ຄູ່ມືການນໍາໃຊ້ແນວພັນຖົ່ວເຫຼືອງນາພອກ 1 (Naphok 1)

ແນວພັນຖົ່ວເຫຼືອງນາພອກ 1 ( Naphok 1) ແມ່ນໄດ້ຈາກການປະສົມພັນຂອງຖົ່ວເຫຼືອງພັນ DT12 (ປະເທດຫວຽດນາມ) ແລະ SJ5 ຫຼື ສຈ 5 (ປະເທດໄທ) ໃນປີ 2007 ແລະ ສືບຕໍ່ຄັດເລືອກຈົນໃຫ້ມີຄວາມຄົງຕົວໃນລຸ້ນ F10 ຈາກທັງໝົດ 10 ສາຍພັນ ໄດ້ທົດສອບໃນພື້ນທີ່ຂອງຊາວກະສິກອນ ເຊັ່ນ: ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ, ເມືອງ ຊຽງເງິນ ແຂວງຫຼວງພະບາງ, ເມືອງຮຸ່ນ ແຂວງອຸດົມໄຊ ເຫັນວ່າ ມີ 1 ສາຍ ພັນ ຄື ສາຍພັນ ARC2007-P3-13-1 (ນາພອກ 1) ໄດ້ໃຫ້ຜົນຜະລິດດີທີ່ສຸດ, ປັບຕົວໄດ້ດີ ໃນຫລາຍສະພາບແວດລ້ອມ ແລະ ຫລາຍສະພາບດີນ.

1. ລັກສະນະເດັ່ນຂອງແນວພັນນາພອກ 1

– ໃຫ້ຜົນຜະລິດສູງແຕ່ 2,5-2,8 ໂຕນ/ເຮັກຕາ.
– ອາຍຸເກັບກ່ຽວ 95-105 ວັນ
– ເມື່ອຕົ້ນແກ່ຝັກບໍ່ແຕກ (DT12 ຝັກມັກແຕກຖ້າປະໃຫ້ແຫ້ງໃນທົ່ງ)
– ເມັດມີຄວາມງອກຄວາມແຂງແຮງດີ ລໍາຕົ້ນແຂງແຮງ
– ມີທາດໂປຕີນສູງເຖີງ 40-42% ຂອງນໍ້າໜັກແຫ້ງ
– ເໝາະສໍາລັບເຮັດນໍ້າເຕົ້າຮູ້, ເຕົ້າຮູ້ກ້ອນ ແລະ ກາກຖົ່ວເຫຼືອງທີ່ເຫຼືອຈາກການເຮັດນໍ້ານົມຖົ່ວເຫຼືອງ ກໍ່ມີເປີເຊັນ ໂປຕີນ ຫລາຍກວ່າ 36% ຂອງນໍ້າໜັກແຫ້ງ

ຕາຕະລາງປຽບທຽບຜົນຜະລິດແນວພັນນາພອກ 1 ແລະ ພັນການຄ້າ

ແນວພັນ  ເກັບກ່ຽວ (ມື້) ລວງສູງ (ຊມ)   ໝາກ/ ຕົ້ນ ນໍ້າໜັກ 100 ເມັດ (ກຼາມ) ສະມັດຕະພາບ (ກລ/ຮຕ)
ນາພອກ 1 102  62  57 13.42 2.600
SJ 5  98 47 53 14,9  1.625
DT 12 111 34 41 16,9 1.208
ອຸດົມໄຊ 2 104 63 42  11,81 1.866

2. ເຕັກນິກການປູກ
ແນວພັນ ຖົ່ວເຫຼືອງນາພອກ 1 ສາມາດປູກໄດ້ 2 ລະດູຄື: ການປູກໃນ ຊ່ວງລະດູແລ້ງ ເດືອນ 12 ຫາ ເດືອນ 3 ແລະ ການປູກໃນຊ່ວງລະດູຝົນ ເດືອນ 7 ຫາ ເດືອນ 10.
ວິທີການປູກມີ: ແບບສັກຫລົງເປັນແຖວ ແລະ ການໃຊ້ເຄື່ອງຢອດ. ປູກໄລຍະຫ່າງແຖວ 50 cm ໄລຍະຫ່າງຕົ້ນ 20 cm ປູກຂຸມລະ 2-3 ເມັດ ຈົ່ງໄວ້ຂຸມລະ 1-2 ຕົ້ນ


3. ການບົວລະບັດຮັກສາ
ການໃສ່ຝຸ່ນ ຄວນໃສ່ປຸ໋ຍ ແລະ ຝຸ່ນບົ່ມປະສົມກັນເພາະຈະເຮັດໃຫ້ຜົນຜະລິດເພີ່ມຂື້ນ ຄວນໃສ່ຫຼັງປູກໄດ້ 15-20 ວັນ ປຸ໋ຍເຄມີສູດ 15:15:15: ອັດຕາປຸ໋ຍ 32 kg/ໄລ + ຝຸ່ນບົ່ມ ອັດຕາ 320kg/ໄລ.
ການໃຫ້ນໍ້າ ຖ້າປູກໃນລະດູແລ້ງຄວນເອົາໃຈໃສໃຫ້ນໍ້າ ຕັ້ງແຕ່ໄລຍະປູກຈົນຮອດໄລຍະອອກດອກ ບໍ່ຕ້ອງການນໍ້າຫລາຍ ແຕ່ບໍ່ໃຫ້ຂາດ ຖ້າປູກຢູ່ທົ່ງນາ ແມ່ນສາມາດເອົານໍ້າເຂົ້າຖວມແລ້ວໄລນໍ້າອອກ 3-4 ວັນຄອຍເອົາເຂົ້າຕື່ມ
ການເສຍຫຍ້າ ແມ່ນຕ້ອງເອົາໃຈໃສເສຍຫຍ້າ ຄັ້ງທີ່ 1 ຫລັງຈາກງອກໄດ້ 15-20 ວັນ ແລະ ຄັ້ງທີ່ 2 ຫລັງຈາກງອກ 40-45 ວັນ.

4. ການປ້ອງກັນພະຍາດ
ແມງໄມ້ ໄລຍະຈະເລີນເຕີບໂຕ ແມ່ ແມງຜັກຫົມ ຈະທໍາລາຍໃບໄວທີ່ສຸດ ແລະ ໄລຍະເປັນຝັກອ່ອນ ແມ່ນແມງແຄງ ຈະດູດກີນນໍ້າລ້ຽງ ການຄວບຄຸມແມ່ນ ຄວນກວດເບີ່ງພື້ນທີ່ ເປັນປະຈໍາ ຖ້າພົບຄວນເກັບທໍາລາຍ ຫຼື ສິດຢາກໍາຈັດ Triazophos 40% EC ອັດຕາ 40 ມີນລີ ລິດ/ນໍ້າ 20 ລິດ ສິດທຸກ 7-10 ວັນ


5. ການເກັບກ່ຽວ
ຖົ່ວເຫຼືອງຈະສຸກແກ່ ແລະ ພ້ອມເກັບກ່ຽວ ເມື່ອສີຂອງຝັກປ່ຽນເປັນສີນໍ້າຕານເກີນ 80% ຂື້ນໄປແມ່ນສາມາດເກັບກ່ຽວໄດ້ ບໍ່ຄວນປະຕາກແດດເປັນເວລາດົນ ຖ້າເກັບກ່ຽວແລ້ວເມື່ອຝັກມີຄວາມແຫ້ງພໍດີກໍ່ຄວນແກະເມັດ, ຕີ ແລະ ເກັບມ້ຽນໄວ້ບ່ອນຮົ່ມທັນທີ.


ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/T3Xu9C8J72hVxBuj.pdf
https://th.wikipedia.org/wiki/ถั่วเหลือง
https://medthai.com/ถั่วเหลือง/
ຂໍ້ມູນເພີ່ມເຕີມ: ປອ. ສີວຽງແຂກ ພົມມະລາດ ໂທ: 99653959,
ປຕ. ກິໂຕ້ ພະວິເສດ; ໂທ: 95392909,
ປຕ. ເນລະມິດ ບຸນບັນດິດ ໂທ:59170380