ປາເຂັງ

ແນວພັນປາເຂັງ

ຊື່ພາສາລາວ: ປາເຂັງ

ຊື່ວິທະຍາສາດ: Anabas testudineus

ຊື່ີສາມັນ: Climbing perch

ຂະໜາດ​ຍາວ​ສຸດ 20 ​cm (TL)

ນໍ້າໜັກ​ສຸດ 0.5 kg

ຜູ້​ຄົ້ນ​ພົບ: Bloch,1792

ປະຫັວດຄວາມເປັນມາ: ປາເຂັງເປັນປາພື້ນເມືອງຂອງລາວຊະນິດໜຶ່ງ ທີ່ພົບໃນໜອງທຳະຊາດ (ບຶງ) ແລະ ທົ່ງນາ, ການສຶກສາທົລອງລ້ຽງທີ່ສູນຄົ້ນຄວ້າ ການປະມົງ ໃນປີ 2007, ໂຄງການຮ່ວມມື LARReC-JIRCAS ໄດ້ນຳແນວພັນປາເຂັງຈາກບ້ານ ນາງ່າ ເຂດ ເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ມາທົດລອງປະສົມພັນເອົາແນວພັນລຸ່ນ F1, ຈາກນັ້ນນປີ 2008 ໄດ້ທ້ອນໂຮວເອົາປາເຂັງ ຈາກເມືອງທຸລະຄົມ, ນາຊາຍທອງ, ສີໂຄດຕະບອງ ແລະ ສັງທອງມາເປັນແນວພັນ. ມາຮອດໃນປີ 2014-2015 ຈຶ່ງໄດ້ຜະລິດແນວພັນ F1 ລຸ່ນທີ 2 ພ້ອມທັງໄດ້ປັບປຸງພັນໂດຍການໃຊ້ຮໍໂມນໃຫ້ເປັນເພດແມ່ ຜົນໄດ້ຮັບ 95% ເປັນປາເພດແມ່. ປະຈຸບັນແມ່ນໄດ້ຜະລິດລູກແນວພັນ F1 ລຸ່ນທີ 3 ແລະ 4 ແລ້ວ.
ຮູບຮ່າງລັກສະນະ: ປາເຂັງເປັນປາທີ່ມີສີເຫຼືອງປົນດຳ,ສ່ວນທ້ອງສີຈາງກວ່າສ່ວນ ຫຼັງ, ເກັດແຂງ, ຢູ່ສັນຫຼັງຈະມີຍາວລາມຮອດກົກຫາງ 1 ອັນ, ຄີເງີບ 1 ຄູ, ມີຄີເອີກ 1 ຄູ່ ແລະ ຄີພື້ນທ້ອງ 1 ອັນຍາວຮອດກົກຫາງ, ເກັດຢູ່ເທິງເສັ້ນຂ້າງໂຕດ້ານເທິງ 14-18 ເກັດ, ດ້ານລຸ່ມ 10-14 ເກັດ, ປາຍກະດູກຜົ້ງແກ້ມມີລັກສະນະເປັນໜາມໃຫຍ່ແຫຼມຄົມ ແລະ ກະດູກຜົ້ງແກ້ມສາມາດງໍພັບໄດ້, ຫາງເປັນແບບມົນກົມໜ້ອຍໜຶ່ງ, ຕາມລຳໂຕມີແຖວສີດຳ 7-8 ແຖວ ແລະ ຢູ່ກົກຫາງມີຈຸດສີດໍາມົນ.
ນິດໃສ່ການກິນອາຫານ: ເປັນປາຈຳພວກທີ່ກິນຊີ້ນເປັນຫລັກ, ເຊັ່ນປານ້ອຍ, ກຸ້ງຂີກະເດືອນ, ເປັນປາທີ່ທົນທານຕໍ່ສະພາບແວດລ້ອມຍ້ອນມີອະໄວຍະວະຊ່ວຍໃນການຫາຍໃຈ ຊາວກະສິກອນຜູ້ລ້ຽງສາມາດຝຶກຫັດໃຫ້ລ້ຽງໄດ້ງ່າຍ.
ການຈະເລີນເຕີບໂຕ: ລ້ຽງເປັນປາຊີ້ນໃນໄລຍະເວລາ 3-4 ເດືອນນໍ້າໜັກສະເລັ່ຍ 300-400 ກຼາມ. ການລ້ຽງໃນກະຊັງກໍ່ໃຊ້ເວລາໃກຄຽງກັບການລ້ຽງໃນໜອງດິນ 3-4 ເດືອນກໍ່ສາມາດຈັບຂາຍໄດ້ນໍ້າໜັກສະເລັ່ຍ 200-300 ກຣາມ/ໂຕ. ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ 1.5-1.8 ກິໂລ,ລຽງໃສ່ອ່າງສີມັງ ໃຊ້ເວລາລ້ຽງ 4-6 ເດືອນ ໄດ້ ນໍ້າໜັກສະເລັ່ຍ 200-300 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ 2.-2.5 ກິໂລ.
ລະດູການປະສົມພັນ: ປາເຂັງຈະໃຫ້ໄຂ່ແຕ່ເດືອນ 2-10 ສາກົນ,ປາພໍ່ແມ່ພັນອາຍຸ 5-6 ເດືອນຈະມີຄວາມຍາວ 8-10 cm ແລະ ນ້ຳໜັກ 30-40 g, ປາແມ່ນໜຶ່ງຈະໃຫ້ໄຂ່ 200,000-600,000 ໜ່ວຍຕໍ່ກິໂລປາແມ່. ການປະສົມພັນ ແລະ ວາງໄຂ່ໃຊເວລາ 2-3 ຊົ່ວໂມງ ຈາກນັ້ນໄຂ່ຈະຝັກແຕກ ຫຼັງຈາກ 18-20 ຊົ່ວໂມງທີ່ອຸນຫະພູມ 25-28˚c .
ສະພາບແວດລ້ອມ: ປາເຂັງຢູ່ນໍ້ານິ້ງ (ນໍ້າບໍ່ໄຫລ), ໜອງ, ບຶ່ງ ແລະ ອ່າງເກັບນໍ້າ, ບໍ່ມັກລວມກັນຢູ່ເປັນຝູງ, , ປາເຂັງຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH= 6.2-8.5, ໃນອຸນຫະພູມລະຫວ່າງ 23- 34 ອົງສາເຊ ແລະ ອ໋ອກຊີເຈນລະລາຍໃນນໍ້າ (DO) 3-5mg/l.

ແນວພັນປາເຂັງແນວພັນປາເຂັງ

 

ແຫຼ່ງຂໍ້ມູນ: 

ຂໍ້ມູນເພີມຕື່ມ: 

ຂໍ້ມູນເຕັກນິກ: 

ວີດີໂອ:

 

ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108