ວິທີການກຳຈັດແມ້ງໄມ້ ແລະ ເຊື້ອລາໃນພືດຜັກສວນຄົວ ແລະ ໝາກໄມ້ໂດຍບໍ່ໃຊ້ສານເຄມີ

       

ແມງໄມ້ກໍ່ເປັນສ່ວນໜຶ່ງທີ່ເຮັດໃຫ້ພືດຜັກສວນຄົວ ແລະ ໝາກໄມ້ເກີດຄວາມເສຍຫາຍຖ້າຈະໃຊ້ສານເຄມີ ຫຼື ຢາຂ້າແມງໄມ້ກໍ່ອາດຈະເປັນສານຕົກຄ້າງ ແລະ ເປັນອັນຕະລາຍຕໍ່ຮ່າງກາຍ ດັ່ງນັ້ນຈຶ່ງໄດ້ມີການຄິດຄົ້ນສູດທີ່ຊ່ວຍໃນການກຳຈັດແມງໄມ້ ແລະ ເຊື້ອລາໂດຍບໍ່ຕ້ອງໃຊ້ສານເຄມີທີ່ເປັນອັນຕະລາຍອີກຕໍ່ໄປ.

I. ສູດທີ່1: ສູດນ້ຳສະກັດໄລ່ແມງໄມ້ ແລະ ປ້ອງກັນເຊື້ອລາ
1. ວັດຖຸ ແລະ ອຸປະກອນ
1. ໃບກະເດົາແກ່ ຫຼື ແກ່ນ
2. ໃບໝາກຂຽບ
3. ໃບສີດາ
4. ໃບກະເພົາ
5. ຫົວຂ່າແກ່
6. ຫົວສີໄຄເຄື່ອງ
7. ເປືອກຕົ້ນແຄ
8. ເປືອກໝາກມັງຄຸດ
9. ກາກນໍ້າຕານ
10. ຖັງພຼາສຕິກ
11. ມີດ ຫຼື ພ້າຊອຍ

2. ຂັ້ນຕອນ ແລະ ວິທີເຮັດ
ນຳສ່ວນປະສົມທີ 1-8 ຈໍານວນເທົ່າໆກັນຕັດ ຫຼື ຟັກ ລວມເຂົ້າກັນໃຫ້ໄດ້ 3 ກິໂລ ປະສົມກັບນໍ້າຕານ 1 ກິໂລນວດໃຫ້ເຂົ້າກັນດີແລ້ວໃສ່ຖັງພຼາສຕິກໝັກໄວ້ 7-10 ວັນ, ຫຼັງຈາກນັ້ນກອງເອົາແຕ່ນໍ້າ.
3. ການນຳໃຊ້ ແລະ ປ້ອງກັນ
ນຳໃຊ້ນໍ້າໝັກ 2 ບ່ວງແກງປະສົມກັບນໍ້າ 20 ລິດ ສີດ, ຫົດໃສ່ ຫຼື ສີດໃສ່ຕົ້ນພືດຕາມຕ້ອງການໃນຊ່ວງທີ່ບໍ່ມີແສງແດດ ທຸກໆ 7-10 ວັນ/ຄັ້ງ ເພື່ອໄລ່ແມງໄມ້ ແລະ ປ້ອງກັນກໍາຈັດເຊື້ອລາ.

II. ສູດທີ່2: ນໍ້າໝັກສະໝູນໄພກຳຈັດແມງໄມ້
1. ວັດຖຸ ແລະ ອຸປະກອນ
1. ໃບກະເດົາແກ່ ຫຼື ແກ່ນ 2 ກິໂລ
2. ຫົວຂ່າແກ່ 2 ກິໂລ
3. ຫົວສີໄຄເຄື່ອງ 2 ກິໂລ
4. ວານຫາງຈໍລະແຂ້ 2 ກິໂລ
5. ນໍ້າສະອາດ 20 ລິດ
6. ຖັງພຼາສຕິກ
7. ຄົກຕຳ ຫຼື ເຄື່ອງປັ່ນ
8. ມີດ ຫຼື ພ້າ

2. ຂັ້ນຕອນ ແລະ ວິທີເຮັດ
ນຳເອົາສະໝຸນໄພທັງ 4 ຊະນິດມາຊອຍເປັນທ່ອນນ້ອຍໆລວມເຂົ້າກັນຫຼັງຈາກນັ້ນຕຳ ຫຼື ບົດໃຫ້ລະອຽດແລ້ວນຳມາແຊ່ໃສ່ກັບນໍ້າ 20 ລິດ.
3. ວິທີການນໍາໃຊ້ ແລະ ປ້ອງກັນ
ໃຫ້ຕອງເອົາແຕ່ນໍ້າສະໝຸນໄພເຂັ້ມຂຸ້ນສູງເມື່ອເວລານຳໃຊ້ໃຫ້ໃຊ້ນ້ຳສະໝຸນໄພ 1 ລິດປະສົມກັບນ້ຳ 20-40 ລິດ ຄວາມເຂັ້ມຂຸ້ນຕາມທີ່ຕ້ອງການນຳໄປສີດຕົ້ນໄມ້ ແລະ ພືດຜັກເພື່ອ່ປ້ອງກັນ ແລະ ກຳຈັດເພ້ຍ, ບົ້ງ ແລະ ແມງໄມ້ຕ່າງໆ ຄວນສີດຫ່າງກັນ 3-5 ວັນ ຢ່າງໜ້ອຍສີດ 2 ເທື່ອຂື້ນໄປ.

       

ແຫຼ່ງທີ່ມາ : www.farmthailand.com
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ປ້ອງກັນພືດ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: