ຄູ່ມືການຜະລິດເມັດພັນຖົ່ວດິນ
ຖົ່ວດີນ (Arachis hyogaea L.) ແມ່ນນອນໃນພືດຕະກຸນຖົ່ວ (Leguminosae) ເປັນພືດປະສົມພັນດ້ວຍໂຕເອງ ແຕ່ບາງພືຶ້ນທີ່ທີມີເຜີ່ງຫຼາຍກໍ່ມີໂອກາດປະສົມພັນຂ້າມໄດ້ ແຕ່ເປີເຊັ່ນຕໍ່າ. ຖົ່ວດີນເປັນພືດລົ້ມລຸກ ທີ່ມີຄວາມສູງປະມານ 40-50 ຊັງ 5 ຕີແມັດ ອາຍຸຕັ້ງແຕ່ປູກຫາເກັບກ່ຽວປະມານ 90-150 ວັນ ຂື້ນກັບຊະນິດພັນ ແລະ ລະດູປູກ. ມີດອກສີເຫຼືອງ ອອກດອກເມື່ອອາຍຸປະມານ 30-40 ວັນ, ດອກສົມບູນ (ເພດຜູ້ ແລະ ເພດແມ່ໃນດອກດ່ຽວ) ຫຼັງຈາກປະສົມພັນແລ້ວ ຈະພັດທະນາເປັນເຂັມແທງລົງດີນ ເມື່ອແທງດີນແລ້ວປາຍເຂັມຈະຂະຫຍາຍຕົວກາຍເປັນຝັກແຕ່ວ່າຖ້າເຂັມບໍ່ສາມາດແທງລົງດີນໄດ້ມັນກໍ່ຈະບໍ່ສາມາດພັດທະນາກາຍເປັນຝັກໃນໜື່ງຝັກກໍ່ຈະມີເມັດປະມານ 1-4 ເມັດ ຂະໜາດເມັດມີແຕ່ນ້ອຍຫາໃຫຍ່ ແລະ ສີເປືອກຫຸ້ມເມັດຫຼາຍສີ ທຸກລັກຊະນະນີ້ແມ່ນຂື້ນກັບແຕ່ລະຊະນິດພັນ.
1. ຂັ້ນຕອນທີ່ສໍາຄັນໃນການຜະລິດເມັດພັນຖົ່ວດີນ
1.1 ລະດູການຜະລິດ
ໃນເງືອນໄຂສະພາບແວດລ້ອມໃນບາງພືຶ້ນທີ່ຂອງປະເທດລາວມີຄວາມເໝາະສົມສາມາດປູກຖົ່ວດິນໄດ້ສອງລະດູຄື
– ລະດູແລ້ງແມ່ນເລີ່ມແຕ່ເດືອນ ທັນວາ ຫາ ເດືອນມີນາ ການປູກລະດູແລ້ງສ່ວນໃຫຍ່ແມ່ນປູກໃນເຂດທີ່ມີລະບົບຊົນລະປະທານ ປູກໃສ່ນາເຂົ້າຫຼັງຈາກເກັບກ່ຽວແລ້ວ
– ຕົ້ນລະດູຝົນເລີ່ມແຕ່ເດືອນມິຖຸນາ ເຖີງ ເດືອນກັນຍາ ບາງທ້ອງຖີນຖ້າຝົນມາໄວກໍ່ສາມາດປູກກ່ອນເດືອນ ມີຖຸນາໄດ້ – ທ້າຍລະດູຝົນ ຫຼື ເອີ້ນວ່າປູກຕາວ ເຂດທີ່ເໝາະສົມແມ່ນເຂດພູພຽງບໍລະເວນເນື່ອງຈາກເຂດນີ້ທ້າຍລະດູຝົນຈະແກ່ຍາວເຖີງເດືອນຕຸລາ ແລະ ເປັນເຂດທີ່ມີຄວາມຊຸ່ມສູງຈີງເໝາະສົມ ຖ້າພື້ນທີ່ໃດທ້າຍລະດູຝົນໝົດໄວກໍ່ບໍ່ແນະນໍາໃຫ້ປູກຍົກເວັ້ນຖ້າມີລະບົບຊົນລະປະທານ ການປູກຕາວຄວນຈະປູກທ້າຍເດືອນສີງຫາ ແລະ ເກັບກ່ຽວຕົ້ນເດືອນທັນວາ.
ແຕ່ລະລະດູປູກຄວນເລືອກແນວພັນທີ່ມີອາຍຸເກັບກ່ຽວໃຫ້ເທດເໝາະສົມກັບສະພາບແວດລ້ອມໂດຍສະເພາະ ປະລິມານນໍ້າຝົນທີ່ຕົກໃນເຂດນັນໆ (ຖ້າຫາກເປັນເຂດບໍ່ມີຊົນລະປະທານ) ໂດຍສະເພາະໄລຍະຈະເລີນເຕີບໂຕແມ່ນມີຄວາມຕ້ອງການນໍ້າຫຼາຍ ແລະ ຈະຫຼຸດລົງຈົນຮອດເກັບກ່ຽວ
1.2 ການຄັດເລືອກແນວພັນ ແລະ ເມັດພັນ
– ການຄັດເລືອກແນວພັນຄວນປູກພັນທີ່ມີຄວາມຕ້ອງການຂອງຕະຫຼາດທ້ອງຖີ່ນ ແລະ ເປັນພັນທີ່ໃຫ້ຜົນຜະລິດດີ ສາມາດປັບຕົວເຂົ້າກັບສະພາບແວດລ້ອມຂອງທ້ອງຖີ່ນນັ້ນເປັນຢາງດີ
– ຄວນຄັດເລືອກເອົາເມັດພັນທີ່ໄດ້ຮັບການຮັບຮອງຈາກໜ່ວຍງານທີ່ເຊື່ອຖືໄດ້
– ໂດຍພືນຖານຄວນເປັນເມັດພັນທີ່ມີອາຍຸໃນການເກັບຮັກສາບໍ່ຄວນເກີນ 6 ເດືອນ ແລະ 1 ປີ (ຖ້າເກັບໃນສາງເຢັນ) ເພາະຖົ່ວດີນເປັນພືດນໍ້າມັນ, ຖ້າເກັບໄວ້ດົນອັດຕາການຄວາມງອກຫຼຸດລົງ ໂດຍສະເພາະໃນເຂດພູມອາກາດມີຄວາມຮ້ອນຊຸ່ມ ແລະ ຈະເຮັດໃຫ້ອັດຕາການງອກຫຼຸດລົງຫຼາຍ.
– ລັກຊະນະຂອງເມັດ ແລະ ສີເມັດຄວນມີຄວາມສະໝໍ່າສະເໝີ ມີຄວາມບໍລິສຸດ (ບໍ່ມີຕໍານິ) ຂອງເມັດພັນຫຼາຍກວ່າ 96% ແລະ ເປີເຊັນຄວາມງອກ ຕ້ອງຫຼາຍກວ່າ 70%
– ເມັດພັນຄວນຈະປະສົມຢູ່າປ້ອງກັນເຊື້ອລາ ແລະ ແມງໄມ້ເພື່ອປ້ອງກັນບໍ່ໃຫ້ເຂົ້າໄປທໍາລາຍຈາວຖົ່ວດີນ ເພາະເປັນສາເຫດເຮັດໃຫ້ເປີເຊັນຄວາມງອກຕໍ່າ, ເຮັດໃຫ້ຕົ້ນກ້າອ່ອນແອ ແລະ ເຮັດໃຫ້ການຈະເລີນເຕີບໂຕບໍ່ສະໝໍ່າສະເໝີ
1.3 ການຄັດເລືອກພື້ນທີ່
– ພື້ນທີ່ຜະລິດເມັດພັນຄວນຈະເປັນເຂດທີ່ສະອາດປາດສະຈາກພະຍາດ ແລະ ແມງໄມ້ຄວນຈະເປັນດີນທີ່ສາມາດ ລະບາຍນໍ້າໄດ້ດີ ແລະ ມີທາດອາຫານທີ່ອຸດົມສູມບູນ ມີຄ່າຄວາມເປັນກົດເປັນດ່າງ (pH) ປະມານ 6-6.5.
– ບໍ່ຄວນເປັນພື້ນທີ່ທີເຄີຍຜະລິດຖົ່ວດີນມາກ່ອນເພາະພື້ນທີ່ດັ່ງກ່າວຈະເປັນບ່ອນສະສົມຂອງພະຍາດແມງໄມ້ ແລະ ເມັດພັນອື່ນທີ່ຕົກຄ້າງໃນດີນ ເຊິ່ງມັນຈະເປັນສາຍເຫດເຮັດໃຫ້ມີເມັດພັນປະປົນໄດ້,ຖ້າບໍ່ສາມາດປ່ຽນພື້ນທີ່ໃໝ່ກໍ່ຄວນໄຖແລ້ວຫົດນໍ້າປະໃຫ້ເມັດຕົກຄ້າງ ຫຼື ປະປົນງອກແລ້ວຖອນຖີມ ຫຼື ໄຖກົບ ເຮັດແບບເກົ່າຈັກ 2-3 ຄັ້ງເພື່ອກໍາຈັດເມັດຕົກຄ້າງ ຫຼື ຄວນປູກພັນດຽວກັບພັນທີ່ປູກໃນພື້ນທີ່ເກົ່າຂອງລະດູຜ່ານມາ.
– ບໍ່ຄວນປູກຊໍ້າໃນພື້ນທີ່ເກົ່າຫຼາຍຄັ້ງ ຄວນຈະປູກພືດອື່ນໃນພື້ນທີ່ນັ້ນແລ້ວຈິ່ງປູກຖົ່ວດີນໃນລະດູຕໍ່ໄປ, ວິທີນີ້ຈະຊ່ວຍຫຼຸດຜ່ອນການສະສົມຂອງພະຍາດ ແລະ ແມງໄມ້ໄດ້.
1.4 ການກໍານົດໄລຍະຫ່າງຈາກແນວພັນອື່ນ
– ໂດຍລັກສະນະຂອງຖົ່ວດີນເປັນພືດປະສົມພັນດ້ວຍຕົວເອງ (ໃນຕົ້ນດຽວກັນ) ມີດອກເພດຜູ້ ແລະ ເພດແມ່ໃນດອກດຽວກັນ, ດັ່ງນັ້ນໂອກາດການປະສົມຂ້າມຂ້ອນຂ້າງຕໍ່າ. ເຖີງແນວໃດກໍ່ຕາມຖ້າຫາກໃນເຂດນັ້ນມີເຜິ້ງຫຼາຍກໍ່ມີໂອກາດປະສົມພັນຂ້າມຕົ້ນໄດ້ຕາມທໍາມະຊາດຂອງແຕ່ລະແນວພັນ ແລະ ລະດູປູກ.
– ການຜະລິດເມັດພັນມັນມີຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ພື້ນທີ່ການຜະລິດປອດການປະສົມພັນຂ້າມໄດ້ຕາມ ມາດຕະຖານຂອງສາກົນໄດ້ກໍານົດໄວ້ວ່າ ໄລຍະຫາງລະຫວ່າງ 2 ແນວພັນຄວນຫ່າງກັນຢ່າງໜ້ອຍ 15 ແມັດ, ຖ້າຜະລິດເມັດພັນລຸ້ນໜື່ງຈະຕ້ອງຫ່າງກັນ 30 ແມັດ ລະຫວ່າງ 2 ແນວພັນ.
1.5 ການກຽມດີນ ແລະ ການປູກ
– ການກຽມດີນຄວນໄຖຄາດໃຫ້ດີນຜຸຜຸ່ຍເພື່ອໃຫ້ນໍ້າລະບາຍໄດ້ດີ
– ສໍາຫຼັບການກະກຽມດິນໃນເຂດພື້ນທີ່ໆບໍ່ຮົກເຮື້ອ ໃຫ້ໄຖເປັນຮ່ອງແລ້ວຢອດເມັດໄດ້ເລີຍ, ແຕ່ສໍາຫຼັບເຂດພື້ນທີ່ຮົກເຮື້ອຈໍາເປັນຕ້ອງໄດ້ກະກຽມດິນໂດຍໄຖ 1 ຄັ້ງ ແລ້ວຕາກດິນໄວ້7-10 ມື້ເພື່ອເຮັດໃຫ້ແກ່ນຫຍ້າ ແລະ ໄຂ່ແມງໄມ້ຕ່າງໆຕາຍ. ຫຼັງຈາກນັ້ນໃຫ້ໄຖພວນດິນອີກ 1 ຄັ້ງແລ້ວຄາດເພື່ອເກັບເສດຮາກໄມ້ ແລະ ວັດຊະພືດອອກຈາກພື້ນທີ່ປູກ. – ສໍາລັບພື້ນທີຕໍ່າມີນໍ້າໄຕ້ດີນຕືນ ຫຼື ນໍ້າຂັງຄວນຈະຍົກເປັນຄູເພື່ອບໍ່ໃຫ້ນໍ້າຂັງເພາະຈະເຮັດໃຫ້ການແຕກງອກບໍ່ດີ ເນື່ອງຈາກເມັດເນົ່າຢູ່ໃນດິນ.
– ໄລຍະຫາງລະຫວ່າງແຖວປະມານ 30-50 ຊັງຕີແມັດ (30 ຊັງຕີແມັດ ຄວນຈະປູກໃນລະດູແລ້ງ ແຕ່ວ່າບ່ອນທີ່ໃຫ້ນໍ້າເປັນຄອງອາດຈະປູກກວ້າງກວ່າ 30 ຊັງຕີແມັດ ແລະ 50 ຊັງຕີແມັດ ແມ່ນປູກໃນລະດູຝົນ ແລະ ເປັນດີນທີ່ອຸດົມສົມບູນ) ໄລຍະຫາງລະຫວ່າງຕົ້ນ 15-20 ຊັງຕີແມັດ ຄວນໃສ່ 2-3 ເມັດ/ຂຸມ.
– ໃນເນື້ອທີ່ 1 ເຮັກຕ້າຄວນໃຊ້ເມັດພັນປະມານ 80-120 ກິໂລກຣາມຂື້ນກັບຂະໜາດຂອງເມັດ ຖ້າພັນເມັດໃຫຍ່ອາດຈະໃຊ້ຫຼາຍເຖີງ 130 ກິໂລກຣາມ/ເຮັກຕ້າ ຫຼັງຈາກແຕກງອກໄດ້ 7-10 ວັນໃຫ້ຖອນແຍກໂດຍໃຫ້ເຫຼືອຂຸມລະ 1-2 ຕົ້ນ.
6 ການກຽມເມັດພັນກ່ອນການປູກ
– ການເລືອກເມັດພັນມາປູກຄວນເລືອກເມັດພັນທີ່ມາຈາກຕົ້ນທີ່ມີລັກຊະນະຖືກຕ້ອງຕາມພັນເດີມ ແລະ ເປັນເມັດ ໃຫມ່ມີເປີເຊັນຄວາມງອກດີ
– ເມັດພັນທີ່ໄດ້ຄຸນນະພາບດີຄືເມັດທີ່ໄດ້ຈາກການແກະມືຖ້າແກະດ້ວຍເຄືອງສີເມັດມັນຈະເຮັດໃຫ້ເປືອກຫຸ່ມຫຼຸດອອກ ຫຼື ເມັດແຕກຢູ່ດ້ານໃນເຮັດໃຫ້ການແຕກງອກບໍ່ດີ ຫຼື ຕົ້ນກ້າບໍ່ແຂງແຮງຈະເລີນເຕີບໂຕບໍ່ທັນໝູາ
– ມີບາງແນວພັນຈະມີການພັກໂຕຂອງເມັດພັນ (ຈະບໍ່ແຕກງອກຫຼັງຈາກເກັບເມັດມາໃໝ່) ຄວນເອົາໃຈໃສຄື: ຄວນເກັບເມັດພັນໄວ້ໃນບ່ອນທີ່ແຫ້ງມີອາກາດຖ່າຍເຖໄດ້ດີປະມານ 2 ເດືອນ ຈືງນໍາໄປປູກແຕ່ຖ້າຕ້ອງການປູກທັນທີ່ ແມ່ນຫຼັງຈາກແກະເປືອກແລ້ວໃຫ້ຕາກແດດ ຫຼື ອົບດ້ວຍຄວາມຮ້ອນ 50 ອົງສາເຊ ເປັນເວລາ 3 ວັນ ແລ້ວຈືງນໍາໄປປູກ.
– ກ່ອນປູກຄວນຈະປະສົມເມັດພັນ ເຂົ້າກັບຂີ້ເຖົ່າ ຫຼື ສານເຄມີ ເພື່ອປ້ອງກັນການເກີດເຊື້ອຣາ ແລະ ແມງໄມ້ທໍາລາຍເມັດ ໂດຍສະເພາະຈໍາພວກມົດ ແລະ ປວກ.
– ພື້ນທີທີ່ບໍ່ເຄີຍປູກຖົ່ວດີນມາກ່ອນ ຫຼື ພືດຕະກຸນຖົ່ວຊະນິດອື່ນເຊັ່ນ ຖົ່ວເຫຼືອງ, ຖົ່ວຂຽວ, ຖົ່ວດໍາ, ຖົ່ວແດງ ແລະ ອື່ນໆ ຄວນຈະປະສົມເມັດພັນດ້ວຍເຊື້ອໄຣໂຊບຽມ ກ່ອນປູກເພື່ອຊ່ວຍໃນການສ້າງຈຸລີນຊີໃນດີນ ໃນການດືງທາດໄນໂຕເຈັນໃນອາກາດໃຫ້ກາຍເປັນທາດອາຫານໃຫ້ກັບຕົ້ນຖົ່ວ ແລະ ຍັງເຫຼືອໄວ້ໃນດີນເພື່ອປູກພືດອື່ນໃນລະດູຕໍ່ໄປ.
1.7 ທາດອາຫານໃນດີນ
– ຖົ່ວດີນຈະເລີນເຕີບໂຕ ແລະ ໃຫ້ຜົນຜະລິດສູງໃນດີນທີ່ມີອີນຊີວັດຖຸສູງການໃສຝຸ່ນວິທະຍາສາດກໍ່ຊ່ວຍໃນການ ເພີ່ມຜົນຜະລິດ. ປະລິມານການໃສູ່ຝຸ່ນວິທະຍາສາດແມ່ນຂື້ນກັບຄວາມອຸດົມສົມບູນຂອງແຕ່ລະພື້ນທີ່ ຖ້າພື້ນທິ່ໃດມີຄວາມອຸດົມສົມບູນພຽງພໍກັບຄວາມຕ້ອງການຂອງພືດກໍ່ຈະບໍ່ໃສູ່ຝຸ່ນວິທະຍາສາດເພື່ອຫຼຸດຕົ້ນທືນການຜະລິດ, ແຕ່ພື້ນທີ່ໃດຫາກຂາດທາດອາຫານກໍ່ຈໍາເປັນຕ້ອງໃສ່ ແລະ ອາດຈະຕ້ອງໃສ່ຫຼາຍກວ່າບ່ອນອື່ນໆ ເພື່ອໃຫ້ການຈະເລີນເຕີບໂຕຂອງຖົ່ວບໍ່ຢຸດສະຫງັກ ແລະ ໃຫ້ຜົນຜະລິດດີ.
– ທາດໄນໂຕເຈັນ (N) ແມ່ນມີຄວາມຈໍາເປັນໃນໄລຍະເປັນຕົ້ນກ້າເພື່ອການຈະເລີນເຕີບໂຕ, ຫຼັງຈາກນັ້ນຕົ້ນຖົ່ວດີນຈະສາມາດດືງໄນໂຕເຈັນ (N) ໄດ້ເອງ. ຖົ່ວດີນ ແລະ ພືດຕະກຸນຖົ່ວອື່ນ ແມ່ນຕ້ອງການທາດໄນໂຕເຈັນ (N) ແລະ ໂປຕັດຊຽມ (K) ໜ້ອຍແຕ່ມີຄວາມຕ້ອງການຫຼາຍໃນທາດຟອດສະຟໍຣັດ (P) ສ່ວນປະກອບຂອງທາດອາຫານທີ່ແນະນໍາຂອງ 3 ຊະນິດ (N:P:K) 1:3:2 ຫຼື 1:3:1 ຫຼື 1:2:1 ເຊັ່ນຝຸ່ນເຄມີສ ດ 3-9-6 ສໍາລັບດີນທີ່ຄ່ອນຂ້າງມີຄວາມອຸດົມສົມບູນ, 6-18-6 ສໍາລັບດີນທີ່ມີຄວາມອຸດົມສົມບູນປານກາງ ແລະ 12-24-12 ສໍາລັບດີນທີ່ມີຄວາມອຸດົມສົມບູນຕໍ່າ. ແຕ່ແນວໃດກໍ່ຕາມ ມັນເປັນການຍາກທີ່ຊາວກະສິກອນຈະປະສົມຝຸ່ນເຄມີໃຫ້ໄດ້ຕາມສູດນີ້. ສະນັ້ນ ຈຶ່ງແນະນໍາໃຫ້ໃຊ້ຝຸ່ນສໍາເລັດຮູບທີ່ມີຂາຍຕາມທ້ອງຕະຫຼາດທີ່ມີສູດໄກ້ຄຽງກັບສູດແນະນໍາເຊັ່ນ ຮອງພື້ນດ້ວຍສູດ 16-20-0 ອັດຕາ 300 ກິໂລກຣາມ/ຮຕ ຫຼື 15-15-15 ອັດຕາ 250-300 ກິໂລກຣາມ/ຮຕ ແລ້ວເສີມດ້ວຍຝຸ່ນຟອດສະຟໍຣັດ (P), ອາດຈະໃຫ້ທາດອາຫານເສີມບາງຊະນິດທາງໃບຂື້ນກັບການສະແດງອາການຈາກພືດຕ້ອງພິຈາລະນາຕົວຈີງ ເພາະການໃສ່ຝຸ່ນແຕ່ລະຄັ້ງແມ່ນການເພີ່ມຕົ້ນທືນການຜະລິດ.
– ສໍາລັບທາດອາຫານອື່ນແມ່ນບໍ່ຄ່ອຍຂາດ ຍົກເວັ້ນດີນທີ່ມີຄວາມເປັນດ່າງສູງ ຖົ່ວດີນຈະມັກສະແດງອາການຂາດທາດເຫຼັກຢ່າງຮຸນແຮງ ແລະ ຄວນລີກລ້ຽງພື້ນທີ່ດັ່ງກ່າວ.
7.8 ການໃຫ້ນໍ້າ
– ຖ້າປູກໃນລະດູຝົນຈະບໍ່ຄ່ອຍມີບັນຫາເລື້ອງຄວາມຊຸ່ມສໍາລັບການແຕກງ້ອກ ແຕ່ຖ້າປູກໃນລະດູແລ້ງຄວນຫົດນໍ້າທັນທີ່ຫຼັງ ຈາກຍອດເມັດ ແລະ ຄວນໃຫ້ນໍ້າຄັ້ງຕໍ່ໄປທຸກໆ 7 ວັນ ເປັນຢາງໜ່ອຍຖົ່ວດີນມີຄວາມຕ້ອງການນໍ້າຫຼາຍໃນໄລຍະອອກດອກ ແລະ ອາຍຸໄດ້ 2 ເດືອນ ຫຼັງຈາກນັ້ນຄວາມຕ້ອງການຄວາມຊຸ່ມກໍ່ຈະຫຼຸດລົງ.
– ການໃດ້ຮັບນໍ້າພຽງພໍມັນຈະສະແດງອອກໃນການຈະເລີນເຕີບໂຕຂອງຕົ້ນຖົ່ວມີຄວາມສະໝໍ່າສະເໝີ ແລະ ຜົນຜະລິດສູງ.
– ການໄດ້ຮັບຄວາມຊຸ່ມບໍ່ພຽງພໍໃນໄລຍະຈະເລີນເຕີບໂຕ (ກ່ອນອອກດອກ ຫຼື ປະມານ 3-4 ອາທິດຫຼັງຈາກແຕກງອກ) ຈະມີຜົນກະທົບຫຼາຍຕໍ່ຜົນຜະລິດ ແຕ່ຈະເຮັດໃຫ້ການຂະຫຍາຍຕົວຂອງກີ່ງງ່າບໍ່ດີເທົ່າທີ່ຄວນ, ແຕ່ວ່າໄລຍະອອກດອກຄວນຈະມີຄວາມຊຸ່ມທີ່ພຽງພໍຢູ່ໃນດີນ ຖ້າບໍ່ດັງນັ້ນຈະເຮັດໃຫ້ຢັ້ບຢັ້ງການບານຂອງດອກ ແລະ ໂຄງສ້າງຂອງດອກ, ເມື່ອໃນດີນມີຄວາມຊຸ່ມທີ່ເໝາະສົມຈະເຮັດໃຫ້ການແທງເຂັມ (ປາຍຮາກ)ລົງດີນ ແລະ ການຂະຫຍາຍຕົວຂອງຝັກໄດ້ດີ (ໄລຍະປະມານ 50-60 ມື້ຫຼັງຈາກປູກ) ໂດຍສະເພາະບໍລິເວນອ້ອມເຂັມແທງລົງນັ້ນ (ຈາກໜ້າດີນລົງປະມານ 8-12 ຊັງຕີແມັດ) ຄວນໃຫ້ດີນມີຄວາມຊຸ່ມ ເຊີງສາມາດໃຫ້ນໍ້າໃນປະລິມານໜ້ອຍແຕ່ໃຫ້ເລີຍໆ.
– ຄວາມຊຸ່ມຂອງດີນໃນບໍລິເວນໃກ້ກັບການສ້າງຝັກນັ້ນມັນຈະຊ່ວຍການດູດຊືມທາດແຄນຊຽມ (Ca) ໄດ້ດີເຊີ່ງຈະມີຄຸນປະໂຫຍດຫລາຍຕໍ່ການຂະຫຍາຍຕົວຂອງຝັກ ແລະ ເມັດ. ຖ້າຄວາມຊຸ່ມໃນດີນບໍ່ພຽງພໍໃນໄລຍະນີ້ມັນຈະມີຜົນຕໍ່ການສຸກແກ່ ແລະ ຂາດທາດແຄນຊຽມ (Ca) ໃນເມັດ ແລ້ວມັນຈະມີຜົນຕໍ່ຄຸນນະພາບ ແລະ ການແຕກງອກຂອງເມັດ, ການຂາດນໍ້າມັນອາດມີຜົນເຮັດໃຫ້ການແຕກງອກຫຼຸດລົງໄດ້ເຖີງ 40%.
– ການໃຫ້ນໍ້າຫຼາຍເກີນໄປມັນກໍ່ມີການຂະຫຍາຍຕົວຂອງກີ່ງງ່າຫຼາຍເກີນໄປ ແລະ ກໍ່ຈະເປັນແຫ່ງອາຫານຂອງພະຍາດ ແລະ ແມງໄມ້ໄດ້ງ່າຍ, ປາຍຮາກ ຫຼື ເຂັມທີ່ແທງລົງດີນຈະອ່ອນແອ່ ແລະ ການສຸກແກ່ຂອງຝັກຈະບໍ່ສະໝໍ່າສະເໝີ.
2. ການບົວລະບັດຮັກສາ
– ການກໍາຈັດວັດສະພືດແມ່ນມີຄວາມສໍາຄັນໃນການຜະລິດເມັດພັນຄວນ ກໍາຈັດວັດສະພືດດ້ວຍແຮງງານຄຸນເພາະຕ້ອງການຄວາມລະອຽດ ແລະ ມີຄຸນພາບສູງໂດຍປາດສະຈາກເມັດພັນອື່ນປະປົນ.,
– ການທໍາລາຍຂອງສັດຕູພືດເປັນສາຍເຫດນື່ງທີ່ເຮັດໃຫ້ຜົນຜະລິດຕໍ່າແລ້ວ ຍັງເຮັດໃຫ້ຄຸນນະພາບຂອງເມັດພັນຕໍ່າອິກດ້ວຍ ເຊັ່ນ: ເມັດບໍ່ພັດທະນາເຕັມຝັກ, ເປີເຊັນການສີເມັດຕໍ່າ, ເມັດມີຂະຫນາດນ້ອຍ, ເມັດຫົດໂຕ, ສີຂອງເມັດບໍ່ສະໜໍ່າສະເໝີ, ເມັດຖືກທໍາລາຍ, ເປີເຊັນການແຕກງອກຕໍ່າ ແລະ ອື່ນໆ, ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ຄວນເຮັດເປັນປົກກະຕິ, ການຕິດຕາມກວດກາແປງຜະລິດເມັດພັນຄວນເຮັດເປັນປົກກະຕຕິ ແລະ ເມື່ອເຫັນການທໍາລາຍຂອງພະຍາດ, ແມງໄມ້ ຄວນກໍາຈັດທັນທີ.
3. ການຖອນແຍກຕົ້ນທີ່ປະປົນ
ການຖອນແຍກຕົ້ນປະປົນແມ່ນມີຄວາມສໍາຄັນຫຼາຍ ເພາະຕົ້ນປົນ 1 ຕົ້ນ ອາດຈະມີເມັດປົນປະມານ 20-40 ເມັດ ເຊີງຈະມີຜົນກະທົບຕໍ່ຄຸນນະພາບຂອງແນວພັດເພາະຄວາມບໍ່ສະໝໍ່າສະເໝີຂອງການຈະເລີນເຕີບໂຕ, ການອອກດອກ, ອາຍຸເກັບກ່ຽວ ແລະ ຜະລິດຫຼຸດລົງ. ການຖອນແຍກຕົ້ນປະປົນຄວນເຮັດຢ່າງໜ້ອຍ 3 ຄັ້ງ ກ່ອນການເກັບກ່ຽວເລີ່ມຕັ້ງແຕ່ຕົ້ນອ່ອນແມ່ນສັງເກດສີຂອງຕົ້ນຖ້າບໍ່ຄືກັນແມ່ນໃຫ້ຖອນຖີ້ມ, ຕົ້ນທີ່ອ່ອນແອ່, ຕົ້ນທີ່ບິດບ້ຽວມີຮູບຮ່າງແຕກຕ່າງຈາກກຸ່ມ ຕົ້ນທີ່ຖືກາພະຍາດທໍາລາຍ ໂດຍສະເພາະແມ່ນໄວຣັດ ໄລຍະອອກດອກ ຖ້າກຸ່ມທີ່ອອກດອກໄວ ແລະ ຊ້າເກີນໄປ ສີຂອງດອກທີ່ຕ່າງຈາກໝູ່ລວມເຖີງຕົ້ນທີ່ເກີດນ້ອກແຖວແມ່ນໃຫ້ຖອນຖີມໝົດ. ໄລຍະເກັບກ່ຽວໃຫ້ຄັດຂະໜາດຂອງຝັກລັກຊະນະຂອງຝັກທີ່ບໍ່ຖືກຕາມລັກຊະນະປະຈໍາພັນ ແລະ ຝັກທີ່ຖືກພະຍາດແມງໄມ້ທໍາລາຍໃຫ້ຄັດແຍກອອກ.
4. ການເກັບກ່ຽວ
ໄລຍະເວລາໃນການເກັບກ່ຽວແມ່ນມີຄວາມສໍາຄັນຕ້ອງໄດ້ເອົາໃຈໃສ່ ເພາະວ່າຖ້າເກັບໄວ ຫຼື ຊ້າເກີນໄປຈະມີຜົນຕໍ່ຄຸນນະພາບເມັດພັນແນ່ນອນ ເພື່ອຫຼີກລ້ຽງບັນຫາດັ່ງກ່າວຄວນສັງເກດດັ່ງນີ້:
– ອີ່ງຕາມອາຍຸເກັບກ່ຽວຕາມລັກຊະນະປະຈໍາພັນຂອງແຕ່ລະແນວພັນ
– ສັງເກດເມື່ອອາຍຸສຸກແກ່ໃບຈະເປັນສີເຫຼືອງ
– ຝັກແກ່ຈະມີເສັ້ນຄືດາງແຫ່
– ເມັດຈະແຍກອອກຈາກຝັກ ເມື່ອສັງເກດດ້ານໃນຂອງຝັກຈະກາຍເປັນສີນໍ້າຕານ
– ການເກັບກ່ຽວຄວນເກັບເມື່ອຈໍານວນຝັກແກ່ເກີນ 70-75% ຂອງຝັກທັງໝົດ
– ເມື່ອເກັບກ່ຽວແລ້ວຄວນວາງລຽງເປັນແຖວເພື່ອການກວດກາຄັດຕົ້ນທີ່ບໍ່ຄືໝູ່ ຫຼື ຕົ້ນຖືກພະຍາດແມງໄມ້ທໍາລາຍອອກ.
5. ການຕາກເພື່ອຫຼຸດຄວາມຊຸ່ມ ແລະ ການເກັບຮັກສາ
– ໂດຍປົກກະຕິເມື່ອເກັບກ່ຽວມາໃໝູ່ໆຄວາມຊຸ່ມຈະຢູ່ປະມານ 35-60% ເຊີ່ງໃນໄລຍະນີ້ຈະເຮັດໃຫ້ການທໍາລາຍ ຂອງເຊື້ອຣາໄດ້ໄວທີ່ສຸດ ຄວນຈະຫຼຸດຄວາມຊຸ່ມລົງໃຫ້ໄວທີ່ສຸດ ໃຫ້ເຫຼືອປະມານ 18-20% ຖ້າຈະສີດ້ວຍເຄື່ອງຈັກ ແລະ 15% ຖ້າແກະດ້ວຍມື (ແຕ່ສຳລັບເມັດພັນແມ່ນແນະນໍາໃຫ້ແກະດ້ວຍມືແມ່ນດີທີ່ສຸດ)
– ຫຼັງຈາກເກັບກ່ຽວມາແລ້ວຄວນຕາກຝັກຖົ່ວດີນໃນບອນຮົ່ມ ແຕ່ມີລົມພັດຜ່ານ ຫຼີກລ້ຽງການຕາກກາງແດດໂດຍກົງ ເພາະຈະເຮັດໃຫ້ເປີເຊັນຄວາມງອກຫຼຸດລົງ.
– ຫຼັງຈາກຄວາມຊຸ່ມຫຼຸດລົງເຫຼືອປະມານ 15% ແລ້ວສາມາດເກັບໃນບ່ອນທີ່ມີອາກາດຖ່າຍເຖດີ, ບໍ່ມີຄວາມຊຸ່ມ ແລະ ບໍ່ຖືກແດດຊ່ອງໃສດີທີ່ສຸດແມ່ນເກັບຮັກສາໃນຝັກ ບໍ່ຄວນແກະເປັນເມັດ ເພື່ອຫຼີກລ້ຽງການທໍາລາຍຂອງພະຍາດແມງໄມ້ ແລະ ຮັກສາເປີເຊັນການງອກ.
– ຖ້າຈະເກັບຮັກສາໃນຮູບຂອງເມັດຄວນຈະເກັບໃນຫ້ອງທີ່ມີອຸນຫະພູມປະມານ 4 ອົງສາເຊ ແລະ ຄວາມຊຸ່ມຫ້ອງຄວນຕໍ່າກວ່າ 50% ແລະ ເມັດຄວນປະສົມຢາກັນເຊື້ອຣາ ເພື່ອການເກັບຮັກສາ ຄຸນນະພາບຂອງເມັດພັນໃຫ້ຢູ່ໄດ້ດົນ
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/guE15jmxTO5o0Fl2%20(1).pdf
https://www.doa.go.th/fcri/wp-content/uploads/2020/tachno/E-Book-8.pdf
file:///C:/Users/HP/Downloads/THAIAgRes_39_3_5.pdf