ຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ
ຄຸນປະໂຫຍດຂອງຝຸ່ນບົ່ມ.
– ຊ່ວຍປັບປຸງບຳລຸງດິນເພີ່ມປະລິມານອິນຊີວັດຖຸໄດ້ ແລະ ເພີ່ມທາດອາຫານໃຫ້ແກ່ພືດ, ເຮັດໃຫ້ໂຄງສ້າງຂອງດິນດີຂື້ນສະດວກໃນການລະບາຍນ້ຳ ແລະ ອາກາດໃນດິນໜຽວມີຫຼາຍຂື້ນ, ສະເພາະດິນຊາຍແມ່ນເຮັດໃຫ້ການອຸ້ມນ້ຳດີຂື້ນເລື້ອຍໆ.
– ຊ່ວຍຫຼຸດຜ່ອນການນຳໃຊ້ສານເຄມີ, ຝຸ່ນບົ່ມສາມາດເຮັດໄດ້ ໂດຍນຳໃຊ້ສິ່ງເສດເຫຼືອກັບຄືນມາເປັນປະໂຫຍດອີກຄັ້ງ, ຫຼີກລ່ຽງການຈູດເຜົາເຟືອງ, ຫຍ້າແຫ້ງ ແລະ ອື່ນໆ.
– ຊ່ວຍກຳຈັດເມັດຫຍ້າ ຫຼື ວັດສະພືດໄດ້ໂດຍຜ່ານການບົ່ມເມັດຫຍ້າຈະຕາຍໄປໃນຕົວ.
– ໃນກໍລະນີໃຊ້ຝຸ່ນບົ່ມທີ່ເປັນດີແລ້ວພືດຈະແຂງແຮງດີສ່ວນໜື່ງກໍ່ສາມາດປ້ອງກັນການທຳລາຍຂອງພະຍາດ ແລະ ແມງໄມ້ສັດຕູພືດ.
– ຮັກສາສະພາບແວດລ້ອມອັນສວຍສົດງົດງາມປາສະຈາກບັນດາມົນລະພິດທັງຫຼາຍ.
ການນຳໃຊ້ຝຸ່ນໃນນາເຂົ້າ.
ຝຸ່ນນັບວ່າເປັນປັດໃຈທີ່ສຳຄັນຢ່າງໜື່ງໃນບັນດາຫຼາຍປັດໃຈໃນການເພີ່ມຜົນຜະລິດຂອງຊາວກະສິກອນ ເພາະວ່າພືດຈະໃຫ້ຜະລິດຕະພາບສູງກໍ່ຕໍ່ເມື່ອໄດ້ຮັບອາຫານທີ່ພຽງພໍກັບຄວາມຕ້ອງການ. ເພາະສະນັ້ນແມ່ນຈຳເປັນຕ້ອງໃສ່ຝຸ່ນລົງໃນນາ. ຊຶ່ງໃນນີ້ເຮົາຈະກ່າວເຖີງຝຸ່ນຊີວະພາບ ( ຝຸ່ນບົ່ມ ).
ການເຮັດຝຸ່ນບົ່ມດ້ວຍເຟືອງ.
ເຫັນໄດ້ວ່າເຟືອງ ແລະ ຕໍເຟືອງມີຢ່າງຫຼວງຫຼາຍຢູ່ຕ່ມທົ່ງນາພາຍຫຼັງຈາກການເກັບກ່ຽວເຊິ່ງວ່າມັນມີຄຸນປະໂຫຍດຊ່ວຍໃນການປັບປຸງບຳລຸງດິນ. ແຕ່ໃນໄລຍະຜ່ານມາຊາວກະສິກອນຍັງບໍ່ເຫັນຄວາມສຳຄັນຂອງມັນເທື່ອ ເພາະວ່າພາຍຫຼັງຈາກການເກັບກ່ຽວເຂົ້າອອກຈາກທົ່ງນາຊາວກະສິກອນມັກຈະຈູດເຟືອງ ແລະ ຕໍເຟືອງຖີ້ມລ້າໆ. ສະນັ້ນ, ການນຳໃຊ້ເຟືອງເພື່ອມາເຮັດຝຸ່ນບົ່ມດ້ວຍເຟືອງກໍ່ແມ່ນວິທີການໜື່ງທີ່ສາມາດຍົກຜະລິດຕະພາບຂອງເຂົ້າໃຫ້ສູງຂື້ນ ພ້ອມທັງເປັນການຫຼຸດຜ່ອນລາຍຈາຍໃນການຊື້ປຸ໋ຍ ແລະ ສະດວກສະບາຍສຳລັບຊາວກະສິກອນ.
ສ່ວນປະກອບທີ່ນຳໃຊ້.
ເຟືອງເຂົ້າ 1,000 ກິໂລ, ຝຸ່ນຄອກແຫ້ງ ( ຂີງົວ, ຂີ້ຄວາຍ, ຂີ້ໄກ່, ຂີ້ໝູ ) 50 ກິໂລ, ຂີ້ເຖົ່າ 10 ກິໂລ, ປູນຂາວ 1 ກິໂລ ແລະ ຮຳເຂົ້າ 1 ກິໂລ. ໃນກໍລະນີທີ່ມີຝຸ່ນຄອກຫຼາຍຍິ່ງເປັນການດີ, ແຕ່ຫາກວ່າໃນກໍລະນີທີ່ບໍ່ມີຂີ້ເຖົ່າແມ່ນໃຫ້ນຳໃຊ້ຝຸ່ນເຄມີສູດ 16:20:00 ຫຼື 46:00:00 ແທນໃນອັດຕາສ່ວນ ½ ກິໂລ/ເຟືອງ 1 ໂຕ່ນ.
ສະຖານທີ່ ແລະ ອຸປະກອນຮັບໃຊ້
ການຄັດເລືອກສະຖານທີ່ໃນການເຮັດຝຸ່ນບົ່ມແມ່ນຂື້ນກັບຄວາມສະດວກ ແລະ ຄວາມເໝະສົມເຊັ່ນ: ພື້ນທີ່ຮາບພຽງບໍ່ມີນ້ຳຂັງ, ໃກ້ກັບແຫຼ່ງນ້ຳ ແລະ ວັດຖຸດິບ. ສ່ວນອຸປະກອນທີ່ຈຳເປັນໄດ້ແກ່: ຈົກ, ຊວ້ານ, ຄາດ, ບົວຫົດນ້ຳ, ກະຕ່າ ຫຼື ກະບຸງ ແລະ ອື່ນໆ.
ຂັ້ນຕອນ ແລະ ວິທີການເຮັດຝຸ່ນບົ່ມ.
ພາຍຫຼັງທີ່ກະກຽມວິດຖຸອຸປະກອນຮັບໃຊ້ເປັນທີ່ຮຽບຮ້ອຍແລ້ວກໍ່ແມ່ນເລີ່ມທຳການລົງມືດັ່ງຂັ້ນຕອນລະອຽດລຸ່ມນີ້:
– ໃຫ້ນຳເອົາເຟືອງມາຢາຍໃສ່ໜານສຳລັບຄວາມກວ້າງ ແລະ ຍາວແມ່ນຂື້ນກັບສະຖານທີ່ ແລະ ຄວາມຕ້ອງການຂອງຊາວກະສິກອນ, ແຕ່ເໝາະສົມແມ່ນຂະໜາດ 2 ແມັດ x 4 ແມັດ x 1 ແມັດ.
– ກອງເສດພືດ, ເຟືອງ ແລະ ຕໍເຟືອງແມ່ນໃຫ້ໜ້າປະມານ 20 – 30 ຊັງຕີແມັດ. ໂດຍຢຽບໃຫ້ແໜ້ນພໍສົມຄວນ ແລະ ຫົດນ້ຳໃຫ້ພໍຊຸ່ມ.
– ຫຼັງຈາກນັ້ນໃຫ້ໂຮຍຝຸ່ນຄອກໃສ່ເທີງກອງເຟືອງເຮັດເປັນຊັ້ນທີສອງໂດຍໃຫ້ໜ້າປະມານ 5 ຊັງຕີແມັດແລ້ວຫົດນ້ຳພໍໃຫ້ຊຸ່ມອີກ.
– ຂັ້ນຕອນນີ້ແມ່ນໃຫ້ນຳເອົາຂີ້ເຖົ່າ, ຮຳເຂົ້າ ແລະ ປູນຂາວໂຮຍໃສ່ເປັນຂັ້ນຕໍ່ມາໃຫ້ສະໝ່ຳສະເໝີ, ສ່ວນໃນກໍລະນີທີ່ບໍ່ມີຂີ້ເຖົ້າ ແລະ ປູນຂາວແມ່ນໃຫ້ໃຊ້ປຸ໋ຍສູດ: 16:20:00 ຫຼື 46:00:00 ໃນອັດຕາສ່ວນ ½ ກິໂລ/ເຟືອງ 1 ໂຕ່ນ.
– ຫຼັງຈາກນັ້ນສືບຕໍ່ເຮັດຊັ້ນ 2, 3, 4 ຄືກັນກັບຊັ້ນທີ່ 1 ຈົນວ່າກອງຝຸ່ນມີຄວາມສູງປະມານ 1 ແມັດ, ສິ່ງສຳຄັນແມ່ນໃນແຕ່ລະຊັ້ນຕ້ອງຫົດນ້ຳໃຫ້ປຽກຊຸ່ມສະເໝີ.
ການບົວລະບັດຮັກສາ.
– ເວລາທີ່ໃຊ້ໃນການບົ່ມຝຸ່ນນັ້ນແມ່ນຂື້ນກັບລະດູການ, ວັດຖຸດິບທີ່ນຳໃຊ້ ແລະ ການບົວລະບັດຮັກສາຍາມຮ້ອນແມ່ນຈະໃຊ້ເວລາບົ່ມປະມານ 30 – 40 ວັນ, ຍາມໜາວໃຊ້ເວລາບົ່ມປະມານ 45 – 60 ວັນ.
-ການບົວລະບັດຮັກສາແມ່ນຕ້ອງໄດ້ເອົາໃຈໃສ່ຕິດຕາມເປັນປະຈຳຖ້າຫາກສັງເກດເຫັນວ່າກອງຝຸ່ນບົ່ມນັ້ນແຫ້ງ ກໍ່ຄວນຈະຫົດນ້ຳໃຫ້ກອງຝຸ່ນມີຄວາມຊຸ່ມຢູ່ສະເໝີ.ແຕ່ວ່າບໍ່ຄວນຫົດຈົນນ້ຳຖ້ວມຂັງ ແລະ ບໍ່ຄວນເປີດກອງຝຸ່ນເລື້ອຍໆ.
– ພາຍຫຼັງທີ່ບົ່ມຝຸ່ນໄດ້ປະມານ 2 ອາທິດໃຫ້ປີ້ນກອງຝຸ່ນເພື່ອໃຫ້ອາກາດມີການຖ່າຍເທພ້ອມກັນກັນກໍ່ໃຫ້ທຳການປີ້ນເຟືອງ ທີ່ຢູ່ຕາມຂອບກອງຝຸ່ນທີ່ຍັງບໍ່ທັນເປື່ອຍເຂົ້າທາງໃນຂອງກອງຝຸ່ນ.
ການນຳໃຊ້.
ຝຸ່ນບົ່ມກໍ່ມີຄຸນສົມບັດເຊັ່ນດຽວກັບອິນຊີວັດຖຸໃນດິນທຸກຢ່າງ ເມື່ອເຮົາໃສ່ລົງໄປໃນດິນກໍ່ຈະຊ່ວຍປັບປຸງບຳລຸງດິນພ້ອມທັງຮັກສາລະດັບອິນຊີໃນດິນໄວ້. ສຳລັບການນຳໃຊ້ແມ່ນໃຫ້ໃສ່ກ່ອນການປັກດຳປະມານ 7 – 15 ວັນໂດຍການຫວ່ານໃຫ້ສະໝ່ຳສະເໝີທົ່ວໄຮ່ນາ, ອັດຕາການໃຊ້ແມ່ນ 5 – 10 ໂຕນ/ເຮັກຕາ ຫຼື ½ 1 ກິໂລ/ຕາແມັດ.
• ຂໍ້ຄວນສັງເກດ
ອຸນຫະພູມພາຍໃນ ແລະ ພາຍນອກກອງຝຸ່ນຕ້ອງໃກ້ຄຽງກັນໝາຍຄວາມວ່າກອງຝຸ່ນບົ່ມແມ່ນສາມາດນຳໄປໃຊ້ໄດ້. ບໍ່ຄວນປະໄວ້ດົນຈົນເກີນໄປເພາະຈະເຮັດໃຫ້ທາດອາຫານຂອງພືດຫຼຸດລົງໄດ້.
ຖ້າຫາກເກັບໄວ້ດົນຈົນເກີນໄປກໍ່ຄວນເກັບໄວ້ໃນຮົ່ມ ຫຼື ໃສ່ຫີນຟົດສເຟດເພື່ອໃຫ້ຝຸ່ນບົ່ມມີຄຸນນະພາບດີ, ຄວາມຊຸ່ມຄວນຢູ່ລະຫວ່າງ 40 – 50% ແລະ ຕ້ອງບໍ່ມີກິ່ນເໝັນ.
ແຫຼ່ງຂໍ້ມູນ: ແຜ່ນພັບຂໍ້ແນະນຳວິທີການເຮັດ ແລະ ນຳໃຊ້ຝຸ່ນບົ່ມໃນນາເຂົ້າ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກວິຊາການ, ໜ່ວຍງານຝຶກອົບຮົມ ສົ່ງເສີມ ສູນກາງ ( CETDU )
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ