Monthly Archives: January 2019

ການຜະລິດເບ້ຍຢາງພາລາແບບເຫງົ້າ


I. ການກ້າເບ້ຍ
1. ການກຽມພື້ນທີ່ດິນ.
– ພື້ນທີ່ຕ້ອງສະດວກໃນການນຳໃຊ້ນ້ຳ ແລະ ຂົນສົ່ງ
– ຖາງ, ຈູດ ແລະ ອານາໄມໃຫ້ສະອາດດີ
– ຄາດ ຫຼື ທຸບໃຫ້ດິນມຸ່ນດີ
2. ການສ້າງໜານກ້າ.
– ຂະໜາດໜານກ້າກວ້າງ 70 ຊມ ( 3 ຄືບ ) ແລະ ໜານຫ່າງກັນ 40-50 ຊມ ( 2-3 ຄືບ ), ສູງ 15-20 ຊມ ( 1 ຄືບ ).
– ໃຊ້ຊາຍປົນໜານກ້າໃຫ້ໜາ 4-5 ຊມ ( 2-3 ຂໍ້ມື )
– ໜານກ້າຕ້ອງມຸງດ້ວຍຜ້າກັນແສງ 50
3. ການຈັດຫາແກ່ນ.
– ແກ່ນຕ້ອງມາຈາກຕົ້ນທີ່ມີອາຍຸ 10 ປີຂື້ນໄປ
– ຄວນເກັບແກ່ນໃນເດືອນ 9-10 ( ແກ່ນທີ່ດີຈະມີຂະໜາດ 220-250 ແກ່ນ/ກິໂລ )
– ແກ່ນທີ່ເກັບມາຄວນຫວ່ານກ່ອນ 15 ວັນລົງມາ
4. ການຫວ່ານແກ່ນ ( ອັດຕາ 15 ກິໂລ/1,000 ຕາແມັດ )
– ເອົາແກ່ນແຊ່ນ້ຳປະໄວ້ 12 ຊົ່ວໂມງ ແລະ ເອົາອອກມາປະໄວ້ 12 ຊົ່ວໂມງ.
– ຫວ່ານແກ່ນລົງໃນໜານກ້າໃຫ້ແກ່ນຫ່າງກັນປະມານ 1-1.5 ຊມ ( 1-2 ຂໍ້ມື )
– ໃຊ້ຊາຍປົກເທີງແກ່ນໃຫ້ໜາ 0,5-1 ຊມ ( 1 ຂໍ້ມື )
– ຫົດນ້ຳໃຫ້ຊຸ່ມຢູ່ສະເໝີພາຍໃນ 10-15 ວັນແກ່ນຈະງອກ.
– ແກ່ນງອກຫຼັງ 15 ວັນ ບໍ່ຄວນເອົາໄປນໍາໃຊ້.
II. ການຊຳເບ້ຍຢາງພາລາ.
1. ການກຽມດິນ.
– ພື້ນທີ່ຕ້ອງສະດວກໃນການນຳໃຊ້ນ້ຳ ແລະ ຂົນສົ່ງ
– ຖາງ, ຈູດ ແລະ ອານາໄມໃຫ້ສະອາດດີ
– ໄຖ ຫຼື ຂຸດໃຫ້ເລິກ 20-25 ຊມ ( ຄືບໜື່ງ ), ຕາກແດດ 5-7 ວັນ
– ຄາດ ຫຼື ທຸບໃຫ້ດິນມຸ່ນດີ.

2. ການສ້າງໜານຊຳ.
– ຄວາມຍາວຂອງໜານໄປຕາມທິດຕາເວັນອອກຫາທິດຕາເວັນຕົກ
– ຄວາມກວ້າງ 50 ຊມ, ໄລຍະຫ່າງໜານຕໍ່ໜານ 50-60 ຊມ ແລະ ສູງ 15-20 ຊມ
– ເບ້ຍທີ່ຈະເອົາມາຊຳຕ້ອງມີຄວາມສູງ 10-20 ຊມ ຫຼື ມີໃບ 1-2 ໃບ
– ເບ້ຍທີ່ນຳໄປຊຳໃຫ້ມີແກ່ນຕິດໄປນຳຍິ່ງເປັນການດີ
– ໃນໜື່ງໜານໃຊ້ຊຳເປັນສອງແຖວໄລຍະຫ່າງແຖວ 40 ຊມ, ໄລຍະຫ່າງຖັນ 25-30 ຊມ.
– ໃຊ້ໄມ້ປັກລົງໄປໃນນານຊຳແລ້ວຖອດອອກ, ເອົາເບ້ຍຢາງປ່ອນລົງແລ້ວຖົມໃຫ້ແໜ້ນ
– ຫົດນ້ຳ 3 ມື້ ຕິດຕໍ່ກັນຈາກນັ້ນຫົດອາທິດລະຄັ້ງ.

III. ການຕິດຕາ.
1. ການກະກຽມ
– ຕົ້ນຕໍຕ້ອງມີອາຍຸ 8-10 ເດືອນ ( ໜ້າຕັດບ່ອນຄໍຮາກ 1 ຊມ )
– ກິ່ງພັນຕ້ອງມີອາຍຸ 1-1.5 ປີ, ກິ່ງຍາວ 1 ແມັດ, ຄວນມີຕາທີ່ໃຊ້ໄດ້ 10 – 15 ຕາ
– ອຸປະກອນທີ່ນຳໃຊ້ປະກອບມີ: ມີດ, ເລື່ອຍ, ແຜ່ນຢາງ, ຫີນລັບມີດ
– ຕາພັນດີ ແລະ ຖົງໃສ່ອຸປະກອນ
– ການເກັບຮັກສາງ່າພັນ: ຄວນເກັບໄວ້ບ່ອນຮົ່ມໃຊ້ກາບກ້ວຍຫໍ່, ຖ້າມີການເຄື່ອນຍ້າຍຄວນໃຊ້ເຟືອງ ຫຼື ຂີ້ແກບຮອງພື້ນແລ້ວຫົດນ້ຳໃຫ້ຊຸ່ມ ແລະ ງ່າພັນບໍ່ຄວນເກັບໄວ້ເກີນ 3 ມື້
2. ຂັ້ນຕອນການຕິດຕາ.
– ໃຊ້ແພເຊັດທຳຄວາມສະອາດຕົ້ນຕໍບ່ອນທີ່ຈະຕິດຕາ, ໃຊ້ມີດປາດຕາມລວງຍາວຂອງລຳຕົ້ນໃຫ້ເປັນສອງຮ່ອງຮອຍແຕ່ເທີງລົງລຸ່ມເປັນຮູບສາມແຈ. ຮອຍປາດຍາວ 4-5 ຊມ, ປາກບາດກວ້າງ 1-2 ຊມ ແລະ ຫ່າງຈາກໜ້າດິນ 2-4 ຊມ.

– ແກະເປືອກຕົ້ນຕໍແຕ່ເທີງລົງລຸ່ມໃຊ້ມີດປາດເປືອກທາງດ້ານລຸ່ມຂອງປາກບາດ ແລະ ແກະເອົາແຜ່ນຕາພັນດີໃຫ້ມີເນື້ອໄມ້ຕິດມາໜ້ອຍໜື່ງແຕ່ແຜ່ນຕາໃຫ້ພໍດີກັບຮອຍປາກບາດ, ຕິດແຜ່ນຕາໃສ່ຮອຍປາກບາດແລ້ວພັນດ້ວຍແຜ່ນຢາງແຕ່ລຸ່ມຂື້ນເທີງໃຫ້ແໜ້ນຍົກເວັ້ນບ່ອນໜໍ່ຕາ.
– ເມື່ອຕິດໄດ້ 2-3 ອາທິດກໍ່ສາມາດແກ້ແຜ່ນຢາງອອກໄດ້.

3. ການຕັດຕົ້ນຕໍ.
ເມື່ອຕິດຕາໄດ້ 6-8 ເດືອນກໍ່ສາມາດຕັດຕົ້ນຕໍໄດ້, ຕັດເທີງບ່ອນຕິດຕາປະມານ 8 ຊມ, ໃຫ້ຕັດເປັນມູມອ່ຽງ 45 ອົງສາ. ໃຫ້ຕັດດ້ານແຜ່ນຕາໄປທາງຫຼັງ, ໃຊ້ສີທາຮອຍບາດເພື່ອບໍ່ໃຫ້ນ້ຳ ແລະ ພະຍາດເຂົ້າ. ເມື່ອຕັດຕົ້ນຕໍໄດ້ປະມານ 2 ອາທິດກໍ່ສາມາດຂຸດໄປປູກໄດ້, ຕ້ອງຂຸດໃຫ້ໄດ້ຮາກແກ້ວຍາວປະມານ 20 ຊມ, ຕັດແຕ່ງຮາກໃຫ້ຮຽບຮ້ອຍ, ໂອບດ້ວຍໄມ້ໄຜ່ ແລະ ໃຊ້ຢາງບ້ວງຮັດໃຫ້ແໜ້ນເພື່ອປ້ອງກັນບໍ່ໃຫ້ໜໍ່ຕາຫັກ.
IV. ການຄັດເລືອກເຫງົ້າໃຫ້ໄດ້ມາດຕະຖານ.
ຈະມີຮາກແກ້ວທີ່ສົມບູນ, ຮາກດຽວບໍ່ຄົດງໍເປືອກຫຸ້ມຮາກບໍ່ຊ້ຳ, ຄວາມຍາວຂອງຮາກແກ້ວແທກຈາກໜ້າດິນບໍ່ຕ່ຳກວ່າ 20 ຊມ, ລຳຕົ້ນສົມບູນ, ຊື່ງາມ, ຂະໜາດເສັ້ນຜ່າກາງແທກຢູ່ຕາມີຂະໜາດ 1-2 ຂໍ້ມື, ຄວາມຍາວຂອງລຳຕົ້ນຈາກໜ້າດິນເຖີງຕາບໍ່ເກີນ 10 ຊມ ແລະ ຈາກຕາເຖີງຮອຍຕັັດບໍ່ຕ່ຳກວ່າ 8 ຊມ, ແຜ່ນຕາສີຂຽວ, ສົມບູນ, ຕາທີ່ຕິດບໍ່ປີ້ນລວງ, ປາສະຈາກເຊື້ອພະຍາດ.

ແຫຼ່ງຂໍ້ມູນ: ການຜະລິດເບ້ຍຢາງພາລາແບບເຫງົ້າ ( ສຳລັບຊາວກະສິກອນ ), ຂະແໜງສົ່ງເສີມກະສິກຳ ແລະ ປ່າໄມ້ ແຂວງຫຼວງນ້ຳທາ
ໂທ: 086 212115

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

 

ການລ້ຽງເປັດໄຂ່ແບບປະຢັດຕົ້ນທຶນ


ໄຂ່ເປັດເປັນແຫຼ່ງອາຫານທີ່ໃຫ້ທາດໂປຣຕິນສູງ ແລະ ນຳມາປະກອບອາຫານໄດ້ຫຼາກຫຼາຍວິທີ ແຕ່ປັດຈຸບັນໄຂ່ ທີ່ຂາຍໃນທ້ອງຕະຫຼາດ ມີປະລິມານບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ບໍລິໂພກ ເພາະເປັດໄຂ່ລ້ຽງຂ້ອນຂ້າງຍາກຫາກເປັດເກີດອາການຕົກໃຈ ຫຼື ດູແລບໍ່ດີພໍກໍ່ຈະບໍ່ຍອມອອກໄຂ່. ການລ້ຽງເປັດໄຂ່ແບບປະຢັດຕົ້ນທຶນ ເຮົາສາມາດຫາອາຫານທຳມະຊາດ ທີ່ມີຢູ່ໃນທ້ອງຖິ່ນທີ່ຜະລິດເອງ ຫຼື ຫາຊື້ເພີ່ມເຕີມເຊັ່ນ: ຮຳເຂົ້າ, ເຂົ້າປຽນ ຫຼື ເສດອາຫານທີ່ເຫຼືອອາຊີບກະສິກຳເຊັ່ນ: ຕົ້ນກ້ວຍ, ຫຍ້າສົດ, ຈອກ, ແໜ, ເສດຜັກ, ຜັກຕົບ ເປັນຕົ້ນ. ຊຶ່ງເປັນການປະຢັດຕົ້ນທຶນການຜະລິດເປັດໄຂ່ໄດ້ເປັນຢ່າງດີ. ເປັດໄຂ່ຈະເລີ່ມໃຫ້ໄຂ່ເມື່ອອາຍຸປະມານ 5 ເດືອນ.
ພື້ນທີ່ສຳລັບລ້ຽງເປັດໄຂ່.
ໃຊ້ຕາໜ່າງຂຽວລ້ອມເປັນຄອກ 4 ຫຼ່ຽມສຳລັບໃຫ້ເປັດນອນໃນຊ່ວງກາງຄືນ ແລະ ຄວນເປັນພື້ນທີ່ໃກ້ແຫຼ່ງນ້ຳເພື່ອໃຫ້ເປັດໄດ້ລົງອາບນ້ຳເພື່ອຄາາຍຮ້ອນ ແລະ ຄາຍຄຽດ.

ການລ້ຽງເປັດໄຂ່ໃນໄລຍະຕ່າງໆ.
– ລູກເປັດທີ່ມີອາຍຸລະຫວ່າງ 1 ວັນຫາ 3 ອາທິດ ຄວນໃຫ້ຄວາມອົບອຸ່ນໃພ້ພຽງພໍເຊິ່ງສາມາດໃຊ້ຫຼອດໄຟຟ້າເພື່ອເພີ່ມຄວາມອົບອຸ່ນໄດ້.
– ໄລຍະທຳອິດທີ່ເລີ່ມລ້ຽງຢ່າໃຫ້ລູກເປັດນ້ອຍລົງຫຼິ້ນນຳ, ພາຊະນະສຳລັບໃສ່ນ້ຳຄວນມີບ່ອນຂັ້ນເພື່ອບໍ່ໃຫ້ລູກເປັດລົງໄປຫຼິ້ນເພາະອາດຈະເຮັດໃຫ້ລູກເປັດໜາວ ແລະ ອາດປອດບວມໄດ້ງ່າຍ.
– ເມື່ອລູກເປັດມີອາຍຸ 2 ຫາ 6 ວັນຄວນໃຫ້ອາຫານອ່ອນໆທີ່ສາມາດຍ່ອຍໄດ້ງ່າຍຊຶ່ງເຮັດໄດ້ໂດຍການປະສົມເຂົ້າຈ້າວສຸກປະສົມກັບອາຫານລູກໄກ່ໃນອັດຕາ

ຄັ້ນນ້ຳເລັກນ້ອຍພໍໝາດໃສ່ຮາງອາຫານໃຫ້ລູກເປັດກິນ.
– ເມື່ອລູກເປັດມີອາຍຸ 1 ຫາ 4 ອາທິດຈະເຕີບໂຕແຂງແຮງສາມາດຟັກຜັກສົດ ຫຼື ຫຍ້າຂົນ (ວັດສະດຸທີ່ຫາໄດ້ໃນທ້ອງຖິ່ນ )ຟັກຊອຍປະສົມເຂົ້າກັນ ແລະ ຄ່ອຍໆຫຼຸດຈໍານວນເຂົ້າສຸກລົງ. ນອກຈາກນີ້ຍັງສາມາດໃຫ້ອາຫານປະສົມຫຼາຍຂຶ້ນໂດຍຈະໃຫ້ຮຳລະອຽດປະສົມກັບເສດວັດສະດຸ ເຊິ່ງເປັນສູດອາຫານທີ່ຄິດຂຶ້ນເອງ.
– ສຳລັບອາຫານເປັດຊ່ວງອາຍຸລະຫວ່າງ 1 ຫາ 4 ເດືອນໄລຍະນີ້ເປັນໄລຍະຂອງການຈະເລີນເຕີບໂຕໄວອາຫານທີ່ໃຫ້ຄວນເປັນອາຫານທີ່ປະສົມເອງ ເຊິ່ງໃຫ້ສິ່ງເສດເຫຼືອຈາກການກະສິກຳປະສົມກັບນ້ຳໝັກຈາກປາ. ໄລຍະນີ້ສາມາດປ່ອຍໃຫ້ເປັດໄຂາລົງຫຼິ້ນນ້ຳ ແລະ ຫາອາຫານເອງໃນທຳມະຊາດໄດ້ແລ້ວ. ໂດຍທຳມະຊາດຂອງເປັດສາມາດຫາລູກກຸ້ງ, ລູກປາ ຫຼື ຫອຍນ້ອຍໆດິນໄດ້ຕາມແຫຼ່ງນ້ຳທຳມະຊາດ.

ການເຮັດນ້ຳປາໝັກ
ສ່ວນປະກອບ:
– ປາເປັດ ( ໝາຍເຖີງປາໂຕນ້ອຍໆ ) ຈຳນວນ 50 ກິໂລກຼາມ
– ພົດ ( ສານເລັ່ງ ) 2 ຈໍານວນ 2 ຊອງ
– ກາກນ້ຳຕານຈຳນວນ 30 ລິດ
– ນ້ຳສະອາດ
ວິທີເຮັດ: ໃສ່ນ້ຳສະອາດຈົນຖ້ວມປາແລ້ວຄົນໃຫ້ເຂົາກັນແລ້ວຕື່ມກາກນ້ຳຕານສ່ວນທີ່ເຫຼືອຄົນໃຫ້ເຂົ້າກັນໝັກໄວ້ 2 ວັນ. ຊຶ່ງໃນມື້ທຳອິດຂອງການໝັກຕ້ອງໝັ່ນຄົນໃຫ້ສ່ວນປະສົມເຂົ້າກັນ ເພື່ອປ້ອງກັນບໍ່ໃຫ້ສ່ວນປະສົມລົ້ນອອກມາຈາກຖັງໝັກໃນວັນທີ່ 2 ຫຼັງຈາກທີ່ປາໝັກຍຸບຕົວໃຫ້ໃສ່ນ້ຳສະອາດໃຫ້ເຕັມຖັງອັດຝາໃຫ້ແໜ້ນ, ປະໄວ້ 2 ວັນ. ຫຼັງຈາກນັ້ນກໍ່ສາມາດນຳມາໃຊ້ເປັນອາຫານເປັດໄຂ່ໄດ້.
ສ່ວນປະກອບອາຫານເປັດໄຂ່
– ຮຳລະອຽດ
– ນ້ຳປາໝັກ
– ກາກໝາກພ້າວ
– ເຂົ້າປຽນ
– ແກບ
– ປູສົ້ມ
– ຜັກຕົບ.

ແຫຼ່ງຂໍ້ມູນ: ສຳນັກງານປະຕຸສັດຈັ່ງຫວັດສະຕູນ 334 ມ.6 ໂທ: 0-7471-1357.

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

 

ຂໍ້ແນະນຳ ເຕັກນິກການຜະລິດຖົງເຫັດ


ການປູກເຫັດຖືເປັນໂອກາດທີ່ຊາວກະສິກອນຈະໃຊ້ເສດວັດສະດຸ ຫຼື ຜົນທີ່ໄດ້ຈາກການຜະລິດນຳມາຜະລິດເປັນການເພີ່ມລາຍໄໄດ້. ຂະໜາດດຽວກັນສິ່ງເສດເຫຼືອຈາກການປູກເຫັດກໍ່ເປັນຝຸ່ນອິນຊີຊັ້ນດີ. ຊຶ່ງຈາກການພິຈາລະນາແລ້ວເຫັນວ່າເຫັດມີຄວາມເໝາະສົມ ໃນກິດຈະກຳການກະເສດຕະກອນແບບປະສົມປະສານ ເພາະເປັນກິດຈະກຳທີ່ມີການລົງທຶນຕ່ຳໃຫ້ຜົນຕອບແທນສະໝ່ຳສະເໝີ. ຖືເປັນລາຍໄດ້ເສີມຢ່າງດີ. ການປູກເຫັດບໍ່ໃຊ້ສານເຄມີທີ່ເປັນອັນຕະລາຍ ຖືວ່າເປັນຜົນດີຕໍ່ຊາວກະສິກອນເອງ, ຕໍ່ຜູ້ບໍລິໂພກ ແລະ ສິ່ງແວດລ້ອມ.
ການຜະລິດຖົງເຫັດ.
ໃນການຜະລິດຖົງເຫັດຈະຕ້ອງຄຳນືງເຖີງປັດໃຈຕ່າງໆ ໂດຍສະເພາະຄວາມຮູ້ ແລະ ປະສົບການ, ເງິນທຶນ ແລະ ຄວາມຕ້ອງການຂອງຕະຫຼາດ.
ວັດຖຸອຸປະກອນ.
– ເຮັດຖົງຢາງສຳລັບໃສ່ຂີ້ເລື່ອຍຂະໜາດ 7 x 12
– ຢາງບ້ວງ
– ງິ້ວ
– ຄໍປາກຖົງເຮັດຈາກປາສະຕິກ ຫຼື ເຮັດດ້ວຍໄມ້ປ່ອງ ເຊັ່ນ: ໄມ້ເຮ້ຍ, ໄມ້ຊອດ
– ຝຸ້ຍສຳລັໜື້ງຂ້າເຊື້ອ
– ໄຖ່ປ່ານ ແລະ ແຜ່ນຢາງສຳລັບປົກປາກຝຸ້ຍ
– ຟືນສຳລັບໜື້ງຂ້າເຊື້ອ
– ຄຸຕັກນ້ຳ
– ຊັວນສຳລັບໃຊ້ປະສົມເຊື້ອ.

  • ສ່ວນປະກອບໃສ່ຂີ້ເລື່ອຍ.

– ຂີ້ເລື່ອຍໄມ້ເນື້ອອ່ອນ 100 ກິໂລ
– ຮຳລະອຽດ 15 ກິໂລ ຫຼື 3 ປິດ
– ຢິບຊຳ 1 ກິໂລ
– ດີເກືອ 300 ກຣາມ
– ປູນຂາວ 1 ກິໂລ

ຮູບການອັດຖົງເຫັ

  • ວິທີເຮັດ.

• ນຳຂີ້ເລື່ອຍມາປະສົມກັບຮຳອ່ອນ ແລະ ຢິບຊຳຄົນໃຫ້ເຂົ້າກັນ ແລະ ລະອຽດດີນຳປູນຂາວມາປະສົມແຊ່ນ້ຳປະມານ ½ ຂອງຝຸ້ຍແລ້ວເອົາບົວຕັກນ້ຳມາຫົດໃຫ້ທົ່ວເຖີງ, ເອົານ້ຳປະສົມກັບດີເກືອຫົດໃຫ້ທົ່ວທຸກບ່ອນໃຫ້ມີຄວາມຊຸ່ມປະມານ 60% ບໍ່ປຽກຊຸ່ມເກີນໄປ ກຳເປັນກ້ອນໄດ້ແຕ່ເມື່ອບີບບໍ່ມີນ້ຳໄຫຼອອກມາອາດໃຊ້ຜ້າຄຸມບົ່ມປະໄວ້ 1 ຄືນ.
• ຫຼັງຈາກນັ້ນຈິ່ງນຳຂີ້ເລື່ອຍຮ່າຍໃສ່ຖົງຢາງກັນຮ້ອນຂະໜາດ 7 x 12 ແຕ່ລະຖົງຂີ້ເລື່ອຍບັນຈຸໄດ້ 1 ກິໂລ ໝາຍຄວາມວ່າຍັດຂີ້ເລື່ອຍໃສ່ຖົງບໍ່ໃຫ້ຫຼົມ ແລະ ບໍ່ໃຫ້ແໜ້ນຈົນເກີນໄປເພາະເຊືື້ອເຫັດຈະເກີດຊ້າ, ໃຫ້ເອົາຄໍໃສ່ປາກຖົງຢາງເອົາຢາງບ້ວງຮັດ, ເອົາໄມ້ຊີຮູລົງເຄິ່ງຖົງເພື່ອສະດວກໃນການເອົາຫົວເຊື້ອເຫັດລົງໃສ່, ເອົາສຳລີອັດປາກຖົງແລ້ວເອົາເຈ້ຍອັດອີກຄັງ
• ນຳໄປໜື້ງຂ້າເຊື້ອຟຸ້ຍເປັນເວລາ 2 ຊົ່ວໂມງ, ກົ້ນຟຸ້ຍເອົານ້ຳໃສ່ປະມານ 15 ຊມ, ລຽງຖົງກ້ອນຂີ້ເລື່ອຍໃນທ່າຕັ້ງ. ລັງຈາກນັ້ນເອົາຜ້າຢາງປົກຫຸ້ມ ແລ້ວເອົາໄຖ່ປ່ານປົກຕື່ມອີກ. ຕ້ອງປົກປາກຟຸ້ຍໃຫ້ດີ.
• ເມື່ອປົກປາກຟຸ້ຍດີແລ້ວຈິ່ງດັງໄຟ, ເວລານ້ຳໃນຟຸ້ຍຟົດແລ້ວຕ້ອງເລີ່ມຕັ້ງເວລາໜື້ງ 2 ຫາ 3 ຊົ່ວໂມງ. ແລ້ວຖອດໄຟອອກ, ປະຖົງຂີ້ເລື່ອຍໄວ້ໃຫ້ເຢັນ, ແລ້ວນຳເອົາຖົງຂີ້ເລື່ອຍມາປະໄວ້ຫ້ອງທີ່ສະອາດ ແລະ ນຳເອົາຫົວເຊື້ອເຫັດມາເຂ່ຍໃສ່ຖົງຂີ້ເລື່ອຍ ( ຫົວເຊື້ອ 1 ແກ້ວສາມາດເຂ່ຍໃສ່ຖົງຂີ້ເລື່ອຍໄດ້ປະມານ 30 ຖົງ )
• ຫຼັງໃສ່ເຊື້ອແລ້ວຄວນບົ່ມຖົງເຊື້ອໄວ້ໃນຫ້ອງທີ່ສະອາດ ຫຼື ບົ່ມໄວ້ໃນຫ້ອງທີ່ເຮັດດ້ວຍເປັນຊັ້ນຍິ່ງດີ ຖ້າບົ່ມເຊື້ອເຫັດໄດ້ປະມານ 3 ຫາ 4 ອາທິດ ເຊື້ອເຫັດກໍ່ຈະເລີ່ມອອກດອກ. ຫຼັງຈາກນັ້ນຈິ່ງນຳຖົງກ້ອນເຊື້ອເຫັດໄປໄວ້ໃນເຮືອນປູກເຫັດທີ່ກະກຽມໄວ້ນັ້ນຫົດນ້ຳທັງເຊົ້າ ແລະ ແລງ.

ຮູບ: ການໜື້ງຂ້າເຊື້ອຖົງເຫັດ                                   ຮູບ: ຖົງເຫັດ ແລະ ການເກີດດອກ

ແຫຼ່ງຂໍ້ມູນ: ຂໍ້ແນະນຳ ເຕັກນິກການຜະລິດຖົງເຫັດ, ກອງສົງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກວິຊາການ, ໜ່ວຍງານຝຶກອົບຮົມສົ່ງເສີມ ຂັ້ນສູນກາງ

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳການລ້ຽງໄກ່ພື້ນບ້ານ

ການລ້ຽງສັດປີກ.
ການລ້ຽງສັດປີກຫຼາຍໆຊະນິດ ລວມກັນມັນເປັນວິທີການລ້ຽງທີ່ບໍ່ເໝາະສົມ ແລະ ບໍ່ຖືກຕ້ອງຕາມຫຼັກການ. ຖ້າເຮົາລ້ຽງສັດປີກປະເພດຕ່າງໆ ແບປະປ່ອຍຊະຊາຍ ແລະ ຊອກກິນອາຫານ ແລະ ນ້ຳຕາມລຳພັງເຮົາບໍ່ຄວນລ້ຽງໄກ່ ແລະ ເປັດໃນສະຖານທີ່ດຽວກັນເຮົາຕ້ອງສ້າງຄອກໃຫ້ມັນຢູ່.

ໃຫ້ອາຫານ ແລະ ນ້ຳທີ່ສະອາດໃຫ້ໄກ່ກິນເພາະມັນຈະຊ່ວຍໃຫ້ຜົນຜະລິດດີເຊັ່ນ: ຊີ້ນ ແລະ ໄຂ່ເພີ່ມຂຶ້ນ. ສັດປີກເປັນສັດຕິດແປດພະຍາດໄດ້ງ່າຍ ແລະ ພະຍາດຫຼາຍຊະນິດທີ່ເຮັດໃຫ້ສັດປີກຕາຍເປັນຈຳນວນຫຼວງຫຼາຍ. ເພື່ອປ້ອງກັນບັນຫາດັ່ງກ່າວມັນມີຄວາມຈຳເປັນທີ່ສຸດທີ່ຈະຕ້ອງໄດ້ສັກຢາວັກຊິນ ແລະ ອານາໄມຄອກໃຫ້ສະອາດຢູ່ສະເໝີ.
ວິທີການລ້ຽງໄກ່ແບບພື້ນບ້ານ.
ຫຼາຍໆຊຸມຊົນລ້ຽງໄກ່ໄວ້ເພື່ອເອົາຊີ້ນ ແລະ ໄຂ່ມາໃຊ້ໃນງານລ້ຽງ, ພິທີກິນດອງ ແລະ ບຸນປະເພນີຕ່າງໆ. ບາງເທື່ອກໍ່ນຳໄປຂາຍເພື່ອນຳເງິນໄປຊື້ຢາ ແລະ ອາຫານຍາມຈຳເປັນ. ເຖີງແນວໃດກໍ່ຕາມ

ການລ້ຽງໄກ່ຂອງປະຊາຊົນບາງຄອບຄົວຍັງບໍ່ທັນໄດ້ຮັບຜົນດີເທົ່າທີ່ຄວນເນື່ອງຈາກບັນຫາດັ່ງລຸ່ມນີ້:
– ໄກ່ບໍ່ໄດ້ກິນອາຫານຢ່າງພຽງພໍຖືກປ່ອຍປະໃຫ້ໄປຫາກິນຕາມລຳພັງນອກຈາກນັ້ນໄກ່ກິນນ້ຳທີ່ເປິເປື້ອນ
– ບໍ່ມີຄອກຢູ່ໄກ່ຈະຕາຍຍ້ອນຄວາມໜາວ, ຝົນ, ແລະ ຖືກສັດຕູທຳລາຍ ຫຼື ສັດປ່າອື່ນໆມາລັກກິນຢູ່ສະເໝີ
– ພັນສັດທີ່ນຳມາລ້ຽງສ່ວນຫຼາຍເປັນພັນພື້ນເມືອງຂະໜາດນ້ອຍ, ໂຕບໍ່ໃຫຍ່ ແລະ ບໍ່ໃຫ້ໄຂ່ຫຼາຍ.
ໄກ່ທີ່ໃຫ້ຜົນຜະລິດດີ.
ເຮົາສາມາດເພີ່ມປະລິມານຊີ້ນ ແລະ ໄຂ່ທີ່ໄດ້ຈາກການລ້ຽງໄກ່ໂດຍ:
– ປັບປຸງຄຸນນະພາບພັນໄກ່ທີ່ມີຢູ່ໂດຍມີການປະສົມພັນກັບພໍ່ພັນທີ່ດີ ( ໃຫຍ່ໄວໃຫ້ໄຂ່ຫຼາຍ ).
– ມີຄອກທີ່ດີໃຫ້ອາຫານທີ່ມີຄຸນນະພາບ ແລະ ໃຫ້ນ້ຳສະອາດຢ່າງພຽງພໍ. ເຮົາຄວນເອົາໄກ່ທີ່ໃຫຍ່, ໃຫ້ຊີ້ນ ແລະ ໄຂ່ຫຼາຍທີ່ມີຢູ່ໃນທ້ອງຖິ່ນຂອງເຮົາມາລ້ຽງໃຫ້ອອກແມ່ແຜ່ລູກຕໍ່ໄປ.

ແຫຼ່ງຂໍ້ມູນ: ຂໍ້ແນະນຳ ການລ້ຽງໄກ່ແບບພື້ນບ້ານ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກກວິຊາການ, ໜ່ວຍງານຝຶກອົບຮົມສົ່ງເສີມຂັ້ນສູນກາງ.

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ

ຄຸນປະໂຫຍດຂອງຝຸ່ນບົ່ມ.
– ຊ່ວຍປັບປຸງບຳລຸງດິນເພີ່ມປະລິມານອິນຊີວັດຖຸໄດ້ ແລະ ເພີ່ມທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນດີຂື້ນສະດວກໃນການລະບາຍນ້ຳ ແລະ ອາກາດໃນດິນໜຽວມີຫຼາຍຂື້ນ, ສະເພາະດິນຊາຍແມ່ນເຮັດໃຫ້ການອຸ້ມນ້ຳດີຂື້ນເລື້ອຍໆ.
– ຊ່ວຍຫຼຸດຜ່ອນການນຳໃຊ້ສານເຄມີ, ຝຸ່ນບົ່ມສາມາດເຮັດໄດ້ ໂດຍນຳໃຊ້ສິ່ງເສດເຫຼືອກັບຄືນມາເປັນປະໂຫຍດອີກຄັ້ງ, ຫຼີກລ່ຽງການຈູດເຜົາເຟືອງ, ຫຍ້າແຫ້ງ ແລະ ອື່ນໆ.
– ຊ່ວຍກຳຈັດເມັດຫຍ້າ ຫຼື ວັດສະພືດໄດ້ໂດຍຜ່ານການບົ່ມເມັດຫຍ້າຈະຕາຍໄປໃນຕົວ.
– ໃນກໍລະນີໃຊ້ຝຸ່ນບົ່ມທີ່ເປັນດີແລ້ວພືດຈະແຂງແຮງດີສ່ວນໜື່ງກໍ່ສາມາດປ້ອງກັນການທຳລາຍຂອງພະຍາດ ແລະ ແມງໄມ້ສັດຕູພືດ.
– ຮັກສາສະພາບແວດລ້ອມອັນສວຍສົດງົດງາມປາສະຈາກບັນດາມົນລະພິດທັງຫຼາຍ.

 ການນຳໃຊ້ຝຸ່ນໃນນາເຂົ້າ.
ຝຸ່ນນັບວ່າເປັນປັດໃຈທີ່ສຳຄັນຢ່າງໜື່ງໃນບັນດາຫຼາຍປັດໃຈໃນການເພີ່ມຜົນຜະລິດຂອງຊາວກະສິກອນ ເພາະວ່າພືດຈະໃຫ້ຜະລິດຕະພາບສູງກໍ່ຕໍ່ເມື່ອໄດ້ຮັບອາຫານທີ່ພຽງພໍກັບຄວາມຕ້ອງການ. ເພາະສະນັ້ນແມ່ນຈຳເປັນຕ້ອງໃສ່ຝຸ່ນລົງໃນນາ. ຊຶ່ງໃນນີ້ເຮົາຈະກ່າວເຖີງຝຸ່ນຊີວະພາບ ( ຝຸ່ນບົ່ມ ).

ການເຮັດຝຸ່ນບົ່ມດ້ວຍເຟືອງ.
ເຫັນໄດ້ວ່າເຟືອງ ແລະ ຕໍເຟືອງມີຢ່າງຫຼວງຫຼາຍຢູ່ຕ່ມທົ່ງນາພາຍຫຼັງຈາກການເກັບກ່ຽວເຊິ່ງວ່າມັນມີຄຸນປະໂຫຍດຊ່ວຍໃນການປັບປຸງບຳລຸງດິນ. ແຕ່ໃນໄລຍະຜ່ານມາຊາວກະສິກອນຍັງບໍ່ເຫັນຄວາມສຳຄັນຂອງມັນເທື່ອ ເພາະວ່າພາຍຫຼັງຈາກການເກັບກ່ຽວເຂົ້າອອກຈາກທົ່ງນາຊາວກະສິກອນມັກຈະຈູດເຟືອງ ແລະ ຕໍເຟືອງຖີ້ມລ້າໆ. ສະນັ້ນ, ການນຳໃຊ້ເຟືອງເພື່ອມາເຮັດຝຸ່ນບົ່ມດ້ວຍເຟືອງກໍ່ແມ່ນວິທີການໜື່ງທີ່ສາມາດຍົກຜະລິດຕະພາບຂອງເຂົ້າໃຫ້ສູງຂື້ນ ພ້ອມທັງເປັນການຫຼຸດຜ່ອນລາຍຈາຍໃນການຊື້ປຸ໋ຍ ແລະ ສະດວກສະບາຍສຳລັບຊາວກະສິກອນ.
ສ່ວນປະກອບທີ່ນຳໃຊ້.
ເຟືອງເຂົ້າ 1,000 ກິໂລ, ຝຸ່ນຄອກແຫ້ງ ( ຂີງົວ, ຂີ້ຄວາຍ, ຂີ້ໄກ່, ຂີ້ໝູ ) 50 ກິໂລ, ຂີ້ເຖົ່າ 10 ກິໂລ, ປູນຂາວ 1 ກິໂລ ແລະ ຮຳເຂົ້າ 1 ກິໂລ. ໃນກໍລະນີທີ່ມີຝຸ່ນຄອກຫຼາຍຍິ່ງເປັນການດີ, ແຕ່ຫາກວ່າໃນກໍລະນີທີ່ບໍ່ມີຂີ້ເຖົ່າແມ່ນໃຫ້ນຳໃຊ້ຝຸ່ນເຄມີສູດ 16:20:00 ຫຼື 46:00:00 ແທນໃນອັດຕາສ່ວນ ½ ກິໂລ/ເຟືອງ 1 ໂຕ່ນ.

ສະຖານທີ່ ແລະ ອຸປະກອນຮັບໃຊ້
ການຄັດເລືອກສະຖານທີ່ໃນການເຮັດຝຸ່ນບົ່ມແມ່ນຂື້ນກັບຄວາມສະດວກ ແລະ ຄວາມເໝະສົມເຊັ່ນ: ພື້ນທີ່ຮາບພຽງບໍ່ມີນ້ຳຂັງ, ໃກ້ກັບແຫຼ່ງນ້ຳ ແລະ ວັດຖຸດິບ. ສ່ວນອຸປະກອນທີ່ຈຳເປັນໄດ້ແກ່: ຈົກ, ຊວ້ານ, ຄາດ, ບົວຫົດນ້ຳ, ກະຕ່າ ຫຼື ກະບຸງ ແລະ ອື່ນໆ.
ຂັ້ນຕອນ ແລະ ວິທີການເຮັດຝຸ່ນບົ່ມ.
ພາຍຫຼັງທີ່ກະກຽມວິດຖຸອຸປະກອນຮັບໃຊ້ເປັນທີ່ຮຽບຮ້ອຍແລ້ວກໍ່ແມ່ນເລີ່ມທຳການລົງມືດັ່ງຂັ້ນຕອນລະອຽດລຸ່ມນີ້:
– ໃຫ້ນຳເອົາເຟືອງມາຢາຍໃສ່ໜານສຳລັບຄວາມກວ້າງ ແລະ ຍາວແມ່ນຂື້ນກັບສະຖານທີ່ ແລະ ຄວາມຕ້ອງການຂອງຊາວກະສິກອນ, ແຕ່ເໝາະສົມແມ່ນຂະໜາດ 2 ແມັດ x 4 ແມັດ x 1 ແມັດ.
– ກອງເສດພືດ, ເຟືອງ ແລະ ຕໍເຟືອງແມ່ນໃຫ້ໜ້າປະມານ 20 – 30 ຊັງຕີແມັດ. ໂດຍຢຽບໃຫ້ແໜ້ນພໍສົມຄວນ ແລະ ຫົດນ້ຳໃຫ້ພໍຊຸ່ມ.
– ຫຼັງຈາກນັ້ນໃຫ້ໂຮຍຝຸ່ນຄອກໃສ່ເທີງກອງເຟືອງເຮັດເປັນຊັ້ນທີສອງໂດຍໃຫ້ໜ້າປະມານ 5 ຊັງຕີແມັດແລ້ວຫົດນ້ຳພໍໃຫ້ຊຸ່ມອີກ.

– ຂັ້ນຕອນນີ້ແມ່ນໃຫ້ນຳເອົາຂີ້ເຖົ່າ, ຮຳເຂົ້າ ແລະ ປູນຂາວໂຮຍໃສ່ເປັນຂັ້ນຕໍ່ມາໃຫ້ສະໝ່ຳສະເໝີ, ສ່ວນໃນກໍລະນີທີ່ບໍ່ມີຂີ້ເຖົ້າ ແລະ ປູນຂາວແມ່ນໃຫ້ໃຊ້ປຸ໋ຍສູດ: 16:20:00 ຫຼື 46:00:00 ໃນອັດຕາສ່ວນ ½ ກິໂລ/ເຟືອງ 1 ໂຕ່ນ.
– ຫຼັງຈາກນັ້ນສືບຕໍ່ເຮັດຊັ້ນ 2, 3, 4 ຄືກັນກັບຊັ້ນທີ່ 1 ຈົນວ່າກອງຝຸ່ນມີຄວາມສູງປະມານ 1 ແມັດ, ສິ່ງສຳຄັນແມ່ນໃນແຕ່ລະຊັ້ນຕ້ອງຫົດນ້ຳໃຫ້ປຽກຊຸ່ມສະເໝີ.

ການບົວລະບັດຮັກສາ.
– ເວລາທີ່ໃຊ້ໃນການບົ່ມຝຸ່ນນັ້ນແມ່ນຂື້ນກັບລະດູການ, ວັດຖຸດິບທີ່ນຳໃຊ້ ແລະ ການບົວລະບັດຮັກສາຍາມຮ້ອນແມ່ນຈະໃຊ້ເວລາບົ່ມປະມານ 30 – 40 ວັນ, ຍາມໜາວໃຊ້ເວລາບົ່ມປະມານ 45 – 60 ວັນ.
-ການບົວລະບັດຮັກສາແມ່ນຕ້ອງໄດ້ເອົາໃຈໃສ່ຕິດຕາມເປັນປະຈຳຖ້າຫາກສັງເກດເຫັນວ່າກອງຝຸ່ນບົ່ມນັ້ນແຫ້ງ ກໍ່ຄວນຈະຫົດນ້ຳໃຫ້ກອງຝຸ່ນມີຄວາມຊຸ່ມຢູ່ສະເໝີ.ແຕ່ວ່າບໍ່ຄວນຫົດຈົນນ້ຳຖ້ວມຂັງ ແລະ ບໍ່ຄວນເປີດກອງຝຸ່ນເລື້ອຍໆ.
– ພາຍຫຼັງທີ່ບົ່ມຝຸ່ນໄດ້ປະມານ 2   ອາທິດໃຫ້ປີ້ນກອງຝຸ່ນເພື່ອໃຫ້ອາກາດມີການຖ່າຍເທພ້ອມກັນກັນກໍ່ໃຫ້ທຳການປີ້ນເຟືອງ ທີ່ຢູ່ຕາມຂອບກອງຝຸ່ນທີ່ຍັງບໍ່ທັນເປື່ອຍເຂົ້າທາງໃນຂອງກອງຝຸ່ນ.
ການນຳໃຊ້.
ຝຸ່ນບົ່ມກໍ່ມີຄຸນສົມບັດເຊັ່ນດຽວກັບອິນຊີວັດຖຸໃນດິນທຸກຢ່າງ ເມື່ອເຮົາໃສ່ລົງໄປໃນດິນກໍ່ຈະຊ່ວຍປັບປຸງບຳລຸງດິນພ້ອມທັງຮັກສາລະດັບອິນຊີໃນດິນໄວ້. ສຳລັບການນຳໃຊ້ແມ່ນໃຫ້ໃສ່ກ່ອນການປັກດຳປະມານ 7 – 15 ວັນໂດຍການຫວ່ານໃຫ້ສະໝ່ຳສະເໝີທົ່ວໄຮ່ນາ, ອັດຕາການໃຊ້ແມ່ນ 5 – 10 ໂຕນ/ເຮັກຕາ ຫຼື ½ 1 ກິໂລ/ຕາແມັດ.
• ຂໍ້ຄວນສັງເກດ
ອຸນຫະພູມພາຍໃນ ແລະ ພາຍນອກກອງຝຸ່ນຕ້ອງໃກ້ຄຽງກັນໝາຍຄວາມວ່າກອງຝຸ່ນບົ່ມແມ່ນສາມາດນຳໄປໃຊ້ໄດ້. ບໍ່ຄວນປະໄວ້ດົນຈົນເກີນໄປເພາະຈະເຮັດໃຫ້ທາດອາຫານຂອງພືດຫຼຸດລົງໄດ້.
ຖ້າຫາກເກັບໄວ້ດົນຈົນເກີນໄປກໍ່ຄວນເກັບໄວ້ໃນຮົ່ມ ຫຼື ໃສ່ຫີນຟົດສເຟດເພື່ອໃຫ້ຝຸ່ນບົ່ມມີຄຸນນະພາບດີ, ຄວາມຊຸ່ມຄວນຢູ່ລະຫວ່າງ 40 – 50% ແລະ ຕ້ອງບໍ່ມີກິ່ນເໝັນ.

ແຫຼ່ງຂໍ້ມູນ: ແຜ່ນພັບຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກວິຊາການ, ໜ່ວຍງານຝຶກອົບຮົມ ສົ່ງເສີມ ສູນກາງ ( CETDU )

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳເຕັກນິກການປູກຜັກກາດຫົວ

ການກຽມດິນ.
ເນື່ອງຈາກຜັກກາດຫົວເປັນພືດທີ່ມີລະບົບຮາກເລິກ ຄວນຂຸດໄຖດິນເລິກປະມານ 30 ຊມ. ຕາກດິນໄວ້ 7 ຫາ 10 ວັນແລ້ວໃສ່ດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມຄົນເຂົ້າກັນໃຫ້ທົ່ວພວນດິນໃຫ້ລະອຽດເກັບຫຍ້າ ແລະ ເສດໄມ້ ອື່ນໆອອກ ຍົກໜ້າດິນຂຶ້ນໃຫ້ເປັນໜານ.
ການປູກ.
ໄລຍະປູກທີ່ເໝາະສົມລະຫວ່າງຂຸມຫ່າງກັນປະມານ 25 ຊມ ແລະ ລະຫວ່າງແຖວ 30 ຊມ. ຫຼັງຈາກກຽມດິນແລ້ວໃຫ້ເຮັດຂຸມນ້ອຍໆແລ້ວຢອດເມັດລົງໄປໃນຂຸມໆລະ 3 ຫາ 5 ເມັດ, ປົກດິນໜ້າປະມານ 0,5 ຊຕ, ຫົດນ້ຳໃຫ້ຊຸ່ມແລ້ວປົກດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງເພື່ອຮັກສາຄວາມຊຸ່ມຊື້ນຂອງດິນໃນເບື້ອງຕົ້ນຫຼັງຈາກເບ້ຍງອກປະມານ 15 ວັນ ຫຼື ມີໃບແທ້ 2 ຫາ 3 ໃບ ຄວນຫຼັກອອກໃຫ້ເຫຼືອຂຸມລະ 2 ຕົ້ນ.

ການບົວລະບັດຮັກສາ.
ການໃສ່ຝຸ່ນ.
ຝຸ່ນທີ່ແນະນຳໃຫ້ໃຊ້ຄືຝຸ່ນເຄມີສູດ 15-15-15 ຫຼື 13-13-21 ຫຼື ສູດອື່ນໆທີ່ໃກ້ຄຽງກັນນີ້ໃນອັດຕາ 300 ຫາ 600 ກິໂລກຼາມຂຶ້ນຢູ່ກັບຄວາມອຸດົມສົມບຸນຂອງດິນ. ການໃສ່ຝຸ່ນເທື່ອທີ 1 ເປັນຝຸ່ນຮອງພື້ນກ່ອນປູກ. ເທື່ອທີ 2 ໃສ່ຫຼັງຈາກປູໄດ້ 30 ຫາ 40 ວັນ ໂຮຍຂ້າງຫ່າງຈາກຕົ້ນເລັກນ້ອຍພວນດິນປົກຫຼັງຈາກປູກໂດຍໃສ່ແບບໂຮຍຂ້າງຕົ້ນກ່ອນແລ້ວພວນດິນປົກ. ນອກຈາກນີ້ຍັງໃສ່ຝຸ່ນເພີ່ມອື່ນໆອີກ ເຊັ່ນ: ຝຸ່ນແອມໂມນຽມຊຸນເຟດ ຫຼື ຢູເຣຍໃນຊ່ວງການຈະເລີນເຕີບໂຕ. ເທື່ອທີ 2 ໃສຕອນພືດມີອາຍຸປະມານ 20 ຫາ 85 ວັນໂດຍໃສ່ແບບໂຮຍຂ້າງຕົ້ນແລ້ວພວນດິນປົກ.
ການໃຫ້ນ້ຳ.
ຄວນໃຫ້ນ້ຳຢ່າງສະໝ່ຳສະເໝີ ແລະ ພຽງພໍທັງເຊົ້າ ແລະ ແລງ, ຖ້າຜັກກາດຫົວຂາດນ້ຳຈະເຮັດໃຫ້ຂະໜາດຂອງຄຸນນະພາບຫຼຸດລົງໄປ.
ການເກັບກ່ຽວ.
ຄວນເກັບກ່ຽວທນທີເມື່ອເຖີງອາຍຸການເກັບກ່ຽວຊຶ່ງຂຶ້ນຢູ່ກັບແຕ່ລະພັນ ແລະ ສະພາບແວດລ້ອມການປ່ອຍໃຫ້ຫົວຜັກກາດແກ່ເກີນອາຍຸການເກັບກ່ຽວຈະເຮັດໃຫ້ຄຸນນະພາບຫຼຸດລົງຄືເນື້ອໜຽວ, ບໍ່ກອບ ລົດຊາດບໍ່ດີ ແລະ ນ້ຳໜັກລົງຫຼາຍ

ແຫຼ່ງຂໍ້ມູນ: ຂໍ້ແນະນຳເຕັກນິກການປູກຜັກກາດຫົວ, ໂຄງການສົ່ງເສີມກະສິກຳ.

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ບົດແນະນຳ ການປູກຜັກບົ່ວແບ່ງ


ການກຽມດິນ.
ຜັກບົ່ວແບ່ງເປັນພືດທີ່ມີລະບົບຮາກຕື້ນເຊັ່ນດຽວກັບຜັກຊະນິດອື່ນໆ ໃນເວລາກຽມດິນຂຸດໄຖດິນເລິກປະມານ 15 – 20 ຊັງຕີແມັດ, ຕາກດິນໄວ້ 5 ຫາ 7 ມື້.

ການຂະຫຍາຍພັນ
ໃຊ້ຫົວແຍກອອກໂດຍຕັດໃບແທ້ ຫຼື ຮາກເກົ່າຖີ້ມ, ແກະຫົວເປັນກີບຢ່າໃຫ້ເປືອກລອກເປັນບາດ ເພາະຈະເປັນທາງເຂົ້າໃຫ້ເຊື້ອພະຍາດໄດ້, ເລືອກກີບທີ່ສົມບູນແລ້ວເກັບບ່ອນທີ່ຊຸ່ມໃຊ້ຜ້າປຽກຄຸມໄວ້ປະມານ 24 ຊົ່ວໂມງຈຶ່ງນຳໄປປູກຕໍ່ໄປປະລິມານແນວພັນທີ່ໃຊ້ປະມານ 400 ກິໂລ/ເຮັກຕາ.


ການບົວລະບັດຮັກສາ.
ການໃສ່ຝຸ່ນ.
ພືດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນດັ່ງນັ້ນການກຳນົດຝຸ່ນເພື່ອນຳໃຊ້ ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງແນໃສ່ການລົດຕົ້ນທຶນການຜະລິດ ແລະ ມີປະສິທິຜົນສູງທາງດ້ານຜົນຜະລິດໂດຍສະເພາະການຈະເລີນເຕີບໂຕທາງໃບ ຫຼື ທາງລຳຕົ້ນ. ດັ່ງນັ້ນ, ຈິ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ 20-10-10 ຫຼື 12-8-8 ຫຼື ສູດທີ່ໃກ້ຄຽງກັນນີ້ໃນຈຳນວນ 300 ກິໂລ/ເຮັກຕາໂດຍແບ່ງໃສ່ 2 ເທື່ອ: ເທື່ອທີ 1 ໃສ່ເຄິ່ງໜື່ງເປັນຝຸ່ນຮອງພື້ນໃນເວລາປູກແລ້ວພວນດິນປົກ. ເທື່ອທີ 2 ໃຫ້ໃສ່ເມື່ອພືດມີອາຍຸປະມານ 10 ຫາ 20 ວັນ ຈຳນວນທີ່ເຫຼືອຄັ້ງທຳອິດ. ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍປະມານ 60 ກິໂລ/ເຮັກຕາ ເພື່ອເລັ່ງການຈະເລີນເຕີບໂຕລຳຕົ້ນ ແລະ ໃບ.
ການໃຫ້ນ້ຳ.
ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກຈົນເກີນໄປໂດຍເບິ່ງຄວາມຊຸ່ມຊື້ນໃນໜານປູກໃຫ້ມີຄວາມຊຸ່ມຢ່າງສະໝ່ຳສະເໝີ.

ການພວນດິນກຳຈັດຫຍ້າ.
ຄວນເຮັດໃນໄລຍະທຳອິດເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນຳໃຊ້ໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນເມື່ອຕົ້ນພືດມີຄວາມປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ.
ການຄຸມດິນ.
ການປູກຜັກບົ່ວແບ່ງຈຳເປັນຕ້ອງມີການປົກຄຸມດິນ ເພື່ອຊ່ວຍເກັບຮັກສາຄວາມຊຸ່ມຊື້ນຂອງດິນເຊິ່ງສາມາດປະຢັດການໃຊ້ນ້ຳ ແລະ ປ້ອງກັນການເກີດຂອງຫຍ້າ.
ການເກັບກ່ຽວ.
ຜັກບົ່ວແບ່ງທີ່ໃຊ້ບໍລິໂພກແບບຜັກສົດແມ່ນມີອາຍຸເກັບກ່ຽວປະມານ 40 ຫາ 50 ວັນຫຼັງປູກ, ຄວນເລືອກເກັບຕົ້ນທີ່ໃຫຍ່ໄດ້ຂະໜາດທີ່ແຕກກໍໃຫຍ່ມີສີຂຽວສົດ.

ແຫຼ່ງຂໍ້ມູນ: ບົດແນະນຳການປູກຜັກບົ່ວແບ່ງ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ຮູບພາບ: www.google.com

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ບາງຂໍ້ແນະນຳ ກ່ຽວກັບການລ້ຽງປາໃນນາເຂົ້າ

ຈຸດດີຂອງການລ້ຽງປາໃນນາເຂົ້າ.
– ຊ່ວຍກຳຈັດວັດຊະພືດໃນນາໂດຍປາບາງຊະນິດ ໃຊ້ວັດຊະພືດເປັນອາຫານ
– ກຳຈັດສັດຕູຂອງເຂົ້າເຊັ່ນ: ດ້ວງກໍ ແລະ ແມງໄມ້ປະເພດຕ່າງໆ
– ສິ່ງເສດເຫຼືອຂອງມູນປາເລົ່ານັ້ນ ຈະຊ່ວຍເພີ່ມຄວາມອຸດົມສົມບູນຂອງດິນນັ້ນໄດ້ຕື່ມ
– ຊ່ວຍໃນການພວນດິນໃນເມື່ອເວລາປາເຄື່ອນໄຫວໄປມາ ແລະ ຄັວດເຈາະຫາອາຫານຊື່ງເຮັດໃຫ້ເນື້ອທີ່ດິນນັ້ນບໍ່ທັບຖົມກັນແໜ້ນ.
ຈຸດອ່ອນຂອງການລ້ຽງປາໃນນາເຂົ້າ.
– ເປັນການລົງທຶນຂ່ອນຂ້າງສູງໃນເບື້ອງຕົ້ນ
– ເພີ່ມກິດຈະການວຽກງານຂື້ນຕື່ມ
– ເນື້ອທີ່ການປູກເຂົ້າຫຼຸດລົງ
– ໃນບາງບ່ອນຫາລູກປາໄດ້ຍາກ.
ການຄັດເລືອກສະຖານທີ່.
– ຄວນຢູ່ໃກ້ເພື່ອສະດວກໃນການຮັກສາ
– ບ່ອນໄຮ່ນາທີ່ຕ່ຳ, ນ້ຳບໍ່ຖ້ວມ ແລະ ບໍ່ຂາດນ້ຳ
– ໄຮ່ນາທີ່ລ້ຽງປາບໍ່ຕ່ຳກວ່າ 200 – 1,600 ຕາແມັດ
– ປາກສະຈາກແຫຼ່ງນ້ຳໂສໂຄກ ຫຼື ໃຊ້ສານເຄມີ
– ດິນນາຄວນເປັນດິນໜຽວ ຫຼື ເປັນດິນທີ່ຂັງນ້ຳໄດ້ດີ.
ການກຽມໄຮ່ນນາທີ່ຈະລ້ຽງປາ.
– ໃນໄຮ່ນາທີ່ຈະລ້ຽງປາໃສ່ນັ້ນຄວນມີເນື້ອທີ່ບໍ່ຕ່ຳກວ່າ 200-1,600 ຕາແມັດ ເລືອກເອົາມູມທີ່ຕ່ຳຂອງເນື້ອທີ່ໄຮ່ນາແລ້ວຂຸດເປັນຫຼຸມເນື້ອທີ່ຂອງຫຼຸມຄວນຢູ່ໃນລະດັບ 2-5% ຂອງເນື້ອທີ່ໄຮ່ທັງໝົດ. ຂະໜາດກວ້າງ 1-2 ແມັດ ແລະ ເລິກ 0,75 – 1 ແມັດ, ຫຼຸມດັ່ງກ່າວນີ້ໃຊ້ໄວ້ເປັນອ່າງອານຸບານໃສ່ຂັງປາໃນເບື້ອງຕົ້ນ ແລະ ທັງເປັນບ່ອນອ່າງຂອງປາເວລານ້ຳແຫ້ງ ຫຼື ບ່ອນຫຼົບລີ້ຂອງປາ, ພ້ອມກັນນັ້ນກໍ່ເປັນເງື່ອນໄຂສະດວກໃນການເກັບກູ້ປາໃນທ້າຍລະດູການອີກດ້ວຍ ຫຼຸມດັ່ງກ່າວຄວນລົງມືຂຸດໃນຊ່ວງຕົ້ນລະດູຝົນລະຫວ່າງຫຼຸມ ແລະ ໄຮ່ນາດຳກໍ່ຄວນຍົກຄູໃຫ້ສູງເພື່ອປ້ອງກັນບໍ່ໃຫ້ນ້ຳຂີ້ຕົມໄຫຼເຂົ້າໃນຫຼຸມເວລາກຽມດິນປັກດຳ.
-ແນວພັນເຂົ້າທີ່ຈະປັກດຳໃນເນື້ອທີ່ໄຮ່ນາຈະລ້ຽງປານັ້ນຄວນໃຊ້ເຂົ້າອາຍຸປານກາງ ທັ້ງນີ້ກໍ່ເພື່ອເພີ່ມເງື່ອນໄຂໃຫ້ແກ່ການຈະເລີນເຕີບໂຕຂອງປາໃນໄຮ່ນາ
– ອານາໄມໄຮ່ນາໃຫ້ສະອາດດີສັງເກດຕາມຄັນນາບໍ່ໃຫ້ມີຮູ ຫຼື ບ່ອນລີ້ຊ່ອນຂອງສັດຕູປາອາໃສຢູ່
– ຄັນນາຄວນຍົກໃຫ້ສູງກວ່າຄັນນາທຳມະດາຢ່າງນ້ອຍແມ່ນໃຫ້ສູງກວ່າ 50 ຊັງຕີແມັດຂື້ນໄປ ແລະ ຈົ່ງຮ່ອງລະບາຍນ້ຳອອກ – ເຂົ້າໄວ້ປະມານ 2-3 ປ່ອງ
– ລະຫວ່າງຮ່ອງລະບາຍຄວນໃສ່ຕາໜ່າງ ຫຼື ສິ່ງກີດຂວາງກັນໄວ້ເພື່ອບໍ່ໃຫ້ປາໜີຈາກໄຮ່ນາ.
ຊະນິດປາ ແລະ ການປ່ອຍປາ.
– ຊະນິດປາທີ່ຈະລ້ຽງໃນໄຮ່ນານັ້ນຄວນຄັດເລືອກເອົາປາທີ່ເຕີບໂຕໄວ, ລ້ຽງງ່າຍ, ບໍ່ເລືອກອາຫານ, ບໍ່ທຳລາຍຕົ້ນເຂົ້າ ແລະ ທົນຕໍ່ສະພາບແວດລ້ອມປາຊະນິດດັ່ງກ່າວນັ້ນໄດ້ແກ່: ປານິນ, ປາໄນ, ປາຈີນເປັນຕົ້ນ.
– ອັດຕາໃນການປ່ອຍຂື້ນກັບສະພາບຄວາມອຸດົມສົມບູນຂອງອາຫານທຳມະຊາດທີ່ມີຢູ່ໃນນາ ແລະ ຂຶ້ນກັບຈຸດປະສົງຂອງຜູ້ທີ່ຈະລ້ຽງເຊັ່ນວ່າ: ອັດຕາສ່ວນປາໄນ 2 ສ່ວນ, ປານິນ 1 ສ່ວນ ໃນຈຳນວນ 3,000 – 5,000 ໂຕ/ເຮັກຕາ.
– ເວລາໃນການປ່ອຍລູກປາດັ່ງທີ່ພວກເຮົາຮູ້ກັນແລ້ວວ່າປະລິມານນ້ຳໃນນາລະດູຝົນແມ່ນມີໄລຍະສັ້ນ, ນ້ຳບໍ່ພຽງພໍ, ດັ່ງນັ້ນລູກປາຄວນຈະປ່ອຍລ້ຽງອານຸບານໄວ້ໃນຫຼຸມນັ້ນກ່ອນການຳຖຄາດໂດຍການໃຫ້ອາຫານປາເພີ່ມ ( ຮຳອ່ອນ, ປວກ ຫຼື ອາຫານປາ ) ວັນລະ 2 ຄັ້ງ ເຊົ້າ – ແລງ ໃນຊ່ວງລະດູຮ້ອນເຮົາກໍ່ຄວນໃຊ້ວັດຖຸໃດໜື່ງປົກຄຸມເພື່ອບໍ່ໃຫ້ມີຜົນສະທ້ອນຕໍ່ລູກປາ.
– ໃນເວລາປ່ອຍລູກປາລົງໃນຫຼຸມຄວນເລືອກເອົາຕອນອາກາດເຢັນເຊັ່ນ: ຕອນເຊົ້າ – ແລງ ທັ້ງນີ້ກໍ່ເພື່ອຫຼີກຫຼ່ຽງຈາກການກະທົບຂອງຄວາມຮ້ອນຕໍ່ລູກປາ.
– ການມີ່ລ້ຽງປາອານຸບານໄວ້ໃນຫຼຸມນີ້ທີ່ຈິງແລ້ວບໍ່ຄວນລ້ຽງດົນເກີນກວ່າ 45 ວັນຖ້າຫາກຫຼາຍໄປກວ່ານັ້ນຈະມີຜົນສະທ້ອນເຮັດໃຫ້ລູກປາມີການຈະເລີນເຕີບໂຕຊ້າລົງ.
– ເອົາໃຈໃສ່ບົວລະບັດຮັກສາຕິດຕາມສັດຕູຂອງປາເຊັ່ນວ່າ: ປາຄໍ່, ປາດຸກ, ກົບ, ຂຽດ ແລະ ງູ ເປັນຕົ້ນ
– ຫຼັງຈາກປັກດຳໄດ້ປະມານ 1-2 ອາທິດ ແລະ ເຫັນວ່າຕົ້ນເຂົ້າຕິດແໜ້ນດີແລ້ວຄວນປ່ອຍປາຈາກຫຼຸມອານຸບານໃຫ້ປາເຂົ້າໄປຊອກຫາອາຫານໃນໄຮ່ນາດຳໄດ້
ການໄຖຄາດ ແລະ ປັກດຳ.
– ເມື່ອເຖີງລະດູການກໍ່ເລີ່ມລົງມືໄຖຄາດ ແລະ ປູກເຂົ້າໄດ້ຕາມປົກກະຕິແຕ່ບາງທ້ອງຖິ່ນຖ້າຫາກມີເງື່ອນໄຂກໍ່ຄວນຫວ່ານຝຸ່ນຄອກປະມານ 5-10 ຕ/ຮຕ ທັ້ງນີ້ກໍ່ເພື່ອເສີມສ້າງເງື່ອນໄຂໃຫ້ອາຫານທຳມະຊາດເກີດຂື້ນ ຫຼື ຖ້າເປັນຝຸ່ເຄມີຄວນຮອງພື້ນໃຊ້ຝຸ່ນ 16:20:00 ໃນອັດຕາ 150 ກລ/ຮຕ ແລະ ຝຸ່ນ 46:00:00 2 ຄັ້ງ, 20 ວັນ ແລະ 45 ວັນ ຫຼັງປັກດຳ ໃນອັດຕາ 50 ກລ/ຮຕ ໃນແຕ່ລະຄັ້ງ.
– ການປັກດຳປັກດຳທຳມະດາໄລຍະປັກດຳຂຶ້ນກັບຄວາມອຸດົມສົມບູນຂອງດິນຢ່າງນ້ອຍຢູ່ໃນລະດັບ 20 x 20 ຊມ. ເພາະວ່າຖ້າປັກດຳຖີ່ເກີນໄປຈະມີຜົນສະທ້ອນກ່ຽວກັບການເຄື່ອນໄຫວໄປມາບໍ່ສະດວກຂອງປາ. ພ້ອມກັນນັ້ນໃນລະຫວ່າງກາງຂອງໄຮ່ນາຄວນຈົ່ງເປັັນຮ່ອງເຊິ່ງມີຂະໜາດກວ້າງ 30 ຊມ ແລະ ເລິກ 25 ຊມເປນເສັ້ນທາງເຂົ້າອອກຂອງປາລະຫວ່າງຫຼຸມ ແລະ ໄຮ່ນາ.
ການໃຫ້ອາຫານເພີ່ມ.
ສ່ວນໃຫຍ່ແມ່ນອິງໃສ່ອາຫານທຳມະຊາດທີ່ສະສົມຢູ່ໃນໄຮ່ນານັ້ນເປັນຕົ້ນຕໍ. ແຕ່ຖ້າຢາກໃຫ້ປາລ້ຽງຂອງເຮົາເຕີບໂຕໄວກໍ່ຄວນໃຫ້ອາຫານເພີ່ນຕື່ມອີກ ແລະ ການໃຫ້ອາຫານເພີ່ມດັ່ງກ່າວນີ້ກໍ່ຍັງເປັນຜົນສະທ້ອນອັນດີໃຫ້ແກ່ການຈະເລີນເຕີບໂຕຂອງເຂົ້າໄດ້ອີກດ້ວຍ. ອາຫານເພີ່ມດັ່ງກ່າວໄດ້ແກ່: ຮຳ, ກາບຖົ່ວເຫຼືອງ, ປວກ, ເຂົ້າປາຍເຫຼົ່ານີ້ເປັນຕົ້ນ.
ການດູແລຮັກສາ.
– ເພື່ອໃຫ້ການລ້ຽງປາໃນນາເຂົ້າໄດ້ຮັບຜົນດີຄວນເອົາໃຈໃສ່ດັ່ງນີ້:
• ການຮັກສາລະດັບນ້ຳເປັນຂອດສຳຄັນທີ່ຈະຊ່ວຍໃຫ້ການຈະເລີນເຕີບໂຕຂອງປາ ແລະ ເຂົ້າໄດ້ດີທັງເປັນເງື່ອນໄຂໃຫ້ແກ່ການຄວບຄຸມພະຍາດ ແລະ ແມງໄມ້ໄດ້ອີກດ້ວຍ. ດັ່ງນັ້ນຄວນຮັກສາລະດັບນ້ຳຢູ່ໃນລະຫວ່າງ 20-25 ຊມ. ໃນຊ່ວງການຈະເລີນເຕີບໂຕ.
• ການກຳຈັດ ແລະ ບົວລະບັດຮັກສາຄັນນາເປັນການປ້ອງກັນບໍ່ໃຫ້ຫຍ້າເກີດ ຫຼື ບ່ອນລີ້ຊ່ອນສັດຕູຂອງປາ: ງູ, ກົບ, ຂຽດ ແລະ ອື່ນໆ. ຄວບຄຸມການເຂົ້າມາທຳລາຍຂອງປາທຳມະຊາດ: ປາຄໍ່, ປາດຸກໃນເວລາປາທີ່ເຮົາລ້ຽງຍັງມີອາຍຸໄດ້ພຽງ 1-2 ເດືອນ
• ບໍ່ຄວນໃຊ້ສານເຄມີ ຫຼື ວັດຖຸມີພິດ. ໃນກໍລະນີຈຳເປັນກໍ່ຕ້ອງເລືອກເອົາສານເຄມີທີ່ບໍ່ມີສານພິດຕົກຄ້າງ ຫຼື ບໍ່ຄວນລະບາຍນ້ຳໃຫ້ແຫ້ງພາຍໃນໄຮ່ນາໃຫ້ເຫຼືອພຽງແຕ່ໃນຫຼຸມສຳລັບຂັງປາແລ້ວຈິ່ງພົ່ນຢາ ຫຼື ສານເຄມີຕ່າງໆ. ຫຼັງຈາກນັ້ນ 2-3 ວັນ ຈິ່ງປ່ອຍນ້ຳເຂົ້າ
• ຄວນຮັກສານ້ຳໃນໄຮ່ນາໃຫ້ມີສີຂຽວ ຫຼື ສີນ້ຳຊາ
• ເມື່ອເວລາມີຝົນຕົກໜັກກໍ່ຄວນລົງຕິດຕາມ ແລະ ກວດເບິ່ງຄັນນາເພື່ອປ້ອງກັນການເຊາະເຈື່ອນ ຫຼື ຮົ່ວຊືມຈາກນ້ຳພາຍນອກ.
ການເກັບກູ້.
ກ່ອນການເກັບກ່ຽວເຂົ້າ 1 ອາທິດຄວນລະບາຍນ້ຳອອກເທື່ອລະນ້ອຍເພື່ອໃຫ້ປາໄດ້ມີໂອກາດກັບຄືນເຂົ້າໄປອາໃສໃນຫຼຸມນັ້ນ. ເລີ່ມເກັບກູ້ ແລະ ຄວນຄັດເລືອກເອົາປາໂຕທີ່ໃຫຍ່ໄວ້ບໍລິໂພກ ແລະ ປາທີ່ມີຂະໜາດ 50 ກຼາມ ຄວນສືບຕໍ່ລ້ຽງໃນບ່ອນທີ່ມີເງື່ອໄຂຕໍ່ໄປ.
ຕົວຢ່າງໄຮ່ນາທີ່ຈະລ້ຽງປາໃສ່

1. ຫຼຸມກັກປາຂະໜາດ 5 ແມັດ x 2 ແມັດ
2. ຮ່ອງກາງໄຮ່ນາຂະໜາດເລິກ 0,3 ແມັດ x ກວ້າງ 0,25 ແມັດ
3. ຄັນນາ
4. ໄຮ່ນາດຳ
5. ບ່ອນລະບາຍນ້ຳອອກ – ເຂົ້າ ຂະໜາດ 0,5 ແມັດ
6. ຊ່ອງຫວ່າງລະຫວ່າງໄຮ່ນາ ແລະ ຫຼຸມ ຂະໜາດ 0,5 ແມັດ

ໜານຕັດຂອງໄຮ່ນາ ແລະ ຫຼຸມປາ

ແຫຼ່ງຂໍ້ມູນ: ບາງຂໍ້ແນະນຳກ່ຽວກັບການລ້ອຽງປາໃນນາເຂົ້າ, ກົມປູກຝັງ ແລະ ສົ່ງເສີມການກະເສດ, ສູນຄົ້ນຄວ້າທົດລອງ ແລະ ຂະຫຍາຍເມັດພັນແຫ່ງຊາດ

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ບົດແນະນຳ ການລ້ຽງ ແລະ ຂະຫຍາຍພັນປາປາກ

ຮູບຮ່າງລັກສະນະ.
ປາປາກມີລັກສະນະລຳຕົວແບນແປ, ຫົວນ້ອຍ, ປາກນ້ອຍ, ຮີມປາກຍົກຂຶ້ນສູງຂອງຄວາມສູງສົບແຫຼມມີໜວດນ້ອຍໆ 2 ຄູ່ ມີເກັດ 29 ຫາ 31 ເກັດ, ລຳໂຕມີສີຟ້າ ສ່ວນຫຼັງມີສີຄ້ຳກວ່າທ້ອງມີສີຂາວສ່ວນຫາງມີສີເທົາເກືອບດຳ, ປາປາກຂະໜາດໃຫຍ່ສຸດມີລຳໂຕຍາວເຖີງ 50 ຊັງຕີແມັດ.

ລັກສະນທົ່ວໄປຂອງປາປາກ

ການດຳລົງຊີວິດໃນສະພາບແວດລ້ອມ.
ປາປາກເປັນປາທີ່ລີ້ຊ້ອນຢູ່ຕາມແມ່ນ້ຳ, ລຳຄອງ, ໜອງບຶງ ທີ່ມີກະແສນ້ຳໄຫຼຄ່ອຍໆ ຫຼື ນ້ຳນິ້ງເປັນປາທີ່ທົນຕໍ່ການປ່ຽນແປງ ແລະ ສາມາດປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ. ອຸນນະພູມທີ່ເໝາະສົມກັບປາຊະນິດນີ້ລະຫວ່າງ 25 – 33 ອົງສາເຊ.
ນິໄສການກິນອາຫານ
ການສຶກສາລະບົບການກິນອາຫານຂອງປາຊະນິດນີ້ພົບວ່າມີປາປາກຂະໜາດນ້ອຍກິນຈຳພວກໄຮນ້ຳ, ສັດນ້ຳ ແລະ ຕະກອນທີ່ມີຂະໜາດນ້ອຍໆ. ສ່ວນປາຈຳພວກທີ່ມີຂະໜາດ 3 – 5 ຊມ ກິນຈຳພວກພືດນ້ຳເຊັ່ນ: ແໜ, ຈອກ, ຈຳພວກຜັກຕ່າງໆ, ສຳລັບປາຂະໜາດໃຫຍ່ກິນພືດຢູ່ບົກເຊັ່ນ: ຈຳພວກໃບມັນຕົ້ນ, ມັນດ້າງ, ຫຍ້າຂົນ, ຫຍ້າປ້ອງ ແລະ ອຶ່ນໆ. ປາປາກມັກກິນອາຫານກາງເວັນຫຼາຍກວ່າກາງຄືນ.
ການແຍກເພດ.
ລັກສະນະພາຍນອກຂອງປາໂຕຜູ້ຄ້າຍຄືກັນຫຼາຍກັບປປາໂຕແມ່ແຕ່ເມື່ອໃກ້ປະສົມພັນຈະສັງເກດໄດ້ງ່າຍຂຶ້ນ ໂຕແມ່ຈະມີທ້ອງເບັງຂຶ້ນ, ພື້ນທ້ອງອ່ອນນຸ່ມ ແລະ ມີຮູກົ້ນກວ້າງກວ່າປົກກະຕິ. ສ່ວນໂຕຜູ້ທ້ອງຈະແປ ແລະ ແຂງຖ້າເຮົາເອົາມືຮີດຄ່ອຍໆຄີທ້ອງຈະມີນ້ຳສີຂາວຂຸ້ນຄ້າຍຄືນ້ຳນົມໄຫຼອອກມາ. ຖ້າເອົາມືລູບຕາມແກ້ມຈະຮູ້ສຶກສາຊາມື.

ການຮີດໄຂ່ປາປາກ
ການລ້ຽງທອມປາພໍ່ແມ່ພັນ.
ການປະສົມພັນປາປາກຄວນລ້ຽງພໍ່ແມ່ພັນເອງ, ໜອງທີ່ລ້ຽງພໍ່ແມ່ພັນຄວນເປັນໜອງດິນຂະໜາດປະມານ 400 ຕາແມັດ ຫຼື ປະມານ 1 ໄລ່ໂດຍປ່ອຍປາເພດຜູ້ ແລະ ເພດແມ່ແຍກໜອງກັນໃນອັດຕາປະມານ 800 ໂຕ/ໄລ່ ການລ້ຽງທອມກ່ອນການປະສົມພັນທຽມຄວນລ້ຽງດ້ວຍອາຫານທີ່ມີໂປຼເຕອິນປະມານ 30% ໃນອັດຕາ 2% ພ້ອມທັງໃຫ້ອາຫານເສີມເຊັ່ນ: ປວກ, ຂີ້ກະເດືອນ, ປະເພດຫຍ້າ ແລະ ອຶ່ນໆທີ່ມີໃນທ້ອງຖິ່ນ.
ຖ້າຫາກປາຕຸ້ຍເກີນໄປຄວນຫຼຸດອາຫານ, ຫາກຈ່ອຍເກີນໄປຄວນເພີ່ມອາຫານ ແລະ ປ່ຽນນ້ຳໃນ ໜອງເລື້ອຍໆເພື່ອເລັ່ງການຈະເລີນເຕີບໂຕຂອງໄຂ່ ແລະ ນ້ຳເຊື້ອ. ການປະສົມພັນຈະເລີ່ມຕົ້ນປະມານເດືອນມີນາເຖີງເດືອນກັນຍາໂດຍພໍ່ແມ່ພັນພ້ອມທີ່ຈະປະສົມພັນໄດ້ດີທີ່ສຸດໃນກາງ ເດືອນພຶດສະພາ.
ການປະສົມພັນ.
ການປະສົມພັນປາປາກເຮັດໄດ້ 2 ວິທີຄື: ປ່ອຍໃຫ້ພໍ່ແມ່ພັນປະສົມກັນເອງຖ້າເລືອກວິທີນີ້ເມື່ອສັກຮໍໂມນແລ້ວກໍ່ຈະປ່ອຍພໍ່ແມ່ປາລົງໃນໜອງລ້ຽງຮ່ວມກັນ ໂດຍໃຊ້ອັດຕາສ່ວນປາແມ່ 1 ໂຕຕໍ່ປາຜູ້ 2 ໂຕ, ໜອງທີ່ປ່ອຍລົງລ້ຽງບໍ່ຕ່ຳກວ່າ 3 ຕາແມັດ ເພື່ອສະດວກໃນການແຍກພໍ່ແມ່ປາ, ຄວນປູ ຫຼື ໃຊ້ອວນກັນໄວ້ແລ້ວຈິ່ງປ່ອຍພໍ່ແມ່ປາລົງໄປແມ່ປາຈະວາງໄຂ່. ຫຼັງຈາກສັກຮໍໂມນປະມານ 4 ຫາ 7 ຊົ່ວໂມງ, ປາຈະໄລ່ປະສົມພັນເມື່ອສັງເກດເຫັນວ່າປາວາງໄຂ່ໝົດແລ້ວເອົາອວນທີ່ປູໄວ້ອອກພໍ່ແມ່ປາຈະຕິດມາ ແລະ ໄຂ່ຈະລອດອອກຈາກອວນຕົກລົງໄປໃນໜອງຈາກນັ້ນກໍ່ຕັກໄຂ່ປາໄປຟັກທີ່ຈວຍຟັກໄຂ່ ຫຼື ດາງໃນອ່າງຊີມັງທີ່ກຽມໄວ້ແລ້ວນັ້ນ.

ການຮີດເອົານໍ້າເຊື້ອລົງໃສ່ໄຂ່
ການປະສົມພັນດ້ວຍວິທີນີ້ມີຂໍ້ດີຄຸນນະພາບຂອງໄຂ່ທີ່ໄດ້ມັກຈະເປັນໄຂ່ສຸກພໍດີ, ຜູ້ປະສົມພັນກໍ່ບໍ່ເສຍເວລາ. ແຕ່ໃນບາງຄັ້ງປາໂຕຜູ້ອາດຈະບໍ່ສີດນ້ຳເຊື້ອເຂົ້າປະສົມຈະເຮັດໃຫ້ໄຂ່ຟັກບໍ່ແຕກອອກເປັນໂຕນອກ ຈາກນັ້ນໄຂ່ທີ່ລວມໄດ້ຈະບໍ່ສະອາດ.
ວິທີປະສົມພັນທຽມ ແລະ ອະນຸບານ
ຫຼັງຈາກສີດຮໍໂມນປະມານ 4 ຫາ 5 ຊົ່ວໂມງຈະສາມາດເຫັນໂຕປາມີອາການກະວົນກະວາຍລອຍນ້ຳໄປມາຢ່າງແຮງຜິດປົກກະຕິບາງໂຕກໍ່ຟູນ້ຳຂຶ້ນມາກິນອາກາດທີ່ ໜ້ານ້ຳເມື່ອພົບວ່າປາມີອາການດັ່ງກ່າວຄວນກວດເບິ່ງຄວາມພ້ອມຂອງແມ່ປາ ໂດຍຈັບປາຫງາຍທ້ອງຂຶ້ນຢູ່ໃນນ້ຳໂດຍຮີດບໍລິເວນຊ່ອງເພດເບົາໆ ຫາກພົບວ່າໄຂ່ອອກມາຢ່າງງ່າຍດາຍກໍ່ນຳແມ່ປາມາຮີດເອົາໄຂ່ອອກໄດ້. ການປະສົມທຽມໃຊ້ວິທີແຫ້ງແບບດັດແປງໂດຍໃຊ້ຜ້າເຊັດໂຕປາໃຫ້ແຫ້ງແລ້ວຮີດໄຂ່ລົງໃສ່ຊາມທີ່ແຫ້ງສະອາດ ຈາກນັ້ນກໍ່ນຳປາໂຕຜູ້ມາຮີດເອົານ້ຳເຊື້ອລົງໃສ່ໄຂ່ໃນອັດຕາສ່ວນຂອງປາໂຕຜູ້ 1 ຫາ 2 ໂຕຕໍ່ປາແມ່ 1 ໂຕ. ໃຊ້ຂົນໄກ່ຄົນໄຂ່ກັບນ້ຳເຊື້ອເຂົ້າກັນດີແລ້ວຈິ່ງຕື່ມນ້ຳທີ່ສະອາດເລັກນ້ອຍໃນຂັ້ນຕອນນີ້ກໍ່ ເພື່ອໃຫ້ນ້ຳເຊື້ອໂຕຜູ້ເຂົ້າປະສົມກັບໄຂ່.
ການອານຸບານແມ່ນເຮັດຄືກັບການອານຸບານທົ່ວໄປແຕ່ຕ້ອງເອົາໃຈໃສ່ບໍ່ຄວນສ້າງນ້ຳຂຽວ ກ່ອນເອົາລູກປານ້ອຍມາອານຸບານໃຊ້ຕາໜ່າງຖິ່ນຕັນຮູນ້ຳເຂົ້າອອກ, ຂ້າແມງເຂົ້າສານໃນທຸກໆ 3 ວັນ/3 ຄັ້ງ. ໃນໄລຍະການອານຸບານ, ໃຫ້ອາຫານທີ່ມີໂຣເຕອິນສູງປະມານ 30% ຂອງນ້ຳໜັກປາ ແລະ ອາຫານເສີມປະເພດໄຂ່ແດງ ຫຼື ນ້ຳຖົ່ວເຫຼືອງໃນໄລຍະ 10 ມື້ທຳອິດຫຼີກຫຼ່ຽງໃນຊ່ວງທີ່ມີຝົນຕົກຫຼາຍ.

ການຟັກໄຂ່ໃສ່ອ່າງນ້ຳໝຸນວຽນ
ແຫຼ່ງຂໍ້ມູນ: ຂໍ້ແນະນຳ ການລ້ຽງ ແລະ ຂະຫຍາຍພັນປາປາກ, ສູນຄົ້ນຄວ້າການປະມົງ

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ບົດແນະນຳ ການລ້ຽງ ແລະ ຂະຫຍາຍພັນປາເພ້ຍ

ການລ້ຽງທອມພໍ່ແມ່ພັນ.
ການລ້ຽງທອມປາພໍ່ແມ່ພັນກໍ່ປະຕິບັດເຊັ່ນດຽວກັບປາຊະນິດອື່ນໆ ອາຫານພໍ່ແມ່ພັນປາເພ້ຍຕ້ອງມີທາດໂປຣເຕອິນສູງ ໃຫ້ກິນບຳລຸງໃນໄລຍະ 3 ເດືອນ ກ່ອນລະດູປະສົມພັນ, ພໍ່ແມ່ພັນປາເພ້ຍຕ້ອງໃຫ້ອາຫານທີ່ມີທາດໂປຣເຕອິນສູງ 30% ຂຶ້ນໄປຄວນປ່ຽນນ້ຳໃນໜອງປາພໍ່ແມ່ພັນເລື້ອຍໆ, ໃຫ້ອາຫານເສີມປາພໍ່ແມ່ພັນເຊັ່ນ: ຈຳພວກຜັກບົ້ງ, ໃບມັນຕົ້ນ. ພໍ່ແມ່ພັນປາເພ້ຍເລີ່ມສາມາດໃຫ້ໄຂ່ໄດ້ເມື່ອມີອາຍຸ 2 ປີ ປາຈະມີນ້ຳໜັກປະມານ 600 ກຼາມ. ປາເພ້ຍແມ່ທີ່ເໝາະສົມສາມາດໃຫ້ໄຂ່ໄດ້ດີຕ້ອງມີອາຍຸ 3 ປີຂື້ນໄປ, ມີນໍ້າໜັກປະມານ 800 – 1,000 ກຼາມ.
ການປະສົມພັນທຽມ.
ຄັດເລືອກປາພໍ່ແມ່ພັນທີ່ແຂງແຮງສົມບູນດີ. ປາແມ່ທີ່ຈະກຽມປະສົມພັນໄດ້ຕ້ອງສັງເກດເບິ່ງທ້ອງຈະເບັງ, ຖ້າເຮົາເອົາມືລູບມີລັກສະນະອ່ອນນຸ່ມ, ອະໄວຍະວະເພດມີສີບົວປົນສີແດງ. ປາຜູ້ທີ່ແຂງແຮງ ແລະ ກຽມປະສົມພັນໄດ້, ຖ້າເຮົາເອົາມືລູບທ້ອງເບົາໆກໍ່ຈະເຫັນນ້ຳເຊື້ອໄຫຼອອກມາມີລັກສະນະສີຂາວຂຸ້ນ.


ການຮີດເອົາໄຂ່ເພື່ອໄປປະສົມກັບນ້ຳເຊື້ອ

ການປະສົມພັນດ້ວຍການສັກຢາຮໍໂມນ ( Supprefact ) ສາມາດສັກໄດ້ດັ່ງນີ້: ໃຊ້ Supprefact 0,2 ຊີຊີ ປະສົມ Motilium 1 ເມັດຕໍ່ 1 ກິໂລ ປາແມ່ແລ້ວປ່ອຍໃຫ້ປາປະສົມພັນກັນເອງແບບທຳມະຊາດ ໃຊ້ເວລາ 8 – 10 ຊົ່ວໂມງວາງຈະວາງໄຂ່ ລັກສະນະຂອງໄຂ່ຈະມີສີດຳອົມເທົາ. ການສັກຮໍໂມນ ແລະ ຂະໜາດໂດສ ຫຼື ປະລິມານຢາຮໍໂມນທີ່ໃຊ້ສັກ 1 ຫຼື 2 ຄັ້ງກໍ່ໄດ້ອິງຕາມຄວາມພ້ອມ ແລະ ຄວາມຊຳນານຂອງແຕ່ລະຄົນ.

ວິທີສັກຢາຮໍໂມນໃຫ້ປາເພ້ຍ
ການຟັກໄຂ່.
ໄຂ່ປາເພ້ຍສາມາດຟັກໄດ້ໃນຈວຍ, ດາງ ຫຼື ອ່າງມົນໂດຍການໃຊ້ປ້ຳລົມເພື່ອເຮັດໃຫ້ໄຂ່ສາມາດໝູນວຽນໄດ້ໃນການຟັກໄຂ່ໃຫ້ປ່ອຍນ້ຳເຂົ້າ – ອອກຕະຫຼອດເວລາປະມານ 20% ໄຂ່ຈະແຕກເປັນໂຕພາຍໃນເວລາ 14 – 16 ຊົ່ວໂມງ. ໃນເງື່ອນໄຂອຸນນະພູມ 28 ອົງສາເຊ.
ການອະນຸບານລູກປາ.
ຫຼັງຈາກໄຂ່ຟັກແຕກໄດ້ເປັນໂຕແລ້ວສອງມື້ຖົງໄຂ່ແດງຈະຍຸບເກືອບໝົດ,ອາຍຸໄດ້ສາມມື້ຈະໃຫ້ໄຂ່ແດງທີ່ຕົ້ມບົດລະອຽດ ຫຼື ໄຮແດງຍິ່ງເປັນການດີ. ໃຫ້ອາຫານມື້ລະ 2 ຫາ 3 ເທື່ອ ປະມານ 10 ມື້ ຫຼັງຈາກປ່ອຍລ້ຽງໃນໜອງອະນຸບານ.
ການອະນຸບານລູກປາໃນໜອງດິນ.
ຕາກໜອງໃຫ້ແຫ້ງແລ້ວຫວ່ານປູນຂາວ 100 ກິໂລກຼາມຕໍ່ໄລ່ໃສ່ຝຸ່ນຄອກ 600 ກິໂລກຼາມຕໍ່ໄລ່, ປ່ອຍນ້ຳເຂົ້າເລິກປະມານ 1 ແມັດ. ປ່ອຍປາໃນອັດຕາໜາແໜ້ນ 200 ໂຕ/ຕາແມັດ, ໃຫ້ອາຫານປະເພດໄຂ່ແດງໃນໜອງປະມານ 1 ອາທິດ, ໃຫ້ອາຫານປະສົມປາປົ່ນ 2:1 ປະມານ 1 ເດືອນປາຈະມີຂະໜາດ 3 – 4 ຊມ.
ການລ້ຽງເປັນປາຊີ້ນ.
ການລ້ຽງເປັນປາຊີ້ນໃນໜອງດິນປີທຳອິດຈະມີຂະໜາດ 200 ກຼາມ, ມີລວງຍາວ 27 ຊມ. ຖ້າລ້ຽງໂດຍໃຫ້ອາຫານພຽງພໍຈະມີນ້ຳໜັກເຖີງ 600 ກຼາມ ໃນອັດຕາການປ່ອຍ 2 – 4 ໂຕຕໍ່ຕາແມັດໃນໄລຍະການລ້ຽງນັ້ນຄຸນນະພາບນ້ຳແມ່ນມີຄວາມສຳຄັນ, ດັ່ງນັ້ນຄວນໃຫ້ມີ:
– ປະລິມານອົກຊີເຈນລະລາຍໃນນ້ຳ 5 – 7 ມິນລີກະລາມຕໍ່ລິດ
– ອຸນນະພູມ 26 – 32 ອົງສາ
– ຄວາມເປັນກົດເປັນດ່າງຂອງນ້ຳ pH = 6,6 – 8
– ລະດັບຄວາມເລິກຂອງນ້ຳ 1 – 1,5 ແມັດ ແລະ ຄວາມຂຸ້ນຂອງນ້ຳ 20 – 30 ຊັງຕີແມັດ.
ປາເພ້ຍຍັງເໝາະສົມສຳລັບປ່ອຍລົງໃນອ່າງເກັບນ້ຳ ແລະ ແຫຼ່ງນ້ຳທຳມະຊາດທີ່ມີເນື້ອທີ່ຂະໜາດກວ້າງປາຈະເລີນເຕີບໂຕເຕັມສ່ວນ ແລະ ໃຫຍ່ໄວອີກດ້ວຍ.


ໜອງລ້ຽງປາຊີ້ນ

  • ສິ່ງທີ່ຄວນເອົາໃຈໃສ່.

– ຕິດຕາມກວດກາເບິ່ງປາລ້ຽງມີຄວາມຈະເລີນເຕີບໂຕເປັນປະຈຳໃຫ້ອາຫານພຽງພໍ ແລະ ຮັກສາລະດັບນ້ຳໃນໜອງໃຫ້ດີ.
– ນຳໃຊ້ອາຫານທີ່ມີຢູ່ໃນທ້ອງຖິ່ນໃຫ້ຫຼາຍຂຶ້ນ ເພື່ອຫຼຸດຜ່ອນອາຫານການນຳໃຊ້ເລັດຮູບທີ່ມີລາຄາແພງຈະເປັນການປະຢັດຕົ້ນທຶນ.
– ສາມາດລ້ຽງຮ່ວມກັບໄກ່, ໝູ ແລະ ອື່ນໆ ປາຈະໃຫຍ່ໄວ.
– ແນວພັນທີ່ນຳມາລ້ຽງຄວນເປັນພັນທີ່ມີຄຸນນະພາບດີຈາກຟາມທີ່ນ່າເຊື່ອຖືໄດ້.
– ຖ້າມີບັນຫາໃນການລ້ຽງຄວນປຶກສານັກວິຊາການ ຫຼື ພະນັກງານວິຊາການກະສິກຳທີ່ກ່ຽວຂ້ອງ.

ແຫຼ່ງຂໍ້ມູນ: ບົດແນະນຳ ການລ້ຽງ ແລະ ຂະຫຍາຍພັນປາເພ້ຍ, ສູນຄົ້ນຄວ້າການປະມົງ.

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ