ເຕັກນິການຜະລິດປຸຍນ້ຳຊີວະພາບຈາກຫອຍເຊີລີ້

ໃນປັດຈຸບັນີ້ສັງຄົມບ້ານເຮົາມີການລົນນະລົງໃຫ້ຢຸດໃຊ້ສານເຄມີ ເພື່ອໃຫ້ພຶດຜັກປອດສານຜິດຫຼາຍຂື້ນ ກະເສດອິນຊີເປັນອີກແນວທາງໜື່ງ ທີ່ກະເສດຕະກ່ອນຄວນເລືອກໃຊ້ ແລະ ໃນການເຮັດປຸຍນ້ຳຊີວະພາບ ນັ້ນມີຫຼາຍຊະນິດດ້ວຍກັນຫາໄດ້ງ່າຍໃນຊຸມຊົນ ຫຼື ອີກໃນໜື່ງອາດເປັນສີ່ງທີ່ບໍ່ມີປະໂຫຍດ ແລະ ຍັງສົ່ງຜົນເສຍຕໍ່ນາເຂົ້າເຊັ່ນ: ຫອຍເຊລີ້ເປັນຕົ້ນ.
ວັດສະດຸອຸປະກ່ອນ.
1. ໂຕຫອຍເຊີລີ້ທີ່ບໍ່ມີເປືອກ.
2. ໂຕຫອຍເຊີລີ້.
3. ພຶດສົດ ອ່ອນ/ແກ່.
4. ໂຕຫອຍເຊີລີ້ພ້ອມບໍ້ຫອຍ.
5. ນ້ຳຕານໂມລາສ.
6. ຖັງໝັກທີ່ມີຝາປິດ ຂະໜາດບັນຈຸ 30 ລິດ ຫຼື 200 ລິດ.
7. ຫົວເຊື່ອຈຸລີນຊີທຳມະຊາດ.
8. ທັງບັນຈຸຫົວເຊື່ອຈຸລິນຊີທຳມະຊາດ.
9. ຖັງ ບັນຈຸຜະລິດຜົນປຸຍນ້ຳມັກຈາກຫອຍເຊີລີ້.
10. ບ່ອນກອງປຸຍນ້ຳໝັກຈາກຫອຍເຊີລີ້.
ວິທີການເຮັດຫົວເຊື່ອຈຸລິນຊີທຳມະຊາດ.
1. ເກັບຫົວເຊື້ອຈຸລິນຊີທຳມະຊາດຈາກຕາຂອງເປືອກໝາກນັດໃນສວນປູກໝາກນັດ ທີ່ຢູ່ໃນໄລຍະການຈະເລີນເຕີບໃຫຍ່ເຕັມທີ່ພ້ອມຈະເກັບຂາຍສູ່ຕະຫຼາດຜູ້ບໍລິໂພກຊີ່ງສວນໝາກນັດ ດັ່ງກ່າວຈະຕ້ອງບໍ່ມີການໃຊ້ສານເຄມີກຳຈັດພະຍາດພຶດມາກ່ອນໜ້າທີ່ຈະເກັບເຊື່ອຈຸລິນຊີບໍ່ໜ່ອຍກວ່າ 3 ເດືອນ.
2. ປາດ ຫຼືປອກເປືອກໝາກນັດໃຫ້ຕິດຕາຈາກໜ່ວນໝາກນັດສຸກຈຳນວນ 3 ສ່ວນ ສັບ ຫຼືບັດໃຫ້ລະອຽດ ແລ້ວນຳໄປປະສົມກັບນ້ຳຕານໂມລາສຈຳນວນ 1 ສ່ວນ ເອົາທັງ 2 ສ່ວນມາປະສົມຄົນໃຫ້ເຂົ້າກັນເປັນຢ່າງດີ ພ້ອມທັງໃສ່ນ້ຳໝາກພ້າວປະສົມນຳ 1 ສ່ວນ ແລ້ວເອົາສ່ວນຂ້າງຕົ້ນໃສ່ພາຊະນະ ແລະປິດຝາດ້ວຍຜ້າຂາວບາງປະໄວ້ 7-10 ມື້ ຖ້າມີກີ່ນເໝັນໃຫ້ໃສ່ນໍ້າຕານໂມລາສເຕີມໃສ່ພໍສົມຄວນແລ້ວຄົນເຂົ້າກັນຈົນກີ່ນຫາຍໄປ.
3. ຫົວເຊື່ອຈຸລິນຊີທີ່ໝັກໄດ້ແລ້ວຈະມີກີ່ນຫອມ ຫຼືກີ່ນສົມເລັກນ້ອຍ ຫຼືມີກີ່ນຫອມຄືກີ່ນຫົວເຊື້ອເຫຼົ່າ ເກັບໄວ່ໃນພາຊະນະທີ່ປິດຝາສະນິດໃນສະພາບອຸນນະພູມຫ້ອງໄດ້ດົນເປັນປີ.
ວິທີການເຮັດປຸຍນ້ຳໝັກຈາກຫອຍເຊີລີ້.
ວິທີທີ່ 1: ການເຮັດປຸຍນ້ຳໝັກຈາກຫອຍເຊີລີ້ໝົດໂຕພ້ອມບໍ້ຫອຍ.
ເອົາຫອຍເຊີລີ້ໝົດໂຕມາທຸບ ຫຼືບົດໃຫ້ລະອຽດຈະໄດ້ຊີ້ນຫອຍເຊີລີ້ພ້ອມເປືອກ ແລະນໍ້າຈາກຫອຍເຊີລີ້ ແລະເອົາໄປປະສົມນ້ຳຕານໂມລາສ ແລະນ້ຳມັກຫົວເຊື້ອຈຸລິນຊີທຳມະຊາດ ອັດຕາ 3:3:1 ຄົນໃຫ້ເຂົ້າກັນ ແລະເອົາໄປບັນຈຸໃນຖັງໝັກຂະໜາດ 30 ລິດ ຫຼື 200 ລິດ ຢ່າງໃດຢ່າງໜື່ງປິດຝາປະໄວ້ ອາດຈະຄົນໃຫ້ເຂົ້າກັນຫາກມີການແບ່ງຊັ້ນ ໃຫ້ສັງເກດວ່າມີກີ່ນເໝັນ ຫຼືບໍ່ ຖ້າມີກີ່ນເໝັນໃຫ້ໃສ່ນ້ຳຕານໂມລາສເພີ່ມຂື້ນ ແລະຄົນໃຫ້ເຂົ້າກັນຈົນກວ່າຈະຫາຍເໝັນເຮັດແບບນີ້ຕໍ່ໄປເຮື້ອຍໆຈົນກວ່າຈະບໍ່ເກີດແກ໊ດ ໃຫ້ເຫັນເທີ່ງໜ້າຂອງປຸຍນ້ຳໝັກຈາກຫອຍເຊີລີ້ ແຕ່ຈະເຫັນຄວາມລະຫຍິບລະຫຍັບຢູ່ເທີ່ງໜ້ານ້ຳໝັກດັ່ງກວ່າ ບາງເທື່ຶອາດຈະພົບເຫັນວ່າມີໜອນລຶຍຢູ່ໜ້າ ຫຼືບໍລິເວນຂອບຖັງພາຊະນະບັນຈຸຄວນຖາຈົນກວ່າໜອນດັ່ງກວ່າໂຕໃຫຍ່ເຕີມທີ່ ແລະ ຕາຍໄປຖືວ່າການໝັກຫອຍເຊີລີ້ໝົດໂຕແມ່ນສຳເລັດຂະບວນການການລະຫຼາຍເປັນປຸຍນ້ຳໝັກຈາກຫອຍເຊີລີ້ ສາມາດເອົາໄປໃຊ້ໄດ້ ຫຼືເອົາໄປພັດທະນາປະສົມກັບປຸຍນ້ຳອື່ນໆ ໃຊ້ປະໂຫຍດຕໍ່ໄປ.
ວິທີທີ່ 2: ການເຮັດປຸ໋ຍນ້ຳໝັກຈາກໄຂ່ຫອຍເຊີລີ້.
ເອົາໄຂ່ຫອຍເຊີລີ້ ຫຼື ກຸ່ມໄຂ່ຫອຍເຊີລີ້ມາທຸບ ຫຼື ບົດໃຫ້ລະອຽດ ຈະໄດ້ນໍ້າໄຂ່ຫອຍເຊີລີ້ພ້ອມເປືອກ ແລ້ວເອົາປະສົມກັບນໍ້າຕານໂມລາສ ແລະ ນ້ຳໝັກຫົວເຊື້ອຈຸລິນຊີທຳມະຊາດອັດຕາ 3:3:1 ຄົນໃຫ້ເຂົ້າກັນແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.


ວິທີທີ່ 3: ການເຮັດປຸຍນ້ຳມັກຈາກຫອຍເຊີລີ້ ແລະພຶດ.
ເອົາໄຂ່ຫອຍເຊີລີ້ ຫຼືກຸ່ມໄຂ່ຫອຍເຊີລີ້ມາທຸບ ຫຼືບົດໃຫ້ລະອຽດ ແລະເອົາໄປປະສົມກັບພຶດອ່ອນໆ ຫຼືສ່ວນຍອດຄວາມຍາວບໍ່ເກີນ 20 ຊມ. ທີ່ຕັດ ຫຼືບົດລະອຽດຄືກັນ ແລ້ວເອົາປະສົມໃນອັດຕາສ່ວນໄຂ່ຫອຍເຊີລີ້ບົດລະອຽດ:ນ້ຳຕານໂມລາສ:ພຶດສ່ວນອ່ອນບົດລະອຽດ ແລະນໍ້າໝັກຫົວເຊື້ອຈຸລິນຊີທຳມະຊາດຄື: 3:3:1:1 ແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.
ວິທີທີ່ 4: ການເຮັດປຸຍນ້ຳໝັກຈາກໂຕຫອຍເຊີລີ້.
ເອົາຫອຍເຊີລີ້ທັງໂຕຈໍານວນເທົ່າໃດກໍ່ໄດ້ມາຕົ້ມໃນໝໍ້ ພ້ອມທັງປະສົມເກືອໃສນໍາໃນຈໍານວນທີ່ພໍດີ ເພື່ອໃຫ້ໂຕຫອຍເຊີລີ້ແຍກອອກຈາກເປືອກໄດ້ງ່າຍຂື້ນ ແລ້ວເອົາສະເພາະໂຕຫອຍເຊີລີ້ມາບົດໃຫ້ລະອຽດໃຫ້ໄດ້ຈຳນວນ 3 ສ່ວນ ເພື່ອປະສົມກັບນ້ຳຕານໂມລາສ ແລະນ້ຳໝັກຈາກເຊື້ອຈຸລິນຊີທຳມະຊາດ 3:3:1 ຄົນໃຫ້ເຂົ້າກັນແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.
ວິທີທີ່ 5: ການເຮັດປຸຍນ້ຳໝັກຈາກໂຕຫອຍເຊີລີ້ ແລະ ພຶດສົດ.
ເອົາໂຕຫອຍເຊີລີ້ທີ່ໄດ້ຈາກການຕົ້ມກັບເກືອຄືວິທີທີ່ 4 ມາບົດໃຫ້ລະອຽດແລ້ວເອົາໄປປະສົມກັບນໍ້າຕານໂມລາສ ແລະສີ້ນສ່ວນຂອງພຶດທີ່ອ່ອນຄືກັບວິທີທີ່ 3 ອັດຕາສ່ວນໂຕຫອຍເຊີລີ້ບົດລະອຽດ:ນ້ຳຕານໂມລາສ:ພຶດບົດລະອຽດ:ນ້ຳໝັຈຸລິນຊີຄື 3:3:1:1 ຄົນປະສົມໃຫ້ເຂົ້າກັນເປັນຢ່າງດີແລ້ວເອົາໄປໝັກຕາມຂະບວນການເຊັ່ນດຽວກັບວິທີທີ່ໜື່ງ.

ວິທີທີ່ 6: ການເຮັດປຸນນ້ຳໝັກຈາກໂຕຫອຍເຊີລີ້ ໄຂ່ຫອຍເຊີລີ້ ແລະ ພຶດສົດ.
ວິທີນີ້ເປັນການປະສົມປະສານການເຮັດປຸຍນໍ້າໝັກແບບໝົດທຸກອັນບໍ່ຕ້ອງແຍກວັດສະດຸ ແຕ່ລະຊະນິດຄວນໃຊ້ອັດຕາສ່ວນດັ່ງນີ້: ໂຕຫອຍເຊີລີ້ພ້ອມເປືອກ ຫຼືໂຕຫອຍເຊີລີ້ຢ່າງດຽວ:ໄຂ່ຫອຍເຊີລີ້:ພຶດອ່ອນ ອັດຕາ 3:3:5-6:2-3 ມີຂໍ້ສັງເກດພຽງແຕ່ເບີ່ງວ່າມີກີ່ນເໝັນບໍ່ ຫາກມີກີ່ນເໝັນໃຫ້ເຕີມນ້ຳຕານໂມລາສ ແລະນ້ຳໝັກຫົວເຊື້ອຈຸລິນຊີທຳມະຊາດເພີ່ມຂື້ນຈົນກວ່າຈະບໍ່ມີກີ່ນ ຈະໃຊ້ເວລາດົນປານໃດໃຫ້ສັງເກດເບີ່ງລັກສະນະຂອງໜ້າປຸຍນ້ຳໝັກ ເຊັ່ນດຽວກັບການເຮັດນ້ຳໝັກຫົວເຊື້ອຈຸລິນຊີທຳມະຊາດ.

ແຫຼ່ງຂໍ້ມູນ: ກົມພັດທະນາທີ່ດິນ, ກະຊວງກະເສດ ແລະ ສະຫະກອນ www.ldd.go.th

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ