Monthly Archives: October 2023

ເຕັກນິກການປູກຜັກຫອມປ້ອມນອກລະດູ

ຜັກຫອມປ້ອມເປັນຜັກທີື່ຢູ່ໃນຕະກຸນ Apiaceae ມີຊືື່ວິທະຍາສາດວ່າ Coriandrum sativum L ເປັນຜັກທີ່ສາມາດບໍໍລີໂພກສ່ວນຂອງໃບ ແລະ ກ້ານ ເປັນຜັກສົດຜັກຫອມປ້ອມເປັນພືດລົ້ມລຸກທີ່ມີອາຍຸສັ້ນປະມານ 40-60 ວັນ ລໍາຕົ້ນ, ຮາກ, ໃບ, ກ້ານໃບ, ດອກ ແລະ ເມັດມີກີ່ນຫອມ ສາມາດປູກໄດ້ໃນດິນທຸກປະເພດ ບໍ່ວ່າຈະເປັນດິນໜຽວ, ດິນຜຸຝຸ່ຍ, ຕົມແກບຊາຍແຕ່ດິນທີ່ເໝາະສົມແມ່ນດິນລ້ວນທີ່ມີການລະບາຍນໍ້າໄດ້ດີສາມາດປູກໄດ້ທົ່ວປະເທດປູກໄດ້ ຕະຫຼອດປີ ຊ່ວງທີ່ເໝາະສົມທີ່ສຸດຄື: ລະດູໜາວ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນດິນເກືອບທຸກຊະນິດແຕ່ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມອຸດົມສົມບູນຂ້ອນຂ້າງສູງດິນເປັນດິນຊາຍແກມຕົມຄວາມເຂັ້ມ(ເຄັມ)ຂອງດິນແມ່ນຢູ່ລະຫ່ວາງ pH 5.5-6.8 ແລະ ດິນສາມາດເກັບຄວາມຊຸ່ມໄດ້ດີ.ຜັກຫອມປ້ອມສາມາດຈະເລີນເຕີບໂຕໃນອຸນນະພູມປະມານ 20-25 ອົງສາເຊ ແຕ່ຫອມປ້ອມກໍ່ທົນທານຕໍ່ອຸນນະພູມສູງໄດ້. ຜັກຫອມປ້ອມຕ້ອງການຄວາມຊຸ່ມສູງ ໃນການຈະເລີນເຕີບໂຕແຕ່ບໍ່ມັກນໍ້າຂັງອັນເນືອງຈາກວ່າຫອມປ້ອມເປັນຜັກທີ່ມີລະບົບຮາກຕື້ນຈິື່ງບໍ່ສາມາດທົນທານຕໍ່ຄວາມແຫ້ງແລ້ງໄດ້ດີ.

1. ເຕັກນິກ ແລະ ຂັ້ນຕອນໃນການປູກຜັກຫອມປ້ອມນອກລະດູ
ໂດຍທົ່ວໄປຜັກຫອມປ້ອມສາມາດປູກໄດ້ດີໃນຊ່ວງລະດູໜາວໃນເຂດທົ່ງຮາບພຽງ ແລະ ແຄມນໍ້າທີ່ມີນໍ້າຖ້ວມຕາມລະດູການ, ແຕ່ເນືື່ອງຈາກພື້ນທີາດັ່ງກ່າວຈໍາກັດ ແລະ ການບໍລິໂພກກໍ່ມີຄວາມຕ້ອງການຕະຫຼອດປີ. ສະນັ້ນ, ມັນຈໍາເປັນຕ້ອງໄດ້ຂະຫຍາຍການຜະລິດໄປສູ່ເຂດອືື່ນ ແລະ ປູກນອກລະດູ.
1.1 ເຕັກນິກການປູກຜັກຫອມປ້ອມໃນພື້ນທີ່ເຂດຊຸ່ມນໍ້າ
1.1.1 ເງືື່ອນໄຂ ແລະ ຄວາມສາມາດຂອງຊາວກະສິກອນ
– ມີຄວາມສົນໃຈ,ມັກໃນອາຊີບກະສິກໍາ ແລະ ເອົາໃຈໃສ່ໃນການບົວລະບັດຮັກສາ.
– ມີພື້ນທີ່ທີ່ເໝາະສົມ,ຮາບພຽງ ຫຼື ຄ້ອຍຊັນເລັກໜ້ອຍ ແລະ ສາມາດລະບາຍນໍ້າໄດ້ສະດວກ ແລະ ໃກ້ກັບແຫຼ່ງນໍ້າ.
– ມີແຮງງານທີ່ສາມາດເຮັດການກະສິກໍາໄດ້ສອງຄົນຂື້ນໄປ.
– ຊາວກະສິກອນທີ່ເຄີຍເຮັດມາກ່ອນຍິ່ງເປັນການດີເຊັ່ນ: ການປູກພືດຜັກຕ່າງໆ.
2. ການກຽມແນວພັນ
ຜັກຫອມປ້ອມເປັນພືດທີື່ຂະຫຍາຍພັນ ໂດຍການໃຊ້ເມັດດັ່ງນັ້ນກ່ອນຈະປູກຕ້ອງໄດ້ກຽມເມັດພັນໃຫ້ພ້ອມໂດຍການນໍາເອົາເມັດມາທັບໃຫ້ແຕກເປັນສອງປ່ຽງ ແລ້ວນຳໄປແຊ່ນໍ້າ ປະມານ 2-3 ຊົ່ວໂມງ ຫຼັງຈາກນັ້ນນໍາມາບົ່ມໄວ້ຈົນ ເມັດເລີ້ມແຕກງອກຈຶ່ງນໍາໄປຫວານໃສ່ໜານ. ແນວພັນທີ່ເໜາະສົມໃນການປູກ ໃນລະດູຝົນແມ່ນແນວພັນຫອມປ້ອມໃຫ່ຍທີ່ນໍາເຂົ້າຈາກປະເທດໄທ ສ່ວນແນວພັນພື້ນບ້ານຂອງລາວ ຫຼື ຫອມປ້ອມນ້ອຍແມ່ນບໍ່ເໜາະ ເພາະຍັງເປັນແນວພັນທີ່ບໍ່ຕ້ານທານຕໍ່ຄວາມຊຸ່ມສູງ

3. ການກຽມດິນ
– ຂຸດ ຫຼື ໄຖດິນຕາກແດດໃຫ້ແຫ້ງ ເພື່ອທໍາລາຍພະຍາດແມງໄມ້ສັດຕູພືດ ແລະ ວັດສະພືດທີ່ຢູ່ໃນດິນປະໄວ້ປະມານ 10 ວັນ.
– ຖ້າດິນເປັນກົດໃຫ້ໃສ່ປູນຂາວໃນອັດຕາ 50 ກິໂລກຼາມຕໍ່ໄລ່ ເພືື່ອປັບສະພາບຂອງດິນ.
– – ຫຼັງຈາກນັ້ນກໍ່ທໍາການໄຖຄາດໃຫ້ລະອຽດເກັບເສດວັດສະພືດຕ່າງໆອອກຫວານຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ສະລາຍຕົວດີແລ້ວໃນອັດຕາ 2-4 ໂຕນຕໍ່ໄລ່.
– ຈາກນັ້ນກໍ່ຍົກເປັນແປງປູກໃຫ້ກວ້າງປະມານ 1-1.5 ແມັດ, ສ່ວນຄວາມຍາວແມ່ນຂື້ນກັບຄວາມເໝາະສົມຂອງພື້ນທີ່ ຍົກໜານໃຫ້ສູງປະມານ 25- 30 ຊັງຕີແມັດ ຫຼື ອາດສູງເຖິງ 50 ຊັງຕີແມັດ ຫາກພື້ນທີປູກລະບາຍນໍ້າຍາກຈົ່ງຮ່ອງລະບາຍນໍ້າລະຫວ່າງໜານຕໍ່ໜານໃຫ້ກ້ວາງປະມານ 50 ຊັງຕີ ແມັດ, ເພືື່ອໃຫ້ສາມາດລະບາຍນໍ້າໄດ້.

4. ການມຸງໜານ
ມຸງໜານໂດຍຈະໃຊ້ຜ້າກັນແສງມຸງ ເພືື່ອປ້ອງກັນການກະທົບຂອງນໍ້າຝົນ ເມືື່ອເວລາຝົນຕົກການມຸງໜານແມ່ນຈະມຸງໃຫ້ສູງຈາກໜ້າດິນປະມານ 1.2- 1.5 ແມັດ ໂດຍໃຊ້ໄມ້ຈິງ, ໄມ້ໄຜ່ ຫຼື ໄມ້ທີ່ສາມາດຫາໄດ້ງ່າຍໃນທ້ອງຖິ່ນປັກຂອບໜານທັງສອງຂ້າງ ໄລຍະຫ່າງລະຫວ່າງຫຼັກຕໍ່ຫຼັກປະມານ 2-3 ແມັດຕໍ່ຫຼັກປັກໃຫ້ແໜ້ນດີແລ້ວມັດເປັນຮາວ ຈາກນັ້ນກໍ່ນໍາຜ້າກັນແສງມາປົກແລ້ວມັດໃຫ້ແໜ້ນດີເພືື່ອບໍ່ໃຫ້ເປ່ເພເວລາມີລົມ.

5. ການຫວ່ານເມັດ
ກ່ອນຈະປູກ ຫຼື ຫ່ວານເມັດຕ້ອງຫົດນໍ້າໃຫ້ທົ່ວໜານໍາເມັດທີ່ຕຽມໄວ້ ມາຫວານລົງໜານປູກທີ່ຕຽມໄວ້ ແລ້ວຄຸມດ້ວຍເຟືອງ ຫຼື ແກບເພືື່ອຮັກສາຄວາມຊຸ່ມຂອງດິນສໍາເລັດແລ້ວຫົດນໍ້າໃຫ້ຊຸ່ມ ຫຼື ຈະປູກແບບໂຮຍເປັນແຖວ ແຕ່ລະແຖວຫ່າງກັນ 15-20 ຊັງຕີແມັດ ອັດຕາການໃຊ້ເມັດພັນປະມານ 20 ກິ ໂລກຼາມຕໍ່ໄລ່, ອັດຕາການໃຊ້ເມັດພັນຈະຫຼາຍ ຫຼື ໜ້ອຍນີ້ຂື້ນກັບຄວາມອຸດົມສົມບູນຂອງດິນ ແລະ ເປີເຊັນການແຕກງອກຂອງເມັດພັນ ຫາກດິນມີຄວາມອຸດົມສົມບູນດີຈະໃຊ້ເມັດພັນໜ້ອຍລົງ ເພາະຜັກຫອມປ້ອມສາມາດຈະເລີ່ນເຕີບໂຕໄດ້ດີ ແລະ ຫຼອດຕາຍໄດ້ຫຼາຍຂື້ນ.

6 . ການບໄວລະບັດຮັກສາ
ການໃຫ້ນໍ້າ: ຜັກຫອມປ້ອມເປັນພືດທີ່ຕ້ອງການນໍ້າຫຼາຍແຕ່ບໍ່ມັກນໍ້າຂັງ ດັ່ງນັ້ນຄວນໃຫ້ນໍ້າຢ່າງສະໝໍ່າສະເໝີຂື້ນກັບຄວາມຊຸ່ມຂອງດິນໃນໜານປູກຢ່າໃຫ້ນໍ້າຫຼາຍຈົນເກີນໄປເພາະຜັກຫອມປ້ອມຖ້າຖືກນໍ້າ ຫຼື ຝົນຫຼາຍໆມັກຈະເນົ່າງ່າຍ ກໍລະນີມີຝົນຕົກໃຫ້ຫົດນໍ້າລ້າງທຸກຄັ້ງ ຖ້າບໍ່ເຊັ່ນນັ້ນຈະເຮັດໃຫ້ຜັກເກີດການເນົ່າເປື່ອຍໄດ້. ສາຫຼັບຫຍ້າທີ່ຂື້ນໃນໄລຍະທໍາອິດຄວນຮີບກໍາຈັດໂດຍໄວ ໂດຍການໃຊ້ມື ຖອນຢ່າປ່ອຍໃຫ້ຫົກເພາະຫຍ້າເປັນໂຕຍາດແຍ່ງນໍ້າ ແລະ ທາດອາຫານຂອງພືດ.
ການໃສ່ຝຸ່ນ: ຫຼັງຈາກຜັກຫອມປ້ອມ ມີໃບຈິງແລ້ວໃຫ້ໃສ່ຝຸ່ນວິທະຍາສາດສູດ 46-00-00 ປະມານ 15-30 ກຼາມ, ປະສົມນໍ້າ 10 ລິດ, ສິດຜົ່ນໃຫ້ທົ່ວໜານປູກ, ໃນການໃສ່ຝຸ່ນຜັກຫອມປ້ອມ ມີການປະຕິບັດກັນຫຼາຍແບບທີ່ແຕກຕ່າງກັນໄປໃນແຕ່ລະທ້ອງຖິ່ນ ແຕ່ວິທີທີ່ໃຫ້ໄດ້ຜົນຜະລິດທີ່ດີຄື ການໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມ ຊຶ່ງຊາວກະສິກອນສາມາດຜະລິດຜັກຫອມປ້ອມໄດ້ສູງເຖິງ 1,500 ກິໂລກຼາມຕໍ່ໄລູ່ ແລະ ສໍາຄັນຄືຜັກຫອມປ້ອມເປັນພືດທີ່ໃຊ້ປະໂຫຍດຈາກຮາກ ດັ່ງນັ້ນ, ໃນການຖອນຂື້ນມາຈາກດິນຈະຕ້ອງໄດ້ຮາກທີ່ສົມບູນ ດິນປູກຈຶ່ງຕ້ອງຜຸຜຸ່ຍພໍສົມຄວນ ສະນັ້ນຈຶ່ງຄວນໃສ່ຝຸ່ນຄອກ ຫຼື ຝຸ່ນໝັກໃຫ້ຫຼາຍ ຫາກໄດ້ຜັກຫອມປ້ອມທີຕົ້ນເຫົ້ງາຮາກງາມ ກໍ່ຈະເຮັດໃຫ້ໄດ້ນໍ້າໜັກຫຼາຍຂື້ນ.
7. ການເກັບກູ່ຽວ
ຜັກຫອມປ້ອມຈະເລີື່ມເກັບກ່ຽວໄດ້ເມືື່ອອາຍຸໄດ້ປະມານ 30-45 ວັນ, ເນືື່ອງຈາກວ່າຜັກຫອມປ້ອມ ສາມາດໃຊ້ທຸກສ່ວນ ເພືື່ອບໍລິໂພກ ຄວນເກັບກ່ຽວໂດຍການຖອນດ້ວຍມືຕິດທັງຕົ້ນ ແລະ ຮາກບໍ່ໃຫ້ຂາດ ແຕ່ກ່ອນຖອນ ຄວນຫົດນໍ້າໃຫ້ທົ່ວໜານ ໃຫ້ດິນຊຸ່ມເສຍກ່ອນເພືື່ອໃຫ້ຖອນງ່າຍເມືື່ອຖອນ ສໍາເລັດແລ້ວນໍາໄປລ້າງດິນອອກຕົກແຕ່ງ (ຊ້ອມ) ໂດຍເດັດໃບເຫຼືອງໃບລ້ຽງຖິ້ມນໍາໄປເບີຍໃສ່ລົມ ແລ້ວບັນຈຸໃສ່ກະຕາເພືື່ອໃຫ້ຜັກຫອມປ້ອມບໍ່ເກີດການເນົ່າ ແລະ ຄະນະການຂົນສົ່ງອັນເນືື່ອງມາຈາກນໍ້າ ຜົນຜະລິດທີ່ດີຕ້ອງມີໃບຂຽວສະໝໍ່າສະເໝີບໍ່ເປັນພະຍາດໃບລາຍ ຫຼື ໃບໄໝ້, ມີຮາກຂາວຫຼາຍແລະ ຮາກຍາວບໍ່ຂາດ.

8. ພະຍາດ ແລະ ແມງໄມ້ທີ່ສໍາຄັນຂອງຜັກຫອມປ້ອມ
ພະຍາດທີ່ພົບໄດ້ແກ່ພະຍາດໃບເນົ່າ ແລະ ໂຄນເນົ່າ ສ່ວນແມງໄມ້ບໍ່ຄ່ອຍພົບເຫັນ ແຕ່ບາງຄັ້ງອາດພົບເຫັນເພ້ຍ.
ການປ້ອງກັນກໍາຈັດ
– ບໍ່ປູກ ຫຼື ຫວານເມັດໜາແໜ້ນເກີນໄປ ແລະ ລະບາຍນໍ້າອອກຈາກພື້ນທີ່ປູກ.
– ສິດພົ່ນນໍ້າສະໝຸນໄພທຸກໆ 3-5 ວັນ ເພືື່ອປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/2T3apm7P0zG3pUEW.pdf
https://sgethaith.maggang.com/ผักชีปลูกยังไง-วิธีปลูกผักชีนอกฤดูทำยังไง
https://home.kapook.com/view90361.html

 

 

 

ຄູ່ມືແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າຊະນະຄາມ 2 (Sanakam 2 )

ແນວພັນ ຊະນະຄາມ 2 ຫຼື ສາຍພັນ TDK 10494-B-B-B-1-ND-B-BB-B ແມ່ນ ສູນຄົ້ນຄວ້າເຂົ້າໄດ້ປະສົມລະຫວ່າງແນວພັນ TDK1 ກັບສາຍພັນ Til4 (IR84639-7-97-6-6-2-2-4-2-2-2-B) (ເປັນສາຍພັນທີ່ໄດ້ໃຊ້Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນ ແບບສືບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລືອກແບບ Molecular Assistant Selection (ຊ່ວຍກວດຫາ Gene ທີ່ມີຄວາມຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ຮອດຊົ່ວທີ່ 5 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານ.ນາເດືອເມືອງຊະນະຄາມ ແຂວງວຽງ ຈັນ ຄັດເລືອກຕໍ່ໃນຊົ່ວທີ່ 6 (ປີ 2020) ໂດຍ ນາງ ໂອ ປູກຄັດເລືອກຊົ່ວ 7 ຮອດຊົ່ວທີ່ 9 ກາຍເປັນສາຍພັນຄົງຕົວ, ແລະ ປັບ ຕົວໄດ້ດີໃນເຂດນີ້ແລ້ວທົດສອບການກິ່ນດົມຄວາມຫອມ, ຫລັງຈາກນັ້ນໄດ້ຂະຫຍາຍເມັດພັນເອົາໄປທົດສອບໃນຫລາຍ ໂຮງຮຽນຊາວນາ ແລະ ຊາວກະສິກອນກໍ່ໄດ້ຄັດເລືອກເອົາໄປປູກຕໍ່ໃນບ້ານໄກ້ຄຽງໄດ້ແກ່ບ້ານຫ້ວຍຕາວ, ບ້ານໂພນສະຫວ່າງ ແລະ ໂນນສະຫວັນ

1. ລັກສະນະເດັ່ນຂອງແນວພັນ ຊະນະຄາມ 2
– ທນພະຍາດໃຫ້ມ
– ຜົນຜະລິດດີ 4,5-5 ໂຕນ/ ເຮັກຕາ
– ກິນອອ່ນ, ຫອມໜ້ອຍໜື່ງ

ຕາຕະລາງປຽບທຽບລັກຊະນະຊະນະຄາມ 1 ກັບພໍ່ແມ່ພັນ

ແນວພັນເຂົ້າ ຊະນະຄາມ 2 TDK1 ສາຍພັນ Til4
ປະເພດເຂົ້າ ເຂົ້າໜຽວ ເຂົ້າໜຽວ ເຂົ້າໜຽວ
ສີເມັດ ນໍ້າຕານ ນໍ້າຕານ ເຫຼືອງ
ອາຍຸ (ວັນ) 138  136 140
ລະດູປູກ ແລ້ງ ແລະ ຝົນ ແລ້ງ ແລະ ຝົນ ແລ້ງ ແລະ ຝົນ
ລວງສູງ (ຊມ) 125 110 140
ເປີເຊັນການສີ (%) 62 59 65
ຜົນຜະລິດ (ໂຕນ/ ເຮັກຕາ 4,4-4,8 4,5-5 5.00
ຈຸດເດັ່ນຂອງແນວພັນ ກິນອ່ອນ, ຫອມໜ້ອຍໜຶ່ງ ແລະ ທົນພະຍາດໄຫ້ມ  ບໍ ຫອມ ບໍ່ທົນນໍ້າຖ້ວມ, ອ່ອນ ແອຕໍ່ພະຍາດໃຫ້ມ ແລະ ກວດສອບດ້ວຍ DNA ມີຢີນເຂົ້າຫອມ, ທົນພະຍາດໃຫ້ມ , ແລະ ທົນ ນໍ້າຖ້ວມ

2. ແນະນາການປູກ
ແນວພັນ ຊະນະຄາມ 2 ສາມາດປູກໄດ້ 2 ລະດູຄື: ນາແຊງ ແລະ ນາປີ.
1 ວີທການປູກ:
– ນາດໍາແມ່ນແນະນໍາຕົກກ້າຊ່ວງເດືອນ ມິຖຸນາ (ນາປີ) ແລະ ທ້າຍເດືອນທັນວາ ຫາ ຕົ້ນເດືອນມັງກອນ (ນາແຊງ), ຕົ້ນກ້າໄດ້ 20-25 ວັນ ສາມາດນໍາໄປປັກດໍາໄດ້
– ສາມາດດໍາໃນອັດຕາ 2-3 ກີບກ້າຕໍ່ສຸ່ມ
2 ການໃສ່ຝຸ່ນ
ນາດິນຊາຍ ໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46 0 0 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນ ອັດຕາ 30 ກລ/ຮຕ/ຄັ້ງ.

3. ການເກັບກ່ຽວ
ເໝາະສົມໃນການ ນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈຶ່ງເກັບກູ້ ແລະ ຟາດຕີ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/j9sIRBdTNZRugy3k%20(1).pdf
ຕິດຕໍ່ປະສານແນວພັນ ທ່ານ ດວງປີ ຈັນທະກັນສອນ ກະສີກໍາ ແລະ ປ່າໄມ້ ເມືອງ ຊະນະຄາມ ແຂວງວຽງຈັນ
ໂທ: 02055732280

 

ຄູ່ມືການຜະລິດເມັດພັນຖົ່ວດິນ

ຖົ່ວດີນ (Arachis hyogaea L.) ແມ່ນນອນໃນພືດຕະກຸນຖົ່ວ (Leguminosae) ເປັນພືດປະສົມພັນດ້ວຍໂຕເອງ ແຕ່ບາງພືຶ້ນທີ່ທີມີເຜີ່ງຫຼາຍກໍ່ມີໂອກາດປະສົມພັນຂ້າມໄດ້ ແຕ່ເປີເຊັ່ນຕໍ່າ. ຖົ່ວດີນເປັນພືດລົ້ມລຸກ ທີ່ມີຄວາມສູງປະມານ 40-50 ຊັງ 5 ຕີແມັດ ອາຍຸຕັ້ງແຕ່ປູກຫາເກັບກ່ຽວປະມານ 90-150 ວັນ ຂື້ນກັບຊະນິດພັນ ແລະ ລະດູປູກ. ມີດອກສີເຫຼືອງ ອອກດອກເມື່ອອາຍຸປະມານ 30-40 ວັນ, ດອກສົມບູນ (ເພດຜູ້ ແລະ ເພດແມ່ໃນດອກດ່ຽວ) ຫຼັງຈາກປະສົມພັນແລ້ວ ຈະພັດທະນາເປັນເຂັມແທງລົງດີນ ເມື່ອແທງດີນແລ້ວປາຍເຂັມຈະຂະຫຍາຍຕົວກາຍເປັນຝັກແຕ່ວ່າຖ້າເຂັມບໍ່ສາມາດແທງລົງດີນໄດ້ມັນກໍ່ຈະບໍ່ສາມາດພັດທະນາກາຍເປັນຝັກໃນໜື່ງຝັກກໍ່ຈະມີເມັດປະມານ 1-4 ເມັດ ຂະໜາດເມັດມີແຕ່ນ້ອຍຫາໃຫຍ່ ແລະ ສີເປືອກຫຸ້ມເມັດຫຼາຍສີ ທຸກລັກຊະນະນີ້ແມ່ນຂື້ນກັບແຕ່ລະຊະນິດພັນ.

1. ຂັ້ນຕອນທີ່ສໍາຄັນໃນການຜະລິດເມັດພັນຖົ່ວດີນ
1.1 ລະດູການຜະລິດ
ໃນເງືອນໄຂສະພາບແວດລ້ອມໃນບາງພືຶ້ນທີ່ຂອງປະເທດລາວມີຄວາມເໝາະສົມສາມາດປູກຖົ່ວດິນໄດ້ສອງລະດູຄື
– ລະດູແລ້ງແມ່ນເລີ່ມແຕ່ເດືອນ ທັນວາ ຫາ ເດືອນມີນາ ການປູກລະດູແລ້ງສ່ວນໃຫຍ່ແມ່ນປູກໃນເຂດທີ່ມີລະບົບຊົນລະປະທານ ປູກໃສ່ນາເຂົ້າຫຼັງຈາກເກັບກ່ຽວແລ້ວ
– ຕົ້ນລະດູຝົນເລີ່ມແຕ່ເດືອນມິຖຸນາ ເຖີງ ເດືອນກັນຍາ ບາງທ້ອງຖີນຖ້າຝົນມາໄວກໍ່ສາມາດປູກກ່ອນເດືອນ ມີຖຸນາໄດ້ – ທ້າຍລະດູຝົນ ຫຼື ເອີ້ນວ່າປູກຕາວ ເຂດທີ່ເໝາະສົມແມ່ນເຂດພູພຽງບໍລະເວນເນື່ອງຈາກເຂດນີ້ທ້າຍລະດູຝົນຈະແກ່ຍາວເຖີງເດືອນຕຸລາ ແລະ ເປັນເຂດທີ່ມີຄວາມຊຸ່ມສູງຈີງເໝາະສົມ ຖ້າພື້ນທີ່ໃດທ້າຍລະດູຝົນໝົດໄວກໍ່ບໍ່ແນະນໍາໃຫ້ປູກຍົກເວັ້ນຖ້າມີລະບົບຊົນລະປະທານ ການປູກຕາວຄວນຈະປູກທ້າຍເດືອນສີງຫາ ແລະ ເກັບກ່ຽວຕົ້ນເດືອນທັນວາ.
ແຕ່ລະລະດູປູກຄວນເລືອກແນວພັນທີ່ມີອາຍຸເກັບກ່ຽວໃຫ້ເທດເໝາະສົມກັບສະພາບແວດລ້ອມໂດຍສະເພາະ ປະລິມານນໍ້າຝົນທີ່ຕົກໃນເຂດນັນໆ (ຖ້າຫາກເປັນເຂດບໍ່ມີຊົນລະປະທານ) ໂດຍສະເພາະໄລຍະຈະເລີນເຕີບໂຕແມ່ນມີຄວາມຕ້ອງການນໍ້າຫຼາຍ ແລະ ຈະຫຼຸດລົງຈົນຮອດເກັບກ່ຽວ

1.2 ການຄັດເລືອກແນວພັນ ແລະ ເມັດພັນ
– ການຄັດເລືອກແນວພັນຄວນປູກພັນທີ່ມີຄວາມຕ້ອງການຂອງຕະຫຼາດທ້ອງຖີ່ນ ແລະ ເປັນພັນທີ່ໃຫ້ຜົນຜະລິດດີ ສາມາດປັບຕົວເຂົ້າກັບສະພາບແວດລ້ອມຂອງທ້ອງຖີ່ນນັ້ນເປັນຢາງດີ
– ຄວນຄັດເລືອກເອົາເມັດພັນທີ່ໄດ້ຮັບການຮັບຮອງຈາກໜ່ວຍງານທີ່ເຊື່ອຖືໄດ້
– ໂດຍພືນຖານຄວນເປັນເມັດພັນທີ່ມີອາຍຸໃນການເກັບຮັກສາບໍ່ຄວນເກີນ 6 ເດືອນ ແລະ 1 ປີ (ຖ້າເກັບໃນສາງເຢັນ) ເພາະຖົ່ວດີນເປັນພືດນໍ້າມັນ, ຖ້າເກັບໄວ້ດົນອັດຕາການຄວາມງອກຫຼຸດລົງ ໂດຍສະເພາະໃນເຂດພູມອາກາດມີຄວາມຮ້ອນຊຸ່ມ ແລະ ຈະເຮັດໃຫ້ອັດຕາການງອກຫຼຸດລົງຫຼາຍ.
– ລັກຊະນະຂອງເມັດ ແລະ ສີເມັດຄວນມີຄວາມສະໝໍ່າສະເໝີ ມີຄວາມບໍລິສຸດ (ບໍ່ມີຕໍານິ) ຂອງເມັດພັນຫຼາຍກວ່າ 96% ແລະ ເປີເຊັນຄວາມງອກ ຕ້ອງຫຼາຍກວ່າ 70%
– ເມັດພັນຄວນຈະປະສົມຢູ່າປ້ອງກັນເຊື້ອລາ ແລະ ແມງໄມ້ເພື່ອປ້ອງກັນບໍ່ໃຫ້ເຂົ້າໄປທໍາລາຍຈາວຖົ່ວດີນ ເພາະເປັນສາເຫດເຮັດໃຫ້ເປີເຊັນຄວາມງອກຕໍ່າ, ເຮັດໃຫ້ຕົ້ນກ້າອ່ອນແອ ແລະ ເຮັດໃຫ້ການຈະເລີນເຕີບໂຕບໍ່ສະໝໍ່າສະເໝີ

1.3 ການຄັດເລືອກພື້ນທີ່
– ພື້ນທີ່ຜະລິດເມັດພັນຄວນຈະເປັນເຂດທີ່ສະອາດປາດສະຈາກພະຍາດ ແລະ ແມງໄມ້ຄວນຈະເປັນດີນທີ່ສາມາດ ລະບາຍນໍ້າໄດ້ດີ ແລະ ມີທາດອາຫານທີ່ອຸດົມສູມບູນ ມີຄ່າຄວາມເປັນກົດເປັນດ່າງ (pH) ປະມານ 6-6.5.
– ບໍ່ຄວນເປັນພື້ນທີ່ທີເຄີຍຜະລິດຖົ່ວດີນມາກ່ອນເພາະພື້ນທີ່ດັ່ງກ່າວຈະເປັນບ່ອນສະສົມຂອງພະຍາດແມງໄມ້ ແລະ ເມັດພັນອື່ນທີ່ຕົກຄ້າງໃນດີນ ເຊິ່ງມັນຈະເປັນສາຍເຫດເຮັດໃຫ້ມີເມັດພັນປະປົນໄດ້,ຖ້າບໍ່ສາມາດປ່ຽນພື້ນທີ່ໃໝ່ກໍ່ຄວນໄຖແລ້ວຫົດນໍ້າປະໃຫ້ເມັດຕົກຄ້າງ ຫຼື ປະປົນງອກແລ້ວຖອນຖີມ ຫຼື ໄຖກົບ ເຮັດແບບເກົ່າຈັກ 2-3 ຄັ້ງເພື່ອກໍາຈັດເມັດຕົກຄ້າງ ຫຼື ຄວນປູກພັນດຽວກັບພັນທີ່ປູກໃນພື້ນທີ່ເກົ່າຂອງລະດູຜ່ານມາ.
– ບໍ່ຄວນປູກຊໍ້າໃນພື້ນທີ່ເກົ່າຫຼາຍຄັ້ງ ຄວນຈະປູກພືດອື່ນໃນພື້ນທີ່ນັ້ນແລ້ວຈິ່ງປູກຖົ່ວດີນໃນລະດູຕໍ່ໄປ, ວິທີນີ້ຈະຊ່ວຍຫຼຸດຜ່ອນການສະສົມຂອງພະຍາດ ແລະ ແມງໄມ້ໄດ້.

1.4 ການກໍານົດໄລຍະຫ່າງຈາກແນວພັນອື່ນ
– ໂດຍລັກສະນະຂອງຖົ່ວດີນເປັນພືດປະສົມພັນດ້ວຍຕົວເອງ (ໃນຕົ້ນດຽວກັນ) ມີດອກເພດຜູ້ ແລະ ເພດແມ່ໃນດອກດຽວກັນ, ດັ່ງນັ້ນໂອກາດການປະສົມຂ້າມຂ້ອນຂ້າງຕໍ່າ. ເຖີງແນວໃດກໍ່ຕາມຖ້າຫາກໃນເຂດນັ້ນມີເຜິ້ງຫຼາຍກໍ່ມີໂອກາດປະສົມພັນຂ້າມຕົ້ນໄດ້ຕາມທໍາມະຊາດຂອງແຕ່ລະແນວພັນ ແລະ ລະດູປູກ.
– ການຜະລິດເມັດພັນມັນມີຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ພື້ນທີ່ການຜະລິດປອດການປະສົມພັນຂ້າມໄດ້ຕາມ ມາດຕະຖານຂອງສາກົນໄດ້ກໍານົດໄວ້ວ່າ ໄລຍະຫາງລະຫວ່າງ 2 ແນວພັນຄວນຫ່າງກັນຢ່າງໜ້ອຍ 15 ແມັດ, ຖ້າຜະລິດເມັດພັນລຸ້ນໜື່ງຈະຕ້ອງຫ່າງກັນ 30 ແມັດ ລະຫວ່າງ 2 ແນວພັນ.

1.5 ການກຽມດີນ ແລະ ການປູກ
– ການກຽມດີນຄວນໄຖຄາດໃຫ້ດີນຜຸຜຸ່ຍເພື່ອໃຫ້ນໍ້າລະບາຍໄດ້ດີ
– ສໍາຫຼັບການກະກຽມດິນໃນເຂດພື້ນທີ່ໆບໍ່ຮົກເຮື້ອ ໃຫ້ໄຖເປັນຮ່ອງແລ້ວຢອດເມັດໄດ້ເລີຍ, ແຕ່ສໍາຫຼັບເຂດພື້ນທີ່ຮົກເຮື້ອຈໍາເປັນຕ້ອງໄດ້ກະກຽມດິນໂດຍໄຖ 1 ຄັ້ງ ແລ້ວຕາກດິນໄວ້7-10 ມື້ເພື່ອເຮັດໃຫ້ແກ່ນຫຍ້າ ແລະ ໄຂ່ແມງໄມ້ຕ່າງໆຕາຍ. ຫຼັງຈາກນັ້ນໃຫ້ໄຖພວນດິນອີກ 1 ຄັ້ງແລ້ວຄາດເພື່ອເກັບເສດຮາກໄມ້ ແລະ ວັດຊະພືດອອກຈາກພື້ນທີ່ປູກ. – ສໍາລັບພື້ນທີຕໍ່າມີນໍ້າໄຕ້ດີນຕືນ ຫຼື ນໍ້າຂັງຄວນຈະຍົກເປັນຄູເພື່ອບໍ່ໃຫ້ນໍ້າຂັງເພາະຈະເຮັດໃຫ້ການແຕກງອກບໍ່ດີ ເນື່ອງຈາກເມັດເນົ່າຢູ່ໃນດິນ.
– ໄລຍະຫາງລະຫວ່າງແຖວປະມານ 30-50 ຊັງຕີແມັດ (30 ຊັງຕີແມັດ ຄວນຈະປູກໃນລະດູແລ້ງ ແຕ່ວ່າບ່ອນທີ່ໃຫ້ນໍ້າເປັນຄອງອາດຈະປູກກວ້າງກວ່າ 30 ຊັງຕີແມັດ ແລະ 50 ຊັງຕີແມັດ ແມ່ນປູກໃນລະດູຝົນ ແລະ ເປັນດີນທີ່ອຸດົມສົມບູນ) ໄລຍະຫາງລະຫວ່າງຕົ້ນ 15-20 ຊັງຕີແມັດ ຄວນໃສ່ 2-3 ເມັດ/ຂຸມ.
– ໃນເນື້ອທີ່ 1 ເຮັກຕ້າຄວນໃຊ້ເມັດພັນປະມານ 80-120 ກິໂລກຣາມຂື້ນກັບຂະໜາດຂອງເມັດ ຖ້າພັນເມັດໃຫຍ່ອາດຈະໃຊ້ຫຼາຍເຖີງ 130 ກິໂລກຣາມ/ເຮັກຕ້າ ຫຼັງຈາກແຕກງອກໄດ້ 7-10 ວັນໃຫ້ຖອນແຍກໂດຍໃຫ້ເຫຼືອຂຸມລະ 1-2 ຕົ້ນ.

6 ການກຽມເມັດພັນກ່ອນການປູກ
– ການເລືອກເມັດພັນມາປູກຄວນເລືອກເມັດພັນທີ່ມາຈາກຕົ້ນທີ່ມີລັກຊະນະຖືກຕ້ອງຕາມພັນເດີມ ແລະ ເປັນເມັດ ໃຫມ່ມີເປີເຊັນຄວາມງອກດີ
– ເມັດພັນທີ່ໄດ້ຄຸນນະພາບດີຄືເມັດທີ່ໄດ້ຈາກການແກະມືຖ້າແກະດ້ວຍເຄືອງສີເມັດມັນຈະເຮັດໃຫ້ເປືອກຫຸ່ມຫຼຸດອອກ ຫຼື ເມັດແຕກຢູ່ດ້ານໃນເຮັດໃຫ້ການແຕກງອກບໍ່ດີ ຫຼື ຕົ້ນກ້າບໍ່ແຂງແຮງຈະເລີນເຕີບໂຕບໍ່ທັນໝູາ
– ມີບາງແນວພັນຈະມີການພັກໂຕຂອງເມັດພັນ (ຈະບໍ່ແຕກງອກຫຼັງຈາກເກັບເມັດມາໃໝ່) ຄວນເອົາໃຈໃສຄື: ຄວນເກັບເມັດພັນໄວ້ໃນບ່ອນທີ່ແຫ້ງມີອາກາດຖ່າຍເຖໄດ້ດີປະມານ 2 ເດືອນ ຈືງນໍາໄປປູກແຕ່ຖ້າຕ້ອງການປູກທັນທີ່ ແມ່ນຫຼັງຈາກແກະເປືອກແລ້ວໃຫ້ຕາກແດດ ຫຼື ອົບດ້ວຍຄວາມຮ້ອນ 50 ອົງສາເຊ ເປັນເວລາ 3 ວັນ ແລ້ວຈືງນໍາໄປປູກ.


– ກ່ອນປູກຄວນຈະປະສົມເມັດພັນ ເຂົ້າກັບຂີ້ເຖົ່າ ຫຼື ສານເຄມີ ເພື່ອປ້ອງກັນການເກີດເຊື້ອຣາ ແລະ ແມງໄມ້ທໍາລາຍເມັດ ໂດຍສະເພາະຈໍາພວກມົດ ແລະ ປວກ.
– ພື້ນທີທີ່ບໍ່ເຄີຍປູກຖົ່ວດີນມາກ່ອນ ຫຼື ພືດຕະກຸນຖົ່ວຊະນິດອື່ນເຊັ່ນ ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວດໍາ, ຖົ່ວແດງ ແລະ ອື່ນໆ ຄວນຈະປະສົມເມັດພັນດ້ວຍເຊື້ອໄຣໂຊບຽມ ກ່ອນປູກເພື່ອຊ່ວຍໃນການສ້າງຈຸລີນຊີໃນດີນ ໃນການດືງທາດໄນໂຕເຈັນໃນອາກາດໃຫ້ກາຍເປັນທາດອາຫານໃຫ້ກັບຕົ້ນຖົ່ວ ແລະ ຍັງເຫຼືອໄວ້ໃນດີນເພື່ອປູກພືດອື່ນໃນລະດູຕໍ່ໄປ.

1.7 ທາດອາຫານໃນດີນ
– ຖົ່ວດີນຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດສູງໃນດີນທີ່ມີອີນຊີວັດຖຸສູງການໃສຝຸ່ນວິທະຍາສາດກໍ່ຊ່ວຍໃນການ ເພີ່ມຜົນຜະລິດ. ປະລິມານການໃສູ່ຝຸ່ນວິທະຍາສາດແມ່ນຂື້ນກັບຄວາມອຸດົມສົມບູນຂອງແຕ່ລະພື້ນທີ່ ຖ້າພື້ນທິ່ໃດມີຄວາມອຸດົມສົມບູນພຽງພໍກັບຄວາມຕ້ອງການຂອງພືດກໍ່ຈະບໍ່ໃສູ່ຝຸ່ນວິທະຍາສາດເພື່ອຫຼຸດຕົ້ນທືນການຜະລິດ, ແຕ່ພື້ນທີ່ໃດຫາກຂາດທາດອາຫານກໍ່ຈໍາເປັນຕ້ອງໃສ່ ແລະ ອາດຈະຕ້ອງໃສ່ຫຼາຍກວ່າບ່ອນອື່ນໆ ເພື່ອໃຫ້ການຈະເລີນເຕີບໂຕຂອງຖົ່ວບໍ່ຢຸດສະຫງັກ ແລະ ໃຫ້ຜົນຜະລິດດີ.
– ທາດໄນໂຕເຈັນ (N) ແມ່ນມີຄວາມຈໍາເປັນໃນໄລຍະເປັນຕົ້ນກ້າເພື່ອການຈະເລີນເຕີບໂຕ, ຫຼັງຈາກນັ້ນຕົ້ນຖົ່ວດີນຈະສາມາດດືງໄນໂຕເຈັນ (N) ໄດ້ເອງ. ຖົ່ວດີນ ແລະ ພືດຕະກຸນຖົ່ວອື່ນ ແມ່ນຕ້ອງການທາດໄນໂຕເຈັນ (N) ແລະ ໂປຕັດຊຽມ (K) ໜ້ອຍແຕ່ມີຄວາມຕ້ອງການຫຼາຍໃນທາດຟອດສະຟໍຣັດ (P) ສ່ວນປະກອບຂອງທາດອາຫານທີ່ແນະນໍາຂອງ 3 ຊະນິດ (N:P:K) 1:3:2 ຫຼື 1:3:1 ຫຼື 1:2:1 ເຊັ່ນຝຸ່ນເຄມີສ ດ 3-9-6 ສໍາລັບດີນທີ່ຄ່ອນຂ້າງມີຄວາມອຸດົມສົມບູນ, 6-18-6 ສໍາລັບດີນທີ່ມີຄວາມອຸດົມສົມບູນປານກາງ ແລະ 12-24-12 ສໍາລັບດີນທີ່ມີຄວາມອຸດົມສົມບູນຕໍ່າ. ແຕ່ແນວໃດກໍ່ຕາມ ມັນເປັນການຍາກທີ່ຊາວກະສິກອນຈະປະສົມຝຸ່ນເຄມີໃຫ້ໄດ້ຕາມສູດນີ້. ສະນັ້ນ ຈຶ່ງແນະນໍາໃຫ້ໃຊ້ຝຸ່ນສໍາເລັດຮູບທີ່ມີຂາຍຕາມທ້ອງຕະຫຼາດທີ່ມີສູດໄກ້ຄຽງກັບສູດແນະນໍາເຊັ່ນ ຮອງພື້ນດ້ວຍສູດ 16-20-0 ອັດຕາ 300 ກິໂລກຣາມ/ຮຕ ຫຼື 15-15-15 ອັດຕາ 250-300 ກິໂລກຣາມ/ຮຕ ແລ້ວເສີມດ້ວຍຝຸ່ນຟອດສະຟໍຣັດ (P), ອາດຈະໃຫ້ທາດອາຫານເສີມບາງຊະນິດທາງໃບຂື້ນກັບການສະແດງອາການຈາກພືດຕ້ອງພິຈາລະນາຕົວຈີງ ເພາະການໃສ່ຝຸ່ນແຕ່ລະຄັ້ງແມ່ນການເພີ່ມຕົ້ນທືນການຜະລິດ.
– ສໍາລັບທາດອາຫານອື່ນແມ່ນບໍ່ຄ່ອຍຂາດ ຍົກເວັ້ນດີນທີ່ມີຄວາມເປັນດ່າງສູງ ຖົ່ວດີນຈະມັກສະແດງອາການຂາດທາດເຫຼັກຢ່າງຮຸນແຮງ ແລະ ຄວນລີກລ້ຽງພື້ນທີ່ດັ່ງກ່າວ.

7.8 ການໃຫ້ນໍ້າ
– ຖ້າປູກໃນລະດູຝົນຈະບໍ່ຄ່ອຍມີບັນຫາເລື້ອງຄວາມຊຸ່ມສໍາລັບການແຕກງ້ອກ ແຕ່ຖ້າປູກໃນລະດູແລ້ງຄວນຫົດນໍ້າທັນທີ່ຫຼັງ ຈາກຍອດເມັດ ແລະ ຄວນໃຫ້ນໍ້າຄັ້ງຕໍ່ໄປທຸກໆ 7 ວັນ ເປັນຢາງໜ່ອຍຖົ່ວດີນມີຄວາມຕ້ອງການນໍ້າຫຼາຍໃນໄລຍະອອກດອກ ແລະ ອາຍຸໄດ້ 2 ເດືອນ ຫຼັງຈາກນັ້ນຄວາມຕ້ອງການຄວາມຊຸ່ມກໍ່ຈະຫຼຸດລົງ.
– ການໃດ້ຮັບນໍ້າພຽງພໍມັນຈະສະແດງອອກໃນການຈະເລີນເຕີບໂຕຂອງຕົ້ນຖົ່ວມີຄວາມສະໝໍ່າສະເໝີ ແລະ ຜົນຜະລິດສູງ.
– ການໄດ້ຮັບຄວາມຊຸ່ມບໍ່ພຽງພໍໃນໄລຍະຈະເລີນເຕີບໂຕ (ກ່ອນອອກດອກ ຫຼື ປະມານ 3-4 ອາທິດຫຼັງຈາກແຕກງອກ) ຈະມີຜົນກະທົບຫຼາຍຕໍ່ຜົນຜະລິດ ແຕ່ຈະເຮັດໃຫ້ການຂະຫຍາຍຕົວຂອງກີ່ງງ່າບໍ່ດີເທົ່າທີ່ຄວນ, ແຕ່ວ່າໄລຍະອອກດອກຄວນຈະມີຄວາມຊຸ່ມທີ່ພຽງພໍຢູ່ໃນດີນ ຖ້າບໍ່ດັງນັ້ນຈະເຮັດໃຫ້ຢັ້ບຢັ້ງການບານຂອງດອກ ແລະ ໂຄງສ້າງຂອງດອກ, ເມື່ອໃນດີນມີຄວາມຊຸ່ມທີ່ເໝາະສົມຈະເຮັດໃຫ້ການແທງເຂັມ (ປາຍຮາກ)ລົງດີນ ແລະ ການຂະຫຍາຍຕົວຂອງຝັກໄດ້ດີ (ໄລຍະປະມານ 50-60 ມື້ຫຼັງຈາກປູກ) ໂດຍສະເພາະບໍລິເວນອ້ອມເຂັມແທງລົງນັ້ນ (ຈາກໜ້າດີນລົງປະມານ 8-12 ຊັງຕີແມັດ) ຄວນໃຫ້ດີນມີຄວາມຊຸ່ມ ເຊີງສາມາດໃຫ້ນໍ້າໃນປະລິມານໜ້ອຍແຕ່ໃຫ້ເລີຍໆ.
– ຄວາມຊຸ່ມຂອງດີນໃນບໍລິເວນໃກ້ກັບການສ້າງຝັກນັ້ນມັນຈະຊ່ວຍການດູດຊືມທາດແຄນຊຽມ (Ca) ໄດ້ດີເຊີ່ງຈະມີຄຸນປະໂຫຍດຫລາຍຕໍ່ການຂະຫຍາຍຕົວຂອງຝັກ ແລະ ເມັດ. ຖ້າຄວາມຊຸ່ມໃນດີນບໍ່ພຽງພໍໃນໄລຍະນີ້ມັນຈະມີຜົນຕໍ່ການສຸກແກ່ ແລະ ຂາດທາດແຄນຊຽມ (Ca) ໃນເມັດ ແລ້ວມັນຈະມີຜົນຕໍ່ຄຸນນະພາບ ແລະ ການແຕກງອກຂອງເມັດ, ການຂາດນໍ້າມັນອາດມີຜົນເຮັດໃຫ້ການແຕກງອກຫຼຸດລົງໄດ້ເຖີງ 40%.
– ການໃຫ້ນໍ້າຫຼາຍເກີນໄປມັນກໍ່ມີການຂະຫຍາຍຕົວຂອງກີ່ງງ່າຫຼາຍເກີນໄປ ແລະ ກໍ່ຈະເປັນແຫ່ງອາຫານຂອງພະຍາດ ແລະ ແມງໄມ້ໄດ້ງ່າຍ, ປາຍຮາກ ຫຼື ເຂັມທີ່ແທງລົງດີນຈະອ່ອນແອ່ ແລະ ການສຸກແກ່ຂອງຝັກຈະບໍ່ສະໝໍ່າສະເໝີ.

2. ການບົວລະບັດຮັກສາ
– ການກໍາຈັດວັດສະພືດແມ່ນມີຄວາມສໍາຄັນໃນການຜະລິດເມັດພັນຄວນ ກໍາຈັດວັດສະພືດດ້ວຍແຮງງານຄຸນເພາະຕ້ອງການຄວາມລະອຽດ ແລະ ມີຄຸນພາບສູງໂດຍປາດສະຈາກເມັດພັນອື່ນປະປົນ.,
– ການທໍາລາຍຂອງສັດຕູພືດເປັນສາຍເຫດນື່ງທີ່ເຮັດໃຫ້ຜົນຜະລິດຕໍ່າແລ້ວ ຍັງເຮັດໃຫ້ຄຸນນະພາບຂອງເມັດພັນຕໍ່າອິກດ້ວຍ ເຊັ່ນ: ເມັດບໍ່ພັດທະນາເຕັມຝັກ, ເປີເຊັນການສີເມັດຕໍ່າ, ເມັດມີຂະຫນາດນ້ອຍ, ເມັດຫົດໂຕ, ສີຂອງເມັດບໍ່ສະໜໍ່າສະເໝີ, ເມັດຖືກທໍາລາຍ, ເປີເຊັນການແຕກງອກຕໍ່າ ແລະ ອື່ນໆ, ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ຄວນເຮັດເປັນປົກກະຕິ, ການຕິດຕາມກວດກາແປງຜະລິດເມັດພັນຄວນເຮັດເປັນປົກກະຕຕິ ແລະ ເມື່ອເຫັນການທໍາລາຍຂອງພະຍາດ, ແມງໄມ້ ຄວນກໍາຈັດທັນທີ.

3. ການຖອນແຍກຕົ້ນທີ່ປະປົນ
ການຖອນແຍກຕົ້ນປະປົນແມ່ນມີຄວາມສໍາຄັນຫຼາຍ ເພາະຕົ້ນປົນ 1 ຕົ້ນ ອາດຈະມີເມັດປົນປະມານ 20-40 ເມັດ ເຊີງຈະມີຜົນກະທົບຕໍ່ຄຸນນະພາບຂອງແນວພັດເພາະຄວາມບໍ່ສະໝໍ່າສະເໝີຂອງການຈະເລີນເຕີບໂຕ, ການອອກດອກ, ອາຍຸເກັບກ່ຽວ ແລະ ຜະລິດຫຼຸດລົງ. ການຖອນແຍກຕົ້ນປະປົນຄວນເຮັດຢ່າງໜ້ອຍ 3 ຄັ້ງ ກ່ອນການເກັບກ່ຽວເລີ່ມຕັ້ງແຕ່ຕົ້ນອ່ອນແມ່ນສັງເກດສີຂອງຕົ້ນຖ້າບໍ່ຄືກັນແມ່ນໃຫ້ຖອນຖີ້ມ, ຕົ້ນທີ່ອ່ອນແອ່, ຕົ້ນທີ່ບິດບ້ຽວມີຮູບຮ່າງແຕກຕ່າງຈາກກຸ່ມ ຕົ້ນທີ່ຖືກາພະຍາດທໍາລາຍ ໂດຍສະເພາະແມ່ນໄວຣັດ ໄລຍະອອກດອກ ຖ້າກຸ່ມທີ່ອອກດອກໄວ ແລະ ຊ້າເກີນໄປ ສີຂອງດອກທີ່ຕ່າງຈາກໝູ່ລວມເຖີງຕົ້ນທີ່ເກີດນ້ອກແຖວແມ່ນໃຫ້ຖອນຖີມໝົດ. ໄລຍະເກັບກ່ຽວໃຫ້ຄັດຂະໜາດຂອງຝັກລັກຊະນະຂອງຝັກທີ່ບໍ່ຖືກຕາມລັກຊະນະປະຈໍາພັນ ແລະ ຝັກທີ່ຖືກພະຍາດແມງໄມ້ທໍາລາຍໃຫ້ຄັດແຍກອອກ.

4. ການເກັບກ່ຽວ
ໄລຍະເວລາໃນການເກັບກ່ຽວແມ່ນມີຄວາມສໍາຄັນຕ້ອງໄດ້ເອົາໃຈໃສ່ ເພາະວ່າຖ້າເກັບໄວ ຫຼື ຊ້າເກີນໄປຈະມີຜົນຕໍ່ຄຸນນະພາບເມັດພັນແນ່ນອນ ເພື່ອຫຼີກລ້ຽງບັນຫາດັ່ງກ່າວຄວນສັງເກດດັ່ງນີ້:
– ອີ່ງຕາມອາຍຸເກັບກ່ຽວຕາມລັກຊະນະປະຈໍາພັນຂອງແຕ່ລະແນວພັນ
– ສັງເກດເມື່ອອາຍຸສຸກແກ່ໃບຈະເປັນສີເຫຼືອງ
– ຝັກແກ່ຈະມີເສັ້ນຄືດາງແຫ່
– ເມັດຈະແຍກອອກຈາກຝັກ ເມື່ອສັງເກດດ້ານໃນຂອງຝັກຈະກາຍເປັນສີນໍ້າຕານ
– ການເກັບກ່ຽວຄວນເກັບເມື່ອຈໍານວນຝັກແກ່ເກີນ 70-75% ຂອງຝັກທັງໝົດ
– ເມື່ອເກັບກ່ຽວແລ້ວຄວນວາງລຽງເປັນແຖວເພື່ອການກວດກາຄັດຕົ້ນທີ່ບໍ່ຄືໝູ່ ຫຼື ຕົ້ນຖືກພະຍາດແມງໄມ້ທໍາລາຍອອກ.

5. ການຕາກເພື່ອຫຼຸດຄວາມຊຸ່ມ ແລະ ການເກັບຮັກສາ
– ໂດຍປົກກະຕິເມື່ອເກັບກ່ຽວມາໃໝູ່ໆຄວາມຊຸ່ມຈະຢູ່ປະມານ 35-60% ເຊີ່ງໃນໄລຍະນີ້ຈະເຮັດໃຫ້ການທໍາລາຍ ຂອງເຊື້ອຣາໄດ້ໄວທີ່ສຸດ ຄວນຈະຫຼຸດຄວາມຊຸ່ມລົງໃຫ້ໄວທີ່ສຸດ ໃຫ້ເຫຼືອປະມານ 18-20% ຖ້າຈະສີດ້ວຍເຄື່ອງຈັກ ແລະ 15% ຖ້າແກະດ້ວຍມື (ແຕ່ສຳລັບເມັດພັນແມ່ນແນະນໍາໃຫ້ແກະດ້ວຍມືແມ່ນດີທີ່ສຸດ)
– ຫຼັງຈາກເກັບກ່ຽວມາແລ້ວຄວນຕາກຝັກຖົ່ວດີນໃນບອນຮົ່ມ ແຕ່ມີລົມພັດຜ່ານ ຫຼີກລ້ຽງການຕາກກາງແດດໂດຍກົງ ເພາະຈະເຮັດໃຫ້ເປີເຊັນຄວາມງອກຫຼຸດລົງ.
– ຫຼັງຈາກຄວາມຊຸ່ມຫຼຸດລົງເຫຼືອປະມານ 15% ແລ້ວສາມາດເກັບໃນບ່ອນທີ່ມີອາກາດຖ່າຍເຖດີ, ບໍ່ມີຄວາມຊຸ່ມ ແລະ ບໍ່ຖືກແດດຊ່ອງໃສດີທີ່ສຸດແມ່ນເກັບຮັກສາໃນຝັກ ບໍ່ຄວນແກະເປັນເມັດ ເພື່ອຫຼີກລ້ຽງການທໍາລາຍຂອງພະຍາດແມງໄມ້ ແລະ ຮັກສາເປີເຊັນການງອກ.
– ຖ້າຈະເກັບຮັກສາໃນຮູບຂອງເມັດຄວນຈະເກັບໃນຫ້ອງທີ່ມີອຸນຫະພູມປະມານ 4 ອົງສາເຊ ແລະ ຄວາມຊຸ່ມຫ້ອງຄວນຕໍ່າກວ່າ 50% ແລະ ເມັດຄວນປະສົມຢາກັນເຊື້ອຣາ ເພື່ອການເກັບຮັກສາ ຄຸນນະພາບຂອງເມັດພັນໃຫ້ຢູ່ໄດ້ດົນ


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/guE15jmxTO5o0Fl2%20(1).pdf
https://www.doa.go.th/fcri/wp-content/uploads/2020/tachno/E-Book-8.pdf
file:///C:/Users/HP/Downloads/THAIAgRes_39_3_5.pdf

 

ຄູ່ມືການນໍາໃຊ້ແນວພັນຖົ່ວເຫຼືອງນາພອກ 1 (Naphok 1)

ແນວພັນຖົ່ວເຫຼືອງນາພອກ 1 ( Naphok 1) ແມ່ນໄດ້ຈາກການປະສົມພັນຂອງຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກຈົນໃຫ້ມີຄວາມຄົງຕົວໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍ ພັນ ຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ຜົນຜະລິດດີທີ່ສຸດ, ປັບຕົວໄດ້ດີ ໃນຫລາຍສະພາບແວດລ້ອມ ແລະ ຫລາຍສະພາບດີນ.

1. ລັກສະນະເດັ່ນຂອງແນວພັນນາພອກ 1

– ໃຫ້ຜົນຜະລິດສູງແຕ່ 2,5-2,8 ໂຕນ/ເຮັກຕາ.
– ອາຍຸເກັບກ່ຽວ 95-105 ວັນ
– ເມື່ອຕົ້ນແກ່ຝັກບໍ່ແຕກ (DT12 ຝັກມັກແຕກຖ້າປະໃຫ້ແຫ້ງໃນທົ່ງ)
– ເມັດມີຄວາມງອກຄວາມແຂງແຮງດີ ລໍາຕົ້ນແຂງແຮງ
– ມີທາດໂປຕີນສູງເຖີງ 40-42% ຂອງນໍ້າໜັກແຫ້ງ
– ເໝາະສໍາລັບເຮັດນໍ້າເຕົ້າຮູ້, ເຕົ້າຮູ້ກ້ອນ ແລະ ກາກຖົ່ວເຫຼືອງທີ່ເຫຼືອຈາກການເຮັດນໍ້ານົມຖົ່ວເຫຼືອງ ກໍ່ມີເປີເຊັນ ໂປຕີນ ຫລາຍກວ່າ 36% ຂອງນໍ້າໜັກແຫ້ງ

ຕາຕະລາງປຽບທຽບຜົນຜະລິດແນວພັນນາພອກ 1 ແລະ ພັນການຄ້າ

ແນວພັນ  ເກັບກ່ຽວ (ມື້) ລວງສູງ (ຊມ)   ໝາກ/ ຕົ້ນ ນໍ້າໜັກ 100 ເມັດ (ກຼາມ) ສະມັດຕະພາບ (ກລ/ຮຕ)
ນາພອກ 1 102  62  57 13.42 2.600
SJ 5  98 47 53 14,9  1.625
DT 12 111 34 41 16,9 1.208
ອຸດົມໄຊ 2 104 63 42  11,81 1.866

2. ເຕັກນິກການປູກ
ແນວພັນ ຖົ່ວເຫຼືອງນາພອກ 1 ສາມາດປູກໄດ້ 2 ລະດູຄື: ການປູກໃນ ຊ່ວງລະດູແລ້ງ ເດືອນ 12 ຫາ ເດືອນ 3 ແລະ ການປູກໃນຊ່ວງລະດູຝົນ ເດືອນ 7 ຫາ ເດືອນ 10.
ວິທີການປູກມີ: ແບບສັກຫລົງເປັນແຖວ ແລະ ການໃຊ້ເຄື່ອງຢອດ. ປູກໄລຍະຫ່າງແຖວ 50 cm ໄລຍະຫ່າງຕົ້ນ 20 cm ປູກຂຸມລະ 2-3 ເມັດ ຈົ່ງໄວ້ຂຸມລະ 1-2 ຕົ້ນ


3. ການບົວລະບັດຮັກສາ
ການໃສ່ຝຸ່ນ ຄວນໃສ່ປຸ໋ຍ ແລະ ຝຸ່ນບົ່ມປະສົມກັນເພາະຈະເຮັດໃຫ້ຜົນຜະລິດເພີ່ມຂື້ນ ຄວນໃສ່ຫຼັງປູກໄດ້ 15-20 ວັນ ປຸ໋ຍເຄມີສູດ 15:15:15: ອັດຕາປຸ໋ຍ 32 kg/ໄລ + ຝຸ່ນບົ່ມ ອັດຕາ 320kg/ໄລ.
ການໃຫ້ນໍ້າ ຖ້າປູກໃນລະດູແລ້ງຄວນເອົາໃຈໃສໃຫ້ນໍ້າ ຕັ້ງແຕ່ໄລຍະປູກຈົນຮອດໄລຍະອອກດອກ ບໍ່ຕ້ອງການນໍ້າຫລາຍ ແຕ່ບໍ່ໃຫ້ຂາດ ຖ້າປູກຢູ່ທົ່ງນາ ແມ່ນສາມາດເອົານໍ້າເຂົ້າຖວມແລ້ວໄລນໍ້າອອກ 3-4 ວັນຄອຍເອົາເຂົ້າຕື່ມ
ການເສຍຫຍ້າ ແມ່ນຕ້ອງເອົາໃຈໃສເສຍຫຍ້າ ຄັ້ງທີ່ 1 ຫລັງຈາກງອກໄດ້ 15-20 ວັນ ແລະ ຄັ້ງທີ່ 2 ຫລັງຈາກງອກ 40-45 ວັນ.

4. ການປ້ອງກັນພະຍາດ
ແມງໄມ້ ໄລຍະຈະເລີນເຕີບໂຕ ແມ່ ແມງຜັກຫົມ ຈະທໍາລາຍໃບໄວທີ່ສຸດ ແລະ ໄລຍະເປັນຝັກອ່ອນ ແມ່ນແມງແຄງ ຈະດູດກີນນໍ້າລ້ຽງ ການຄວບຄຸມແມ່ນ ຄວນກວດເບີ່ງພື້ນທີ່ ເປັນປະຈໍາ ຖ້າພົບຄວນເກັບທໍາລາຍ ຫຼື ສິດຢາກໍາຈັດ Triazophos 40% EC ອັດຕາ 40 ມີນລີ ລິດ/ນໍ້າ 20 ລິດ ສິດທຸກ 7-10 ວັນ


5. ການເກັບກ່ຽວ
ຖົ່ວເຫຼືອງຈະສຸກແກ່ ແລະ ພ້ອມເກັບກ່ຽວ ເມື່ອສີຂອງຝັກປ່ຽນເປັນສີນໍ້າຕານເກີນ 80% ຂື້ນໄປແມ່ນສາມາດເກັບກ່ຽວໄດ້ ບໍ່ຄວນປະຕາກແດດເປັນເວລາດົນ ຖ້າເກັບກ່ຽວແລ້ວເມື່ອຝັກມີຄວາມແຫ້ງພໍດີກໍ່ຄວນແກະເມັດ, ຕີ ແລະ ເກັບມ້ຽນໄວ້ບ່ອນຮົ່ມທັນທີ.


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/T3Xu9C8J72hVxBuj.pdf
https://th.wikipedia.org/wiki/ถั่วเหลือง
https://medthai.com/ถั่วเหลือง/
ຂໍ້ມູນເພີ່ມເຕີມ: ປອ. ສີວຽງແຂກ ພົມມະລາດ ໂທ: 99653959,
ປຕ. ກິໂຕ້ ພະວິເສດ; ໂທ: 95392909,
ປຕ. ເນລະມິດ ບຸນບັນດິດ ໂທ:59170380

 

ຄູ່ມືແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າເມືອງພຽງ 2 (Meung Pieng 2)

ແນວພັນເມືອງພຽງ 2 ຫຼື ສາຍພັນ Mp10001 ແມ່ນໄດ້ຈາກການປັບປຸງພັນດ້ວຍການປະສົມພັນລະຫວ່າງ ແນວພັນທ່າດອກຄໍາ 11 ກັບເຂົ້າຕາຂຽດ ໃຊ້ຮູບແບບການປະສົມພັນແບບດ່ຽວເຊິ່ງແມ່ນປະສົມຢູ່ໂຮງຮຽນຊາວນາກຸ່ມບ້ານເມືອງພຽງ ເມືອງພຽງ ແຂວງໄຊຍະບູລີ ລະດູຝົນປີ 2013 ຫຼັງຈາກປະສົມພັນໄດ້ແລ້ວລະດູທຳອິດແມ່ນປູກຄັກເລືອກຢູ່ບ້ານໂພນຫີນ ເມືອງພຽງ ແຂວງໄຊຍະບູລີປີ 2014 , ປີ 2015-2016 ແມ່ນ ນາງບຸນມີ ນໍາໄປປູກຄັດເລືອກຢູ່ບ້ານໂພນໄຊ ເມືອງພຽງ ແຂວງໄຊຍະບູລີ, ຄັດເລືອກແບບລວມ ຫຼັງຈາກຄັດໄດ້ສາຍພັນທີ່ມີລັກຊະນະແຕກຕ່າງຈາກພັນເດີມ ,ເຫັນວ່າດີ ແລະ ມີຄວາມຄົງຕົວແລ້ວລະດູຝົນ 2017 ໄດ້ສົ່ງສາຍພັນດັ່ງກ່າວໄປຄັດເລືອກໃນພື້ນທີ່ນາຂອງຊາວກະສິກອນ,ບ້ານນາຊີງ,ບ້ານໜອງບົວພີ່ນ້ອງ,ບ້ານສົມສະຫວັນ ເມືອງພຽງ ແຂວງໄຊຍະບູລີ ແລະ ຍັງໄດ້ແລກປ່ຽນກັບຊາວນາຈາກຕ່າງແຂວງ ໃນງານແລກປ່ຽນແນວພັນຢູ່ ສູນຄົ້ນຄ້ວາເຂົ້າປີ 2019,. ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລະ ເອົາໄປປູກປຽບທຽບຜົນຜະລິດຢູ່ 18 ບ້ານໃນ 6 ແຂວງ (ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າການຈະເລີນເຕີບໂຕດີ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ທົນທານຕໍ່ພະຍາດ ແລະ ແມງໄມ້ໄດ້ປານກາງ,ປູກໄດ້ໃນດິນທຸກປະເພດສາມາດເກັບກ່ຽວໄດ້ໃນເຂດພື້ນທີ່ແຫ້ງແລ້ງຜົນຜະລິດປານກາງຕັ້ງແຕ່ 3,5 ຫາ 5 ໂຕນ/ເຮັກຕາ ສະເລ່ຍ 18 ບ້ານ ຜົນຜະລິດສະເລ່ຍ 4,5 ໂຕນ/ເຮັກຕາ

1. ລັກສະນະເດັ່ນຂອງແນວພັນເມືອງພຽງ 2
– ເໝາະກັບດິນທຸກປະເພດ
– ທົນພະຍາດໃຫ້ມ , ປັບຕົວກັບສະພາບແວດລ້ອມໄດ້ດີ, ທົນບົ່ວປານກາງ,
– ຜົນລິດດີ 4,5-5 ໂຕນ/ ເຮັກຕາ.
– ອາຍຸເກັບກ່ຽວສັ້ນເໝາະສໍາລັບພື້ນທີ່ໆມີການຜະລິດຫຼາຍຮອບວຽນ

ຕາຕະລາງປຽບທຽບລັກຊະນະເມືອງພຽງ 2 ກັບພໍ່ແມ່ພັນ

ແນວພັນເຂົ້າ ເມືອງພຽງ 2   ແມ່ພັນTDK11 ເຂົ້າຕາຂຽດ
ປະເພດເຂົ້າ ເຂົ້າໜຽວ ເຂົ້າໜຽວ ເຂົ້າໜຽວ
ສີເມັດ ສີເຟືອງເຫຼືອງ ຂາວ ນໍ້າຕານ
ອາຍຸ (ວັນ)  125-130 135-140 150
ລະດູປູກ  ປູກໄດ້ທັງ 2 ລະດູ ແລ້ງ ແລະ ຝົນ ຝົນ
ລວງສູງ (ຊມ) 120-130 110 145-160
ເປີເຊັນການີສ (%)  60%
ໂຕນ/ເຮັກຕາ) 4-4,5 3.5-4 4-4,5
ຈຸດເດັ່ນຂອງແນວພັນ ທົນທານພະຍາດໃຫ້ມ ,ທົນທານສະພາແວດລ້ອມ ໄດ້ດີ,ບົ່ວປານກາງ ທົນທານພະຍາດໃຫ້ມ , ທົນທານຕໍ່ບົ່ວຜົນິລິດດີ

2. ແນະນໍາການປູກ
ແນວພັນເມືອງພຽງ 2 ສາມາດປູກໄດ້ 2 ລະດູຄື: ນາແຊງ ແລະ ນາປີ.

1 ວິທີການປູກ:
– ນາດໍາແມ່ນແນະນໍາປັກດໍາອາຍຸກ້າ 20-25 ປັກດໍາໄລຍະຫ່າງ 20 x 20 ຊມ.
– ນາຫວ່ານ ຫຼື ນາຢອດ ແນະນໍາໃຫ້ຫວ່ານ ຫຼື ຢອດປຽກແມ່ນເໝາະສົມທີ່ສຸດ

2 ການໃສ່ຝຸ່ນ
ນາດິນຊາຍ ໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46-00-00 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກລ/ຮຕ/ຄັ້ງ
3. ການເກັບກ່ຽວ
ເໝາະສົມໃນການນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈິ່ງເກັບກູ້ ແລະ ຟາດຕີ


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/tFOiXGQSIM2iXeXs.pdf

ຕິດຕໍ່ປະສານແນວພັນ ຕີ ຈັນທະວົງ, ບຸນມີ ພົມພິພັກ, ພອນປະເສີດ ສີຫາ
ໂທ: 020 98003521, 55878330, 58115511

ຄູ່ມືແນະນໍາ ແລະ ການນໍາໃຊ້ແນວພັນເຂົ້າຊະນະຄາມ 3 (Sanakam 3 )

ແນວພັນຊະນະຄາມ 3 ຫຼື ສາຍພັນ TDK 10488-B-B-52-1-ND-BB-B-B ແມ່ນສູນຄົ້ນຄວ້າເຂົ້າໄດ້ປະສົມລະຫວ່າງແນວພັນ KDML105 ກັບສາຍພັນ RGD10033-77-MAS-22 (ເປັນສາຍພັນທີ່ໄດ້ໃຊ້ Molecular Assistant Selection ໃນການກວດຫາ Gene ເຂົ້າຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ໃຊ້ຮູບແບບປະສົມ ພັນແບບດ່ຽວໃນລະດູແລ້ງປີ 2017, ປູກຄັດເລືອກທີ່ສູນແບບສືບປະຫວັດ ພ້ອມກັບນໍາໃຊ້ເຕັກນິກການຄັດເລືອກ ແບບ Molecular Assistant Selection (ຊ່ວຍກວດຫາ Gene ທີມີຄວາມຫອມ, ທົນພະຍາດໃຫ້ມ , ທົນນໍ້າຖ້ວມ) ຮອດຊົ່ວທີ່ 5 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາບ້ານ.ນາເດື່ອ ເມືອງຊະນະຄາມ ແຂວງວຽງຈັນ ຄັດເລືອກຕໍ່ໃນຊົ່ວທີ່ 6 (ປີ 2020) ໂດຍ ທ່ານໄຍ ປູກຄັດເລືອກຊົ່ວ 7 ຮອດຊົ່ວທີ່ 9 ກາຍເປັນສາຍພັນຄົງຕົວ, ແລະ ປັບຕົວໄດ້ດີໃນເຂດນີ້ແລ້ວທົດສອບການກິນດື່ມຄວາມຫອມ, ຫລັງຈາກນັ້ນໄດ້ຂະຫຍາຍເມັດພັນເອົາໄປທົດສອບໃນຫລາຍ ໂຮງຮຽນຊາວນາ ແລະ ຊາວກະສິກອນກໍ່ໄດ້ຄັດເລືອກເອົາໄປປູກຕໍ່ໃນບ້ານໄກ້ຄຽງໄດ້ແກ່ບ້ານຫ້ວຍຕາວ, ບ້ານໂພນສະຫວ່າງ ແລະ ໂນນສະຫວັນ

1. ລັກສະນະເດັ່ນຂອງແນວພັນຊະນະຄາມ 3
– ທົນພະຍາດໃຫ້ມ
– ທົນນໍ້າຖ້ວມຫນ່ອຍໜຶ່ງ
– ທົນດ້ວງກ
– ຜົນຜະລິດດີ 4,5-5 ໂຕນ/ ເຮັກຕາ
– ກິນອອ່ນ, ຫອມໜ້ອຍໜື່ງ

ຕາຕະລາງປຽບທຽບລັກຊະນະຊະນະຄາມ 3 ກັບພໍ່ແມ່ພັນ

ແນວພັນເຂົ້າ  ຊະນະຄາມ 3 KDML05 LG3302
ປະເພດເຂົ້າ ເຂົ້າໜຽວ ເຂົ້າໜຽວ ເຂົ້າໜຽວ
ສີເມັດ  ກໍ່າ ນໍ້າຕານ ກໍ່າ
ອາຍຸ (ວັນ) 135 136 150
ລະດູປູກ ແລ້ງ ແລະ ຝົນ ແລ້ງ ແລະ ຝົນ ລະດູຝົນ
ລວງສູງ (ຊມ) 114  110 140
ເປີເຊັນການສີ (%) 58 59
ຜົນຜະລິດ (ໂຕນ/ເຮັກຕາ  3,9-4,3  4,5-5
ຈຸດເດັ່ນຂອງແນວພັນ ກິນອ່ອນປານກາງ, ທົນດ້ວງກ . ບໍ່ທົນນໍ້າຖ້ວມ, ອອ່ ນແອຕໍ່ພະຍາດໃຫ້ມ ແລະ ບໍ່ຫອມ

2. ແນະ ນາການປູກ
ແນວພັນ ຊະນະຄາມ 3 ສາມາດປູກໄດ້ 2 ລະດູຄື: ນາແຊງ ແລະ ນາປີ.
1 ວີທການປູກ:
– ນາ ດໍາແມ່ນແນະນໍາຕົກກ້າຊ່ວງ ເດືອນ ມິຖຸນາ (ນາປີ) ແລະ ທ້າຍ ເດືອນທັນວາ ຫາຕົ້ນເດືອນມັງກອນ (ນາແຊງ), ຕົ້ນກ້າໄດ້ 20-25 ວັນ ສາມາດນໍາໄປປັກດໍາໄດ້
– ສາມາດ ດໍາໃນອັດຕາ 2-3 ກີບກ້າຕໍ່ສຸ່ມ

2 ການໃສ່ ຝຸ່ນ:
ນາດິນຊາຍ ໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນ ອັດຕາ200 ກລ/ຮຕ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນ ອັດຕາ 200 ກລ/ຮຕ, ຫຼັງຈາກປັກດໍາໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ: ສູດ 46 0 0 ຫຼັງຈາກປັກດໍາໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກລ/ຮຕ/ຄັ້ງ
3. ການເກັບກ່ຽວ
ເໝາະສົມໃນການນໍາໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50%, ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົ່ງນາປະມານ 2 ແດດຈຶ່ງເກັບກູ້ ແລະ ຟາດຕີ


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/WXoU4GghdhukKwX3.pdf
ຕິດຕໍ່ປະສານແນວພັນ ທ່ານ ດວງປີ ຈັນທະກັນສອນ ກະສິກໍາ ແລະ ປ່າໄມ້ ເມືອງ ຊະນະຄາມ ແຂວງວຽງຈັນ
ໂທ: 02055732280