ເຂົ້າອົບປົບ (Obpob)

ປະຫວັດຄວາມເປັນມາ.
ແນວພັນເຂົ້າໜຽວຈາກບ້ານນ້ຳທຸງ, ເມືອງນ້ຳທາ ທີ່ໄດ້ມີພີ່ນ້ອງນຳເຂົ້າມາແຕ່ ສປ ຈີນ, ແຕ່ປີ 2006. ຫຼັງຈາກນັ້ນ, ພະນັກງານວິຊາການກະສິກຳໄດ້ນຳໄປທົດສອບຢູ່ບາງເມືອງກ່ອນ ແລະ ບາງເມືອງແມ່ນທົດສອບໃນໄລຍະຈັດຕັ້ງປະຕິບັດໂຄງການ NURIFaR.
ລັກສະນະປະຈຳພັນ.

ລັກສະນະ ເຂົ້າໜຽວ
ຜົນຜະລິດ 4 – 5 ໂຕນຕໍ່ເຮັກຕາ4 – 5 ໂຕນຕໍ່ເຮັກຕາ
ອາຍຸ 138 – 148 ວັນ
ລັກສະນະແຕກກໍ ແຕກກໍໄດ້ຫຼາຍ ແລະ ມີຊົງຕົ້ນຕັ້ງຊື່ດີ
ລວງສູງ 85 – 95 ຊັງຕີແມັດ
ລັກສະນະຂອງລຳຕົ້ນ ແຂງແຮງດີ ແລະ ບໍ່ລົ້ມເວລາສຸກແກ່
ສີໃບ ແລະ ລັກສະນະໃບ ສີຂຽວເຂັ້ມ ແລະ ໃບຕັ້ງຊື່ດີ
ສີເມັດເຂົ້າເປືອກ ສີເຫຼືອງ
ຂະໜາດເມັດເຂົ້າສານ ຍາວ 10.65 ມີລີແມັດ, ກວ້າງ 3.32 ມີລີແມັດ. ໜາ 2033 ມີລີແມັດ
ຮູບຮ່າງ ຮຽວ
ນ້ຳໜັກ 1,000 ເມັດ 39 ກຼາມ
ຄຸນນະພາບການກິນ ອ່ອນນຸ່ມດີ
ເປີເຊັນການສີ ສູງ (64%)

ຈຸດດີ ແລະ ຈຸດອ່ອນ.
ຈຸດດີ: ເປັນແນວພັນໃຫ້ຜົນຜະລິດສູງ, ສາມາດປູກທັງນາປີ ແລະ ນາແຊງ, ຕອບສະໜອງຕໍ່ຝຸ່ນໄນໂຕຼເຈນ (Nitrogen) ໄດ້ດີ. ສາມາດປັບຕົວໄດ້ດີໃນສະພາບແວດລ້ອມທີ່ກວ້າງຂວາງ, ເປັນແນວພັນຕົ້ນແຂງ, ບໍ່ລົ້ມ ແລະ ທົນບົ່ວໃນລະດັບກາງ ( ປູກຢູ່ເມືອງປາກອູ ທຽບໃສ່ແນວພັນດໍຂອງຈີນ ). ເໝາະສົມໃນເຂດພາກເໜືອ ເຊັ່ນ: ແຂວງຫຼວງພະບາງ, ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ….
ຈຸດອ່ອນ: ບໍທົນຕໍ່ດ້ວງກໍ.
ວິທີປູກ.
ລະດູຕົກກ້າ ແລະ ປັກດຳ.
• ນາປີ: ເລີ່ມຕົກກ້າກາງເດືອນມິຖຸນາ, ປັກດຳທ້າຍເດືອນມິຖຸນາ ແລະ ເກັບກ່ຽວຊ່ວງທ້າຍເດືອນຕຸລາ
• ນາແຊງ: ຕົກກ້າກາງເດືອນພະຈິກ, ປັກດຳກາງເດືອນທັນວາ ແລະ ເກັບກ່ຽວຊ່ວງທ້າຍເດືອນພຶດສະພາ.
• ອາຍຸກ້າເໝາະສົມໃນການປັກດຳ: 21 – 25 ວັນ ສໍາລັບນາປີ ແລະ 25 – 30 ວັນສໍາລັບນາແຊງ, ໃນເຂດໜາວອາຍຸກ້າອາດຈະຍາວກວ່າ, ແຕ່ຕ້ອງສັງເກດເບິ່ງຈຳນວນໃບກ້າທີ່ມີ 4.5 – 5.5 ໃບ ( ນັບທັງໃບເຄົ້າ ).
• ໄລຍະປັກດຳ: 20 x 20 ຫຼື 25 ສຸມຕໍ່ຕາລາງແມັດ.
• ຈຳນວນກີບກ້າປັກດຳ: 3 – 4 ກີບກ້າຕໍ່ສຸມ.
ອັດຕາຝຸ່ນເຄມີ.
• ຝຸ່ນຮອງພື້ນ: ປຸ໋ຍສູດ 16-20-00 ໃນອັດຕາ 150 ກລ/ຮຕ ( ສໍາລັບນາດິນໜຽວ ) ຫຼື 200 ກລ/ຮຕ ຂອງປຸ໋ຍສູດ 15-15-15 ( ສໍາລັບນາດິນຊາຍ ) ຫວ່ານໃນເລາປັກດໍາ.
• ຝຸ່ນເລັ່ງ: ຫວ່ານຝຸ່ນເລັ່ງ 2 ຄັ້ງ ໃນເວລາ 25 – 30 ວັນ ແລະ 45 – 50 ວັນ ຫຼັງປັກດໍາໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.
ໝາຍເຫດ: ນາຕີນບ້ານ ຫຼື ດິນທີ່ມີຄວາມອຸດົມສົມບູນສູງບໍ່ຕ້ອງໃສ່ຝຸ່ນ ( ເມື່ອສັງເກດເຫັນໃບເຂົ້າຂຽວຢູ່ຕະຫຼອດ ). ສ່ວນນາດິນບໍ່ດີຄວນໃສ່ຝຸ່ນຄອກໃນອັດຕາ 3 – 5 ໂຕນ/ເຮັກຕາ ກ່ອນ.

ແຫຼ່ງຂໍ້ມູນ: ປື້ມຄຳແນະນຳການນຳໃຊ້ແນວພັນເຂົ້າສຳລັບພາກເໜືອຂອງລາວ. ໂຄງການຄົ້ນຄວ້າລະບົບການຜະລິດກະສິກຳ ໂດຍເອົາເຂົ້າເປັນພື້ນຖານ ໃນເຂດພູດອຍ ຢູ່ພາກເໜືອ.

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ