ່າງຢ່າງສະໝ່ຳ ສະເໝີ
6. ຢ່າໃຫ້ອາຫານຈົນເຫຼືອ

ແຫຼ່ງຂໍ້ມູນ: www.fisheries.go.th ( ສູນວິໃຈ ແລະ ພັດທະນາປະມົງນໍ້າຈືດພະເຍົາ )

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນ່າຊົນລະບົດ

ເຕັກນິກການລ້ຽງ ”ກຸ້ງຝອຍ” ໃນອ່າງພຣາສຕິກ

ການລ້ຽງສັດນໍ້າແບບພໍພຽງຊ່ວຍກູ້ວິກິດເສດທະກິດ ໄດ້ນອກຈາກເປັນສ່ວນໜື່ງໃນການເຮັດການກະເສດແບບ ໃໝ່ແລ້ວຍັງສາມາດ ເຮັດເປັນຄືກັບວ່າເປັນເຮືອນຄົວຫຼັງບ້າານ ຫຼື ເປັນແຫຼ່ງສ້າງລາຍໄດ້ໃຫ້ກັບຄອບຄົວໄດ້ ດ້ວຍການລ້ຽງກຸ້ງຝອຍໃນອ່າງ ພຣາສຕິກ ກິໂລກຼາມຕໍ່ 25.000 – 50.000 ກີບ.

ຂັ້ນຕອນການກະກ່ຽງອ່າງ.
1. ກ່ຽງອ່າງເລີກ 70 ຊມ, ກວ້າງ 2 ມ. ຢາວ 8 ມ.
2. ປູກົ້ນອ່າງດ້ວຍພຣາສຕິກສີດຳ ເອົາດີນມາເທຖົມໃຫ້ທົ່ວກົ້ນອ່າງເທີ່ງພຣາສຕິກ ໜາປະມານ 7-8 ຊມ.
3. ຕື່ມນ້ຳລົງໄປໃຫ້ເຕີມອ່າງພໍດີ ປະໄວ້ປະມານ 7-10 ມື້.
4. ເອົາສາຫຼ່າຍ (ໄຄນ້ຳ), ພັກຕົບ ເອົາມາຖີ່ມໄວໃຫ້ເປັນຟ້ອນ ປະມານ 4-5 ຟ້ອນ.
5. ແລ້ວປ່ອຍກຸ້ງລົງໄປປະມານ 5 ຂີດ ຊ້ວງປ່ອຍກຸ້ງລົງໄປບໍ່ຕ້ອງໃຫ້ອາຫານປະມານ 7 ມື້ ເພື່ອໃຫ້ກຸ້ງປັບສະພາບໃນອ່າງ.


ອາຫານກຸ້ງຝອຍ.
1. ຕົ້ມໄຂໃຫ້ສຸກເອົາສະເພາະແຕ່ໄຂ່ແດງ 2 ໜ່ວຍ.

2. ຮຳອ່ອນ 3 ຂີດປະສົມໃຫ້ເຂົ້າກັນແລ້ວປັ້ນເທົ່າກໍາປັ້ນ ໂຍນລົງໄປໃນອ່າງປະມານ 3 ກ້ອນ.
ຫຼັງຈາກໃຫ້ອາຫານປະມານ 1 ເດືອນ ກຸ້ງຈະອອກໄຂ່ໃຫ້ສັງເກດຕອນກາງຄືນໂດຍການເອົາໄຟສາຍມາສ່ອງເບີ່ງວ່າກຸ້ງຈະວາງໄຂ່ ຫຼື ບໍ່

ເຕັກນິການເລັ່ງກຸ້ງໃຫ້ອອກໄຂ່ ໃຫ້ເອົາສາຍຢ່າງນໍ້າປະປາມາເປີດລົງໃນອ່າງ ດ້ວຍການເປີດແຮງໆປະມານ 10-20 ນາທີ ເພາະກຸ້ງມັກຫຼີນນ້ຳໄຫລແລ້ວກຸ້ງຈະດີດໂຕເຮັດໃຫ້ໄຂ່ໄຫລອອກມາ ປະມານ 1-2 ເດືອນ ກຸ້ງກໍ່ຈະໃຫຍ່ເຕີມທີ່ໃຊ້ເວລາທັງໝົດປະມານ 4 ເດືອນ ຈະໄດ້ກຸ້ງປະມານ 20-30 ກິໂລກຼາມ ລາຄາກິໂລລະ 25.000 -50.000 ກີບ.
ສູດວິທີການຊ່ວຍດັບກີ່ນຂ້າເຊື່ອພະຍາດໃນອ່າງ ແລະ ໃຫ້ກຸ້ງໃຫຍ່ໄວ.
1. EM 2 ບ່ວງແກງ
2. ກາກນ້ຳຕານ 2ບາວງແກງ
3. ນ້ຳ 1 ລິດ
ເອົາສ່ວນປະສົມມາໝັກລວມກັນເອົາໄວໃນບ່ອນຮົ່ມ 1 ອາທິດ
ອັດຕາສ່ວນໃນການໃຊ້: EM 1 ລິດ ຕໍ່ນໍ້າ 20 ລິດ ໃຊ້ບົດຫົດນໍ້າຫົດໃຫ້ທົ່ວອ່າງ ຈະໃຊ້ຫຼັງຈາກທີ່ຕື່ມນໍ້າລົງໄປກ່ອນປ່ອຍກຸ້ງ ຈະຊ່ວຍດັບກີ່ນ ຂ້າເຊື້ອພະຍາດໃນອ່າງ ກຸ້ງໃຫຍ່ໄວ.

ແຫຼ່ງຂໍ້ມູນຈາກ: ຈັນ ໄຊພາ ທີ່ຢູ່: ໝູ່ທີ່7 ຕ. ຄອງໄຜ່ ອ. ສີຄີ້ວ ຈ. ນະຄອນລາດສະສີມາ ( ປະເທດໄທ)

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການລ້ຽງປາດ້ວຍ “ເຟືອງເຂົ້າ”

ຫຼັງຈາກກ່ຽວເຂົ້າສຳເລັດແລ້ວຊາວນາສ່ວນໃຫຍ່ກໍ່ມັກຈະຈັດການ ຈູດເຟືອງຖີ້ມເພື່ອຈະໄດ້ສະດວກໃນການໄຖຮອບໃໝ່ ເຊິ່ງການຈູດເຟືອງນັ້ນ ນອກຈາກຈະກໍ່ໃຫ້ເກີດປັນຫາໝອກຄວັນ ກໍ່ຍັງທຳລາຍຈຸລິນຊີໃນດິນ ຈຳນວນຫຼວງຫຼາຍຕາຍໄປດ້ວຍ ເຮັດໃກ້ດິນເສື່ອມສະພາບລົງໄປເລື້ອຍໆ  ຖ້າເຮົານຳເອົາເຟືອງເຂົ້າໄປຖີ້ມລົງໃນນ້ຳປະມານ 3 ຫາ 5 ວັນ ເຟືອງທີ່ແຊ່ຢູ່ໃນນ້ຳກໍ່ຈະຄ່ອຍໆເປື່ອຍລົງ. ປາຈຳພວກກິນພືດອື່ນໆ ທີ່ລ້ຽງໄວ້ໃນໜອງກໍ່ຈະພາກັນກັດກິນເຟືອງເຂົ້າທີ່ເປື່ອຍ ຈົນກະທັ້ງເຟືອງເຂົ້າໝົດລົງໄປໃນທີ່ສຸດ ເຟືອງເຂົ້າທີ່ແຊ່ຢູ່ໃນ ນ້ຳນອກຈາກຈະເປັນອາຫານຂອງປາກິນພືດແລ້ວ ຍັງເປັນແຫຼ່ງລີ້ຊ່ອນຂອງປາປະເພດກິນຊີ້ນທັງຫຼາຍ ລວມທັງຍັງຊ່ວຍໃຫ້ເກີດໄຄນ້ຳຂຶ້ນມາດ້ວຍ ຊຶ່ງຈະກາຍເປັນອາຫານຊັ້ນດີຂອງປາອີກຢ່າງໜື່ງດ້ວຍ.

ການລ້ຽງດ້ວຍເຟືອງເຂົ້າສາມາດລ້ຽງປາໄດ້ 2 ປະເພດຄື:
1. ປະເພດປາກີນພຶດ ເຊັ່ນ: ປາສະຫວາຍ ປານິນ ປາທັບທິມ ປາສະລິດ….
2. ປະເພດປາກີນຊີ້ນ ເຊັ່ນ: ປາເຂັງ, ປາດຸກລູກປະສົມ…….

ພື້ນທີ່ການລ້ຽງ.

ໃນພື້ນທີ່ໜອງ 1 ໄລ່ ປ່ອຍລູກປາຈຳນວນ 10.000 ໂຕ ປາກີນພຶດຈະກີນເຟືອງເຂົ້າ ສ່ວນປາກີນຊີ້ນຈະກີນລູກໄຮ ແລະ ແມງໄມ້ທີ່ເກີດຈາກເຟືອງເຂົ້າ ປາທັງສອງປະເພດຈະບໍ່ເຮັດອັນຕະລາຍເຊີ່ງກັນ ແລະກັນ ຍົກເວັ້ນປາຄໍ.
ການລ້ຽງປາດ້ວຍວິທີນີ້ບໍ່ຈໍາເປັນຕ້ອງໃຫ້ອາຫານອື່ນເລີຍນອກຈາກເຟືອງເຂົ້າພຽງຢ່າງດຽວ ກະເສດຕະກອນ ຈະຕ້ອງກໍານົດໃນເວລາ 1 ປີ ໃຫ້ເຟືອງເຂົ້າໝົດພໍດີ ກໍຈະເຫຼືອແຕ່ເຟືອງເຂົ້າທີ່ເປັນຕໍແຂງໆເທົ່ານັ້ນທີ່ເຫຼືອຢູ່ບ່ອນຂອບໜອງໃນສ່ວນການຈັບປາຈະຕ້ອງເບີ່ງວ່າ ໃນຊ້ວງໃດລາຄາແພງໃຫ້ເລືອກຈັບໃນຊ້ວງນັ້ນ ຫາກຊ້ວງໃດລາຄາບໍ່ດີ ເຮົາກໍ່ຂະຫຍາຍເວລາອອກໄປກ່ອນ ເພາະບໍ່ມີຕົ້ນທືນອາຫານ ຍີ່ງດົນອອກໄປປາກໍ່ຍີ່ງໂຕໃຫຍ່ປາກໍ່ຍີ່ງໄດລາຄາ.


ການຈະເລີນເຕີບໃຫຍ່ໃນໄລຍະເວລາ 1 ປີ ການເຕີບໃຫຍ່ຂອງປາສະຫວາຍສະເລ່ຍແລ້ວ 2 ກິໂລກຼາມ ປາທັບທິມ 3-4 ໂຕຕໍ່ກິໂລກຼາມ, ປາເຂັງ 5-6 ໂຕຕໍ່ກິໂລກຼາມ ໂດຍຄຸນນະພາບປາຄືກັບປາທີ່ຈັບມາຈາກແຫ່ງນໍ້າທຳມະຊາດ ເປັນທີ່ຕ້ອງການຂອງຜູ້ບໍລິໂພກ ປາບໍ່ຈ່ອຍ ແລະ ບໍ່ມີກີ່ນ.
ສໍາລັບການຄໍານວນລາຍໄດ້ຕໍ່ໜອງຕໍ່ໄລ່ ຄໍານວນຍາກເນື່ອງຈາກຂື້ນຢູ່ກັບອັດຕາການຫຼອດຂອງລູກປາເປັນສໍາຄັນ ຫາກໄດ້ນ້ຳໜັກໂດຍລວມປະມານ 1 ໂຕນຕໍ່ພື້ນທີ່ໜອງ 1ໄລ່ ເຊີ່ງເປັນອັດຕາຂັ້ນຕ່ຳກໍມີລາຍໄດ້ແລ້ວບໍ່ນ້ອຍກວ່າ 12,000,000 ກີບ
ການໃຊ້ເຟືອງເຂົ້າລ້ຽງປານອກຈາກຈະຊ່ວຍໃນການແກ້ໄຂບັນຫາເລື້ອງໝອກຄວັນທີ່ເກີດຈາກການຈູດເຟືອງເຂົາແລ້ວ. ຍັງຊ່ວຍເຮັດໃຫ້ປະຢັດຕົ້ນທຶນໃນການລ້ຽງປາລົງໄດ້ຫຼາຍກວ່າເຄິ່ງໜື່ງເຮັດໃຫ້ປາຊີ້ນແໜ້ນ ຊີ້ນຫວານ ແລະ ມີຄວາມປອດໄພສູງຄືກັບປາທີ່ຢູ່ໃນແຫຼ່ງນ້ຳທຳມະຊາດທົ່ວໆໄປ.
ແຫຼ່ງຂໍ້ມູນ: https://www.gotoknow.org/posts/511708

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິການປູກຜັກຫອມລາບ

ຜັກຫອມລາບເປັນພຶດທີ່ໃຊ້ປຸງແຕ່ງອາຫານປະເພດຍໍາ, ລາບ, ຕົ້ມຍໍາ, ແລະ ຊ່ວຍປຸງແຕ່ງກີ່ນໃຫ້ໜ້າຮັບປະທານຍີ່ງຂື້ນ ນອກຈາກນັ້ນຍັງໃຊ້ເຮັດຢາ ແລະ ສະກັດເປັນນ້ຳມັນຫອມລະເຫີຍ ທີ່ໃຊ້ໃນວົງການອຸດສາຫະກຳອີກຫຼາຍຢ່າງ.
ຕາມປະຫວັດສາດເລົ່າຂານກັນມາວ່າ ຜູ້ທີ່ເອົາຫອມລາບມາປູກໃນເຂດນີ້ແມ່ນຄົນອີຕາລີ ຕໍ່ມາຫອມລາບກໍ່ເປັນທີ່ນິຍົມບໍລິໂພກ ໃນໝູ່ຄົນຊາວລາວມາຈົນຮອດທຸກມື້ນີ້. ການປູຫອມລາບນີ້ຈະໃຊ້ວິທີການສຽບຕົ້ນລົງໃນໜານປູກເລີຍ ຫຼືຈະຊໍາໃນໜານເພາະກ່ອນແລ້ວຈື່ງຍ້າຍມາປູກກໍ່ໄດ້ເຊັ່ນກັນ ແຕ່ທີ່ສຳຄັນຕ້ອງກຽມດີນໃຫ້ພຸ່ຍດີເສີຍກ່ອນ ເພາະຜັກຫອມລາບມັກດີນປະເພດນີ້.
ການກຽມດີນ.
ຖ້າຈະປູກຫອມລາບໃນພາຊະນະເຊັ່ນ: ກະຖັງລັງໄມ້ ຫຼືຈະປູກເປັນສ່ວນປະດັບບ້ານປູກໃນໜານລະດັບສ່ວນນ້ອຍໆທີ່ໃຊ້ເນື່ອທີ່ປູກບໍ່ຫຼາຍ ໃຊ້ດີນປະສົມທີ່ມີສ່ວນປະສົມຂອງດີນ 2 ສ່ວນ ປຸຍໝັກ 1 ສ່ວນ ຊາຍ 1 ສ່ວນ ແລະປູນຂາວເລັກນ້ອຍ ປະສົມເຂົ້າກັນດີແລ້ວເອົາໄປໃຊ້ປູກໄດ້.
ແຕ່ຖ້າມີເນື້ອທີ່ພໍສົມຄວນທີ່ຈະປູກເປັນໜານ ໄວ້ຂ້າງບ້ານໄດ້ກໍ່ຄວນກຽມດິຍໂດຍຂຸດມາຕາກແດດໄວ້ປະມານ 7 ມື້ ຈົນດີນເລີ່ມແຕກແລ້ວເອົາປຸຍຄອກປຸຍໝັກ ໂຮຍທັບລົງໄປ ໂຮຍປູນຂາວທັບບາງໆ ອິກຊັ້ນໜື່ງປະໄວ້ 3 ມື້ ຈື່ງຖົມດີນ ພວນດີນ ແລະຄົນດິນໃຫ້ເຂົ້າກັນດີຖ້າດີນເປັນດີນໜຽວຫຼາຍຄວນເຕີຍຊາຍລົງໄປປະສົມຈັກເລັກນ້ອຍພໍໃຫ້ດິນພຸ່ຍຂື່ນ

ໜານປູກ.
ເລືອກກີ່ງຫອມລາບທີ່ບໍ່ແກ່ ຫຼືອ່ອນເກີນໄປສຽບລົງໄປໃນໜານເພາະຊໍາ ສຽບໃຫ້ກີ່ງເອັນທາບກັບດີນຢ ຫົດນໍ້າໃຫ້ຊຸ່ມແຕ່ຢ່າໃຫ້ປຽກແລ້ວໂຮຍແກບປົກໜ້າດີນເພື່ອຮັກສາຄວາມຊຸ່ມຊື່ນໃຫ້ໜ້າດີນ ແລະເມື່ອແກບຍ່ອຍສະລາຍກໍຈະກາຍເປັນປຸຍຕໍ່ໄປ ປະມານ 4-5 ມື້ ກໍ່ຈະແຕກໃບ ແຕກຍອດ.
ຜັກຫອມລາບມັກດີນຜຸ່ຍລະບາຍນໍ້າໄດ້ດີ ແລະຕ້ອງການແສງສະຫວ່າງ ແຕ່ບໍ່ຕ້ອງການແດດທີ່ຮ້ອນຈັດຈົນເກີນໄປ ຈະປູກໃນບ່ອນຮົມ ຫຼືໃນບ່ອນແດດກໍ່ໄດ້

ການດູແລຮັກສາ.
ເມື່ອຜັກຫອມລາບຈະເລີນເຕີບໂຕຈົນສາມາດເກັບຍອດໄປໄດ້ແລ້ວ ຄວນເຕີມປຸຍຄອກ ຫຼືປຸຍໝັກ ບໍ່ຄວນໃສ່ປຸຍເຄມີ ເພາະເພາະຖ້າໃສ່ຫຼາຍເກີນໄປຈະເຮັດໃຫ້ຕົ້ນຫອມລາບແຫງຕາຍ ການພວນດີນໃຫ້ຕົ້ນຫອມລາບຄວນເຮັດດ້ວຍຄວາມລະມັດລະວັງ ເພາະຫອມລາບເປັນພຶດທີ່ມີລະບົບຮາກຕື້ນທີ່ແພ່ກະຈາຍຢູ່ຕາມໜ້າດີນ.

ແຫຼ່ງຂໍ້ມູນ: http://www.thaikasetsart.com
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ: 

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິການຜະລິດປຸຍນ້ຳຊີວະພາບຈາກຫອຍເຊີລີ້

ໃນປັດຈຸບັນີ້ສັງຄົມບ້ານເຮົາມີການລົນນະລົງໃຫ້ຢຸດໃຊ້ສານເຄມີ ເພື່ອໃຫ້ພຶດຜັກປອດສານຜິດຫຼາຍຂື້ນ ກະເສດອິນຊີເປັນອີກແນວທາງໜື່ງ ທີ່ກະເສດຕະກ່ອນຄວນເລືອກໃຊ້ ແລະ ໃນການເຮັດປຸຍນ້ຳຊີວະພາບ ນັ້ນມີຫຼາຍຊະນິດດ້ວຍກັນຫາໄດ້ງ່າຍໃນຊຸມຊົນ ຫຼື ອີກໃນໜື່ງອາດເປັນສີ່ງທີ່ບໍ່ມີປະໂຫຍດ ແລະ ຍັງສົ່ງຜົນເສຍຕໍ່ນາເຂົ້າເຊັ່ນ: ຫອຍເຊລີ້ເປັນຕົ້ນ.
ວັດສະດຸອຸປະກ່ອນ.
1. ໂຕຫອຍເຊີລີ້ທີ່ບໍ່ມີເປືອກ.
2. ໂຕຫອຍເຊີລີ້.
3. ພຶດສົດ ອ່ອນ/ແກ່.
4. ໂຕຫອຍເຊີລີ້ພ້ອມບໍ້ຫອຍ.
5. ນ້ຳຕານໂມລາສ.
6. ຖັງໝັກທີ່ມີຝາປິດ ຂະໜາດບັນຈຸ 30 ລິດ ຫຼື 200 ລິດ.
7. ຫົວເຊື່ອຈຸລີນຊີທຳມະຊາດ.
8. ທັງບັນຈຸຫົວເຊື່ອຈຸລິນຊີທຳມະຊາດ.
9. ຖັງ ບັນຈຸຜະລິດຜົນປຸຍນ້ຳມັກຈາກຫອຍເຊີລີ້.
10. ບ່ອນກອງປຸຍນ້ຳໝັກຈາກຫອຍເຊີລີ້.
ວິທີການເຮັດຫົວເຊື່ອຈຸລິນຊີທຳມະຊາດ.
1. ເກັບຫົວເຊື້ອຈຸລິນຊີທຳມະຊາດຈາກຕາຂອງເປືອກໝາກນັດໃນສວນປູກໝາກນັດ ທີ່ຢູ່ໃນໄລຍະການຈະເລີນເຕີບໃຫຍ່ເຕັມທີ່ພ້ອມຈະເກັບຂາຍສູ່ຕະຫຼາດຜູ້ບໍລິໂພກຊີ່ງສວນໝາກນັດ ດັ່ງກ່າວຈະຕ້ອງບໍ່ມີການໃຊ້ສານເຄມີກຳຈັດພະຍາດພຶດມາກ່ອນໜ້າທີ່ຈະເກັບເຊື່ອຈຸລິນຊີບໍ່ໜ່ອຍກວ່າ 3 ເດືອນ.
2. ປາດ ຫຼືປອກເປືອກໝາກນັດໃຫ້ຕິດຕາຈາກໜ່ວນໝາກນັດສຸກຈຳນວນ 3 ສ່ວນ ສັບ ຫຼືບັດໃຫ້ລະອຽດ ແລ້ວນຳໄປປະສົມກັບນ້ຳຕານໂມລາສຈຳນວນ 1 ສ່ວນ ເອົາທັງ 2 ສ່ວນມາປະສົມຄົນໃຫ້ເຂົ້າກັນເປັນຢ່າງດີ ພ້ອມທັງໃສ່ນ້ຳໝາກພ້າວປະສົມນຳ 1 ສ່ວນ ແລ້ວເອົາສ່ວນຂ້າງຕົ້ນໃສ່ພາຊະນະ ແລະປິດຝາດ້ວຍຜ້າຂາວບາງປະໄວ້ 7-10 ມື້ ຖ້າມີກີ່ນເໝັນໃຫ້ໃສ່ນໍ້າຕານໂມລາສເຕີມໃສ່ພໍສົມຄວນແລ້ວຄົນເຂົ້າກັນຈົນກີ່ນຫາຍໄປ.
3. ຫົວເຊື່ອຈຸລິນຊີທີ່ໝັກໄດ້ແລ້ວຈະມີກີ່ນຫອມ ຫຼືກີ່ນສົມເລັກນ້ອຍ ຫຼືມີກີ່ນຫອມຄືກີ່ນຫົວເຊື້ອເຫຼົ່າ ເກັບໄວ່ໃນພາຊະນະທີ່ປິດຝາສະນິດໃນສະພາບອຸນນະພູມຫ້ອງໄດ້ດົນເປັນປີ.
ວິທີການເຮັດປຸຍນ້ຳໝັກຈາກຫອຍເຊີລີ້.
ວິທີທີ່ 1: ການເຮັດປຸຍນ້ຳໝັກຈາກຫອຍເຊີລີ້ໝົດໂຕພ້ອມບໍ້ຫອຍ.
ເອົາຫອຍເຊີລີ້ໝົດໂຕມາທຸບ ຫຼືບົດໃຫ້ລະອຽດຈະໄດ້ຊີ້ນຫອຍເຊີລີ້ພ້ອມເປືອກ ແລະນໍ້າຈາກຫອຍເຊີລີ້ ແລະເອົາໄປປະສົມນ້ຳຕານໂມລາສ ແລະນ້ຳມັກຫົວເຊື້ອຈຸລິນຊີທຳມະຊາດ ອັດຕາ 3:3:1 ຄົນໃຫ້ເຂົ້າກັນ ແລະເອົາໄປບັນຈຸໃນຖັງໝັກຂະໜາດ 30 ລິດ ຫຼື 200 ລິດ ຢ່າງໃດຢ່າງໜື່ງປິດຝາປະໄວ້ ອາດຈະຄົນໃຫ້ເຂົ້າກັນຫາກມີການແບ່ງຊັ້ນ ໃຫ້ສັງເກດວ່າມີກີ່ນເໝັນ ຫຼືບໍ່ ຖ້າມີກີ່ນເໝັນໃຫ້ໃສ່ນ້ຳຕານໂມລາສເພີ່ມຂື້ນ ແລະຄົນໃຫ້ເຂົ້າກັນຈົນກວ່າຈະຫາຍເໝັນເຮັດແບບນີ້ຕໍ່ໄປເຮື້ອຍໆຈົນກວ່າຈະບໍ່ເກີດແກ໊ດ ໃຫ້ເຫັນເທີ່ງໜ້າຂອງປຸຍນ້ຳໝັກຈາກຫອຍເຊີລີ້ ແຕ່ຈະເຫັນຄວາມລະຫຍິບລະຫຍັບຢູ່ເທີ່ງໜ້ານ້ຳໝັກດັ່ງກວ່າ ບາງເທື່ຶອາດຈະພົບເຫັນວ່າມີໜອນລຶຍຢູ່ໜ້າ ຫຼືບໍລິເວນຂອບຖັງພາຊະນະບັນຈຸຄວນຖາຈົນກວ່າໜອນດັ່ງກວ່າໂຕໃຫຍ່ເຕີມທີ່ ແລະ ຕາຍໄປຖືວ່າການໝັກຫອຍເຊີລີ້ໝົດໂຕແມ່ນສຳເລັດຂະບວນການການລະຫຼາຍເປັນປຸຍນ້ຳໝັກຈາກຫອຍເຊີລີ້ ສາມາດເອົາໄປໃຊ້ໄດ້ ຫຼືເອົາໄປພັດທະນາປະສົມກັບປຸຍນ້ຳອື່ນໆ ໃຊ້ປະໂຫຍດຕໍ່ໄປ.
ວິທີທີ່ 2: ການເຮັດປຸ໋ຍນ້ຳໝັກຈາກໄຂ່ຫອຍເຊີລີ້.
ເອົາໄຂ່ຫອຍເຊີລີ້ ຫຼື ກຸ່ມໄຂ່ຫອຍເຊີລີ້ມາທຸບ ຫຼື ບົດໃຫ້ລະອຽດ ຈະໄດ້ນໍ້າໄຂ່ຫອຍເຊີລີ້ພ້ອມເປືອກ ແລ້ວເອົາປະສົມກັບນໍ້າຕານໂມລາສ ແລະ ນ້ຳໝັກຫົວເຊື້ອຈຸລິນຊີທຳມະຊາດອັດຕາ 3:3:1 ຄົນໃຫ້ເຂົ້າກັນແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.


ວິທີທີ່ 3: ການເຮັດປຸຍນ້ຳມັກຈາກຫອຍເຊີລີ້ ແລະພຶດ.
ເອົາໄຂ່ຫອຍເຊີລີ້ ຫຼືກຸ່ມໄຂ່ຫອຍເຊີລີ້ມາທຸບ ຫຼືບົດໃຫ້ລະອຽດ ແລະເອົາໄປປະສົມກັບພຶດອ່ອນໆ ຫຼືສ່ວນຍອດຄວາມຍາວບໍ່ເກີນ 20 ຊມ. ທີ່ຕັດ ຫຼືບົດລະອຽດຄືກັນ ແລ້ວເອົາປະສົມໃນອັດຕາສ່ວນໄຂ່ຫອຍເຊີລີ້ບົດລະອຽດ:ນ້ຳຕານໂມລາສ:ພຶດສ່ວນອ່ອນບົດລະອຽດ ແລະນໍ້າໝັກຫົວເຊື້ອຈຸລິນຊີທຳມະຊາດຄື: 3:3:1:1 ແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.
ວິທີທີ່ 4: ການເຮັດປຸຍນ້ຳໝັກຈາກໂຕຫອຍເຊີລີ້.
ເອົາຫອຍເຊີລີ້ທັງໂຕຈໍານວນເທົ່າໃດກໍ່ໄດ້ມາຕົ້ມໃນໝໍ້ ພ້ອມທັງປະສົມເກືອໃສນໍາໃນຈໍານວນທີ່ພໍດີ ເພື່ອໃຫ້ໂຕຫອຍເຊີລີ້ແຍກອອກຈາກເປືອກໄດ້ງ່າຍຂື້ນ ແລ້ວເອົາສະເພາະໂຕຫອຍເຊີລີ້ມາບົດໃຫ້ລະອຽດໃຫ້ໄດ້ຈຳນວນ 3 ສ່ວນ ເພື່ອປະສົມກັບນ້ຳຕານໂມລາສ ແລະນ້ຳໝັກຈາກເຊື້ອຈຸລິນຊີທຳມະຊາດ 3:3:1 ຄົນໃຫ້ເຂົ້າກັນແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.
ວິທີທີ່ 5: ການເຮັດປຸຍນ້ຳໝັກຈາກໂຕຫອຍເຊີລີ້ ແລະ ພຶດສົດ.
ເອົາໂຕຫອຍເຊີລີ້ທີ່ໄດ້ຈາກການຕົ້ມກັບເກືອຄືວິທີທີ່ 4 ມາບົດໃຫ້ລະອຽດແລ້ວເອົາໄປປະສົມກັບນໍ້າຕານໂມລາສ ແລະສີ້ນສ່ວນຂອງພຶດທີ່ອ່ອນຄືກັບວິທີທີ່ 3 ອັດຕາສ່ວນໂຕຫອຍເຊີລີ້ບົດລະອຽດ:ນ້ຳຕານໂມລາສ:ພຶດບົດລະອຽດ:ນ້ຳໝັຈຸລິນຊີຄື 3:3:1:1 ຄົນປະສົມໃຫ້ເຂົ້າກັນເປັນຢ່າງດີແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.

ວິທີທີ່ 6: ການເຮັດປຸນນ້ຳໝັກຈາກໂຕຫອຍເຊີລີ້ ໄຂ່ຫອຍເຊີລີ້ ແລະ ພຶດສົດ.
ວິທີນີ້ເປັນການປະສົມປະສານການເຮັດປຸຍນໍ້າໝັກແບບໝົດທຸກອັນບໍ່ຕ້ອງແຍກວັດສະດຸ ແຕ່ລະຊະນິດຄວນໃຊ້ອັດຕາສ່ວນດັ່ງນີ້: ໂຕຫອຍເຊີລີ້ພ້ອມເປືອກ ຫຼືໂຕຫອຍເຊີລີ້ຢ່າງດຽວ:ໄຂ່ຫອຍເຊີລີ້:ພຶດອ່ອນ ອັດຕາ 3:3:5-6:2-3 ມີຂໍ້ສັງເກດພຽງແຕ່ເບີ່ງວ່າມີກີ່ນເໝັນບໍ່ ຫາກມີກີ່ນເໝັນໃຫ້ເຕີມນ້ຳຕານໂມລາສ ແລະນ້ຳໝັກຫົວເຊື້ອຈຸລິນຊີທຳມະຊາດເພີ່ມຂື້ນຈົນກວ່າຈະບໍ່ມີກີ່ນ ຈະໃຊ້ເວລາດົນປານໃດໃຫ້ສັງເກດເບີ່ງລັກສະນະຂອງໜ້າປຸຍນ້ຳໝັກ ເຊັ່ນດຽວກັບການເຮັດນ້ຳໝັກຫົວເຊື້ອຈຸລິນຊີທຳມະຊາດ.

ແຫຼ່ງຂໍ້ມູນ: ກົມພັດທະນາທີ່ດິນ, ກະຊວງກະເສດ ແລະ ສະຫະກອນ www.ldd.go.th

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການເພາະຈີ້ງຫລີດ

ປັດຈຸບັນຄົນນິຍົມບໍລິໂພກຈີ້ງຫລີດເປັນອາຫານ ເພາະມີໂປຼຕີນສູງປອດສານຜິດ ໃນທຳມະຊາດຈະຫາຈິ້ງຫລີດມາບໍລິໂພກໄດ້ບໍ່ຫຼາຍ ບາງລະດູມີຫຼາຍ ບາງລະດູກເກືອບຈະບໍ່ມີເລີຍ ເຊັ່ນ ລະດູໜາວຈີ້ງຫລີດຈະຂະຫຍາຍພັນຊ້າ ຫາກມີການຈັດການທີ່ດີ ຈະມີຈີ້ງຫລີດໄວ້ບໍລິໂພກ ຫຼື ຈຳໜ່າຍໄດ້ຕະຫລອດ.
ວັດສະດຸອຸປະກອນການລ້ຽງຈີ້ງຫລີດ ( ໃນອ່າງ )
1. ອ່າງຈີ້ງຫລີດ ວັດສະດຸທີ່ຈະເອົາມາເປັນສະຖານທີ່ເພາະລ້ຽງ ເຊັ່ນ: ອ່າງຊີ່ເມັນ( ແທ້ງສ້າງ ), ຊາມໃຫຍ່, ປິດ, ໄຫ່ ເປັນຕົ້ນ.
2. ສະກ໋ອດໃຊ້ຕິດຂອບໃນດ້ານເທີ່ງເພື່ອປ້ອງກັນບໍ່ໃຫ້ຈີ້ງຫລີດອອກນອກອ່າງ ໃຊ້ພຣາສຕິກກວ້າງປະມານ 5 ຊມ. ໃຫ້ຢາວເທົ່າເສັ້ນຮອບວົງ.
3. ຢ່າງມັດປາກວົງໃຊ້ຢ່າງໃນລົດຈັກ ຕັດໃຫ້ມີຂະໜາດກວ້າງໜອຍກວ່າຂອບວົງດ້ານນອກ ເພື່ອຄວາມສະດວກເມື່ອເວລາຢືດມັດຕາໜ່າງກັບຂອບວົງ.
4. ຕາໜ່າງໄນລ້ອນສີຂຽວ ເປັນຕາໜ່າງສຳລັບປິດປາກອ່າງຈີ້ງຫລີດປ້ອງກັນການບີນໜີຂອງຈີ້ງຫລີດ ແລະ ປ້ອງກັນສັດຕູເຂົ້າມາທຳລາຍຈີ້ງຫລີດຕັດໃຫ້ມີຂະໜາດໃຫຍ່ກວ່າອ່າງຈີ້ງຫລີດເລັກນ້ອຍ.
5. ວັດສະດຸຮອງຟື້ນອ່າງໃຊ້ແກບໃໝ່ໆ ຮອງຟື້ນໜາປະມານ 1 ຝາມື້.
6. ເຮັດບ່ອນລີ້ຂອງຈີ້ງຫລີດ ແລະ ເປັນບ່ອນອາໃສ ເຊັ່ນ: ຖາດໄຂ່ທີ່ເປັນຊະນິດເຈ້ຍ ໄມ້ໄຜ່ຕັດເປັນທ່ອນໆ ເຂັ່ງໃສ່ປາທູ.
7. ຖາດທີ່ໃສ່ອາຫານຄວນເປັນຖາດທີ່ບໍ່ເລິກຫຼາຍ ເພື່ອໃຫ້ຈີ້ງຫລີດໄດ້ກີນອາຫານຢ່າງສະດວກ.
8. ພາຊະນະໃສ່ນ້ຳໃຫ້ໃຊ້ ໂຕໃຫ້ນ້ຳສຳລັບໄກ່ນ້ອຍ ແລະ ຕ້ອງມີກ່ອນຫີນວາງໄວ້ເພື່ອສຳລັບໃຫ້ໂຕຈີ້ງຫລີດຢຽບເພື່ອບໍ່ໃຫ້ມັນຕົກນ້ຳ.
9. ຖາດໄຂ່ສຳລັບເອົາໄວ້ເປັນບ່ອນອອກໄຂ່ ໂດຍໃຊ້ໂອອາບນ້ພທົ່ວໆໄປ ວັດສະດຸທີ່ໃສ່ໃນຖາດ ໃຊ້ຂີ້ເຖົ່າແກບດຳຫົດນ້ຳໃຫ້ພໍຊຸ່ມ.

ການຈັດການ
1. ສະຖານທີ່ລ້ຽງ ຕ້ອງປ້ອງກັນແສງແດດ ແລະ ຝົນໄດ້ອາກາດຖ່າຍເທໄດ້ສະດວກ ເຊັ່ນ: ໂຮງເຮືອນລ້ຽງ, ກ້ອງຕາລາງບ້ານ ເປັນຕົ້ນ.
2. ພໍ່ແມ່ພັນຈີ້ງຫລີດ ໄດ້ຈາກຈີ້ງຫລີດທີ່ໃຫຍ່ເຕັມທີທີ່ປະສົມພັນແລ້ວ ໂດຍບໍ່ຕ້ອງຄັດເລືອກພໍ່ແມ່ພັນໃນ 1 ອ່າງ ມີປະມານ 8.000 ໂຕ.
3. ການຂະຫຍາຍພັນ ວາງຖາດໄຂ່ສຳລັບອອກໄຂ່ 4-6 ອັນ ຢາຍຖາດໄຂ່ອອກ ວາງຖາດໄຂ່ອັນໃໝ່ອີກ 4-6 ອັນຈະໄດ້ຈີ້ງຫລີດທີ່ເປັນຮຸ້ນດຽວກັນໃນ 1 ອ່າງ ສາມາດວາງຖາດໄຂ່ໄດ້ 2-3 ເທື່ອ.
4. ການໃຫ້ນ້ຳ ໃຫ້ເບີ່ງພາຊະນະທີ່ໃສ່ນ້ຳຖ້າແຫງໃຫ້ເຕີມໃໝ່ ຖ້າເປື້ອນໃຫ້ລ້າງອອກ ຫຼືໃຊ້ຕົ້ນກ້ວຍດີບຕັດເປັນທ່ອນໆ ໝາກແຕງຊະນິດຕ່າງໆ ເຊັ່ນ: ໝາກແຕງ, ໝາກໂມ, ໝາກນ້ຳເຕົ້າ ໃຫ້ຈີ້ງຫລີດດູດນ້ຳກີນເມື່ອຕອນມັນຍັງນ້ອຍ.
5. ການໃຫ້ອາຫານ ອາຫານຫຼັກໄດ້ແກ່ຜັກຊະນິດຕ່າງໆ ເຊັ່ນ: ຜັກກາດ, ຜັກກະລ່ຳ, ຫຍ້າ, ໝາກຮຸ່ງ ອາຫານຮອງໃຊ້ອາຫານໄກ່ນ້ອຍ ປະສົມກັບແກບອ່ອນ ອັດຕາ 1:1 ເມື່ອຈີ້ງຫລີດອາຍຸໄດ້ 40-50 ມື້ ກໍ່ພ້ອມທີ່ຈະເອົາມາບໍ
ລິໂພກ ແລະ ຂາຍເປັນສີນຄ້າໄດ້.
6. ເມື່ອຈັບຈີ້ງຫລີດໃນອ່າງແລ້ວ ໃຫ້ອານະໄມອ່າງລ້ຽງໂດຍການເກັບວັດສະດຸຮອງພື້ນອ່າງອອກໃຫ້ໝົດ ສ່ວນບ່ອນໃສ່ນ້ຳ, ຖາດອາຫານ, ຖາດໄຂ່, ບ່ອນລີ້ຂອງຈີ້ງຫລີດ ແມ່ນອານາໄມແລ້ວສາມາດເອົາໃຊ້ໃໝ່ໄດ້.

ຕົ້ນທືນໃນການລ້ຽງ.

  •  ຄ່າອາຫານໄກ່ 3 ກິໂລ, ກິໂລລະ 10.000 ກີບ,ຮໍາອ່ອນ 3 ກິໂລ,ກິໂລລະ 10.000 ກີບ ລວມ 60.000 ກີບ
  •  ຄ່າແຮງໃນການຈັດການລ້ຽງ 100 ອ່າງ ແຕ່ລະຮຸ້ນໃຊ້ເວລາລ້ຽງປະມານ 2 ເດືອນ ຄິດສະເລ່ຍເຮັດວຽກມື້ລະ 1 ຊົ່ວໂມງ. = 7.5 ມື້ ຄິດໄລ່ເປັນເງີນ
  •  ຄ່າພັນຈີ້ງຫລີດ 50.000 ກີບ, ລວມອ່າງລະ 70.000 ກີບ
  •  ລາຍໄດ້ຈີ້ງຫລີດ 1 ອ່າງຈະໄດ້ປະມານ 2-3 ກິໂລ, ກິໂລລະ 50.000-60.000 ກີບ ລວມອ່າງລະ 100.000-300.000 ກີບ
  •  ຖາດໄຂ່ 4 ອັນໆລະ 10.000 ກີບ ລວມ 40.000 ກີບ
  •  ລາຍໄດ້ 1 ອ່າງປະມານ 120.000-350.000 ກີບ.

ຂອບໃຈຂໍ້ມູນຈາກ: www.kasedtakon.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການລ້ຽງ ປາໄນ ໃຫ້ຜົນຜະລິດໃນໄລຍະສັ້ນ

ປາໄນ ເປັນປາທີ່ມີລົດຊາດດີແຊບ ໃຊ້ປະກອບອາຫານຢ່າງແພ່ຫຼາຍທັງໃນປະເທດ ແລະ ຕ່າງປະເທດ ເຊັ່ນ: ຈີນ, ອີນໂດເນເຊຍ ແລະ ຢີປຸ່ນ.
ຄຸນລັກສະນະທີ່ດີຂອງປາໄນ.
• ລ້ຽງງ່າຍເພາະກີນອາຫານຕາມທຳມະຊາດ ເຊັ່ນ: ຈຸລີນຊີໃນນ້ຳ, ໜ່ອນນ້ຳ, ໄຄ່ນ້ຳ, ຮາກແລະໃບພັກບົ້ງ, ໜ່ອນ ເປັນຕົ້ນ.
• ໃຫຍ່ໄວອາຍຸ 6 ເດືອນຈະມີນໍ້ານັກເຄີ່ງກິໂລກຼາມຂື້ນໄປ ສາມາດຈັບຂາຍໄດ້ແລ້ວ ຫາກລ້ຽງໃນໜອງຈະມີການຈະເລີນເຕີບໃຫຍ່ທີ່ດີມີລູກຫຼາຍໂດຍແມ່ພັນປາໄນທີ່ມີນ້ຳນັກ 2 ກິໂລກຼາມ. ຈະມີໄຂ່ປະມານ 40.000-50.000 ໜ່ວຍ ແລະ ນ້ຳນັກ 7 ກິໂລກຼາມ. ຈະມີໄຂ່ 200.000 ໜ່ວຍ.
• ປາໄນອອກໄຂ່ໄດ້ທຸກລະດູການ ແລະໂດຍທົ່ວໄປປາໄນທີ່ໃຊ້ເຮັດພໍ່ພັນ ຈະມີອາຍຸ 6 ເດືອນຂື້ນໄປ ຂະໜາດ 25 ຊມ.
• ອົດທົນບໍ່ຄອຍທີ່ຈະເປັນພະຍາດຮ້າຍແຮງ ຍົກເວັ້ນໃນລະດູຮ້ອນຖ້າລ້ຽງໃນປະລິມານທີ່ໜາແໜ່ນເກີນໄປ ໂຕເຫັບນ້ຳ ແລະ ໜອນສະໝໍ ທີ່ເກາະກີນເລືອດປາ ເຮັດໃຫ້ປາອ່ອນເພຍບໍ່ຍອມກີນອາຫານ ອາດຈະຕາຍໄດ້ສາເຫດເກີດຈາກຄຸນນະພາບນ້ຳທີ່ລ້ຽງປາບໍ່ດີ ຫຼືມີນ້ຳເປື້ອນເປັນສ່ວນໃຫຍ່.
• ປາໄນບໍ່ກີນລູກຂອງຕົວເອງ ຫຼື ປາປະເພດດຽວກັນ ດັ່ງນັ້ນຈະມີສູນການລ້ຽງປາແບບປະສົມຊາວກະສິກອນຮູ້ດີຄື: ລ້ຽງປາປາກ, ປານິນ ແລະ ປາໄນສູດນີ້ເໝາະສຳລັບພື້ນທີ່ທີ່ມີຈຳກັດເຊັ່ນ: ໃນນາເຂົ້າ ເພາະປາທັງ 3 ຊະນິດເປັນປາໂຕນ້ອຍ ໃຊ້ໄລຍະລ້ຽງບໍ່ດົນພຽງ 3-5 ເດືອນກໍ່ໄດ້ຂະໜາດທີ່ຕະຫຼາດຕ້ອງການແລ້ວ.
ອັດຕາການປ່ອຍ: ປະລິມານລູກປາແຕ່ລະຊະນິດບໍ່ໃຫ້ເກີນ 2.000 ໂຕ/ໜອງ (ໄລ່)ຕົວຢ່າງ: ປາຕະພຽນ 500-700 ໂຕ/ໄລ່, ປານິນ 500 ໂຕ/ໄລ່, ປາໄນ 100ໂຕ/ໄລ່ ປາໄນເປັນປາທີ່ຫາກີນເກັ່ງ ຈື່ງກະຕຸ້ນໃຫ້ປາຕະພຽງ ແລະ ປານິນກະຕືລືລົ້ນໃນການຫາກີນ.
ໜອງລ້ຽງປາໄນແບ່ງອອກເປັນ 3 ຊະນິດຄື:
1. ໜອງປະສົມພັນສຳລັບພໍ່ – ແມ່ປາ ເພື່ອໃຊ້ປະສົມພັນ ແລະ ອອກໄຂ່ແລ້ວຈື່ງຍ້າຍໄຂ່ປາໄປອ່າງອານຸບານປາ ເພື່ອຟັກໄຂ່ ແລະ ລ້ຽງຕໍ່ໄປ ໜອງທີ່ໃຊ້ປະສົມພັນຕ້ອງເປັນໜອງທີ່ງຽບ ຫ່າງໄກ່ຈາກຄົນເພາະຖ້າມີສຽງປາຈະຕົກໃຈຢ້ານ ແລ້ວມັນຈະຢຸດ ແລະ ຈະບໍ່ອອກໄຂ່ອີກຕໍ່ໄປ.
2. ອ່າງອານຸບານປາເປັນອ່າງທີ່ໃຊ້ຟັກໄຂ່ປາທີ່ແມ່ປາອອກໄຂ່ໃນໜອງປະສົມພັນ ຂະໜາດຂອງອ່າງຄວນມີເນື້ອທີ່ປະມານ 400-800 ຕາລາງແມັດ ຄວາມເລິກຂອງນໍ້າບໍ່ໃຫ້ເກີນ 1 ມ. ກ່ອນຍ້າຍໄຂ່ຈາກໜອງປະສົມພັນມາຟັກໃນອ່າງອານຸບານ ຕ້ອງຈັບສັດຕູຂອງລູກປາອອກໃຫ້ໝົດເຊັ່ນ: ກົບ, ຂຽດ, ປາດຸກ.

3. ໜອງລ້ຽງທີ່ໃຊ້ລ້ຽງລູກປາທີ່ມີອາຍຸຕັ້ງແຕ່ 2-3 ເດືອນຂື້ນໄປ ໂດຍແຍກອອກມາຈາກອ່າງອານຸບານໜອງລ້ຽງນີ້ໃຊ້ລ້ຽງປາໄນຈົນເຕີບໃຫຍ່ໄດ້ຂະໜາດທີ່ຈະຂາຍໄດ້ ດັ່ງນັ້ນຄວນເປັນໜອງທີ່ມີຂະໜາດໃຫຍ່ມີລະດັບນ້ຳເລິກປະມານ 1-2 ມ. ຕະຫລອດປີ.

ການໃຫ້ອາຫານປາໄນ: ຄວນໃຫ້ມື້ລະເທື່ອຕອນເຊົ້າ ແລະຢ່າໃຫ້ຫລາຍຈົນເກີນໄປ ເພາະເສດອາຫານທີ່ປາໄນກີນເຫຼືອຈະບູດເນົ່າ ເປັນອັນຕະລາຍເຮັດໃຫ້ປາອືດອັດຫາຍໃຈບໍ່ອອກ ບໍ່ກີນອາຫານ ຫຼືເກີດອາການ “ປາລອຍຫົວ” ສົ່ງຜົນໃຫ້ປາອາດຈະຕາຍໄດ້ ເຊີ່ງຖ້າຫາກເກີດອາການແບບນີ້ ໃຫ້ຮີບປ່ຽນຖ່າຍນ້ຳທັນທີ ແລະ ຕັກເອົາເສດອາຫານອອກຈາກ ໜອງ ແລະ ໃຫ້ຮີບຍ້າຍປາໄປໄວ້ໃນໜອງອື່ນ ແລ້ວຈື່ງສູບນ້ຳໃໝ່ລົງໃນໜອງລ້ຽງຕໍ່ໄປ.

ແຫຼ່ງຂໍ້ມູນ: ໜັງສື່ລວມເຕັກນິກການລ້ຽງສັດນ້ຳຈືດ
ຮູບພາບຈາກ: www.sirikitdam.egat.com , nuyslaper.blogspot.com , http://knowledgeintheword.org

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການຜະລິດປຸ໋ຍຊີວະພາບອັດເມັດ ໃຊ້ບຳລຸງພືດ-ພືດຜັກ-ໄມ້ໃຫ້ໝາກ

ການປັ້ນເປັນເມັດຂອງປຸ໋ຍຊີວະພາບເພື່ອຍືດອາຍຸການເກັບຮັກສາ ສະດວກຕໍ່ການເກັບ ແລະ ການໃຊ້ງານ ໂດຍການເຮັດປຸ໋ຍເມັດນັ້ນຈະຕ້ອງມີອຸປະກອນ ແລະ ເຄື່ອງຈັກ ເພີ້ມເຕີມຈື່ງບໍ່ສາມາດເຮັດໃນລະດັບຄົວເຮືອນໄດ້ ເພາະລົງທືນສູງໂດຍບໍ່ຈຳເປັນ ດັ່ງນັ້ນຈື່ງມີການລວມກຸ່ມກັນເພື່ອການລົງທືນ ໃນການຊື່ເຄື່ອງຈັກທີ່ໃຊ້ໃນການປັ້ນເມັດ ພ້ອມທັງວັດຖຸດິບທີ່ໃຊ້ໃນການຜະລິດປຸ໋ຍປັ້ນເມັດ ເຊີ່ງໃນນີ້ກໍ່ຂ້ອນຂ້າງໃຊ້ຕົ້ນທືນຫຼາຍພໍສົມຄວນ.

ວັດສະດຸ-ອຸປະກອນ.
1. ປຸ໋ຍໝັກແຫ້ງຊີວະພາບ (ຊະນິດແຫ້ງ) 500 ກິໂລກຼາມ.
2. ຂີ້ໄກ່/ງົວ/ຄວາຍ/ເຈຍ 200 ກິໂລກຼາມ.
3. ດິນຟອສເຟດ 100 ກິໂລກຼາມ.
4. ເສດອ້ອຍ 100 ກິໂລກຼາມ.
5. ແຮ່ຫີນທຳມະຊາດເພີໄລ 100 ກິໂລກຼາມ.
6. ຢູເຮຍຈາກຄົນ (ນ້ຳຍ່ຽວ) 10 ລິດ.
7. ປຸ໋ຍນ້ຳຊີວະພາບດິນລະເບີດ 20 ລິດ.
8. ນ້ຳຈຸລິນຊີ 20 ລິດ ນໍ້າສະອາດ 50 ລິດ.


ວິທີການເຮັດ.
1. ເອົາປຸ໋ຍໝັກແຫ້ງຂີ້ສັດ ແລະ ດິນຟອສເຟດມາບົດໃຫ້ລະອຽດ.
2. ປະສົມປຸ໋ຍນ້ຳຊີວະພາບດິນລະເບີດ ນ້ຳສະກັດຊີວະພາບ ແລະ ນ້ຳສະອາດຄົນໃຫ້ເຂົ້າກັນ.
3. ເອົາປຸ໋ຍໝັກແຫ້ງຂີ້ສັດດິນຟອສເຟດ ເສດອ້ອຍ ແຮ່ຫີນທຳມະຊາດເພີໄລ ປະສົມຄົນໃຫ້ເຂົ້າກັນ.
4. ເອົາສ່ວນປະສົມທຸກຢ່າງທັງຢ່າງແຫ້ງ ແລະ ຢ້າງເປັນນ້ຳມາປະສົມກັນໃຫ້ມີຄວາມຊຸ່ມພໍດີສຳລັບການປັ້ນເມັດ.
5. ເອົາສ່ວນປະສົມທີ່ໄດ້ໂຮຍຂື້ນຈານປັ້ນເປັນເມັດປຸ໋ຍ ລຳຫວ່າງການໂຮຍປຸ໋ຍຜົງ ຈະເຄຶອບເມັດປຸ໋ຍດ້ວຍຮຳອ່ອນແຄລຊ້ຽມ ແລະ ແກບດຳ.
6. ເອົາປຸ໋ຍເມັດທີ່ໄດ້ຈາກເຄື່ອງປັ້ນເມັດປຸ໋ຍໄປຕາກໄວ້ບ່ອນຫົ່ມປະມານ 3 ມື້ ເພື່ອໃຫ້ຈຸລິນຊີຂະຫຍາຍພາຍໃນເມັດປຸ໋ຍ.
7. ປີ້ນກອງປຸ໋ຍເມື່ອຄົບ 3 ມື້ ເພື່ອການຕັດເສັ້ນໃຍຈຸລີນຊີ ແລະ ການລະບາຍຄວາມຮ້ອນຈາກກອງປຸ໋ຍ.
8. ເອົາເມັດປຸ໋ຍໄປຮ່ອນເອົາຝຸ່ນລະອອງອອກເພື່ອສະດວກໃນການໃຊ້ງານຕໍ່ໄປ.
9. ບັນຈຸເມັດປຸ໋ຍຊິວະພາບລົງເປົານ້ຳໜັກເປົາລະ 50 ກິໂລກຼາມ ຍິບປາກເປັາດ້ວຍເຄື່ອງຍິບເປັາເແົາໄປມ້ຽນໄວ້ໃນບ່ອນຫົ່ມ ອາກາດແຫ້ງ ແລະ ຖ່າຍເທສະດວກ.
ການນຳໃຊ້.
ການໃຊ້ປຸ໋ຍຊີວະພາບກັບພືດຜັກ ສ່ວນໃຫຍ່ເປັນພືດທີ່ມີລະບົບຫາກແບບຫາກຟອຍ ຫາກສັ້ນຢູ່ຕື້ນໆໃກ້ໜ້າດິນການໃສ່ປຸ໋ຍຊີວະພາບແມ່ນມີປະໂຫຍດຫຼາຍເພາະຊ່ວຍໃຫ້ດິນພຸຜຸ່ຍຂື້ນ ເຮັດໃຫ້ພືດຜັກຈະເລີນເຕີບໃຫຍ່ໄດ້ໄວແຕກຂະແໜງ
ແພ່ກະຈາຍໄປໄດ້ດີ ມີລະບົບຫາກທີ່ສົມບູນເຮັດໃຫ້ສາມາດດູດຊັບແຮ່ທາດອາຫານໄດ້ໄວ ທົນຕໍ່ການແຫ້ງແລ້ງໄດ້ດີ ວິທີການໃສ່ປຸ໋ຍຊີວະພາບໃນໜານຜັກທີ່ລະລາຍໂຕໄດ້ດີແລ້ວ ປົກໜານໃຫ້ໜາປະມານ 5-7 ຊມ. ໃຊ້ຈົກສັບປະສົມລົງໄປໃນດິນໃຫ້ເລິກປະມານ 10 ຊມ. ຫຼືເລີກກວ່ານີ້ ຖ້າເປັນພືດທີ່ລົງຫົວພືດຜັກທີ່ເປັນພືດທີ່ມີການຈະເລີນເຕີບໃຫຍ່ໄວ ຕ້ອງການແຮ່ທາດອາຫານຈາກດິນເປັນປະລິມານໃນຊ້ວງໄລຍະສັ້ນໆ ຖ້າຢາກໄດ້ຜົນຜະລິດທີ່ດີຄວນໃຊ້ປຸ໋ຍເຄມີ ຮ່ວມກັບການໃສ່ປຸ໋ຍຊີວະພາບນຳ.
ການໃຊ້ປຸ໋ຍຊີວະພາບກັບຕົ້ນໄມ້ໃຫ້ໝາກ ຫຼືຕົ້ນໄມ້ຢືນຕົ້ນ.
ໄມ້ໃຫ້ໝາກ ຫຼືໄມ້ຢືນຕົ້ນເປັນພວກທີ່ມີລະບົບຫາກເລີກການກຽມດິນໃນຂຸມປູກໃຫ້ດີຈະມີຜົນຕໍ່ລະບົບຫາກ ແລະ ການຈະເລີນເຕີບໃຫຍ່ຂອງຕົ້ນໄມ້ໃນຊ້ວງທຳອິດ ໃນການກຽມຂຸມປູກຄວນຂຸດຂຸມໃຫ້ເລິກແລ້ວໃສ່ປຸ໋ຍຊີວະພາບປະສົມກັບດິນທີ່ຂຸດຈາກຂຸມໃນອັດຕາສ່ວນດິນ 2-3 ສ່ວນ ກັບປຸ໋ຍຊີວະພາບ 1 ສ່ວນ ແລ້ວໃສ່ກັບລົງໄປໃນຂຸມເພື່ອໃຊ້ປູກຕົ້ນໄມ້ຕໍ່ໄປ ການໃສ້ປຸ໋ຍຊີວະພາບກັນໄມ້ໃຫ້ໝາກທີ່ໃຫຍ່ແລ້ວ ອາດເຮັດໂດຍການພວນດິນອ້ອມຕົ້ນຫ່າງຈາກກົກຕົ້ນປະມານ 70-100 ຊມ. ພວນດິນໃຫ້ເລິກປະມານ 10 ຊມ. ໂຮຍປຸ໋ຍຊີວະພາບໃຫ້ໜາປະມານ 0,5 ຊມ ຫຼືຫລາຍກວ່າ ໃຊ້ຈົກປະສົມຄົນໃຫ້ເຂົ້າກັບດິນ ແລ້ວຫົດນ້ຳ ຫຼືຈະໃຊ້ວິທີຂຸດຮອງອ້ອມຕົ້ນໄມ້ໃຫ້ເລິກປະມານ 30-50 ຊມ. ແລ້ວໃສ່ປຸ໋ຍໝັກລົງໄປໃນຮອງປະມານ 40-50 ກິໂລ່ກຼາມ/ຕົ້ນ ໃຊ້ດິນປົກແລ້ວຫົດນໍ້າ ຖ້າຈະໃສ່ປຸ໋ຍເຄມີນໍາກໍ່ປະສົມປຸ໋ຍເຄມີກັບປຸ໋ຍຊີວະພາບໃຫ້ດີແລ້ວໃສ່ລົງໄປພ້ອມກັນ ການໃສ່ປຸ໋ຍຊີວະພາບຕາມທີ່ກ່າວມານີ້ເປັນການໃສ່ປີລະເທື່ອ ແລະເມື່ອຕົ້ນໄມ້ໃຫຍ່ຂື້ນກໍ່ຄວນຈະເພີ້ມປະລິມານປຸ໋ຍຊີວະພາບຕາມຂະໜາດຂອງຕົ້ນໄມ້.

ການໃສ້ປຸ໋ຍຊີວະພາບກັບພືດໄຮ ຫຼື ນາເຂົ້າ.
ໃນດິນທີ່ມີຄວາມອຸດົມສົມບູນປານກາງ ແນະນໍາໃຫ້ໃສ່ປຸ໋ຍຊີວະພາບອັດຕາຢ່າງໜ່ອຍປີລະ 1.5-2.5 ໂຕນ/ໄລ່ ຫວ່ານໃຫ້ທົ່ວແລ້ວໄຖ ຫຼືຄາດກ່ອນ ການປູກພືດໃນດິນທີ່ມີຄວາມອຸດົມສົມບູນຕ່ຳ ພື້ນດິນສຸດໂຊມອາດຈະຕ້ອງໃຊ້ປຸ໋ຍຊີວະພາບໃນອັດຕາສ່ວນຫຼາຍກວ່ານີ້ເຊັ່ນປີລະ 2-3 ໂຕນ/ໄລ່ ເຊີ່ງກໍ່ຂື້ນຢູ່ກັບສະພາບຂອງດິນ ແລະ ປະລິມານການຜະລິດປຸ໋ຍຊີວະພາບ ພື້ນທີ່ທີ່ໃຊ້ປູກພືດໄຮ ຫຼືເຮັດນາເປັນພື້ນທີ່ກວ້າງ ປະລິມານປຸ໋ຍຊີວະພາບທີ່ໃສ່ລົງໄປໃນແຕ່ລະປີປະລິມານອາດຈະບໍ່ພຽງພໍຖ້າດິນນັ້ນບໍ່ອຸດົມສົມບູນ ການປັບບຸງຄວາມອຸດົມສົມບູນຂອງດິນຄວນຕ້ອງໃຊ້ຮ່ວມກັບການໃສ່ປຸ໋ຍເຄມີ ຫຼືການຈັດການດິນວິທີອື່ນໆເຊັ່ນ ການໃສ່ປຸ໋ຍພືດສົດເປັນຕົ້ນ
ໃນເນື້ອທີ່ນາ 1 ໄລ່ ໃສ່ປຸ໋ຍຊີວະພາບປະມານ 200 ກິໂລກຼາມ. ຮ່ວມກັບນ້ຳໝັກຊີວະພາບໂດຍແບ່ງໄດ້ເປັນໄລຍະດັ່ງນີ້:
ໄຖພວນ.
1. ຫວ່ານປຸ໋ຍຊີວະພາບ 100 ກິໂລກຼາມໃຫ້ທົ່ວ.
2. ປະສົມນ້ຳໝັກຊີວະພາບ 20 ບ່ວງແກງປະສົມນໍ້າ 80 ລິດ ສີດໃຫ້ທົ່ວໜານປູກ ແລ້ວໄຖພວນປະໄວ້ 15 ມື້ ເພື່ອໃຫ້ນ້ຳໝັກຊີວະພາບຍ່ອຍສະຫລາຍວັດສະພືດ ແລະ ເຟືອງເຂົ້າໃຫ້ເປັນປຸ໋ຍທຳມະຊາດ ແລະ ເລັ່ງການງອກຂອງແກ່ນພືດ.
ໄຖຄາດ.
1. ສີດນ້ຳໝັກຊີວະພາບໃນອັດຕາສ່ວນເກົ່າອີກເທື່ອໜື່ງ.
2. ໄຖຄາດໃຫ້ທົ່ວເພື່ອກຽມປັກດຳ.
ຫຼັງປັກດຳ 7-15 ມື້.
1. ຫຼັງປັກດຳ 7-15 ມື້ ຫວ່ານປຸ໋ຍຊີວະພາບໃຫ້ທົ່ວໜານ 30 ກິໂລກຼາມ/ໄລ່.
2. ແລ້ວສີດນ້ຳໝັກຊີວະພາບ 20 ບ່ວງແກງປະສົມນໍ້າ 80 ລິດ.
ເຂົ້າອາຍຸ 1 ເດືອນ.
1. ຫວ່ານປຸ໋ຍຊີວະພາບ 30 ກິໂລກຼາມ/ໄລ່
2. ສີດນ້ຳໝັກ 20 ບ່ວງແກງປະສົມນໍ້າ 80 ລິດ.
ກ່ອນເຂົ້າຕັ້ງທ້ອງເລັກນ້ອຍ.
1. ຫວ່ານປຸ໋ຍຊີວະພາບ 40 ກິໂລກຼາມ/ໄລ່.
2. ສີດດ້ວຍນ້ຳໝັກຊີວະພາບ 20 ບ່ວງແກງ ຕໍ່ນໍ້າ 80 ລິດ.
ເຂົ້າຕິດເມັດແລ້ວ.
1. ສີດນ້ຳໝັກຊີວະພາບ 20 ບ່ວງແກງຕໍ່ນໍ້າ 80 ລິດ

ແຫຼ່ງຂໍ້ມູນ: ພະຍຸງ ໂພທິຈັນ ຊຸມຊົນບ້ານກະເສດພັດທະນາ ບ້ານເລກທີ 36/ຢ ໝູ່ທີ່ 10 ຕຳບົນໜອງບົ່ມກ້ວຍ, ອຳເພີບ້ານໄຮ່ ຈັ່ງຫວັດອຸໄທທານີ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ