ປາກົດເຫຼືອງ

 

ຊື່ພາສາລາວ: ປາກົດເຫຼືອງ
ຊື່ວິທະຍາສາດວ່າ: Hemibagrus filamentus
ຊື່ພາສາອັງກິດ: Yellow mystus
ຂະໜາດ: ຍາວສຸດ 65 cm (SL)
ນໍ້າໜັກສຸດ: 3kg
ຜູ້ຄົ້ນພົບ: Chaux and Fang, 1949
ປະຫັວດຂອງແນວພັນ: ປີ 2009 ສູນຄົ້ນຄວ້າການປະມົງ (LARReC), ສະຖານີຄົ້ນຄວ້າປາພື້ນເມືອງ ບ້ານຫາດ ຮ່ວມກັບສະຖານີເຜາະພັນປາບ້ານນາ ເມືອງໂຂງ ແຂວງຈຳປາສັກ ໄດ້ທ້ອນໂຮມເອົາແນວພັນ ປາກົດເຫຼືອງ ຈາກແຫຼ່ງນໍ້າທຳມະຊາດ ໃນແມ່ນໍ້າຂອງເຂດເມືອງໂຂງ ແຂວງຈຳປາສັກ ພາກໃຕ້ຂອງ ສປປ ລາວ ນຳມາສຶກສາຄົ້ນຄວ້າປະສົມພັນທຽມ ເພື່ອຜະລິດລູກແນວພັນ ລຸ່ນ F1. ປະຈຸບັນສູນຄົ້ນຄວ່າການປະມົງ ແມ່ນມິພໍ່ແມ່ພັນຈາກນໍ້າຂອງ ແລະ ລູກແນວພັນລູ່ນ F1ຈຳນວນໜຶ່ງ. ກຳລັງຜະລິດແນວພັນລຸ່ນ F2. ເພື່ອກະຈາຍໃຫ້ສະຖານີເຄືອຂ່າຍນຳໄປລ້ຽງເປັນແນວພັນ. ຜ່ານມາຍັງໄດ້ມີການຈັດຝືກອົບຮົມ ພາກທິດສະດີ ແລະ ການປະຕິບັດຕົວຈິງໃຫ້ແກ່ວິຊາການຈາກສູນບໍລິການເຕັກນິກກະສິກຳ ເຊບັ້ງໄຟ ແຂວງຄຳມ່ວນ, ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ໜອງແດງ ແຂວງ ສາລະວັນ ແລະ ວິທະຍາໄລກະສິກຳ, ປ່າໄມ້ພາກເໜືອງ (ປາກເຊືອງ) ແລະ ນັກສຶກສາຝຶກຫັດງານຈາກວິທະຍາໄລພາກໃຕ້ ເຊຶ່ງມີຜູ້ເຂົ້າຮ່ອມການຝຶກອົບຮົບທີ່ໄດຮັບການຢັ້ງຢືນເຖິງ 20 ຄົນ.
ຮູບຮ່າງລັກສະນະ: ປາກົດເຫຼືອງເປັນປານໍ້າຈືດ ບໍ່ມີເກັດລຳໂຕຮຽວຍາວ,ຫົວເປ, ມີຫຼວດ 4 ຄູ່, ຄີຫຼັງມີ 1 ອັນ,ມີງ່ຽງແຂງ 1 ຄູ່, ຫາງເປັນແງ່ມວ້ຳເລີກ,ສີຂອງລຳໂຕຈະປ່ຽນໄປຕາມອາຍຸ.ປາຜູ້ຈະມີລຳໂຕຮຽວຍາວ, ມີອະໄວຍະວະເພດເປັນຕິ່ງຍາວອອກມາ ແລະ ປາແມ່ລຳໂຕກົມສັ້ນ, ທ້ອງໃຫຍ່ເບັງ,ອະໄວຍະວະເພດເປັນຮູກົມມີສີແດງອ່ອນ.
ນິດໄສການກິນອາຫານ : ປາກົດເຫຼືອງເປັນປະເພດປາກິນຊີ້ນມັກອາໄສຢູ່ປາກແມ່ນໍ້າທີ່ໄຫຼມາພົບກັນ ທີ່ມີອາຫານຈຳພວກປາ, ກຸ້ງ ແລະ ຫອຍ ເປັນຈຳນວນຫຼາຍ ແລະ ກິນອາຫານສຳເລັດຮູບໄດ້ດີ
ການຈະເລີນເຕີບໂຕ: ລູກປານ້ອຍອາຍຸ 35 ວັນ ຈະມີຄວາມຍາວ 5-7 ຊັງຕີແມັດ, ນໍ້າໜັກ 1.5-5 ກຼາມ. ການລ້ຽງເປັນແນວພັນ ຕ້ອງມີອາຍຸ 18 ເດືອນຂຶ້ນໄປ ນໍ້າໜັກ 400 ກຼາມ ຈຶ່ງສາມາດໃຫ້ໄຂ່ ແລະ ນໍ້າເຊື້ອໄດ້, ສາມາດປະສົມພັນໄດ້.
ລະດູການປະສົມພັນ: ປາກົດຈະມີການເຄື່ອນຍ້າຍເຂົ້າຫ້ອຍ ແລະ ດິນທາມເພື່ອຫາກິນ ແລະ ວາງໄຂ່ ມັນອອກໄຂ່ໃນຕົ້ນລະດູຝົນ ເດືອນ 6-7 ສາກົນພໍ່ແມ່ພັນຕ້ອງມີອາຍຸ 3.5 ປີຂຶ້ນໄປ, ປາແມ່ຈະໃຫ້ໄຂ່ 50.000-70.000 ໜ່ວຍຕໍ່ກິໂລນໍ້າໜັກ ຂອງປາແມ່.
ສະພາບແວດລ້ອມ: ປາກົດເຫຼືອງມີຢູ່ລະຫວ່າງປະເທດໄທ ແລະ ປະເທດອິນໂດເນເຊຍ, ມັນອາໄສຢູ່ທົ່ວໄປຕາມແຫຼ່ງນໍ້າທຳມະຊາດໂດຍສະເພາະແມ່ນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ, ອ່າງເກັບນໍ້າ ແລະ ອ່າງຂອງເຂື່ອນ, ແລະ ມັກຈະອາໄສຢູ່ຕາມພື້ນນໍ້າທີ່ເປັນພະລານຫີນ, ນໍ້າໃສ ແລະ ມີນໍ້າໄຫຼດີ, ມັກຢູ່ໃນລະດັບນໍ້າເລິກ 2-40 m, ສະພາບຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH 6.5-8.5 ແລະ ອຸ່ນຫະພູມນໍ້າຢູ່ລະຫວ່າງ 25-35C°.

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108