Monthly Archives: April 2019

ຖົ່ວຝັກຍາວ_ສຜໝ-26

ລັກສະນະນະປະຈໍາພັນ
ຊື່ວິທະຍາສາດ: Vigna unguiculata (L.)
ຊື່ສາມັນ: Yardlongbean
ຊື່ພື້ນເມືອງ: ໝາກ​ຖົ່ວຝັກຍາວ
ແຫຼ່ງທີ່ມາ: ​​​ແຂວງອັດຕະປື
ປະຫວັດແນວພັນ: ປັບປຸງພັນຢູ່ ສຜໝ
ລັກສະນະຂອງໝາກ: ສີຂຽວອ່ອນ ຊີ້ນຫຼາຍ,ຍາວປະມານ 40-54 ຊັງຕີແມັດ
ອາຍຸການເກັບກ່ຽວ: 50 – 60 ວັນ
ອັດຕາການປູກ: 2,784 ກລ /ໄລ່

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ:

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377

ຖົ່ວຝັກຍາວ_ສຜໝ-180

ລັກສະນະນະປະຈໍາພັນ
ຊື່ວິທະຍາສາດ: Vigna unguiculata (L.)
ຊື່ສາມັນ: Yardlongbean
ຊື່ພື້ນເມືອງ: ໝາກ​ຖົ່ວຝັກຍາວ
ແຫຼ່ງທີ່ມາ: ​​​ແຂວງຊຽງຂວາງ
ປະຫວັດແນວພັນ: ປັບປຸງພັນຢູ່ ສຜໝ
ລັກສະນະຂອງໝາກ: ສີຂຽວອ່ອນ ຊີ້ນຫຼາຍ,ຍາວປະມານ 40-50 ຊັງຕີແມັດ
ອາຍຸການເກັບກ່ຽວ: 50 – 60 ວັນ
ອັດຕາການປູກ: 3,441 ກລ /ໄລ່

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ:

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າພືດຜັກໄມ້ໃຫ້ໝາກ ບ້ານຫາດດອກແກ້ວ ເມືອງ ຫາດຊາຍພອງ ນະຄອນຫຼວງວຽງຈັນ
ໂທ/ເຟັກ: 021 360377

ເຕັກນິກການປູກມັງກອນ

 

1. ການຕຽມພື້ນທີ່ປູກ: ຄວນເລືອກດິນທີ່ມີຄວາມອຸດົມສົມບູນ, pH ລະຫວ່າງ 6-7,5 ຫຼີກເວັ້ນດິນນໍ້າຂັງ.
ໄຖດິນເລິກປະມານ 35-45ຊມ ຕາກແດດໄວ້ 1 ຫາ 2 ອາທິດ ຫວ່ານຝຸ່ນຄອກ ປະມານ 30 t/ha, P2O5 ປະມານ 1,5 t/ha ( ຫຼື ຕາມຄວາມອາດສາມາດຂອງຜູ້ປູກ) ຫຼັງຈາກນຈຶ່ງໄຖຄົ້ນ ແລະ ປັບໜ້າດິນໃຫ້ຮາບພຽງ.
2. ການຕຽມຄ້າງ (ເສົາ) ມີ ສອງວິທີ : ປູກຄ້າງດ່ຽວ ແລະ ປູກແບບຄ້າງເປັນແຖວຍາວ
ປູກເປັນຄ້າງດ່ຽວ: ໃຊ້ເສົາເບຕົງໜ້າ 10-12ຊມ, ສູງ 1,5 ຫາ 2 ແມັດ ເຈາະຮູຢູ່ປາຍເສົາ 4 ຮູ ສໍາຫຼັບສອດເຫຼັກເພື່ອໃຫ້ເປັນບ່ອນເກາະຂອງຕົ້ນມັງກອນ. ວິທີປູກແບບຄ້າງເປັນແຖວຍາວ: ໃຊ້ເສົາເບຕົງຄືກັບແບບທີໜຶ່ງ ແຕ່ຈະເຈາະຮູຢູ່ປາຍເສົາ 01 ຮູ ເພື່ອສອດກາບເຫຼັກ ເປັນຮາວຫົວເສົາ, ຈາກປາຍເສົາລົງມາ 50 ຊມ ເຈາະອີກຮູໜຶ່ງເບື້ອງກົງກັນຂາມກັບຮູປາຍເສົາ ຂະໜາດຮູນີ້ ໃຫ້ສາມາດສອດເຫຼັກ ຟີ 14 ໄດ້ ( ຍາວ 60ຊມ) ເພື່ອເປັນບ່ອນເກາະຮາວ ທັງສອງຂ້າງ.
ການຝັງເສົາຄ້າງ: ຖ້າປູກແບບຄ້າງດ່ຽວ ໃຫ້ຂຸດຂຸມຂະໜາດ 60 x 60 x 60 ຊມ ໄລຍະຫ່າງລະຫວ່າງ 2ແມັດ x 2 ແມັດ (ຫຼືຕາມຄວາມຕ້ອງການຂອງຜູ້ປູກ) ຝັງເສົາ ເອົາດິນລົງຖົມ ປະມານ 40 ຊມ ຕໍາດິນໃຫ້ແໜ້ນ ເພື່ອຍຶດເສົາ ຫຼັງຈາກນັ້ນຈຶ່ງເອົາຝຸ່ນຄອກລົງປະສົມກັບດິນ (20 ຊມ)
ການປູກແບບເປັນແຖວຍາວ, ຝັງເສົາໄລຍະຫ່າງລະຫວ່າງເສົາ 2 ແມັດ, ລະຫວ່າງແຖວ 2 ແມັດ, ເລິກປະມານ 40-50 ຊມ ຕໍາດິນໃຫ້ຍຶດເສົາແໜ້ນ (ຄວາມຍາວຂອງແຖວຕາມເງຶ່ອນໄຂ) ສອດກາບຂະໜາດ 5,5ມມ ທີ່ຮູປາຍເສົາ ທຸກໆເສົາໃນແຖວ ແລ້ວຍຶດຈ່ອງລົງດິນທັງສອງສົ້ນ. ສ່ວນຮູທີ່ເຈາະລຸ່ມລົງມາໃຫ້ສອດເຫຼັດ ຟີ 14 ຍາວ 60ຊມ, ສອງເບື້ອງໃຊ້ກາບ ຫຼື ເຫຼັກເສັ້ນຂະໜາດພໍເໝາະ ກ້ຽວສົ້ນເຮັດເປັນຮາວສໍາຫຼັບງ່າມັງກອນ ຍາວ ແລະ ທົບລົງມາພາດໃສ່.
3. ການຕຽມທ່ອນພັນເພື່ອປູກ (ສະເໜີສະເພາະປູກດ້ວຍທ່ອນພັນ) ໃຊ້ທ່ອນພັນ ຍາວປະມານ 40 ຊມ, ສົ້ນທ່ອນພັນເບື້ອງລຸ່ມ ປອກເປືອກອອກ ໃຫ້ເຫຼືອແຕ່ແກນ ຍາວປະມານ 2 ຊມ (ຖ້າມີເງື່ອນໄຂຊໍາໃຫ້ອອກຮາກຈຶ່ງເອົາລົງປູກ, ແຕ່ຖ້າບໍ່ມີເງື່ອນໄຂ ປູກເລີຍກໍໄດ້ ). ຖ້າປູກແບບເສົາດ່ຽວ ໃຫ້ປູກ 4 ທ່ອນພັນຕໍ່ເສົາຕົ້ນໜຶ່ງ, ຖ້າປູກເປັນແຖວຍາວ ໃຫ້ປູກໄລຍະຫ່າງລະຫວ່າງທ່ອນພັນ 30 ຊມ.
4. ການບົວລະບັດຮັກສາ: ໄລຍະຕົ້ນອ່ອນຄວນເອົາໃຈໃສ່ເປັນພິເສດ ໂດຍສະເພາະການໃຫ້ນໍ້າ ຄວນໃຫ້ມີຄວາມຊຸ່ມພໍເໝາະ, ເລີ່ມແຕ່ອາຍຸ 2 ເດຶອນຂຶ້ນໄປຄວນໃສ່ຝຸ່ນ ເພື່ອເລັ່ງການຈະເລີນເຕີບໂຕ.
5. ການໃຫ້ຜົນຜະລິດ: ເມື່ອຕົ້ນມັງກອນມີອາຍຸ 8-12 ເດຶອນ ກໍຈະສາມາດໃຫ້ຜົນຜະລິດໄດ້. ຕາມທໍາມະຊາດແລ້ວ, ມັງກອນຈະເລີ່ມອອກດອກ ໃນທ້າຍເດຶອນເມສາ ຫາ ເດຶອນ ພຶດສະພາ ແລະ ຈະອອກດອກຕະຫຼອດໄປຈົນຮອດເດຶອນ ຕຸລາ ຫຼືອາດແກ່ຍາວໄປອີກໄລຍະໜຶ່ງ. ສະນັ້ນ ເຮົາສາມາດເກັບຜົນຜະລິດມັງກອນ ປະມານ 7-8 ຄັ້ງຕໍ່ລະດູການ (ເລີ່ມແຕ່ເດຶອນ ມີຖຸນາ ຫາເດຶອນ ພະຈິກ)
6. ການປ້ອງກັນພະຍາດແມງໄມ້ : ສໍາຫຼັບຢູ່ປະເທດລາວເຮົາ ໂດຍທົ່ວໄປແລ້ວ ມັງກອນຈະມີການທໍາລາຍຈາກພະຍາດແມງໄມ້ບໍ່ຫຼາຍ, ເຄີຍພົບເຫັນ ແຕ່ ຣາຂີ້ໝ້ຽງ ແລະ ມົດເຈາະໝາກເວລາສຸກແກ່. ສໍາຫຼັບ ຣາຂີ້ມ້ຽງ ໃຊ້ວິທີການຕັດງ່າ ທີ່ຕິດເຊື້ອທໍາລາຍຖີ້ມ, ຖ້າເກີດຫຼາຍ ມີຄວາມຈໍາເປັນຕ້ອງໃຊ້ຢາເຄມີຊີດພົ່ນ.

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

 

ຕິດຕໍ່: ສູນທົດລອງແນວພັນພືດທີ່ດີລາວ – ຈີນ ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Tel: ມືຖື: 020 99839094
ຫ້ອງການ:

ເຕັກນິກການປູກມອນ ( techniques to grow mulberry )

ອຸປະກອນ ແລະ ວິທີການ:
ອຸປະກອນທີ່ໃຊ້ປະກອບມີ:
– ລົດໄຖ
– ຈົກ, ຊ້ວນ
– ແນວພັນມອນ
– ຝຸ່ນຄອກ
– ຝຸ່ນຊີວະພາບ
– ປູນຂາວ
– ຜ້າຢາງດໍາຄຸມໜານ
– ທໍ່ນໍ້າພຸ້ນ

 ວິທີການ:
 ສະພາບແວດລ້ອມ
ສະພາບແວດລ້ອມທີ່ເໝາະສົມໃນການປູກມອນແມ່ນມີດັ່ງນີ້:
– ດິນ: ຕ້ອງເປັນດິນທີ່ມີຄຸນນະພາບດີຄືດິນຊາຍປົນດິນໜຽວ (ດິນແຄມນໍ້າ) ມີຄ່າ pH 6 – 6.5 ມີໜ້າດິນເລິກບໍ່ຕໍ່າກວ່າ 1 ແມັດ ເປັນດິນຊຸ່ມຊື່ນ (ບໍ່ແຫ້ງຈົນເກີນໄປ, ນໍ້າບໍ່ຂັງ)
– ນໍ້າ: ມອນເປັນພືດທີ່ຕ້ອງການນໍ້າໃນປະລິມານທີ່ບໍ່ຫຼາຍ ພຽງແຕ່ໃຫ້ດິນມີຄວາມຊຸ່ມຊື່ນ
– ອຸນນະພູມ: ມອນຈະເລີນເຕີບໂຕໄດ້ທັງເຂດອົບອຸ່ນ ແລະ ເຂດຮ້ອນ ໃນເຂດອົບອຸ່ນຈະມີການພັກຕົວໃນລະດູໃບໄມ້ລົ່ນເຖິງລະດູໜາວ,

ສ່ວນເຂດຮ້ອນມອນຈະບໍ່ມີການພັກຕົວ
– ລະດູການ:ໂດຍທົ່ວໄປແລ້ວມອນສາມາດປູກໄດ້ຕະຫຼອດປີຖ້າມີຊົນລະປະທານນໍ້າສະດວກຕະຫຼອດປີ
+ ຖ້າສະຖານທີ່ນັ້ນປູກມອນອາໃສທໍາມະຊາດ ຕ້ອງປູກຕົ້ນລະດູຝົນຄືປະມານເດືອນ 4-5
+ ຖ້າປູກກິ່ງງ່າ ຕ້ອງປູກກ່ອນເດືອນ 4 ຂອງທຸກໆປີຖ້າສະພາບແຫ້ງແລ້ງບໍ່ຄວນປູກ
ການກຽມທ່ອນພັນມອນ
ມອນສາມາດຂະຫຍາຍພັນໄດ້ງ່າຍ ແລະ ວິທີທີ່ນິຍົມກັນຫຼາຍແມ່ນການປັກຊໍາ ຊຶ່ງການຂະຫຍາຍພັນໂດຍວິທີນີ້ ຄວນເລືອກງ່າມອນທີ່ມີອາຍຸບໍ່ຕໍ່າກວ່າ 4 ເດືອນ ແຕ່ທີ່ເໜາະສົມທີ່ສຸດຄວນມີອາຍຸ 1 ປີ ງ່າມອນທີ່ເໝາະສົມໃນການປັກຊໍາຄວນເປັນງ່າທີ່ສົມບູນມີສີນໍ້າຕານ, ລັກສະນະຂອງຕາເປັນຕຸ່ມ, ຕາບໍ່ຫ່ຽວແຫ້ງ, ບໍ່ແຕກຍອດອ່ອນ ແລະ ຂະໜາດຂອງງ່າຕ້ອງໃຫຍ່ຊໍ່ານິ້ວມື ຫຼື ປະມານ 1 – 1,5 ຊັງຕີແມັດ ນໍາມາຕັດໃຫ້ເປັນທ່ອນຍາວປະມານ 20 ຊັງຕີແມັດ ຫຼື ໃຫ້ມີຕາຢູ່ທ່ອນລະປະມານ 5 – 6 ຕາ ແລ້ວຈຶ່ງນໍາໄປປັກຊໍາ.

ຮູບພາບທີ: 1 ການຕັດເອົາທ່ອນພັນ                    ຮູບພາບທີ: 2 ການກຽມທ່ອນພັນປູກ ຫຼື ຊໍາ

ການກຽມດິນ
ຕ້ອງໄຖພື້ນທີ່ທີ່ຈະປູກກ່ອນ 1 – 2 ຄັ້ງ ເພື່ອກໍາຈັດຫຍ້າ ແລະ ເປັນການປັບໜ້າດິນໃຫສະໝໍ່າສະເໝີ.
ຕ້ອງໄຖພວນດິນໃຫ້ເລິກປະມານ 30-50 ຊັງຕີແມັດ ອີກ 1-2 ຄັ້ງ ເພື່ອປັບສະພາບເນື້ອດິນໃຫ້ມຸ່ນລະອຽດດີ ຕາກດິນເພື່ອຂ້າເຊື້ອໂລກ ແລະ ແມງໄມ້ຊະນິດອື່ນໆ ປະມານ 5-7 ມື້.
ຄວນວ່ານປູນຂ່າວໃສ່ 70-100 ກິໂລ/ໄລ່ ເພື່ອເປັນການປັບຄ່າ pH ຂອງດິນໃຫ້ເໝາະສົມຄື: 6 – 6.5
ໄຖພວນດິນອີກເທື່ອໜຶ່ງ ເພື່ອໃຫ້ດິນມຸ່ນລະອຽດຍິ່ງຂື້ນ ແລ້ວໃສ່ຝຸ່ນຄອກ, ຝຸ່ນຊີວະພາບ ແລະ ເສດພືດອື່ນໆ ເພື່ອໃຫ້ດິນມີຄວາມອຸດົມສົມບູນຍິ່ງຂື້ນ.


ຮູບພາບທີ: 3 ການໄຖກຽມດິນ                                 ຮູບພາບທີ: 4 ການຂຸດຂຸມປູກ
ການປູກມອນ
ການປູກມອນສາມາດປູກໃນລະດູໃດກໍ່ໄດ້ຖຖ້າຫາກພື້ນທີ່ນັ້ນມີຊົນລະປະທານທີ່ດີ ຫຼື ສາມາດໃຫ້ນໍ້າໄດ້ ໃນໄລຍະເວລາທີ່ຕ້ອງການ ແຕ່ຖ້າພື້ນທີ່ຕ້ອງອາໃສນໍ້າຝົນຈາກທໍາມະຊາດຊ່ວຍ ເວລາທີ່ເໝາະສົມກໍ່ຄືລະດູຝົນເພາະເປັນຊ່ວງທີ່ດິນມີຄວາມຊຸ່ມຊື່ນພຽງພໍ ເມື່ອປູກມອນໃນຊ່ວງເວລານີ້ ຕົ້ນມອນຈະຟື້ນໂຕ ແລະ ຈະເລີນເຕີບໂຕໄດ້ໄວ ຮາກມອນຈະແຜ່ຂະຫຍາຍ ຫຼື ແຊກຊ້ອນລົງໄປໃນດິນໄດ້ເລິກ ເມື່ອເຖິງລະດູແລ້ງຕົ້ນມອນກໍ່ຈະບໍ່ໄດ້ຮັບການກະທົບກະເທື່ອນຈາກຄວາມແຫ້ງແລ້ງຫຼາຍ.
ຢ່າງໃດກໍ່ຕາມ ບໍວ່າເຮົາຈະປູກຊ່ວງລະດູໃດ ເພື່ອຢາກໃຫ້ມອນມີການຈະເລີນເຕີບໂຕດີ ແລະ ໃຫ້ຜົນຜະລິດສູງ ຈໍາເປັນຕ້ອງຄໍານຶງເຖິງສິ່ງສໍາຄັນດັ່ງນີ້:
ໄລຍະການປູກ
1. ຖ້າໃຊ້ເຄື່ອງມືຂະໜາດນ້ອຍ ຫຼື ແຮງຄົນ ຄວນໃຊ້ໄລຍະລະຫວ່າງຕົ້ນ 0,75 ແມັດ ແລະ ລະຫວ່າງແຖວ 1,50 – 2 ແມັດ.
2. ຖ້າໃຊ້ເຄື່ອງມືຂະໜາດກາງເຊັ່ນ: ລົດໄຖຂະໜາດກາງ ຄວນໃຊ້ໄລຍະປູກລະຫວ່າງຕົ້ນ 0,75 ແມັດ ແລະ ລະຫວ່າງແຖວ 2,5 ແມັດ
3. ຖ້າໃຊ້ລົດໄຖຂະໜາດໃຫຍ່ເຊັ່ນ: ລົດໄຖຂະໜາດໃຫຍ່ ຄວນໃຊ້ໄລຍະປູກລະຫວ່າງຕົ້ນ 0,75 ແມັດ ແລະ ລະຫວ່າງແຖວ 3 ແມັດ.


ຮູບພາບທີ: 5 ໄລຍະການປູກມອນ 0.75ມ x 2.50ມ
ຂຸມປູກ
ໃນການປູກມອນຄວນຈະຂຸດບໍລິເວທີ່ຈະປູກໃຫ້ເປັນຂຸມ ຫຼື ເປັນຮ່ອງຕື່ມຕາມສວນ ແລະ ໄລຍະຂອງຂຸມແມ່ນ 30×30 ຊັງຕີແມັດ


ຮູບພາບທີ: 6 ຂຸມປູກມອນ
 ການປູກ
ວິທີການປູກມອນແມ່ນມີຄວາມສໍາຄັນຕໍ່ອັດຕາການລອດຕາຍ ແລະ ການຈະເລີນເຕີບໂຕຂອງຕົ້ນມອນ ຊຶ່ງການປູກມອນໃນປະຈຸບັນໂດຍທົ່ວໄປຈະປູກກັນຢູ່ 2 ວິທີຄື:
ການປູກດ້ວຍງ່າໂດຍກົງ
ການປູກວິທີນີ້ສະດວກສະບາຍ, ໃຊ້ແຮງງານໜ້ອຍ, ແຕ່ຈະເປືອງທ່ອນພັນຫຼາຍ ແລະ ເປີເຊັນການລອດຕາຍຈະໜ້ອຍ ໂດຍນໍາເອົາງ່າທີ່ຕຽມໄວ້ມາສຽບໃສ່ດິນ ຫຼື ຂຸມປູກທີ່ຕຽມໄວ້ໃຫ້ເລິກປະມານ 1 ໃນ 3 ຂອງຄວາມຍາວ ຫຼື ປູກໃຫ້ເຫຼືອຕາ 2-3 ຕາ ຢູ່ເທິງໜ້າດິນ ການປູກແບບນີ້ຕ້ອງມີລັກສະນະຕັ້ງຊື່ ຊຶ່ງໃນແຕ່ລະຂຸມຈະຕ້ອງປູກ 2-3 ງ່າ ເພື່ອໄວ້

ເພາະຈະມີບາງງ່າທີ່ຕ້ອງຕາຍໄປ.

 

 

 

 

 

ຮູບພາບທີ: 7 ການປູກມອນໃນສວນໂດຍກົງ
ການປູກດ້ວຍງ່າທີ່ຊໍາແລ້ວ
ການປູກວິທີນີ້ສະດວກຕໍ່ການຂົນຍ້າຍໄປປູກໂດຍບໍ່ກະທົບກະເທືອນຕໍ່ລະບົບຮາກ ເມື່ອນໍາໄປປູກຈະມີເປີເຊັນການລອດຕາຍສູງ ແຕ່ຈະເສຍຄ່າໃຊ້ຈ່າຍ ແລະ ແຮງງານຫຼາຍກວ່າ ໂດຍນໍາເອົາມອນທີ່ຊໍາແລ້ວ 2-3 ເດືອນ ມາຕັດຍອດອອກໃຫ້ເຫຼືອສູງຂື່ນຈາກໜ້າດິນປະມານ 15 ຊັງຕີແມັດ ແລະ ໃຫ້ເຫຼືອໄວ້ 2 ງ່ານ້ອຍ ແລ້ວນໍາໄປປູກໃນຂຸມທີ່ກຽມໄວ້ ແລ້ວເອົາດິນທີ່ຂຸດຂື້ນມາຖົມ ແລະ ຢຽບໃຫ້ແໜ້ນເພື່ອປ້ອງກັນບໍ່ໃຫ້ລະບົບຮາກເໜັງຕີງເມື່ອເວລາລົມພັດ ໃຊ້ຫຍ້າແຫ້ງປົກເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນ ຖ້າຝົນບໍ່ຕົກຕ້ອງຫົດນໍ້າ.

ຮູບພາບທີ: 8 ການປູກມອນດ້ວຍງ່າທີ່ຊໍາແລ້ວ
ສໍາລັບການຄິດໄລ່ຈໍານວນງ່າມອນທີ່ຈະປູກໃນສວນ
ຈໍານວນງ່າມອນ/ພື້ນທີ່=(ພື້ນທີ ( ຕາຕະລາງແມັດ ))/(ໄລຍະຕົ້ນ(ແມັດ) X ໄລຍະແຖວ (ແມັດ))

ການບົວລະບັດຮັກສາ
ການຮັກສາຄວາມຊຸມຊື່ນ
ຄວນໃຫ້ນໍ້າຫຼັງຈາກປູກມອນແລ້ວ ຕ້ອງຫົດນໍ້າເປັນປະຈໍາເພື່ອບໍ່ໃຫ້ມອນແຫ່ວແຫ້ງ ເມື່ອປູກໄດ້ 2 ອາທິດແລ້ວເຮົາຈຶ່ງລຸດການໃຫ້ນໍ້າເປັນອາທິດລະ 2 ເທື່ອ
ຫາວັດສະດຸຄຸມດິນເຊັ່ນ: ຫຍ້າແຫ້ງ, ເຟືອງເປັນຕົ້ນ
ໃສ່ຝຸ່ນອິນຊີວັດຖຸເຊັ່ນ: ຝຸ່ນຄອກ, ຝຸ່ນໝັກຊີວະພາບ ເພື່ອປັບສະພາບຂອງດິນໃຫ້ມີຄວາມອຸ້ມນໍ້າດີຂື້ນ
ການໃຫ້ນໍ້າໃນລະດູແລ້ງ ການໃຫ້ນໍ້າອາດຈະຂຸດຮ່ອງເຂົ້າສວນມອນ
ການລະບາຍນໍ້າເປັນການຮັກສາຄວາມຊຸ່ມຊື່ນໃຫ້ເໝາະສົມ ຕໍ່ການຈະເລີນເຕີບໂຕຂອງຕົ້ນມອນ ຫາກນໍ້າຂັງໃບມອງຈະເຫຼືອງ ແລະ ຢຸດການຈະເລີນເຕີບໂຕ ແລະ ອາດຈະຕາຍໄດ້ ໃນລະດູຝົນຄວນລະວັງບໍ່ໃຫ້ນໍ້າຂັງ
ການໃສ່ຝຸ່ນ
ຝຸ່ນກໍ່ເປັນປັດໃຈສໍາຄັນອັນໜຶ່ງທີ່ຈະຊ່ວຍເພີ່ມຜົນຜະລິດ ແລະ ຄຸນນະພາບຂອງໃບມອນໃຫ້ດີຂື້ນ ເພາະວ່າດິນທີ່ປູກມອນເມື່ອເຮົາປູກມອນໄປດົນແຮ່ທາດອາຫານກໍ່ຈະຄ່ອຍໆຫຼຸດລົງໄປ ດັ່ງນັ້ນຈຶ່ງຕ້ອງປັບປຸງບໍາລຸງດິນໃຫ້ມີທາດອາຫານຢູ່ສະເໝີ ເພື່ອການຈະເລີນເຕີບໂຕຂອງມອນ ອັດຕາການໃສ່ຝຸ່ນມີຄື: ຝຸ່ນຄອກ ແລະ ຝຸ່ນໝັກ ຄວນໃສ່ 2000 ກິໂລ/ໄລ່/ປີ ໂດຍແບ່ງໃສ່ 4 ເທື່ອ/ປີ

ແຫ່ງທີ່ມາ:
ຮຽບຮຽງໂດຍ:
ໝວດໝູ່:
ແຫຼ່ງຂໍ້ມູນ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

 

ຕິດຕໍ່: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ບ້ານ ຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໂທ: 021 360377

ໝາກມັງກອນ

ຊື່ສາມັນ : ມັງກອນ

ຊື່ວິທະຍາສາດ : hylocereus undatus

ຊື່ພາສາອັງກິດ : Dragon Fruit

ຊື່ທ້ອງຖິ່ນ : ໝາກມັງກອນ Jindu

ຖິ່ນກໍາເນີດ : ປະເທດແມັກຊີໂກ ທະວີບອາເມລິກາກາງ

ປະຫວັດແນວພັນ : ຜ່ານການປັບປຸງພັນຈາກ​ບໍ​ລິ​ສັດ JINZHIDU ໜານ​ໜິງ ກວາງ​ຊີ ພັດ​ທະ​ນາ​ກະ​ສິ​ກຳ ຈຳ​ກັດ ສປ ຈີນ

ລັກສະນະປະຈໍາພັນ : ເປືອກແດງ, ໃນແດງ, ລົດຊາດຫອມຫວານ

ຄວາມອາດສາມາດໃຫ້ຜົນຜະລິດ : ປີທີ 2 ຫາ ປີ ທີ 5 ຈະໃຫ້ຜົນຜະລິດ ແຕ່ 20 – 30 ໂຕນ/ha.

ສະພາບແວດລ້ອມທີ່ແທດເໝາະ : ທົນທານຕໍ່ແຫ້ງແລ້ງ ແລະ ອຸນຫະພູມສູງ, ສາມາດຈະເລີນເຕີບໂຕໄດ້ໃນດິນ​ເກືອບທຸກປະເພດ

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: http://tech.nafri.org.la/?p=4023

ວີດີໂອ: 

ຕິດຕໍ່: ສູນທົດລອງແນວພັນພືດທີ່ດີລາວ – ຈີນ ບ້ານໂພນຕ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ
Tel: ມືຖື: 020 99839094
ຫ້ອງການ:

ຫຍ້າກີນີນ້ຳຊ່ວງ/Panicum maximum cv Namsuang

 

ຊື່ວິທະຍາສາດ: Panicum maximum cv. Namsuang
ຊື່ທົ່ວໄປ: Guinea Namsuang
ຊື່ລາວ: ຫຍ້າກີນີນໍ້າຊ່ວງ

ສະພາບແວດລ້ອມຂອງເຂດສຶກສາສາຍພັນ (ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ)

ສູນຄົ້ນຄ້ວາການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18°15´N ແລະ ເສັ້ນຂະຫນານທີ່ 102°27´E), ຫ່າງຈາກນະຄອນຫລວງວຽງຈັນປະມານ 42 ກິໂລແມັດ ໄປຕາມສາຍທາງເລກທີ່ 13 ເຫນືອ, ມີຄວາມສູງຈາກຫນ້ານ້ຳທະເລປະມານ 202 ແມັດ. ສະພາບຂອງດີນ ແມ່ນ ເປັນດິນຊາຍແກມຕົມ, ຊຶ່ງປະກອບມີ ຊາຍ 66%, ດິນດາກ 13% ແລະ ດິນຕົມ 21% (ຈາກຊັ້ນດິນ 0-20 ຊັງຕິແມັດ). ອົງປະກອບທາງເຄມີຂອງດິນ ແມ່ນມີ: pH = 5.2; ທາດອົງຄະທາດ 1.45% ; 0.03% N; 13.3 mg P kg-1; 360 mg K kg-1; 780 mg Ca kg-1 ແລະ 320 mg Mg kg-1.
ສະພາບອາກາດ ແມ່ນ ສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງ ແຕ່ເດືອນ 11 ຫາ ເດືອນ 4 ແລະ ລະດູຝົນແມ່ນ ແຕ່ເດືອນ 5 ຫາ ເດືອນ 10. ປະລິມານນ້ຳຝົນສະເລັ່ຍ ແມ່ນ 1660 ± 300 ມມ, ຊຶ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນ 5 ຫາ ເດືອນ 10 ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນ 8 ຫາ ເດືອນ 9. ອຸນນະພູມສະເລັ່ຍສູງສຸດ ແມ່ນ ແຕ່ 23.5 ຫາ 31.3°C ສະເລັ່ຍຕ່ຳສຸດ ແມ່ນ 16.4 to 24.9°C.

ຕາຕະລາງ 1 ອຸນນະພູມ ແລະ ປິລິມານນ້ຳຝົນ ຂອງ ເຂດ ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ (ສະເລັ່ຍແຕ່ປີ 2009 – 2016)

ເດືອນ ອຸນະພູມສະເລັ່ຍ (°C) ປະລິມານນ້ຳຝົນ (ມມ)
ຕ່ຳສຸດ ສູງສຸດ
ມັງກອນ 16.5 33.5 6.2
ກຸມພາ 19.0 35.1 11.6
ມິນາ 21.5 37.4 36.1
ເມສາ 23.5 38.7 85.3
ພືດສະພາ 24.6 37.6 253.8
ມິຖຸນາ 24.6 35.0 279.8
ກໍລະກົດ 24.7 33.3 272.4
ສິງຫາ 24.6 33.8 335.6
ກັນຍາ 24.1 34.9 297.4
ຕຸລາ 22.9 33.8 79.9
ພະຈິກ 19.3 33.8 11.0
ທັນວາ 16.7 32.2 2.5

ປະຫວັດຄວາມເປັນມາຂອງສາຍພັນ

ຫຍ້າກີນີ ມີຖິ່ນກຳເນີດມາຈາກ ປະເທດຕານຊານີ (Tanzania) ທະວີບອາຟຣິກກາ ແລະ ແຜ່ກະຈາຍທົ່ວໄປໃນທຸກປະເທດຂອງອາຟຣິກກາ. ສ່ວນການແຜ່ເຂົ້າມາອາຊີຕາເວັນອອກສ່ຽງໃຕ້ ແມ່ນ ອົງການອາຫານ ແລະ ການກະເສດ ໄດ້ນຳເອົາສາຍພັນດັ່ງກ່າວ ເຂົ້າມາຍັງບັນດາປະເທດຕ່າງໃນພາກພື້ນ ພາຍໃຕ້ໂຄງການຕ່າງໆ ທີ່ກ່ຽວຂ້ອງກັບການສຶກສາ ແລະ ພັດທະນາອາຫານສັດໃນຂົງເຂດ. ຫຍ້າກີນີ ແມ່ນນິຍົມປູກເປັນອາຫານສໍາລັບລ້ຽງສັດຄ້ຽວເອື້ອງ ເຊັ່ນ: ງົວ, ຄວາຍ, ແບ້ ແລະ ແກະ

ສ່ວນສາຍພັນຫຍ້າກີນີນ້ຳຊ່ວງ ແມ່ນພັດທະນາມາຈາກສາຍພັນຫຍ້າກີນີສີມ່ວງ ຊຶ່ງຖືກນຳເຂົ້າມາລາວຄັ້ງທຳອິດພ້ອມກັບພືດອາຫານສັດສາຍພັນອື່ນໆ ອີກ 152 ສາຍພັນ (ລວມທັງຫຍ້າ ແລະ ຖົ່ວພືດອາຫານສັດ) ໃນປີ 1995 ໂດຍໂຄງການສົ່ງເສີມການປຸກພືດອາຫານສັດສຳລັບຊາວກະສິກອນ, ຊຶ່ງໄດ້ມີການນຳມາທົດສອບ ຢູ່ສູນຄົ້ນຄວ້າວການລ້ຽງສັດນ້ຳຊ່ວງ (ນະຄອນຫລວງວຽງຈັນ), ບ້ານ ຫລັກ 32 (ອຸດົມໄຊ), ຫ້ວຍໂຄດ ແລະ ຫ້ວຍພາຍ (ຫລວງພະບາງ) ແລະ ເວີນຄາມ (ຈຳປາສັກ) ເພື່ອສຶກສາກ່ຽວກັບການປັບຕົວຕໍ່ສະພາບດິນຟ້າອາກາດ, ການຜະລິດ, ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້, ຊຶ່ງຜ່ານການສຶກສາທົດສອບໃນຄັ້ງນັ້ນ ສາຍພັນຫຍ້າກີນີສີມ່ວງ ແມ່ນເປັນສາຍພັນໜຶ່ງ ໃນຈຳນວນ 11 ສາຍພັນ ທີ່ໄດ້ຖືກຄັດເລືອກທີ່ປັບຕົວໄດ້ດີໃນຫລາຍໆສະພາບແວດລ້ອມ ຂອງ ສປປ ລາວ ແລະ ຍັງເປັນທີ່ຍອມຮັບຂອງຊາວກະສິກອນໃນການນຳໃຊ້ເປັນອາຫານງົວ, ຄວາຍ. ດັ່ງນັ້ນ, ສູນຄົ້ນຄ້ວາການລ້ຽງສັດ ຈຶ່ງໄດ້ສືບຕໍ່ສຶກສາ ແລະ ເກັບກຳຂໍ້ມູນຫຍ້າກີນີສີມ່ວງ ຢູ່ພາຍໃນສູນ ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ແລະ ພັດທະນາ ມາເປັນສາຍພັນນ້ຳຊ່ວງ ໃນປະຈຸບັນ.

ຄຸນລັກສະນະຂອງສາຍພັນ
ຫຍ້າກີນີນໍ້າຊ່ວງ ເປັນຫຍ້າທີ່ມີອາຍຸຫລາຍປີ ລຳຕົ້ນເຕີບໂຕ ແລະ ແຕກໜໍ່ເປັນລຳຕົ້ນໃໝ່ຄ້າຍກັບກໍຫົວສີໃຄ ໜໍ່ໃໝ່ມີສີມ່ວງເຂັ້ມຫຼື ສີຂຽວອົມມ່ວງ. ເປັນຫຍ້າຢືນຕົ້ນຕັ້ງຊື່, ລໍາຕົ້ນກ້ຽງ, ບໍ່ມີຂົນ. ຄວາມສູງຂອງຫຍ້າ 1,8 – 2,5 ແມັດ. ຫຍ້າກີນີນ້ຳຊ່ວງ ເປັນພືດໃບລ້ຽງດ່ຽວ,

ແຜ່ນໃບມີສີຂຽວເຂັ້ມ ຂະໜາດ 20 – 22 ມມ ໃບຍາວ 80 – 85 ຊຕມ, ແຜ່ນໃບ ແລະ ກາບໃບບໍ່ມີຂົນ. ຫຍ້າກີນີນໍ້າຊ່ວງອອກດອກເປັນຊໍ່, ແຕກແໜງເປັນສີຂຽວອົມມ່ວງ ກ້ວາງປະມານ 14 – 30 ຊຕມ ຍາວປະມານ 15 – 40 ຊມ ດອກມີສີມ່ວງອົມຂຽວ, ເລີ່ມອອກດອກເມື່ອອາຍຸ 90 – 110 ວັນ. ປົກກະຕິຈະເລີ່ມອອກດອກໃນເດືອນກັນຍາ ຫາ ເດືອນຕຸລາ ຊໍ່ດອກໃຊ້ເວລາປະມານ 23 ວັນ ໃນການແຕກຊໍ່. ເມັດຫຍ້າກີນີນໍ້າຊ່ວງມີຮູບຮ່າງຍາວ ຄວາມຍາວປະມານ 2 ມມ ນໍ້າໜັກເມັດ 1 ກຼາມ ຈະມີເມັດ ປະມານ 1.200 – 2.400 ເມັດ.
ຫຍ້າກີນີນ້ຳຊ່ວງ ຈະເລີນເຕີບໂຕໄດ້ດີໃນເງື່ອນໄຂທີ່ມີປະລິ ມານນ້ຳຝົນສູງ, ເຊິ່ງມີປະລິມານນ້ຳຝົນທີ່ຕໍ່າສຸດ ລະດັບ 1.100 – 1.300 ມມ/ປີ, ເປັນຫຍ້າທີ່ທົນທານຕໍ່ນ້ຳຖ້ວມຂັງ ປະມານ 1-2 ອາທິດ ແລະ ເກີດຄືນໄດ້ດີຫລັງຈາກໄຟໄໝ້, ປັບໂຕໄດ້ດີໃນດິນມີຄວາມອຸດົມສົມບູນດີ ແລະ ດິນທີ່ເປັນດ່າງສູງ. ເຖິງຢ່າງນັ້ນກໍຕາມ, ຫຍ້າກີນີນ້ຳຊ່ວງ ຍັງສາມາດເກີດໄດ້ ແລະ ໃຫ້ຜົນຜະລິດໃນລະດັບກາງ ໃນດິນທີ່ມີຄວາມອຸດົມສົມບູນຕ່ຳ ແລະ ດິນທີ່ເປັນກົດ. ຈຸດພິເສດອັນເປັນຈຸດເດັ່ນຂອງຫຍ້າສາຍພັນນີ້ ແມ່ນສາມາດເກີດ ແລະ ເຕີບໂຕໄດ້ດີໃນບ່ອນທີ່ເປັນຮົ່ມ.

 

 

 

 

ການຜະລິດ
ການກະກຽມສະຖານທີ່ປູກ ໂດຍການໄຖດິນເພື່ອກໍາຈັດວັດສະພືດອື່ນໆອອກໃຫ້ໝົດສາກ່ອນ ຫລັງຈາກນັ້ນ ໃຫ້ຫວ່ານປຸ໋ຍຮອງພື້ນ ສູດ 15-15-15 ປະມານ 180 – 300 ກິໂລ/ເຮັກຕາ ຮ່ວມກັບຝຸ່ນຄອກ ອັດຕາ 5 ໂຕນ/ເຮັກຕາ ແລ້ວໄຖພວນດິນອີກເທື່ອໜື່ງ. ການປູກຫຍ້າກີນີນໍ້າຊ່ວງ ແມ່ນ ສາມາດປູກໄດ້ສອງວິທີ ຄື ປູກດ້ວຍແກ່ນ/ເມັດພັນ ແລະ ລຳຕົ້ນ/ທ່ອນພັນ. ການປູກດ້ວຍເມັດພັນ ຕ້ອງມີການທົດສອບຄວາມງອກກ່ອນ ເພື່ອຈະໄດ້ກຳນົດອັດຕາການຫວ່ານໃຫ້ຖືກຕ້ອງຕາມວິທີການປູກ ເຊັ່ນ ການປູກດ້ວຍວິທີການຫວ່ານ ແມ່ນໃຊ້ອັດຕາການຫວ່ານ ປະມານ 12 – 15 ກິໂລ/ເຮັກຕາ, ສຳລັບວິທີແບບໂຮຍເປັນແຖວ ແມ່ນ ປະມານ 6-8 ກິໂລ/ເຮັກຕາ. ຫລັງຈາກການຫວ່ານ ຫລື ໂຮຍແກ່ນແລ້ວ ຄວນມີການຄາດ ຫລື ເຄ່ຍດິນຖົມບາງໆ. ສ່ວນວິທີການ ປູກດ້ວຍລຳຕົ້ນ ໂດຍການຂຸດເປັນສຸມ ແລະ ດີທີ່ສຸດຄວນເລືອກເອົາສຸມ ທີ່ມີອາຍຸປະມານ 20 – 30 ວັນ ໄປແບ່ງປູກເປັນຂຸມ ຂຸມລະປະມານ 3 ຫນໍ່/ຂຸມ ໄລຍະຫ່າງຂອງຂຸມ 30 x 30 ຫລື 50 x 50 ຊມ ໂດຍໃຊ້ຕົ້ນພັນ ປະມານ 2.500 ກິໂລກຼາມ/ເຮັກຕາ.

 

ການເກັບກ່ຽວຜົນຜະລິດຂອງຫຍ້າກີນີນ້ຳຊ່ວງ ແມ່ນສາມາດເຮັດໄດ້ ປະມານ 4 – 6 ຄັ້ງ/ປີ, ຜົນຜະລິດນ້ຳຫນັກສົດ (ຫຍ້າສົດ) ທີ່ເກັບກ່ຽວໄດ້ໃນສະພາບແວດລ້ອມຂອງສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ ທີ່ດິນມີຄວາມອຸດົມສົມບູນຕ່ຳ ແລະ ເປັນກົດສູງ ແມ່ນ ປະມານ 90 – 100 ໂຕນ/ເຮັກຕາ ແລະ ນ້ຳຫນັກແຫ້ງແມ່ນ ປະມານ 20 – 22 ໂຕນ/ເຮັກຕາ. ການເກັບກ່ຽວ ຫລື ຕັດໃຫ້ສັດກິນດ້ວຍການໃຊ້ກ່ຽວ ຫຼື ເຄື່ອງຕັດຫຍ້າແບບພາຍ ຄວນຕັດສູງຈາກໜ້າດິນ ປະມານ 10 – 15 ຊມ, ການຕັດຄັ້ງທໍາອິດ ແມ່ນຫຍ້າຕ້ອງມີອາຍຸໄດ້ 60 – 70 ວັນ ແລະ ຄັ້ງຕໍ່ໆໄປ ຄວນຕັດທຸກໆ 30 – 40 ວັນ. ການດູແລຮັກສາ ຫລັງຈາກການຕັດຫຍ້າທຸກຄັ້ງ ປະມານ 1 – 2 ອາທິດ ແມ່ນໃຫ້ຫວ່ານປຸ໋ຍ ສູດ 15-15-15 ອັດຕາ 60 – 120 ກິໂລ/ເຮັກຕາ ຮ່ວມກັບຝຸ່ນຄອກ 5 ໂຕນ/ເຮັກຕາ ແລະ ເສຍຫຍ້າຂ້າຫຸ່ນ ຈື່ງຈະເຮັດໃຫ້ໄດ້ຜົນຜະລິດດີ.

 

 

 

 

 

ຄຸນຄ່າທາງດ້ານອາຫານ

ອາຍຸການຕັດ ໂປຣຕິນ ໄຂມັນ ເຍື່ອໄຍ ທາດເຖົ່າ NFE ADF NDF ADL TDN
30 ວັນ 13,08 1,40 28,54 12,04 44,89 39,70 67,35 3,65 57,28
45 ວັນ 7,56 1,15 35,13 10,91 45,42 44,17 70,76 4,19 52,19
60 ວັນ 6,97 1,24 31,49 10,34 54,35 40,90 69,49 3,63 55,91

ການນຳໃຊ້ເປັນອາຫານສັດ
ຫຍ້າກີນີນ້ຳຊ່ວງ ແມ່ນຖືກນຳໃຊ້ເປັນອາຫານສັດຄ້ຽວເອື້ອງເປັນສ່ວນໃຫຍ່ ແລະ ເໝາະສົມໃນລະບົບການປູກຕັດໃຫ້ສັດກິນ ຫລາຍກວ່າ ລະບົບກາານປູກແບບປ່ອຍໃຫ້ສັດເຂົ້າກິນ. ເປັນຫຍ້າທີ່ສັດມັກກິນ ແລະ ມີຄຸນະພາບດີ. ນອກ ຈາກການນຳໃຊ້ເປັນອາຫານແບບຫຍ້າສົດແລ້ວ ຍັງສາມາດນຳມາເຮັດເປັນຫຍ້າໝັກ ໄວ້ເປັນອາຫານສັດໃນຍາມຂາດແຄນອາຫານ. ຫຍ້າກີນີນ້ຳຊ່ວງ ຍັງນຳໃຊ້ເປັນອາຫານທີ່ດີສຳລັບປາກິນຫຍ້າອີກດ້ວຍ.

 

 

 

 

ການຜະລິດເມັດພັນ
ຜົນຜະລິດແກ່ນຫຍ້າກີນີນ້ຳຊ່ວງ ແມ່ນຂຶ້ນກັບການດູແລຮັກສາ ແລະ ເຕັກນິກການຜະລິດເມັດພັນ, ເນື່ອງຈາກເມັດພັນຫຍ້າກິນີນ້ຳຊ່ວງ ຈະເປັນເມັດນ້ອຍ ແລະ ແກ່ບໍ່ພ້ອມກັນ ຈຶ່ງເຮັດໃຫ້ແກ່ນທີ່ແກ່ກ່ອນຫຼົ່ນໄວກວ່າ, ຊຶ່ງຜົນຜະລິດແກ່ນ ຈາກການທົດລອງຕົວຈິງຢູ່ສູນຄົ້ນຄ້ວາການລ້ຽງ ສັດ ແມ່ນ ປະມານ 280–350 ກລ/ເຮັກຕາ.
 

 

 

ພະຍາດ ແລະ ແມງໄມ້
ຫຍ້າກີນີນໍ້າຊ່ວງ ສ່ວນໃຫຍ່ແມ່ນບໍ່ມັກມີບັນຫາເລື່ອງພະຍາດລະບາດ ແຕ່ມີບາງເລັກນ້ອຍ ເຊັ່ນ: ແມງໄມ້ ຕັກແຕນ ແລະ ດ້ວງກໍ ທຳລາຍໃນຊ່ວງຖືພາມານ ແລະ ຫຍ້າຖອກຮວງ.

 

 

 

 

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029

ຫຍ້າຣູຊີນ້ຳຊ່ວງ

ຫຍ້າຣູຊີນ້ຳຊ່ວງ
(Brachiaria ruziziensis cv. Namsuang)

 

ຊື່ວິທະຍາສາດ: Brachiaria ruziziensis cv. Namsuang
ຊື່ສາມັນ: Ruzi Namsuang
ຊື່ລາວ: ຫຍ້າຣູຊີນ້ຳຊ່ວງ
ສະພາບແວດລ້ອມຂອງເຂດສຶກສາສາຍພັນ (ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ)
ສູນຄົ້ນຄ້ວາການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18° 15 ´ N ແລະ ເສັ້ນຂະໜານ ທີ່ 102° 27 ´ E), ຫ່າງຈາກນະຄອນຫລວງວຽງຈັນ ປະມານ 42 ກິໂລແມັດ ໄປຕາມສາຍທາງເລກທີ 13 ເໜືອ, ມີຄວາມສູງຈາກໜ້ານ້ຳທະເລ ປະມານ 202 ແມັດ. ສະພາບຂອງດິນ ແມ່ນເປັນດິນຊາຍແກມຕົມ, ເຊິ່ງປະກອບມີ ຊາຍ 66%, ດິນດາກ 13% ແລະ ດິນຕົມ 21% (ຈາກຊັ້ນດິນ 0-20 ຊັງຕີແມັດ). ອົງປະກອບທາງເຄມີຂອງດິນ ແມ່ນມີ: pH = 5.2; ທາດອົງຄະທາດ 1.45%; 0.03% N; 13.3mg P kg-1; 360mg K kg-1; 780mg Ca kg-1 ແລະ 320mg Mg kg-1.
ສະພາບອາກາດ ແມ່ນສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງ ແຕ່ເດືອນພະຈິກ (11) ຫາ ເດືອນເມສາ (4) ແລະ ລະດູຝົນ ແຕ່ເດືອນພຶດສະພາ (5) ຫາ ເດືອນຕຸລາ (10). ປະລິມານນໍ້າຝົນ ສະເລ່ຍ 1,660 ± 300 ມມ, ເຊິ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນພຶດສະພາ ຫາ ເດືອນຕຸລາ ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນສິງຫາ (8) ຫາ ເດືອນກັນຍາ (9). ອຸນນະພູມສະເລ່ຍສູງສຸດແມ່ນ 23.5 ຫາ 31.3°C ສະເລ່ຍຕ່ຳສຸດແມ່ນ 16.4 to 24.9°C.
ຕາຕະລາງ 1. ອຸນນະພູມ ແລະ ປະລິມານນ້ຳຝົນ ຂອງເຂດສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ (ສະເລ່ຍ ແຕ່ປີ 2009 – 2016)

ເດືອນ ອຸນະພູມ ສະເລ່ຍ (°C) ປະລິມານນ້ຳຝົນ (ມມ)
ຕ່ຳສຸດ ສູງສຸດ
ມັງກອນ 16.5 33.5 6.2
ກຸມພາ 19.0 35.1 11.6
ມິນາ 21.5 37.4 36.1
ເມສາ 23.5 38.7 85.3
ພືດສະພາ 24.6 37.6 253.8
ມິຖຸນາ 24.6 35.0 279.8
ກໍລະກົດ 24.7 33.3 272.4
ສິງຫາ 24.6 33.8 335.6
ກັນຍາ 24.1 34.9 297.4
ຕຸລາ 22.9 33.8 79.9
ພະຈິກ 19.3 33.8 11.0
ທັນວາ 16.7 32.2 2.5

ປະຫວັດຄວາມເປັນມາຂອງສາຍພັນ
ຫຍ້າຣູຊີ ມີຊື່ເອີ້ນທີ່ແຕກຕ່າງກັນ ເຊັ່ນ: ຫຍ້າຣູຊີ, ຫຍ້າກົງໂກ ແລະ ຫຍ້າເຄນເນດີຣູຊີ, ເຊິ່ງມີຕົ້ນກໍາເນີດຢູ່ປະເທດກົງໂກ, ທະວີບອາຟະຣິກາ. ຫຍ້າຣູຊີ ແມ່ນຖືກນຳເຂົ້າມາປູກໃນປະເທດລາວຄັ້ງທຳອິດ ໃນທ້າຍຊຸມປີ 1960 ຢູ່ທີ່ສະຖານີລ້ຽງສັດໃຫຍ່ນາແພງ ໂດຍໂຄງການຮ່ວມມື ລາວ-ອົດສະຕາລີ.
ຫຍ້າຣູຊີສາຍພັນນໍ້າຊ່ວງ ແມ່ນໄດ້ນໍາມາປູກຢູ່ສູນຄົ້ນຄວ້າການລ້ຽງສັດ (ເຂດນ້ຳຊ່ວງ) ເພື່ອເຮັດການສຶກສາ, ຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ ເປັນແຕ່ລະໄລຍະເລື້ອຍໆມາ ເຊັ່ນ: ໃນຕົ້ນຊຸມປີ 1980 ໂຄງການລ້ຽງສັດ ລາວ-ອົດສະຕາລີ ໄດ້ນໍາມາປູກທົດສອບ ແລະ ເກັບກຳຂໍ້ມູນ ຢູ່ສູນຄົ້ນຄວ້າການລ້ຽງສັດນ້ຳຊ່ວງ ແລະ ຕົກມາຮອດປີ 1995 ໂຄງການສົ່ງເສີມການປຸກພືດອາຫານສັດສຳລັບຊາວກະສິກອນ ໂດຍແມ່ນສູນຄົ້ນຄວ້າກະສິກໍາເຂດຮ້ອນສາກົນ (CIAT) ໄດ້ນຳຫຍ້າສາຍພັນດັ່ງກ່າວ ພ້ອມກັບພືດອາຫານສັດສາຍພັນອື່ນໆອີກ ຈຳນວນ 152 ສາຍພັນ (ລວມທັງຫຍ້າ ແລະ ຖົ່ວພືດອາຫານສັດ) ປູກທົດສອບ ຢູ່ສູນຄົ້ນຄວ້າການລ້ຽງສັດເຂດນ້ຳຊ່ວງ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ລວມທັງໝົດ 5 ຈຸດ ເພື່ອສຶກສາ, ຄົ້ນຄວ້າ ແລະ ເກັບກຳຂໍ້ມູນ ກ່ຽວກັບ ການປັບຕົວຕໍ່ສະພາບດິນຟ້າອາກາດ, ການຜະລິດ ແລະ ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້. ຫຼັງຈາກນັ້ນ, ໃນປີ 1998 ຈິ່ງໄດ້ນໍາໄປປູກທົດສອບຮ່ວມກັບຊາວກະສິກອນໃນຂອບເຂດທົ່ວປະເທດ, ເຊິ່ງໄດ້ຮັບຄວາມສົນໃຈຈາກຊາວກະສິກອນຢ່າງກວ້າງຂວາງ ແລະ ເປັນສາຍພັນຫຍ້າທີ່ນິຍົມປູກຫຼາຍກວ່າສາຍພັນອື່ນໆ ເນື່ອງຈາກວ່າ ຫຍ້າຣູຊີ ເປັນສາຍພັນຫຍ້າ ທີ່ສາມາດຜະລິດແກ່ນໄດ້ງ່າຍ ແລະ ແກ່ນມີຄວາມແຕກງອກສູງ. ປະຈຸບັນ ຊາວກະສິກອນແມ່ນນິຍົມປູກສໍາລັບລ້ຽງງົວ, ຄວາຍ ແລະ ຜະລິດແກ່ນ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນ ຢູ່ແຂວງຊຽງຂວາງ, ຫຼວງພະບາງ ແລະ ແຂວງວຽງຈັນ.

ຄຸນລັກສະນະຂອງສາຍພັນ
ຫຍ້າຣູຊີນ້ຳຊ່ວງ ເປັນຫຍ້າທີ່ມີອາຍຸຫຼາຍປີ (perennial) ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມອຸດົມສົມ ບູນດີ, ດິນໂນນ ແລະ ລະບາຍນ້ຳໄດ້ດີ ຢູ່ໃນເຂດອາກາດຮ້ອນຊຸ່ມທີ່ມີປະລິມານນ້ຳຝົນ ຫຼາຍກວ່າ 1.000 ມິນລີແມັດ ຕໍ່ປີ. ແຕ່ກໍສາມາດຈະເລີນເຕີບໂຕໄດ້ໃນດິນທີ່ມີຄວາມອຸດົມສົມບູນຕໍ່າ ເປັນຕົ້ນແມ່ນ ດິນຊາຍແກມຕົມ, ທົນທານຕໍ່ການຢຽບຢ່ຳ ແລະ ການກັດແຫ້ນຂອງສັດໄດ້ດີ ຈິ່ງເໝາະສົມສຳລັບການປູກ ເພື່ອປ່ອຍໃຫ້ສັດເຂົ້າກິນໃນທົ່ງຫຍ້າແບບໝູນວຽນ. ທົນແລ້ງພໍສົມຄວນ, ແຕ່ບໍ່ທົນຕໍ່ສະພາບດິນເບືອມນ້ຳ ແລະ ນ້ຳຖ້ວມຂັງ, ຜະລິດແກ່ນໄດ້ງ່າຍ ແລະ ແກ່ນມີຄວາມແຕກງອກສູງ.

   (ລັກສະນະຂອງຫຍ້າຣູຊີນ້ຳຊ່ວງ)

 

ລຳຕົ້ນ: ຫຍ້າຣູຊີນ້ຳຊ່ວງ ມີລັກສະນະການຈະເລີນເຕີບໂຕແບບເຄິ່ງຕັ້ງເຄິ່ງເລືອ, ສູງປະມານ 60 – 100 ຊັງຕີແມັດ. ລຳຕົ້ນນ້ອຍເປັນປ້ອງກົມແຂງ, ບໍ່ມີຂົນ, ມີເຫງົ້າເລິກລົງໄປໃນພື້ນດິນ ແລະ ມີຮາກແຕກອອກຕາມຂໍ້ປ້ອງທີ່ເລືອໄປຕາມໜ້າດິນ ແລ້ວເກີດເປັນແໜງໃໝ່ ຈິ່ງເຮັດໃຫ້ຫຍ້າຣູຊີນ້ຳຊ່ວງ ມີການຂະຫຍາຍຕົວ ແລະ ປົກຄຸມພື້ນທີ່ໄດ້ຢ່າງໄວວາ.
ໃບ: ຫຍ້າຣູຊີນ້ຳຊ່ວງ ເປັນພືດໃບລ້ຽງດ່ຽວ, ໃບປະກອບດ້ວຍ ກາບໃບທີ່ຂ້ອນຂ້າງບາງ ແລະ ມີຂົນປົກຄຸມ, ແຜ່ນກາບໃບຫຸ້ມລໍາຕົ້ນ ຍາວປະມານ 9 – 16 ຊັງຕີແມັດ, ບໍລິເວນຂໍ້ຕໍ່ລະຫວ່າງກາບໃບກັບແຜ່ນໃບມີລີ້ນໃບເປັນຂົນແຂງ, ຖັດມາເປັນແຜ່ນໃບ ທີ່ມີລັກສະນະບາງຍາວ, ປາຍໃບແຫຼມ, ໃບມີສີຂຽວອ່ອນ, ອ່ອນນຸ່ມ ແລະ ມີກິ່ນຫອມ ເຮັດໃຫ້ສັດມັກກິນ. ແຜ່ນໃບມີຂົນອ່ອນປົກຄຸມທັງດ້ານໜ້າ ແລະ ດ້ານຫຼັງ, ມີລັກສະນະເປັນແຜ່ນແປໆແຜ່ກາງອອກ, ຂະໜາດຂອງແຜ່ນໃບ ກວ້າງ 1 – 2 ຊັງຕີແມັດ, ຍາວ 20 – 30 ຊັງຕີແມັດ.
ດອກ: ຫຍ້າຣູຊີນໍ້າຊ່ວງ ອອກດອກເປັນຊໍ່ ປະມານ 5 – 8 ຊໍ່/ຕົ້ນ, ແກນກາງຂອງຊໍ່ດອກເປັນຮູບສາມລ່ຽມ, ມີຂົນແຂງປົກຄຸມ. ແຕ່ລະຊໍ່ດອກຍ່ອຍ ຍາວປະມານ 4 – 6 ຊັງຕີແມັດ ປະກອບມີດອກຍ່ອຍທີ່ມີລັກສະນະຄ້າຍຄືຮູບໄຂ່ ມີຂະໜາດ ກວ້າງ 2 – 2,5 ມິນລີແມັດ ແລະ ຍາວ 5 – 6 ມິນລີແມັດ.

 

 

(ລັກສະນະຂອງຊໍ່ດອກ ຫຍ້າຣູຊີນ້ຳຊ່ວງ)

ການຜະລິດ
ຫຍ້າຣູຊີນ້ຳຊ່ວງ ແມ່ນສາມາດປູກໄດ້ຢູ່ໃນທົ່ວທຸກພາກຂອງ ສປປ ລາວ. ການຄັດເລືອກພື້ນທີ່ປູກ ແມ່ນຄວນເລືອກປູກໃນດິນໂນນ ທີ່ມີການລະບາຍນໍ້າໄດ້ດີ. ໃນເຂດທົ່ງພຽງ ຄວນເລີ່ມໄຖດິນຄັ້ງທຳອິດ ໃນຊ່ວງຕົ້ນເດືອນພຶດສະພາ ຫຼື ຫຼັງຈາກທີ່ມີຝົນຕົກ 2 – 3 ຄັ້ງ ຫຼື ເມື່ອໜ້າດິນມີຄວາມຊຸ່ມເລິກ ປະມານ 20 – 30 ຊັງຕີແມັດ. ຫຼັງຈາກນັ້ນ, ຄວນຕາກດິນໄວ້ 2 – 3 ອາທິດ ແລ້ວໄຖຄົ້ນອີກ 1 – 2 ຄັ້ງ ເພື່ອກໍາຈັດວັດສະພືດທີ່ຂຶ້ນມາໃໝ່ ແລະ ຄາດໃຫ້ລະອຽດດີແລ້ວຈິ່ງປູກ. ສຳລັບ ເຂດພູດອຍ ຖ້າມີຄວາມຈຳເປັນຈະຕ້ອງໄດ້ຖາງ, ຈູດ, ຮື້ ຫຼື ກໍາຈັດວັດສະພືດ ຄວນເຮັດໃຫ້ສຳເລັດໃນຕົ້ນເດືອນເມສາ.
ການປູກຫຍ້າຣູຊີນ້ຳຊ່ວງ ແມ່ນຄວນປູກໃນຕົ້ນລະດູຝົນ. ສຳລັບ ເຂດພາກເໜືອ ສາມາດປູກໄດ້ຕັ້ງແຕ່ທ້າຍເດືອນເມສາ, ເຂດພາກກາງ ແລະ ພາກໃຕ້ (ເຂດທົ່ງພຽງ) ແມ່ນຄວນປູກໃນທ້າຍເດືອນພຶດສະພາ ຈົນຮອດ ກາງເດືອນກໍລະກົດ. ຖ້າປູກຊ້າກວ່ານີ້ ຈະເຮັດໃຫ້ຫຍ້າມີການຂະຫຍາຍໂຕຊ້າ, ລະບົບຮາກບໍ່ແຂງແຮງ ແລະ ເຮັດໃຫ້ຕົ້ນຫຍ້າບາງສ່ວນຕາຍໃນຊ່ວງລະດູແລ້ງ. ການປູກ ແມ່ນສາມາດປູກໄດ້ຫຼາຍວິທີ ຂຶ້ນກັບຄວມສະດວກ ແລະ ຄວາມເໝາະສົມ ຂອງແຕ່ລະທ້ອງຖິ່ນ, ເຊິ່ງອັດຕາການນໍາໃຊ້ເມັດພັນແມ່ນຂຶ້ນກັບເປີເຊັນຄວາມງອກຂອງເມັດພັນ ແລະ ວິທີການປູກ. ແຕ່ໂດຍທົ່ວໄປແລ້ວ ແມ່ນຈະໃຊ້ແກ່ນຫຍ້າ ໃນອັດຕາ 10 – 18 ກິໂລ/ເຮັກຕາ ເຊັ່ນ: (1) ການຫວ່ານແກ່ນໃຫ້ທົ່ວພື້ນທີ່ຢ່າງສະໝ່ຳສະເໝີ ໃຊ້ແກ່ນຫຍ້າອັດຕາ 15 – 18 ກິໂລ/ເຮັກຕາ; (2) ການໂຮຍແກ່ນເປັນແຖວ ທີ່ມີໄລຍະຫ່າງລະຫວ່າງແຖວ 50 ຊັງຕີແມັດ ໃຊ້ແກ່ນໃນອັດຕາ 6 – 8 ກິໂລ/ເຮັກຕາ; (3) ການສັກຫຼຸ້ງຢອດເມັດເປັນຂຸມ ທີ່ມີໄລຍະຫ່າງລະຫວ່າງຂຸມ 50 x 50 ຊັງຕີແມັດ ຈະໃຊ້ແກ່ນຫຍ້າ ໃນອັດຕາ 10 – 12 ກິໂລ/ເຮັກຕາ. ນອກຈາກການປູກດ້ວຍແກ່ນແລ້ວ ຫຍ້າຣູຊີນ້ຳຊ່ວງຍັງສາມາດປູກດ້ວຍເຫງົ້າ ຫຼື ຕົ້ນອ່ອນ ໄດ້ອີກດ້ວຍ.

(ການປູກດ້ວຍວິທີການໂຮຍເປັນແຖວ)

ການໃສ່ຝຸ່ນ ແມ່ນຄວນໃສ່ຝຸ່ນຄອກເປັນຝຸ່ນຮອງພື້ນກ່ອນປູກ ແລະ ໃສ່ໃນຕົ້ນລະດູຝົນທຸກໆປີ ໃນອັດຕາ 5 ໂຕນ/ເຮັກຕາ ໂດຍການໃສ່ຮ່ວມກັບຝຸ່ນເຄມີ ສູດ: 15-15-15 ອັດຕາ 300 – 600 ກິໂລ/ເຮັກຕາ. ຫຼັງຈາກນັ້ນ, ຄວນໃສ່ຝຸ່ນເຄມີ ສູດ: 46-00-00 ໃນອັດຕາ 60 – 120 ກິໂລ/ເຮັກຕາ ຫຼັງຈາກການຕັດ ຫຼື ຫຼັງຈາກປ່ອຍສັດເຂົ້າກິນແລ້ວ ທຸກໆຄັ້ງ. ຄວນມີການກຳຈັດວັດສະພືດ ຫຼັງຈາກປູກຫຍ້າໄດ້ ປະມານ 2 – 4 ອາທິດ ຫຼື ເມື່ອສັງເກດເຫັນມີວັດສະພືດເກີດຂຶ້ນໜາແໜ້ນ.

(ການກຳຈັດວັດສະພືດ ຫຼັງຈາກປູກໄດ້ 2 ອາທິດ)

 

ຜົນຜະລິດຂອງຫຍ້າຣູຊີນ້ຳຊ່ວງ ໃນສະພາບຂອງດິນ ແລະ ສະພາບອາກາດ ຂອງສູນຄົ້ນຄ້ວາການລ້ຽງສັດ (ເຂດນໍ້າຊ່ວງ) ແມ່ນໃຫ້ຜົນຜະລິດ ຫຍ້າສົດ 50 – 65 ໂຕນ/ເຮັກຕາ/ປີ ຫຼື ນໍ້າໜັກແຫ້ງ 10 – 13 ໂຕນ/ເຮັກຕາ/ປີ. ໃນນັ້ນ, ຜົນຜະລິດ ປະມານ 91% ແມ່ນໄດ້ຢູ່ໃນຊ່ວງລະດູຝົນ (ພຶດສະພາ – ຕຸລາ) ແລະ ປະມານ 9% (ໃນກໍລະນີ ມີການຫົດນ້ຳ) ແມ່ນໄດ້ຢູ່ໃນຊ່ວງລະດູແລ້ງ (ພະຈິກ – ເມສາ). ໃນຊ່ວງລະດູຝົນປີທຳອິດ ສາມາດຕັດຫຍ້າໄດ້ ປະມານ 2 – 3 ຄັ້ງ ແລະ ໃນຊ່ວງລະດູຝົນ ປີທີ 2 ເປັນຕົ້ນໄປ ສາມາດຕັດຫຍ້າໄດ້ 4 ຄັ້ງ, ເຊິ່ງການຕັດຫຍ້າໃນແຕ່ລະຄັ້ງ ຈະໄດ້ຜົນຜະລິດຫຍ້າສົດ ປະມານ 12 – 16 ໂຕນ/ເຮັກຕາ.

ຄຸນຄ່າທາງດ້ານອາຫານ
ຄຸນຄ່າທາງດ້ານອາຫານຂອງຫຍ້າຣູຊີນ້ຳຊ່ວງ ທີ່ມີຮອບວຽນການຕັດ ທຸກໆ 45 ວັນ ມີທາດແຫ້ງ (DM) 20,2%, ທາດຊີ້ນ (CP) 8,5%, ໄຂມັນ (EE) 3,6%, ເຖົ່າ (Ash) 10,1%, ເຍື້ອໄຍ (CF) 28,7%, NDF 65,5%, ADF 37,6%, ພະລັງງານ (TDN) 54%, ແຄນຊຽມ (Ca) 0,57% ແລະ ຟົດສະຟໍຣັດ (P) 0,26%
ການນຳໃຊ້ເປັນອາຫານສັດ
ຫຍ້າຣູຊີນ້ຳຊ່ວງ ສາມາດນຳໃຊ້ລ້ຽງສັດໄດ້ຫຼາຍຮູບແບບ ເຊັ່ນ: ປ່ອຍສັດເຂົ້າກິນໃນທົ່ງຫຍ້າແບບໝູນວຽນ, ຕັັັັັດໃຫ້ກິນໃນຮູບແບບຫຍ້າສົດ, ເຮັດຫຍ້າແຫ້ງ ແລະ ຫຍ້າໝັກ ໂດຍມີຮອບວຽນການຕັດ ຫຼື ປ່ອຍສັດເຂົ້າກິນ ທຸກໆ 45 ວັນ. ໃນກໍລະນີຕັດໃຫ້ສັດກິນ ຄວນຕັດຄັ້ງທຳອິດຫຼັງຈາກປູກຫຍ້າໄດ້ 60 – 70 ວັນ ໂດຍການຕັດໃຫ້ສູງຈາກໜ້າດິນ ປະມານ 10 – 15 ຊັງຕີແມັດ. ຖ້າປ່ອຍສັດເຂົ້າກິນແບບໝູນວຽນໃນທົ່ງຫຍ້າ ຄວນປ່ອຍສັດເຂົ້າກິນຄັ້ງທຳອິດ ຫຼັງຈາກປູກຫຍ້າໄດ້ 70 – 90 ວັນ ຫຼື ຄວນເບິ່ງສະພາບຂອງທົ່ງຫຍ້າຕື່ມອີກ.

(ການນໍາໃຊ້ຫຍ້າຣູຊີນໍ້າຊ່ວງ ເປັນອາຫານລ້ຽງຄວາຍ)

ຫຍ້າຣູຊີນ້ຳຊ່ວງ ເນື້ອທີ່ 1 ເຮັກຕາ ສາມາດລ້ຽງງົວ, ຄວາຍ ທີ່ມີນ້ຳໜັກ ສະເລ່ຍ 200 ກິໂລ ໄດ້ປະມານ 4 ຫາ 5 ໂຕ/ປີ, ເຊິ່ງຕ້ອງໄດ້ມີການເກັບຮັກສາຫຍ້າອາຫານສັດໄວ້ໃຫ້ສັດກິນໃນຊ່ວງລະດູແລ້ງ ໂດຍການເຮັດຫຍ້າແຫ້ງ ແລະ ຫຍ້າໝັກ. ແນວໃດກໍຕາມ ອັດຕາການປ່ອຍ ຫຼື ຈຳນວນສັດ ຕໍ່ເນື້ອທີ່ ແມ່ນຍັງຂຶ້ນກັບສະພາບຄວາມອຸດົມສົມບູນຂອງທົ່ງຫຍ້າ ແລະ ການຈັດການ, ຄຸ້ມຄອງ, ນຳໃຊ້ທົ່ງຫຍ້າ ຢ່າງມີປະສິດທິພາບ.
ນອກຈາກການປູກ ເພື່ອໃຊ້ເປັນອາຫານຫຼັກໃນການລ້ຽງງົວ, ຄວາຍ ແລ້ວ ຫຍ້າຣູຊີນ້ຳຊ່ວງ ຍັງສາມາດປູກເພື່ອໃຊ້ເປັນທົ່ງຫຍ້າສຳລັບລ້ຽງສັດປີກແບບລະບົບປ່ອຍໃນເດີ່ນຫຍ້າ ເພື່ອເປັນອາຫານເສີມໄດ້ອີກ ເຊັ່ນ: ການລ້ຽງໄກ່ລາດ, ໄກ່ງວງ, ໄກ່ຕັອກ, ເປັດເທບ ເປັນຕົ້ນ.
ການຜະລິດເມັດພັນ
ຫຍ້າຣູຊີນ້ຳຊ່ວງ ຈະເລີ່ມອອກດອກໃນທ້າຍເດືອນກັນຍາ, ອອກດອກ 50 ເປີເຊັນ ໃນທ້າຍເດືອນຕຸລາ ແລະ ສາມາດເກັບແກ່ນໄດ້ໃນຊ່ວງກາງເດືອນພະຈິກ, ເຊິ່ງຜົນຜະລິດເມັດພັນ ຢູ່ສູນຄົ້ນຄວ້າການລ້ຽງສັດ (ເຂດນ້ຳຊ່ວງ) ສະເລ່ຍ 400 ຫາ 500 ກິໂລ/ເຮັກຕາ/ປີ

(ການເກັບແກ່ນຫຍ້າຣູຊີ)

ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້
ຕະຫຼອດໄລຍະການສຶກສາ, ຄົ້ນຄວ້າ ແລະ ເກັບກຳຂໍ້ມູນ ແມ່ນບໍ່ເຫັນມີພະຍາດໃດໆເກີດຂຶ້ນ, ເຊິ່ງຈະມີພຽງແມງໄມ້ບາງຊະນິດເທົ່ານັ້ນ ທີ່ກັດກິນໃບຂອງຫຍ້າຣູຊີນ້ຳຊ່ວງ ແຕ່ບໍ່ມີຜົນກະທົບຕໍ່ກັບຜົນຜະລິດຂອງຫຍ້າຣູຊີນໍ້າຊ່ວງ ແຕ່ຢ່າງໃດ

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029

ແນວພັນໄກ່ພື້ນເມືອງລາວ

ແນວພັນໄກ່ພື້ນເມືອງລາວ
 ສະພາບລວມ
ໄກ່ລາດເປັນສັດລ້ຽງທີ່ມັກພົບເຫັນຢູ່ບັນດາປະເທດ ອິນດູຈີນ (ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ, ໄທ, ມາເລເຊຍ ແລະ ອິນເດຍ. ມະນຸດໄດ້ນຳມາເອົາໄກ່ມາລ້ຽງເປັນເວລາກ່ວາ 3.000 ປີ, ໂດຍຜ່ານການວິວັດທະນາການໃນການປ່ຽນແປງ ແລະ ການປັບໂຕກັບສິ່ງແວດລ້ອມ ໃນແຕ່ລະໄລຍະ, ຊຶ່ງຂື້ນກັບທຳມະຊາດເປັນຜູ້ເລືອກເຟັ້ນ ຈົນຍັງມີຊີວິດ ແລະ ແຜ່ພັນມາເຖິງປະຈຸບັນນີ້. ໄກ່ພື້ນເມືອງ (ໄກ່ລາດ) ເປັນຊັບສົມບັດອັນລໍ້າຄ່າ ມັນສະແດງເຖິງຄວາມຫຼາກຫຼາຍ ແລະ ອຸດົມສົມບຸນທາງດ້ານຊີວະນາໆພັນຂອງປະເທດຊາດເຮົາ. ສະນັ້ນ, ມັນຈຳເປັນຕ້ອງໄດ້ປົກປັກຮັກ ແລະ ອານຸລັກໄວ້ບໍ່ໃຫ້ໝົດໄປ.
ໃນຊຸມປີຜ່ານການລ້ຽງສັດປີກໃນປະເທດລາວເຮົາຍັງບໍ່ທັນຂະຫຍາຍຕົວເທົ່າທີ່ຄວນໂດຍອີງໃສ່ຂໍ້ມູນສະຖິຕິຂອງ ກະຊວງກະສິກຳ ແລະປ່າໄມ້ ໃນປີ 2011 ແມ່ນມີທັງຫມົດປະມານ 26.8 ລ້ານ ໂຕ (ກະຊວງກະສິກຳ ແລະ ປ່າໄມ້, 2012), ໃນນັ້ນ ແນວພັນສັດປີກພັນພື້ນເມືອງກວມເອົາເຖີງ 80%. ໄກ່ລາດ ເປັນແນວພັນທີ່ມີຄວາມສາມາດປັບຕົວ ແລະ ຂະຫຍາຍຕົວໄດ້ດີຢູ່ກັບສະພາບເງື່ອນໄຂ ແລະ ສິ່ງແວດລ້ອມທີ່ຂາດແຄນອາຫານ ແລະ ມີເຕັກນິກການລ້ຽງແບບທຳມະຊາດ, ໄກ່ລາດມີຄຸນສົມບັດດີເດັ່ນ ສາມາດຫາກິນໄດ້ ດ້ວຍຕົນເອງຕາມແບບທຳມະຊາດ, ມີຄວາມທົນທານພະຍາດໄດ້ດີ, ບໍ່ສິ້ນເປຶອງ, ໃຊ້ແຮງງານໜ້ອຍ ແລະ ມີການລົງທືນນ້ອຍ ແຕ່ໃຫ້ຜົນຕອບແທນສູງ. ນອກຈາກນັ້ນ, ຊີ້ນໄກ່ລາດຍັງມີລົດຊາດແຊບ ແລະ ຄົນນິຍົມບໍລິໂພກ, ມີຕະຫຼາດກວ້າງຂວາງສາມາດລ້ຽງຜະລິດເປັນສິນຄ້າໄດ້.
 ຊະນິດພັນໄກ່ລາດຢູ່ລາວ

ຜ່ານການສຳຫຼວດໃນເບື້ອງຕົ້ນປີ 2001 ຢູ່ 3 ແຂວງ: ຫຼວງພະບາງ (ເມືອງຈອມເພັດ ແລະ ຊຽງເງິນ), ແຂວງສະຫວັນນະເຂດ (ເມືອງຈຳພອນ ແລະ ຊົນບູລີ), ແຂວງຈຳປາສັກ (ເມືອງໂພນທອງ ແລະ ຊະນະສົມບູນ) ສາມາດພົບເຫັນໄກ່ລາດທີ່ນິຍົມລ້ຽງກັນມີ 7 ຊະນິດພັນຄື: ໄກ່ອູ, ໄກ່ດູກດຳ, ໄກ່ຫອນຈູ, ໄກ່ໂຢກ, ໄກ່ແຈ້, ໄກ່ຕີ, ໄກ່ຫວາຍ (Somchanh et al, 2001). ດັ່ງມີລາຍລະອຽດໃນຕາຕະລາງ 1.
ຕາຕະລາງ1: ຈຳນວນ ແລະ ຊະນິດພັນໄກ່ລາດທີ່ພົບເຫັນຢູ່ໃນຈຸດທີ່ສຳຫຼວດ

ເຂດຈຸດສຳຫຼວດ ຈ/ນໄກ່ທີ່ສຳຫຼວດ ໄກ່ອູ ໄກ່ດູກດຳ ໄກ່ຫອນຈູ ໄກ່ໂຢກ ໄກ່ແຈ້ ໄກ່ຕີ ໄກ່ຫວາຍ
ຫຼວງພະບາງ 418 86 112 161 22 30 0 7
ສະຫວັນນະເຂດ 536 0 0 0 124 356 50 6
ຈຳປາສັກ 440 0 0 0 402 0 35 3
ລວມ 1394 86 112 161 548 386 85 16
ເປີເຊັນ (%) 100 6.2 8.0 11.5 39.3 27.7 6.1 1.1

   ເຂດຫຼວງພະບາງ: ຊຶ່ງເປັນຕົວແທນໃຫ້ພາກເໜືອພົບເຫັນການລ້ຽງໄກ່ຫອນຈູ ແລະ ໄກ່ດູກດຳຫຼາຍກວ່າໝູ່, ໃນຈຳນວນໄກ່ທີ່ສຳຫຼວດທັງໝົດມີ 418 ໂຕ ທີ່ມີໄກ່ອູ 86 ໂຕ ເທົ່າກັບ 20,6%, ໄກ່ດູກດຳ 112 ໂຕ ເທົ່າກັບ 26.8%, ໄກ່ຫອນຈູ 161 ໂຕ ເທົ່າກັບ 38.5% (ພົບເຫັນຫຼາຍຢູ່ເມືອງຊຽງເງິນ), ໄກ່ໂຢກ 22ໂຕ ເທົ່າກັບ 5.3% , ໄກ່ແຈ້ 30ໂຕ ເທົ່າກັບ 7.2 % , ໄກ່ຕີບໍ່ພົບເຫັນໃນເວລານັ້ນ, ໄກ່ຫວາຍພົບເຫັນເຂດເມືອງປາກອູ 7 ໂຕ ເທົ່າກັບ 1.7%.
ເຂດສະຫວັນນະເຂດ: ທີ່ເປັນຕົວແທນໃຫ້ ພາກກາງ ພົບເຫັນການລ້ຽງໄກ່ແຈ້ ແລະ ໄກ່ໂຢກຫຼາຍກວ່າໝູ່, ໃນຈຳນວນໄກ່ທີ່ສຳຫຼວດມີ 536ໂຕ ບໍ່ພົບເຫັນການລ້ຽງໄກ່ອູ, ໄກ່ດູກດຳ, ໄກ່ຫອນຈູຈັກໂຕໃນເວລານັ້ນ, ໄກ່ໂຢກ 224ໂຕ ເທົ່າກັບ 23.1%, ໄກ່ແຈ້ 356ໂຕ ເທົ່າກັບ 66.4 % ( ພົບເຫັນຫຼາຍຢູ່ເມືອງຊົນບູລີ), ໄກ່ຕີ 50 ໂຕ ເທົ່າກັບ 9.3%, ໄກ່ຫວາຍ 6 ໂຕ ເທົ່າກັບ 1.1%.
ເຂດຈຳປາສັກ: ທີ່ເປັນຕົວແທນໃຫ້ ພາກໃຕ້ ພົບເຫັນການລ້ຽງໄກ່ໂຢກຫຼາຍກວ່າໝູ່, ໃນຈຳນວນໄກ່ທີ່ສຳຫຼວດມີ 440 ໂຕ ບໍ່ພົບເຫັນການລ້ຽງໄກ່ອູ, ໄກ່ດູກດຳ, ໄກ່ຫອນຈູຈັກໂຕໃນເວລານັ້ນ, ໄກ່ໂຢກ 402 ໂຕ ເທົ່າກັບ 91.4% (ພົບເຫັນຫຼາຍຢູ່ເມືອງໂພນທອງ), ໄກ່ແຈ້ບໍ່ພົບເຫັນຈັກໂຕ , ໄກ່ຕີ 35ໂຕ ເທົ່າກັບ 8%, ໄກ່ຫວາຍ 3 ໂຕ ເທົ່າກັບ 0.7%.
ສະຫຼຸບໂດຍລວມແລ້ວ ໄກ່ທີ່ໄດ້ສຳຫຼວດຈາກ 3 ເຂດ: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີຈຳນວນໄກ່ທີ່ສຳຫຼວດທັງໝົດ 1394 ໂຕ ໃນນັ້ນ ມີການລ້ຽງໄກ່ໂຢກເປັນອັນດັບ 1 ຄື: 548ໂຕ ເທົ່າກັບ 39.3%, ອັນດັບທີ 2 ແມ່ນໄກ່ແຈ້ 386 ໂຕ ເທົ່າກັບ 27.7%, ອັນດັບທີ 3 ແມ່ນ ໄກ່ຫອນຈູ 161 ໂຕ ເທົ່າກັບ 11.5%, ອັນດັບທີ 4 ແມ່ນໄກ່ດູກດຳ 112 ໂຕ ເທົ່າກັບ 8%, ອັນດັບທີ 5 ແມ່ນ ໄກ່ອູ 86 ໂຕ ເທົ່າກັບ 6.2%, ອັນດັບທີ 6 ແມ່ນໄກ່ຕີ 85 ໂຕ ເທົ່າກັບ 6.1% ແລະ ພົບເຫັນໜ້ອຍສຸດແມ່ນໄກ່ຫວາຍມີພຽງ 1.1% (Somchanh et al, 2001).

 ຜົນຜະລິດ ແລະ ລັກສະນະລວມທົ່ວໄປຂອງໄກ່ລາດ
ໃນການສຶກສາພົບວ່າສ່ວນປະກອບຂອງຝູງໄກ່ປະມານ 25-30% ແມ່ນອັດຕາສ່ວນຂອງໄກ່ພໍ່ແມ່ພັນ, 30-35% ແມ່ນໄກ່ລຸ້ນ ແລະ 40-45% ແມ່ນໄກ່ນ້ອຍ. ອັດຕາສ່ວນໄກ່ຜູ້ຕໍ່ໄກ່ແມ່ໃນການຄຸມຝູງແມ່ນສູງຄື: 1 ຕໍ່ 3 ໝາຍຄວາມວ່າ ຊາວກະສິກອນລ້ຽງໄກ່ຜູ້ໃນລະດັບອັດຕາສ່ວນທີ່ເກີນຄວາມຈຳເປັນ. ອາຫານທີ່ໄກ່ແມ່ຊອກຫາໄດ້ເອງແມ່ນມີຄວາມຈຳກັດ ແລະ ບໍ່ພຽງພໍ, ສະນັ້ນ ເຮັດໃຫ້ຜົນຜະລິດໄຂ່ຕໍ່າ ແລະ ເປັນການກະທົບຕໍ່ການຂະຫຍາຍຕົວຂອງຝູງໄກ່ (Somchanh et al, 2001; ບຸນຖອງ ບົວຫອມ ແລະ ຄະນະ, 2006).
ການຜະລິດໄຂ່ຢູ່ໃນລະດັບ 55-78 ໜ່ວຍ/ແມ່/ປີ. ໄກ່ແມ່ຈະໃຫ້ໄຂ່ 4-5 ຄັ້ງ/ແມ່/ປີ, ແຕ່ລະຄັ້ງໃຫ້ໄຂ່ 11-14 ໜ່ວຍ, ນ້ຳໜັກໄຂ່ສະເລ່ຍ 35-40 ກຼາມ, ອາຍຸເລີ່ມໃຫ້ໄຂ່ທຳອິດ 185-203 ວັນ(ໄກ່ພັນໄຂ່ 18 ອາທິດ) ແລະ ມີນ້ຳໜັກໂຕ 1.0-1.3 ກຣາມ. ໄກ່ລາດໃຊ້ເວລາຫຼາຍໃນການລ້ຽງລູກຂອງມັນ, ຈຶ່ງເປັນເຫດຜົນໜື່ງເຮັດໃຫ້ການຜະລິດຂອງໄກ່ລາດຕໍ່າ (Somchanh et al, 2001; ບຸນຖອງ ບົວຫອມ ແລະ ຄະນະ, 2006).
ອັດຕາການຕາຍຂອງໄກ່ນ້ອຍອາຍຸຕໍ່າກວ່າ 2 ເດືອນ ທີ່ລ້ຽງຢູ່ໃນຮູບແບບຂອງຊາວກະສິກອນແມ່ນສູງ 60-75%, ອັດຕາການຕາຍຂອງໄກ່ລຸ້ນ ແລະໄກ່ໃຫຍ່ 25-35% ຂື້ນກັບແຕ່ລະເຂດ ແລະ ມີຄວາມແຕກຕ່າງກັນ ສະຫຼຸບແລ້ວ ອັດຕາການຕາຍຂອງໄກ່ລາດແມ່ນສູງ , ສາຍເຫດຕົ້ນຕໍແມ່ນເກີດຈາກພະຍາດລະບາດ ແລະ ການຂາດແຄນອາຫານທີ່ມີທາດບຳລຸງລ້ຽງທີ່ເໝາະສົມ, ການອະນຸບານໄກ່ນ້ອຍຍັງບໍ່ທັນໄດ້ເອົາໃຈໃສ່ເທົ່າທີ່ຄວນ, ບໍ່ໄດ້ສັກຢາປ້ອງກັນຢ່າງຖືກຕ້ອງ ແລະ ເປັນລະບົບ. ພະຍາດລະບາດ ທີ່ມັກເກີດກັບໄກ່ລາດມີພະຍາດອະຫິວາສັດປີກ, ພະ ຍາດນິວຄະເຊິນ ຊຶ່ງເປັນພະຍາດທີ່ຮ້າຍແຮງ ແລະມັກເກີດຂື້ນເປັນປະຈຳ ໃນຊ່ວງໜ້າຝົນ (5-7) ແລະ ຊ່ວງຍາມໜາວ (12-2) ທຸກປີ (Somchanh et al, 2001; ບຸນຖອງ ບົວຫອມ ແລະ ຄະນະ, 2006).
ລັກສະນະສະເພາະຂອງໄກ່ລາດ 5 ຊະນິດພັນ ແມ່ນ ມີດັ່ງຕໍ່ໄປນີ້:

ໄກ່ໂຢກ:
ເປັນໄກ່ລາດຊະນິດໜື່ງທີ່ມີການລ້ຽງແຜ່ຫຼາຍກວ່າໝູ່ໃນບ້ານເຮົາ ຕົ້ນຕໍຢູ່ໃນເຂດທົ່ງພຽງກວມເອົາ 39,31% ໃນເຂດສຳຫຼວດ (ສະຫວັນນະເຂດ , ຈຳປາສັກ, ຫຼວງພະບາງ), ໄກ່ໂຢກເປັນໄກ່ທີ່ມີນ້ຳໜັກ , ມີຮູບຮ່າງໃຫຍ່ສູງນິຍົມລ້ຽງກັນຫຼາຍ ເພາະວ່າລ້ຽງງ່າຍ, ມີຄວາມທົນທານຕໍ່ສະພາບດິນຟ້າອາກາດໃນບ້ານເຮົາໄດ້ດີ. ນອກນັ້ນ ໄກ່ໂຢກຍັງເປັນໄກ່ທີ່ລ້ຽງໃຫຍ່ໄວ ແລະ ນ້ຳໜັກດີ ໂຕຜູ້ມີນ້ຳໜັກ 1.5 ກລ – 1.8 ກລ , ໂຕແມ່ 1.3-1.5 ກລ.

ໄກ່ແຈ້:
ເປັນໄກ່ທີ່ມີຂະໜາດໂຕນ້ອຍ ແຕ່ເປັນຊະນິດພັນທີ່ພົບເຫັນລ້ຽງຢູ່ທຸກໆເຂດພູດອຍ ແລະ ທົ່ງພຽງ, ສະເພາະຢູ່ໃນເຂດທີ່ສຳຫຼວດກວມເອົາ 27.7%, ໄກ່ແຈ້ມີຮູບຮ່າງນ້ອຍມີຫຼາຍສີງົດງາມ ເຮົາສາມາດຈຳແນກໄດ້ມີ 2 ຊະນິດພັນຄື: ຊະນິດມີຕ້າງຫູຂາວ ແລະ ຊະນິດມີຕ້າງຫູແດງ ໂຕຜູ້ມີນ້ຳໜັກສະເລ່ຍ 0.9 – 1.0 ກລ, ໂຕແມ່ 0.8-0.9 ກລ. ເປັນໄກ່ຊະນິດທີ່ມີລຳໂຕນ້ອຍ ແຕ່ແຂງແຮງ ລ້ຽງງ່າຍ ມີຄວາມທົນທານຕໍ່ສະພາບດິນຟ້າອາກາດໃນບ້ານເຮົາໄດ້ດີ,ໄຂ່ດົກ, ລ້ຽງລູກ ແລະ ຂຸດເຂ່ຍຫາອາຫານເກັ່ງ, ຊີ້ນໄກ່ແຈ້ມີລົດຊາດແຊບດີ.


ໄກ່ຫອນຈູ:
ໄກ່ຫອນຈູເປັນໄກ່ທີ່ລ້ຽງແຜ່ຫຼາຍສົມຄວນມີຄຸນລັກສະນະຄ້າຍຄືກັບໄກ່ແຈ້ ແຕ່ວ່າມີຂະໜາດລຳໂຕໃຫຍ່ກວ່າໄກ່ແຈ້ເລັກນ້ອຍ, ໂຕຜູ້ມີນ້ຳໜັກ 1.3–1.7 ກລ , ໂຕແມ່ 1.2-1.5 ກວມເອົາ 11.5%.


ໄກ່ດູກດຳ:
ໄກ່ດູກດຳເປັນໄກ່ລາດທີ່ລ້ຽງກັນຢູ່ໃນສະເພາະບາງເຂດເທົ່ານັ້ນເຊັ່ນ: ມັກພົບເຫັນຫຼາຍກວ່າໝູ່ແມ່ນເຂດພາກເໜືອ, ມີຫຼາຍຕຳນານໄດ້ກ່າວໄວ້ວ່າໄກ່ດູກດຳເປັນໄກ່ທີ່ມີຄຸນຄ່າດ້ານການບຳລຸງຮ່າງກາຍສູງ, ຂາຍໃນລາຄາແພງ ແລະ ມີຖິ່ນກຳເນີດມາຈາກປະເທດຈີນ. ປະຈຸບັນໄກ່ປະເພດນີ້ຍັງມີຈຳນວນບໍ່ຫຼາຍ , ຢູ່ໃນຈຸດທີ່ສຳຫຼວດພົບເຫັນ 2 ຊະນິດ: ຊະນິດຂົນຂາວ ໜັງດຳ,ຊີ້ນດຳ ພົບເຫັນມີຈຳນວນໜ້ອຍທີ່ສຸດ, ຊະນິດຂົນດຳລ້ວນ ຫຼື ດຳມົ່ນ ຊຶ່ງຖືວ່າເປັນໄກ່ດູກດຳແທ້ ມີຂະໜາດໂຕໃຫຍ່ກວ່າ ແລະ ມີລາຄາແພງ.
+ ໄກ່ດູກດຳມີນ້ຳໜັກ 2.2-2.3 ກລ, ໂຕແມ່ 1.2-1.5, ກວມເອົາປະມານ 8% ຢູ່ໃນພື້ນທີ່ສຳຫຼວດ.

    
ໄກ່ອູ:
ເປັນໄກ່ທີ່ມີຂະໜາດໂຕໃຫຍ່, ໂຕຜູ້ມີຂົນສີດຳ, ສີແດງປົນຢູ່ທີ່ຄໍ, ປີກ ແລະ ຫາງເລັກນ້ອຍ, ຂົນຫາງຍາວ, ມີນ້ຳໜັກໂຕຜູ້ 2.6-2.8 ກລ, ໂຕແມ່ 1.5 – 1.7 ກລ. ໄກ່ຊະນິດນີ້ພົບເຫັນມີຈຳນວນໜ້ອຍຢູ່ທີ່ແຂວງຫຼວງພະບາງ (ເຂດກິ່ວກະຈຳ, ກິ່ວຂາມປ້ອມ) ກວມເອົາ 6.2%.


ຜ່ານການນຳເອົາໄກ່ລາດພື້ນເມືອງທັງຫມົດ 5 ຊະນິດພັນມາສຶກສາຢູ່ສູນຄົ້ນຄວ້າການລ້ຽງສັດ ແມ່ນ ສາມາດສະຫລຸບໄດ້ກ່ຽວກັບລັກສະນະພາຍນອກເຊັ່ນ ນ້ຳຫນັກ, ຂະຫນາດລວງຍາວ ແລະ ລວງກ້ວາງຂອງຕົນໂຕ, ສີຂົນ, ລັກສະນະການຫາກິນ ແລະ ອື່ນໆ, ຊຶ່ງມີລາຍລະອຽດໃນຕາຕະລາງ 2.
ຕາຕະລາງ2: ລັກສະນະພາຍນອກຂອງໄກ່ພື້ນເມືອງລາວ

ຜົນຂອງການສຶກສາລັກສະນະການຜະລິດຂອງໄກ່ລາດຢູ່ສູນຄົ້ນຄວ້າການລ້ຽງສັດການຜະລິດໄຂ່ ແລະ ໄກ່ນ້ອຍ
ໄກ່ລາດແມ່ນມີພຶດຕິກຳການໄຂ່ແບບໄກ່ປ່າຄືຈະອອກໄຂ່ເປັນຊຸດ ຊຶ່ງຕ່າງກັບໄກ່ພັນໄຂ່, ການໄຂ່ແຕ່ລະຊຸດຈະໃຊ້ເວລາປະມານ 2 ອາທິດ ແລະ ໄດ້ໄຂ່ຈຳນວນ 10-14 ໜ່ວຍ ເມື່ອໄຂ່ໝົດແລ້ວກໍ່ຈະຟັກໄຂ່ ໃຊ້ເວລາ 21 ວັນ ກໍຈະເບາະອອກມາ ແລະ ຫຼັງຈາກນັ້ນແມ່ໄກ່ຈະລ້ຽງລູກຕົນເອງໃຊ້ເວລາປະມານ 3-4 ເດືອນຊຶ່ງຈະກັບເຂົ້າສູ່ການປະສົມພັນຄັ້ງໃໝ່.
ຂໍ້ມູນທີ່ສາມາດເກັບກຳໄດ້ຈາກການສຳຫລວດ ແມ່ນສັງເກດເຫັນວ່າໃນລະບົບການລ້ຽງຂອງຊາວກະສິກອນ ຊຶ່ງສ່ວນໃຫຍ່ແມ່ນລ້ຽງແບບປ່ອຍນັ້ນ ເຖິງແມ່ນວ່າຈຳນວນໄຂ່ຕໍ່ຄັ້ງ ຈະມີຈຳນວນຫລາຍປະມານ 12 ຫນ່ວຍ, ແຕ່ໄກ່ລາດແມ່ນໃຫ້ຈຳນວນໄຂ່ຕໍ່ໂຕຕໍ່ປີ ແມ່ນຕ່ຳປະມານ 60 ຫາ 70 ຫນ່ວຍເທົ່ານັ້ນ (ຕາຕະລາງ 3 ).
ຕາຕະລາງ3: ສະມັດຕະພາບດ້ານການຜະລິດໄຂ່ຂອງໄກ່ລາດທີ່ຊາວກະສິກອນລ້ຽງຢູ່ຊົນນະບົດ

ຂໍ້ມູນດ້ານຜະລິດ ໄກ່ອູ
(n=15)
ໄກ່ດູກດຳ(n=15) ໄກ່ຫອນຈູ(n=15) ໄກ່ໂຢກ(n=15) ໄກ່ແຈ້
(n=15)
ຈຳນວນໄຂ່/ແມ່/ປີ 54.7 76.2 70.0 56.2 78.4
ຈຳນວນໄຂ່/ຄັ້ງ 11,4 13,6 12.5 11.7 14.0
ເປີເຊັນການຟັກໄຂ່ 67.3 80.1 75.0 70.0 80.0
ເປີເຊັນການຟັກໄຂ່ 4.8 5.6 5.6 4.8 5.6

(n=ຈຳນວນຄອບຄົວ)

   ຜ່ານການສຶກສາກ່ຽວກັບການຜະລິດໄຂ່ຂອງໄກ່ລາດ ທັງ 5 ຊະນິດພັນທີ່ທົດລອງລ້ຽງຢູ່ສູນຄົ້ນຄວ້າການລ້ຽງສັດ ດ້ວຍການລ້ຽງໃນລະບົບລ້ຽງຂັງເປັນຄອກ (ຊະນິດພັນລະ ຜູ້ 2 ແມ່ 10 ໂຕ) ສາມາດສະຫລຸບໄດ້ວ່າ ໄກ່ ລາດແມ່ນໃຫ້ຜົນຜະລິດໄຂ່ດີກ່ວາ ໃນລະບົບຂອງຊາວກະສິກອນ, ຊຶ່ງໄກ່ລາດຈະເລີ່ມຕົ້ນຜະລິດໄຂ່ໃນເວລາ ມີອາ ຍຸໄດ້ປະມານ 185 ຫາ 122 ມື້ ແລະ ມີນ້ຳຫນັກແຕ່ 1 ຫາ 1,3 ກລ. ການຜະລິດໄຂ່ຂອງໄກ່ລາດ ແມ່ນມີຄວາມ ແຕກຕ່າງກັນ ຈາກປະມານ 70 ຫາ 100 ຫນ່ວຍ ຕໍ່ ແມ່ ຕໍ່ ປີ, ຊຶ່ງມີເປີເຊັນເປັນໄຂ່ມີເຊື້ອປະມານ 75 ຫາ 87 %. ສ່ວນເປີເຊັນການເບາະແຕກ ແມ່ນຢູ່ໃນລະຫວ່າງ 65 ຫາ 80 %. ລາຍລະອຽດອື່ນໆ ແມ່ນໄດ້ສັງລວມໄວ້ ໃນຕາ ຕະລາງທີ່ 04.
ຜົນຂອງການສຶກສານີ້ ແມ່ນໄດ້ສະແດງໃຫ້ເຫັນວ່າການລ້ຽງໄກ່ລາດ ໃນລະບົບການລ້ຽງທີ່ມີການປັບປຸງ ແມ່ນຈະໃຫ້ຜົນຜະລິດໄຂ່ດີກ່ວາໃນລະບົບທີ່ຊາວກະສິກອນລ້ຽງທົ່ວໄປ, ຊຶ່ງມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ ຊຸກຍູ້ ໃຫ້ຊາວກະສິກອນຫັນປ່ຽນລະບົບການລ້ຽງໄກ່ລາດ ເພື່ອເປັນພື້ນຖານໃຫ້ແກ່ການກ້າວໄປສູ່ການຜະລິດ ເພື່ອເປັນສິນຄ້າ.
ຕາຕະລາງ4: ລັກສະນະດ້ານການຜະລິດຂອງໄກ່ລາດພື້ນເມືອງລາວ, ໂດຍວິທີການລ້ຽງແບບຂັງ ແລະນຳໃຊ້ອາຫານປະສົມ: ອາຫານໄກ່ໄຂ່ 30%, ຮຳອ່ອນ 40%, ສາລີ/ເຂົ້າປຽນ 30%

ລ/ດ ຄຸນ​ລັກສະນະ ໄກ່ອູ ​ໄກ່​ດູກ​ດຳ ໄກ່​ຫອນ​ຈູ ​ໄກ່​ໂຢກ ໄກ່​ແຈ້ CV
1 ຈຳນວນ​ໄກ່​ແມ່ 32 32 32 32 32
2 ນ້ຳໜັກ​ເລີ່​ມ​ໄຂ່​ທຳ​ອິດ, ກລ 1.3 1.2 1.2 1.3 1.0 0.821
3 ອາຍຸ​ເລີ່​ມ​ໄຂ່​ທຳ​ອິດ, ວັນ 203 189 193.5 196.5 184.5 0.632
4 ຈຳນວນ​ໄຂ່, ໜ່ວຍ/​ແມ່/ປີ 69.3 100.5 89.0 71.6 107 1.276
5 ຈຳນວນ​ອາຫານ​ສະ​ເລ່ຍ, ກຼ/ວັນ 90.7 81.8 82.8 88.7 82.1 0.908
6 ຈຳນວນ​ອາຫານ​ປ່ຽນ​ເປັນ​ໄຂ່, ກຼ 483.2 299.2 342.8 456.6 281.2 22.026
7 ອັດຕາ​ການ​ຕາຍ​ໄກ່​ນ້ອຍ, % 8.7 5.0 6.2 7.5 5.0  
8 ນ້ຳໜັກ​ໄຂ່​ສະ​ເລ່ຍ, ກຼ 43.0 38.0 38.5 39.2 34.4  
9 ອັດຕາ​ສ່ວນ​ຮູບ​ໄຂ່(ຍາວ/ກວ້າງ), ຊມ 1.3 1.3 1.3 1.3 1.3  
10 ​ເປີ​ເຊັນ​ໄຂ່​ມີ​ເຊື້ອ, % 74.3 86.6 78.8 81.6 84.3  
11 ​ເປີ​ເຊັນ​ການ​ເບາະ,% 68.4 77.8 65.3 70.8 75.9  
12 ນ້ຳໜັກ​ໄກ່​ນ້ອຍ​ເກີດ​ໃໝ່, ກຼ 32.0 24.8 22.7 26.2 21.6
13  ​ເປີ​ເຊັນ​ໄກ່​ນ້ອຍ​ປະ​ເພດ1, % 78.5 87.3 82.6 88.3 85.8  
14 ​ເປີ​ເຊັນ​ການ​ສູນ​ເສຍ​ຂອງ​ນ້ຳໜັກ​ໄຂ່, % 21.1 30.6 38.0 29.4 33.3  
15 ​ເປີ​ເຊັນ​ການ​ລ້ຽງ​ຫຼອດ​ຂອງ​ໄກ່​ນ້ອຍ, % 86.2 92.5 88.7 87.5 91.3  

 

ຜົນຂອງການສຶກສາ ໄດ້ສະແດງໃຫ້ເຫັນວ່າ ໄກ່ແຈ້ເຖີງວ່າຈະມີຂະໜາດໂຕນ້ອຍກວ່າ ແຕ່ມີຄຸນສົມບັດໃນການຜະລິດໄຂ່ (107 ໜ່ວຍ/ປີ) ສູງກວ່າຊະນິດພັນອື່ນໆຄື ໄກ່ດູກດໍາ (100 ໜ່ວຍ/ປີ), ໄກ່ຫອນຈູ (89 ໜ່ວຍ/ປີ), ໄກ່ໂຢກ (75 ໜ່ວຍ/ປີ), ໄກ່ອູ (69 ໜ່ວຍ/ປີ) ຊຶ່ງມີຄວາມແຕກຕ່າງທາງສະຖິຕິ P<0,05.

 

 

ລັກສະນະການຜະລິດໄຂ່ຂອງໄກ່ລາດພື້ນເມືອງ ມີຈຸດເດັ່ນອີກອັນໜື່ງຄື: ອັດຕາການແຕກເບາະຂອງໄກ່ນ້ອຍຂອງດູກດຳແມ່ນສູງທີ່ສຸດ 77.8%, ໄກ່ແຈ້ 75.9%, ໄກ່ໂຢກ 70.8%, ໄກ່ອູ 68.4%, ໄກ່ຫອນຈູ 65.3%. ມີອັດຕາການຫຼອດທີ່ດີກວ່າໝູ່ແມ່ນໄກ່ດູກດຳ 92.5%, ໄກ່ແຈ້ 91.25%, ໄກ່ຫອນຈູ 88.75%, ໄກ່ໂຢກ 87.5% , ໄກ່ອູ 86.25%.

 

ການຈະເລີນເຕີບໂຕ ຂອງໄກ່ລາດ

ການທົດລອງກ່ຽວກັບການຈະເລີນເຕີບໂຕຂອງໄກ່ລາດ ຢູ່ ສູນຄົ້ນຄ້ວາການລ້ຽງສັດ ໂດຍການໃຫ້ອາຫານທີ່ມີລະດັບດຽວກັນສຳລັບໄກ່ທຸກແນວພັນ ໃນໄລຍະການຈະເລີນເຕີບໂຕອັນດຽວກັນ ເຊັ່ນ ໄລຍະທີ່ນຶ່ງ (ອາຍຸ ແຕ່ 0 ຫາ 6 ອາທິດ) ແມ່ນ ນຳໃຊ້ອາຫານທີ່ມີໂປຼຕິນ 21 %, ໄລຍະທີ່ສອງ (7 ຫາ 10 ອາທິດ) ແມ່ນ 18 % ແລະ ໄລຍະທີ່ສາມ (11 ຫາ 20 ອາທິດ) ແມ່ນ 16 %. ຜົນຈາກການທົດລອງໄດ້ສະແດງໃຫ້ເຫັນວ່າການຈະເລີນເຕີບໂຕຂອງໄກ່ອູ ແລະ ໄກ່ໂຢກ ຈະເຕີບໂຕໄດ້ດີກ່ວາພັນອື່ນໆ ເຊັ່ນ ໄກ່ອູມີນ້ຳໜັກເລີ້ມຕົ້ນ 30 ກຼ ພາຍຫຼັງທີ່ລ້ຽງໄດ້ 20 ອາທິດໄດ້ນ້ຳໜັກສຸດທ້າຍ 1480 ກຼ , ໄກ່ໂຢກນ້ຳໜັກເລີ້ມຕົ້ນ 29 ກຼ ໄດ້ນ້ຳໜັກໂຕ 1455 ກຼ , ໄກ່ດູກດຳ ນ້ຳໜັກເລີ້ມຕົ້ນ 27 ກຼ ໄດ້ນ້ຳໜັກ 1455 ກຼ , ໄກ່ ຫອນຈູ ນ້ຳໜັກເລີ້ມຕົ້ນ 27 ກຼ ໄດ້ນ້ຳໜັກ 1380 ກຼ , ໄກ່ແຈ້ ນ້ຳໜັກເລີ້ມຕົ້ນ 25 ກຼ ໄດ້ນ້ຳໜັກ 1060 ກຼ (ຕາຕະລາງ 5 ແລະ ເສັ້ນສະແດງ ທີ່ 2).

ຕາຕະລາງ 5 : ການຈະເລີນເຕີບໂຕຂອງໄກ່ລາດ 5 ຊະນິດພັນທີ່ລ້ຽງ 5 ເດືອນ(ນ້ຳໜັກກຼາມ/ເດືອນ/ໂຕ)

ນ້ຳໜັກ 1 2 3 4 5
ແນວພັນ(T) ເກີດໃໝ່ (g) (g) (g) (g) (ນ/ໜສຸດທ້າຍ)
ໄກ່ອູ 30 198 438 750 1100 1480
ດູກດຳ 27 186 390 710 1030 1410
ຫອນຈູ 27 180 376 680 1000 1380
ໄກ່ໂຢກ 29 192 420 720 1070 1455
ໄກ່ແຈ້ 25 173 410 680 905 1060

 

 

ຖ້າເບີ່ງດ້ານອັດຕາການຈະເລີນເຕີບໂຕ ກຼາມ/ມື້ ເຫັນວ່າຄ່າສະເລ່ຍຂອງໄກ່ອູ ແມ່ນດີທີ່ສຸດ ຄື: 16 ກຼ/ມື້ , ໄກ່ໂຢກ 15.6 ກຼ/ມື້, ໄກ່ດູກດຳ 15.2 ກຼ/ມື້, ໄກ່ຫອນຈູ 14.8 ກຼາມ/ມື້, ໄກ່ແຈ້ 12.6 ກຼ/ມື້ ດັ່ງລາຍລະອຽດຢູ່ໃນຕາຕະລາງທີ 6.

ຕາຕະລາງ 6: ອັດຕາການຈະເລີນເຕີບໂຕ(ການສ້າງນ້ຳໜັກ), ກຼ/ມື້ ຂອງໄກ່ລາດ 5 ຊະນິດພັນ

ຊະນິດພັນ/ເດືອນ 1 2 3 4 5 ສະເລ່ຍ
ໄກ່ອູ 6 9 16 21 29 16.0
ດູກດຳ 5 8 16 18 29 15.2
ຫອນຈູ 5 7 15 18 28 14.8
ໄກ່ໂຢກ 5 9 15 20 28 15.6
ໄກ່ແຈ້ 5 9 14 16 19 12.6

 

ປະສິດທິຜົນການປ່ຽນອາຫານເປັນຊີ້ນ ໄກ່ດູກດຳຈະໃຊ້ອາຫານໜ້ອຍກວ່າໃນການແລກປ່ຽນເປັນຊີ້ນຄຶ: 4.43 ກລ ອາຫານ/ກລ ຊີ້ນ, ຖັດລົງມາແມ່ນໄກ່ອູ ແລະ ໄກ່ໂຢກ, ໄກ່ຫອນຈູ ແລະ ໄກ່ແຈ້ ແມ່ນມີອັດຕາແລກ ປ່ຽນອາຫານເປັນຊີ້ນສູງ ຫລີ ນຳໃຊ້ອາຫານສີ້ນເປື້ອງຫຼາຍກວ່າໝູ່ຄື: 4.50, 4.52 ແລະ 5.43, ຕາມລຳດັບ (ຕາຕະລາງ 7). ຖ້າສົມທຽມໃສ່ໄກ່ເຫຼືອງຕາມຮວງ (882) ຫວຽດນາມ ແມ່ນ ສີ້ນເປືອງອາຫານຫນ້ອຍກ່ວາ 3.17 ກລ/ກລຊີ້ນ. ໄກ່ຣີ ເປັນໄກ່ພື້ນເມືອງຂອງຫວຽດນາມຊະນິດໜື່ງມີຊື່ສຽງທາງດ້ານຄຸນຄ່າອາຫານ, ໄກ່ຣີ ມີອັດຕາການແລກປ່ຽນອາຫານເປັນຊີ້ນ (ກລ/ກລ) ຄື: 4.12 ແລະ ໂຕຜູ້ມີອັດຕາແລກປ່ຽນປະມານ 3.00 ຊຶ່ງເຫັນວ່າດີກວ່າໄກ່ລາດເຮົາ (ເຈິນກົງເຊິນ ແລະ ຟຸງດຶ່ງຕຽນ, 1996).

ຕາຕະລາງ 7: ຜົນການສຶກສາດ້ານການຈະເລີນເຕີບໂຕຂອງໄກ່ລາດ 5 ຊະນິດພັນທີ່ລ້ຽງ20ອາທິດ.

ຂໍ້ມູນ ໄກ່ອູ ໄກ່ດູກດຳ ໄກ່ຫອນຈູ ໄກ່ໂຢກ ໄກ່ແຈ້
ນ້ຳໜັກ​ເລີ້ມ​ຕົ້ນ 30 27 27 29 25
ຈ/ນອາຫານທັງໝົດທີ່ໃຊ້,ກຼາມ/ໂຕ 6.521 6.127 6.116 6.413 5.624
ຈ/ນອາຫານ,ກຼາມ/ໂຕ/ມື້ 46.6 43.8 43.69 45.8 40.2
ນ້ຳໜັກ​ສຸດ​ທ້າຍ,ກຼາມ/ໂຕ 1450 1383 1353 1426 1035
ການແລກປ່ຽນອາຫານເປັນຊີ້ນ(FCR) 4.50 4.43 4.52 4.50 5.43
ການສ້າງນ້ຳໜັກ,ກຼາມ/ໂຕ/ມື້(adg) 16.0 15.2 14.8 15.6 12.6
ອັດຕາ​ການ​ລ້ຽງ​ຫຼອດ​ຕາຍ(%) 86.2 92.5 88.7 87.5 91.2

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029

ຖົ່ວ ສະໄຕໂລ ນ້ຳຊ່ວງ (Stylosanthes guianensis cv Namsuang

ຊື່ວິທະຍາສາດ: Stylosantes guianensis cv. Namsuang
ຊື່ທົ່ວໄປ: Stylo Namsuang
ຊື່ລາວ: ສະໄຕໂລ ນ້ຳຊ່ວງ

ສະພາບແວດລ້ອມຂອງເຂດສຶກສາສາຍພັນ (ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ)

ສູນຄົ້ນຄ້ວາການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18°15´N ແລະ ເສັ້ນຂະຫນານທີ່ 102°27´E), ຫ່າງຈາກນະຄອນຫລວງວຽງຈັນປະມານ 42 ກິໂລແມັດ ໄປຕາມສາຍທາງເລກທີ່ 13 ເຫນືອ, ມີຄວາມສູງຈາກຫນ້ານ້ຳທະເລປະມານ 202 ແມັດ. ສະພາບຂອງດີນ ແມ່ນ ເປັນດິນຊາຍແກມຕົມ, ຊຶ່ງປະກອບມີ ຊາຍ 66%, ດິນດາກ 13% ແລະ ດິນຕົມ 21% (ຈາກຊັ້ນດິນ 0-20 ຊັງຕິແມັດ). ອົງປະກອບທາງເຄມີຂອງດິນ ແມ່ນມີ: pH = 5.2; ທາດອົງຄະທາດ 1.45% ; 0.03% N; 13.3 mg P kg-1; 360 mg K kg-1; 780 mg Ca kg-1 ແລະ 320 mg Mg kg-1.
ສະພາບອາກາດ ແມ່ນ ສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງ ແຕ່ເດືອນ 11 ຫາ ເດືອນ 4 ແລະ ລະດູຝົນແມ່ນ ແຕ່ເດືອນ 5 ຫາ ເດືອນ 10. ປະລິມານນ້ຳຝົນສະເລັ່ຍ ແມ່ນ 1660 ± 300 ມມ, ຊຶ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນ 5 ຫາ ເດືອນ 10 ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນ 8 ຫາ ເດືອນ 9. ອຸນນະພູມສະເລັ່ຍສູງສຸດ ແມ່ນ ແຕ່ 23.5 ຫາ 31.3°C ສະເລັ່ຍຕ່ຳສຸດ ແມ່ນ 16.4 to 24.9°C.

ຕາຕະລາງ 1 ອຸນນະພູມ ແລະ ປະລິມານນ້ຳຝົນ ຂອງ ເຂດ ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ (ສະເລັ່ຍແຕ່ປີ 2009 – 2016)

ເດືອນ ອຸນະພູມສະເລັ່ຍ (°C) ປະລິມານນ້ຳຝົນ (ມມ)
ຕ່ຳສຸດ ສູງສຸດ
ມັງກອນ 16.5 33.5 6.2
ກຸມພາ 19.0 35.1 11.6
ມິນາ 21.5 37.4 36.1
ເມສາ 23.5 38.7 85.3
ພືດສະພາ 24.6 37.6 253.8
ມິຖຸນາ 24.6 35.0 279.8
ກໍລະກົດ 24.7 33.3 272.4
ສິງຫາ 24.6 33.8 335.6
ກັນຍາ 24.1 34.9 297.4
ຕຸລາ 22.9 33.8 79.9
ພະຈິກ 19.3 33.8 11.0
ທັນວາ 16.7 32.2 2.5

 

ປະຫວັດຄວາມເປັນມາຂອງສາຍພັນ

ແນວພັນຖົ່ວສະໄຕໂລ ແມ່ນ ເປັນພືດພື້ນເມືອງ ແລະ ມີຖິ່ນກຳເນີດຢູ່ແຖວແຕ່ອາເມລິກາກາງ (ປະເທດຄອດສະຕາລິກາ, ກົວເຕມາລາ, ຮອນດູຣັດ, ນິກະລະກົວ ແລະ ປານາມາ) ຫາ ອາເມລິກາໃຕ້ (ໂບລິວີ, ບຼາຊີນ, ໂຄລຳເບຍ, ເປຣູ ແລະ ເວເນຊູເອລາ).
ແນວພັນຖົ່ວສະໄຕໂລ ໄດ້ຖືກນຳເຂົ້າມາປະເທດລາວ ແມ່ນ ດົນນານພໍສົມຄວນ ສ່ວນໃຫຍ່ແມ່ນຖືກນຳມາຄົ້ນຄ້ວາໂດຍນັກສຶກສາຈາກປະເທດອົດສະຕາລີ ໃນທ້າຍຊຸມປີ 1960, ຫລັງຈາກນັ້ນໂຄງການລ້ຽງສັດລາວ-ອົດສະຕາລີ ໄດ້ນຳເອົາຖົ່ວສະໄຕໂລຫລາຍສາຍພັນ ເປັນຕົ້ນແມ່ນ ສາຍພັນ ເວຣາໂນ (Stylosanthes hamata cv. Verano) ແລະ ເຊກາ (Stylosanthes scabra cv. Seca) ມາທົດສອບນຳໃຊ້ເປັນອາຫານສັດ ໃນຊຸມປີ 1980 ຊຶ່ງເດັ່ນກ່ວາຫມູ່ ແມ່ນ ການຫວ່ານໃສ່ຕາມແຄມທາງເພື່ອປັບປຸງແຫລ່ງອາຫານທີ່ມີຢູ່ຕາມທຳມະຊາດ ແຕ່ ວຽງຈັນລົງໄປທາງພາກໃຕ້ ຈົນຮອດເມືອງໂຂງ ແຂວງຈຳປາສັກ.
ສ່ວນສາຍພັນສະໄຕໂລນ້ຳຊ່ວງ ແມ່ນພັດທະນາມາຈາກສາຍພັນ CIAT 184 ຫລືມີຊື່ອື່ນທີ່ແຕກຕ່າງກັນ ເຊັ່ນ CPI 133548 ແລະ ILCA-00164 ໂດຍຂຶ້ນກັບອົງການຕ່າງໆທີ່ພັດທະນາ, ຊຶ່ງສາຍພັນດັ່ງກ່າວ ແມ່ນ ຖືກນຳເຂົ້າມາລາວຄັ້ງທຳອິດພ້ອມກັບພືດອາຫານສັດສາຍພັນອື່ນໆ ອີກ 152 ສາຍພັນ (ລວມທັງຫຍ້າ ແລະ ຖົ່ວພືດອາຫານສັດ) ແມ່ນໃນປີ 1995 ໂດຍໂຄງການສົ່ງເສີມການປຸກພືດອາຫານສັດສຳລັບຊາວກະສິກອນ, ຊຶ່ງໄດ້ມີການນຳມາທົດສອບ ຢູ່ສູນລ້ຽງສັດ ເຂດນ້ຳຊ່ວງ ກ່ຽວກັບການປັບຕົວຕໍ່ສະພາບດິນຟ້າອາກາດ, ການຜະລິດ ແລະ ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້, ຊຶ່ງຜ່ານການສຶກສາທົດສອບໃນຄັ້ງນັ້ນສາຍພັນສະໄຕໂລ CIAT 184 ແມ່ນສາຍພັນຖົ່ວທີ່ເດັ່ນກ່ວາຫມູ່ ທາງດ້ານການປັບຕົວຕໍ່ສະພາບແວດລ້ອມ ແລະ ການຜະລິດ ເມື່ອສົມທຽບກັບຖົ່ວພືດອາຫານສັດຈຳນວນ 118 ສາຍພັນທີ່ນຳມາທົດສອບໃນຄັ້ງນັ້ນ. ດັ່ງນັ້ນ, ສູນຄົ້ນຄ້ວາການລ້ຽງສັດ ຈຶ່ງໄດ້ມີການວາງແຜນສືບຕໍ່ ໃນການສຶກສາມາເປັນໄລຍະໆ ແລະ ພັດທະນາ ສະໄຕໂລ CIAT 184 ມາເປັນສາຍພັນຖົ່ວສະໄຕໂລສາຍພັນນ້ຳຊ່ວງ.

ຄຸນລັກສະນະຂອງສາຍພັນ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ພືດຢືນຕົ້ນໄລຍະສັ້ນ (3-4 ປີ), ມີການຈະເລີນເຕີບໂຕແບບເປັນພຸ່ມຕັ້ງຊື່ຂຶ້ນໄປ ມີຄວາມສູງປະມານ 1 ແມັດ ຫາ 1.50 ແມັດ, ມີກິ່ງກ້ານຫລາຍເປັນພຸ່ມ. ພາຍໃນສະພາບທີ່ມີການຕັດ ຫລືເຂົ້າກັດກິນຂອງສັດ ຈະແພ່ກະຈາຍອອກທາງດ້ານຂ້າງເລັກນ້ອຍ. ລຳຕົ້ນມີຂົນ ແລະ ອ່ອນນຸ້ມ ແຕ່ເວລາແກ່ຂຶ້ນມາລຳຕົ້ນຈະແຂງ. ໃບຈະມີຮູບຮ່າງເຫມືອນໃບຫອກ ກ້ວາງ 7 – 13 ມມ ແລະ ຍາວ 15 – 55 ມມ. ມີລະບົບຮາກແກ້ວທີ່ແຂງແຮງແລະຢັ່ງລົງເລິກ ຊ່ວຍເຮັດໃຫ້ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ ແລະ ສາມາດປັບຕົວໄດ້ດີໃນເຂດທີ່ມີປະລິມານນ້ຳຝົນປະມານ 1200 ມມ. ດອກຂອງຖົ່ວສະໄຕໂລ ນ້ຳຊ່ວງ ຈະເປັນຊໍ່ດອກເປັນກຸ່ມ ໃນແຕ່ລະຊໍ່ຈະມີປະມານ 2-3 ດອກ ທີ່ມີສີເຫລືອງ. ແກ່ນພັນຈະມີສີ ນ້ຳຕານແກ່ ຈົນເຖິງດໍາ ມີຄວາມຍາວປະມານ 1.75 ມມ. ໃນນຶ່ງກິໂລ ຈະມີແກ່ນພັນປະມານ 264.000 – 352.000 ແກ່ນ ແລະ ຈະເປັນແກ່ນທີ່ມີເປືອກຫຸ້ມແຂງປະມານ 75%.

ການຜະລິດ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນສາມາດປູກໄດ້ໃນຫລາຍໆເຂດຂອງ ສປປ ລາວ ຍົກເວັ້ນເຂດທີ່ມີດິນເຄັມ (pH: 8 ຂຶ້ນໄປ) ຈະມີບັນຫາດ້ານການຈະເລີນເຕີບໂຕ. ການຄັດເລືອກພື້ນທີ່ສຳລັບປູກ ຖົ່ວສະໄຕໂລນ້ຳຊ່ວງ ຕ້ອງເປັນບ່ອນນ້ຳບໍ່ຖ້ວມ ເພາະຖົ່ວສາຍພັນນີ້ບໍ່ທົນທານຕໍ່ສະພາບນ້ຳຖ້ວມ. ການກຽມດິນຄັ້ງທຳອິດ ຄວນໄຖປະໄວ້ແຕ່ຕົ້ນເດືອນພຶດສະພາ ແລະ ປະໄວ້ ປະມານ 2-4 ອາທິດ ເພື່ອເປັນການຂ້າວັດສະພືດ ຫລັງຈາກນັ້ນຈຶ່ງໄຖພວນ ຄືນ ແລະ ຄາດອີກຄັ້ງນຶ່ງແລ້ວຈຶ່ງປູກ.
ການປູກ ແມ່ນ ຄວນປູກໃນຕົ້ນລະດູຝົນ ແຕ່ທ້າຍເດືອນພິດສະພາ ຫາ ກາງເດືອນກໍລະກົດ ເພາະຖ້າປູກຊ້າຖົ່ວຈະມີໄລຍະການຈະເລີນເຕີບໂຕສັ້ນລົງ ເນື່ອງຈາກວ່າຖົ່ວສະໄຕໂລນ້ຳຊ່ວງ ແມ່ນຈະເລີ່ມອອກດອກແຕ່ກາງເດືອນຕຸລາເປັນຕົ້ນໄປ ຊຶ່ງຈະເຮັດໃຫ້ຖົ່ວມີການກ້າວໄປສູ່ໄລຍະຂອງການສືບພັນ ສົ່ງຜົນໃຫ້ການຈະເລີນເຕີບໂຕຂອງຖົ່ວຫລຸດລົງ ແລະ ຈະເຮັດໃຫ້ຜົນຜະລິດຕ່ຳ. ການປູກສາມາດປູກໄດ້ໂດຍວິທີການຫວ່ານ ຫລື ປູກເປັນແຖວ. ການປູກດ້ວຍວິທີການຫວ່ານ ແມ່ນ ຈະໃຊ້ເມັດພັນປະມານ 8-12 ກິໂລ ຕໍ່ ເຮັກຕາ, ແຕ່ຖ້າປູກແບບເປັນແຖວ ແຕ່ລະແຖວຄວນຫ່າງກັນປະມານ 30 ຊມ, ການນຳໃຊ້ເມັດພັນແມ່ນປະມານ 3-5 ກຼາມ ຕໍ່ ແຖວຍາວ 10 ແມັດ, ແຕ່ແນວໃດກະຕາມການກຳນົດອັດຕາເມັດພັນຕໍ່ເນື້ອທີ່ ຍັງຂຶ້ນກັບສະພາບຂອງດິນ ແລະ ຄວາມຮ້າຍແຮງຂອງວັດສະພືດໃນເຂດດັ່ງກ່າວດ້ວຍ. ເນື່ອງຈາກເມັດພັນຖົ່ວສະໄຕໂລນ້ຳຊ່ວງ ຈະມີເປືອກຫຸ້ມແຂງ ຈຶ່ງຄວນນຳເມັດພັນໄປແຊ່ນ້ຳຮ້ອນ 80 ºc ນານປະມານ 5 ນາທີ ແລ້ວເອົາລົງແຊ່ນ້ຳເຢັນເພື່ອປ້ອງກັນບໍ່ໃຫ້ເມັດທີ່ຢູ່ທາງໃນຕາຍ ແລ້ວຈຶ່ງນຳໄປເບີຍໄວ້ໃຫ້ແຫ້ງຈຶ່ງເອົາໄປປູກ. ການເອົາເມັດພັນແຊ່ນ້ຳຮ້ອນ ແມ່ນ ເພື່ອທຳລາຍເປືອກຫຸ້ມແຂງຂອງເມັດພັນ ແລະ ຈະຊ່ວຍກະຕຸ້ນໃຫ້ມີອັດຕາຄວາມງອກສູງຂຶ້ນອີກ. ຫລັງຈາກປູກໄດ້ປະມານ 2-4 ອາທິດ ຄວນມີການເສຍຫຍ້າຂ້າຫຸ່ນ ແລະ ຕ້ອງເຮັດອີກຄັ້ງເມື່ອເຫັນວ່າມີວັດສະພືດຫນາແຫນ້ນຂຶ້ນອີກ.

     ຖົ່ວສະໄຕໂລນ້ຳຊ່ວງຈະສາມາດຕັດມານຳໃຊ້ໄດ້ໃນຄັ້ງທຳອິດເມື່ອມີອາຍຸ 60-90 ມື້ ຫລັງຈາກປູກ ແລະ ຄັ້ງຕໍ່ໄປທຸກໆ 45-60 ມື້, ການຕັດຄວນຕັດໃນຄວາມສູງປະມານ 20 ຊມ ຈາກຫນ້າດິນ. ຫລັງຈາກການຕັດແຕ່ລະຄັ້ງ ຄວນມີການໃສ່ຝຸ່ນຄອກໃນອັດຕາປະມານ 200-300 ກິໂລ/ໄລ່/ເທື່ອ. ການນຳໃຊ້ຝຸ່ນຄອກ ໄດ້ມີການແນະນຳອັດຕາການນຳໃຊ້ປະມານ 5 ໂຕນ/ເຮັກຕາ/ປີ.
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ສາມາດນຳໄປປູກຮ່ວມກັບຫຍ້າສາຍພັນຕ່າງໆ ເຊັ່ນ ຫຍ້າກີນີ, ຣູຊີ, ຊິກນານ, ບຼີຊັນຕາ, ມູລາໂຕ, ແກມບາ ແລະ ອື່ນໆ. ແນວໃດກໍຕາມ, ເຖິງວ່າການປູກຫຍ້າປົນກັບຖົ່ວຈະສົ່ງຜົນດີຕໍ່ຄຸນນະພາບຂອງທົ່ງຫຍ້າ ແຕ່ໃນທາງດ້ານການຈັດການຄຸ້ມຄອງແມ່ນມີບັນຫາ ເພາະວ່າຫຍ້າ ແລະ ຖົ່ວພືດອາຫານສັດ ແມ່ນ ມີຄຸນລັກສະນະການຈະເລີນເຕີບໂຕທີ່ແຕກຕ່າງກັນ ເຊັ່ນ ຫຍ້າມີຈຸດຂະຫຍາຍຕົວ ຫລື ຈະເລີນເຕີບໂຕຢູ່ຕ່ຳ ສ່ວນຖົ່ວແມ່ນຢູ່ສູງ, ດັ່ງນັ້ນເມື່ອສັດເຂົ້າກິນໃນທົ່ງຫຍ້າ ເວລາມັນກັດກິນຕ່ຳກໍຈະເຮັດໃຫ້ຖົ່ວຕາຍ. ນອກຈາກນັ້ນ ຫຍ້າຍັງຈະເລີນເຕີບໂຕໄວກ່ວາຖົ່ວ ເຮັດໃຫ້ຫຍ້າປົກຄຸມ ແລະ ເຮັດໃຫ້ຖົ່ວບໍ່ມີຄວາມສາມາດໃນຍາດແຍ່ງເອົາແສງສະຫວ່າງ ແລະ ອາຫານໄດ້. ສະນັ້ນ, ໃນການແກ້ໄຂບັນຫາດັ່ງກ່າວນີ້ ແມ່ນໄດ້ມີການປູກເປັນແຖວສະຫລັບກັນໄປ ຫລື ແຍກເປັນທົ່ງຫຍ້າ ແລະ ທົ່ງຖົ່ວພືດອາຫານສັດອອກຈາກກັນ. ຜົນຜະລິດນ້ຳຫນັກແຫ້ງຂອງຖົ່ວສະໄຕໂລນ້ຳຊ່ວງ ຢູ່ ໃນສະພາບຂອງດິນ ແລະ ສະພາບອາກາດຂອງສູນຄົ້ນຄ້ວາການລ້ຽງສັດ ແມ່ນ ປະມານ 10-13 ໂຕນ ຕໍ່ ເຮັກຕາ ຕໍ່ ປີ ຫລື ໃນປະລິມານຜົນຜະລິດສົດ ແມ່ນ 45 – 60 ໂຕນ ຕໍ່ ເຮັກຕາ, ໃນນີ້ປະມານ 70% ແມ່ນຜົນຜະລິດໃນລະດູຝົນ ແລະ 30% ແມ່ນໃນລະດູແລ້ງ.

ຄຸນຄ່າທາງດ້ານອາຫານ

    ຄຸນຄ່າທາງດ້ານອາຫານຂອງຖົ່ວສະໄຕໂລ ແມ່ນ ມີ ທາດຊີ້ນປະມານ 18-21%, ເຍື້ອໄຍ ADF 28-36% ແລະ NDF 49%, ຊື່ງມັນຂຶ້ນກັບອາຍຸຂອງຖົ່ວໃນເວລາຕັດ ດັ່ງຕາຕະລາງລຸ່ມນີ້:

ອົງປະກອບທາງເຄມີ

ໄລຍະຂອງການຕັດ, ມື້

ຈຳນວນ, %

ທາດຊີ້ນ (CP) 21 21.3
30 20.9
45 18.1
ເຍື້ອໄຍ (CF) 21 21.5
30 24.6
45 24.9
ເຍື້ອໄຍ (ADF) 21 28.8
30 34.7
45 36.2
ເຍື້ອໄຍ (NDF) 21 48.4
30 49.4
45 49.8

 ອົງປະກອບທາງດ້ານອາມີໂນອາຊິດ ຂອງ ຖົ່ວສະໄຕໂລນ້ຳຊ່ວງ ແມ່ນມີໃນຕາຕະລາງລຸ່ມນີ້:

 

ທາດອາມິໂນອາຊິດ % ໃນ ທາດຊີ້ນ
ອາມິໂນອາຊິດພື້ນຖານ
Arginine 12.5
Histidine 4.4
Isoleucine 9.1
Leucine 16.0
Lysine 9.9
Methionine 3.4
Phenylalanine 10.5
Threonine 8.9
Tryptophan 3.3
Valine 10.1
ອາມິໂນອາຊິດສຳຮອງ
Alanine 3.8
Asparatic acid 16.6
Cystine 1.6
Glutamic acid 17.8
Glycine 10.1
Proline 8.7
Serine 8.7
Tyrosine 6.6

ການນຳໃຊ້ເປັນອາຫານສັດ

ຖົ່ວສະໄຕໂລນ້ຳຊ່ວງ ເປັນພຶດຕະກູນຖົ່ວທີ່ມີທາດໂປຼຕີນ, ວິຕາມິນ ແລະ ແຮ່ທາດສູງ ສາມາດນຳໄປເປັນອາຫານສັດຫຼາຍຊະນິດໄດ້ດີເປັນຕົ້ນ ງົວ, ຄວາຍ, ໝູ, ແບ້, ແກະ ແລະ ເປັດ. ຢູ່ ສປປ ລາວ ແມ່ນ ໄດ້ນຳໃຊ້ຖົ່ວສາຍພັນນີ້ຢ່າງກ້ວາງຂວາງ ເປັນອາຫານງົວ, ແບ້ ແລະ ຫມູ ເຊັ່ນ ໃນໄລຍະຜ່ານມາການນຳໃຊ້ເປັນອາຫານເສີມໃນອັດຕາ 30 % ຂອງອາຫານສຳລັບແບ້ ແມ່ນສາມາດເຮັດໃຫ້ແບ້ມີອັດຕາການຈະເລີນເຕີບໂຕທີ່ດີຂຶ້ນທຽບກັບບໍ່ໄດ້ເສີມ ຈາກ 30 ມາ ເປັນ 70 ກຼາມ ຕໍ່ ມື້. ນອກຈາກນັ້ນ, ຍັງມີການນຳໃຊ້ເປັນອາຫານເສີມໃນອັດຕາ 10-20 % ຂອງອາຫານ ສຳລັບຫມູລາດຂອງລາວໃນລະບົບການລ້ຽງຂອງຊາວກະສິກອນ ແມ່ນຈະມີອັດຕາການຈະເລີນເຕີບໂຕຕໍ່ມື້ດີຂຶ້ນຈາກ 100 ກຼາມ ມາເປັນ 350 ກຼາມ.
ເຖິງຢ່າງໃດກໍດີ, ການນຳໃຊ້ສຳລັບສັດກະເພາະດຽວ ແມ່ນ ມີຂໍ້ຈຳກັດ ເພາະມີເຍື່ອໄຍສູງ, ສະນັ້ນຄວນຕັດຖົ່ວສະໄຕໂລນ້ຳຊ່ວງ ເມື່ອມີອາຍຸຍັງອ່ອນ ປະມານ 21-30 ວັນ ຈຶ່ງຈະເຮັດໃຫ້ສັດກະເພາະດ່ຽວມີການຈະເລີນເຕີບໂຕທີ່ດີ. ໃນສູດອາຫານ ສຳລັບສັດປີກສາມາດປະສົມໄດ້ ບໍ່ເກີນ 10 – 15 %, ໝູ 10-20 % ແລະ ກະຕ່າຍ 40%.

 

ການຜະລິດເມັດພັນ
ຖົ່ວສະໄຕໂລນ້ຳຊ່ວງ ຈະເລີ່ມອອກດອກແຕ່ທ້າຍເດືອນຕຸລາ ແລະ ເລີ່ມຕິດແກ່ນຫລາຍໃນເດືອນ ພະຈິກ, ຊຶ່ງການເກັບກ່ຽວແກ່ນຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ໃນທ້າຍເດືອນ ມັງກອນຂອງປີຕໍ່ໄປ. ຜົນຜະລິດເມັດພັນທີ່ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ ແມ່ນໄດ້ປະມານ 350 – 450 ກລ ຕໍ່ ຮຕ.

ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ມີຄວາມແຕກຕ່າງຈາກສາຍພັນອື່ນໆ ເຊັ່ນ: ເວຣາໂນ, ຄຸກ ແລະ ກຼາແຮມ ແມ່ນ ມີຄວາມທົນທານຕໍ່ພະຍາດລຳຕົ້ນເຫນົ່າ (anthracnose) ຊຶ່ງເປັນເຊື້ອເຫັດ ຫລື ເຊື້ອລາພວກ Colletotrichum gloeosporioides.

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029

ເຂົ້າ ໝາກຟຸດ (Makfooth)

ແນວພັນ: ເຂົ້າ ໝາກຟຸດ (Makfooth)
ຊະນິດແນວພັນ: ເຂົ້າໜຽວ
ແຫລ່ງກໍາເນີດ: ຫລວງນໍ້າທາ
ລັກສະນະປະຈໍາພັນ:
• ເປັນພັນເຂົ້າໄຮ່ພື້ນເມືອງທີ່ມີຕົ້ນສູງ 85-110ຊມ
• ເປັນແນວພັນເຂົ້າທີ່ຮູ້ສຶກຕໍ່ຊ່ວງແສງອອກດອກໃນຊ່ວງວັນທີ 24-26/9
• ລວງຍາວຂອງຮວງ: 25-30ຊມ
• ລັກສະນະຂອງເມັດ: ເມັດໃຫຍ່ປຸ້ມ ເປຶອກນອກລາຍແດງ
• ການຈັບເມັດດີ
ຜົນຜະລິດ: 2-3ໂຕນ/ຮຕລັກສະນະເດັ່ນ: ເປັນເຂົ້າໜຽວໄຮ່ທີ່ມີຄວາມທົນທານຕໍ່ສະພາບແຫ້ງແລ້ງ ແລະ ທົນທານຕໍ່ພະຍາດແມງໄມ້

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: