Monthly Archives: March 2019
ເຂົ້າຈ້າວເຊບັ້ງໄຟ2 (XBF2)
ຊື່ແນວພັນ: ເຊບັ້ງໄຟ2 (XBF2)
ຊະນິດເຂົ້າ: ເຂົ້າຈ້າວ
ຄູ່ປະສົມພັນ: RD15/3*IR57514
ປະຫວັດພັນເຂົ້າ: ເປັນແນວພັນທີ່ພັດທະນາຂື້ນຈາກການປະສົມພັນ ລະຫວ່າງເຂົ້າຈ້າວຫອມຂອງໄທ RD15 ເປັນພໍ່ພັນໂດຍປະສົມພັນຕ່າວກັບເຂົ້ົາIR57514ທີ່ພັດທະນາ ໂດຍສະຖາບັນຄົ້ນຄວ້າເຂົ້າສາກົນປະເທດຟີລິບປີນນຳໃຊ້ເຄື່ອງມືທາງດ້ານຊີວະເຕັກໂນໂລຊີເຂົ້າຊ່ວຍ ໃນການຄັດເລືອກຈົນຮອດປີ 2008-2009 ຈິ່ງໄດ້ສາຍພັນ ARC-22-42-1-25-38-TDK-41-B
ການຮັບຮອງພັນ: ກົມປູກຟັງອອກແນວພັນພືດສົ່ງເສີມໃນວັນທີ 13 ສິງຫາ 2018
ລັກສະນະປະຈຳພັນ:
– ເປັນເຂົ້າຈ້າວຕົ້ນສູງປະມານ 70-90 ຊມ
– ເປັນເຂົ້າບໍ່ຮູ້ສຶກຕໍ່ຊ່ວງແສງອາຍຸແຕ່ມື້ຕົກກ້າຫາມື້ເກັບກ່ຽວແມ່ນ 115-120 ມື້
– ລຳຕົ້ນສີຂຽວຈ່າງ, ມີຮວງຍາວປານກາງ ຕົ້ນແຂງບໍ່ລົ້ມງ່າຍ
– ໄລຍະພັກໂຕຂອງເມັດເຂົ້າ 3 ອາທິດ
– ເມັດເຂົ້າເປືອກແມ່ນສີເຟືອງ
– ເມັດເຂົ້າສານບໍ່ມີລັກສະນະທ້ອງໄຂ່
– ເມັດເຂົ້າກ້ອງມີລວງຍາວ, ກວ້າງ ແລະ ຄວາມໜາແມ່ນ 7.48 x 2.1×1.7 ມມ
– ປະລິມານທາດອາມີໂລສ 16-18%
– ຄຸນນະພາບເຂົ້າສຸກອ່ອນນຸ້ມຫອມ
ຜົນຜະລິດ: 3-5 ໂຕນ/ເຮັກຕາ
ລັກສະນະເດັ່ນ:
– ເປັນເຂົ້າຈ້າວຫອມສາມາດປູກໄດ້ທັງນາປີ ແລະ ນາແຊງ
– ທົນນ້ຳຖ້ວມ, ທົນແລ້ງ, ທົນປານກາງຕໍ່ເພ້ຍຈັກຈັ່ນສີນ້ຳຕານ ແລະ ສີຂຽວ, ແມງບົ່ວ, ພະຍາດໃບໄໝ້, ຄໍຮວງເນົ່າ, ຂອບໃບແຫ້ງ ແລະ ເຫງົ້າເນົ່າ.
– ກີນແຊບອ່ອນນຸ້ມດີ
ຂໍ້ຄວນລະວັງ:
– ບໍ່ທົນຕໍ່ປະກົດການເຫລັກ (Fe) ເປັນຜິດ ແລະ ດ້ວງກໍ
ພື້ນທີ່ແນະນຳ:
– ປັບໂຕໄດ້ກວ້າງເໝາະສົມໃນເຂດປູກເຂົ້າທີ່ມັກເກີດໄພນ້ຳຖ້ວມໃນລະດູຝົນ ແລະ ຕ້ອງການນ້ຳໜ້ອຍໃນລະດູແລ້ງໃນທົ່ງພຽງພາກກາງ ແລະ ພາກໃຕ້
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ເຂົ້າໜຽວທ່າສະໂນ11
ຊື່ແນວພັນ: ທ່າສະໂນ11 (TSN11)
ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມ: TDK1/IR57514
ທີ່ມາ: ມະຫາວິທະຍາໄລກະເສດສາດ ກຳແພງແສນ, ປະເທດໄທ
ຊື່ສາຍພັນ: RGD10033-77-MAS-291-21-B-B
ປະຫວັດພັນເຂົ້າ: ນໍາເຂົ້າມາປູກທົດລອງທີ ສປປ ລາວແຕ່ປີ 2014. ປູກທົດລອງໃນເງື່ອນໄຂນານໍ້າຝົນ 2014-2015 ປູກທົດລອງທ້ອງຖີ່ນໃນເງື່ອນໄຂຊົນລະປະທານ (ລະດູແລ້ງ) 2016.
ການຮັບຮອງພັນ:
ລັກສະນະປະຈໍາພັນ:
-ມີຄວາມສູງ-ຊຕມ. 120-130
-ບໍ່ຮູ້ສຶກຕໍ່ຊ່ວງແສງ
-ອາຍຸ 140 ວັນ
-ເມັດເຂົ້າເປືອກສີນໍ້າຕານ
-ນໍ້າໜັກ 1000 ເມັດ ກຣາມ: 28 ກຣາມ
-ຕອບສະໜອງຕໍ່ຝຸ່ນ N ໄດ້ດີ: ລະດັບປານກາງ
-ລໍາຕົ້ນສີ (ສີໃບ) ຂຽວ
-ໄລຍະການພັກຕົວຂອງເມັດປະມານ ອາທິດ
-ເມັດເຂົ້າກ່ອງ ລວງກວ້າງ x ລວງຍາວ x ໜາ
-ປະລິມານອາມີໂລສ <2%
-ຄຸນນະພາບເຂົ້າສຸກອ່ອນນຸ້ມດີ
ຜົນຜະລິດ: 5-6 ໂຕນ/ເຮັກຕາ
ລັກສະນະເດັ່ນ:
-ເປີເຊັນການສີປະມານ 65%
-ເໝາະສົມສຳລັບນາ ປີ ແລະ ນາແຊງ
-ທົນທານຕໍ່ການທໍາລາຍຂອງພະຍາດຂອງພະຍາດໃບໄໝ້ ແລະ ຂອບໃບແຫ້ງໄດ້ດີ
-ລໍາຕົ້ນແຂງແຮງປານກາງ
-ທົນທານຕໍ່ເພັ້ຍຈັກຈັ່ນສີຂຽວໄດ້ດີ
ຂໍ້ຄວນລະວັງ:
-ບໍ່ທົນຕໍ່ການທໍາລາຍຂອງເພັ້ຽຈັກຈັນສີນໍ້າຕານ
ພື້ນທີ່ແນະນໍາ:
-ທົ່ງພຽງພາກກາງ ແລະ ພາກໃຕ້
ເຂົ້າໜຽວທ່າດອກຄໍາ1
ຊື່ແນວພັນ: ທ່າດອກຄໍາ 1 (TDK1)
ຊະນິດເຂົ້າ: ເຂົ້າໜຽວ
ທີ່ມາ: ສະຖາບັນຄົ້ນຄວ້າເຂົ້າສາກົນ (IRRI), ຟີລິບປິນ
ຄູ່ປະສົມພັນ: SPT77149 / R13423-10-2-3
ຊື່ສາຍພັນ: IR43069-UBN-507-3-1-2-2
ປີແນະນໍາໃຊ: 1993
ລັກສະນະ: ເປັນເຂົ້າໜຽວອາຍຸການທີ່ມີຄຸນະພາບໃນການກິນດີ, ແຕກກໍດີ, ຕອບສະໜອງຕໍ່ຝຸ່ນໄດ້ດີ, ອາຍຸ 135-140 ວັນ, ລຳຕົ້ນສູງ 95-110 ຊມ, ນ້ຳໜັກ 1.000 ເມັດ: 28 ກຣາມ, ສີຂອງເມັດເຂົ້າເປືອກ: ສີນ້ຳຕານ, ສາມາດປູກທັງນາປີ, ນາແຊງ ແລະ ໃນທຸກສະພາບແວດລ້ອມ, ທົນທານຕໍ່ການທຳລາຍຂອງພະຍາດໄໝ້, ຂອບໃບແຫ້ງ, ເພັ້ຍຈັກຈັ່ນສີນ້ຳຕານໄດ້ດີ.
-ມີຄວາມສູງ-ຊຕມ. 100-110
-ບໍ່ຮູ້ສຶກຕໍ່ຊ່ວງແສງ
-ອາຍຸ 135-140 ວັນ.
-ເມັດເຂົ້າເປືອກສີ ສີນໍ້າຕານ
-ນໍ້າໜັກ 1000 ເມັດ ກຣາມ: 28 ກຣາມ
-ຕອບສະໜອງຕໍ່ຝຸ່ນ Nໄດ້ດີ: ລະດັບປານກາງ
-ລໍາຕົ້ນສີ (ສີໃບ) ຂຽວ
-ໄລຍະການພັກຕົວຂອງເມັດປະມານ 1 ອາທິດ.
-ເມັດເຂົ້າກ່ອງ ລວງກວ້າງ x ລວງຍາວ x ໜາ
-ປະລິມານອາມີໂລສ <2%
-ຄຸນນະພາບເຂົ້າສຸກອ່ອນນຸ້ມດີ
-ຜົນຜະລິດ: 5-6 ໂຕນ/ເຮັກຕາ.
ລັກສະນະເດັ່ນ:
-ເປີເຊັນການສີປະມານ 65%
-ເໝາະສົມສຳລັບນາປີ ແລະ ນາແຊງ
-ທົນທານຕໍ່ການທໍາລາຍຂອງພະຍາດຂອງພະຍາດໃບໄໝ້ ແລະ ຂອບໃບແຫ້ງໄດ້ດີ
-ລໍາຕົ້ນແຂງແຮງປານກາງ
-ທົນທານຕໍ່ເພັ້ຍຈັກຈັ່ນສີຂຽວໄດ້ດີ
-ທົ່ງພຽງພາກກາງ ແລະ ພາກໃຕ້
ຈຸດອ່ອນ: ບໍ່ທົນທານຕໍ່ການທຳລາຍຂອງເພັ້ຍຈັກຈັ່ນສີຂຽວ, ແມງບົ່ວ, ດ້ວງກໍ ແລະ ພະຍາດເຫງົ້າເນົ່າ, ຄຸນນະພາບໃນການສີຕ່ຳໃນເງື່ອນໄຂການຜະລິດ.
ເຂົ້າໜຽວທ່າດອກຄໍາ11
ຊື່ແນວພັນ: ທ່າດອກຄຳ11 (TDK11)
ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມພັນ: RD10/PSBRC10
ປະຫວັດພັນເຂົ້າ: ເປັນແນວພັນທີ່ໄດ້ຈາກຄູ່ປະສົມຂອງສູນຄົ້ນຄວ້າກະສິກຳ-ນາພອກຄູ່ທີ່ 49 ໄດ້ຈາກການປະສົມພັນລະຫວ່າງເຂົ້າໜຽວຂອງໄທ (RD10) ກັບແນວພັນເຂົ້າຈ້າວຈາກປະເທດຟີລິບປີ່ນ (PSBRC10) ໂດຍວິທີປັບປຸງພັນແບບມາດຕະຖານ (Conventional Breeding) ແລະ ຄັດເລືອກແບບວິທີສືບຕະກຸນ/ຈົດປະຫວັດ (Pedigree Method) ເລີ່ມຕົ້ນໃນປີ 1996 ຈົນໄດ້ສາຍພັນດີເດັ່ນຄື: TDK49-B-6-1-2.
ການຮັບຮອງພັນ: ກົມປູກຟັງອອກແນວພັນພືດສົ່ງເສີມໃນວັນທີ 13 ສິງຫາ 2018.
ລັກສະນະປະຈຳພັນ:
– ເປັນເຂົ້າໜຽວຕົ້ນສູງປະມານ 110-120 ຊມ
– ເປັນເຂົ້າບໍ່ຮູ້ສຶກຕໍ່ຊ່ວງແສງອາຍຸແຕ່ມື້ຕົກກ້າຫາມື້ເກັບກ່ຽວແມ່ນ 130-135 ມື້
– ລຳຕົ້ນສີຂຽວອ່ອນຕັ້ງຊື່, ມີຮວງຍາວ ຕົ້ນແຂງທົນຕໍ່ການຫັກລົ້ມໄດ້ດີ
– ໄລຍະພັກໂຕຂອງເມັດເຂົ້າ 3 ອາທິດ
– ເມັດເຂົ້າເປືອກແມ່ນສີເຟືອງ
– ເມັດເຂົ້າກ້ອງມີລວງຍາວ, ກວ້າງ ແລະ ຄວາມໜາແມ່ນ 7.85×2.19×2.83 ມມ
– ປະລິມານທາດອາມີໂລສ <2%
– ຄຸນນະພາບເຂົ້າໜື້ງສຸກອ່ອນນຸ້ມບໍ່ຫອມຜົນຜະລິດ: 3-5 ໂຕ່ນ/ເຮັກຕາ
ລັກສະນະເດັ່ນ:
-ເປັນເຂົ້າໜຽວສາມາດປູກໄດ້ທັງນາປີ ແລະ ນາແຊງ
-ທົນທານຕໍ່ປະກົດການເຫຼັກ (Fe) ເປັນພິດ
-ຕ້ານທານຕໍ່ພະຍາດໃບໄໝ້ ແລະ ຂອບໃບແຫ້ງ
-ຕ້ານທານປານກາງຕໍ່ພະຍາດຄໍຮວງເໜົ່າ
-ຄຸນນະພາບການກິນດີອ່ອນນຸ້ມ
-ເປີເຊັນເຂົ້າສານສີໄດ້ສູງໂດຍສະເພາະລະດູນາແຊງ
ຂໍ້ຄວນລະວັງ:
– ເຂົ້າເຢັນອຸ່ນຄືນແຫຼວ
– ບໍ່ທົນທານຕໍ່ພະຍາດຄໍຮວງເໜົ່າ, ເພັ້ຍຈັກຈັ່ນສີນ້ຳຕານ-ສີຂຽວ ແລະ ແມງບົ່ວ
ພື້ນທີ່ແນະນຳ:
– ປັບຕົວໄດ້ດີໃນເຂດແຫ້ງແລ້ງນາໂນນພາກກາງ ແລະ ພາກໃຕ້
– ເໝາະສົມສໍາລັບດິນປູກເຂົ້າທີ່ເປັນກົດ ແລະ ເຂດປູກເຂົ້ານາແຊງ ແລະ ນາປີຕະຫລອດ
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:
ຮຽບຮຽງໂດຍ:
ເຂົ້າໜຽວ ເຊບັ້ງໄຟ1 (XBF1)
ແນວພັນ: ເຊບັ້ງໄຟ1 (XBF1)
ຊະນິດເຂົ້າ: ເຂົ້າໜຽວ
ຄູ່ປະສົມພັນ: IR40913-33-1-3-2/3*TDK1
ປະຫວັດພັນເຂົ້າ: ແມ່ນໝາກຜົນຂອງການຖ່າຍທອດເຊື້ອພັນທົນນ້ຳຖ້ວມ SUB1 ຈາກສາຍພັນເຂົ້າ IR40913-33-1-3-2 ເປັນພໍ່ພັນໂດຍປະສົມພັນຕ່າວກັບເຂົ້ົາພັນປັບປຸງລາວຄືທ່າດອກຄຳ1ໂດຍວິທີນຳໃຊ້ເຄື່ອງມືທາງດ້ານຊີວະເຕັກໂນໂລຊີເຂົ້າຊ່ວຍໃນການຄັດເລືອກເລີ່ມຕົ້ນໃນປີ 1999 ຈົນໄດ້ສາຍພັນ IR07F289
ການຮັບຮອງພັນ: ກົມປູກຟັງອອກແນວພັນພືດສົ່ງເສີມໃນວັນທີ 13 ສິງຫາ 2018
ລັກສະນະປະຈຳພັນ:
– ເປັນເຂົ້າໜຽວຕົ້ນສູງປະມານ 106-125 ຊມ
– ເປັນເຂົ້າບໍ່ຮູ້ສຶກຕໍ່ຊ່ວງແສງອາຍຸແຕ່ມື້ຕົກກ້າຫາມື້ເກັບກ່ຽວແມ່ນ 139-145 ມື້
– ລຳຕົ້ນສີຂຽວຕັ້ງຊື່, ມີຮວງຍາວປານກາງ ຕົ້ນແຂງບໍ່ລົ້ມງ່າຍ
– ໄລຍະພັກໂຕຂອງເມັດເຂົ້າ 3 ອາທິດ
– ເມັດເຂົ້າເປືອກແມ່ນສີເຟືອງ
– ເມັດເຂົ້າກ້ອງມີລວງຍາວ, ກວ້າງ ແມ່ນ 7.19 x 2.33 ມມ
– ປະລິມານທາດອາມີໂລສ <2%
– ຄຸນນະພາບເຂົ້າໜື້ງສຸກອ່ອນນຸ້ມບໍ່ຫອມ
ຜົນຜະລິດ: 3-6 ໂຕ່ນ/ເຮັກຕາ
ລັກສະນະເດັ່ນ:
– ເປັນເຂົ້າໜຽວສາມາດປູກໄດ້ທັງນາປີ ແລະ ນາແຊງ
– ທົນນ້ຳຖ້ວມໄດ້ດີ, ທົນປານກາງຕໍ່ພະຍາດໃບໄໝ້ ແລະ ຂອບໃບແຫ້ງ
– ກີນແຊບອ່ອນນຸ້ມດີ, ເຂົ້າເຢັນອຸ່ນຄືນບໍ່ແຫລວ
– ເປີເຊັນເຂົ້າສານສີໄດ້ດີກ່ອນເຂົ້າທ່າດອກຄຳ1 ໂດຍສະເພາະແມ່ນໃນລະດູນາແຊງ
ຂໍ້ຄວນລະວັງ:
– ບໍ່ທົນທານຕໍ່ເພັ້ຍຈັກຈັ່ນສີນ້ຳຕານ ແລະ ສີຂຽວ, ພະຍາດຄໍຮວງເນົ່າ, ບໍ່ທົນຕໍ່ປະກົດການເຫລັກ (Fe) ເປັນຜິດ
ພື້ນທີ່ແນະນຳ:
– ປັບໂຕໄດ້ກວ້າງເໝາະສົມໃນເຂດປູກເຂົ້າທີ່ປະສົບກັບໄພນ້ຳຖ້ວມໃນ 7 ທົ່ງພຽງໃຫຍ່ຂອງພາກກາງ ແລະ ພາກໃຕ້
ແຫຼ່ງຂໍ້ມູນ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ການປູກປໍສາ
ການປູກປໍສາ
ປໍສາ ເປັນພືດທີ່ຢູ່ໃນຕະກຸນ MORACEAE ມີຊື່ວິທະຍາສາດ: Broussonetia papyrifera (L.) L’Hér. ex Vent . ປໍສາ ເປັນໄມ້ຫຼົ່ນໃບ, ຕົ້ນມີລັກສະນະເປັນພຸ່ມ ມີເຮືອນຍອດແຜ່ກວ້າງ, ສູງ 3-20 ແມັດ ແລະ ມີໜ້າຕ້າງພຽງເອິກ 5-50 ຊັງຕີແມັດ. ເປືອກຂອງມັນ ໜາ, ກ້ຽງ, ສີເທົ່າ, ມີຢາງສີຂາວ. ໃບ ຫຍາບ, ຊາ, ມີຮູບຮ່າງຕ່າງກັນ ເຊັ່ນ ຕົ້ນອ່ອນ ເປັນແກກເລິກ ແລະ ຕົ້ນແກ່ ໃບເປັນຮູບໄຂ່, ຂອບໃບ ເປັນແຂ້ວ. ຂະໜາດຂອງໃບ ຍາວ 7-20 ຊັງຕີແມັດ, ກວ້າງ 6-8 ຊັງຕີແມັດ ແລະ ມີກ້ານໃບ ຍາວ 3-10 ຊັງຕີແມັດ. ກິ່ງງ່າອ່ອນມີສີຂຽວ, ມີຂົນ ແລະ ສ່ວນເປືອກແກ່ ເປັນສີນ้ำຕານ ມີເສັ້ນໃຍຫຼາຍ. ກິ່ງງ່າແກ່ ມີເປືອກໜາ ເປັນສີນໍ້າຕານປົນເທົ່າ, ແຕ່ວ່າຜ່ອຍ ບໍ່ທົນທານຕໍ່ລົມພັດ. ດອກຢູ່ຕົ້ນຜູ້ເປັນສີເຫຼືອງ ປົນຂາວ, ຊໍ່ດອກເປັນຮວງຍາວ 10-15 ຊັງຕີແມັດ. ຊໍ່ດອກຢູ່ຕົ້ນແມ່ເປັນຫົວມົນກົມ ມີເສັ້ນຜ່າສູນກາງ 1.2-1.8 ຊັງຕີແມັດ. ໝາກ ເປັນໝາກເນື້ອ, ມົນ, ສີສົ້ມ ແລະ ມີຂົນສີມ່ວງ, ມີເສັ້ນຜ່າສູນກາງ 1-3 ຊັງຕີແມັດ ແລະ ບັນຈຸມີແກ່ນນ້ອຍໆ ສີແດງຊ້ຳເປັນຈຳນວນຫຼວງຫຼາຍ ແລະ ແຕ່ລະແກ່ນແມ່ນຈັບໃສ່ກັບກ້ານໝາກເປັນເນື້ອ ຊຶ່ງຍາວ ປະມານ 1.2 ຊັງ. ປໍສາສາມາດປູກປົນກັບພືດໄຮ່ຫຼືປູກແຕ່ປໍສາຢ່າງດຽວ.
ຜົນດີຂອງການປປູກປໍສາປົນກັບພືດໄຮ່:
1. ເປັນທີ່ຍອມຮັບຂອງຊາວໄຮ່ຫຼາຍ.
2. ໄດ້ລາຍຮັບຈາກພືດແຊມ.
3. ປໍສາບໍ່ໄດ້ເຮັດໃຫ້ຜົນຜະລິດພືດແຊມຫຼຸດລົງ.
I ອຸປະກອນໃນການປູກ:
ອຸປະກອນໃນການປູກທີ່ສາມາດໃຊ້ປູກມີ ເບ້ຍ(ທີ່ປູກໃສ່ຖົງ),ການຕັດຮາກ ແລະ ເບ້ຍຈາກຮາກ.ການໃຊ້ເບ້ຍປູກເປີເຊັນລອດຕາຍສູງທີ່ສຸດ.ທັດລົງມາແມ່ນການໃຊ້ເບ້ຍຈາກຮາກວິທີຕັດຮາກແມ່ນຍາກບໍ່ແນະນຳໃຫ້ປູກເພາະວ່າເປີເຊັນການລອດຕາຍຕໍ່າ.ແຕ່ເຖີງຢ່າງໃດກໍ່ຕາມທັງ 3 ວິທີ ນີ້ໃຊ້ຊຳໃສ່ໃນຖົງຢ່າງກ່ອນແລ້ວຈຶ່ງນຳເອົາໄປປູກ.
ການໃຊ້ເບ້ຍ ການຕັດຮາກ ແລະ ໃຊ້ເບ້ຍຈາກຮາກ
II ໄລຍະປູກ:
ຄວນປູກປໍສາໃນຊ່ວງທ້າຍເດືອນພືດສະພາຫາທ້າຍເດືອນມິຖຸນາເມື່ອໃຊ້ເບ້ຍ ແລະ ເບ້ຍຈາກຮາກປູກພາຍຫຼັງທີ່ຝົນຕົກເປີເຊັນການລອດຕາຍແມ່ນສູງທີ່ສຸດ.
ໄລຍະຫ່າງຂອງການປູກ: ປູກປໍສາດ້ວຍໄລຍະຫ່າງ 2 X 2 ແມັດ
III ການເຕີບໂຕຂອງປໍສາ ແລະ ການເສຍຫຍ້າ:
ພາຍຫຼັງປູກປໍສາແລ້ວໂດຍສົມທຽບກັບຕົ້ນປໍສາເກົ່າທີ່ປົ່ງຂື້ນໃໝ່ເຫັນວ່ າປໍສາເຕີບໂຕຊ້າເຊີ່ງໃນຊ່ວງທ້າຍລະດູຝົນອາດຈະສູງພຽງແຕ່ 1-2 ແມັດ.ໃຫ້ສືບຕໍ່ເສຍຫຍ້າຈົນກວ່າປໍສາເຕີບໂຕໄດ້ດີ.
IV ການເກັບກ່ຽວ
1. ໄລຍະເວລາເກັບກ່ຽວທີ່ເຮັດໃຫ້ໄດ້ເສັ້ນໄຍທີ່ມີຄຸນນະພາບ ຖ້າເກັບຊ້າປໍຈະແກ່ ແລະ ເປືອກໜຽວເກັບກ່ຽວໄດ້ຍາກຂື້ນ ເສັ້ນໄຍຂາດແຂງກະດ້າງ ແລະ ຕ້ອງໃຊ້ເວລາແຊ່ປໍດົນຂື້ນ ຖ້າເກັບກ່ຽວກ່ອນກຳນົດຜົນຜະລິດຈະລຸດລົງເສັ້ນໄຍປໍອ່ອນຄຸນນະພາບບໍ່ດີ ມີການສູນເສຍເສັ້ນໄຍໄປກັບການແຊ່ປໍເນື່ອງຈາກວ່າປໍເປັນພືດທີ່ຕອບສະໜອງຕໍ່ແສງ ຈຶ່ງຈຳເປັນຕ້ອງປູໃຫ້ເປັນເວລາທີ່ປໍສາສາມາດຈະເລີນເຕີບໂຕທາງລຳຕົ້ນຍາວນານທີ່ສຸດເພື່ອໃຫ້ໄດ້ຜົນຜະລິດສູງສຸດ
V ການໃຊ້ປະໂຫຍດຈາກປໍສາ
1. ປໍສ່ວນໃຫ່ຍໃຊ້ເປັນແຜ່ນຜ້າ ແລະ ເປົາສຳລັບບັນຈຸເມັດພັນຫຼືສິ່ງຂອງອື່ນໆເພື່ອການຂົນສົ່ງຫຼຶືການເກັບຮັກສາ ເຊັ່ນ ຖ່ານຫີນ ເມັດພັນພືດ ຫົວຫອມ ມັນຝຮັ່ງ ແຮ່ປຸ໋ຍເຄມີ ປູນສີມັງ ນໍ້າຕານ ຕະປູ ເຂົ້າ ສາລີ ຖົ່ວຕ່າງໆຕະຫຼອດຈົນພືດຕ່າງໆ
2. ນອກຈາກນັ້ນຍັງປະສົມເຮັດຟອນນໍ້າ ເສັ້ນໄຍທີ່ມີຄຸນນະພາບສູງສຸດໂດຍສະເພາະເສັ້ນໄຍປໍສາກະເຈົາໃຊ້ເຮັດພົມ
ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: http://kanchanapisek.or.th/kp6/sub/book/book.php?book=17&chap=7&page=t17-7-infodetail07.html
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີ່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
<iframe width=”560″ height=”315″ src=”https://www.youtube.com/embed/FcsQUBqxHeI” frameborder=”0″ allow=”accelerometer; autoplay; encrypted-media; gyroscope; picture-in-picture” allowfullscreen></iframe>
ເບີໂທຕິດຕໍ່:
ເຕັກນິກວິທີການປູກຜັກໄຊ່
ເຕັກນິກວິທີການປູກຜັກໄຊ່
ຜັກໃຊ່ເປັນພືດລົ້ມລຸກ ມີຊື່ທາງວິທະຍາສາດວ່າ: Monordic cha rantia L. ເປັນເຄືອທີມີກິ່ງກ້ານສາຂາຫຼາຍ ມີຄວາມຍາວເຖິງ 2 ແມັດ ເຄືອຂອງມັນຍາວ ແລະ ມີຂົນພ້ອມດ້ວຍມືກ້ຽວ, ຍາວປະມານ 20 ຊັງຕີແມັດ ໃຍຂອງມັນແພ່ກວ້າງເປັນຮູບໄຂ່ແຍກເປັນ 5 ຊີກ ໃບກໍເປັນຮູບໄຂ່ ແລະ ເປັນແຂ້ວທີ່ຂອບ ສ່ວນກ້ານໃບຍາວ 3-6 ຊັງຕີແມັດ ດອກເປັນສີຂາວ ຫຼື ເຫຼືອງ ຂະໜາດເສັ້ນຜ່າກາງ 2 ຊັງຕີແມັດ.
1. ໝາກເປັນລັກສະນະຍາວຮູບໄຂ່: ມີລັກສະນະສ້ວຍແຫຼມທັງສອງສົ້ນຂະໜາດຄວາມຍາວຂອງໝາກ 10-15 ຊັງຕີແມັດ ແລະ ມີເສັ້ນຜ່າກາງແຕ່ 3,8-6,4 ຊັງຕີແມັດ ທັງນີ້ ແມ່ນຂຶ້ນກັບແຕ່ລະຊະນິດຕາມຜິວຂອງໝາກຍັງມີຫຼ່ຽມເປັນເສັ້ນຍາວ ເມື່ອສຸກເຕັມທີ່ຈະເປັນສີໝາກກ້ຽງອົມແດງ ເຄືອໜຶ່ງຈະໃຫ້ຜົນຜະລິດສູງເຖິງ 10-12 ໜ່ວຍ ຜັກໃຊ່ສ່ວນຫຼາຍແມ່ນຈະມັກພົບເຫັນຢູ່ຕາມແຄມທາງ ແຄມຮົ້ວ ໃນປະເທດເຂດຮ້ອນຂອງອາເມລິກາໃຕ້ ອາຟຣິກາ ແລະ ເອເຊຍ ຊຶ່ງມີທັງການປູກ ແລະ ເກີດຂຶ້ນເອງໂດຍທຳມະຊາດໃນພື້ນທີ່ກາງແດດ ຫຼື ຮົ່ມບາງໆຕາມບ່ອນທີ່ມີດິນອຸດົມສົມບູນ ແລະ ມີຄວາມຊຸ່ມຊື່ນດີ.
2. ວິທີການປູກບົວລະບັດຮັກສາ: ໃຊ້ແກ່ນ 3-4 ແກ່ນຕໍ່ຂຸມ ຄວາມເລິກຂອງຂຸມປະມານ 2,5-3,5 ຊັງຕີແມັດ ຫຼັງຈາກນັ້ນຫວ່ານຝຸ່ນຄອກ ຫົດນ້ຳໃຫ້ຊຸ່ມປົກຂຸມດ້ວຍເຟືອງ ຫຼື ຫຍ້າແຫ້ງ ເມື່ອຕົ້ນກ້າມີໃບ ໃຫ້ຫຼົກເອົາໃບທີ່ບໍ່ສົມບູນອອກໃຫ້ເຫຼືອໄວ້ 2 ຕົ້ນຕໍ່ຂຸມ ເມື່ອຕົ້ນຜັກໃຊ່ເລີ່ມອອກເຄືອ ຫຼື ຕົ້ນມີອາຍຸປະມານ 15 ວັນ ຄວນເຮັດຄ້າງເພື່ອໃຫ້ຕົ້ນເກາະຂຶ້ນໄປ.
3. ວິທີເຮັດຄ້າງ: ປັກໄມ້ຄ້າງຍາວປະມານ 2 – 2.5 ແມັດ ທຸກໆຂຸມແລ້ວເອນປາຍເຂົ້າຫາກັນຜູກມັດປາຍໄວ້ໃຊ້ໄມ້ຄ້າງພາດຂວາງປະມານ 2-3 ຊ້ວງ.
4. ການຫົດນ້ຳ: ໃຫ້ຫົດທຸກໆເຊົ້າແລ້ງ ໃຫ້ສະໝ່ຳສະເໝີແຕ່ບໍ່ເຖິງປຽກເກີນໄປບໍ່ຄວນໃຫ້ຂາດນ້ຳສະເພາະແມ່ນໄລຍະກຳລັງອອກດອກ.
5. ການພວນດິນກຳຈັດວັດສະພືດ: ແມ່ນໃຫ້ເຮັດໃນໄລຍະຕົ້ນຍັງອ່ອນ ແຕ່ຄວນລະວັງບໍ່ໃຫ້ມັນກະທົບກະເທືອນເຖິງລະບົບຮາກ ເມື່ອຕົ້ນໄດ້ອາຍຸ 15 ວັນ ຄວນໃສ່ປຸ໋ຍຢູເຣຍ ຫຼື ແອມໂມເນຍຊັນເຟດ ປະມານ 5 ບ່ວງແກ່ງຕໍ່ຂຸມ ປະລິມານຂອງຝຸ່ນທີ່ໃຊ້ແມ່ນຂຶ້ນກັບຄວາມອຸດົມຂອງດິນ
6. ຄຸນປະໂຫຍດຂອງຜັກໃຊ່: ທຸກໆພາກສ່ວນຂອງຜັກໃຊ່ແມ່ນມີລົດຊາດຂົມ ຍ້ອນມັນມີສານອາຫານອັລກາລອຍ (alkakoid), ໂມໂຣດີຊິນ (moro dicne) ຊຶ່ງສາມາດຢຸດຢັ້ງການຂະຫຍາຍຕົວຂອງໄວຣັສ HIV (ໂລກເອດ) ໝາກສົດ ແລະ ແກ່ນແມ່ນມີປະໂຫຍດຫຼາຍກວ່າໃບ ສ່ວນໝາກສຸກນັ້ນມີລົດຊາດຂົມຫຼາຍ ແລະ ຈະເປັນທາດເບື່ອຕໍ່ຄົນ ແລະ ສັດໄດ້ ສຳລັບຕົ້ນຂອງຜັກໃຊ່ນັ້ນບັນຈຸທາດ ໂປເຕຊຽມຫຼາຍກວ່າທີ່ມີຢູ່ໃນໝາກກ້ວຍ 3 ເທື່ອ ແລະ ຍັງອຸດົມໄປດ້ວຍວິຕາມິນ A ແລະ C ນອກຈາກນັ້ນ ມັນຍັງເປັນເຄື່ອງດື່ມທີ່ມີຄຸນຄ່າ ທາງດ້ານການຢາເຊັ່ນ: ໃຊ້ປິ່ນປົວໂລກເບົາຫວານ, ປົວໂລກຜິວໜັງ, ປົວອາການໄຂ່ບວມ ແລະ ອາການຕິດເຊື້ອເຊັ່ນ: ໂລກເອດ, ໂລກຜິວໜັງ, ໂລກຕັບອັກເສບ, ໄຂ້ຫວັດໃຫຍ່ ແລະ ໂລກອ່ອນຕຸ່ມ, ໂລກກະເພາະ ແລະ ໂລກລຳໄສ້ອັກເສບ ສຳລັບແມ່ມານແມ່ນບໍ່ຄວນກິນຜັກນີ້ ເພາະຈະເປັນຜົນກະທົບຕໍ່ລູກໃນທ້ອງ.
7. ວິທີ ແລະ ປະລິມານທີ່ນຳໃຊ້ໃນການປິ່ນປົວ: ແກ້ເຈັບຝີ ໃຊ້ໃບແຫ້ງບົດເປັນຜົງປະສົມກັບນ້ຳເຫຼົ້າແລ້ວດື່ມ ຫຼື ໃຊ້ໃບສົດຕຳແລ້ວຄັ້ນເອົານ້ຳທາບໍລິເວນທີເປັນຝີເພື່ອແກ້ອາການບວມ ແລະ ການອັກເສບ.
ແກ້ອາການເຈັບແຂ້ວ: ໃຊ້ຮາກສົດນຳມາຕຳແລ້ວໄປພອກໃສ່ບາດແຂ້ວ.
ປົວແຜໝາກັດ: ໃຊ້ໃບສົດເອົາມາຕຳແລ້ວນຳໄປພອກໃສ່ບາດແຜທີ່ຖືກໝາກັດ.
ຂ້າພະຍາດໂຕກົມ: ໃຊ້ໃບສົດ 120 ກຣາມ ແລ້ວຄັ້ນເອົາມາດື່ມ
ແກ້ຄັນ ຫຼື ໂລກຜິວໜັງຕ່າງໆ: ໃສ່ໝາກແຫ້ງບົດເປັນຜົງແລ້ວໂຮ່ຍໃສ່ຕາມບາດແຜ.
ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ
ແຫຼ່ງຂໍ້ມູນ: http://www.rspg.or.th/plants_data/herbs/herbs_22_3.htm
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດີໂອ:
ຕິດຕໍ່:
ວິທີການກຳຈັດແມ້ງໄມ້ ແລະ ເຊື້ອລາໃນພືດຜັກສວນຄົວ ແລະ ໝາກໄມ້ໂດຍບໍ່ໃຊ້ສານເຄມີ
ແມງໄມ້ກໍ່ເປັນສ່ວນໜຶ່ງທີ່ເຮັດໃຫ້ພືດຜັກສວນຄົວ ແລະ ໝາກໄມ້ເກີດຄວາມເສຍຫາຍຖ້າຈະໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ກໍ່ອາດຈະເປັນສານຕົກຄ້າງ ແລະ ເປັນອັນຕະລາຍຕໍ່ຮ່າງກາຍ ດັ່ງນັ້ນຈຶ່ງໄດ້ມີການຄິດຄົ້ນສູດທີ່ຊ່ວຍໃນການກຳຈັດແມງໄມ້ ແລະ ເຊື້ອລາໂດຍບໍ່ຕ້ອງໃຊ້ສານເຄມີທີ່ເປັນອັນຕະລາຍອີກຕໍ່ໄປ.
I. ສູດທີ່1: ສູດນ້ຳສະກັດໄລ່ແມງໄມ້ ແລະ ປ້ອງກັນເຊື້ອລາ
1. ວັດຖຸ ແລະ ອຸປະກອນ
1. ໃບກະເດົາແກ່ ຫຼື ແກ່ນ
2. ໃບໝາກຂຽບ
3. ໃບສີດາ
4. ໃບກະເພົາ
5. ຫົວຂ່າແກ່
6. ຫົວສີໄຄເຄື່ອງ
7. ເປືອກຕົ້ນແຄ
8. ເປືອກໝາກມັງຄຸດ
9. ກາກນໍ້າຕານ
10. ຖັງພຼາສຕິກ
11. ມີດ ຫຼື ພ້າຊອຍ
2. ຂັ້ນຕອນ ແລະ ວິທີເຮັດ
ນຳສ່ວນປະສົມທີ 1-8 ຈໍານວນເທົ່າໆກັນຕັດ ຫຼື ຟັກ ລວມເຂົ້າກັນໃຫ້ໄດ້ 3 ກິໂລ ປະສົມກັບນໍ້າຕານ 1 ກິໂລນວດໃຫ້ເຂົ້າກັນດີແລ້ວໃສ່ຖັງພຼາສຕິກໝັກໄວ້ 7-10 ວັນ, ຫຼັງຈາກນັ້ນກອງເອົາແຕ່ນໍ້າ.
3. ການນຳໃຊ້ ແລະ ປ້ອງກັນ
ນຳໃຊ້ນໍ້າໝັກ 2 ບ່ວງແກງປະສົມກັບນໍ້າ 20 ລິດ ສີດ, ຫົດໃສ່ ຫຼື ສີດໃສ່ຕົ້ນພືດຕາມຕ້ອງການໃນຊ່ວງທີ່ບໍ່ມີແສງແດດ ທຸກໆ 7-10 ວັນ/ຄັ້ງ ເພື່ອໄລ່ແມງໄມ້ ແລະ ປ້ອງກັນກໍາຈັດເຊື້ອລາ.
II. ສູດທີ່2: ນໍ້າໝັກສະໝູນໄພກຳຈັດແມງໄມ້
1. ວັດຖຸ ແລະ ອຸປະກອນ
1. ໃບກະເດົາແກ່ ຫຼື ແກ່ນ 2 ກິໂລ
2. ຫົວຂ່າແກ່ 2 ກິໂລ
3. ຫົວສີໄຄເຄື່ອງ 2 ກິໂລ
4. ວານຫາງຈໍລະແຂ້ 2 ກິໂລ
5. ນໍ້າສະອາດ 20 ລິດ
6. ຖັງພຼາສຕິກ
7. ຄົກຕຳ ຫຼື ເຄື່ອງປັ່ນ
8. ມີດ ຫຼື ພ້າ
2. ຂັ້ນຕອນ ແລະ ວິທີເຮັດ
ນຳເອົາສະໝຸນໄພທັງ 4 ຊະນິດມາຊອຍເປັນທ່ອນນ້ອຍໆລວມເຂົ້າກັນຫຼັງຈາກນັ້ນຕຳ ຫຼື ບົດໃຫ້ລະອຽດແລ້ວນຳມາແຊ່ໃສ່ກັບນໍ້າ 20 ລິດ.
3. ວິທີການນໍາໃຊ້ ແລະ ປ້ອງກັນ
ໃຫ້ຕອງເອົາແຕ່ນໍ້າສະໝຸນໄພເຂັ້ມຂຸ້ນສູງເມື່ອເວລານຳໃຊ້ໃຫ້ໃຊ້ນ້ຳສະໝຸນໄພ 1 ລິດປະສົມກັບນ້ຳ 20-40 ລິດ ຄວາມເຂັ້ມຂຸ້ນຕາມທີ່ຕ້ອງການນຳໄປສີດຕົ້ນໄມ້ ແລະ ພືດຜັກເພື່ອ່ປ້ອງກັນ ແລະ ກຳຈັດເພ້ຍ, ບົ້ງ ແລະ ແມງໄມ້ຕ່າງໆ ຄວນສີດຫ່າງກັນ 3-5 ວັນ ຢ່າງໜ້ອຍສີດ 2 ເທື່ອຂື້ນໄປ.
ແຫຼ່ງທີ່ມາ : www.farmthailand.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ປ້ອງກັນພືດ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່:
ໄມ້ຫົກຫວານ
ຊື່ສາມັນ: ໄມ້ຫົກຫວານ
ຊື່ວິທະຍາສາດ: Bambusa beccheyana Munro.
ຊື່ພາສາອັງກິດ:
ລັກສະນະພັນພືດ: ໄຜ່ປະເພດເຫງົ້າມີຂະໜາດກາງ ສູງ 15 ແມັດ , ເສັ້ນຜ່ານສູນກາງ 7-12 ຊັງຕີແມັດ , ປ້ອງຍາວ 25-45 ຊັງຕີແມັດ, ເນື້ອລໍາໜາ 1,5-2 ຊັງຕີແມັດ ລໍາອ່ອນມີນວນສີຂາວປົກຄຸມມີວົງຂອງຂົນສີນໍ້າຕານລຸ່ມຂໍ້, ລໍາແກ່ສີຂຽວເຂັ້ມໂຄ້ງໄປໂຄ້ງມາເລັກໜ້ອຍ, ຂໍ້ລຸ້ມສຸດມັກມີຮາກ, ແຕກກິ່ງຕັ້ງແຕ່ກາງລໍາຂື້ນໄປ ມີຂໍ້ລະ 3 ຫຼື ຫຼາຍກິ່ງ, ມີກິ່ງກາງເດັ່ນພຽງດັ່ງດຽວ ຫຼື ມີຫຼາຍກິ່ງກາງເດັ່ນ 1 ກິ່ງ ແລະ ມີກິ່ງສໍາຮອງເດັ່ນອີກສອງກິ່ງ ທີ່ເຫຼືອນ້ອຍກ່ວາ. ໃບມີຂະໜາດເທົ່າກັນ, ໃບຮູບຫອກກ້ວາງ 1,5-5 ຊັງຕີແມັດ ຍາວ 10-30 ຊັງຕີແມັດ, ກາບຫຸ້ມລໍາສີເຫຼືອງ ຫຼື ສີເຫຼືອງອົມຂຽວ, ກ້ຽງ ຫຼື ມີຂົນກະຈາຍ, ກາບໃບຮູບໄຂ່ , ດັ່ງຊື່ ຫຼື ກາງອອກ ກອບມີຂົນເຫຼັກນ້ອຍ ສູງປະມານ 0,5 -1 ຊັງຕີແມັດ .
ສະພາບແວດລ້ອມ: ເປັນໄຜ່ພື້ນທີ່ເມືອງ ທາງຕອນໃຕ້ຂອງຈີນ ນໍາເຂົ້າມາປູກໃນປະເທດໄທ ແລະ ລາວ.
ການນຳໃຊ້: ລໍານໍາໃຊ້ກໍ່ສ້າງ ໜໍ່ກິນໄດ້, ມີລົດຊາດຂົມ, ຍາມປູກປູກແບບຮູບໃນໂຮງງານ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com
ວິທີການປູກ ຫົວກະລົດໄວ້ກິນເອງ
I. ລັກສະນະທົ່ວໄປ
1. ຮາກ ແລະ ຕົ້ນ
ມີລັກສະນະຄ້າຍຄືຕົ້ນຜັກຊີລຳຕົ້ນສູງຢູ່ຕິດກັບຂົ້ວຫົວສ່ວນຮາກກໍ່ຄືຫົວ ທີ່ເຮົານຳມາກິນຈັດວ່າເປັນຮາກແກ້ວມີຂະໜາດ ແລະ ສີແຕກຕ່າງກັນແລ້ວແຕ່ສາຍພັນ ຄວາມຍາວປະມານ 20-30 ຊມ, ໃບ ແຕກອອກຮອບໆລຳຕົ້ນບໍລິເວນສ່ວນເທິງສຸດຂອງຫົວ 5-10 ໃບ ປະກອບດ້ວຍກ້ານໃບຍາວສີຂຽວອອ່ນຍາວປະມານ 20-40 ຊມ, ຂື້ນຢູ່ກັບສາຍພັນ ໃບມີລັກສະນະຄ້າຍຄືຜັກຊີ ແຕກໃບຍ່ອຍອອກເປັນຄູ່ ປະມານ 3-5 ຄູ່ ແລະ ປາຍໃບມີໃບຍ່ອຍໃບດຽວ.
2. ສະພາບແວດລ້ອມທີ່ເໝາະສົມ
ກະລົດສາມາດຈະເລີນເຕີບໂຕໄດ້ດີໃນລະດູໜາວ ອຸນຫະພູມລະຫວ່າງ 25-28 ອົງສາເຊ ຖ້າອຸນຫະພູມສູງ
ກວ່າ 28 ອົງສາ ຈະເຮັດໃຫ້ໃບກະລົດຫົດ ແລະ ອຸນຫະພູມທີ່ເໝາະສົມກັບການຈະເລີນເຕີບໂຕຂອງຫົວແມ່ນ 18-21 ອົງສາເຊ , ກະລົດເປັນພືດທີ່ຕ້ອງການແສງຫຼາຍພໍສົມຄວນ ໂດຍທົ່ວໄປປະມານ 9-14 ຊົ່ວໂມງ/ມື້, ສາມາດຈະເລີນເຕີບໂຕໄດ້ດີໃນດິນລະອຽດ ແລະ ຜຸຜຸ່ຍໜ້າດິນເລິກ, ມີອິນຊີວັດຖຸຫຼາຍ, ລະບາຍນໍ້າໄດ້ດີ, PH ຂອງດິນ 6,5-6,5 ຖ້າປູກໃນດິນໜຽວ ຫຼື ດິນແຂງຈະເຮັດໃຫ້ຫົວກະລົດແຕກ ແລະ ຮູບຫົວບໍ່ງາມ ຖ້າປູກບ່ອນມີຄວາມຊຸ່ມຫຼາຍຈະເຮັດໃຫ້ຫົວກະລົດມີຈຸດມີດຳ ແລະ ອາດຈະເຮັດໃຫ້ຫົວເນົ່າໄດ້.
II. ຂັ້ນຕອນໃນການປູກ
1. ການຕຽມດິນ
ອາດຈະປູກເປັນໜານ ຫຼື ເປັນແຖວເລີຍກໍ່ໄດ້ ແຕ່ຕ້ອງຂຸດດິນເລິກປະມານ 30 ຊມ ແລະ ທຸບດິນໃຫ້ລະອຽດເກັບຫີນ ແລະ ໄມ້ທີ່ໃຫຍ່ອອກເພື່ອໃຫ້ຫົວກະລົດຂະຫຍາຍໂຕດີ ຫຼັງຈາກນັ້ນໂຮຍປູນຂາວຕາກແດດໄວ້ ປະມານ 1-2 ອາທິດ, ຖ້າຈະປູກເປັນໜານກໍ່ແປງໜານປະໄວ້ເລີຍກໍ່ໄດ້.
2. ການປູກ ຫຼື ຕຽມຕົ້ນກ້າ
– ປູກແບບຕົ້ນກ້າ: ໜານຕຽມຕົ້ນກ້າ ແລະ ໜານປູກຄວນຈະໃສ່ຝຸ່ນບົ່ມ, ແກບເຜົາ ຫຼື ແກບເນົ່າ ແລະ ອາດຈະໃສ່ປຸຍສູດ 12-24-12 ເພີ່ມອີກກໍ່ໄດ້ ປະສົມກັບດິນໃຫ້ເຂົ້າກັນດີແລ້ວປັບໜ້າດິນໃຫ້ພຽງ, ຫວ່ານແກ່ນພືດລົງໃນໜານບາງໆແລ້ວໃຊ້ດິນຖົມບາງໆ ປົກດ້ວຍເຟືອງເຂົ້າເພື່ອຮັກສາຄວາມຊຸ່ມຫົດນ້ຳໃຊ້ຊຸ່ມຊື່ນທັງເຊົ້າ ແລະ ແລງ ຈົນກວ່າແກ່ນຈະງອກເປັນຕົ້ນກ້າໄດ້ 15-20 ມື້ ຫຼື ມີ 3-5 ໃບ ຈື່ງຫຼົກເອົາໄປປູກໃນໜານທີ່ຕຽມໄວ້ໄລຍະຫ່າງປະມານ 10 x 10 ຫຼື 10×15 ຊມ ຫົດນໍ້າທຸກມື້ເຊົາແລງໃຫ້ຊຸ່ມຊື່ນ ແຕ່ຢ່າໃຫ້ນໍ້າອັ່ງເພາະຫົວກະລົດຈະເນົ່າ.
– ການປູກແບບຢອດແກ່ນໃນໜານທີ່ຕຽມໄວ້ໃຊ້ໄມ້ຂີດຮ່ອງເລິກປະມານ 1 ຊມ ແລ້ວຢອດແກ່ນກະລົດລົງ
ໄປເທື່ອລະ 1 ແກ່ນ ຫ່າງກັນ 1 ຊມ ເມື່ອແກ່ນແຕກງອກໄດ້ 15-20 ມື້ ຫຼື ມີ 3-5 ໃບ ກໍ່ຫຼົກອອກໃຫ້ໄດ້ໄລຍະຫ່າງ 3 ຊມ, ເມື່ອໄດ້ 30-35 ມື້ ຫຼື ມີ 8-9 ໃບຫຼົກອອກໃຫ້ເຫຼືອໄລຍະຫ່າງ 5-8 ຊມ, ຄວນລະວັງ ແລະ ໝັ່ນສັງເກດຊ່ວງຢອດແກ່ນທຳອິດຢ້ານມົດ ຫຼື ແມງໄມ້ຄາບແກ່ນອອກ.
3. ການບົວລະບັດຮັກສາ
– ເມື່ອຕົ້ນພືດມີອາຍຸໄດ້ປະມານ 20-25 ວັນ ກໍ່ກໍາຈັດວັດສະພືດ ແລະ ພວນດິນຄ່ອຍໆ
– ຫຼັງຈາກນັ້ນໃສ່ປຸຍສູດ 15-15-15 ໃນອັດຕາ 30-50 ກຣາມ/m2
– ຫຼັງຈາກໃສ່ປຸຍຄັ້ງທຳອິດໄດ້ປະມານ 15-20 ມື້ກໍ່ໃສ່ປຸຍອີກຄັ້ງທີ່ 2 ສູດ 13-13-21 ໃນອັດຕາ 30-50 ກຣາມ/ m2
4. ການເກັບຜົນຜະລິດ
ເມື່ອອາຍຸໄດ້ 100-120 ວັນກໍ່ເລີ່ມເກັບຜົນຜະລິດໄດ້ເລີຍໂດຍການຂຸດເອົາຫົວກະລົດແລ້ວລ້າງນໍ້າໃຫ້ສະອາດຕາກໃຫ້ແຫ້ງດີ ລະວັງຢ່າໃຫ້ກະລົດມີຮອຍເປີກເພື່ອການເກັບຮັກສາ ນຳໄປປຸງແຕ່ງອາຫານຕາມຕ້ອງການ ຫຼື ນຳໄປຂາຍເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວໄດ້.
5. ພະຍາດ ແລະ ແມງໄມ້ທີ່ສຳຄັນ
ກະລົດເປັນພືດທີ່ຕ້ານທານຕໍ່ພະຍາດ ແລະ ແມງໄມ້ໄດ້ດີສົມຄວນຈຶ່ງບໍ່ຄ່ອຍຈະມັກເກີດມີພະຍາດຫຼາຍປານໃດແຕ່ກໍ່ມີພະຍາດບາງຊະນິດເຊັ່ນ: ພະຍາດໃບຈຸດ, ເຊື້ອລາແປ້ງ, ພະຍາດກ່ຽວກັບຮາກທີ່ເກີດຈາກຂີ້ກະເດືອນຝອຍ.
ແຫຼ່ງທີ່ມາ: www.kasetorganic.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດຜັກ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: