ແນວພັນໄກ່ພື້ນເມືອງລາວ
ແນວພັນໄກ່ພື້ນເມືອງລາວ
ສະພາບລວມ
ໄກ່ລາດເປັນສັດລ້ຽງທີ່ມັກພົບເຫັນຢູ່ບັນດາປະເທດ ອິນດູຈີນ (ລາວ, ຫວຽດນາມ, ກຳປູເຈຍ, ມຽນມາ, ໄທ, ມາເລເຊຍ ແລະ ອິນເດຍ. ມະນຸດໄດ້ນຳມາເອົາໄກ່ມາລ້ຽງເປັນເວລາກ່ວາ 3.000 ປີ, ໂດຍຜ່ານການວິວັດທະນາການໃນການປ່ຽນແປງ ແລະ ການປັບໂຕກັບສິ່ງແວດລ້ອມ ໃນແຕ່ລະໄລຍະ, ຊຶ່ງຂື້ນກັບທຳມະຊາດເປັນຜູ້ເລືອກເຟັ້ນ ຈົນຍັງມີຊີວິດ ແລະ ແຜ່ພັນມາເຖິງປະຈຸບັນນີ້. ໄກ່ພື້ນເມືອງ (ໄກ່ລາດ) ເປັນຊັບສົມບັດອັນລໍ້າຄ່າ ມັນສະແດງເຖິງຄວາມຫຼາກຫຼາຍ ແລະ ອຸດົມສົມບຸນທາງດ້ານຊີວະນາໆພັນຂອງປະເທດຊາດເຮົາ. ສະນັ້ນ, ມັນຈຳເປັນຕ້ອງໄດ້ປົກປັກຮັກ ແລະ ອານຸລັກໄວ້ບໍ່ໃຫ້ໝົດໄປ.
ໃນຊຸມປີຜ່ານການລ້ຽງສັດປີກໃນປະເທດລາວເຮົາຍັງບໍ່ທັນຂະຫຍາຍຕົວເທົ່າທີ່ຄວນໂດຍອີງໃສ່ຂໍ້ມູນສະຖິຕິຂອງ ກະຊວງກະສິກຳ ແລະປ່າໄມ້ ໃນປີ 2011 ແມ່ນມີທັງຫມົດປະມານ 26.8 ລ້ານ ໂຕ (ກະຊວງກະສິກຳ ແລະ ປ່າໄມ້, 2012), ໃນນັ້ນ ແນວພັນສັດປີກພັນພື້ນເມືອງກວມເອົາເຖີງ 80%. ໄກ່ລາດ ເປັນແນວພັນທີ່ມີຄວາມສາມາດປັບຕົວ ແລະ ຂະຫຍາຍຕົວໄດ້ດີຢູ່ກັບສະພາບເງື່ອນໄຂ ແລະ ສິ່ງແວດລ້ອມທີ່ຂາດແຄນອາຫານ ແລະ ມີເຕັກນິກການລ້ຽງແບບທຳມະຊາດ, ໄກ່ລາດມີຄຸນສົມບັດດີເດັ່ນ ສາມາດຫາກິນໄດ້ ດ້ວຍຕົນເອງຕາມແບບທຳມະຊາດ, ມີຄວາມທົນທານພະຍາດໄດ້ດີ, ບໍ່ສິ້ນເປຶອງ, ໃຊ້ແຮງງານໜ້ອຍ ແລະ ມີການລົງທືນນ້ອຍ ແຕ່ໃຫ້ຜົນຕອບແທນສູງ. ນອກຈາກນັ້ນ, ຊີ້ນໄກ່ລາດຍັງມີລົດຊາດແຊບ ແລະ ຄົນນິຍົມບໍລິໂພກ, ມີຕະຫຼາດກວ້າງຂວາງສາມາດລ້ຽງຜະລິດເປັນສິນຄ້າໄດ້.
ຊະນິດພັນໄກ່ລາດຢູ່ລາວ
ຜ່ານການສຳຫຼວດໃນເບື້ອງຕົ້ນປີ 2001 ຢູ່ 3 ແຂວງ: ຫຼວງພະບາງ (ເມືອງຈອມເພັດ ແລະ ຊຽງເງິນ), ແຂວງສະຫວັນນະເຂດ (ເມືອງຈຳພອນ ແລະ ຊົນບູລີ), ແຂວງຈຳປາສັກ (ເມືອງໂພນທອງ ແລະ ຊະນະສົມບູນ) ສາມາດພົບເຫັນໄກ່ລາດທີ່ນິຍົມລ້ຽງກັນມີ 7 ຊະນິດພັນຄື: ໄກ່ອູ, ໄກ່ດູກດຳ, ໄກ່ຫອນຈູ, ໄກ່ໂຢກ, ໄກ່ແຈ້, ໄກ່ຕີ, ໄກ່ຫວາຍ (Somchanh et al, 2001). ດັ່ງມີລາຍລະອຽດໃນຕາຕະລາງ 1.
ຕາຕະລາງ1: ຈຳນວນ ແລະ ຊະນິດພັນໄກ່ລາດທີ່ພົບເຫັນຢູ່ໃນຈຸດທີ່ສຳຫຼວດ
ເຂດຈຸດສຳຫຼວດ | ຈ/ນໄກ່ທີ່ສຳຫຼວດ | ໄກ່ອູ | ໄກ່ດູກດຳ | ໄກ່ຫອນຈູ | ໄກ່ໂຢກ | ໄກ່ແຈ້ | ໄກ່ຕີ | ໄກ່ຫວາຍ |
ຫຼວງພະບາງ | 418 | 86 | 112 | 161 | 22 | 30 | 0 | 7 |
ສະຫວັນນະເຂດ | 536 | 0 | 0 | 0 | 124 | 356 | 50 | 6 |
ຈຳປາສັກ | 440 | 0 | 0 | 0 | 402 | 0 | 35 | 3 |
ລວມ | 1394 | 86 | 112 | 161 | 548 | 386 | 85 | 16 |
ເປີເຊັນ (%) | 100 | 6.2 | 8.0 | 11.5 | 39.3 | 27.7 | 6.1 | 1.1 |
ເຂດຫຼວງພະບາງ: ຊຶ່ງເປັນຕົວແທນໃຫ້ພາກເໜືອພົບເຫັນການລ້ຽງໄກ່ຫອນຈູ ແລະ ໄກ່ດູກດຳຫຼາຍກວ່າໝູ່, ໃນຈຳນວນໄກ່ທີ່ສຳຫຼວດທັງໝົດມີ 418 ໂຕ ທີ່ມີໄກ່ອູ 86 ໂຕ ເທົ່າກັບ 20,6%, ໄກ່ດູກດຳ 112 ໂຕ ເທົ່າກັບ 26.8%, ໄກ່ຫອນຈູ 161 ໂຕ ເທົ່າກັບ 38.5% (ພົບເຫັນຫຼາຍຢູ່ເມືອງຊຽງເງິນ), ໄກ່ໂຢກ 22ໂຕ ເທົ່າກັບ 5.3% , ໄກ່ແຈ້ 30ໂຕ ເທົ່າກັບ 7.2 % , ໄກ່ຕີບໍ່ພົບເຫັນໃນເວລານັ້ນ, ໄກ່ຫວາຍພົບເຫັນເຂດເມືອງປາກອູ 7 ໂຕ ເທົ່າກັບ 1.7%.
ເຂດສະຫວັນນະເຂດ: ທີ່ເປັນຕົວແທນໃຫ້ ພາກກາງ ພົບເຫັນການລ້ຽງໄກ່ແຈ້ ແລະ ໄກ່ໂຢກຫຼາຍກວ່າໝູ່, ໃນຈຳນວນໄກ່ທີ່ສຳຫຼວດມີ 536ໂຕ ບໍ່ພົບເຫັນການລ້ຽງໄກ່ອູ, ໄກ່ດູກດຳ, ໄກ່ຫອນຈູຈັກໂຕໃນເວລານັ້ນ, ໄກ່ໂຢກ 224ໂຕ ເທົ່າກັບ 23.1%, ໄກ່ແຈ້ 356ໂຕ ເທົ່າກັບ 66.4 % ( ພົບເຫັນຫຼາຍຢູ່ເມືອງຊົນບູລີ), ໄກ່ຕີ 50 ໂຕ ເທົ່າກັບ 9.3%, ໄກ່ຫວາຍ 6 ໂຕ ເທົ່າກັບ 1.1%.
ເຂດຈຳປາສັກ: ທີ່ເປັນຕົວແທນໃຫ້ ພາກໃຕ້ ພົບເຫັນການລ້ຽງໄກ່ໂຢກຫຼາຍກວ່າໝູ່, ໃນຈຳນວນໄກ່ທີ່ສຳຫຼວດມີ 440 ໂຕ ບໍ່ພົບເຫັນການລ້ຽງໄກ່ອູ, ໄກ່ດູກດຳ, ໄກ່ຫອນຈູຈັກໂຕໃນເວລານັ້ນ, ໄກ່ໂຢກ 402 ໂຕ ເທົ່າກັບ 91.4% (ພົບເຫັນຫຼາຍຢູ່ເມືອງໂພນທອງ), ໄກ່ແຈ້ບໍ່ພົບເຫັນຈັກໂຕ , ໄກ່ຕີ 35ໂຕ ເທົ່າກັບ 8%, ໄກ່ຫວາຍ 3 ໂຕ ເທົ່າກັບ 0.7%.
ສະຫຼຸບໂດຍລວມແລ້ວ ໄກ່ທີ່ໄດ້ສຳຫຼວດຈາກ 3 ເຂດ: ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ມີຈຳນວນໄກ່ທີ່ສຳຫຼວດທັງໝົດ 1394 ໂຕ ໃນນັ້ນ ມີການລ້ຽງໄກ່ໂຢກເປັນອັນດັບ 1 ຄື: 548ໂຕ ເທົ່າກັບ 39.3%, ອັນດັບທີ 2 ແມ່ນໄກ່ແຈ້ 386 ໂຕ ເທົ່າກັບ 27.7%, ອັນດັບທີ 3 ແມ່ນ ໄກ່ຫອນຈູ 161 ໂຕ ເທົ່າກັບ 11.5%, ອັນດັບທີ 4 ແມ່ນໄກ່ດູກດຳ 112 ໂຕ ເທົ່າກັບ 8%, ອັນດັບທີ 5 ແມ່ນ ໄກ່ອູ 86 ໂຕ ເທົ່າກັບ 6.2%, ອັນດັບທີ 6 ແມ່ນໄກ່ຕີ 85 ໂຕ ເທົ່າກັບ 6.1% ແລະ ພົບເຫັນໜ້ອຍສຸດແມ່ນໄກ່ຫວາຍມີພຽງ 1.1% (Somchanh et al, 2001).
ຜົນຜະລິດ ແລະ ລັກສະນະລວມທົ່ວໄປຂອງໄກ່ລາດ
ໃນການສຶກສາພົບວ່າສ່ວນປະກອບຂອງຝູງໄກ່ປະມານ 25-30% ແມ່ນອັດຕາສ່ວນຂອງໄກ່ພໍ່ແມ່ພັນ, 30-35% ແມ່ນໄກ່ລຸ້ນ ແລະ 40-45% ແມ່ນໄກ່ນ້ອຍ. ອັດຕາສ່ວນໄກ່ຜູ້ຕໍ່ໄກ່ແມ່ໃນການຄຸມຝູງແມ່ນສູງຄື: 1 ຕໍ່ 3 ໝາຍຄວາມວ່າ ຊາວກະສິກອນລ້ຽງໄກ່ຜູ້ໃນລະດັບອັດຕາສ່ວນທີ່ເກີນຄວາມຈຳເປັນ. ອາຫານທີ່ໄກ່ແມ່ຊອກຫາໄດ້ເອງແມ່ນມີຄວາມຈຳກັດ ແລະ ບໍ່ພຽງພໍ, ສະນັ້ນ ເຮັດໃຫ້ຜົນຜະລິດໄຂ່ຕໍ່າ ແລະ ເປັນການກະທົບຕໍ່ການຂະຫຍາຍຕົວຂອງຝູງໄກ່ (Somchanh et al, 2001; ບຸນຖອງ ບົວຫອມ ແລະ ຄະນະ, 2006).
ການຜະລິດໄຂ່ຢູ່ໃນລະດັບ 55-78 ໜ່ວຍ/ແມ່/ປີ. ໄກ່ແມ່ຈະໃຫ້ໄຂ່ 4-5 ຄັ້ງ/ແມ່/ປີ, ແຕ່ລະຄັ້ງໃຫ້ໄຂ່ 11-14 ໜ່ວຍ, ນ້ຳໜັກໄຂ່ສະເລ່ຍ 35-40 ກຼາມ, ອາຍຸເລີ່ມໃຫ້ໄຂ່ທຳອິດ 185-203 ວັນ(ໄກ່ພັນໄຂ່ 18 ອາທິດ) ແລະ ມີນ້ຳໜັກໂຕ 1.0-1.3 ກຣາມ. ໄກ່ລາດໃຊ້ເວລາຫຼາຍໃນການລ້ຽງລູກຂອງມັນ, ຈຶ່ງເປັນເຫດຜົນໜື່ງເຮັດໃຫ້ການຜະລິດຂອງໄກ່ລາດຕໍ່າ (Somchanh et al, 2001; ບຸນຖອງ ບົວຫອມ ແລະ ຄະນະ, 2006).
ອັດຕາການຕາຍຂອງໄກ່ນ້ອຍອາຍຸຕໍ່າກວ່າ 2 ເດືອນ ທີ່ລ້ຽງຢູ່ໃນຮູບແບບຂອງຊາວກະສິກອນແມ່ນສູງ 60-75%, ອັດຕາການຕາຍຂອງໄກ່ລຸ້ນ ແລະໄກ່ໃຫຍ່ 25-35% ຂື້ນກັບແຕ່ລະເຂດ ແລະ ມີຄວາມແຕກຕ່າງກັນ ສະຫຼຸບແລ້ວ ອັດຕາການຕາຍຂອງໄກ່ລາດແມ່ນສູງ , ສາຍເຫດຕົ້ນຕໍແມ່ນເກີດຈາກພະຍາດລະບາດ ແລະ ການຂາດແຄນອາຫານທີ່ມີທາດບຳລຸງລ້ຽງທີ່ເໝາະສົມ, ການອະນຸບານໄກ່ນ້ອຍຍັງບໍ່ທັນໄດ້ເອົາໃຈໃສ່ເທົ່າທີ່ຄວນ, ບໍ່ໄດ້ສັກຢາປ້ອງກັນຢ່າງຖືກຕ້ອງ ແລະ ເປັນລະບົບ. ພະຍາດລະບາດ ທີ່ມັກເກີດກັບໄກ່ລາດມີພະຍາດອະຫິວາສັດປີກ, ພະ ຍາດນິວຄະເຊິນ ຊຶ່ງເປັນພະຍາດທີ່ຮ້າຍແຮງ ແລະມັກເກີດຂື້ນເປັນປະຈຳ ໃນຊ່ວງໜ້າຝົນ (5-7) ແລະ ຊ່ວງຍາມໜາວ (12-2) ທຸກປີ (Somchanh et al, 2001; ບຸນຖອງ ບົວຫອມ ແລະ ຄະນະ, 2006).
ລັກສະນະສະເພາະຂອງໄກ່ລາດ 5 ຊະນິດພັນ ແມ່ນ ມີດັ່ງຕໍ່ໄປນີ້:
ໄກ່ໂຢກ:
ເປັນໄກ່ລາດຊະນິດໜື່ງທີ່ມີການລ້ຽງແຜ່ຫຼາຍກວ່າໝູ່ໃນບ້ານເຮົາ ຕົ້ນຕໍຢູ່ໃນເຂດທົ່ງພຽງກວມເອົາ 39,31% ໃນເຂດສຳຫຼວດ (ສະຫວັນນະເຂດ , ຈຳປາສັກ, ຫຼວງພະບາງ), ໄກ່ໂຢກເປັນໄກ່ທີ່ມີນ້ຳໜັກ , ມີຮູບຮ່າງໃຫຍ່ສູງນິຍົມລ້ຽງກັນຫຼາຍ ເພາະວ່າລ້ຽງງ່າຍ, ມີຄວາມທົນທານຕໍ່ສະພາບດິນຟ້າອາກາດໃນບ້ານເຮົາໄດ້ດີ. ນອກນັ້ນ ໄກ່ໂຢກຍັງເປັນໄກ່ທີ່ລ້ຽງໃຫຍ່ໄວ ແລະ ນ້ຳໜັກດີ ໂຕຜູ້ມີນ້ຳໜັກ 1.5 ກລ – 1.8 ກລ , ໂຕແມ່ 1.3-1.5 ກລ.
ໄກ່ແຈ້:
ເປັນໄກ່ທີ່ມີຂະໜາດໂຕນ້ອຍ ແຕ່ເປັນຊະນິດພັນທີ່ພົບເຫັນລ້ຽງຢູ່ທຸກໆເຂດພູດອຍ ແລະ ທົ່ງພຽງ, ສະເພາະຢູ່ໃນເຂດທີ່ສຳຫຼວດກວມເອົາ 27.7%, ໄກ່ແຈ້ມີຮູບຮ່າງນ້ອຍມີຫຼາຍສີງົດງາມ ເຮົາສາມາດຈຳແນກໄດ້ມີ 2 ຊະນິດພັນຄື: ຊະນິດມີຕ້າງຫູຂາວ ແລະ ຊະນິດມີຕ້າງຫູແດງ ໂຕຜູ້ມີນ້ຳໜັກສະເລ່ຍ 0.9 – 1.0 ກລ, ໂຕແມ່ 0.8-0.9 ກລ. ເປັນໄກ່ຊະນິດທີ່ມີລຳໂຕນ້ອຍ ແຕ່ແຂງແຮງ ລ້ຽງງ່າຍ ມີຄວາມທົນທານຕໍ່ສະພາບດິນຟ້າອາກາດໃນບ້ານເຮົາໄດ້ດີ,ໄຂ່ດົກ, ລ້ຽງລູກ ແລະ ຂຸດເຂ່ຍຫາອາຫານເກັ່ງ, ຊີ້ນໄກ່ແຈ້ມີລົດຊາດແຊບດີ.
ໄກ່ຫອນຈູ:
ໄກ່ຫອນຈູເປັນໄກ່ທີ່ລ້ຽງແຜ່ຫຼາຍສົມຄວນມີຄຸນລັກສະນະຄ້າຍຄືກັບໄກ່ແຈ້ ແຕ່ວ່າມີຂະໜາດລຳໂຕໃຫຍ່ກວ່າໄກ່ແຈ້ເລັກນ້ອຍ, ໂຕຜູ້ມີນ້ຳໜັກ 1.3–1.7 ກລ , ໂຕແມ່ 1.2-1.5 ກວມເອົາ 11.5%.
ໄກ່ດູກດຳ:
ໄກ່ດູກດຳເປັນໄກ່ລາດທີ່ລ້ຽງກັນຢູ່ໃນສະເພາະບາງເຂດເທົ່ານັ້ນເຊັ່ນ: ມັກພົບເຫັນຫຼາຍກວ່າໝູ່ແມ່ນເຂດພາກເໜືອ, ມີຫຼາຍຕຳນານໄດ້ກ່າວໄວ້ວ່າໄກ່ດູກດຳເປັນໄກ່ທີ່ມີຄຸນຄ່າດ້ານການບຳລຸງຮ່າງກາຍສູງ, ຂາຍໃນລາຄາແພງ ແລະ ມີຖິ່ນກຳເນີດມາຈາກປະເທດຈີນ. ປະຈຸບັນໄກ່ປະເພດນີ້ຍັງມີຈຳນວນບໍ່ຫຼາຍ , ຢູ່ໃນຈຸດທີ່ສຳຫຼວດພົບເຫັນ 2 ຊະນິດ: ຊະນິດຂົນຂາວ ໜັງດຳ,ຊີ້ນດຳ ພົບເຫັນມີຈຳນວນໜ້ອຍທີ່ສຸດ, ຊະນິດຂົນດຳລ້ວນ ຫຼື ດຳມົ່ນ ຊຶ່ງຖືວ່າເປັນໄກ່ດູກດຳແທ້ ມີຂະໜາດໂຕໃຫຍ່ກວ່າ ແລະ ມີລາຄາແພງ.
+ ໄກ່ດູກດຳມີນ້ຳໜັກ 2.2-2.3 ກລ, ໂຕແມ່ 1.2-1.5, ກວມເອົາປະມານ 8% ຢູ່ໃນພື້ນທີ່ສຳຫຼວດ.
ໄກ່ອູ:
ເປັນໄກ່ທີ່ມີຂະໜາດໂຕໃຫຍ່, ໂຕຜູ້ມີຂົນສີດຳ, ສີແດງປົນຢູ່ທີ່ຄໍ, ປີກ ແລະ ຫາງເລັກນ້ອຍ, ຂົນຫາງຍາວ, ມີນ້ຳໜັກໂຕຜູ້ 2.6-2.8 ກລ, ໂຕແມ່ 1.5 – 1.7 ກລ. ໄກ່ຊະນິດນີ້ພົບເຫັນມີຈຳນວນໜ້ອຍຢູ່ທີ່ແຂວງຫຼວງພະບາງ (ເຂດກິ່ວກະຈຳ, ກິ່ວຂາມປ້ອມ) ກວມເອົາ 6.2%.
ຜ່ານການນຳເອົາໄກ່ລາດພື້ນເມືອງທັງຫມົດ 5 ຊະນິດພັນມາສຶກສາຢູ່ສູນຄົ້ນຄວ້າການລ້ຽງສັດ ແມ່ນ ສາມາດສະຫລຸບໄດ້ກ່ຽວກັບລັກສະນະພາຍນອກເຊັ່ນ ນ້ຳຫນັກ, ຂະຫນາດລວງຍາວ ແລະ ລວງກ້ວາງຂອງຕົນໂຕ, ສີຂົນ, ລັກສະນະການຫາກິນ ແລະ ອື່ນໆ, ຊຶ່ງມີລາຍລະອຽດໃນຕາຕະລາງ 2.
ຕາຕະລາງ2: ລັກສະນະພາຍນອກຂອງໄກ່ພື້ນເມືອງລາວ
ຜົນຂອງການສຶກສາລັກສະນະການຜະລິດຂອງໄກ່ລາດຢູ່ສູນຄົ້ນຄວ້າການລ້ຽງສັດການຜະລິດໄຂ່ ແລະ ໄກ່ນ້ອຍ
ໄກ່ລາດແມ່ນມີພຶດຕິກຳການໄຂ່ແບບໄກ່ປ່າຄືຈະອອກໄຂ່ເປັນຊຸດ ຊຶ່ງຕ່າງກັບໄກ່ພັນໄຂ່, ການໄຂ່ແຕ່ລະຊຸດຈະໃຊ້ເວລາປະມານ 2 ອາທິດ ແລະ ໄດ້ໄຂ່ຈຳນວນ 10-14 ໜ່ວຍ ເມື່ອໄຂ່ໝົດແລ້ວກໍ່ຈະຟັກໄຂ່ ໃຊ້ເວລາ 21 ວັນ ກໍຈະເບາະອອກມາ ແລະ ຫຼັງຈາກນັ້ນແມ່ໄກ່ຈະລ້ຽງລູກຕົນເອງໃຊ້ເວລາປະມານ 3-4 ເດືອນຊຶ່ງຈະກັບເຂົ້າສູ່ການປະສົມພັນຄັ້ງໃໝ່.
ຂໍ້ມູນທີ່ສາມາດເກັບກຳໄດ້ຈາກການສຳຫລວດ ແມ່ນສັງເກດເຫັນວ່າໃນລະບົບການລ້ຽງຂອງຊາວກະສິກອນ ຊຶ່ງສ່ວນໃຫຍ່ແມ່ນລ້ຽງແບບປ່ອຍນັ້ນ ເຖິງແມ່ນວ່າຈຳນວນໄຂ່ຕໍ່ຄັ້ງ ຈະມີຈຳນວນຫລາຍປະມານ 12 ຫນ່ວຍ, ແຕ່ໄກ່ລາດແມ່ນໃຫ້ຈຳນວນໄຂ່ຕໍ່ໂຕຕໍ່ປີ ແມ່ນຕ່ຳປະມານ 60 ຫາ 70 ຫນ່ວຍເທົ່ານັ້ນ (ຕາຕະລາງ 3 ).
ຕາຕະລາງ3: ສະມັດຕະພາບດ້ານການຜະລິດໄຂ່ຂອງໄກ່ລາດທີ່ຊາວກະສິກອນລ້ຽງຢູ່ຊົນນະບົດ
ຂໍ້ມູນດ້ານຜະລິດ | ໄກ່ອູ (n=15) |
ໄກ່ດູກດຳ(n=15) | ໄກ່ຫອນຈູ(n=15) | ໄກ່ໂຢກ(n=15) | ໄກ່ແຈ້ (n=15) |
ຈຳນວນໄຂ່/ແມ່/ປີ | 54.7 | 76.2 | 70.0 | 56.2 | 78.4 |
ຈຳນວນໄຂ່/ຄັ້ງ | 11,4 | 13,6 | 12.5 | 11.7 | 14.0 |
ເປີເຊັນການຟັກໄຂ່ | 67.3 | 80.1 | 75.0 | 70.0 | 80.0 |
ເປີເຊັນການຟັກໄຂ່ | 4.8 | 5.6 | 5.6 | 4.8 | 5.6 |
(n=ຈຳນວນຄອບຄົວ)
ຜ່ານການສຶກສາກ່ຽວກັບການຜະລິດໄຂ່ຂອງໄກ່ລາດ ທັງ 5 ຊະນິດພັນທີ່ທົດລອງລ້ຽງຢູ່ສູນຄົ້ນຄວ້າການລ້ຽງສັດ ດ້ວຍການລ້ຽງໃນລະບົບລ້ຽງຂັງເປັນຄອກ (ຊະນິດພັນລະ ຜູ້ 2 ແມ່ 10 ໂຕ) ສາມາດສະຫລຸບໄດ້ວ່າ ໄກ່ ລາດແມ່ນໃຫ້ຜົນຜະລິດໄຂ່ດີກ່ວາ ໃນລະບົບຂອງຊາວກະສິກອນ, ຊຶ່ງໄກ່ລາດຈະເລີ່ມຕົ້ນຜະລິດໄຂ່ໃນເວລາ ມີອາ ຍຸໄດ້ປະມານ 185 ຫາ 122 ມື້ ແລະ ມີນ້ຳຫນັກແຕ່ 1 ຫາ 1,3 ກລ. ການຜະລິດໄຂ່ຂອງໄກ່ລາດ ແມ່ນມີຄວາມ ແຕກຕ່າງກັນ ຈາກປະມານ 70 ຫາ 100 ຫນ່ວຍ ຕໍ່ ແມ່ ຕໍ່ ປີ, ຊຶ່ງມີເປີເຊັນເປັນໄຂ່ມີເຊື້ອປະມານ 75 ຫາ 87 %. ສ່ວນເປີເຊັນການເບາະແຕກ ແມ່ນຢູ່ໃນລະຫວ່າງ 65 ຫາ 80 %. ລາຍລະອຽດອື່ນໆ ແມ່ນໄດ້ສັງລວມໄວ້ ໃນຕາ ຕະລາງທີ່ 04.
ຜົນຂອງການສຶກສານີ້ ແມ່ນໄດ້ສະແດງໃຫ້ເຫັນວ່າການລ້ຽງໄກ່ລາດ ໃນລະບົບການລ້ຽງທີ່ມີການປັບປຸງ ແມ່ນຈະໃຫ້ຜົນຜະລິດໄຂ່ດີກ່ວາໃນລະບົບທີ່ຊາວກະສິກອນລ້ຽງທົ່ວໄປ, ຊຶ່ງມັນມີຄວາມຈຳເປັນທີ່ຈະຕ້ອງໄດ້ ຊຸກຍູ້ ໃຫ້ຊາວກະສິກອນຫັນປ່ຽນລະບົບການລ້ຽງໄກ່ລາດ ເພື່ອເປັນພື້ນຖານໃຫ້ແກ່ການກ້າວໄປສູ່ການຜະລິດ ເພື່ອເປັນສິນຄ້າ.
ຕາຕະລາງ4: ລັກສະນະດ້ານການຜະລິດຂອງໄກ່ລາດພື້ນເມືອງລາວ, ໂດຍວິທີການລ້ຽງແບບຂັງ ແລະນຳໃຊ້ອາຫານປະສົມ: ອາຫານໄກ່ໄຂ່ 30%, ຮຳອ່ອນ 40%, ສາລີ/ເຂົ້າປຽນ 30%
ລ/ດ | ຄຸນລັກສະນະ | ໄກ່ອູ | ໄກ່ດູກດຳ | ໄກ່ຫອນຈູ | ໄກ່ໂຢກ | ໄກ່ແຈ້ | CV |
1 | ຈຳນວນໄກ່ແມ່ | 32 | 32 | 32 | 32 | 32 | |
2 | ນ້ຳໜັກເລີ່ມໄຂ່ທຳອິດ, ກລ | 1.3 | 1.2 | 1.2 | 1.3 | 1.0 | 0.821 |
3 | ອາຍຸເລີ່ມໄຂ່ທຳອິດ, ວັນ | 203 | 189 | 193.5 | 196.5 | 184.5 | 0.632 |
4 | ຈຳນວນໄຂ່, ໜ່ວຍ/ແມ່/ປີ | 69.3 | 100.5 | 89.0 | 71.6 | 107 | 1.276 |
5 | ຈຳນວນອາຫານສະເລ່ຍ, ກຼ/ວັນ | 90.7 | 81.8 | 82.8 | 88.7 | 82.1 | 0.908 |
6 | ຈຳນວນອາຫານປ່ຽນເປັນໄຂ່, ກຼ | 483.2 | 299.2 | 342.8 | 456.6 | 281.2 | 22.026 |
7 | ອັດຕາການຕາຍໄກ່ນ້ອຍ, % | 8.7 | 5.0 | 6.2 | 7.5 | 5.0 | |
8 | ນ້ຳໜັກໄຂ່ສະເລ່ຍ, ກຼ | 43.0 | 38.0 | 38.5 | 39.2 | 34.4 | |
9 | ອັດຕາສ່ວນຮູບໄຂ່(ຍາວ/ກວ້າງ), ຊມ | 1.3 | 1.3 | 1.3 | 1.3 | 1.3 | |
10 | ເປີເຊັນໄຂ່ມີເຊື້ອ, % | 74.3 | 86.6 | 78.8 | 81.6 | 84.3 | |
11 | ເປີເຊັນການເບາະ,% | 68.4 | 77.8 | 65.3 | 70.8 | 75.9 | |
12 | ນ້ຳໜັກໄກ່ນ້ອຍເກີດໃໝ່, ກຼ | 32.0 | 24.8 | 22.7 | 26.2 | 21.6 | |
13 | ເປີເຊັນໄກ່ນ້ອຍປະເພດ1, % | 78.5 | 87.3 | 82.6 | 88.3 | 85.8 | |
14 | ເປີເຊັນການສູນເສຍຂອງນ້ຳໜັກໄຂ່, % | 21.1 | 30.6 | 38.0 | 29.4 | 33.3 | |
15 | ເປີເຊັນການລ້ຽງຫຼອດຂອງໄກ່ນ້ອຍ, % | 86.2 | 92.5 | 88.7 | 87.5 | 91.3 |
ຜົນຂອງການສຶກສາ ໄດ້ສະແດງໃຫ້ເຫັນວ່າ ໄກ່ແຈ້ເຖີງວ່າຈະມີຂະໜາດໂຕນ້ອຍກວ່າ ແຕ່ມີຄຸນສົມບັດໃນການຜະລິດໄຂ່ (107 ໜ່ວຍ/ປີ) ສູງກວ່າຊະນິດພັນອື່ນໆຄື ໄກ່ດູກດໍາ (100 ໜ່ວຍ/ປີ), ໄກ່ຫອນຈູ (89 ໜ່ວຍ/ປີ), ໄກ່ໂຢກ (75 ໜ່ວຍ/ປີ), ໄກ່ອູ (69 ໜ່ວຍ/ປີ) ຊຶ່ງມີຄວາມແຕກຕ່າງທາງສະຖິຕິ P<0,05.
ລັກສະນະການຜະລິດໄຂ່ຂອງໄກ່ລາດພື້ນເມືອງ ມີຈຸດເດັ່ນອີກອັນໜື່ງຄື: ອັດຕາການແຕກເບາະຂອງໄກ່ນ້ອຍຂອງດູກດຳແມ່ນສູງທີ່ສຸດ 77.8%, ໄກ່ແຈ້ 75.9%, ໄກ່ໂຢກ 70.8%, ໄກ່ອູ 68.4%, ໄກ່ຫອນຈູ 65.3%. ມີອັດຕາການຫຼອດທີ່ດີກວ່າໝູ່ແມ່ນໄກ່ດູກດຳ 92.5%, ໄກ່ແຈ້ 91.25%, ໄກ່ຫອນຈູ 88.75%, ໄກ່ໂຢກ 87.5% , ໄກ່ອູ 86.25%.
ການຈະເລີນເຕີບໂຕ ຂອງໄກ່ລາດ
ການທົດລອງກ່ຽວກັບການຈະເລີນເຕີບໂຕຂອງໄກ່ລາດ ຢູ່ ສູນຄົ້ນຄ້ວາການລ້ຽງສັດ ໂດຍການໃຫ້ອາຫານທີ່ມີລະດັບດຽວກັນສຳລັບໄກ່ທຸກແນວພັນ ໃນໄລຍະການຈະເລີນເຕີບໂຕອັນດຽວກັນ ເຊັ່ນ ໄລຍະທີ່ນຶ່ງ (ອາຍຸ ແຕ່ 0 ຫາ 6 ອາທິດ) ແມ່ນ ນຳໃຊ້ອາຫານທີ່ມີໂປຼຕິນ 21 %, ໄລຍະທີ່ສອງ (7 ຫາ 10 ອາທິດ) ແມ່ນ 18 % ແລະ ໄລຍະທີ່ສາມ (11 ຫາ 20 ອາທິດ) ແມ່ນ 16 %. ຜົນຈາກການທົດລອງໄດ້ສະແດງໃຫ້ເຫັນວ່າການຈະເລີນເຕີບໂຕຂອງໄກ່ອູ ແລະ ໄກ່ໂຢກ ຈະເຕີບໂຕໄດ້ດີກ່ວາພັນອື່ນໆ ເຊັ່ນ ໄກ່ອູມີນ້ຳໜັກເລີ້ມຕົ້ນ 30 ກຼ ພາຍຫຼັງທີ່ລ້ຽງໄດ້ 20 ອາທິດໄດ້ນ້ຳໜັກສຸດທ້າຍ 1480 ກຼ , ໄກ່ໂຢກນ້ຳໜັກເລີ້ມຕົ້ນ 29 ກຼ ໄດ້ນ້ຳໜັກໂຕ 1455 ກຼ , ໄກ່ດູກດຳ ນ້ຳໜັກເລີ້ມຕົ້ນ 27 ກຼ ໄດ້ນ້ຳໜັກ 1455 ກຼ , ໄກ່ ຫອນຈູ ນ້ຳໜັກເລີ້ມຕົ້ນ 27 ກຼ ໄດ້ນ້ຳໜັກ 1380 ກຼ , ໄກ່ແຈ້ ນ້ຳໜັກເລີ້ມຕົ້ນ 25 ກຼ ໄດ້ນ້ຳໜັກ 1060 ກຼ (ຕາຕະລາງ 5 ແລະ ເສັ້ນສະແດງ ທີ່ 2).
ຕາຕະລາງ 5 : ການຈະເລີນເຕີບໂຕຂອງໄກ່ລາດ 5 ຊະນິດພັນທີ່ລ້ຽງ 5 ເດືອນ(ນ້ຳໜັກກຼາມ/ເດືອນ/ໂຕ)
ນ້ຳໜັກ | 1 | 2 | 3 | 4 | 5 | |
ແນວພັນ(T) | ເກີດໃໝ່ | (g) | (g) | (g) | (g) | (ນ/ໜສຸດທ້າຍ) |
ໄກ່ອູ | 30 | 198 | 438 | 750 | 1100 | 1480 |
ດູກດຳ | 27 | 186 | 390 | 710 | 1030 | 1410 |
ຫອນຈູ | 27 | 180 | 376 | 680 | 1000 | 1380 |
ໄກ່ໂຢກ | 29 | 192 | 420 | 720 | 1070 | 1455 |
ໄກ່ແຈ້ | 25 | 173 | 410 | 680 | 905 | 1060 |
ຖ້າເບີ່ງດ້ານອັດຕາການຈະເລີນເຕີບໂຕ ກຼາມ/ມື້ ເຫັນວ່າຄ່າສະເລ່ຍຂອງໄກ່ອູ ແມ່ນດີທີ່ສຸດ ຄື: 16 ກຼ/ມື້ , ໄກ່ໂຢກ 15.6 ກຼ/ມື້, ໄກ່ດູກດຳ 15.2 ກຼ/ມື້, ໄກ່ຫອນຈູ 14.8 ກຼາມ/ມື້, ໄກ່ແຈ້ 12.6 ກຼ/ມື້ ດັ່ງລາຍລະອຽດຢູ່ໃນຕາຕະລາງທີ 6.
ຕາຕະລາງ 6: ອັດຕາການຈະເລີນເຕີບໂຕ(ການສ້າງນ້ຳໜັກ), ກຼ/ມື້ ຂອງໄກ່ລາດ 5 ຊະນິດພັນ
ຊະນິດພັນ/ເດືອນ | 1 | 2 | 3 | 4 | 5 | ສະເລ່ຍ |
ໄກ່ອູ | 6 | 9 | 16 | 21 | 29 | 16.0 |
ດູກດຳ | 5 | 8 | 16 | 18 | 29 | 15.2 |
ຫອນຈູ | 5 | 7 | 15 | 18 | 28 | 14.8 |
ໄກ່ໂຢກ | 5 | 9 | 15 | 20 | 28 | 15.6 |
ໄກ່ແຈ້ | 5 | 9 | 14 | 16 | 19 | 12.6 |
ປະສິດທິຜົນການປ່ຽນອາຫານເປັນຊີ້ນ ໄກ່ດູກດຳຈະໃຊ້ອາຫານໜ້ອຍກວ່າໃນການແລກປ່ຽນເປັນຊີ້ນຄຶ: 4.43 ກລ ອາຫານ/ກລ ຊີ້ນ, ຖັດລົງມາແມ່ນໄກ່ອູ ແລະ ໄກ່ໂຢກ, ໄກ່ຫອນຈູ ແລະ ໄກ່ແຈ້ ແມ່ນມີອັດຕາແລກ ປ່ຽນອາຫານເປັນຊີ້ນສູງ ຫລີ ນຳໃຊ້ອາຫານສີ້ນເປື້ອງຫຼາຍກວ່າໝູ່ຄື: 4.50, 4.52 ແລະ 5.43, ຕາມລຳດັບ (ຕາຕະລາງ 7). ຖ້າສົມທຽມໃສ່ໄກ່ເຫຼືອງຕາມຮວງ (882) ຫວຽດນາມ ແມ່ນ ສີ້ນເປືອງອາຫານຫນ້ອຍກ່ວາ 3.17 ກລ/ກລຊີ້ນ. ໄກ່ຣີ ເປັນໄກ່ພື້ນເມືອງຂອງຫວຽດນາມຊະນິດໜື່ງມີຊື່ສຽງທາງດ້ານຄຸນຄ່າອາຫານ, ໄກ່ຣີ ມີອັດຕາການແລກປ່ຽນອາຫານເປັນຊີ້ນ (ກລ/ກລ) ຄື: 4.12 ແລະ ໂຕຜູ້ມີອັດຕາແລກປ່ຽນປະມານ 3.00 ຊຶ່ງເຫັນວ່າດີກວ່າໄກ່ລາດເຮົາ (ເຈິນກົງເຊິນ ແລະ ຟຸງດຶ່ງຕຽນ, 1996).
ຕາຕະລາງ 7: ຜົນການສຶກສາດ້ານການຈະເລີນເຕີບໂຕຂອງໄກ່ລາດ 5 ຊະນິດພັນທີ່ລ້ຽງ20ອາທິດ.
ຂໍ້ມູນ | ໄກ່ອູ | ໄກ່ດູກດຳ | ໄກ່ຫອນຈູ | ໄກ່ໂຢກ | ໄກ່ແຈ້ |
ນ້ຳໜັກເລີ້ມຕົ້ນ | 30 | 27 | 27 | 29 | 25 |
ຈ/ນອາຫານທັງໝົດທີ່ໃຊ້,ກຼາມ/ໂຕ | 6.521 | 6.127 | 6.116 | 6.413 | 5.624 |
ຈ/ນອາຫານ,ກຼາມ/ໂຕ/ມື້ | 46.6 | 43.8 | 43.69 | 45.8 | 40.2 |
ນ້ຳໜັກສຸດທ້າຍ,ກຼາມ/ໂຕ | 1450 | 1383 | 1353 | 1426 | 1035 |
ການແລກປ່ຽນອາຫານເປັນຊີ້ນ(FCR) | 4.50 | 4.43 | 4.52 | 4.50 | 5.43 |
ການສ້າງນ້ຳໜັກ,ກຼາມ/ໂຕ/ມື້(adg) | 16.0 | 15.2 | 14.8 | 15.6 | 12.6 |
ອັດຕາການລ້ຽງຫຼອດຕາຍ(%) | 86.2 | 92.5 | 88.7 | 87.5 | 91.2 |
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029