Monthly Archives: October 2018

ປາເຂັງ

ແນວພັນປາເຂັງ

ຊື່ພາສາລາວ: ປາເຂັງ

ຊື່ວິທະຍາສາດ: Anabas testudineus

ຊື່ີສາມັນ: Climbing perch

ຂະໜາດ​ຍາວ​ສຸດ 20 ​cm (TL)

ນໍ້າໜັກ​ສຸດ 0.5 kg

ຜູ້​ຄົ້ນ​ພົບ: Bloch,1792

ປະຫັວດຄວາມເປັນມາ: ປາເຂັງເປັນປາພື້ນເມືອງຂອງລາວຊະນິດໜຶ່ງ ທີ່ພົບໃນໜອງທຳະຊາດ (ບຶງ) ແລະ ທົ່ງນາ, ການສຶກສາທົລອງລ້ຽງທີ່ສູນຄົ້ນຄວ້າ ການປະມົງ ໃນປີ 2007, ໂຄງການຮ່ວມມື LARReC-JIRCAS ໄດ້ນຳແນວພັນປາເຂັງຈາກບ້ານ ນາງ່າ ເຂດ ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ມາທົດລອງປະສົມພັນເອົາແນວພັນລຸ່ນ F1, ຈາກນັ້ນນປີ 2008 ໄດ້ທ້ອນໂຮວເອົາປາເຂັງ ຈາກເມືອງທຸລະຄົມ, ນາຊາຍທອງ, ສີໂຄດຕະບອງ ແລະ ສັງທອງມາເປັນແນວພັນ. ມາຮອດໃນປີ 2014-2015 ຈຶ່ງໄດ້ຜະລິດແນວພັນ F1 ລຸ່ນທີ 2 ພ້ອມທັງໄດ້ປັບປຸງພັນໂດຍການໃຊ້ຮໍໂມນໃຫ້ເປັນເພດແມ່ ຜົນໄດ້ຮັບ 95% ເປັນປາເພດແມ່. ປະຈຸບັນແມ່ນໄດ້ຜະລິດລູກແນວພັນ F1 ລຸ່ນທີ 3 ແລະ 4 ແລ້ວ.
ຮູບຮ່າງລັກສະນະ: ປາເຂັງເປັນປາທີ່ມີສີເຫຼືອງປົນດຳ,ສ່ວນທ້ອງສີຈາງກວ່າສ່ວນ ຫຼັງ, ເກັດແຂງ, ຢູ່ສັນຫຼັງຈະມີຍາວລາມຮອດກົກຫາງ 1 ອັນ, ຄີເງີບ 1 ຄູ, ມີຄີເອີກ 1 ຄູ່ ແລະ ຄີພື້ນທ້ອງ 1 ອັນຍາວຮອດກົກຫາງ, ເກັດຢູ່ເທິງເສັ້ນຂ້າງໂຕດ້ານເທິງ 14-18 ເກັດ, ດ້ານລຸ່ມ 10-14 ເກັດ, ປາຍກະດູກຜົ້ງແກ້ມມີລັກສະນະເປັນໜາມໃຫຍ່ແຫຼມຄົມ ແລະ ກະດູກຜົ້ງແກ້ມສາມາດງໍພັບໄດ້, ຫາງເປັນແບບມົນກົມໜ້ອຍໜຶ່ງ, ຕາມລຳໂຕມີແຖວສີດຳ 7-8 ແຖວ ແລະ ຢູ່ກົກຫາງມີຈຸດສີດໍາມົນ.
ນິດໃສ່ການກິນອາຫານ: ເປັນປາຈຳພວກທີ່ກິນຊີ້ນເປັນຫລັກ, ເຊັ່ນປານ້ອຍ, ກຸ້ງຂີກະເດືອນ, ເປັນປາທີ່ທົນທານຕໍ່ສະພາບແວດລ້ອມຍ້ອນມີອະໄວຍະວະຊ່ວຍໃນການຫາຍໃຈ ຊາວກະສິກອນຜູ້ລ້ຽງສາມາດຝຶກຫັດໃຫ້ລ້ຽງໄດ້ງ່າຍ.
ການຈະເລີນເຕີບໂຕ: ລ້ຽງເປັນປາຊີ້ນໃນໄລຍະເວລາ 3-4 ເດືອນນໍ້າໜັກສະເລັ່ຍ 300-400 ກຼາມ. ການລ້ຽງໃນກະຊັງກໍ່ໃຊ້ເວລາໃກຄຽງກັບການລ້ຽງໃນໜອງດິນ 3-4 ເດືອນກໍ່ສາມາດຈັບຂາຍໄດ້ນໍ້າໜັກສະເລັ່ຍ 200-300 ກຣາມ/ໂຕ. ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ 1.5-1.8 ກິໂລ,ລຽງໃສ່ອ່າງສີມັງ ໃຊ້ເວລາລ້ຽງ 4-6 ເດືອນ ໄດ້ ນໍ້າໜັກສະເລັ່ຍ 200-300 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ 2.-2.5 ກິໂລ.
ລະດູການປະສົມພັນ: ປາເຂັງຈະໃຫ້ໄຂ່ແຕ່ເດືອນ 2-10 ສາກົນ,ປາພໍ່ແມ່ພັນອາຍຸ 5-6 ເດືອນຈະມີຄວາມຍາວ 8-10 cm ແລະ ນ້ຳໜັກ 30-40 g, ປາແມ່ນໜຶ່ງຈະໃຫ້ໄຂ່ 200,000-600,000 ໜ່ວຍຕໍ່ກິໂລປາແມ່. ການປະສົມພັນ ແລະ ວາງໄຂ່ໃຊເວລາ 2-3 ຊົ່ວໂມງ ຈາກນັ້ນໄຂ່ຈະຝັກແຕກ ຫຼັງຈາກ 18-20 ຊົ່ວໂມງທີ່ອຸນຫະພູມ 25-28˚c .
ສະພາບແວດລ້ອມ: ປາເຂັງຢູ່ນໍ້ານິ້ງ (ນໍ້າບໍ່ໄຫລ), ໜອງ, ບຶ່ງ ແລະ ອ່າງເກັບນໍ້າ, ບໍ່ມັກລວມກັນຢູ່ເປັນຝູງ, , ປາເຂັງຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH= 6.2-8.5, ໃນອຸນຫະພູມລະຫວ່າງ 23- 34 ອົງສາເຊ ແລະ ອ໋ອກຊີເຈນລະລາຍໃນນໍ້າ (DO) 3-5mg/l.

ແນວພັນປາເຂັງແນວພັນປາເຂັງ

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ:

 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ປາໄນ

ຊື່ພາສາລາວ: ປາໄນ

ຊື່ວິທະຍາສາດ: Cyprinus carpio

ຊື່ພາສາອັງກິດ: Common carp

ຂະໜາດໃຫຍ່ສຸດ: 120 cm

ນໍ້າໜັກສຸດ: 37.3 kg

ຜູ້ຄົ້ນພົບ: Linnaeus, 1758

ລັກສະນະ/ປະສິດທິພາບ: ປາໄນເປັນປາຕ່າງຖິ່ນ ທີ່ມີຕົ້ນກໍາເນີດຢຸ່ບັນດາປະເທດໃນທະວີບເອີລົບ ທີ່ນໍາເຂົ້າມາລ້ຽງຫລາຍໃນບັນດາປະເທດຢຸ່ອາຊີຕາວັນອອກສຽງໃຕ້. ປາໃນທີ່ສາມາດນໍາໄປຂະຫຍາຍພັນໄດ້ນັ້ນຄວນມີອາຍຸ 6 ເດືອນຂື້ນໄປ ປາໄນສາມາດປະສົມພັນ ແລະ ວ່າງໄຂ່ໄດ້ເກືອບຕະຫລອດປີຖ້າມີການລ້ຽງດູ ແລະ ໃຫ້ອາຫານຢ່າງດີ ລະດູການປະສົມພັນ ແລະ ວ່າງໄຂ່ຂອງປາໄນ ແມ່ນຊ່ວງເດືອນກຸມພາຫາເດືອນເມສາ. ການວ່າງໄຂ່ແມ່ນວ່າງໄຂ່ໃນນໍ້າຕື້ນ ໄຂ່ເປັນໄຂ່ຕິດ ຈະຕິດກັບວັກສະພືດ. ແມ່ປາ 1 kg ຈະໃຫ້ໄຂ່ 150,000 ໜ່ວຍ. ການຂະຫຍາຍພັນປາໄນສາມາດເຮັດໄດ້ 2 ວິທີຄື: ປ່ອຍພໍ່ແມ່ພັນປາປະສົມກັນເອງ ແລະ ວິທີການປະສົມພັນທຽມ.

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ປານິນ

ຊື່ພາສາລາວ: ປານິນ

ຊື່ວິທະຍາສາດ: Oreochromis niloticus

ຊື່ສາມັນ: Nile tilapia

ຂະໜາດໃຫຍ່ສຸດ: 60 cm

ນໍ້າໜັກສູດ: 4.32 kg

ຜູ້ຄົ້ນພົບ: Linnaeus, 1758

ລັກສະນະ/ປະສິດຕິພາບ: ປານິນແມ່ນມີຖິ່ນກໍາເນີດຢູ່ອາຝະລິກກາ, ເປັນປາທີ່ລ້ຽງງ່າຍ ແລະ ນິຍົມລ້ຽງ ເພື່ອບໍລິໂພກ ແລະ ຂາຍເປັນສິນຄ້າ. ປານິນຈະສົມບູນເພດສາມາດປະສົມພັນວ່າງໄຂ່ໄດ້ເມື່ອມີອາຍຸປະມານ 6 ເດືອນ ໂດຍທໍາມະຊາດເມື່ອປາສົມບູນເພດ ປານິນໂຕຜູ້ຈະເປັນຂຸດຂຸມສ້າງຮັງ ໂຕແມ່ຈະເປັນຜູ້ອະນາໄມເຮັດຄວາມສະອາດໃຫ້ຮຽບຮ້ອຍ ແລ້ວປາແມ່ຈິ່ງຈະວ່າງໄຂ່ໃນຂຸມ ໂດຍການວ່າງໄຂ່ໃນແຕ່ລະຄັ້ງປະມານ 500-2,000 ໜ່ວຍຫຼັງຈາກວ່າງໄຂ່ ໂຕຜູ້ກໍ່ຈະປ່ອຍນໍ້າເຊື້ອປະສົມໄຂ່ ແມ່ປາຈະຟັກໄຂ່ໂດຍການອົມໄຂ່ໄວ້ໃນປາກ ໄຂ່ປາຈະຟັກແຕ່ກເປັນໂຕໃນເວລາ 4 ວັນ ທີ່ອຸ່ນຫະພູມນໍ້າ 28-30 ອົງສາເຊ. ປານິນສາມາດປະສົມພັນ ແລະ ວ່າງໄຂ່ເອງໂດຍບໍ່ຕ້ອງໃຊ້ຢາຮໍໂຮມສັກ ແລະ ມີວີທີປະສົມພັນ 3 ວິທີຄື: ການປະສົມພັນປານິນໃນໜອງດິນໃນອັດຕາ 800-1000 ໂຕ/ໄລ່ ອັດຕາສ່ວນປາແມ່ຕັ້ງແຕ່ 2-5 ໂຕ/ປາຜູ້ 1 ໂຕ ຫຼັງຈາກປ່ອຍພໍ່ແມ່ພັນປາປະສົມພັນກັນໃນໜອງ ປະມານ 45-60 ວັນ ຈະໄດ້ລູກປາ ຂະໜາດ 2-3 cm, ການປະສົມພັນປານິນໃນອ່າງສີເມັນຂະໜາດອ່າງ 50 m² ເລີກ 1 m ປ່ອຍປາ 1 ໂຕ/m² ອັດຕາສ່ວນປາແມ່ຕໍ່ປາຜູ້ 2-5:1 ໂຕ ຫຼັງຈາກປ່ອຍພໍ່ແມ່ພັນປາລົງປະສົມພັນແລ້ວປະມານ 20 ວັນຈະໄດ້ລູກປາຂະໜາດ 1,5 cm ຫຼືອາດເກັບກູ້ລູກປາທຸກໆ 10 ວັນ ແລະ ການປະສົມພັນປານິນໃນກະຊັງຂະໜາດ 5x8x0.9 ແມັດ ປ່ອຍຜູ້ 50ໂຕ/ປາແມ່ 100 ໂຕ/ກະຊັງ ການເກັບໄຂ່ແມ່ນທຸກໆ 7 ວັນ ຂຶ້ນກັບຈຸດປະສົ່ງຂອງຜູ້ຜະລິດລູກປາ.

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

 

ທາງຜ່ານປາ/ຂັ້ນໄດປາ

 

ຊື່ພາສາລາວ: ທາງ ຜ່ານປາ/ຂັ້ນໄດປາ

ຊື່ພາສາອັງກິດ: Fish way

ຢູ່ ສ ປປ ລາວ ເຕັກໂນໂລຊີດັ່ງກ່າວມາຮອດປັດຈຸບັນໄດ້ມີການຂະຫຍາຍອີກ 9 ແຫ່ງ ຄື່: ຢູ່ອ່າງສຸຍ ເມືອງຈຳພອນ ແຂວງສະຫວັນນະເຂດ ແລະ ເຂດແມ່ນາໍ້ເຊບັ້ງໄຟ ເມືອງໄຊບູລີ ແຂວງ ສະຫວັນນະເຂດ ແລະ ເມືອງທ່າບົກ ແຂວງຄຳມວ່ນຊຶ່ງສະໜັບສະໜູນໂດຍທະນາຄານໂລກ. ໃນອານາຄົດທະນາຄານພັດທະນາອາຊີ ຈະໄດ້ມີໂຄງການປັບປຸງ ແລະ ກໍ່ສ້າງທາງຜ່ານປາຢູ່ທາງ ແຂວງພາກເໜືອເຊັ່ນ: ແຂວງອຸດົມໄຊ, ແຂວງຫລວງພະບາງ, ແຂວງໄຊຍະບູລີ, ແຂວງຫົວພັນ. ນອກນີ້, ບັນດາເຂືອນໄຟຟ້ານໍ້າຕົກກໍ່ຈະນຳໃຊ້ເຕັກໂນໂລຊີດັ່ງກ່າວເຊ່ນດຽວກັນ ມາຮອດປັດຈຸບັນເຂືອນໄຟຟ້ານໍ້າຕົກໄຊຍະບູລີ ແມ່ນເຂືອນແຫ່ງທຳອິດໃນລາວ ແລະ ໃນອ່າງແມ່ນໍ້າຂອງຕອນລຸ່ມທີ່ນຳໃຊ້ເຕັກໂນໂລຊີທາງຜ່ານປາທີ່ທັນສະໄໝໃນການແກ້ໄຂບັນຫາແລະລຸດຜອ່ນຜົນກະທົບຕໍ່ການປະມົງ, ອັນນີ້ມັນເປັນບາດກ້າວໃໝ່ ແລະ ເປັນສິ່ງທີ່ທ້າທາຍຂອງລາວໃນການພັດທະນາເຕັກໂນໂລຊີດັ່ງກ່າວຈາກການສຶກສາທາງຜ່ານປາສຳຫລັບຝາຍແລະເຂືອນຂະໜາດນອ້ຍມາເປັນເຂືອນໄຟຟ້ານໍ້າຕົກຂະໜາດໃຫ່ຍ.
ນອກຈາກ, ຢູ່ ສ ປປ ລາວ ແລ້ວເຕັກໂນໂລຊີດັ່ງກ່າວມີແນວໂນມຈະຂະຫຍາຍຢູ່ປະເທດພະມ້າ, ກຳປູເຈຍ ແລະ ສ ສ ຫວຽດນາມອີກດວ້ຍ.

ຈຸດດີ: ເຮັດໃຫ້ປາສາມາດຂື້ນໄປວາງໄຂ່ຢູ່ອ່າງເກັບນໍ້າໄດ້ ແລະ ເປັນການ ເພີ້ມຜົນຜະລິດປາ ແລະ ຮັກສາຊີວະນາໆພັນປາໃນແຫລ່ງນໍ້າທຳມະຊາດ ແລະ ເຮັດໃຫ້ການພັດທະນາແຫລ່ງນໍ້າເປັນການພັດທະນາແບບຍືນຍົງ.
ຈຸດອ່ອນ: ຖ້າບໍ່ມີການຄຸ້ມຄອງທີດີຈະເຮັດໃຫ້ປາສູນພັນເພາະປາຈັບໄດ້ງ່າຍ, ໃຊ້ງົບປະມານສູງໃນການກໍ່ສ້າງ.

ທາງຜ່ານປາແບບແຂ້ວເງືອກ ຢູ່ອ່າງປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ

ທາງຜ່ານປາແບບແຂ້ວເງືອກຢູ່ເມືອງໄຊບູລີ ແລະ ອ່າງສຸຍ ເມືອງຈຳພອນ ແຂວງສະຫວັນນະເຂດ

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ: 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ກົບທົ່ງ ຫລື ກົບຈ່ານ

ຊື່ພາສາລາວ: ກົບຈ່ານ ຫລື ກົບທົ່ງ
ຊື່ວິທະຍາສາດ: Rana rugulosa
ຊື່ພາສາອັງກິດ: Chinese edible frog
ຂະໜາດຍາວສຸດ: 15 cm (TL)
ນໍ້າໜັກສຸດ: 0.4 kg
ຜູ້ຄົ້ນພົບ: Wiegmann,1792
ປະຫວັດຄວາມເປັນມາ: ກົບຈ່ານ ຫລື ກົບທົ່ງ ເປັນກົບພື້ນເມືອງລາວຊະນິດໜຶ່ງ ພົບເຫັນຕາມບຶງ, ໜອງນໍ້າ ແລະ ທົ່ງນາທົ່ວໆໄປ ພົບເຫັນປະເທດຈີນຕອນໃຕ້, ລາວ, ໄທ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ, ສາມາດປັບໂຕ. ການສຶກສາທົດລອງລ້ຽງແຕ່ປີ 1953 ແຕ່ການລ້ຽງກົບໃນ ສປປ ລາວເລີ່ມລ້ຽງໃນປີ 1995 ເປັນຕົ້ນມາໂດຍສະເພາະ ຊາວກະສິກອນໃນນະຄອນຫລວງວຽງຈັນ, ແຕ່ການສຶກສານັກວິຊາການ ສູນຄົ້ນຄວ້າການປະມົງໄດ້ເລີ່ມສຶກສາວິທີປະສົມພັນ, ການອະນຸບານ ແລະ ການລ້ຽງກົບຊະນິດນີ້ໃນປີ 2001 ເປັນຕົ້ນມາຮ່ວມກັບກົບອີກແນວພັນຄືກົບນາ Rana tigerina , ຊຶ່ງມາຮອດປະຈຸບັນກົບດັ່ງກ່າວນີ້ກໍ່ສືບຕໍ່ຜະລິດ ແລະ ບໍລິການໃຫ້ແກ່ຊາວກະສິກອນມາຈົນເຖິງປະຈຸບັນ.
ຮູບຮ່າງລັກສະນະ: ກົບເປັນສັດທີ່ມີກະດູກສັນຫລັງ ຫາຍໃຈດ້ວຍຟັນຟືມຄືກັບປາ, ເປັນສັດເຄິງບົກເຄຶ່ງນໍ້າ, ມີລຳໂຕສັ້ນ, ໜັງເປັນຕູດ, ໂຕໃຫຍ່ບໍ່ມີຫາງນອກຈາກຕອນເປັນຮ່ວກຢູ່ໃນນໍ້າຈະມີຫາງ, ບໍ່ມີຄໍ, ສາມາດເຄື່ອນໄຫວໄດ້ເມື່ອຢູ່ເທິງບົກ ເນື່ອງຈາກມີຂາທີ່ແຂງແຮງທັງ 2 ຄູ່ ໂດຍສະເພາະຂາຄູ່ຫລັງທີ່ໃຫຍ່ ແລະ ແຂງແຮງຫລາຍ ສາມາດກະໂດດໄປໄດ້ເກັ່ງ ແລະ ໄປໄກ.
ນິດໃສ່ການກີນອາຫານ: ກົບຈ່ານ ຫລື ກົບທົ່ງ ມັກກິນອາຫານທີ່ມີອາກາດຊຸ່ມ ແລະ ມີນໍ້າ, ຊຶ່ງບໍ່ມັກຢຸູ່ລວມກັນເປັນໝູ່, ກົບເປັນສັດທີ່ກິນຊີ້ນເປັນຫລັກ, ເຊັ່ນ: ປານ້ອຍ, ກຸ້ງ, ຂີ້ກະເດືອນ, ໜອນ ແລະ ແມງໄມ້ເປັນຕົ້ນ.
ການຈະເລີນເຕີບໂຕ: ການຈະເລີນເຕີບໂຕໃນສະພາບແວດລ້ອມອາກາດຮ້ອນຊຸ່ມ, ເປັນສັດເຄິ່ງບົກ ເຄິ່ງນໍ້າ. ການລ້ຽງກົບໃນອ່າງຊີເມັນສ່ວນຫລາຍໃຊ້ເວລາ 3-4 ເດືອນ ສາມາດຈັບຂາຍໄດ້ນໍາໜັກສະເລັ່ຍ 250-300 ກຣາມ/ໂຕ, ການລ້ຽງໃນກະຊັງກໍ່ໃຊ້ເວລາໃກ້ຄຽງກັບການລ້ຽງໃນໜອງດິນ 3-4 ເດືອນກໍ່ສາມາດຈັບຂາຍໄດ້ນໍ້າໜັກສະເລັ່ຍ 200-300 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ 1.8-2.5 ກິໂລ
ລະດູການປະສົມພັນ: ກົບສາມາດປະສົມພັນໄດ້ແຕ່ທ້າຍເດືອນກຸມພາ – ຕົ້ນເດືອນສິງຫາ ຂອງທຸກໆປີ, ກົບພໍ່ແມ່ພັນຈະຕ້ອງມີອາຍຸ 8-12 ເດືອນ ຂຶ້ນໄປນໍ້າໜັກຈະໄດ້ 350-500g, ສາມາດເປັນແນວພັນໄດ້ ແລະ ຈະໃຫ້ໄຂ່ໃນລະຫວ່າງ 1.500-3.000 ໜ່ວຍ/ຄັ້ງ
ສະພາບແວດລອ້ມ: ກົບສາມາດລ້ຽງໄດ້ທັງໜອງດິນ, ກະຊັງໃນນໍ້າ ຫລື ກະຊັງເທິງບົກ, ອ່າງຊີເມັນ, ກະຕຸກນໍ້າ, ຢາງຕີນລົດ ຫລື ວ່າກົບຄອນ ແລະ ນາເຂົ້າໄດ້, ແຕ່ທີ່ນິຍົມກັນລ້ຽງທີ່ສຸດໃນປະຈຸບັນຄື: ອ່າງຊີເມັນ ແລະ ກະຊັງໃນການລ້ຽງເປັນເສດຖະກິດ, ແຕ່ການລ້ຽງໃນໜອງດິນ, ນາເຂົ້າ, ກະຕຸກນໍ້າ

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 

ຕິ ດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ປາຊວາຍໝາກໄມ້

 

ຊື່ເປັນພາສາລາວ: ປາຊວາຍໝາກໄມ້
ຊື່ວິທະຍາສາດວ່າ: Pangasianodon hypophthalmus
ຊື່ພາສາອັງກິດ: Iridescent shark-catfish
ຂະໜາດຄວາມຍາວ: ຍາວສຸດ 130 cm (SL)
ນໍ້າໜັກສຸດ: 70kg
ຜູ້ຄົ້ນພົບ: Sauvange, 1878
ປະຫັວດຂອງແນວພັນ: ໃນປີ 2006 ສູນຄົ້ນຄວ້າການປະມົງ (LARReC) ຮ່ວມກັບ ໂຄງການຮ່ວມມືສາກົນດ້ານກະສິກຳເພື່ອການພັດທະນາຂອງປະເທດຝລັ່ງ (CIRAD), ອົງການແມ່ນໍ້າຂອງສາກົນລາວ (MRC) ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ (PAFO). ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ (DAFO). ທ້ອນໂຮມເອົາພໍ່ແມ່ພັນຈາກແມ່ນໍ້າທຳມະຊາດ ໃນແມ່ນໍ້າຂອງ ເຂດຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ ພາກໃຕ້ຂອງສປປລາວ ມາລ້ຽງຢູ່ສະຖານີຄົ້ນຄວ້າປາພື້ນເມືອງ ບ້ານຫາດ ເມືອງໂຂງ. ຈາກນັ້ນໄດ້ສຶກສາຄົ້ນຄວ້າເຕັກນິກການປະສົມພັນ ແລະ ໄດ້ລູກແນວພັນລຸ່ນ F1ລ້ຽງໄວ້ເປັນແນວພັນ ຕໍ່ມາກໍ່ໄດ້ຜະລິດແນວພັນລຸ່ນ F2 ໃນປີ 2008 ແລະ ໄດ້ມີການທົດລອງທົດສອບການລ້ຽງຢູ່ໃນສະຖານີ ແລະ ເຄື່ອຂ່າຍເຫັນວ່າຜົນຕອບຮັບດີ. ປະຈຸບັນໄດ້ຜະລິດລູກແນວພັນລຸ່ນ F3 ເພື່ອຕອບສະໜອງຄວາມຕ້ອງການແກ່ສັງຄົມ. ປະຈຸບັນແມ່ນໄດ້ມີການກວດສອບດ້ານສາຍພັນ (DNA) ຈາກ ສສ ຫວຽດນາມ ແລ້ວ, ຕໍ່ໄປແມ່ນຈະຂຶ້ນທະບຽບເປັນແນວພັນບຸລິມະສິດ ຂອງສູນຄົ້ນຄວ້າການປະມົງ.
ຮູບຮ່າງລັກສະນະ: ເປັນປາໜັງບໍ່ມີເກັດ, ມີລຳໂຕຮຽວຍາວ ລັກສະນະຂ້ວນຂ້າງກົມ, ຫຼັງຊື່ແຕ່ສ່ວນໜ້າລົງຮອດປາກ ແລະ ປາກກວ້າງ, ມີໜວດ 2 ຄູ່, ມີຄີຫຼັງ 1 ຄູ່, ຄີຫູ 1 ຄູ່, ຄີທ້ອງ 1 ຄູ່, ມີຄີທະຫວານ 1 ອັນ, ຫາງວ້ຳເລິກ, ຫຼັງມີສີໜົ່ນເຂັ້ມ, ຕາມຄີຈະມີສີເຫຼືອງອ່ອນ ແລະ ມີແຊກກາງໂຕ.
ນິດໄສການກິນອາຫານ : ປາຊວາຍໝາກໄມ້ຈະກິນອາຫານໄດ້ເກືອບທຸກປະເພດ ເຊັ່ນ:ມັກກິນປາ, ກຸ້ງ, ກະປູ, ແມງໄມ້, ຂີ້ກະເດືອນ, ພືດ, ຂີ້ເທົາ, ແມງຈີ່ນາຍ, ໃບໄມ້ ແລະ ໜາກໄມ້ ທີ່ຫຼົ່ງລົງນໍ້າເຊັ່ນ: ໝາກ ກ້ວຍນໍ້າ, ໝາກເຫັບ, ໝາກເດື່ອ, ຫຼາກຫຸນ ແລະ ຊະນິດອື່ນໆ.
ການຈະເລີນເຕີບໂຕ: ລູກປານ້ອຍອາຍຸ 1 ເດືອນ ຈະມີຄວາມຍາວ 3-5 ຊັງຕີແມັດ, ນໍ້າໜັກ 4-5 ກຼາມ. ຈາກນັ້ນນຳໄປລ້ຽງການລ້ຽງໃສ່ໜອງ ແລະ ການລ້ຽງໃສ່ກະຊັງ ໃຊ້ເວລາ 6-8 ເດືອນ ຈະໄດ້ນໍ້າໜັກ ລູກປານໍ້າໜັກ 700-1.000 ກຼາມ/ໂຕ, ອັດຕາແລກຊີ້ນ 1.5-2 ກິໂລ.
ລະດູການປະສົມພັນ: ປາຊວາຍໝາກໄມ້ຈະວາງໄຂ່ໃນຊ່ວງລະດູຝົນ ເດືອນທີ່ 7-8 ສາກົນ. ການປະສົມພັນສາມາດເຮັດໄດ້ຕັ້ງແຕ່ເດືອນ 3-9 ສາກົນ, ປາພໍ່ແມ່ພັນຕ້ອງມີອາຍຸ 2 ປີຂຶ້ນໄປ ຈະໃຫ້ໄຂ່ 200.000-500.000 ໜ່ວຍຕໍ່ແມ່.
ສະພາບແວດລ້ອມ: ເປັນປາພື້ນເມືອງນໍ້າຈືດທີ່ມີການເຄື່ອງຍ້າຍຂຶ້ນລົງຕາມຊ່ວງລະດູການເພື່ອຫາກິນ ແລະ ວາງໄຂ່, ຢູ່ຕາມລຳແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ. ໃນສະພາບຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH 6.5-8.5 ແລະ ອຸ່ນຫະພູມນໍ້າທີ່ເໜາະສົມແມ່ນຢູ່ລະຫວ່າງ 28-32 C°.

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ປາກົດເຫຼືອງ

 

ຊື່ພາສາລາວ: ປາກົດເຫຼືອງ
ຊື່ວິທະຍາສາດວ່າ: Hemibagrus filamentus
ຊື່ພາສາອັງກິດ: Yellow mystus
ຂະໜາດ: ຍາວສຸດ 65 cm (SL)
ນໍ້າໜັກສຸດ: 3kg
ຜູ້ຄົ້ນພົບ: Chaux and Fang, 1949
ປະຫັວດຂອງແນວພັນ: ປີ 2009 ສູນຄົ້ນຄວ້າການປະມົງ (LARReC), ສະຖານີຄົ້ນຄວ້າປາພື້ນເມືອງ ບ້ານຫາດ ຮ່ວມກັບສະຖານີເຜາະພັນປາບ້ານນາ ເມືອງໂຂງ ແຂວງຈຳປາສັກ ໄດ້ທ້ອນໂຮມເອົາແນວພັນ ປາກົດເຫຼືອງ ຈາກແຫຼ່ງນໍ້າທຳມະຊາດ ໃນແມ່ນໍ້າຂອງເຂດເມືອງໂຂງ ແຂວງຈຳປາສັກ ພາກໃຕ້ຂອງ ສປປ ລາວ ນຳມາສຶກສາຄົ້ນຄວ້າປະສົມພັນທຽມ ເພື່ອຜະລິດລູກແນວພັນ ລຸ່ນ F1. ປະຈຸບັນສູນຄົ້ນຄວ່າການປະມົງ ແມ່ນມິພໍ່ແມ່ພັນຈາກນໍ້າຂອງ ແລະ ລູກແນວພັນລູ່ນ F1ຈຳນວນໜຶ່ງ. ກຳລັງຜະລິດແນວພັນລຸ່ນ F2. ເພື່ອກະຈາຍໃຫ້ສະຖານີເຄືອຂ່າຍນຳໄປລ້ຽງເປັນແນວພັນ. ຜ່ານມາຍັງໄດ້ມີການຈັດຝືກອົບຮົມ ພາກທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ວິຊາການຈາກສູນບໍລິການເຕັກນິກກະສິກຳ ເຊບັ້ງໄຟ ແຂວງຄຳມ່ວນ, ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ໜອງແດງ ແຂວງ ສາລະວັນ ແລະ ວິທະຍາໄລກະສິກຳ, ປ່າໄມ້ພາກເໜືອງ (ປາກເຊືອງ) ແລະ ນັກສຶກສາຝຶກຫັດງານຈາກວິທະຍາໄລພາກໃຕ້ ເຊຶ່ງມີຜູ້ເຂົ້າຮ່ອມການຝຶກອົບຮົບທີ່ໄດຮັບການຢັ້ງຢືນເຖິງ 20 ຄົນ.
ຮູບຮ່າງລັກສະນະ: ປາກົດເຫຼືອງເປັນປານໍ້າຈືດ ບໍ່ມີເກັດລຳໂຕຮຽວຍາວ,ຫົວເປ, ມີຫຼວດ 4 ຄູ່, ຄີຫຼັງມີ 1 ອັນ,ມີງ່ຽງແຂງ 1 ຄູ່, ຫາງເປັນແງ່ມວ້ຳເລີກ,ສີຂອງລຳໂຕຈະປ່ຽນໄປຕາມອາຍຸ.ປາຜູ້ຈະມີລຳໂຕຮຽວຍາວ, ມີອະໄວຍະວະເພດເປັນຕິ່ງຍາວອອກມາ ແລະ ປາແມ່ລຳໂຕກົມສັ້ນ, ທ້ອງໃຫຍ່ເບັງ,ອະໄວຍະວະເພດເປັນຮູກົມມີສີແດງອ່ອນ.
ນິດໄສການກິນອາຫານ : ປາກົດເຫຼືອງເປັນປະເພດປາກິນຊີ້ນມັກອາໄສຢູ່ປາກແມ່ນໍ້າທີ່ໄຫຼມາພົບກັນ ທີ່ມີອາຫານຈຳພວກປາ, ກຸ້ງ ແລະ ຫອຍ ເປັນຈຳນວນຫຼາຍ ແລະ ກິນອາຫານສຳເລັດຮູບໄດ້ດີ
ການຈະເລີນເຕີບໂຕ: ລູກປານ້ອຍອາຍຸ 35 ວັນ ຈະມີຄວາມຍາວ 5-7 ຊັງຕີແມັດ, ນໍ້າໜັກ 1.5-5 ກຼາມ. ການລ້ຽງເປັນແນວພັນ ຕ້ອງມີອາຍຸ 18 ເດືອນຂຶ້ນໄປ ນໍ້າໜັກ 400 ກຼາມ ຈຶ່ງສາມາດໃຫ້ໄຂ່ ແລະ ນໍ້າເຊື້ອໄດ້, ສາມາດປະສົມພັນໄດ້.
ລະດູການປະສົມພັນ: ປາກົດຈະມີການເຄື່ອນຍ້າຍເຂົ້າຫ້ອຍ ແລະ ດິນທາມເພື່ອຫາກິນ ແລະ ວາງໄຂ່ ມັນອອກໄຂ່ໃນຕົ້ນລະດູຝົນ ເດືອນ 6-7 ສາກົນພໍ່ແມ່ພັນຕ້ອງມີອາຍຸ 3.5 ປີຂຶ້ນໄປ, ປາແມ່ຈະໃຫ້ໄຂ່ 50.000-70.000 ໜ່ວຍຕໍ່ກິໂລນໍ້າໜັກ ຂອງປາແມ່.
ສະພາບແວດລ້ອມ: ປາກົດເຫຼືອງມີຢູ່ລະຫວ່າງປະເທດໄທ ແລະ ປະເທດອິນໂດເນເຊຍ, ມັນອາໄສຢູ່ທົ່ວໄປຕາມແຫຼ່ງນໍ້າທຳມະຊາດໂດຍສະເພາະແມ່ນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ, ອ່າງເກັບນໍ້າ ແລະ ອ່າງຂອງເຂື່ອນ, ແລະ ມັກຈະອາໄສຢູ່ຕາມພື້ນນໍ້າທີ່ເປັນພະລານຫີນ, ນໍ້າໃສ ແລະ ມີນໍ້າໄຫຼດີ, ມັກຢູ່ໃນລະດັບນໍ້າເລິກ 2-40 m, ສະພາບຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH 6.5-8.5 ແລະ ອຸ່ນຫະພູມນໍ້າຢູ່ລະຫວ່າງ 25-35C°.

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

 

ປາເຄິງ

ຊື່ພາສາລາວ:                ປາເຄິງ

ຊື່ວິທະຍາສາດວ່າ:          Hymibagrus wychioides

ຊື່ພາສາອັງກິດ:              Red tail mystus

ຂະໜາດຄວາມຍາວ:       ຍາວສຸດ 130 cm (SL)

ນ້ຳໜັກສຸດ:                 45-70kg

ຜູ້ຄົ້ນພົບ:                   Chaux and Fang, 1949

ປະຫັວດຂອງແນວພັນ:      ໃນປີ 2016 ສູນຄົ້ນຄວ້າການປະມົງ (LARReC) ຮ່ວມກັບ ໂຄງການຮ່ວມມືສາກົນດ້ານກະສິກຳເພື່ອການພັດທະນາຂອງປະເທດຝລັ່ງ (CIRAD), ອົງການແມ່ນ້ຳຂອງສາກົນລາວ (MRC) ແລະ ໂຄງການພັດທະນາເຕັກໂນໂລຊີ ການປະມົງນ້ຳຈືດ ລາວ-ຍີ່ປຸ່ນ (JIRCAS) ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ (PAFO). ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໂຂງ (DAFO). ທ້ອນໂຮມເອົາພໍ່ແມ່ພັນປາເຄິງຈາກແມ່ນ້ຳທຳມະຊາດ ໃນແມ່ນ້ຳຂອງກັບຊາວປະມົງ ຢູ່ເຂດເມືອງໂຂງ ພາກໃຕ້ຂອງ ສປປ ລາວ ມາສຶກສາຄົ້ນຄວ້າເຕິກນິກການປະສົມພັນ ຢູ່ສະຖານີຄົ້ນຄວ້າປາພື້ນເມືອງ ບ້ານຫາດ ເມືອງໂຂງ ແຂວງຈຳປາສັກແລ ະຜົນການຄົ້ນຄວ້າ ສາມາດຜະລິດລູກແນວພັນລູ່ນ F1 ລູ່ນທີ1 ໄດ້ໃນປີ 2016 ແລະ ຜະລິດລຸ່ນ F1 ລູ່ນທີ2 ໃນປີ 2007. ປະຈຸບັນແມ່ນຜະລິດລູກແນວພັນລູ່ນ F2ໄດ້ ເພື່ອກະຈາຍລູກແນວພັນອອກສູ່ເຄືອຂ່າຍລ້ຽງເປັນແນວພັນ, ຕໍ່ໄປແມ່ນສືບຕໍ່ຜະລິດລູກແນວພັນລຸ່ນ F3ເພື່ອຕອບສະໜອງແກ່ສັງຄົມໄດ້ນຳໄປລ້ຽງເພື່ອບໍລິໂພກ ແລະ ຂາຍເປັນສິນຄ້າໄດ

ຮູບຮ່າງລັກສະນະ:           ປາເຄິງເປັນປານ້ຳຈຶດ ບໍ່ມີເກັດ, ລູກປາອາຍຸໄດ້ 15-30 ວັນຈະເປັນສີດຳຄ້າຍຄືລູກປາດຸກ, ຫຼັງຈາກອາຍຸໄດ້ 4-5 ເດືອນຈະເປັນສີຟ້າອ່ອນປົ່ນສີຕັບໝູພື້ນທ້ອງຈະເປັນສີຂາວ, ຄີຕ່າງໆຈະເປັນສີແດງເຂັ້ມ, ປານ້ຳໜັກ 2-6 kg ຄີຫຼັງມີກ້າງ 7-8 ຊີກ, ຂີກົກຫາງມີຄວາມຍາວ18.7-25.7ຂອງໂຕ, ໜວດມີ 3 ຄູ່, ຄີກ້ອງເງີບເບື້ອງລະ 1 ຄູ່, ຂີພື້ນທ້ອງມີ 12-14 ຊີກ, ຫາງຍາວ15 cmຂຶ້ນໄປ, ປາຜູ້ຈະມີອະໄວຍະວະເພດເປັນຕິ່ງຍື່ນອອກມາປະມານ 0.5-1cm.

ນິດໄສການກິນອາຫານ :    ປາເຄິງເປັນປະເພດປາກິນຊີ້ນມັກກິນອາຫານຢູ່ພື້ນນ້ຳ, ມັກກິນກຸ້ງ, ກະປູ, ແມງໄມ້, ຂຽດ, ກົບ ຂີ້ກະເດືອນ, ອ່ຽນ ແລະ ອາຫານສຳເຮັດຮູບເປັນອາຫານ.

ການຈະເລີນເຕີບໂຕ:        ລູກປານ້ອຍອາຍຸ 1 ເດືອນ ຈະມີຄວາມຍາວ 2.5-3 ຊັງຕີແມັດ, ນ້ຳໜັກ 0.5-1ກຼາມ. ການຈະເລີຍເຕີບໂຕຊ້າ ປີທຳອິດຈະມີນ້ຳໜັກແຕ່ 0.5-1 kg, ປີທີ່ 2 ຈະມີນ້ຳໜັກ 1.5-2.5kg ແລະ ປີທີ 3 ຈະໄດ້ 3-5kg ຂຶ້ນໄປ.

ລະດູການປະສົມພັນ:        ປາເຄິງເປັນມັກໄຂ່ຢູ່ໃນຖິ່ນອາໄສ ອອກໄຂ່ໃນຕົ້ນລະດູຝົນ ເດືອນ 5-6 ສາກົນການປະສົມພັນ ສາມາດເຮັດໄດ້ຕັ້ງແຕ່ເດືອນ 5-7 ສາກົນ, ປາພໍ່ແມ່ພັນຕ້ອງມີອາຍຸ 4 ປີຂຶ້ນໄປ, ປາແມ່ຈະໃຫ້ໄຂ່ 15.000-20.000 ໜ່ວຍຕໍ່ນ້ຳໜັກປາ 1 ກິໂລ.

ສະພາບແວດລ້ອມ :         ປາເຄິງພົບເຫັນຢູ່​ແມ່ນ້ຳສາລະວິນ (ປະເທດພະມາ), ແມ່ນ້ຳຂອງ ແລະ ສາຂາມັກຢູ່ລະດັບລຸ່ມຂອງແມ່ນ້ຳທີ່ມີພື້ນເປັນຫີນແຮ່ ຫຼື ພະລານຫີນ ມັກຢູ່ວັງນ້ຳເລິກໃນຍາມແລ້ງສ່ວນໜຶ່ງຈະເຂົ້າໄປຫ້ອຍເພື່ອຫາກິນ ແລະ ອອກມາໃນ ເດືອນ 11-12 ສາກົນ. ສະພາບຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH 6.5-8.5 ແລະ ອຸ່ນຫະພູມລະຫວ່າງ 25-30 C°.

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108

ການປູກເຫັດເຟືອງແບບກອງເຕ້ຍ

ປັດຈຸບັນການປູກເຫັດເຟືອງແບບກອງເຕ້ຍກຳລັງເປັນທີ່ນິຍົມກັນຫຼາຍ. ເພາະວິທີການແບບນີ້ຊ່ວຍປະຢັດເຟືອງ ແລະ ບໍ່ຈຳເປັນຕ້ອງໃຊ້ຕໍເຟືອງກໍ່ໄດ້ ຈຶ່ງສາມາດປູກເຫັດໄດ້ທຸກລະດູການ.
1. ອຸປະກອນທີ່ໃຊ້ໃນການປູກເຫັດ.
– ວັດສະດຸ: ອາດຈະໃຊ້ເສດເຟືອງ, ຜັກຕົບແຫ້ງ ແລະ ໃບກ້ວຍແຫ້ງປູກກໍ່ໄດ້
– ອາຫານເສີມ: ນັບວ່າມີຄວາມສຳຄັນຕໍ່ການປູກເຫັດແບບກອງເຕ້ຍເພາະວັດສະດຸທີ່ໃຊ້ໃນການປູກເຫັດມີທາດອາຫານນ້ອຍກວ່າຕໍເຟືອງຈິ່ງຈຳເປັນຕ້ອງເພີ່ມອາຫານເສີມໃຫ້ແກ່ໜານເຫັດ. ອາຫານທີ່ໃຊ້ປະກອບດ້ວຍແກ່ນຝ້າຍໃສ້ນຸ່ນ, ຂີ້ງົວ ຫຼື ຂີ້ຄວາຍແຫ້ງມາປະສົມກັບຂີ້ແກບ 1/1 ເອົາປະສົມເຂົ້າກັນແລ້ວຫົດນ້ຳໃຫ້ຊຸ່ມສະໝ່ຳສະເໝີບົ່ມໄວ້ 1 ຄືນ ເພາະອາຫານພວກນີ້ຈະເພີ່ມຜົນຜະລິດໃຫ້ສູງ.

– ແບບຟີມໃຊ້ດ້ວຍໄມ້ ຫຼື ກະບະໄມ້: ນັບວ່າມີຄວາມສຳຄັນຫຼາຍເພື່ອໃຊ້ອັດວັດສະດຸທີ່ໃຊ້ປູກໃຫ້ຢູ່ໃນຮູບໜານໄດ້. ແບບຟີມໄມ້ທີ່ນິຍົມເປັນຮູບ 4 ຫຼ່ຽມຄາງໝູເຊິ່ງສາມາດເຮັດດັ່ງນີ້:
• ລວງກວ້າງເທີງ 35 ຊມ
• ລວງກວ້າງລຸ່ມ 40 ຊມ
• ສູງ 40 ຊມ
• ຍາວ 1.20 ມ

ຮູບ: ໄມ້ແບບສຳລັບປູກເຫັດເຟືອງ

– ເຊື້ອເຫັດເຟືອງ: ຄວນເປັນເຊື້ອເຫັດພັນທີ່ດີໃຫ້ຜົນຜະລິດສູງ ແລະ ເຊື້ອເຫັດບໍ່ຄວນແກ່ ແລະ ອ່ອນເກີນໄປ.

ຮູບ: ຖົງເຊື້ອເຫັດເຟືອງ

– ບົວຫົດນ້ຳ: ຄວນມີເພື່ອໃຫ້ຄວາມຊຸ່ມຂອງໜານໄດ້ສະໝ່ຳສະເໝີ.

– ແຜ່ນຢາງປົກຄຸມໜານເຫັດ: ເພື່ອຊ່ວຍຮັກສາຄວາມຊຸ່ມ ແລະ ອຸນນະພູມໃນໜານປູກເຫັດໃຫ້ເໝາະຕໍ່ການຈະເລີນເຕີບໂຕຂອງເຫັດເຟືອງ.
– ໄມ້ໄພ່ ຫຼື ຈາມເຟືອງ ແລະ ໄພຫຍ້າ: ອາດຈະໃຊ້ຫຍ້າຄາ ຫຼື ເສດເຟືອງກໍ່ໄດ້ເພື່ອຊ່ວຍບັງແສງແດດ ແລະ ເຮັດໃຫ້ໜານເຫັດບໍ່ຮ້ອນຫຼາຍຈົນເກີນໄປ. ໄມ້ສຳລັບກົງໜານເຫັດເພື່ອບໍ່ໃຫ້ແຜ່ນຢາງປົກຕິດກັບໜານເຫັດ.

2. ຂັ້ນຕອນໃນການປູກເຫັດເຟືອງແບບກອງເຕ້ຍ.
– ການກຽມໜານປູກເຫັດ: ຄວນເລືອກພື້ນທີ່ປາສະຈາກສັດຕູເຫັດເຊັ່ນ: ມົດ, ປວກ ເມື່ອກສະຖາທີ່ໆເໝາະສົມແລ້ວໃຫ້ທຳການເສຍຫຍ້າ ແລະ ຂຸດດິນໃນບໍລິເວນທີ່ຈະປູກ.
– ນຳແບບໄມ້ຟີມມາຕັ້ງເທີງໜ້າດິນ ແລະ ນຳວັດສະດຸທີ່ໃຊ້ປູກ: ເຟືອງ, ໃບກ້ວຍແຫ້ງທີ່ຜ່ານການແຊ່ນ້ຳປະມານ 2 ຊົ່ວໂມງ ແລະ ຊຸ່ມນ້ຳດີແລ້ວໃສ່ລົງໄປໃນແບບໄມ້ແລ້ວໃຊ້ມືຂົ່ມວັດສະດຸດັ່ງກ່າວໃຫ້ແໜ້ນສະໝ່ຳສະເໝີ ແລະ ມີຄວາມໜາປະມານ 10-15 ຊມ. ພ້ອມກັບຂື້ນຢຽບ ແລະ ຫົດນ້ຳໃຫ້ຊຸ່ມ.

– ນຳອາຫານເສີມເຊັ່ນ: ແກ່ນຝ້າຍ, ໃສ້ນຸ່ນ, ຂີ້ສັດມາປະສົມກັບນ້ຳໃຫ້ຊຸ່ມໂຮຍເທີງໜານໃຫ້ເປັນແຖວຫ່າງຈາກຂອບໜານປະມານ 1 ຝາມືຈົນຮອບໜານ. ຈາກນນັ້ນຈິ່ງໂຮຍເຊື້ອເຫັດເຟືອງທັບລົງໄປເທີງອາຫານເສີມ.
– ໃຫ້ນຳເສດເຟືອງ ຫຼື ວັດສະດຸທີ່ໃຊ້ປູກໃຫ້ຊຸ່ມນ້ຳ: ທັບລົງໄປແລ້ວຍ້າຍໃຫ້ສະໝ່ຳສະເໝີ ແລະ ມີຄວາມໜາເທົ່າກັບຊັ້ນທຳອິດ
– ໃນຊັ້ນຕໍ່ໆມາໃຫ້ປະຕິບັດເທົ່າກັບຊັ້ນທີ 1 ແລະ ຊັ້ນທີ 2: ການປູກເຫັດເຟືອງແບບກອງເຕ້ຍຕາມປົກກະຕິປູກກັນປະມານ 3-4 ໃນຊັ້ັນສຸດທ້າຍໃຫ້ໂຮຍອາຫານເສີມ ແລະ ເຊື້ອເຫັດໃຫ້ທົ່ວທັງຜີວຂອງໜານປູກ.
– ເມື່ອປູກເຫັດເປັນທີ່ຮຽບຮ້ອຍແລ້ວໃຫ້ຍົກແບບໄມ້ອອກ: ແລ້ວນຳໄປເຮັດໜານປູກຕໍ່ໆໄປ. ຈາກນັ້ນໃຫ້ໃຊ້ກົງປັກໃຫ້ແປະກັບໜານ ແລະ ໃຊ້ແຜ່ນຢາງຄຸມໜານເພື່ອຊ່ວຍຮັກສາຄວາມຊຸ່ມ ແລະ ອຸນນະພູມໃນໜານປູກໃຫ້ເໝາະສົມຕໍ່ການຈະເລີນເຕີບໂຕຂອງເສັ້ນໄຍເຫັດ.
– ການເບິ່ງແຍງຮັກສາ: ໃຫ້ໃຊ້ແຜ່ນຢາງໃສແລ້ວໃຊ້ເຟືອງແຫ້ງປົກກັນແດດກັນລົມອີກຊັ້ນໜື່ງ. ແຕ່ຕ້ອງລະວັງໃນມື້ທີ 1-3 ຖ້າພາຍໃນໜານຮ້ອນເກີນໄປໃຫ້ເປີດແຜ່ນຢາງເພື່ອລະບາຍຄວາມຮ້ອນ ແລະ ໃຫ້ອາກາດຖ່າຍເທໄດ້ສະດວກຫຼາຍຂຶ້ນ. ບົວລະບັດໄດ້ດີກໍ່ຈະເກັບດອກເຫັດໃນມື້ທີ 8-10 ໂດຍສະເລ່ຍຈະໄດ້ດອກເຫັດປະມານ 1-2 ກິໂລ/ກອງ ຫຼື 1 ໜານ.
– ການເກັບເຫັດເຟືອງ: ເມື່ອປູກເຫັດແລ້ວປະມານ 5-7 ວັນຈະເລີ່ມເຫັນຕຸ່ມສີຂາວນ້ອຍໆເກີດຂຶ້ນແລ້ວຈະໃຫຍ່ເປັນດອກເຫັດຕໍ່ໄປ ດອກເຫັດທີ່ເກີດຂຶ້ນເປັນເຫງົ້າມີທັງດອກເຫັດອ່ອນ ແລະ ແກ່ ເກັບດອກເຫັດໂດຍໃຊ້ມືຈັບດອກເຫັດຢ່າງເບົາໆ.

ແຫຼ່ງຂໍ້ມູນ: ການປູກເຫັດເຟືອງແບບກອງເຕ້ຍ, ກອງສົ່ງເສີມກະສິກຳ ແລະ ປ່າໄມ້ ແຫ່ງຊາດ, ພະແນກສົ່ງເສີມ ແລະ ຄຸ້ມຄອງໂຄງການ, ໜ່ວຍງານສົ່ງເສີມວິຊາຊີບ. ໂທ/ແຟັກ: 021 740162
ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຄົ້ນຄວ້ານະໂຍບາຍກະສິກຳ ແລະ ປ່າໄມ້

ຂໍ້ມູນເພີມຕື່ມ:  

ວີດີໂອ: 

ຂໍ້ມູນແນວພັນເຫັດເຟືອງແບບກອງເຕ້ຍ: 

  • ແນວພັນ…………….