ເຕັກນິກການປູກມອນ ( techniques to grow mulberry )

ອຸປະກອນ ແລະ ວິທີການ:
ອຸປະກອນທີ່ໃຊ້ປະກອບມີ:
– ລົດໄຖ
– ຈົກ, ຊ້ວນ
– ແນວພັນມອນ
– ຝຸ່ນຄອກ
– ຝຸ່ນຊີວະພາບ
– ປູນຂາວ
– ຜ້າຢາງດໍາຄຸມໜານ
– ທໍ່ນໍ້າພຸ້ນ

 ວິທີການ:
 ສະພາບແວດລ້ອມ
ສະພາບແວດລ້ອມທີ່ເໝາະສົມໃນການປູກມອນແມ່ນມີດັ່ງນີ້:
– ດິນ: ຕ້ອງເປັນດິນທີ່ມີຄຸນນະພາບດີຄືດິນຊາຍປົນດິນໜຽວ (ດິນແຄມນໍ້າ) ມີຄ່າ pH 6 – 6.5 ມີໜ້າດິນເລິກບໍ່ຕໍ່າກວ່າ 1 ແມັດ ເປັນດິນຊຸ່ມຊື່ນ (ບໍ່ແຫ້ງຈົນເກີນໄປ, ນໍ້າບໍ່ຂັງ)
– ນໍ້າ: ມອນເປັນພືດທີ່ຕ້ອງການນໍ້າໃນປະລິມານທີ່ບໍ່ຫຼາຍ ພຽງແຕ່ໃຫ້ດິນມີຄວາມຊຸ່ມຊື່ນ
– ອຸນນະພູມ: ມອນຈະເລີນເຕີບໂຕໄດ້ທັງເຂດອົບອຸ່ນ ແລະ ເຂດຮ້ອນ ໃນເຂດອົບອຸ່ນຈະມີການພັກຕົວໃນລະດູໃບໄມ້ລົ່ນເຖິງລະດູໜາວ,

ສ່ວນເຂດຮ້ອນມອນຈະບໍ່ມີການພັກຕົວ
– ລະດູການ:ໂດຍທົ່ວໄປແລ້ວມອນສາມາດປູກໄດ້ຕະຫຼອດປີຖ້າມີຊົນລະປະທານນໍ້າສະດວກຕະຫຼອດປີ
+ ຖ້າສະຖານທີ່ນັ້ນປູກມອນອາໃສທໍາມະຊາດ ຕ້ອງປູກຕົ້ນລະດູຝົນຄືປະມານເດືອນ 4-5
+ ຖ້າປູກກິ່ງງ່າ ຕ້ອງປູກກ່ອນເດືອນ 4 ຂອງທຸກໆປີຖ້າສະພາບແຫ້ງແລ້ງບໍ່ຄວນປູກ
ການກຽມທ່ອນພັນມອນ
ມອນສາມາດຂະຫຍາຍພັນໄດ້ງ່າຍ ແລະ ວິທີທີ່ນິຍົມກັນຫຼາຍແມ່ນການປັກຊໍາ ຊຶ່ງການຂະຫຍາຍພັນໂດຍວິທີນີ້ ຄວນເລືອກງ່າມອນທີ່ມີອາຍຸບໍ່ຕໍ່າກວ່າ 4 ເດືອນ ແຕ່ທີ່ເໜາະສົມທີ່ສຸດຄວນມີອາຍຸ 1 ປີ ງ່າມອນທີ່ເໝາະສົມໃນການປັກຊໍາຄວນເປັນງ່າທີ່ສົມບູນມີສີນໍ້າຕານ, ລັກສະນະຂອງຕາເປັນຕຸ່ມ, ຕາບໍ່ຫ່ຽວແຫ້ງ, ບໍ່ແຕກຍອດອ່ອນ ແລະ ຂະໜາດຂອງງ່າຕ້ອງໃຫຍ່ຊໍ່ານິ້ວມື ຫຼື ປະມານ 1 – 1,5 ຊັງຕີແມັດ ນໍາມາຕັດໃຫ້ເປັນທ່ອນຍາວປະມານ 20 ຊັງຕີແມັດ ຫຼື ໃຫ້ມີຕາຢູ່ທ່ອນລະປະມານ 5 – 6 ຕາ ແລ້ວຈຶ່ງນໍາໄປປັກຊໍາ.

ຮູບພາບທີ: 1 ການຕັດເອົາທ່ອນພັນ                    ຮູບພາບທີ: 2 ການກຽມທ່ອນພັນປູກ ຫຼື ຊໍາ

ການກຽມດິນ
ຕ້ອງໄຖພື້ນທີ່ທີ່ຈະປູກກ່ອນ 1 – 2 ຄັ້ງ ເພື່ອກໍາຈັດຫຍ້າ ແລະ ເປັນການປັບໜ້າດິນໃຫສະໝໍ່າສະເໝີ.
ຕ້ອງໄຖພວນດິນໃຫ້ເລິກປະມານ 30-50 ຊັງຕີແມັດ ອີກ 1-2 ຄັ້ງ ເພື່ອປັບສະພາບເນື້ອດິນໃຫ້ມຸ່ນລະອຽດດີ ຕາກດິນເພື່ອຂ້າເຊື້ອໂລກ ແລະ ແມງໄມ້ຊະນິດອື່ນໆ ປະມານ 5-7 ມື້.
ຄວນວ່ານປູນຂ່າວໃສ່ 70-100 ກິໂລ/ໄລ່ ເພື່ອເປັນການປັບຄ່າ pH ຂອງດິນໃຫ້ເໝາະສົມຄື: 6 – 6.5
ໄຖພວນດິນອີກເທື່ອໜຶ່ງ ເພື່ອໃຫ້ດິນມຸ່ນລະອຽດຍິ່ງຂື້ນ ແລ້ວໃສ່ຝຸ່ນຄອກ, ຝຸ່ນຊີວະພາບ ແລະ ເສດພືດອື່ນໆ ເພື່ອໃຫ້ດິນມີຄວາມອຸດົມສົມບູນຍິ່ງຂື້ນ.


ຮູບພາບທີ: 3 ການໄຖກຽມດິນ                                 ຮູບພາບທີ: 4 ການຂຸດຂຸມປູກ
ການປູກມອນ
ການປູກມອນສາມາດປູກໃນລະດູໃດກໍ່ໄດ້ຖຖ້າຫາກພື້ນທີ່ນັ້ນມີຊົນລະປະທານທີ່ດີ ຫຼື ສາມາດໃຫ້ນໍ້າໄດ້ ໃນໄລຍະເວລາທີ່ຕ້ອງການ ແຕ່ຖ້າພື້ນທີ່ຕ້ອງອາໃສນໍ້າຝົນຈາກທໍາມະຊາດຊ່ວຍ ເວລາທີ່ເໝາະສົມກໍ່ຄືລະດູຝົນເພາະເປັນຊ່ວງທີ່ດິນມີຄວາມຊຸ່ມຊື່ນພຽງພໍ ເມື່ອປູກມອນໃນຊ່ວງເວລານີ້ ຕົ້ນມອນຈະຟື້ນໂຕ ແລະ ຈະເລີນເຕີບໂຕໄດ້ໄວ ຮາກມອນຈະແຜ່ຂະຫຍາຍ ຫຼື ແຊກຊ້ອນລົງໄປໃນດິນໄດ້ເລິກ ເມື່ອເຖິງລະດູແລ້ງຕົ້ນມອນກໍ່ຈະບໍ່ໄດ້ຮັບການກະທົບກະເທື່ອນຈາກຄວາມແຫ້ງແລ້ງຫຼາຍ.
ຢ່າງໃດກໍ່ຕາມ ບໍວ່າເຮົາຈະປູກຊ່ວງລະດູໃດ ເພື່ອຢາກໃຫ້ມອນມີການຈະເລີນເຕີບໂຕດີ ແລະ ໃຫ້ຜົນຜະລິດສູງ ຈໍາເປັນຕ້ອງຄໍານຶງເຖິງສິ່ງສໍາຄັນດັ່ງນີ້:
ໄລຍະການປູກ
1. ຖ້າໃຊ້ເຄື່ອງມືຂະໜາດນ້ອຍ ຫຼື ແຮງຄົນ ຄວນໃຊ້ໄລຍະລະຫວ່າງຕົ້ນ 0,75 ແມັດ ແລະ ລະຫວ່າງແຖວ 1,50 – 2 ແມັດ.
2. ຖ້າໃຊ້ເຄື່ອງມືຂະໜາດກາງເຊັ່ນ: ລົດໄຖຂະໜາດກາງ ຄວນໃຊ້ໄລຍະປູກລະຫວ່າງຕົ້ນ 0,75 ແມັດ ແລະ ລະຫວ່າງແຖວ 2,5 ແມັດ
3. ຖ້າໃຊ້ລົດໄຖຂະໜາດໃຫຍ່ເຊັ່ນ: ລົດໄຖຂະໜາດໃຫຍ່ ຄວນໃຊ້ໄລຍະປູກລະຫວ່າງຕົ້ນ 0,75 ແມັດ ແລະ ລະຫວ່າງແຖວ 3 ແມັດ.


ຮູບພາບທີ: 5 ໄລຍະການປູກມອນ 0.75ມ x 2.50ມ
ຂຸມປູກ
ໃນການປູກມອນຄວນຈະຂຸດບໍລິເວທີ່ຈະປູກໃຫ້ເປັນຂຸມ ຫຼື ເປັນຮ່ອງຕື່ມຕາມສວນ ແລະ ໄລຍະຂອງຂຸມແມ່ນ 30×30 ຊັງຕີແມັດ


ຮູບພາບທີ: 6 ຂຸມປູກມອນ
 ການປູກ
ວິທີການປູກມອນແມ່ນມີຄວາມສໍາຄັນຕໍ່ອັດຕາການລອດຕາຍ ແລະ ການຈະເລີນເຕີບໂຕຂອງຕົ້ນມອນ ຊຶ່ງການປູກມອນໃນປະຈຸບັນໂດຍທົ່ວໄປຈະປູກກັນຢູ່ 2 ວິທີຄື:
ການປູກດ້ວຍງ່າໂດຍກົງ
ການປູກວິທີນີ້ສະດວກສະບາຍ, ໃຊ້ແຮງງານໜ້ອຍ, ແຕ່ຈະເປືອງທ່ອນພັນຫຼາຍ ແລະ ເປີເຊັນການລອດຕາຍຈະໜ້ອຍ ໂດຍນໍາເອົາງ່າທີ່ຕຽມໄວ້ມາສຽບໃສ່ດິນ ຫຼື ຂຸມປູກທີ່ຕຽມໄວ້ໃຫ້ເລິກປະມານ 1 ໃນ 3 ຂອງຄວາມຍາວ ຫຼື ປູກໃຫ້ເຫຼືອຕາ 2-3 ຕາ ຢູ່ເທິງໜ້າດິນ ການປູກແບບນີ້ຕ້ອງມີລັກສະນະຕັ້ງຊື່ ຊຶ່ງໃນແຕ່ລະຂຸມຈະຕ້ອງປູກ 2-3 ງ່າ ເພື່ອໄວ້

ເພາະຈະມີບາງງ່າທີ່ຕ້ອງຕາຍໄປ.

 

 

 

 

 

ຮູບພາບທີ: 7 ການປູກມອນໃນສວນໂດຍກົງ
ການປູກດ້ວຍງ່າທີ່ຊໍາແລ້ວ
ການປູກວິທີນີ້ສະດວກຕໍ່ການຂົນຍ້າຍໄປປູກໂດຍບໍ່ກະທົບກະເທືອນຕໍ່ລະບົບຮາກ ເມື່ອນໍາໄປປູກຈະມີເປີເຊັນການລອດຕາຍສູງ ແຕ່ຈະເສຍຄ່າໃຊ້ຈ່າຍ ແລະ ແຮງງານຫຼາຍກວ່າ ໂດຍນໍາເອົາມອນທີ່ຊໍາແລ້ວ 2-3 ເດືອນ ມາຕັດຍອດອອກໃຫ້ເຫຼືອສູງຂື່ນຈາກໜ້າດິນປະມານ 15 ຊັງຕີແມັດ ແລະ ໃຫ້ເຫຼືອໄວ້ 2 ງ່ານ້ອຍ ແລ້ວນໍາໄປປູກໃນຂຸມທີ່ກຽມໄວ້ ແລ້ວເອົາດິນທີ່ຂຸດຂື້ນມາຖົມ ແລະ ຢຽບໃຫ້ແໜ້ນເພື່ອປ້ອງກັນບໍ່ໃຫ້ລະບົບຮາກເໜັງຕີງເມື່ອເວລາລົມພັດ ໃຊ້ຫຍ້າແຫ້ງປົກເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນ ຖ້າຝົນບໍ່ຕົກຕ້ອງຫົດນໍ້າ.

ຮູບພາບທີ: 8 ການປູກມອນດ້ວຍງ່າທີ່ຊໍາແລ້ວ
ສໍາລັບການຄິດໄລ່ຈໍານວນງ່າມອນທີ່ຈະປູກໃນສວນ
ຈໍານວນງ່າມອນ/ພື້ນທີ່=(ພື້ນທີ ( ຕາຕະລາງແມັດ ))/(ໄລຍະຕົ້ນ(ແມັດ) X ໄລຍະແຖວ (ແມັດ))

ການບົວລະບັດຮັກສາ
ການຮັກສາຄວາມຊຸມຊື່ນ
ຄວນໃຫ້ນໍ້າຫຼັງຈາກປູກມອນແລ້ວ ຕ້ອງຫົດນໍ້າເປັນປະຈໍາເພື່ອບໍ່ໃຫ້ມອນແຫ່ວແຫ້ງ ເມື່ອປູກໄດ້ 2 ອາທິດແລ້ວເຮົາຈຶ່ງລຸດການໃຫ້ນໍ້າເປັນອາທິດລະ 2 ເທື່ອ
ຫາວັດສະດຸຄຸມດິນເຊັ່ນ: ຫຍ້າແຫ້ງ, ເຟືອງເປັນຕົ້ນ
ໃສ່ຝຸ່ນອິນຊີວັດຖຸເຊັ່ນ: ຝຸ່ນຄອກ, ຝຸ່ນໝັກຊີວະພາບ ເພື່ອປັບສະພາບຂອງດິນໃຫ້ມີຄວາມອຸ້ມນໍ້າດີຂື້ນ
ການໃຫ້ນໍ້າໃນລະດູແລ້ງ ການໃຫ້ນໍ້າອາດຈະຂຸດຮ່ອງເຂົ້າສວນມອນ
ການລະບາຍນໍ້າເປັນການຮັກສາຄວາມຊຸ່ມຊື່ນໃຫ້ເໝາະສົມ ຕໍ່ການຈະເລີນເຕີບໂຕຂອງຕົ້ນມອນ ຫາກນໍ້າຂັງໃບມອງຈະເຫຼືອງ ແລະ ຢຸດການຈະເລີນເຕີບໂຕ ແລະ ອາດຈະຕາຍໄດ້ ໃນລະດູຝົນຄວນລະວັງບໍ່ໃຫ້ນໍ້າຂັງ
ການໃສ່ຝຸ່ນ
ຝຸ່ນກໍ່ເປັນປັດໃຈສໍາຄັນອັນໜຶ່ງທີ່ຈະຊ່ວຍເພີ່ມຜົນຜະລິດ ແລະ ຄຸນນະພາບຂອງໃບມອນໃຫ້ດີຂື້ນ ເພາະວ່າດິນທີ່ປູກມອນເມື່ອເຮົາປູກມອນໄປດົນແຮ່ທາດອາຫານກໍ່ຈະຄ່ອຍໆຫຼຸດລົງໄປ ດັ່ງນັ້ນຈຶ່ງຕ້ອງປັບປຸງບໍາລຸງດິນໃຫ້ມີທາດອາຫານຢູ່ສະເໝີ ເພື່ອການຈະເລີນເຕີບໂຕຂອງມອນ ອັດຕາການໃສ່ຝຸ່ນມີຄື: ຝຸ່ນຄອກ ແລະ ຝຸ່ນໝັກ ຄວນໃສ່ 2000 ກິໂລ/ໄລ່/ປີ ໂດຍແບ່ງໃສ່ 4 ເທື່ອ/ປີ

ແຫ່ງທີ່ມາ:
ຮຽບຮຽງໂດຍ:
ໝວດໝູ່:
ແຫຼ່ງຂໍ້ມູນ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:

 

ຕິດຕໍ່: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ບ້ານ ຫາດດອກແກ້ວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

ໂທ: 021 360377