ຖົ່ວ ສະໄຕໂລ ນ້ຳຊ່ວງ (Stylosanthes guianensis cv Namsuang
ຊື່ວິທະຍາສາດ: Stylosantes guianensis cv. Namsuang
ຊື່ທົ່ວໄປ: Stylo Namsuang
ຊື່ລາວ: ສະໄຕໂລ ນ້ຳຊ່ວງ
ສະພາບແວດລ້ອມຂອງເຂດສຶກສາສາຍພັນ (ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ)
ສູນຄົ້ນຄ້ວາການລ້ຽງສັດ ແມ່ນມີຈຸດທີ່ຕັ້ງຢູ່ໃກ້ກັບອ່າງນ້ຳຊ່ວງ (ໃນເສັ້ນແວງ ທີ່ 18°15´N ແລະ ເສັ້ນຂະຫນານທີ່ 102°27´E), ຫ່າງຈາກນະຄອນຫລວງວຽງຈັນປະມານ 42 ກິໂລແມັດ ໄປຕາມສາຍທາງເລກທີ່ 13 ເຫນືອ, ມີຄວາມສູງຈາກຫນ້ານ້ຳທະເລປະມານ 202 ແມັດ. ສະພາບຂອງດີນ ແມ່ນ ເປັນດິນຊາຍແກມຕົມ, ຊຶ່ງປະກອບມີ ຊາຍ 66%, ດິນດາກ 13% ແລະ ດິນຕົມ 21% (ຈາກຊັ້ນດິນ 0-20 ຊັງຕິແມັດ). ອົງປະກອບທາງເຄມີຂອງດິນ ແມ່ນມີ: pH = 5.2; ທາດອົງຄະທາດ 1.45% ; 0.03% N; 13.3 mg P kg-1; 360 mg K kg-1; 780 mg Ca kg-1 ແລະ 320 mg Mg kg-1.
ສະພາບອາກາດ ແມ່ນ ສະພາບຂອງເຂດຮ້ອນຊຸ່ມຊື່ນ, ທີ່ມີລະດູແລ້ງ ແຕ່ເດືອນ 11 ຫາ ເດືອນ 4 ແລະ ລະດູຝົນແມ່ນ ແຕ່ເດືອນ 5 ຫາ ເດືອນ 10. ປະລິມານນ້ຳຝົນສະເລັ່ຍ ແມ່ນ 1660 ± 300 ມມ, ຊຶ່ງໃນນີ້ 95% ແມ່ນຕົກຢູ່ໃນໄລຍະເດືອນ 5 ຫາ ເດືອນ 10 ແລະ ໄລຍະທີ່ມີຝົນຕົກຫລາຍແມ່ນ ເດືອນ 8 ຫາ ເດືອນ 9. ອຸນນະພູມສະເລັ່ຍສູງສຸດ ແມ່ນ ແຕ່ 23.5 ຫາ 31.3°C ສະເລັ່ຍຕ່ຳສຸດ ແມ່ນ 16.4 to 24.9°C.
ຕາຕະລາງ 1 ອຸນນະພູມ ແລະ ປະລິມານນ້ຳຝົນ ຂອງ ເຂດ ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ (ສະເລັ່ຍແຕ່ປີ 2009 – 2016)
ເດືອນ | ອຸນະພູມສະເລັ່ຍ (°C) | ປະລິມານນ້ຳຝົນ (ມມ) | |
ຕ່ຳສຸດ | ສູງສຸດ | ||
ມັງກອນ | 16.5 | 33.5 | 6.2 |
ກຸມພາ | 19.0 | 35.1 | 11.6 |
ມິນາ | 21.5 | 37.4 | 36.1 |
ເມສາ | 23.5 | 38.7 | 85.3 |
ພືດສະພາ | 24.6 | 37.6 | 253.8 |
ມິຖຸນາ | 24.6 | 35.0 | 279.8 |
ກໍລະກົດ | 24.7 | 33.3 | 272.4 |
ສິງຫາ | 24.6 | 33.8 | 335.6 |
ກັນຍາ | 24.1 | 34.9 | 297.4 |
ຕຸລາ | 22.9 | 33.8 | 79.9 |
ພະຈິກ | 19.3 | 33.8 | 11.0 |
ທັນວາ | 16.7 | 32.2 | 2.5 |
ປະຫວັດຄວາມເປັນມາຂອງສາຍພັນ
ແນວພັນຖົ່ວສະໄຕໂລ ແມ່ນ ເປັນພືດພື້ນເມືອງ ແລະ ມີຖິ່ນກຳເນີດຢູ່ແຖວແຕ່ອາເມລິກາກາງ (ປະເທດຄອດສະຕາລິກາ, ກົວເຕມາລາ, ຮອນດູຣັດ, ນິກະລະກົວ ແລະ ປານາມາ) ຫາ ອາເມລິກາໃຕ້ (ໂບລິວີ, ບຼາຊີນ, ໂຄລຳເບຍ, ເປຣູ ແລະ ເວເນຊູເອລາ).
ແນວພັນຖົ່ວສະໄຕໂລ ໄດ້ຖືກນຳເຂົ້າມາປະເທດລາວ ແມ່ນ ດົນນານພໍສົມຄວນ ສ່ວນໃຫຍ່ແມ່ນຖືກນຳມາຄົ້ນຄ້ວາໂດຍນັກສຶກສາຈາກປະເທດອົດສະຕາລີ ໃນທ້າຍຊຸມປີ 1960, ຫລັງຈາກນັ້ນໂຄງການລ້ຽງສັດລາວ-ອົດສະຕາລີ ໄດ້ນຳເອົາຖົ່ວສະໄຕໂລຫລາຍສາຍພັນ ເປັນຕົ້ນແມ່ນ ສາຍພັນ ເວຣາໂນ (Stylosanthes hamata cv. Verano) ແລະ ເຊກາ (Stylosanthes scabra cv. Seca) ມາທົດສອບນຳໃຊ້ເປັນອາຫານສັດ ໃນຊຸມປີ 1980 ຊຶ່ງເດັ່ນກ່ວາຫມູ່ ແມ່ນ ການຫວ່ານໃສ່ຕາມແຄມທາງເພື່ອປັບປຸງແຫລ່ງອາຫານທີ່ມີຢູ່ຕາມທຳມະຊາດ ແຕ່ ວຽງຈັນລົງໄປທາງພາກໃຕ້ ຈົນຮອດເມືອງໂຂງ ແຂວງຈຳປາສັກ.
ສ່ວນສາຍພັນສະໄຕໂລນ້ຳຊ່ວງ ແມ່ນພັດທະນາມາຈາກສາຍພັນ CIAT 184 ຫລືມີຊື່ອື່ນທີ່ແຕກຕ່າງກັນ ເຊັ່ນ CPI 133548 ແລະ ILCA-00164 ໂດຍຂຶ້ນກັບອົງການຕ່າງໆທີ່ພັດທະນາ, ຊຶ່ງສາຍພັນດັ່ງກ່າວ ແມ່ນ ຖືກນຳເຂົ້າມາລາວຄັ້ງທຳອິດພ້ອມກັບພືດອາຫານສັດສາຍພັນອື່ນໆ ອີກ 152 ສາຍພັນ (ລວມທັງຫຍ້າ ແລະ ຖົ່ວພືດອາຫານສັດ) ແມ່ນໃນປີ 1995 ໂດຍໂຄງການສົ່ງເສີມການປຸກພືດອາຫານສັດສຳລັບຊາວກະສິກອນ, ຊຶ່ງໄດ້ມີການນຳມາທົດສອບ ຢູ່ສູນລ້ຽງສັດ ເຂດນ້ຳຊ່ວງ ກ່ຽວກັບການປັບຕົວຕໍ່ສະພາບດິນຟ້າອາກາດ, ການຜະລິດ ແລະ ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້, ຊຶ່ງຜ່ານການສຶກສາທົດສອບໃນຄັ້ງນັ້ນສາຍພັນສະໄຕໂລ CIAT 184 ແມ່ນສາຍພັນຖົ່ວທີ່ເດັ່ນກ່ວາຫມູ່ ທາງດ້ານການປັບຕົວຕໍ່ສະພາບແວດລ້ອມ ແລະ ການຜະລິດ ເມື່ອສົມທຽບກັບຖົ່ວພືດອາຫານສັດຈຳນວນ 118 ສາຍພັນທີ່ນຳມາທົດສອບໃນຄັ້ງນັ້ນ. ດັ່ງນັ້ນ, ສູນຄົ້ນຄ້ວາການລ້ຽງສັດ ຈຶ່ງໄດ້ມີການວາງແຜນສືບຕໍ່ ໃນການສຶກສາມາເປັນໄລຍະໆ ແລະ ພັດທະນາ ສະໄຕໂລ CIAT 184 ມາເປັນສາຍພັນຖົ່ວສະໄຕໂລສາຍພັນນ້ຳຊ່ວງ.
ຄຸນລັກສະນະຂອງສາຍພັນ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ພືດຢືນຕົ້ນໄລຍະສັ້ນ (3-4 ປີ), ມີການຈະເລີນເຕີບໂຕແບບເປັນພຸ່ມຕັ້ງຊື່ຂຶ້ນໄປ ມີຄວາມສູງປະມານ 1 ແມັດ ຫາ 1.50 ແມັດ, ມີກິ່ງກ້ານຫລາຍເປັນພຸ່ມ. ພາຍໃນສະພາບທີ່ມີການຕັດ ຫລືເຂົ້າກັດກິນຂອງສັດ ຈະແພ່ກະຈາຍອອກທາງດ້ານຂ້າງເລັກນ້ອຍ. ລຳຕົ້ນມີຂົນ ແລະ ອ່ອນນຸ້ມ ແຕ່ເວລາແກ່ຂຶ້ນມາລຳຕົ້ນຈະແຂງ. ໃບຈະມີຮູບຮ່າງເຫມືອນໃບຫອກ ກ້ວາງ 7 – 13 ມມ ແລະ ຍາວ 15 – 55 ມມ. ມີລະບົບຮາກແກ້ວທີ່ແຂງແຮງແລະຢັ່ງລົງເລິກ ຊ່ວຍເຮັດໃຫ້ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ ແລະ ສາມາດປັບຕົວໄດ້ດີໃນເຂດທີ່ມີປະລິມານນ້ຳຝົນປະມານ 1200 ມມ. ດອກຂອງຖົ່ວສະໄຕໂລ ນ້ຳຊ່ວງ ຈະເປັນຊໍ່ດອກເປັນກຸ່ມ ໃນແຕ່ລະຊໍ່ຈະມີປະມານ 2-3 ດອກ ທີ່ມີສີເຫລືອງ. ແກ່ນພັນຈະມີສີ ນ້ຳຕານແກ່ ຈົນເຖິງດໍາ ມີຄວາມຍາວປະມານ 1.75 ມມ. ໃນນຶ່ງກິໂລ ຈະມີແກ່ນພັນປະມານ 264.000 – 352.000 ແກ່ນ ແລະ ຈະເປັນແກ່ນທີ່ມີເປືອກຫຸ້ມແຂງປະມານ 75%.
ການຜະລິດ
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນສາມາດປູກໄດ້ໃນຫລາຍໆເຂດຂອງ ສປປ ລາວ ຍົກເວັ້ນເຂດທີ່ມີດິນເຄັມ (pH: 8 ຂຶ້ນໄປ) ຈະມີບັນຫາດ້ານການຈະເລີນເຕີບໂຕ. ການຄັດເລືອກພື້ນທີ່ສຳລັບປູກ ຖົ່ວສະໄຕໂລນ້ຳຊ່ວງ ຕ້ອງເປັນບ່ອນນ້ຳບໍ່ຖ້ວມ ເພາະຖົ່ວສາຍພັນນີ້ບໍ່ທົນທານຕໍ່ສະພາບນ້ຳຖ້ວມ. ການກຽມດິນຄັ້ງທຳອິດ ຄວນໄຖປະໄວ້ແຕ່ຕົ້ນເດືອນພຶດສະພາ ແລະ ປະໄວ້ ປະມານ 2-4 ອາທິດ ເພື່ອເປັນການຂ້າວັດສະພືດ ຫລັງຈາກນັ້ນຈຶ່ງໄຖພວນ ຄືນ ແລະ ຄາດອີກຄັ້ງນຶ່ງແລ້ວຈຶ່ງປູກ.
ການປູກ ແມ່ນ ຄວນປູກໃນຕົ້ນລະດູຝົນ ແຕ່ທ້າຍເດືອນພິດສະພາ ຫາ ກາງເດືອນກໍລະກົດ ເພາະຖ້າປູກຊ້າຖົ່ວຈະມີໄລຍະການຈະເລີນເຕີບໂຕສັ້ນລົງ ເນື່ອງຈາກວ່າຖົ່ວສະໄຕໂລນ້ຳຊ່ວງ ແມ່ນຈະເລີ່ມອອກດອກແຕ່ກາງເດືອນຕຸລາເປັນຕົ້ນໄປ ຊຶ່ງຈະເຮັດໃຫ້ຖົ່ວມີການກ້າວໄປສູ່ໄລຍະຂອງການສືບພັນ ສົ່ງຜົນໃຫ້ການຈະເລີນເຕີບໂຕຂອງຖົ່ວຫລຸດລົງ ແລະ ຈະເຮັດໃຫ້ຜົນຜະລິດຕ່ຳ. ການປູກສາມາດປູກໄດ້ໂດຍວິທີການຫວ່ານ ຫລື ປູກເປັນແຖວ. ການປູກດ້ວຍວິທີການຫວ່ານ ແມ່ນ ຈະໃຊ້ເມັດພັນປະມານ 8-12 ກິໂລ ຕໍ່ ເຮັກຕາ, ແຕ່ຖ້າປູກແບບເປັນແຖວ ແຕ່ລະແຖວຄວນຫ່າງກັນປະມານ 30 ຊມ, ການນຳໃຊ້ເມັດພັນແມ່ນປະມານ 3-5 ກຼາມ ຕໍ່ ແຖວຍາວ 10 ແມັດ, ແຕ່ແນວໃດກະຕາມການກຳນົດອັດຕາເມັດພັນຕໍ່ເນື້ອທີ່ ຍັງຂຶ້ນກັບສະພາບຂອງດິນ ແລະ ຄວາມຮ້າຍແຮງຂອງວັດສະພືດໃນເຂດດັ່ງກ່າວດ້ວຍ. ເນື່ອງຈາກເມັດພັນຖົ່ວສະໄຕໂລນ້ຳຊ່ວງ ຈະມີເປືອກຫຸ້ມແຂງ ຈຶ່ງຄວນນຳເມັດພັນໄປແຊ່ນ້ຳຮ້ອນ 80 ºc ນານປະມານ 5 ນາທີ ແລ້ວເອົາລົງແຊ່ນ້ຳເຢັນເພື່ອປ້ອງກັນບໍ່ໃຫ້ເມັດທີ່ຢູ່ທາງໃນຕາຍ ແລ້ວຈຶ່ງນຳໄປເບີຍໄວ້ໃຫ້ແຫ້ງຈຶ່ງເອົາໄປປູກ. ການເອົາເມັດພັນແຊ່ນ້ຳຮ້ອນ ແມ່ນ ເພື່ອທຳລາຍເປືອກຫຸ້ມແຂງຂອງເມັດພັນ ແລະ ຈະຊ່ວຍກະຕຸ້ນໃຫ້ມີອັດຕາຄວາມງອກສູງຂຶ້ນອີກ. ຫລັງຈາກປູກໄດ້ປະມານ 2-4 ອາທິດ ຄວນມີການເສຍຫຍ້າຂ້າຫຸ່ນ ແລະ ຕ້ອງເຮັດອີກຄັ້ງເມື່ອເຫັນວ່າມີວັດສະພືດຫນາແຫນ້ນຂຶ້ນອີກ.
ຖົ່ວສະໄຕໂລນ້ຳຊ່ວງຈະສາມາດຕັດມານຳໃຊ້ໄດ້ໃນຄັ້ງທຳອິດເມື່ອມີອາຍຸ 60-90 ມື້ ຫລັງຈາກປູກ ແລະ ຄັ້ງຕໍ່ໄປທຸກໆ 45-60 ມື້, ການຕັດຄວນຕັດໃນຄວາມສູງປະມານ 20 ຊມ ຈາກຫນ້າດິນ. ຫລັງຈາກການຕັດແຕ່ລະຄັ້ງ ຄວນມີການໃສ່ຝຸ່ນຄອກໃນອັດຕາປະມານ 200-300 ກິໂລ/ໄລ່/ເທື່ອ. ການນຳໃຊ້ຝຸ່ນຄອກ ໄດ້ມີການແນະນຳອັດຕາການນຳໃຊ້ປະມານ 5 ໂຕນ/ເຮັກຕາ/ປີ.
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ສາມາດນຳໄປປູກຮ່ວມກັບຫຍ້າສາຍພັນຕ່າງໆ ເຊັ່ນ ຫຍ້າກີນີ, ຣູຊີ, ຊິກນານ, ບຼີຊັນຕາ, ມູລາໂຕ, ແກມບາ ແລະ ອື່ນໆ. ແນວໃດກໍຕາມ, ເຖິງວ່າການປູກຫຍ້າປົນກັບຖົ່ວຈະສົ່ງຜົນດີຕໍ່ຄຸນນະພາບຂອງທົ່ງຫຍ້າ ແຕ່ໃນທາງດ້ານການຈັດການຄຸ້ມຄອງແມ່ນມີບັນຫາ ເພາະວ່າຫຍ້າ ແລະ ຖົ່ວພືດອາຫານສັດ ແມ່ນ ມີຄຸນລັກສະນະການຈະເລີນເຕີບໂຕທີ່ແຕກຕ່າງກັນ ເຊັ່ນ ຫຍ້າມີຈຸດຂະຫຍາຍຕົວ ຫລື ຈະເລີນເຕີບໂຕຢູ່ຕ່ຳ ສ່ວນຖົ່ວແມ່ນຢູ່ສູງ, ດັ່ງນັ້ນເມື່ອສັດເຂົ້າກິນໃນທົ່ງຫຍ້າ ເວລາມັນກັດກິນຕ່ຳກໍຈະເຮັດໃຫ້ຖົ່ວຕາຍ. ນອກຈາກນັ້ນ ຫຍ້າຍັງຈະເລີນເຕີບໂຕໄວກ່ວາຖົ່ວ ເຮັດໃຫ້ຫຍ້າປົກຄຸມ ແລະ ເຮັດໃຫ້ຖົ່ວບໍ່ມີຄວາມສາມາດໃນຍາດແຍ່ງເອົາແສງສະຫວ່າງ ແລະ ອາຫານໄດ້. ສະນັ້ນ, ໃນການແກ້ໄຂບັນຫາດັ່ງກ່າວນີ້ ແມ່ນໄດ້ມີການປູກເປັນແຖວສະຫລັບກັນໄປ ຫລື ແຍກເປັນທົ່ງຫຍ້າ ແລະ ທົ່ງຖົ່ວພືດອາຫານສັດອອກຈາກກັນ. ຜົນຜະລິດນ້ຳຫນັກແຫ້ງຂອງຖົ່ວສະໄຕໂລນ້ຳຊ່ວງ ຢູ່ ໃນສະພາບຂອງດິນ ແລະ ສະພາບອາກາດຂອງສູນຄົ້ນຄ້ວາການລ້ຽງສັດ ແມ່ນ ປະມານ 10-13 ໂຕນ ຕໍ່ ເຮັກຕາ ຕໍ່ ປີ ຫລື ໃນປະລິມານຜົນຜະລິດສົດ ແມ່ນ 45 – 60 ໂຕນ ຕໍ່ ເຮັກຕາ, ໃນນີ້ປະມານ 70% ແມ່ນຜົນຜະລິດໃນລະດູຝົນ ແລະ 30% ແມ່ນໃນລະດູແລ້ງ.
ຄຸນຄ່າທາງດ້ານອາຫານ
ຄຸນຄ່າທາງດ້ານອາຫານຂອງຖົ່ວສະໄຕໂລ ແມ່ນ ມີ ທາດຊີ້ນປະມານ 18-21%, ເຍື້ອໄຍ ADF 28-36% ແລະ NDF 49%, ຊື່ງມັນຂຶ້ນກັບອາຍຸຂອງຖົ່ວໃນເວລາຕັດ ດັ່ງຕາຕະລາງລຸ່ມນີ້:
ອົງປະກອບທາງເຄມີ |
ໄລຍະຂອງການຕັດ, ມື້ |
ຈຳນວນ, % |
ທາດຊີ້ນ (CP) | 21 | 21.3 |
30 | 20.9 | |
45 | 18.1 | |
ເຍື້ອໄຍ (CF) | 21 | 21.5 |
30 | 24.6 | |
45 | 24.9 | |
ເຍື້ອໄຍ (ADF) | 21 | 28.8 |
30 | 34.7 | |
45 | 36.2 | |
ເຍື້ອໄຍ (NDF) | 21 | 48.4 |
30 | 49.4 | |
45 | 49.8 |
ອົງປະກອບທາງດ້ານອາມີໂນອາຊິດ ຂອງ ຖົ່ວສະໄຕໂລນ້ຳຊ່ວງ ແມ່ນມີໃນຕາຕະລາງລຸ່ມນີ້:
ທາດອາມິໂນອາຊິດ | % ໃນ ທາດຊີ້ນ |
ອາມິໂນອາຊິດພື້ນຖານ | |
Arginine | 12.5 |
Histidine | 4.4 |
Isoleucine | 9.1 |
Leucine | 16.0 |
Lysine | 9.9 |
Methionine | 3.4 |
Phenylalanine | 10.5 |
Threonine | 8.9 |
Tryptophan | 3.3 |
Valine | 10.1 |
ອາມິໂນອາຊິດສຳຮອງ | |
Alanine | 3.8 |
Asparatic acid | 16.6 |
Cystine | 1.6 |
Glutamic acid | 17.8 |
Glycine | 10.1 |
Proline | 8.7 |
Serine | 8.7 |
Tyrosine | 6.6 |
ການນຳໃຊ້ເປັນອາຫານສັດ
ຖົ່ວສະໄຕໂລນ້ຳຊ່ວງ ເປັນພຶດຕະກູນຖົ່ວທີ່ມີທາດໂປຼຕີນ, ວິຕາມິນ ແລະ ແຮ່ທາດສູງ ສາມາດນຳໄປເປັນອາຫານສັດຫຼາຍຊະນິດໄດ້ດີເປັນຕົ້ນ ງົວ, ຄວາຍ, ໝູ, ແບ້, ແກະ ແລະ ເປັດ. ຢູ່ ສປປ ລາວ ແມ່ນ ໄດ້ນຳໃຊ້ຖົ່ວສາຍພັນນີ້ຢ່າງກ້ວາງຂວາງ ເປັນອາຫານງົວ, ແບ້ ແລະ ຫມູ ເຊັ່ນ ໃນໄລຍະຜ່ານມາການນຳໃຊ້ເປັນອາຫານເສີມໃນອັດຕາ 30 % ຂອງອາຫານສຳລັບແບ້ ແມ່ນສາມາດເຮັດໃຫ້ແບ້ມີອັດຕາການຈະເລີນເຕີບໂຕທີ່ດີຂຶ້ນທຽບກັບບໍ່ໄດ້ເສີມ ຈາກ 30 ມາ ເປັນ 70 ກຼາມ ຕໍ່ ມື້. ນອກຈາກນັ້ນ, ຍັງມີການນຳໃຊ້ເປັນອາຫານເສີມໃນອັດຕາ 10-20 % ຂອງອາຫານ ສຳລັບຫມູລາດຂອງລາວໃນລະບົບການລ້ຽງຂອງຊາວກະສິກອນ ແມ່ນຈະມີອັດຕາການຈະເລີນເຕີບໂຕຕໍ່ມື້ດີຂຶ້ນຈາກ 100 ກຼາມ ມາເປັນ 350 ກຼາມ.
ເຖິງຢ່າງໃດກໍດີ, ການນຳໃຊ້ສຳລັບສັດກະເພາະດຽວ ແມ່ນ ມີຂໍ້ຈຳກັດ ເພາະມີເຍື່ອໄຍສູງ, ສະນັ້ນຄວນຕັດຖົ່ວສະໄຕໂລນ້ຳຊ່ວງ ເມື່ອມີອາຍຸຍັງອ່ອນ ປະມານ 21-30 ວັນ ຈຶ່ງຈະເຮັດໃຫ້ສັດກະເພາະດ່ຽວມີການຈະເລີນເຕີບໂຕທີ່ດີ. ໃນສູດອາຫານ ສຳລັບສັດປີກສາມາດປະສົມໄດ້ ບໍ່ເກີນ 10 – 15 %, ໝູ 10-20 % ແລະ ກະຕ່າຍ 40%.
ການຜະລິດເມັດພັນ
ຖົ່ວສະໄຕໂລນ້ຳຊ່ວງ ຈະເລີ່ມອອກດອກແຕ່ທ້າຍເດືອນຕຸລາ ແລະ ເລີ່ມຕິດແກ່ນຫລາຍໃນເດືອນ ພະຈິກ, ຊຶ່ງການເກັບກ່ຽວແກ່ນຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ໃນທ້າຍເດືອນ ມັງກອນຂອງປີຕໍ່ໄປ. ຜົນຜະລິດເມັດພັນທີ່ສູນຄົ້ນຄ້ວາການລ້ຽງສັດນ້ຳຊ່ວງ ແມ່ນໄດ້ປະມານ 350 – 450 ກລ ຕໍ່ ຮຕ.
ຄວາມທົນທານຕໍ່ພະຍາດ ແລະ ແມງໄມ້
ຖົ່ວສະໄຕໂລນ້ຳຊ່ວງ ແມ່ນ ມີຄວາມແຕກຕ່າງຈາກສາຍພັນອື່ນໆ ເຊັ່ນ: ເວຣາໂນ, ຄຸກ ແລະ ກຼາແຮມ ແມ່ນ ມີຄວາມທົນທານຕໍ່ພະຍາດລຳຕົ້ນເຫນົ່າ (anthracnose) ຊຶ່ງເປັນເຊື້ອເຫັດ ຫລື ເຊື້ອລາພວກ Colletotrichum gloeosporioides.
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄວ້າການລ້ຽງສັດ ບ້ານສີວິໄລ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 98003977
ຫ້ອງການ: 021 612029