ຫຍ້າກີນີນ້ຳຊ່ວງ/Panicum maximum cv Namsuang

 

ຊື່ວິທະຍາສາດ: Panicum maximum cv. Namsuang
ຊື່ທົ່ວໄປ: Guinea Namsuang
ຊື່ລາວ: ຫຍ້າກີນີນໍ້າຊ່ວງ

ສະພາບແວດລ້ອມຂອງເຂດສຶກສາສາຍພັນ (ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ)

ສູນຄົ້ນຄ້ວາການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18°15´N ແລະ ເສັ້ນຂະຫນານທີ່ 102°27´E), ຫ່າງຈາກນະຄອນຫລວງວຽງຈັນປະມານ 42 ກິໂລແມັດ ໄປຕາມສາຍທາງເລກທີ່ 13 ເຫນືອ, ມີຄວາມສູງຈາກຫນ້ານ້ຳທະເລປະມານ 202 ແມັດ. ສະພາບຂອງດີນ ແມ່ນ ເປັນດິນຊາຍແກມຕົມ, ຊຶ່ງປະກອບມີ ຊາຍ 66%, ດິນດາກ 13% ແລະ ດິນຕົມ 21% (ຈາກຊັ້ນດິນ 0-20 ຊັງຕິແມັດ). ອົງປະກອບທາງເຄມີຂອງດິນ ແມ່ນມີ: pH = 5.2; ທາດອົງຄະທາດ 1.45% ; 0.03% N; 13.3 mg P kg-1; 360 mg K kg-1; 780 mg Ca kg-1 ແລະ 320 mg Mg kg-1.
ສະພາບອາກາດ ແມ່ນ ສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງ ແຕ່ເດືອນ 11 ຫາ ເດືອນ 4 ແລະ ລະດູຝົນແມ່ນ ແຕ່ເດືອນ 5 ຫາ ເດືອນ 10. ປະລິມານນ້ຳຝົນສະເລັ່ຍ ແມ່ນ 1660 ± 300 ມມ, ຊຶ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນ 5 ຫາ ເດືອນ 10 ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນ 8 ຫາ ເດືອນ 9. ອຸນນະພູມສະເລັ່ຍສູງສຸດ ແມ່ນ ແຕ່ 23.5 ຫາ 31.3°C ສະເລັ່ຍຕ່ຳສຸດ ແມ່ນ 16.4 to 24.9°C.

ຕາຕະລາງ 1 ອຸນນະພູມ ແລະ ປິລິມານນ້ຳຝົນ ຂອງ ເຂດ ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ (ສະເລັ່ຍແຕ່ປີ 2009 – 2016)

ເດືອນ ອຸນະພູມສະເລັ່ຍ (°C) ປະລິມານນ້ຳຝົນ (ມມ)
ຕ່ຳສຸດ ສູງສຸດ
ມັງກອນ 16.5 33.5 6.2
ກຸມພາ 19.0 35.1 11.6
ມິນາ 21.5 37.4 36.1
ເມສາ 23.5 38.7 85.3
ພືດສະພາ 24.6 37.6 253.8
ມິຖຸນາ 24.6 35.0 279.8
ກໍລະກົດ 24.7 33.3 272.4
ສິງຫາ 24.6 33.8 335.6
ກັນຍາ 24.1 34.9 297.4
ຕຸລາ 22.9 33.8 79.9
ພະຈິກ 19.3 33.8 11.0
ທັນວາ 16.7 32.2 2.5

ປະຫວັດຄວາມເປັນມາຂອງສາຍພັນ

ຫຍ້າກີນີ ມີຖິ່ນກຳເນີດມາຈາກ ປະເທດຕານຊານີ (Tanzania) ທະວີບອາຟຣິກກາ ແລະ ແຜ່ກະຈາຍທົ່ວໄປໃນທຸກປະເທດຂອງອາຟຣິກກາ. ສ່ວນການແຜ່ເຂົ້າມາອາຊີຕາເວັນອອກສ່ຽງໃຕ້ ແມ່ນ ອົງການອາຫານ ແລະ ການກະເສດ ໄດ້ນຳເອົາສາຍພັນດັ່ງກ່າວ ເຂົ້າມາຍັງບັນດາປະເທດຕ່າງໃນພາກພື້ນ ພາຍໃຕ້ໂຄງການຕ່າງໆ ທີ່ກ່ຽວຂ້ອງກັບການສຶກສາ ແລະ ພັດທະນາອາຫານສັດໃນຂົງເຂດ. ຫຍ້າກີນີ ແມ່ນນິຍົມປູກເປັນອາຫານສໍາລັບລ້ຽງສັດຄ້ຽວເອື້ອງ ເຊັ່ນ: ງົວ, ຄວາຍ, ແບ້ ແລະ ແກະ

ສ່ວນສາຍພັນຫຍ້າກີນີນ້ຳຊ່ວງ ແມ່ນພັດທະນາມາຈາກສາຍພັນຫຍ້າກີນີສີມ່ວງ ຊຶ່ງຖືກນຳເຂົ້າມາລາວຄັ້ງທຳອິດພ້ອມກັບພືດອາຫານສັດສາຍພັນອື່ນໆ ອີກ 152 ສາຍພັນ (ລວມທັງຫຍ້າ ແລະ ຖົ່ວພືດອາຫານສັດ) ໃນປີ 1995 ໂດຍໂຄງການສົ່ງເສີມການປຸກພືດອາຫານສັດສຳລັບຊາວກະສິກອນ, ຊຶ່ງໄດ້ມີການນຳມາທົດສອບ ຢູ່ສູນຄົ້ນຄວ້າວການລ້ຽງສັດນ້ຳຊ່ວງ (ນະຄອນຫລວງວຽງຈັນ), ບ້ານ ຫລັກ 32 (ອຸດົມໄຊ), ຫ້ວຍໂຄດ ແລະ ຫ້ວຍພາຍ (ຫລວງພະບາງ) ແລະ ເວີນຄາມ (ຈຳປາສັກ) ເພື່ອສຶກສາກ່ຽວກັບການປັບຕົວຕໍ່ສະພາບດິນຟ້າອາກາດ, ການຜະລິດ, ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້, ຊຶ່ງຜ່ານການສຶກສາທົດສອບໃນຄັ້ງນັ້ນ ສາຍພັນຫຍ້າກີນີສີມ່ວງ ແມ່ນເປັນສາຍພັນໜຶ່ງ ໃນຈຳນວນ 11 ສາຍພັນ ທີ່ໄດ້ຖືກຄັດເລືອກທີ່ປັບຕົວໄດ້ດີໃນຫລາຍໆສະພາບແວດລ້ອມ ຂອງ ສປປ ລາວ ແລະ ຍັງເປັນທີ່ຍອມຮັບຂອງຊາວກະສິກອນໃນການນຳໃຊ້ເປັນອາຫານງົວ, ຄວາຍ. ດັ່ງນັ້ນ, ສູນຄົ້ນຄ້ວາການລ້ຽງສັດ ຈຶ່ງໄດ້ສືບຕໍ່ສຶກສາ ແລະ ເກັບກຳຂໍ້ມູນຫຍ້າກີນີສີມ່ວງ ຢູ່ພາຍໃນສູນ ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ແລະ ພັດທະນາ ມາເປັນສາຍພັນນ້ຳຊ່ວງ ໃນປະຈຸບັນ.

ຄຸນລັກສະນະຂອງສາຍພັນ
ຫຍ້າກີນີນໍ້າຊ່ວງ ເປັນຫຍ້າທີ່ມີອາຍຸຫລາຍປີ ລຳຕົ້ນເຕີບໂຕ ແລະ ແຕກໜໍ່ເປັນລຳຕົ້ນໃໝ່ຄ້າຍກັບກໍຫົວສີໃຄ ໜໍ່ໃໝ່ມີສີມ່ວງເຂັ້ມຫຼື ສີຂຽວອົມມ່ວງ. ເປັນຫຍ້າຢືນຕົ້ນຕັ້ງຊື່, ລໍາຕົ້ນກ້ຽງ, ບໍ່ມີຂົນ. ຄວາມສູງຂອງຫຍ້າ 1,8 – 2,5 ແມັດ. ຫຍ້າກີນີນ້ຳຊ່ວງ ເປັນພືດໃບລ້ຽງດ່ຽວ,

ແຜ່ນໃບມີສີຂຽວເຂັ້ມ ຂະໜາດ 20 – 22 ມມ ໃບຍາວ 80 – 85 ຊຕມ, ແຜ່ນໃບ ແລະ ກາບໃບບໍ່ມີຂົນ. ຫຍ້າກີນີນໍ້າຊ່ວງອອກດອກເປັນຊໍ່, ແຕກແໜງເປັນສີຂຽວອົມມ່ວງ ກ້ວາງປະມານ 14 – 30 ຊຕມ ຍາວປະມານ 15 – 40 ຊມ ດອກມີສີມ່ວງອົມຂຽວ, ເລີ່ມອອກດອກເມື່ອອາຍຸ 90 – 110 ວັນ. ປົກກະຕິຈະເລີ່ມອອກດອກໃນເດືອນກັນຍາ ຫາ ເດືອນຕຸລາ ຊໍ່ດອກໃຊ້ເວລາປະມານ 23 ວັນ ໃນການແຕກຊໍ່. ເມັດຫຍ້າກີນີນໍ້າຊ່ວງມີຮູບຮ່າງຍາວ ຄວາມຍາວປະມານ 2 ມມ ນໍ້າໜັກເມັດ 1 ກຼາມ ຈະມີເມັດ ປະມານ 1.200 – 2.400 ເມັດ.
ຫຍ້າກີນີນ້ຳຊ່ວງ ຈະເລີນເຕີບໂຕໄດ້ດີໃນເງື່ອນໄຂທີ່ມີປະລິ ມານນ້ຳຝົນສູງ, ເຊິ່ງມີປະລິມານນ້ຳຝົນທີ່ຕໍ່າສຸດ ລະດັບ 1.100 – 1.300 ມມ/ປີ, ເປັນຫຍ້າທີ່ທົນທານຕໍ່ນ້ຳຖ້ວມຂັງ ປະມານ 1-2 ອາທິດ ແລະ ເກີດຄືນໄດ້ດີຫລັງຈາກໄຟໄໝ້, ປັບໂຕໄດ້ດີໃນດິນມີຄວາມອຸດົມສົມບູນດີ ແລະ ດິນທີ່ເປັນດ່າງສູງ. ເຖິງຢ່າງນັ້ນກໍຕາມ, ຫຍ້າກີນີນ້ຳຊ່ວງ ຍັງສາມາດເກີດໄດ້ ແລະ ໃຫ້ຜົນຜະລິດໃນລະດັບກາງ ໃນດິນທີ່ມີຄວາມອຸດົມສົມບູນຕ່ຳ ແລະ ດິນທີ່ເປັນກົດ. ຈຸດພິເສດອັນເປັນຈຸດເດັ່ນຂອງຫຍ້າສາຍພັນນີ້ ແມ່ນສາມາດເກີດ ແລະ ເຕີບໂຕໄດ້ດີໃນບ່ອນທີ່ເປັນຮົ່ມ.

 

 

 

 

ການຜະລິດ
ການກະກຽມສະຖານທີ່ປູກ ໂດຍການໄຖດິນເພື່ອກໍາຈັດວັດສະພືດອື່ນໆອອກໃຫ້ໝົດສາກ່ອນ ຫລັງຈາກນັ້ນ ໃຫ້ຫວ່ານປຸ໋ຍຮອງພື້ນ ສູດ 15-15-15 ປະມານ 180 – 300 ກິໂລ/ເຮັກຕາ ຮ່ວມກັບຝຸ່ນຄອກ ອັດຕາ 5 ໂຕນ/ເຮັກຕາ ແລ້ວໄຖພວນດິນອີກເທື່ອໜື່ງ. ການປູກຫຍ້າກີນີນໍ້າຊ່ວງ ແມ່ນ ສາມາດປູກໄດ້ສອງວິທີ ຄື ປູກດ້ວຍແກ່ນ/ເມັດພັນ ແລະ ລຳຕົ້ນ/ທ່ອນພັນ. ການປູກດ້ວຍເມັດພັນ ຕ້ອງມີການທົດສອບຄວາມງອກກ່ອນ ເພື່ອຈະໄດ້ກຳນົດອັດຕາການຫວ່ານໃຫ້ຖືກຕ້ອງຕາມວິທີການປູກ ເຊັ່ນ ການປູກດ້ວຍວິທີການຫວ່ານ ແມ່ນໃຊ້ອັດຕາການຫວ່ານ ປະມານ 12 – 15 ກິໂລ/ເຮັກຕາ, ສຳລັບວິທີແບບໂຮຍເປັນແຖວ ແມ່ນ ປະມານ 6-8 ກິໂລ/ເຮັກຕາ. ຫລັງຈາກການຫວ່ານ ຫລື ໂຮຍແກ່ນແລ້ວ ຄວນມີການຄາດ ຫລື ເຄ່ຍດິນຖົມບາງໆ. ສ່ວນວິທີການ ປູກດ້ວຍລຳຕົ້ນ ໂດຍການຂຸດເປັນສຸມ ແລະ ດີທີ່ສຸດຄວນເລືອກເອົາສຸມ ທີ່ມີອາຍຸປະມານ 20 – 30 ວັນ ໄປແບ່ງປູກເປັນຂຸມ ຂຸມລະປະມານ 3 ຫນໍ່/ຂຸມ ໄລຍະຫ່າງຂອງຂຸມ 30 x 30 ຫລື 50 x 50 ຊມ ໂດຍໃຊ້ຕົ້ນພັນ ປະມານ 2.500 ກິໂລກຼາມ/ເຮັກຕາ.

 

ການເກັບກ່ຽວຜົນຜະລິດຂອງຫຍ້າກີນີນ້ຳຊ່ວງ ແມ່ນສາມາດເຮັດໄດ້ ປະມານ 4 – 6 ຄັ້ງ/ປີ, ຜົນຜະລິດນ້ຳຫນັກສົດ (ຫຍ້າສົດ) ທີ່ເກັບກ່ຽວໄດ້ໃນສະພາບແວດລ້ອມຂອງສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ ທີ່ດິນມີຄວາມອຸດົມສົມບູນຕ່ຳ ແລະ ເປັນກົດສູງ ແມ່ນ ປະມານ 90 – 100 ໂຕນ/ເຮັກຕາ ແລະ ນ້ຳຫນັກແຫ້ງແມ່ນ ປະມານ 20 – 22 ໂຕນ/ເຮັກຕາ. ການເກັບກ່ຽວ ຫລື ຕັດໃຫ້ສັດກິນດ້ວຍການໃຊ້ກ່ຽວ ຫຼື ເຄື່ອງຕັດຫຍ້າແບບພາຍ ຄວນຕັດສູງຈາກໜ້າດິນ ປະມານ 10 – 15 ຊມ, ການຕັດຄັ້ງທໍາອິດ ແມ່ນຫຍ້າຕ້ອງມີອາຍຸໄດ້ 60 – 70 ວັນ ແລະ ຄັ້ງຕໍ່ໆໄປ ຄວນຕັດທຸກໆ 30 – 40 ວັນ. ການດູແລຮັກສາ ຫລັງຈາກການຕັດຫຍ້າທຸກຄັ້ງ ປະມານ 1 – 2 ອາທິດ ແມ່ນໃຫ້ຫວ່ານປຸ໋ຍ ສູດ 15-15-15 ອັດຕາ 60 – 120 ກິໂລ/ເຮັກຕາ ຮ່ວມກັບຝຸ່ນຄອກ 5 ໂຕນ/ເຮັກຕາ ແລະ ເສຍຫຍ້າຂ້າຫຸ່ນ ຈື່ງຈະເຮັດໃຫ້ໄດ້ຜົນຜະລິດດີ.

 

 

 

 

 

ຄຸນຄ່າທາງດ້ານອາຫານ

ອາຍຸການຕັດ ໂປຣຕິນ ໄຂມັນ ເຍື່ອໄຍ ທາດເຖົ່າ NFE ADF NDF ADL TDN
30 ວັນ 13,08 1,40 28,54 12,04 44,89 39,70 67,35 3,65 57,28
45 ວັນ 7,56 1,15 35,13 10,91 45,42 44,17 70,76 4,19 52,19
60 ວັນ 6,97 1,24 31,49 10,34 54,35 40,90 69,49 3,63 55,91

ການນຳໃຊ້ເປັນອາຫານສັດ
ຫຍ້າກີນີນ້ຳຊ່ວງ ແມ່ນຖືກນຳໃຊ້ເປັນອາຫານສັດຄ້ຽວເອື້ອງເປັນສ່ວນໃຫຍ່ ແລະ ເໝາະສົມໃນລະບົບການປູກຕັດໃຫ້ສັດກິນ ຫລາຍກວ່າ ລະບົບກາານປູກແບບປ່ອຍໃຫ້ສັດເຂົ້າກິນ. ເປັນຫຍ້າທີ່ສັດມັກກິນ ແລະ ມີຄຸນະພາບດີ. ນອກ ຈາກການນຳໃຊ້ເປັນອາຫານແບບຫຍ້າສົດແລ້ວ ຍັງສາມາດນຳມາເຮັດເປັນຫຍ້າໝັກ ໄວ້ເປັນອາຫານສັດໃນຍາມຂາດແຄນອາຫານ. ຫຍ້າກີນີນ້ຳຊ່ວງ ຍັງນຳໃຊ້ເປັນອາຫານທີ່ດີສຳລັບປາກິນຫຍ້າອີກດ້ວຍ.

 

 

 

 

ການຜະລິດເມັດພັນ
ຜົນຜະລິດແກ່ນຫຍ້າກີນີນ້ຳຊ່ວງ ແມ່ນຂຶ້ນກັບການດູແລຮັກສາ ແລະ ເຕັກນິກການຜະລິດເມັດພັນ, ເນື່ອງຈາກເມັດພັນຫຍ້າກິນີນ້ຳຊ່ວງ ຈະເປັນເມັດນ້ອຍ ແລະ ແກ່ບໍ່ພ້ອມກັນ ຈຶ່ງເຮັດໃຫ້ແກ່ນທີ່ແກ່ກ່ອນຫຼົ່ນໄວກວ່າ, ຊຶ່ງຜົນຜະລິດແກ່ນ ຈາກການທົດລອງຕົວຈິງຢູ່ສູນຄົ້ນຄ້ວາການລ້ຽງ ສັດ ແມ່ນ ປະມານ 280–350 ກລ/ເຮັກຕາ.
 

 

 

ພະຍາດ ແລະ ແມງໄມ້
ຫຍ້າກີນີນໍ້າຊ່ວງ ສ່ວນໃຫຍ່ແມ່ນບໍ່ມັກມີບັນຫາເລື່ອງພະຍາດລະບາດ ແຕ່ມີບາງເລັກນ້ອຍ ເຊັ່ນ: ແມງໄມ້ ຕັກແຕນ ແລະ ດ້ວງກໍ ທຳລາຍໃນຊ່ວງຖືພາມານ ແລະ ຫຍ້າຖອກຮວງ.

 

 

 

 

 

 

 

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029