ຫຍ້າຣູຊີນ້ຳຊ່ວງ
ຫຍ້າຣູຊີນ້ຳຊ່ວງ
(Brachiaria ruziziensis cv. Namsuang)
ຊື່ວິທະຍາສາດ: Brachiaria ruziziensis cv. Namsuang
ຊື່ສາມັນ: Ruzi Namsuang
ຊື່ລາວ: ຫຍ້າຣູຊີນ້ຳຊ່ວງ
ສະພາບແວດລ້ອມຂອງເຂດສຶກສາສາຍພັນ (ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ)
ສູນຄົ້ນຄ້ວາການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18° 15 ´ N ແລະ ເສັ້ນຂະໜານ ທີ່ 102° 27 ´ E), ຫ່າງຈາກນະຄອນຫລວງວຽງຈັນ ປະມານ 42 ກິໂລແມັດ ໄປຕາມສາຍທາງເລກທີ 13 ເໜືອ, ມີຄວາມສູງຈາກໜ້ານ້ຳທະເລ ປະມານ 202 ແມັດ. ສະພາບຂອງດິນ ແມ່ນເປັນດິນຊາຍແກມຕົມ, ເຊິ່ງປະກອບມີ ຊາຍ 66%, ດິນດາກ 13% ແລະ ດິນຕົມ 21% (ຈາກຊັ້ນດິນ 0-20 ຊັງຕີແມັດ). ອົງປະກອບທາງເຄມີຂອງດິນ ແມ່ນມີ: pH = 5.2; ທາດອົງຄະທາດ 1.45%; 0.03% N; 13.3mg P kg-1; 360mg K kg-1; 780mg Ca kg-1 ແລະ 320mg Mg kg-1.
ສະພາບອາກາດ ແມ່ນສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງ ແຕ່ເດືອນພະຈິກ (11) ຫາ ເດືອນເມສາ (4) ແລະ ລະດູຝົນ ແຕ່ເດືອນພຶດສະພາ (5) ຫາ ເດືອນຕຸລາ (10). ປະລິມານນໍ້າຝົນ ສະເລ່ຍ 1,660 ± 300 ມມ, ເຊິ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນພຶດສະພາ ຫາ ເດືອນຕຸລາ ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນສິງຫາ (8) ຫາ ເດືອນກັນຍາ (9). ອຸນນະພູມສະເລ່ຍສູງສຸດແມ່ນ 23.5 ຫາ 31.3°C ສະເລ່ຍຕ່ຳສຸດແມ່ນ 16.4 to 24.9°C.
ຕາຕະລາງ 1. ອຸນນະພູມ ແລະ ປະລິມານນ້ຳຝົນ ຂອງເຂດສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ (ສະເລ່ຍ ແຕ່ປີ 2009 – 2016)
ເດືອນ | ອຸນະພູມ ສະເລ່ຍ (°C) | ປະລິມານນ້ຳຝົນ (ມມ) | |
ຕ່ຳສຸດ | ສູງສຸດ | ||
ມັງກອນ | 16.5 | 33.5 | 6.2 |
ກຸມພາ | 19.0 | 35.1 | 11.6 |
ມິນາ | 21.5 | 37.4 | 36.1 |
ເມສາ | 23.5 | 38.7 | 85.3 |
ພືດສະພາ | 24.6 | 37.6 | 253.8 |
ມິຖຸນາ | 24.6 | 35.0 | 279.8 |
ກໍລະກົດ | 24.7 | 33.3 | 272.4 |
ສິງຫາ | 24.6 | 33.8 | 335.6 |
ກັນຍາ | 24.1 | 34.9 | 297.4 |
ຕຸລາ | 22.9 | 33.8 | 79.9 |
ພະຈິກ | 19.3 | 33.8 | 11.0 |
ທັນວາ | 16.7 | 32.2 | 2.5 |
ປະຫວັດຄວາມເປັນມາຂອງສາຍພັນ
ຫຍ້າຣູຊີ ມີຊື່ເອີ້ນທີ່ແຕກຕ່າງກັນ ເຊັ່ນ: ຫຍ້າຣູຊີ, ຫຍ້າກົງໂກ ແລະ ຫຍ້າເຄນເນດີຣູຊີ, ເຊິ່ງມີຕົ້ນກໍາເນີດຢູ່ປະເທດກົງໂກ, ທະວີບອາຟະຣິກາ. ຫຍ້າຣູຊີ ແມ່ນຖືກນຳເຂົ້າມາປູກໃນປະເທດລາວຄັ້ງທຳອິດ ໃນທ້າຍຊຸມປີ 1960 ຢູ່ທີ່ສະຖານີລ້ຽງສັດໃຫຍ່ນາແພງ ໂດຍໂຄງການຮ່ວມມື ລາວ-ອົດສະຕາລີ.
ຫຍ້າຣູຊີສາຍພັນນໍ້າຊ່ວງ ແມ່ນໄດ້ນໍາມາປູກຢູ່ສູນຄົ້ນຄວ້າການລ້ຽງສັດ (ເຂດນ້ຳຊ່ວງ) ເພື່ອເຮັດການສຶກສາ, ຄົ້ນຄວ້າ ແລະ ເກັບກໍາຂໍ້ມູນ ເປັນແຕ່ລະໄລຍະເລື້ອຍໆມາ ເຊັ່ນ: ໃນຕົ້ນຊຸມປີ 1980 ໂຄງການລ້ຽງສັດ ລາວ-ອົດສະຕາລີ ໄດ້ນໍາມາປູກທົດສອບ ແລະ ເກັບກຳຂໍ້ມູນ ຢູ່ສູນຄົ້ນຄວ້າການລ້ຽງສັດນ້ຳຊ່ວງ ແລະ ຕົກມາຮອດປີ 1995 ໂຄງການສົ່ງເສີມການປຸກພືດອາຫານສັດສຳລັບຊາວກະສິກອນ ໂດຍແມ່ນສູນຄົ້ນຄວ້າກະສິກໍາເຂດຮ້ອນສາກົນ (CIAT) ໄດ້ນຳຫຍ້າສາຍພັນດັ່ງກ່າວ ພ້ອມກັບພືດອາຫານສັດສາຍພັນອື່ນໆອີກ ຈຳນວນ 152 ສາຍພັນ (ລວມທັງຫຍ້າ ແລະ ຖົ່ວພືດອາຫານສັດ) ປູກທົດສອບ ຢູ່ສູນຄົ້ນຄວ້າການລ້ຽງສັດເຂດນ້ຳຊ່ວງ, ແຂວງອຸດົມໄຊ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ ລວມທັງໝົດ 5 ຈຸດ ເພື່ອສຶກສາ, ຄົ້ນຄວ້າ ແລະ ເກັບກຳຂໍ້ມູນ ກ່ຽວກັບ ການປັບຕົວຕໍ່ສະພາບດິນຟ້າອາກາດ, ການຜະລິດ ແລະ ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້. ຫຼັງຈາກນັ້ນ, ໃນປີ 1998 ຈິ່ງໄດ້ນໍາໄປປູກທົດສອບຮ່ວມກັບຊາວກະສິກອນໃນຂອບເຂດທົ່ວປະເທດ, ເຊິ່ງໄດ້ຮັບຄວາມສົນໃຈຈາກຊາວກະສິກອນຢ່າງກວ້າງຂວາງ ແລະ ເປັນສາຍພັນຫຍ້າທີ່ນິຍົມປູກຫຼາຍກວ່າສາຍພັນອື່ນໆ ເນື່ອງຈາກວ່າ ຫຍ້າຣູຊີ ເປັນສາຍພັນຫຍ້າ ທີ່ສາມາດຜະລິດແກ່ນໄດ້ງ່າຍ ແລະ ແກ່ນມີຄວາມແຕກງອກສູງ. ປະຈຸບັນ ຊາວກະສິກອນແມ່ນນິຍົມປູກສໍາລັບລ້ຽງງົວ, ຄວາຍ ແລະ ຜະລິດແກ່ນ ເປັນຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນ ຢູ່ແຂວງຊຽງຂວາງ, ຫຼວງພະບາງ ແລະ ແຂວງວຽງຈັນ.
ຄຸນລັກສະນະຂອງສາຍພັນ
ຫຍ້າຣູຊີນ້ຳຊ່ວງ ເປັນຫຍ້າທີ່ມີອາຍຸຫຼາຍປີ (perennial) ຈະເລີນເຕີບໂຕໄດ້ດີໃນດິນທີ່ມີຄວາມອຸດົມສົມ ບູນດີ, ດິນໂນນ ແລະ ລະບາຍນ້ຳໄດ້ດີ ຢູ່ໃນເຂດອາກາດຮ້ອນຊຸ່ມທີ່ມີປະລິມານນ້ຳຝົນ ຫຼາຍກວ່າ 1.000 ມິນລີແມັດ ຕໍ່ປີ. ແຕ່ກໍສາມາດຈະເລີນເຕີບໂຕໄດ້ໃນດິນທີ່ມີຄວາມອຸດົມສົມບູນຕໍ່າ ເປັນຕົ້ນແມ່ນ ດິນຊາຍແກມຕົມ, ທົນທານຕໍ່ການຢຽບຢ່ຳ ແລະ ການກັດແຫ້ນຂອງສັດໄດ້ດີ ຈິ່ງເໝາະສົມສຳລັບການປູກ ເພື່ອປ່ອຍໃຫ້ສັດເຂົ້າກິນໃນທົ່ງຫຍ້າແບບໝູນວຽນ. ທົນແລ້ງພໍສົມຄວນ, ແຕ່ບໍ່ທົນຕໍ່ສະພາບດິນເບືອມນ້ຳ ແລະ ນ້ຳຖ້ວມຂັງ, ຜະລິດແກ່ນໄດ້ງ່າຍ ແລະ ແກ່ນມີຄວາມແຕກງອກສູງ.
(ລັກສະນະຂອງຫຍ້າຣູຊີນ້ຳຊ່ວງ)
ລຳຕົ້ນ: ຫຍ້າຣູຊີນ້ຳຊ່ວງ ມີລັກສະນະການຈະເລີນເຕີບໂຕແບບເຄິ່ງຕັ້ງເຄິ່ງເລືອ, ສູງປະມານ 60 – 100 ຊັງຕີແມັດ. ລຳຕົ້ນນ້ອຍເປັນປ້ອງກົມແຂງ, ບໍ່ມີຂົນ, ມີເຫງົ້າເລິກລົງໄປໃນພື້ນດິນ ແລະ ມີຮາກແຕກອອກຕາມຂໍ້ປ້ອງທີ່ເລືອໄປຕາມໜ້າດິນ ແລ້ວເກີດເປັນແໜງໃໝ່ ຈິ່ງເຮັດໃຫ້ຫຍ້າຣູຊີນ້ຳຊ່ວງ ມີການຂະຫຍາຍຕົວ ແລະ ປົກຄຸມພື້ນທີ່ໄດ້ຢ່າງໄວວາ.
ໃບ: ຫຍ້າຣູຊີນ້ຳຊ່ວງ ເປັນພືດໃບລ້ຽງດ່ຽວ, ໃບປະກອບດ້ວຍ ກາບໃບທີ່ຂ້ອນຂ້າງບາງ ແລະ ມີຂົນປົກຄຸມ, ແຜ່ນກາບໃບຫຸ້ມລໍາຕົ້ນ ຍາວປະມານ 9 – 16 ຊັງຕີແມັດ, ບໍລິເວນຂໍ້ຕໍ່ລະຫວ່າງກາບໃບກັບແຜ່ນໃບມີລີ້ນໃບເປັນຂົນແຂງ, ຖັດມາເປັນແຜ່ນໃບ ທີ່ມີລັກສະນະບາງຍາວ, ປາຍໃບແຫຼມ, ໃບມີສີຂຽວອ່ອນ, ອ່ອນນຸ່ມ ແລະ ມີກິ່ນຫອມ ເຮັດໃຫ້ສັດມັກກິນ. ແຜ່ນໃບມີຂົນອ່ອນປົກຄຸມທັງດ້ານໜ້າ ແລະ ດ້ານຫຼັງ, ມີລັກສະນະເປັນແຜ່ນແປໆແຜ່ກາງອອກ, ຂະໜາດຂອງແຜ່ນໃບ ກວ້າງ 1 – 2 ຊັງຕີແມັດ, ຍາວ 20 – 30 ຊັງຕີແມັດ.
ດອກ: ຫຍ້າຣູຊີນໍ້າຊ່ວງ ອອກດອກເປັນຊໍ່ ປະມານ 5 – 8 ຊໍ່/ຕົ້ນ, ແກນກາງຂອງຊໍ່ດອກເປັນຮູບສາມລ່ຽມ, ມີຂົນແຂງປົກຄຸມ. ແຕ່ລະຊໍ່ດອກຍ່ອຍ ຍາວປະມານ 4 – 6 ຊັງຕີແມັດ ປະກອບມີດອກຍ່ອຍທີ່ມີລັກສະນະຄ້າຍຄືຮູບໄຂ່ ມີຂະໜາດ ກວ້າງ 2 – 2,5 ມິນລີແມັດ ແລະ ຍາວ 5 – 6 ມິນລີແມັດ.
(ລັກສະນະຂອງຊໍ່ດອກ ຫຍ້າຣູຊີນ້ຳຊ່ວງ)
ການຜະລິດ
ຫຍ້າຣູຊີນ້ຳຊ່ວງ ແມ່ນສາມາດປູກໄດ້ຢູ່ໃນທົ່ວທຸກພາກຂອງ ສປປ ລາວ. ການຄັດເລືອກພື້ນທີ່ປູກ ແມ່ນຄວນເລືອກປູກໃນດິນໂນນ ທີ່ມີການລະບາຍນໍ້າໄດ້ດີ. ໃນເຂດທົ່ງພຽງ ຄວນເລີ່ມໄຖດິນຄັ້ງທຳອິດ ໃນຊ່ວງຕົ້ນເດືອນພຶດສະພາ ຫຼື ຫຼັງຈາກທີ່ມີຝົນຕົກ 2 – 3 ຄັ້ງ ຫຼື ເມື່ອໜ້າດິນມີຄວາມຊຸ່ມເລິກ ປະມານ 20 – 30 ຊັງຕີແມັດ. ຫຼັງຈາກນັ້ນ, ຄວນຕາກດິນໄວ້ 2 – 3 ອາທິດ ແລ້ວໄຖຄົ້ນອີກ 1 – 2 ຄັ້ງ ເພື່ອກໍາຈັດວັດສະພືດທີ່ຂຶ້ນມາໃໝ່ ແລະ ຄາດໃຫ້ລະອຽດດີແລ້ວຈິ່ງປູກ. ສຳລັບ ເຂດພູດອຍ ຖ້າມີຄວາມຈຳເປັນຈະຕ້ອງໄດ້ຖາງ, ຈູດ, ຮື້ ຫຼື ກໍາຈັດວັດສະພືດ ຄວນເຮັດໃຫ້ສຳເລັດໃນຕົ້ນເດືອນເມສາ.
ການປູກຫຍ້າຣູຊີນ້ຳຊ່ວງ ແມ່ນຄວນປູກໃນຕົ້ນລະດູຝົນ. ສຳລັບ ເຂດພາກເໜືອ ສາມາດປູກໄດ້ຕັ້ງແຕ່ທ້າຍເດືອນເມສາ, ເຂດພາກກາງ ແລະ ພາກໃຕ້ (ເຂດທົ່ງພຽງ) ແມ່ນຄວນປູກໃນທ້າຍເດືອນພຶດສະພາ ຈົນຮອດ ກາງເດືອນກໍລະກົດ. ຖ້າປູກຊ້າກວ່ານີ້ ຈະເຮັດໃຫ້ຫຍ້າມີການຂະຫຍາຍໂຕຊ້າ, ລະບົບຮາກບໍ່ແຂງແຮງ ແລະ ເຮັດໃຫ້ຕົ້ນຫຍ້າບາງສ່ວນຕາຍໃນຊ່ວງລະດູແລ້ງ. ການປູກ ແມ່ນສາມາດປູກໄດ້ຫຼາຍວິທີ ຂຶ້ນກັບຄວມສະດວກ ແລະ ຄວາມເໝາະສົມ ຂອງແຕ່ລະທ້ອງຖິ່ນ, ເຊິ່ງອັດຕາການນໍາໃຊ້ເມັດພັນແມ່ນຂຶ້ນກັບເປີເຊັນຄວາມງອກຂອງເມັດພັນ ແລະ ວິທີການປູກ. ແຕ່ໂດຍທົ່ວໄປແລ້ວ ແມ່ນຈະໃຊ້ແກ່ນຫຍ້າ ໃນອັດຕາ 10 – 18 ກິໂລ/ເຮັກຕາ ເຊັ່ນ: (1) ການຫວ່ານແກ່ນໃຫ້ທົ່ວພື້ນທີ່ຢ່າງສະໝ່ຳສະເໝີ ໃຊ້ແກ່ນຫຍ້າອັດຕາ 15 – 18 ກິໂລ/ເຮັກຕາ; (2) ການໂຮຍແກ່ນເປັນແຖວ ທີ່ມີໄລຍະຫ່າງລະຫວ່າງແຖວ 50 ຊັງຕີແມັດ ໃຊ້ແກ່ນໃນອັດຕາ 6 – 8 ກິໂລ/ເຮັກຕາ; (3) ການສັກຫຼຸ້ງຢອດເມັດເປັນຂຸມ ທີ່ມີໄລຍະຫ່າງລະຫວ່າງຂຸມ 50 x 50 ຊັງຕີແມັດ ຈະໃຊ້ແກ່ນຫຍ້າ ໃນອັດຕາ 10 – 12 ກິໂລ/ເຮັກຕາ. ນອກຈາກການປູກດ້ວຍແກ່ນແລ້ວ ຫຍ້າຣູຊີນ້ຳຊ່ວງຍັງສາມາດປູກດ້ວຍເຫງົ້າ ຫຼື ຕົ້ນອ່ອນ ໄດ້ອີກດ້ວຍ.
(ການປູກດ້ວຍວິທີການໂຮຍເປັນແຖວ)
ການໃສ່ຝຸ່ນ ແມ່ນຄວນໃສ່ຝຸ່ນຄອກເປັນຝຸ່ນຮອງພື້ນກ່ອນປູກ ແລະ ໃສ່ໃນຕົ້ນລະດູຝົນທຸກໆປີ ໃນອັດຕາ 5 ໂຕນ/ເຮັກຕາ ໂດຍການໃສ່ຮ່ວມກັບຝຸ່ນເຄມີ ສູດ: 15-15-15 ອັດຕາ 300 – 600 ກິໂລ/ເຮັກຕາ. ຫຼັງຈາກນັ້ນ, ຄວນໃສ່ຝຸ່ນເຄມີ ສູດ: 46-00-00 ໃນອັດຕາ 60 – 120 ກິໂລ/ເຮັກຕາ ຫຼັງຈາກການຕັດ ຫຼື ຫຼັງຈາກປ່ອຍສັດເຂົ້າກິນແລ້ວ ທຸກໆຄັ້ງ. ຄວນມີການກຳຈັດວັດສະພືດ ຫຼັງຈາກປູກຫຍ້າໄດ້ ປະມານ 2 – 4 ອາທິດ ຫຼື ເມື່ອສັງເກດເຫັນມີວັດສະພືດເກີດຂຶ້ນໜາແໜ້ນ.
(ການກຳຈັດວັດສະພືດ ຫຼັງຈາກປູກໄດ້ 2 ອາທິດ)
ຜົນຜະລິດຂອງຫຍ້າຣູຊີນ້ຳຊ່ວງ ໃນສະພາບຂອງດິນ ແລະ ສະພາບອາກາດ ຂອງສູນຄົ້ນຄ້ວາການລ້ຽງສັດ (ເຂດນໍ້າຊ່ວງ) ແມ່ນໃຫ້ຜົນຜະລິດ ຫຍ້າສົດ 50 – 65 ໂຕນ/ເຮັກຕາ/ປີ ຫຼື ນໍ້າໜັກແຫ້ງ 10 – 13 ໂຕນ/ເຮັກຕາ/ປີ. ໃນນັ້ນ, ຜົນຜະລິດ ປະມານ 91% ແມ່ນໄດ້ຢູ່ໃນຊ່ວງລະດູຝົນ (ພຶດສະພາ – ຕຸລາ) ແລະ ປະມານ 9% (ໃນກໍລະນີ ມີການຫົດນ້ຳ) ແມ່ນໄດ້ຢູ່ໃນຊ່ວງລະດູແລ້ງ (ພະຈິກ – ເມສາ). ໃນຊ່ວງລະດູຝົນປີທຳອິດ ສາມາດຕັດຫຍ້າໄດ້ ປະມານ 2 – 3 ຄັ້ງ ແລະ ໃນຊ່ວງລະດູຝົນ ປີທີ 2 ເປັນຕົ້ນໄປ ສາມາດຕັດຫຍ້າໄດ້ 4 ຄັ້ງ, ເຊິ່ງການຕັດຫຍ້າໃນແຕ່ລະຄັ້ງ ຈະໄດ້ຜົນຜະລິດຫຍ້າສົດ ປະມານ 12 – 16 ໂຕນ/ເຮັກຕາ.
ຄຸນຄ່າທາງດ້ານອາຫານ
ຄຸນຄ່າທາງດ້ານອາຫານຂອງຫຍ້າຣູຊີນ້ຳຊ່ວງ ທີ່ມີຮອບວຽນການຕັດ ທຸກໆ 45 ວັນ ມີທາດແຫ້ງ (DM) 20,2%, ທາດຊີ້ນ (CP) 8,5%, ໄຂມັນ (EE) 3,6%, ເຖົ່າ (Ash) 10,1%, ເຍື້ອໄຍ (CF) 28,7%, NDF 65,5%, ADF 37,6%, ພະລັງງານ (TDN) 54%, ແຄນຊຽມ (Ca) 0,57% ແລະ ຟົດສະຟໍຣັດ (P) 0,26%
ການນຳໃຊ້ເປັນອາຫານສັດ
ຫຍ້າຣູຊີນ້ຳຊ່ວງ ສາມາດນຳໃຊ້ລ້ຽງສັດໄດ້ຫຼາຍຮູບແບບ ເຊັ່ນ: ປ່ອຍສັດເຂົ້າກິນໃນທົ່ງຫຍ້າແບບໝູນວຽນ, ຕັັັັັດໃຫ້ກິນໃນຮູບແບບຫຍ້າສົດ, ເຮັດຫຍ້າແຫ້ງ ແລະ ຫຍ້າໝັກ ໂດຍມີຮອບວຽນການຕັດ ຫຼື ປ່ອຍສັດເຂົ້າກິນ ທຸກໆ 45 ວັນ. ໃນກໍລະນີຕັດໃຫ້ສັດກິນ ຄວນຕັດຄັ້ງທຳອິດຫຼັງຈາກປູກຫຍ້າໄດ້ 60 – 70 ວັນ ໂດຍການຕັດໃຫ້ສູງຈາກໜ້າດິນ ປະມານ 10 – 15 ຊັງຕີແມັດ. ຖ້າປ່ອຍສັດເຂົ້າກິນແບບໝູນວຽນໃນທົ່ງຫຍ້າ ຄວນປ່ອຍສັດເຂົ້າກິນຄັ້ງທຳອິດ ຫຼັງຈາກປູກຫຍ້າໄດ້ 70 – 90 ວັນ ຫຼື ຄວນເບິ່ງສະພາບຂອງທົ່ງຫຍ້າຕື່ມອີກ.
(ການນໍາໃຊ້ຫຍ້າຣູຊີນໍ້າຊ່ວງ ເປັນອາຫານລ້ຽງຄວາຍ)
ຫຍ້າຣູຊີນ້ຳຊ່ວງ ເນື້ອທີ່ 1 ເຮັກຕາ ສາມາດລ້ຽງງົວ, ຄວາຍ ທີ່ມີນ້ຳໜັກ ສະເລ່ຍ 200 ກິໂລ ໄດ້ປະມານ 4 ຫາ 5 ໂຕ/ປີ, ເຊິ່ງຕ້ອງໄດ້ມີການເກັບຮັກສາຫຍ້າອາຫານສັດໄວ້ໃຫ້ສັດກິນໃນຊ່ວງລະດູແລ້ງ ໂດຍການເຮັດຫຍ້າແຫ້ງ ແລະ ຫຍ້າໝັກ. ແນວໃດກໍຕາມ ອັດຕາການປ່ອຍ ຫຼື ຈຳນວນສັດ ຕໍ່ເນື້ອທີ່ ແມ່ນຍັງຂຶ້ນກັບສະພາບຄວາມອຸດົມສົມບູນຂອງທົ່ງຫຍ້າ ແລະ ການຈັດການ, ຄຸ້ມຄອງ, ນຳໃຊ້ທົ່ງຫຍ້າ ຢ່າງມີປະສິດທິພາບ.
ນອກຈາກການປູກ ເພື່ອໃຊ້ເປັນອາຫານຫຼັກໃນການລ້ຽງງົວ, ຄວາຍ ແລ້ວ ຫຍ້າຣູຊີນ້ຳຊ່ວງ ຍັງສາມາດປູກເພື່ອໃຊ້ເປັນທົ່ງຫຍ້າສຳລັບລ້ຽງສັດປີກແບບລະບົບປ່ອຍໃນເດີ່ນຫຍ້າ ເພື່ອເປັນອາຫານເສີມໄດ້ອີກ ເຊັ່ນ: ການລ້ຽງໄກ່ລາດ, ໄກ່ງວງ, ໄກ່ຕັອກ, ເປັດເທບ ເປັນຕົ້ນ.
ການຜະລິດເມັດພັນ
ຫຍ້າຣູຊີນ້ຳຊ່ວງ ຈະເລີ່ມອອກດອກໃນທ້າຍເດືອນກັນຍາ, ອອກດອກ 50 ເປີເຊັນ ໃນທ້າຍເດືອນຕຸລາ ແລະ ສາມາດເກັບແກ່ນໄດ້ໃນຊ່ວງກາງເດືອນພະຈິກ, ເຊິ່ງຜົນຜະລິດເມັດພັນ ຢູ່ສູນຄົ້ນຄວ້າການລ້ຽງສັດ (ເຂດນ້ຳຊ່ວງ) ສະເລ່ຍ 400 ຫາ 500 ກິໂລ/ເຮັກຕາ/ປີ
(ການເກັບແກ່ນຫຍ້າຣູຊີ)
ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້
ຕະຫຼອດໄລຍະການສຶກສາ, ຄົ້ນຄວ້າ ແລະ ເກັບກຳຂໍ້ມູນ ແມ່ນບໍ່ເຫັນມີພະຍາດໃດໆເກີດຂຶ້ນ, ເຊິ່ງຈະມີພຽງແມງໄມ້ບາງຊະນິດເທົ່ານັ້ນ ທີ່ກັດກິນໃບຂອງຫຍ້າຣູຊີນ້ຳຊ່ວງ ແຕ່ບໍ່ມີຜົນກະທົບຕໍ່ກັບຜົນຜະລິດຂອງຫຍ້າຣູຊີນໍ້າຊ່ວງ ແຕ່ຢ່າງໃດ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029