Monthly Archives: January 2019

ການປູກຜັກອີ່ຮຸມ

ຕົນອີ່ຫຸມເປັນພືດທີ່ປູກງ່າຍ ມັນຈະເລີນເຕີບໂຕໄດ້ດີໃນດີນທຸກຊະນິດ ຕ້ອງການນໍ້າ ແລະ ຄວາມຊື່ນພໍປານກາງຂະຫຍາຍພັນດ້ວຍບົ່ມແກ່ນ ແລະ ການປັກຊຳ.

ວິທີປູກ.
1. ໄຖພວນດີນ ແລະ ຕາກດີນປະມານ 7-15 ມື້ ຂຸດຂຸມຂະໜາດກວ້າງxຢາວxເລິກ ປະມານ 50x50x50 ຊມ. ໃສ່ປຸຍຄອກ ຫຼືປຸຍມັກແລ້ວຄົນໃຫ້ເຂົ້າກັບດີນ.
2. ການກຽມພັນຄວນເລືອກກີ່ງຊຳ ແລະ ແກ່ນທີ່ມີຄວາມສົມບູນ ປາສະຈາກພະຍາດ ແລະ ແມງໄມ້ ສາມາດເຮັດໄດ້ 2 ວິທີ ຄື: ການບົ່ມແກ່ນ ໂດຍບົ່ມແກ່ນໃສ່ຖົງບົ່ມຂະໜາດ 4×6 ນິ້ວ ຈັດວາງໄວ້ໃນບ່ອນຮົມແລ້ວວາງແກ່ນ 1-2 ແກ່ນ ລົງໃນຖົງບົ່ມ ຫົດນ້ຳໃຫ້ຊຸ່ມຈົນຕົ້ນກ້າຈະເລີນເຕີບໃຫຍ່ ຈຶງຄັດອອກໃຫ້ເລືອ 1 ຕົ້ນຕໍ່ຖົງ ຫຼືໃຊ້ກີ່ງປັກຊຳໂດຍເລືອກກີ່ງອີ່ຫຸມທີ່ບໍ່ອ່ອນ ແລະ ແກ່ເກີນໄປຂະໜາດຢາວປະມານ 15 ຊມ. ສຽບໃນຖົງບົ່ມ ຈັດວ່າງໄວ້ໃນບ່ອນຮົ່ມຫົດນ້ຳປະມານ 10-15 ມື້ ກີ່ງປັກຊໍາຈະເລີ່ມແຕກຍອດໃໝ່ອອກມາ ຈາກນັ້ນໃກ້ເບີ່ງແຍງເພື່ອໃຫ້ກີ່ງປັກຊໍາເຕີບໃຫຍ່ ແລະ ແຂງແຮງ ເມື່ອຕົ້ນກ້າເຕີບໃຫຍ່ມີອາຍຸປະມານ 30-40 ວັນ ຈືງເອົາລົງໄປປູກໃນໜານ.
3. ການປູກເພື່ອການເກັບໃບ ໃຊ້ໄລຍະລະຫວ່າງຕົ້ນ 1 ມ. ແລະໄລຍະລະຫວ່າງແຖວ 1 ມ. ແລະປູກເພື່ອການເກັບແກ່ນໃຊ້ໄລຍະປູກ 4×4 ມ.
ການດູແລຮັກສາ.
1. ການໃຫ້ນ້ຳເນື້ອງຈາກອີ່ຫຸມເປັນພືດທີ່ທົນແລ້ງໄດ້ດີ ແລະ ອອກດອກອອກໝາກຕາມລະດູການ ການໃຫ້ນ້ຳຖ້າເປັນໄລຍະທຳອິດຂອງການປູກ ຫຼືປູກໃນລະດູຝົນຈະບໍ່ມີບັນຫາເລື່ອງການໃຫ້ນ້ຳ ແຕ່ໃນລະດູແລ້ງຄວນມີການຫົດນ້ຳເຊົ້າ ແລະ ແລງ ຫຼືໃຊ້ລະບົບນ້ຳຍົດຈະເຮັດໃຫ້ໝາກມີຂະໜາດໃຫຍ່ ແລະ ຢາວຫຼາຍຂື້ນ.
2. ການໃສ່ປຸຍ ຄວນໃສ່ປຸຍຄອກ ຫຼືປຸຍມັກ ໂດຍໃສ່ຂາງໆໂຄນຕົ້ນຫຼັງຈາກນັ້ນພວນດິນ ຫຼືໃສ່ປຸຍ N:P:K ສູດ 15-15-15 ອັດຕາ 100-200 ກຼາມຕໍ່ຕົ້ນ ແລະພວນດິນເຕັ່ງ
3. ການກຳຈັດວັດສະພືດ ໄລຍະເລີ່ມປູກເປັນຊ້ວງທີ່ສຳຄັນຄວນຖາງຫຍ້າບໍລິເວດໂຄນ ແລ້ວເອົາມາຖົມໂຄນຕົ້ນ ຮັກສາຄວາມຊຸ່ມໃນດີນ ແລະ ເພີ່ມທາດອາຫານໃຫ້ແກ່ຕົ້ນອີ່ຫຸມນຳ
4. ພະຍາດ ແລະ ແມງ ບໍ່ມີພະຍາດທີ່ສຳຄັນໃນອີ່ຫຸມ ສ່ວນແມງສັດຕູພືດທີ່ສຳຄັນຄື: ໜອນເຈາະລຳຕົ້ນ ແລະກິ່ງເຮັດໃຫ້ອາຍຸຕົ້ນອີ່ຫຸມບໍ່ຢື່ນຢາວຕ້ອງໝັ່ນກວດ ແລະ ທຳລາຍຢູ່ສະເໝີ ການປ້ອງກັນກຳຈັດ ສີດສານສະກັດສະໝຸນໄພໄລແມງປະສົມນ້ຳສະບູ ຫຼືນ້ຳຢາລ້າງຈານເພື່ອຊ່ວຍເປັນສານຈັບໃບ.
ການເກັບກ່ຽວ.
1. ໄລຍະເກັບກ່ຽວທີ່ເໝາະສົມ: ການເກັບກ່ຽວສຸດທຳອິດເກັບໄດ້ຫຼັງຈາກຍ້າຍກ້າລົງປູກໄດ້ 3 ເດືອນ ແລະ ຕໍ່ໄປຈະເກັບໄດ້ທຸກໆ 2 ເດືອນ.
2. ເນື່ອງຈາກຕົ້ນອີ່ຫຸມມີລັກສະນະຕົ້ນທີ່ສູງມັກຈະເກັບກ່ຽວໂດຍໃຊ້ເຫຼັກເຮັດເປັນຂ້ອງ ມັດຕິດກັບປາຍໄມ້ຢາວໆ ໄປກ່ຽວບ່ອນຂວັ່ນຂອງໝາກຂອງອີ່ຫຸມແລ້ວດືງໃຫ້ຂາດຈາກຕົ້ນຊຶ່ງໝາກອາດຈະຮັກເມື່ອຕົກລົງຟື້ນ ການເກັບຮັກສາໃຫ້ໝາກອີ່ຫຸມມີຄວາມສົດໄດ້ຢາວນານຄືເອົາໄປແຊ່ນ້ຳໄວ້ ຫຼືວາງລົງຟື້ນທີ່ສະອາດແລ້ວເອົາຜ້າປົກໄວ້ຫົດນ້ຳໃຫ້ຊຸ່ມຊ່ວຍປ້ອງກັນການຄາຍນ້ຳ ແລ້ວຍັງເຮັດໃຫ້ໄດ້ລົດຊາດຫວານກອບຄືເກົ່າ.

ແຫຼ່ງຂໍ້ມູນ: https://www.facebook.com/agriculturemag

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳ ເຕັກນິກການປູກໝາກຖົ່ວຂົ້ວ


ການກຽມໜານປູກ
ເນື່ອງຈາກໝາກຖົ່ວຂົ້ວມີຮາກເລິກປານກາງ ການກຽມດິນຄວນຂຸດໄຖເລິກປະມານ 20 ຫາ 25 ຊມ. ແລ້ວຕາກດິນໃຫ້ແຫ້ງ 5 ຫາ 7 ວັນ. ຖ້າເປັນດິນທີ່ຊາຍແກມຕົມຜຸຜຸຍດີຄວນໃສ່ຝຸ່ນບົ່ມ ຫຼື ຝຸ່ນຄອກພຽງເລັກນ້ອຍແລ້ວພວນດິນໃກ້ລະອຽດ.

ວິທີປູກ.
ໄລຍະຫ່າງທີ່ເໝາະສົມພັນຟຸ່ມລະຫວ່າງຕົ້ນ 10 ຊັງຕີແມັດ, ລະຫວ່າງແຖວ 60 ຊັງຕີແມັດ. ພັນເຄືອໃຊ້ໄລຍະຫ່າງລະຫວ່າງຕົ້ນ 15 ຊັງຕີແມັດ ແລະ ລະຫວ່າງແຖວ 100 ຊັງຕີແມັດ. ຫຼັງຈາກກຽມດິນຮຽບຮ້ອຍດີແລ້ວໃຫ້ຢອດເມັດລົງໜານຕາມໄລຍະປູກດັ່ງກ່າວ ຂຸມລະ 2 ຫາ 3 ເມັດ, ເລິກ 2 ຊັງຕີແມັດ. ປົກດິນເບົາໆເມື່ອຕົ້ນຈະເລີນເຕີບໂຕຈົນມີໃບແທ້ 2 ໃບແລ້ວໃຫ້ຫຼົກແຍກອອກເຫຼືອພຽງຂຸມລະ 1 ຕົ້ນກໍ່ພໍ. ເມື່ອຕົ້ນຖົ່ວມີອາຍຸ 15 ມື້ຕ້ອງເຮັດຄ້າງໃຫ້ເລືອ

ການບົວລະບັດຮັກສາ.
ການໃສ່ຝຸ່ນ.
ຝຸ່ນທີ່ແນະນຳໃຫ້ໃສ່ຄືຝຸ່ນເຄມີສູດ 10-20-10 ຫຼື 15-15-15 ຫຼື 13-13-21 ຫຼື ສູດອື່ນໆທີ່ໃກ້ຄຽງກັນນີ້.ໃສ່ຈຳນວນ 300 ຫາ 500 ກລ/ຮຕ ຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນ. ການໃສ່ຝຸ່ນເທື່ອທີ 1 ໃຫ້ໃສ່ເປັນຝຸ່ນຮອງພື້ນກ່ອນປູກ, ເທື່ອທີ 2 ໃສ່ລັງຈາກປູກໄດ້ 25 ຫາ 30 ວັນໂຮຍຂ້າງຫ່າງຈາກຕົ້ນເລັກນ້ອຍ, ພວນດິນປົກຫຼັງຈາກປູກໂດຍໃສ່ແບບໂຮຍຂ້າງຕົ້ນກ່ອນແລ້ວພວນດິນປົກ.
ການໃຫ້ນ້ຳ.
ຄວນໃຫ້ສະໝ່ຳສະເໝີ ແລະ ພຽງພໍບໍ່ຄວນໃຫ້ຂາດນ້ຳໃນໄລຍະກຳລັງອອກດອກ ແລະ ຈັບໝາກ
ການພວນດິນ ແລະ ເສຍຫຍ້າ
ຄວນເຮັດເລື້ອຍໆໃນໄລຍະທຳອິດ ແລະ ຕ້ອງເຮັດຢ່າງລະມັດລະວັງຢ່າໃຫ້ກະທົບກະເທືອນເຖີງລະບົບຮາກ. ການຈະເລີນເຕີບໂຕຈະຢຸດສະງັກ.

ແຫຼ່ງຂໍ້ມູນ: ຄັດຈາກປື້ມຂໍ້ແນະນຳເຕັກນິກການປູກໝາກຖົ່ວຂົ້ວ, ຮູບພາບ: www.google.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

 

 

ການປູກຜັກກະລ່ຳປີ

https://hkm.hrdi.or.th/knowledge/detail/35

ການກຽມດິນ
ໄຖເລິກປະມານ 15-20 ຊມ ຕາກດິນໄວ້ປະມານ 5-10 ວັນ ປົນດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມ. ຖ້າເປັນໜານກ້າເບ້ຍຕ້ອງທຸບໜ້າດິນໃຫ້ລະອຽດ ເພື່ອບໍ່ໃຫ້ເມັດທີ່ມີຂະໜາດນ້ອຍຕົກເລິກລົງໄປໃນດິນ ຈະເຮັດໃຫ້ບໍ່ງອກ. ແຕ່ຖ້າເປັນໜານປູກໃຫ້ທຸບດິນທຳມະດາບໍ່ລະອຽດຫຼາຍກໍ່ໄດ້.

http://www.thaikasetsart.com/wp-content/uploads/2012/04/kaset2.jpg

ການປູກ.
ເນື່ອງຈາກກະລ່ຳປີນິຍົມປູກໃນບ້ານເຮົາເປັນພັນດໍມີຊົງຟຸ່ມ ແລະ ຫົວຂະໜາດນ້ອຍ. ດັ່ງນັ້ນ, ໃຊ້ໄລຍະປູກລະຫວ່າງຕົ້ນ ແລະ ແຖວປະມານ 40 x 40 ຊມ. ການປູກອາດຈະປູກແບບແຖວດຽວ ຫຼື ແຖວຄູ່ກໍ່ໄດ້.

http://welovethaiking.com/wp-content/uploads/2016/01/a14.jpg

ການບົວລະບັດຮັກສາ.
ການໃສ່ຝຸ່ນ: ພືດດັ່ງກ່າວນີ້ຕ້ອງການຝຸ່ນພໍສົມຄວນດັ່ງນັ້ນ, ການນຳໃຊ້ຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງແນໃສ່ການລົດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງໃນດ້ານການຜະລິດໂດຍສະເພາະດ້ານການຈະເລີນເຕີບໂຕທາງໃບ ແລະ ທາງກ້ານ ຫຼື ລຳຕົ້ນແມ່ນມີຄວາມຈຳເປັນນຳໃຊ້ທາດອາຫານຕົ້ນຕໍເຊັ່ນ: ໄນໂຕຼເຈນ ແລະ ໂປຕັດຊຽມເພື່ອໃຊ້ໃນການຈະເລີນເຕີບໂຕ. ດັ່ງນັ້ນຈຶ່ງຈະແນະນຳໃຊ້ຄືຝຸ່ນ: N:P:K ສູດ 13:13:21 ຫຼື ສູດທີ່ໃກ້ຄຽງກັນນີ້ໃນຈຳນວນ 300 ກລ/ຮຕ. ໂດຍແບ່ງໃສ່ 3 ເທື່ອ. ເທື່ອທີ 1 ໃສ່ເຄິ່ງໜື່ງເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ, ເທື່ອທີ 2 ເມື່ອພືດມີອາຍຸປະມານ 10-20 ວັນຫ ຫຼັງຍ້າຍປູກຈຳນວນເຄິ່ງໜື່ງຈາກສ່ວນທີ່ເຫຼືອຄັ້ງທຳອິດ. ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍອີກ 60-80 ກລ/ຮຕ ເພື່ອເລັ່ງການຈະເລີນເຕີບໂຕທາງລຳຕົ້ນ ແລະ ໃບ, ເທື່ອທີ 3 ໃສ່ເມື່ອອາຍຸໄດ້ 20-30 ວັນ ຈາກສ່ວນທີ່ເຫຼືອທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນນັ້ນ.
ການໃຫ້ນ້ຳ: ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກຈົນເກີນໄປໂດຍເບິ່ງຄວາມຊຸ່ມຊື້ນໃນໜານປູກ.
ການພວນດິນກຳຈັດຫຍ້າ: ຄວນເຮັດໃນໄລຍະທຳອິດເພື່ອເຮັດໃຫ້ດິນລຸລ່ວງຜຸຜົງ, ລະບາຍອາກາດ ແລະ ນ້ຳໄດ້ດີພ້ອມກັບການກຳຈັດຫຍ້າໄປພ້ອມໆກັນ. ເມື່ອຕົ້ນພືດມີໃບປົກຄຸມດິນແລ້ວບໍຈຳເປັນເຮັດເລີຍ.

http://daily.bangkokbiznews.com/gallery/20170711

ການເກັບກ່ຽວ: ອາຍຸການເກັບກ່ຽວກະລ່ຳປີແຕ່ລະພັນບໍ່ຄືກັນສຳລັບພັນດໍນິຍົມປູກໃນບ້ານເຮົາອາຍຸການເກັບກ່ຽວປະມານ 50-60 ວັນ. ແຕ່ຖ້າເປັນພັນປີຈະມີອາຍຸເຖີງ 120 ວັນ.

ແຫຼ່ງຂໍ້ມູນ: ບົດແນະນຳ ການປູກຜັກກະລ່ຳຫົວ, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳ ການດູແລລູກໝູນ້ອຍເກີດໃໝ່


ລັກສະນະແມ່ໝູທີ່ດີ.
ແມ່ໝູທີ່ດີຄວນຈະມີນົມຢ່າງນ້ອຍ 14 ເຕົ້າ ຫົວນົມຕ້ອງນ້ອຍ ແລະ ຍາວເພື່ອໃຫ້ໝູນ້ອຍສາມາດດູດກິນນົມໄດ້ງ່າຍ. ໝູນ້ອຍມັກຈະກິນຈາກຫົວນົມທີ່ເຄີຍດູດຢູ່ສະເໝີ. ໝູນ້ອຍໂຕທີ່ເກີດມາກ່ອນໝູ່ ແລະ ໝູທີ່ມີຄວາມແຂງແຮງຈະຊອກດູດນົມຈາກເຕົ້ານົມ ທີ່ຢູ່ຂ້ອນມາທາງຫົວຂອງແມ່. ຊື່ງເປັນເຕົ້ານົມທີ່ໃຫ້ນົມຫຼາຍກວ່າໝູແມ່ທີ່ເຖົ້າ ແລະ ໃຫ້ລູກມາຫຼາຍຊຸດແລ້ວ. ຊື່ງແມ່ໝູອາດຈະບໍ່ສາມາດລ້ຽງລູກເອງໄດ້ ແມ່ໝູ່ທີ່ດີຄວນໃຫ້ລູກ 3-4 ຊອກ, ໝູແມ່ທີ່ເຖົ້າບໍ່ຄວນລ້ຽງໄວ້ເປັນແມ່ພັນເພາະຈິເຮັດໃຫ້ສິ້ນເປືອງອາຫານ ແລະ ຈະເສຍຄ່າໃຊ້ຈ່າຍຢ່າງຫຼວງຫຼາຍເຮົາຄວນຈະຫາໝູແມ່ໂຕອື່ນມາທົດແທນຈະດີກວ່າ.


ການດູແລໝູນ້ອຍເກີດໃໝ່.
ໝູນ້ອຍທຸກໂຕມີຄວາມຈຳເປັນທີ່ສຸດຕ້ອງໄດ້ກິນນ້ຳນົມໃສ່ພາຍໃນ 1 ຊົ່ວໂມງຫຼັງຈາກເກີດອອກມາ. ອັດຕາການຈະເລີນເຕີບໂຕຂອງໝຸນ້ອຍທຸກໂຕຈະບໍ່ເທົ່າທຽມກັນ, ບາງໂຕເກີດອອກມາໂຕຈະນ້ອຍບາງໂຕອາດຈະໃຫຍ່. ໝູທີ່ເກີດໃໝ່ມັກຈະກັດກັນເພື່ອຍາດກິນອາຫານ ລື ກິນນົມແມ່ ແລະ ໂຕທີ່ນ້ອຍກວ່າໝູ່ມັກຈະກິນອາຫານບໍ່ທັນໝູ່ເຊິ່ງຈະເຮັດໃຫ້ອັດຕາການຈະເລີນເຕີບໂຕຊ້າ ແລະ ອາດຈະຕາຍໃນທີ່ສຸດ.


ການລ້ຽງໝູນ້ອຍກໍລະນີທີ່ແມ່ໝູຕາຍ.
ເມື່ອແມ່ໝູຕາຍ ແລະ ບໍ່ສາມາດຫາແມ່ລ້ຽງໃຫ້ໝູນ້ອຍທີ່ກຳພ້າໄດ້ທ່ານຕ້ອງລ້ຽງໝູດ້ວຍຕົວເອງໂດຍປະຕິບັດດັ່ງລຸ່ມນີ້:
– ໃຫ້ໝູນ້ອຍກິນນົມຈາກຂວດນົມ ແລະ ຕ້ອງລ້າງຂວດນົມໃຫ້ສະອາດ
– ໃຫ້ໝູນ້ອຍນອນຢູ່ຄອກ ຫຼື ແກ໋ດທີ່ສະອາດແຫ້ງ, ອົບອຸ່ນ ແລະ ມີວັດຖຸຮອງພື້ນຄອກ.
– ຕ້ອງໃຫ້ໝູນ້ອຍກິນນົມທຸກໆ 1 ຫາ 2 ຊົ່ວໂມງ
– ໃນກໍລະນີຈຳເປັນເຮົາສາມາດໃຊ້ນົມໃສຂອງງົວມາໃຫ້ໝູນ້ອຍກິນໃນ 3 ຫາ 4 ມື້ທໍາອິດເພາະວ່າຈະແທນນໍ້ານົມໃສຂອງໝູໄດ້. ຖືວ່າເປັນວິທີທົດແທນທີ່ດີກວ່າໝູ່ໝົດຫຼັງຈາກນັ້ນເຮົາກໍ່ສາມາດໃຫ້ນົມທຳມະດາໄດ້.

 ການເອົາໝູນ້ອຍອອກນົມ ແລະ ການໃຫ້ອາຫານ.
ໝູນ້ອຍອາຍຸ 1 ຫາ 2 ອາທິດຈະເລີ່ມສົນໃຈຢາກກິນອາຫານປະເພດເມັດເຮົາຈະສາມາດທີ່ຈະໃຫ້ໝູນ້ອຍເລີ່ມກິນເມັດພືດ, ນົມຜົງ ຫຼື ນ້ຳຕານເທື່ອລະນ້ອຍ. ໝູນ້ອຍຈະກິນນົມແມ່ໄປຈົນກວ່າຈະມີອາຍຸ 7 ອາທິດແລ້ວຈິ່ງຢ່ານົມ. ກ່ອນຈະຢ່ານົມໝູນ້ອຍຈະກິນນົມຫຼຸດລົງເທື່ອລະນ້ອຍ ແລະ ກິນອາຫານເມັດເພີ່ມຂື້ນເລື່ອຍໆໄປຈົນກວ່າຈະຢ່ານົມ. ສ່ວນໝູນ້ອຍທີ່ລ້ຽງປະປ່ອຍຢູ່ຕາມທົ່ງຫຍ້ານັ້ນຈະຊອກກິນອາຫານຢູ່ຕາມທຳມະຊາດດ້ວຍຕົນເອງ, ໝູນ້ອຍທີ່ລ້ຽງໄວ້ໃນຄອກເຮົາຈະຕ້ອງໄດ້ນຳອາຫານໄປໃຫ້ມັນກິນ. ການປ່ຽນອາຫານໝູນ້ອຍໃຫ້ພະຍາຍາມຄ່ອຍໆປ່ຽນເທື່ອລະ

ນ້ອຍເພື່ອຫຼີກເວັ້ນບັນຫາທີ່ອາດຈະເກີດຂື້ນກັບລະບົບລະລາຍອາຫານ.
ໝູທີ່ມີສຸຂະພາບດີໃນເວລາໃຫ້ອາຫານໝູຈະຟ້າວເຂົ້າມາກິນທັນທີ. ແຕ່ຖ້າຫາກໝູເສີຍບໍ່ສົນໃຈມາກິນອາຫານນັ້ນສະແດງວ່າໝູໂຕດັ່ງກ່າວອາດຈະມີບັນຫາທາງດ້ານສຸຂະພາບ ຫຼື ເຈັບປ່ວຍໃນກໍລະນີນີ້ທ່ານຈະຕ້ອງໄດ້ເອົາໃຈໃສ່ເບິ່ງແຍງຢ່າງໃກ້ຊິດ ແລະ ຊອກຫາເຫດຂອງການເຈັບປ່ວຍຂອງສັດໂຕນັ້ນ.

ແຫຼ່ງທີ່ມາ: ຂໍ້ແນະນຳ ການດູແລໝູນ້ອຍເກີດໃໝ່, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກວິຊາການ, ໜ່ວນງານຝຶກອົບຮົມສົ່ງເສີມ ຂັ້ນສູນກາງ.
ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳ ເຕັກນິກການປູກຜັກສະຫຼັດ

ການກຽມດິນ.
ໜານກ້າເບ້ຍ.
ຂຸດໄຖດິນໃຫ້ເລິກປະມານ 10 ຫາ 15 ຊັງຕີແມັດ ຕາກດິນໄວ້ 5 ຫາ 7 ວັນ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມພວນດິນຊັ້ນໜ້າດິນໃຫ້ລະອຽດ.
ການປູກ.
ຜັກສະຫຼັດປູກໄດ້ໂດຍວິທີຫວ່ານຢາຍສະເໝີທົ່ວໜານ ( ພັນໃບ ). ຖ້າປູກແບບແຖວດຽວ ແລະ ແບບແຖວຄູ່ ( ໃຊ້ໄດ້ທຸກໆພັນ ). ໄລຍະປູກລະຫວ່າງຕົ້ນ ແລະ ລະຫວ່າງແຖວທີ່ເໝາະສົມຄື: 25 x 30 ຊັງຕີແມັດ. ສຳລັບພັນໃບ ແລະ 40 x 40 ສຳລັບພັນຫໍ່ຫົວ.
ການປູກແບບຫວ່ານ.
ໃຫ້ຫວ່ານແກ່ນຢາຍທົ່ວທັງໜ້າດິນຮອງໜານປູກແລ້ວຫວ່ານປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມ ທີ່ລະລາຍຕົວດີແລ້ວໜາປະມານ 0,5 ຫາ 1 ຊັງຕີແມັດແລ້ວປົກຄຸມດ້ວຍເຟືອງ ຫຼື ຫຍ້າແຫ້ງ, ຫົດນ້ຳດ້ວຍບົວຝອຍລະອຽດ. ເມື່ອຕົ້ນເລີ່ມງອກມີໃບແທ້ 2 ຫາ 3 ໃບ ໃຫ້ເລີ່ມຖອນແຍກຕົ້ນທີ່ອ່ອນແອອອກຖີ້ມແລ້ວຈັດໄລຍະຫ່າງຕົ້ນ ແລະ ລະຫວ່າງແຖວໃຫ່ໃຊ້ໄລຍະທີ່ກຳນົດໄວ້ຂ້າງເທີງນັ້ນ.


 ການປູກລົງໜານ.
ຫຼັງຈາກຫວ່ານກ້າ ແລະ ເບ້ຍພ້ອມທີ່ຈະຍ້າຍປູກຄືມີອາຍຸໄດ້ 25 ຫາ 30 ມື້ ຫຼື ມີໃບແທ້ 3 ຫາ 4 ໃບ. ຄັດເລືອກເອົາຕົ້ນທີ່ສົມບູນ ແລະ ແຂງແຮງຍ້າຍລົງໜານປູກ ໃຫ້ໃຊ້ໄລຍະຫ່າງລະຫວ່າງຕົ້ນ ແລະ ລະຫວ່າງແຖວ 25 x 30 ຊັງຕີແມັດ

ການບົວລະບັດຮັກສາ.
ການບົວລະບັດຮັກສາ.
ພືດດັ່ງກ່າວມີຄວາມຕ້ອງການຝຸ່ນພໍສົມຄວນ. ດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງແນໃສ່ການຫຼຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງທາງດ້ານການຜະລິດ. ໂດຍສະເພາະດ້ານການຈະເລີນເຕີບໂຕທາງໃບ ແລະ ທາງກ້ານ ຫຼື ລຳຕົ້ນ. ດັ່ງນັ້ນ, ຈິ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ 15-15-15 ສຳລັບພັນໃບ ແລະ 13-13-21 ສຳລັບພັນຫໍ່ຫົວ ຫຼື ສູດທີ່ໃກ້ຄຽງກັນນີ້. ໃນຈຳນວນ 300 ກິໂລ/ເຮັກຕາໂດຍແບ່ງໃສ່ 2 ເທື່ອ: ເທື່ອທີ 1: ໃສ່ເຄິ່ງໜື່ງເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ, ເທື່ອທີ 2: ໃຫ້ໃສ່ເມື່ອພືດມີອາຍຸປະມານ 10 ຫາ 20 ວັນ ຈຳ ນວນທີ່ເຫຼືອຄັ້ງທຳອິດ. ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍອີກ 60 ກິໂລ/ເຮັກຕາ ເພື່ອເລັ່ງການຈະເລີນເຕີບໂຕທາງລຳຕົ້ນ ແລະ ໃບ.
ການໃຫ້ນ້ຳ.
ຄວນໃຫ້ຢ່າງພຽງພໍແຕ່ຢ່າໃຫ້ປຽກຈົນເກີນໄປໂດຍເບິ່ງຄວາມຊຸ່ມຊື້ນໃນໜານປູກໃຫ້ມີຄວາມຊຸ່ມຢ່າງສະໝ່ຳສະເໝີ.

ການເກັບກ່ຽວ.
ໃຊ້ມີດຕັດບໍລິເວນເຫງົ້າຕົ້ນຕັດແຕ່ງໃບຮອບນອກທີ່ບໍ່ດີອອກແລ້ວວາງເອື່ອຍໃນບ່ອນຮົ່ມ ຫຼື ມີອາກາດຖ່າຍເທເພື່ອຫຼຸດການເນົ່າເສຍຫາຍ. ອາຍຸການເກັບກ່ຽວຜັກສະຫຼັດທີ່ປູກໃນບ້ານເຮົານັ້ນຂຶ້ນກັບແນວພັນ ແລະ ຂະໜາດຂອງການນຳໃຊ້ ( 40 ຫາ 70 ວັນ ).

ແຫຼ່ງທີ່ມາ:ຄັດຈາກປື້ມ: ຂໍ້ແນະນຳ ເຕັກນິກການປູກຜັກສະຫຼັດ. ກອງສົ່ງເສີມກະສິກຳ ແລະ ປ່າໄມ້, ພະແນກສົ່ງເສີມ ແລະ ຄຸ້ມຄອງໂຄງການ, ໜ່ວຍງານພັດທະນາຮູບແບບ ແລະ ຝຶກອົບຮົມ, ໂຄງການສົ່ງເສີມກະສິກຳ.

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ການປູກຜັກບົ່ວຫົວໃຫຍ່

ການກຽມດິນ.
ການກຽມໜານປູກ.
ໜານກ້າຕ້ອງກຽມໃຫ້ດີເພາະໄລຍະເວລາໃນການກ້າດົນປະມານ 45 ຫາ 60 ວັນ. ຂຸດໄຖດິນໃຫ້ເລິກ 10 ຫາ 15 ຊມ, ຕາກດິນປະໄວ້ 5 ຫາ 7 ວັນ, ໂຮຍຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວຄົນປົນດິນໃຫ້ທົ່ວພວນດິນໃຫ້ລະອຽດ, ເກັບກິ່ງໄມ້ ແລະ ຫຍ້າອອກໃຫ້ໝົດຍົກເປັນໜານກ

ການກຽມໜານປູກ
ຂຸດໄຖດິນໃຫ້ເລິກ 15 ຫາ 20 ຊມ, ຕາກດິນໄວ້ 5 ຫາ 7 ວັນ, ໂຮຍຝຸ່ນຄອກ ຫຼື ຝຸ່ນບົ່ມໂຮຍໃຫ້ທົ່ວຄົນໃຫ້ເຂົ້າກັບດິນແລ້ວພວນດິນໃຫ້ລະອຽດເພື່ອໃຫ້ດິນໂລ່ງ ແລະ ມີການລະບາຍນ້ຳໄດ້ດີ. ເກັບຫຍ້າອອກໃຫ້ໝົດຖ້າສະບາຍຂອງດິນເປັນກົດຫຼາຍໃຫ້ໃສ່ປູນຂາວລົງໄປເພື່ອເຮັດໃຫ້ດິນມີຄວາມ ເໝາະສົມຕໍ່ການຈະເລີນເຕີບໂຕ.
ການປູກ.
ການກ້າແກ່ນ.
ຫຼັງຈາກກຽມໜານກ້າແລ້ວໃຫ້ຫວ່ານເມັດພັນກະຈາຍທົ່ວໜານແລ້ວຫວ່ານກັບຝຸ່ນຄອກ ຫຼື ຝຸ່ນບົ່ມ ຫຼື ດິນລະອຽດໜາປະມານ 1 ຊັງຕີແມັດ. ຫົດນ້ຳດ້ວຍບົວຝອຍໃຫ້ທົ່ວ ແລະ ລະອຽດ, ປົກດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງແລ້ວປົນໜານດ້ວຍຜ້າຂາວ ຫຼື ຜ້າຢາງສີຂາວຂຸ້ນ. ໃຫ້ປົກໜານເວລາກາງເວັນທີ່ມີແສງແດດກ້າ ຫຼື ຝົນຕົກໜັກ, ເມື່ອງອກດີແລ້ວໃຫ້ເປີດຜ້າປົກອອກໃຫ້ເບ້ຍທີ່ງອກໃໝ່ໆໄດ້ຮັບແສງແດດໃນເວລາເຊົ້າຄ່ອຍໆ ເພີ່ມແສງແດດໃຫ້ຫຼາຍຂຶ້ນເທື່ອລະໜ້ອຍຈົນເບ້ຍແຂງແຮງຮັບແສງແດດໄດ້ໝົດມື້.

ການປູກ.
ເບ້ຍທີ່ຈະຍ້າຍປູກມີອາຍຸປະມານ 45 ຫາ 60 ວັນໂດຍເລືອກຕົ້ນທີ່ແຂງແຮງ ແລະ ສົມບູນດີ. ໄລຍະປູກທີ່ເໝາະສົມລະຫວ່າງຕົ້ນ 10 ຊັງຕີແມັດ ແລະ ລະຫວ່າງແຖວ 25 ຊັງຕີແມັດ, ການຍ້າຍເບ້ຍປູກຄວນຍ້າຍປູກເວລາແດດອ່ອນ ຫຼື ມື້ທີ່ມີອາກາດບົດຄວນເຮັດດ້ວຍຄວາມລະມັດລະວັງ. ຢ່ອນຮາກລົງໄປໃນຂຸມທີ່ຂຸດໄວ້ຕັ້ງຕົ້ນເບ້ຍຜັກໃຫ້ທ່ຽງ, ຖົມດິນອ້ອມຕົ້ນໃຫ້ແໜ້ນແລ້ວປົກດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງຫົດນ້ຳໃຫ້ຊຸ່ມ.


ການບົວລະບັດຮັກສາ.
ການໃສ່ຝຸ່ນ.
ຝຸ່ນທີ່ແນະນຳໃຫ້ໃສ່ຄືຝຸ່ນເຄມີສູດ 15-15-15 ຫຼື 13-13-21 ຫຼື ສູດອຶ່ນໆທີ່ໃກ້ຄຽງກັນໃນອັດຕາ 300 ຫາ 600 ກລ/ຮຕ. ຂຶ້ນຢູ່ກັບຄວາມອຸດົມສົມບູນຂອງດິນ, ການໃສ່ຝຸ່ນເທື່ອທີ 1 ໃສ່ເປັນຝຸ່ນຮອງພື້ນກ່ອນປູກ, ເທື່ອທີ 2 ໃສ່ຫຼັງປູກໄດ້ 30 ຫາ 40 ວັນ, ໂຮຍໃສ່ດ້ານຂ້າງຫ່າງຈາກຕົ້ນເລັກນ້ອຍແລ້ວພວນດິນປົກຫຼັງຈາກປູກ. ນອກຈາກນີ້ຍັງໃສ່ຝຸ່ນເພີມອຶ່ນໆ ເຊັ່ນ: ຝຸ່ນແອມໂມນຽມຊູນເຟດ ຫຼື ຢູເຣຍ ໃນຊ່ວງການຈະເລີນເຕີບໂຕ.
ການໃຫ້ນ້ຳ.
ຄວນໃຫ້ຢ່າງພຽງພໍ ແລະ ສະໝ່ຳສະເໝີທັງເຊົ້າແລງຫົດໃຫ້ພໍແຕ່ຊຸ່ມໂດຍສະເພາະໃນຊ່ວງໄລຍະການຈະເລີນເຕີບໂຕຢ່າໃຫ້ຂາດນ້ຳ ເພາະວ່າຈະມີຜົນເສຍຫາຍຕໍ່ຜົນຜະລິດຫຼຸດລົງ. ຄວນໃຫ້ນ້ຳຫຼຸດລົງ ແລະ ຢຸດໃຫ້ນ້ຳໃນເມື່ອຜັກເລີ່ມແກ່.
ການເກັບກ່ຽວ.
ຜັກບົ່ວໃຫຍ່ທີ່ປູກໃນບ້ານເຮົາມີອາຍຸການເກັບກ່ຽວຍາວປະມານ 90 ຫາ 100 ວັນ. ຫຼັງຈາກປູກແມ່ນສາມາດເລີ່ມເກັບກ່ຽວໃນເວລາໃບຜັກເລີ່ມຄາຍກາບໃບອອກ ແລະ ສີຂອງໃບເລີ່ມປ່ຽນເປັນສີເທົາ, ເືອກຫຸ້ມຫົວຊັ້ນນອກເລີ່ມແຫ້ງເປັນສີນ້ຳຕານ. ຫຼັງຈາກຫຼົກຕົ້ນຂຶ້ນມາແລ້ວຄວນວາງທາງໃບ ແລະ ຫົວຕໍ່ໆກັນໄປ ເພື່ອປ້ອງກັນແດດເຜົາ. ໃຫ້ຕາກໄວ້ໃນໜານ 5 ຫາ 7 ວັນ ຈົນໃຫ້ໃບ ແລະ ຕົ້ນແຫ້ງ. ເມື່ອຕາກຜັກບົ່ວຫວົໃຫຍ່ໄດ້ດີແລ້ວໃຫ້ໃຊ້ມີດຕັດຄໍຕົ້ນຫ່າງຈາກຫົວປະມານ 2 ຫາ 3 ຊັງຕີແມັດ. ຈະເຮັດໃຫ້ເກັບຮັກສາໄດ້ດົນ ແລະ ປ້ອງກັນບໍ່ໃຫ້ພະຍາດເຂົ້າທຳລາຍໄດ້ງ່າຍ.

ແຫຼ່ງຂໍ້ມູນ: ຄັດຈາກປື້ມຂໍ້ແນະນຳເຕັກນິກການປູກຫົວຜັກບົ່ວໃຫຍ່. ໂຄງການສົ່ງເສີມກະສິກຳ
ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ເຕັກນິກການປູກໝາກນ້ຳເຕົ້າ

1. ໝາກນ້ຳເຕົ້າ: ຊື່ວິທະຍາສາດ: Lagenaria siceraria Standl, ໝາກນ້ຳເຕົ້າເປັນໄມ້ເຄືອຂໜາດໃຫຍ່ເຊີ່ງອາດມີຄວາມຍາວກວ່າ 10 ແມັດ, ລໍາຕົ້ນເປັນຫຼ່ຽມ ມີມື້ເກາະທີ່ແຍກອອກເປັນ 2 ທາງໃບມີຂະໜາດໃຫຍ່ຄືເກັບຮູບຫົວໃຈ ໃບມີຂົນໜຸ້ມທັງ 2 ດ້ານມີຮອຍຫຍັກບໍລິເວດໃບ 5-9 ຫຍັກ ກ້ານໃບຍາວປະມານ 20 ຊັງຕີແມັດ. ຫາກຈະເປັນລະບົບຫາກຕື້ນ ໃນ່ສ່ວນຂອງໝາກມີຕັ້ງແຕ່ຂະໜາດນ້ອຍຈົນຮອດຂະໜາດໃຫຍ່.
ໝາກມີເນື້ອໃນສີຂາວ ຫຼືສີຂຽວຂ້ອນຂ້າງຈະໜຸ້ມ ເປືອກມີສີຂຽວເປັນລາຍ ຄວາມຈີງແລ້ວໝາກນໍ້າເຕົ້າມີຢູ່ຫຼາຍສາຍພັນເຊັ່ນ: ມາກນ້ຳເຕົ້າພື້ນບ້ານ, ໝາກນ້ຳເຕົ້າຊົງຊຽນ ເຊີ່ງເປັນທົງທີ່ນິຍົມເອົາມາເປັນເຄື່ອງປະດັບ ຖ້າເຮົາເບີ່ງໜັງຈີນຈະເຫັນວ່າມີນ້ຳເຕົ້າຊົງຊຽນທີ່ນັກສະແດງເອົາມາປະກອບສາກ ແຕ່ໝາກນ້ຳເຕົ້າພື້ນບ້ານເຮົາກໍ່ສາມາດເອົາຕາກແຫ້ງ ເຄືອບແລກເກີເຮັດເປັນເຄື່ອງປະດັບກໍ່ໄດ້ແຕ່ບໍ່ນິຍົມກັນປານໃດ ເນື່ອງຈາກຜິດກັນຮູບຊົງສ່ວນໃຫຍ່ຈະມັກເອົາມາກີນຫຼາຍກວ່າ.
2. ສະຖານທີ່ທີ່ພົບເຫັນໝາກນ້ຳເຕົ້າ: ຈະເຫັນວ່າໝາກນ້ຳເຕົ້າສະມາດປູກທີ່ໃດກໍ່ໄດ້ທີ່ມີຄວ່ມອຸດົມສົມບູນຂອງດິນ ແລະ ຖ້າເອົາໄປປູກກໍ່ຈະຂື້ນຢູ່ກັບ ຜູ້ປູກວ່າມີການເບີ່ງແຍງຮັກສາໜ້ອຍຫຼາຍສຳໃດ ນິຍົມໃນການໃຊ້ແກ່ນຂະ
ຫຍາຍພັນ.
3. ການປູກໝາກນ້ຳເຕົ້າ: ຈະຕ້ອງກຽມດິນໃຫ້ມີການໄຖພວນ ແລະ ຍົກຮ່ອງໜານປູກກວ້າງປະມານ 4 ແມັດ ຈະນິຍົມຂຸດຂຸມປູກໃຫ້ກວ້າງ 15-20 ຊັງຕີແມັດ, ເລິກ 2-3 ຊັງຕີແມັດ ຂຸດຂຸມຫ່າງກັນ 2 ແມັດ. ແລ້ວເອົາຝຸ່ນຄອກ ຫຼືປຸ໋ຍໝັກມາຮອງກົ້ນຂຸມ ຫຼັງຈາກນັ້ນກໍ່ຍອດແກ່ນລົງໃນຂຸມປູກທີ່ກຽມໄວ້ໃນເນື້ອທີ່ປູກ 1 ໄລ່ ຈະໃຊ້ແກ່ນໝາກນ້ຳເຕົ້າປະມານ 1.5 ກິໂລກຼາມ ຍອດຂຸມລະ 2-3 ແກ່ນຖົມດ້ວຍດິນຜຸ່ຍໃຫ້ມີຄວາມໜາປະມານ 1-2 ຊັງຕີແມັດ ເອົາເຟືອງເຂົ້າແຫ້ງ ຫຼືຫຍ້າຄາປົກເພື່ອຮັກສາຄວາມຊຸ່ມໃນດິນໃຫ້ຫຼາຍທີ່ສຸດ ຫຼັງຈາກນັ້ນຫົດນ້ຳໃຫ້ຊຸ່ມໄປເລື່ອຍໆ ປະມານ 7-10 ມື້ ຈົນກວ່າໝາກນ້ຳເຕົ້າຈະງອກ ໝັ່ນເບີ່ງແຍງຫາກໝາກນໍ້າເຕົ້າຂື້ນມາທັງໝົດໃຫ້ຖອນອອກໃຫ້ເລື່ອແຕ່ 2 ຕົ້ນກໍ່ພໍເພື່ອໃຫ້ຈະເລີນເຕີບໃຫຍາເຕັມທີ່.
4. ການເບີ່ງແຍງຮັກສາໝາກນ້ຳເຕົ້າ: ໝາກນ້ຳເຕົ້າເປັນພືດທີ່ມີລະບົບຮາກຕື້ນຕ້ອງການຄວາມຊຸ່ມປານກາງຫຼັງຈາກຕົ້ນໃຫຍ່ແລ້ວໃຫ້ຫົດນ້ຳປະມານ 3-5 ມື້/ເທື່ອ ແຕ່ກໍ່ຂື້ນຢູ່ກັບສະພາບຂອງດິນປູກວ່າມີຄວາມແຫ້ງແລ້ງເທົ່າໃດຖ້າອາກາດຮ້ອນຫຼາຍ ດິນປູກເລີ້ມແຫ້ງກໍ່ຕ້ອງຫົດນ້ຳໃຫ້ຖີ່ຂື້ນ ແຕ່ຕ້ອງເບີ່ງບໍ່ໃຫ້ດິນປຽກຫຼາຍເກີນໄປ ອາດເຮັດໃຫ້ເກີດພະຍາດຫາກເນົ່າ ຫຼັງປູກໄດ້ປະມານ 25-30 ມື້ ຫຼືເລີ່ມມີໃບ 4-5 ໃບ ຈື່ງເລີ້ມໃສ່ປຸ໋ຍສູດ 16-20-0 ໃນອັດຕາ 20 ກິໂລກຼາມ/ໄລ່ໃສ່ບໍລິເວນກົກຕົ້ນບໍ່ຄວນພວນດິນໃຫ້ເລິກເກີນໄປ ເພາະອາດເກີດຄວາມເສຍຫາຍຕໍ່ລະບົບຫາກໄດ້.
5. ການກຳຈັດວັດສະພືດ: ຄວນຈະມີການກຳຈັດວັດສະພືດໃຫ້ໝາກນ້ຳເຕົ້າ ຢ່າງສະໝ່ຳສະເໝີ ແລະ ຕໍ່ເນື່ອງໃນຊ້ວງທີ່ໝາກນ້ຳເຕົ້າຍັງນ້ອຍຢູ່ເມື່ອຈະເລີນເຕີບໃຫຍ່ເຕີມທີ່ຈະປົກຫົ່ມພື້ນທີ່ທັງໝັດ ຈະຊ່ວຍຫຼຸດການກຳຈັດວັດສະພືດໄດ້ບາງສ່ວນ.
6. ພະຍາດ ແລະ ແມງ: ມີພະຍາດ ແລະ ແມງມາລົບກວນຂ້ອນຂ້າງໜ້ອຍເນື່ອງຈາກວ່າໃບຂອງໝາກນໍ້າເຕົ້າມີກີ່ນ
ເໝັນແມງບໍ່ມັກ ມີຂໍ້ຄວນລະວັງຢ່າງດຽວຄື: ເລື່ອງການໃຫ້ນ້ຳຢ່າໃຫ້ຫຼາຍຈົນປຽກເກີນໄປເພາະຈະເຮັກໃຫ້ເກີດພະຍາດຫາກ-ກົກເນົ່າ.
7. ການເກັບກ່ຽວຜົນຜະລິດ: ຫຼັງຈາກປູກໄປແລ້ວປະມານ 55-60 ມື້ ກໍ່ເລີ້ມເກັບກ່ຽວຜົນຜະລິດໃຫ້ເຮົາເລືອກມາກທີ່ເໝາະທີ່ຈະເອົາມາບໍລິໂພກຫຼາຍທີ່ສຸດ ໃຫ້ສັງເກດໃນຊ້ວງຫຼັງຈາກດອກບານ 6-7 ມື້ ໃຫ້ເລີ້ມເກັບ ຈະເກັບໃນລັກສະນະມື້ຕໍ່ມື້ເຮັດແບບນີ້ໄປຈົນກວ່າຈະໝົດ.

8. ການໃຊ້ປະໂຫຍດຂອງໝາກນ້ຳເຕົ້າ: ໝາກນໍ້າເຕົ້າສາມາດເອົາມາກີນເກັບແຈ່ວ ຂົ້ວກັບໝູ ແລະ ໄຂ່ ແກງສົ້ມ ສັບພະຄຸນທາງຢາ ໃບ ແກ້ໂຕຮ້ອນ ແກ້ຮ້ອນໃນ.
9. ຄຸນສົມບັດໃນການຮັກສາພະຍາດຂອງໝາກນ້ຳເຕົ້າ:
1. ພະຍາດເບົາຫວານ.
2. ທໍ່ຢ່ຽວອັກເສບ.
3. ພະຍາດປອດອັກເສບຈະໃຊ້ສ່ວນທີ່ເປັນເປືອກສົດຮັບປະທານ.
4. ແກ້ປວດຝີໃນເດັກ ໂດຍໃຊ້ໝາກນ້ຳເຕົ້າຊອຍເປັນຕ່ອນ ປະສົມຂິງຕົ້ມເປັນນ້ຳສູບຮັບປະທານ.
5. ພະຍາດລູກອັນທະບວມໃຫ້ໃຊ້ໝາກນ້ຳເຕົ້າມາຕົ້ມຮັບປະທານ.
6. ພະຍາດທາງລຳຄໍໃຫ້ໃຊ້ໝາກນ້ຳເຕົ້າທີ່ແກ່ໆ ຕັດຄວັ້ນແລ້ວໃສ່ນ້ຳໄວ້ຮັບປະທານເປັນປະຈຳຈະສາມາດປ້ອງກັນຮັກສາພະຍາດທາງລຳຄໍໄດ້.

ຂອບໃຈຂໍ້ມູນຈາກ: http://www.vegetweb.com

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ຂໍ້ແນະນຳເຕັກນິກການຕົກກ້າ ດາປ໋ອກ ( DAPOG )


ການກຽມກ້າດາປ໋ອກ
ແມ່ນເປັນວິທີການໜື່ງເພື່ອແກ້ໄຂໃນເວລາສຸກເສີນ ແລະ ເພື່ອເຮັດໃຫ້ການຜະລິດທັນກັບລະດູການເຊັ່ນ: ສະພາວະທີ່ແຫ້ງແລ້ງ, ນ້ຳຖ້ວມ. ເຕັກນິກດັ່ງກ່າວນີ້ແມ່ນສາມາດເຮັດໄດ້ທຸກເວລາ ແລະ ບໍ່ຕ້ອງການເນື້ອທີ່ ສ່ວນຫຼາຍວັດຖຸທີ່ນຳໃຊ້ກໍ່ເປັນວັດສະດຸພື້ນບ້ານ ວິທີການປະຕິບັດກໍ່ແບບງ່າຍດາຍ.
ວັດຖຸທີ່ໃຊ້ໃນການເຮັດໜານກ້າ.
– ພື້ນຊີມັງ, ແຜ່ນຢາງ ຫຼື ໃບຕອງກ້ວຍ ( ປູໜ້າໜານກ້າ )
– ລູກກິ້ງ ຫຼື ກົມແກ້ວ ( ສຳລັບປັບໜ້າໜານກ້າ ຫຼື ແປງປະທາ )
– ບົວຫົດນ້ຳ ( ໃຊ້ສຳລັບຫົດນ້ຳ )
– ຟອຍກ້ານພ້າວ
– ໄມ້ສຳລັບເຮັດຂອບຕາກ້າ ຫຼື ກາບກ້ວຍ
– ໄຖ່ປ່ານ ( ໃຊ້ໃນເວລາບົ່ມເຂົ້າ )
– ເມັດພັນ ( ພັນປັບປຸງ )
• ທີ່ມີຄວາມງອກ 85% ຂຶ້ນໄປ, ອັດຕາ 100 – 120 ກິໂລ/ເຮັກຕາ
• ເນື້ອທີ່ 1 ຕາແມັດ/3 ກິໂລກຼາມ, ເນື້ອທີ່ຕົກກ້າ 40 – 50 ຕາແມັດ/ເຮັກຕາ
ຂັ້ນຕອນ ແລະ ວິທີການປະຕິບັດ
ຂັ້ນຕອນກະກຽມ.

– ແຊ່ເມັດພັນໃຊ້ເວລາປະມານ 24 – 36 ຊົ່ວໂມງ
– ການບົ່ມເມັດພັນໃຊ້ເວລາປະມານ 24 ຊົ່ວໂມງ. ການບົ່ມແມ່ນສັງເກດເຫັນເມັດພັນແຕກສົບນົກກີ້ຈິ່ງນຳມາຢາຍໃສ່ໜານທີ່ກຽມໄວ້.
– ສະຖານທີ່ ຮົ່ມໄມ້, ໃນເຮືອນ ຫຼື ບ່ອນທີ່ບໍ່ມີແສງແດດຫຼາຍ.
ວິທີການປະຕິບັດ.
ການກ້າໃສ່ພື້ນດິນ.ຂະໜາດຂອງໜານກ້າແມ່ນກວ້າງປະມານ 1 ແມັດ, ສ່ວນລວງຍາວແມ່ນຕາມຄວາມເໝາະສົມ, ປັບໜ້າດິນໃຫ້ຮາບພຽງດີ, ນຳເອົາກາບກ້ວຍ ຫຼື ໄມ້ຂະໜາດ 4 x 8 ເຮັດຂອບ, ສ່ວນບໍລິເວນກ້ອງໜານແມ່ນໃຊ້ກາບກ້ວຍທີ່ປາດເອົາການອອກ ຫຼື ໃຊ້ຜ້າຢາງປູກໍ່ໄດ້, ຫຼັງຈາກນັ້ນໃຫ້ເຮັດຮ່ອງລະບາຍນ້ຳຈາກພື້ນໜານ.

ເອົາເຂົ້າຢາຍລົງໃສ່ໜານສູງປະມານ 1 – 2 ຊັງຕີແມັດ

ສິ່ງທີ່ຄວນເອົາໃຈໃສ່.
– ການຫົດນ້ຳມື້ໜື່ງ 3 ຫາ 4 ເທື່ອ ຫຼື ເອົາຟອຍຈຸ່ມນໍ້າແລ້ວຊິດໆໃສ່, ພາຍຫຼັງການຫົດນໍ້າທຸກເທື່ອໃຫ້ເອົາແກ້ວລິ້ງ ຫຼື ເອົາໄມ້ຕົບໜານກ້າໃຫ້ແຈບເພື່ອບໍ່ໃຫ້ເມັດເຂົ້າຟູຂຶ້ນ.
– ເມື່ອກ້າອາຍຸໄດ້ປະມານ 9 – 14 ມື້, ຕົ້ນກ້າຈະມີຄວາມສູງປະມານ 10 – 12 ຊັງຕີແມັດ. ກໍ່ໃຫ້ນໍາເອົາດໍາ, ແຕ່ບໍ່ໃຫ້ກາຍ 16 ມື້ ( ເພາະວ່າອາຫານໃນເມັດເຂົ້າໄດ້ໝົດແລ້ວ ).
• ຂໍ້ຄວນລະວັງ

ການຫວ່ານແນວພັນເຂົ້າໃຫ້ສະໝ່ຳສະເໝີ

ການປັບໜ້າດິນເພື່ອເປັນການປົກຄຸມເມັດພັນເຂົ້າ
ວິທີການເອົາກ້າໄປດຳ.
ເມື່ອອາຍຸກ້າໄດ້ຕາມກຳນົດແລ້ວແມ່ນໃຫ້ກໍ້ຄືກັບກໍ້ສາດແລ້ວກໍ່ສີກອອກໄປດຳ.

ການປັກດຳ.
– ກະກຽມດິນໃຫ້ລະອຽດບໍ່ໃຫ້ມີນ້ຳຂັງ
– ດືງກ້າອອກປັກດຳ 2 ຫາ 3 ຕົ້ນຕໍ່ສຸມ
– ຄວາມເລິກແມ່ນ 1 ຫາ 2 ຊັງຕີແມັດ ຫຼື ປະມານ 1 ຂໍ້ມື ເພາະກ້າສັ້ນ.
– ໄລຍະຫ່າງແມ່ນ 12 – 15 ຊັງຕີແມັດ ຫຼື 20 x 20 ຊັງຕີແມັດ
ການບົວລະບັດຮັກສາ.
– ກ່ອນການປັກດໍາແມ່ນໃຫ້ໃສ່ຝຸ່ນຮອງພື້ນສູດ 16:20:00 ໃນອັດຕາ 150 ຫາ 200 ກິໂລ/ເຮັກຕາ.
– ຫຼັງຈາກການປັກດຳປະມານ 20 ຫາ 25 ມື້ໃສ່ຝຸ່ນເລັ່ງ 46:00:00 ໃນອັດຕາ 50 ກິໂລຕໍ່ເຮັກຕາເພື່ອແຕກກໍ
– ຫຼັງປັກດຳ 40 ຫາ 45 ວັນ, ໃຫ້ໃສ່ຝຸ່ນເລັ່ງ 46:00:00 ອັດຕາ 50 ກິໂລ/ເຮັກຕາ
– ຄວນດູແລ ແລະ ຄຸ້ມຄອງລະບົບນ້ຳ ແລະ ພະຍາດບົ້ງແມງ.
ການຕົກກ້າໃສ່ພື້ນຊີມັງ.
– ເຮັດຂອບໜານກ້າດ້ວຍໄມ້ ຫຼື ກາບກ້ວຍກໍ່ໄດ້
– ນຳເອົາເມັດພັນທີ່ບົ່ມແລ້ວມາຢາຍໃສ່ໜານກ້າຄືກັບວິທີທີ 1
– ສ່ວນຂັ້ນຕອນຂອງການປະຕິບັດແມ່ນຄືກັບວິທີທີ 1
– ການປັກດຳ ແລະ ການບົວລະບັດຮັກສາແມ່ນປະຕິບັດຂອດເຕັກນິກດຽວກັນ.

ແຫຼ່ງຂໍ້ມູນ: ແຜ່ນພັບ ຂໍ້ແນະນຳເຕັກນິກການຕົກກ້າ ດາປ໋ອກ, ກອງສົ່ເງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກວິຊາການ, ໜ່ວຍງານຝຶກອົບຮົມ ຂັ້ນສູນກາງ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ການປູກໝາກແຕງກວາ

 ການກຽມດິນປູກ.
ຄວນໄຖຂຸດດິນເລິກປະມານ 20 ຫາ 25 ຊມ, ຕາກດິນໄວ້ປະມານ 5 ຫາ 7 ວັນ ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມທີ່ລະລາຍຕົວດີແລ້ວປະມານ 12 ໂຕນ/ເຮັກຕາ ເພື່ອຊ່ວຍປັບປຸງສະພາບຂອງດິນ ແລະ ເພີ່ມຄວາມອຸດົມສົມບູນຂອງດິນໃຫ້ດີຂຶ້ນ. ພວນດິນໃຫ້ນ້ອຍລົງແຕ່ຢ່າໃຫ້ມຸ່ນຫຼາຍຖ້າດິນເປັກົດຄວນໃສ່ປູນຂາວ, ເກັບຫຍ້າອອກ, ປັບໜ້າດິນໃຫ້ຮາບພຽງ.

ການປູກ.
ຖ້າບໍ່ໝາກແຕງກວາໂດຍບໍ່ເຮັດຄ້າງປ່ອຍໃຫ້ມັນເລືອໄປຕາມດິນໃຊ້ໄລຍະຫ່າງລະຫວ່າງຕົ້ນ 50 ຊັງຕີແມັດ. ລະຫວ່າງແຖວ 150 ຊັງຕີແມັດ. ຖ້າປູກໃຊ້ຄ້າງໄລຍະຫ່າງລະຫວ່າງຕົ້ນ 50 ຊັງຕີແມັດ, ລະຫວ່າງແຖວ 100 ຊັງຕີແມັດ. ຫຼັງຈາກກຽມດິນຮຽບຮ້ອຍແລ້ວໃຫ້ຈັດໄລຍະຫ່າງລະຫວ່າງຕົ້ນ ແລະ ແຖວຕາມທີ່ກ່າວມາແລ້ວນັ້ນໃຫ້ຢອດເມັດລົງໃນຂຸມ ຂຸມລະ 5 ຫາ 10 ເມັດ ເລິກລົງໄປໃນດິນ 2,5 ຊັງຕີແມັດ. ປົກດ້ວຍຝຸ່ນຄອກ ຫຼື ຝຸ່ນບົ່ມ ຫຼື ດິນລະອຽດລົງຂຸມຈົນເຕັມ, ຫົດນ້ຳໃຫ້ປຽກ, ປົກດ້ວຍເຟືອງແຫ້ງ. ກ່ອນຢອດເມັດຄວນໃຊ້ຢາປ້ອງກັນແມງໄມ້ເສຍກ່ອນເມື່ອຕົ້ນງອກມີໃບແທ້ 2 ໃບຄວນຫຼົກແຍກຕົ້ນທີ່ອ່ອນແອອອກໃຫ້ເຫຼືອຂຸມລະ 1 ຕົ້ນ. ຫຼັງຈາກປູກໄດ້ 14 ວັນ ໝາກແຕງກວາເລີ່ມເລືອຖ້າປູກແບບຄ້າງຄວນເຮັດຄ້າງເລີຍເພື່ອໃຫ້ເຄືອເລືອຂຶ້ນ, ປັກ ແລະ ໂຮບປາຍໄມ້ເຂົ້າຫາກັນມັດເຊືອກໃຫ້ແໜ້ນແລ້ວມັດໄມ້ຂວາງອີກ 2 ຫາ 3 ອັນ.

 ການບົວລະບັດຮັກສາ
 ການໃສ່ຝຸ່ນ.
ເນື່ອງຈາກແຕງກວາເປັນຜັກໃຫ້ໝາກຕ້ອງການຝຸ່ນພໍສົມຄວນ. ດັ່ງນັ້ນ, ການກຳນົດຝຸ່ນເພື່ອນຳໃຊ້ແມ່ນມີຄວາມຈຳເປັນໃຫ້ຖືກຕ້ອງແນໃສ່ການຫຼຸດຕົ້ນທຶນການຜະລິດ ແລະ ໃຫ້ມີປະສິດທິຜົນສູງດ້ານຜົນຜະລິດໂດຍສະເພາະການຈະເລີນເຕີບໂຕທາງລຳຕົ້ນ, ດອກ ແລະ ໝາກ. ດັ່ງນັ້ນ, ຈຶ່ງແນະນຳໃຫ້ໃຊ້ຝຸ່ນ N:P:K ສູດ 14-14-21, 13-13-21 ຫຼື ສູດທີ່ໃກ້ຄຽງກັນນີ້ໃນຈຳນວນ 300 ກິໂລ/ເຮັກຕາໂດຍແບ່ງໃສ່ 3 ເທື່ອ: ເທື່ອທີ 1 ໃສ່ເຄິ່ງໜື່ງເປັນຝຸ່ນຮອງພື້ນຕອນປູກແລ້ວພວນດິນປົກ, ເທື່ອທີ 2 ໃຫ້ໃສ່ເມື່ອພືດມີອາຍຸ 10 ຫາ 20 ວັນຈຳນວນເຄິ່ງໜື່ງຈາກສ່ວນທີ່ເຫຼືອຄັ້ງທຳອິດ. ພ້ອມນີ້ອາດຈະເພີ່ມຝຸ່ນຢູເຣຍ 80 ຫາ 100 ກລ/ຮຕ ເພື່ອເລັ່ງການຈະເລີນເຕີບລຳຕົ້ນ ແລະ ໃບ. ເທື່ອທີ 3 ເມື່ອພືກອາຍຸ 25 ຫາ 30 ວັນຈາກສ່ວນທີ່ເຫຼືອທີ່ໄດ້ກຳນົດໄວ້ໃນເບື້ອງຕົ້ນນັ້ນ.
 ການໃຫ້ນ້ຳ
ຄວນໃຫ້ຢ່າງພຽງພໍໂດຍເບິ່ງຄາວມຊຸ່ມຊື້ນໃນພື້ນທີ່ປູກແຕ່ຢ່າໃຫ້ປຽກເກີນໄປຈະເຮັດໃຫ້ຮາກພືດເນົ່າ.
ການພວນດິນກຳຈັດຫຍ້າ
ຄວນເຮັດໃນໄລຍະທຳອິດເພື່ອເຮັດໃຫ້ດິນລຸລ່ວງຜຸຜົງລະບາຍອາກາດ ແລະ ນ້ຳໄດ້ດີພ້ອມກັບການກກຳຈັດຫຍ້າໄປພ້ອມໆກັນ. ເມື່ອພືດມີໃບປົກຄຸມດິນແລ້ວບໍ່ຈຳເປັນເຮັດເລີຍ.

ການເກັບກ່ຽວ.
ສ່ວນຫຼາຍອາຍຸການເກັບກ່ຽວໝາກແຕງກວາປະມານ 30 ຫາ 45 ວັນ ຂຶ້ນຢູ່ກັບແຕ່ລະຊະນິດພັນ. ການເກັບກ່ຽວໃຫ້ເກັບໝາກອ່ອນທີ່ມີສີຂຽວສົດ, ເກັບທຸກວັນຈົນໝາກແຕງກວ່າຈະໝົດແລ້ວຮີບນຳເຂົ້າຮົ່ມຫ້າມລ້າງນ້ຳເພາະວ່າຈະເຮັດໃຫ້ເຫຼືອງໄວ. ຫຼັງຝົນຕົກໃໝ່ໆບໍ່ຄວນເຂົ້າໄປເກັບລໍຖ້າໃຫ້ດິນແຫ້ງດີເສຍກ່ອນ.

ແຫຼ່ງຂໍ້ມູນ: ຄັດຈາກປື້ມຂໍ້ແນະນຳ ເຕັກນິກການປູກໝາກແຕງກວາ, ໂຄງການສົ່ງເສີມກະສິກຳ

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ

ການປູກເຫັດເຟືອງແບບກອງເຕ້ຍ


ປັດຈຸບັນການປູກເຫັດເຟືອງແບບກອງເຕ້ຍ ກຳລັງເປັນທີ່ນິຍົມກັນຫຼາຍ. ເພາະວິທີການແບບນີ້ ຊ່ວຍປະຢັດເຟືອງ ແລະ ບໍ່ຈຳເປັນຕ້ອງໃຊ້ຕໍເຟືອງກໍ່ໄດ້ ຈຶ່ງສາມາດປູກເຫັດໄດ້ທຸກລະດູການ.
ອຸປະກອນທີ່ໃຊ້ໃນການປູກເຫັດ.
– ວັດສະດຸ: ອາດຈະໃຊ້ເສດເຟືອງ, ຜັກຕົບແຫ້ງ ແລະ ໃບກ້ວຍແຫ້ງປູກກໍ່ໄດ້
-ອາຫານເສີມນັບວ່າມີຄວາມສຳຄັນຕໍ່ການປູກເຫັດແບບກອງເຕ້ຍ ເພາະວັດສະດຸທີ່ໃຊ້ໃນການປູກເຫັດ ມີທາດອາຫານນ້ອຍກວ່າຕໍເຟືອງ ຈິ່ງຈຳເປັນຕ້ອງເພີ່ມອາຫານເສີມໃຫ້ແກ່ໜານເຫັດ. ອາຫານທີ່ໃຊ້ປະກອບດ້ວຍແກ່ນຝ້າຍໃສ້ນຸ່ນ, ຂີ້ງົວ ຫຼື ຂີ້ຄວາຍແຫ້ງມາປະສົມກັບຂີ້ແກບ 1/1 ເອົາປະສົມເຂົ້າກັນແລ້ວຫົດນ້ຳໃຫ້ຊຸ່ມສະໝ່ຳສະເໝີບົ່ມໄວ້ 1 ຄືນ ເພາະອາຫານພວກນີ້ຈະເພີ່ມຜົນຜະລິດໃຫ້ສູງ.

– ແບບຟີມໃຊ້ດ້ວຍໄມ້ ຫຼື ກະບະໄມ້: ນັບວ່າມີຄວາມສຳຄັນຫຼາຍເພື່ອໃຊ້ອັດວັດສະດຸທີ່ໃຊ້ປູກໃຫ້ຢູ່ໃນຮູບໜານໄດ້. ແບບຟີມໄມ້ທີ່ນິຍົມເປັນຮູບ 4 ຫຼ່ຽມຄາງໝູເຊິ່ງສາມາດເຮັດດັ່ງນີ້:
• ລວງກວ້າງເທີງ 35 ຊມ
• ລວງກວ້າງລຸ່ມ 40 ຊມ
• ສູງ 40 ຊມ
• ຍາວ 1.20 ມ

ຮູບ: ໄມ້ແບບສຳລັບປູກເຫັດເຟືອງ

– ເຊື້ອເຫັດເຟືອງ: ຄວນເປັນເຊື້ອເຫັດພັນທີ່ດີໃຫ້ຜົນຜະລິດສູງ ແລະ ເຊື້ອເຫັດບໍ່ຄວນແກ່ ແລະ ອ່ອນເກີນໄປ.

ຮູບ: ຖົງເຊື້ອເຫັດເຟືອງ

– ບົວຫົດນ້ຳ: ຄວນມີເພື່ອໃຫ້ຄວາມຊຸ່ມຂອງໜານໄດ້ສະໝ່ຳສະເໝີ.

– ແຜ່ນຢາງປົກຄຸມໜານເຫັດ: ເພື່ອຊ່ວຍຮັກສາຄວາມຊຸ່ມ ແລະ ອຸນນະພູມໃນໜານປູກເຫັດໃຫ້ເໝາະຕໍ່ການຈະເລີນເຕີບໂຕຂອງເຫັດເຟືອງ.
– ໄມ້ໄພ່ ຫຼື ຈາມເຟືອງ ແລະ ໄພຫຍ້າ: ອາດຈະໃຊ້ຫຍ້າຄາ ຫຼື ເສດເຟືອງກໍ່ໄດ້ເພື່ອຊ່ວຍບັງແສງແດດ ແລະ ເຮັດໃຫ້ໜານເຫັດບໍ່ຮ້ອນຫຼາຍຈົນເກີນໄປ. ໄມ້ສຳລັບກົງໜານເຫັດເພື່ອບໍ່ໃຫ້ແຜ່ນຢາງປົກຕິດກັບໜານເຫັດ.

ຂັ້ນຕອນໃນການປູກເຫັດເຟືອງແບບກອງເຕ້ຍ.
– ການກຽມໜານປູກເຫັດ: ຄວນເລືອກພື້ນທີ່ປາສະຈາກສັດຕູເຫັດເຊັ່ນ: ມົດ, ປວກ ເມື່ອກສະຖາທີ່ໆເໝາະສົມແລ້ວໃຫ້ທຳການເສຍຫຍ້າ ແລະ ຂຸດດິນໃນບໍລິເວນທີ່ຈະປູກ.
– ນຳແບບໄມ້ຟີມມາຕັ້ງເທີງໜ້າດິນ ແລະ ນຳວັດສະດຸທີ່ໃຊ້ປູກ: ເຟືອງ, ໃບກ້ວຍແຫ້ງທີ່ຜ່ານການແຊ່ນ້ຳປະມານ 2 ຊົ່ວໂມງ ແລະ ຊຸ່ມນ້ຳດີແລ້ວໃສ່ລົງໄປໃນແບບໄມ້ແລ້ວໃຊ້ມືຂົ່ມວັດສະດຸດັ່ງກ່າວໃຫ້ແໜ້ນສະໝ່ຳສະເໝີ ແລະ ມີຄວາມໜາປະມານ 10-15 ຊມ. ພ້ອມກັບຂື້ນຢຽບ ແລະ ຫົດນ້ຳໃຫ້ຊຸ່ມ.

– ນຳອາຫານເສີມເຊັ່ນ: ແກ່ນຝ້າຍ, ໃສ້ນຸ່ນ, ຂີ້ສັດມາປະສົມກັບນ້ຳໃຫ້ຊຸ່ມໂຮຍເທີງໜານໃຫ້ເປັນແຖວຫ່າງຈາກຂອບໜານປະມານ 1 ຝາມືຈົນຮອບໜານ. ຈາກນນັ້ນຈິ່ງໂຮຍເຊື້ອເຫັດເຟືອງທັບລົງໄປເທີງອາຫານເສີມ.
– ໃຫ້ນຳເສດເຟືອງ ຫຼື ວັດສະດຸທີ່ໃຊ້ປູກໃຫ້ຊຸ່ມນ້ຳ: ທັບລົງໄປແລ້ວຍ້າຍໃຫ້ສະໝ່ຳສະເໝີ ແລະ ມີຄວາມໜາເທົ່າກັບຊັ້ນທຳອິດ
– ໃນຊັ້ນຕໍ່ໆມາໃຫ້ປະຕິບັດເທົ່າກັບຊັ້ນທີ 1 ແລະ ຊັ້ນທີ 2: ການປູກເຫັດເຟືອງແບບກອງເຕ້ຍຕາມປົກກະຕິປູກກັນປະມານ 3-4 ໃນຊັ້ັນສຸດທ້າຍໃຫ້ໂຮຍອາຫານເສີມ ແລະ ເຊື້ອເຫັດໃຫ້ທົ່ວທັງຜີວຂອງໜານປູກ.
– ເມື່ອປູກເຫັດເປັນທີ່ຮຽບຮ້ອຍແລ້ວໃຫ້ຍົກແບບໄມ້ອອກ: ແລ້ວນຳໄປເຮັດໜານປູກຕໍ່ໆໄປ. ຈາກນັ້ນໃຫ້ໃຊ້ກົງປັກໃຫ້ແປະກັບໜານ ແລະ ໃຊ້ແຜ່ນຢາງຄຸມໜານເພື່ອຊ່ວຍຮັກສາຄວາມຊຸ່ມ ແລະ ອຸນນະພູມໃນໜານປູກໃຫ້ເໝາະສົມຕໍ່ການຈະເລີນເຕີບໂຕຂອງເສັ້ນໄຍເຫັດ.
– ການເບິ່ງແຍງຮັກສາ: ໃຫ້ໃຊ້ແຜ່ນຢາງໃສແລ້ວໃຊ້ເຟືອງແຫ້ງປົກກັນແດດກັນລົມອີກຊັ້ນໜື່ງ. ແຕ່ຕ້ອງລະວັງໃນມື້ທີ 1-3 ຖ້າພາຍໃນໜານຮ້ອນເກີນໄປໃຫ້ເປີດແຜ່ນຢາງເພື່ອລະບາຍຄວາມຮ້ອນ ແລະ ໃຫ້ອາກາດຖ່າຍເທໄດ້ສະດວກຫຼາຍຂຶ້ນ. ບົວລະບັດໄດ້ດີກໍ່ຈະເກັບດອກເຫັດໃນມື້ທີ 8-10 ໂດຍສະເລ່ຍຈະໄດ້ດອກເຫັດປະມານ 1-2 ກິໂລ/ກອງ ຫຼື 1 ໜານ.
– ການເກັບເຫັດເຟືອງ: ເມື່ອປູກເຫັດແລ້ວປະມານ 5-7 ວັນຈະເລີ່ມເຫັນຕຸ່ມສີຂາວນ້ອຍໆເກີດຂຶ້ນແລ້ວຈະໃຫຍ່ເປັນດອກເຫັດຕໍ່ໄປ ດອກເຫັດທີ່ເກີດຂຶ້ນເປັນເຫງົ້າມີທັງດອກເຫັດອ່ອນ ແລະ ແກ່ ເກັບດອກເຫັດໂດຍໃຊ້ມືຈັບດອກເຫັດຢ່າງເບົາໆ.

ແຫຼ່ງຂໍ້ມູນ: ການປູກເຫັດເຟືອງແບບກອງເຕ້ຍ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກສົ່ງເສີມ ແລະ ຄຸ້ມຄອງໂຄງການ, ໜ່ວຍງານສົ່ງເສີມວິຊາຊີບ. ໂທ/ແຟັກ: 021 740162

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:

ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ