ປາເຄິງ

ຊື່ພາສາລາວ:                ປາເຄິງ

ຊື່ວິທະຍາສາດວ່າ:          Hymibagrus wychioides

ຊື່ພາສາອັງກິດ:              Red tail mystus

ຂະໜາດຄວາມຍາວ:       ຍາວສຸດ 130 cm (SL)

ນ້ຳໜັກສຸດ:                 45-70kg

ຜູ້ຄົ້ນພົບ:                   Chaux and Fang, 1949

ປະຫັວດຂອງແນວພັນ:      ໃນປີ 2016 ສູນຄົ້ນຄວ້າການປະມົງ (LARReC) ຮ່ວມກັບ ໂຄງການຮ່ວມມືສາກົນດ້ານກະສິກຳເພື່ອການພັດທະນາຂອງປະເທດຝລັ່ງ (CIRAD), ອົງການແມ່ນ້ຳຂອງສາກົນລາວ (MRC) ແລະ ໂຄງການພັດທະນາເຕັກໂນໂລຊີ ການປະມົງນ້ຳຈືດ ລາວ-ຍີ່ປຸ່ນ (JIRCAS) ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ (PAFO). ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງໂຂງ (DAFO). ທ້ອນໂຮມເອົາພໍ່ແມ່ພັນປາເຄິງຈາກແມ່ນ້ຳທຳມະຊາດ ໃນແມ່ນ້ຳຂອງກັບຊາວປະມົງ ຢູ່ເຂດເມືອງໂຂງ ພາກໃຕ້ຂອງ ສປປ ລາວ ມາສຶກສາຄົ້ນຄວ້າເຕິກນິກການປະສົມພັນ ຢູ່ສະຖານີຄົ້ນຄວ້າປາພື້ນເມືອງ ບ້ານຫາດ ເມືອງໂຂງ ແຂວງຈຳປາສັກແລ ະຜົນການຄົ້ນຄວ້າ ສາມາດຜະລິດລູກແນວພັນລູ່ນ F1 ລູ່ນທີ1 ໄດ້ໃນປີ 2016 ແລະ ຜະລິດລຸ່ນ F1 ລູ່ນທີ2 ໃນປີ 2007. ປະຈຸບັນແມ່ນຜະລິດລູກແນວພັນລູ່ນ F2ໄດ້ ເພື່ອກະຈາຍລູກແນວພັນອອກສູ່ເຄືອຂ່າຍລ້ຽງເປັນແນວພັນ, ຕໍ່ໄປແມ່ນສືບຕໍ່ຜະລິດລູກແນວພັນລຸ່ນ F3ເພື່ອຕອບສະໜອງແກ່ສັງຄົມໄດ້ນຳໄປລ້ຽງເພື່ອບໍລິໂພກ ແລະ ຂາຍເປັນສິນຄ້າໄດ

ຮູບຮ່າງລັກສະນະ:           ປາເຄິງເປັນປານ້ຳຈຶດ ບໍ່ມີເກັດ, ລູກປາອາຍຸໄດ້ 15-30 ວັນຈະເປັນສີດຳຄ້າຍຄືລູກປາດຸກ, ຫຼັງຈາກອາຍຸໄດ້ 4-5 ເດືອນຈະເປັນສີຟ້າອ່ອນປົ່ນສີຕັບໝູພື້ນທ້ອງຈະເປັນສີຂາວ, ຄີຕ່າງໆຈະເປັນສີແດງເຂັ້ມ, ປານ້ຳໜັກ 2-6 kg ຄີຫຼັງມີກ້າງ 7-8 ຊີກ, ຂີກົກຫາງມີຄວາມຍາວ18.7-25.7ຂອງໂຕ, ໜວດມີ 3 ຄູ່, ຄີກ້ອງເງີບເບື້ອງລະ 1 ຄູ່, ຂີພື້ນທ້ອງມີ 12-14 ຊີກ, ຫາງຍາວ15 cmຂຶ້ນໄປ, ປາຜູ້ຈະມີອະໄວຍະວະເພດເປັນຕິ່ງຍື່ນອອກມາປະມານ 0.5-1cm.

ນິດໄສການກິນອາຫານ :    ປາເຄິງເປັນປະເພດປາກິນຊີ້ນມັກກິນອາຫານຢູ່ພື້ນນ້ຳ, ມັກກິນກຸ້ງ, ກະປູ, ແມງໄມ້, ຂຽດ, ກົບ ຂີ້ກະເດືອນ, ອ່ຽນ ແລະ ອາຫານສຳເຮັດຮູບເປັນອາຫານ.

ການຈະເລີນເຕີບໂຕ:        ລູກປານ້ອຍອາຍຸ 1 ເດືອນ ຈະມີຄວາມຍາວ 2.5-3 ຊັງຕີແມັດ, ນ້ຳໜັກ 0.5-1ກຼາມ. ການຈະເລີຍເຕີບໂຕຊ້າ ປີທຳອິດຈະມີນ້ຳໜັກແຕ່ 0.5-1 kg, ປີທີ່ 2 ຈະມີນ້ຳໜັກ 1.5-2.5kg ແລະ ປີທີ 3 ຈະໄດ້ 3-5kg ຂຶ້ນໄປ.

ລະດູການປະສົມພັນ:        ປາເຄິງເປັນມັກໄຂ່ຢູ່ໃນຖິ່ນອາໄສ ອອກໄຂ່ໃນຕົ້ນລະດູຝົນ ເດືອນ 5-6 ສາກົນການປະສົມພັນ ສາມາດເຮັດໄດ້ຕັ້ງແຕ່ເດືອນ 5-7 ສາກົນ, ປາພໍ່ແມ່ພັນຕ້ອງມີອາຍຸ 4 ປີຂຶ້ນໄປ, ປາແມ່ຈະໃຫ້ໄຂ່ 15.000-20.000 ໜ່ວຍຕໍ່ນ້ຳໜັກປາ 1 ກິໂລ.

ສະພາບແວດລ້ອມ :         ປາເຄິງພົບເຫັນຢູ່​ແມ່ນ້ຳສາລະວິນ (ປະເທດພະມາ), ແມ່ນ້ຳຂອງ ແລະ ສາຂາມັກຢູ່ລະດັບລຸ່ມຂອງແມ່ນ້ຳທີ່ມີພື້ນເປັນຫີນແຮ່ ຫຼື ພະລານຫີນ ມັກຢູ່ວັງນ້ຳເລິກໃນຍາມແລ້ງສ່ວນໜຶ່ງຈະເຂົ້າໄປຫ້ອຍເພື່ອຫາກິນ ແລະ ອອກມາໃນ ເດືອນ 11-12 ສາກົນ. ສະພາບຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH 6.5-8.5 ແລະ ອຸ່ນຫະພູມລະຫວ່າງ 25-30 C°.

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108