ປາຊວາຍໝາກໄມ້

 

ຊື່ເປັນພາສາລາວ: ປາຊວາຍໝາກໄມ້
ຊື່ວິທະຍາສາດວ່າ: Pangasianodon hypophthalmus
ຊື່ພາສາອັງກິດ: Iridescent shark-catfish
ຂະໜາດຄວາມຍາວ: ຍາວສຸດ 130 cm (SL)
ນໍ້າໜັກສຸດ: 70kg
ຜູ້ຄົ້ນພົບ: Sauvange, 1878
ປະຫັວດຂອງແນວພັນ: ໃນປີ 2006 ສູນຄົ້ນຄວ້າການປະມົງ (LARReC) ຮ່ວມກັບ ໂຄງການຮ່ວມມືສາກົນດ້ານກະສິກຳເພື່ອການພັດທະນາຂອງປະເທດຝລັ່ງ (CIRAD), ອົງການແມ່ນໍ້າຂອງສາກົນລາວ (MRC) ສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ແຂວງ ຈຳປາສັກ (PAFO). ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ (DAFO). ທ້ອນໂຮມເອົາພໍ່ແມ່ພັນຈາກແມ່ນໍ້າທຳມະຊາດ ໃນແມ່ນໍ້າຂອງ ເຂດຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ ພາກໃຕ້ຂອງສປປລາວ ມາລ້ຽງຢູ່ສະຖານີຄົ້ນຄວ້າປາພື້ນເມືອງ ບ້ານຫາດ ເມືອງໂຂງ. ຈາກນັ້ນໄດ້ສຶກສາຄົ້ນຄວ້າເຕັກນິກການປະສົມພັນ ແລະ ໄດ້ລູກແນວພັນລຸ່ນ F1ລ້ຽງໄວ້ເປັນແນວພັນ ຕໍ່ມາກໍ່ໄດ້ຜະລິດແນວພັນລຸ່ນ F2 ໃນປີ 2008 ແລະ ໄດ້ມີການທົດລອງທົດສອບການລ້ຽງຢູ່ໃນສະຖານີ ແລະ ເຄື່ອຂ່າຍເຫັນວ່າຜົນຕອບຮັບດີ. ປະຈຸບັນໄດ້ຜະລິດລູກແນວພັນລຸ່ນ F3 ເພື່ອຕອບສະໜອງຄວາມຕ້ອງການແກ່ສັງຄົມ. ປະຈຸບັນແມ່ນໄດ້ມີການກວດສອບດ້ານສາຍພັນ (DNA) ຈາກ ສສ ຫວຽດນາມ ແລ້ວ, ຕໍ່ໄປແມ່ນຈະຂຶ້ນທະບຽບເປັນແນວພັນບຸລິມະສິດ ຂອງສູນຄົ້ນຄວ້າການປະມົງ.
ຮູບຮ່າງລັກສະນະ: ເປັນປາໜັງບໍ່ມີເກັດ, ມີລຳໂຕຮຽວຍາວ ລັກສະນະຂ້ວນຂ້າງກົມ, ຫຼັງຊື່ແຕ່ສ່ວນໜ້າລົງຮອດປາກ ແລະ ປາກກວ້າງ, ມີໜວດ 2 ຄູ່, ມີຄີຫຼັງ 1 ຄູ່, ຄີຫູ 1 ຄູ່, ຄີທ້ອງ 1 ຄູ່, ມີຄີທະຫວານ 1 ອັນ, ຫາງວ້ຳເລິກ, ຫຼັງມີສີໜົ່ນເຂັ້ມ, ຕາມຄີຈະມີສີເຫຼືອງອ່ອນ ແລະ ມີແຊກກາງໂຕ.
ນິດໄສການກິນອາຫານ : ປາຊວາຍໝາກໄມ້ຈະກິນອາຫານໄດ້ເກືອບທຸກປະເພດ ເຊັ່ນ:ມັກກິນປາ, ກຸ້ງ, ກະປູ, ແມງໄມ້, ຂີ້ກະເດືອນ, ພືດ, ຂີ້ເທົາ, ແມງຈີ່ນາຍ, ໃບໄມ້ ແລະ ໜາກໄມ້ ທີ່ຫຼົ່ງລົງນໍ້າເຊັ່ນ: ໝາກ ກ້ວຍນໍ້າ, ໝາກເຫັບ, ໝາກເດື່ອ, ຫຼາກຫຸນ ແລະ ຊະນິດອື່ນໆ.
ການຈະເລີນເຕີບໂຕ: ລູກປານ້ອຍອາຍຸ 1 ເດືອນ ຈະມີຄວາມຍາວ 3-5 ຊັງຕີແມັດ, ນໍ້າໜັກ 4-5 ກຼາມ. ຈາກນັ້ນນຳໄປລ້ຽງການລ້ຽງໃສ່ໜອງ ແລະ ການລ້ຽງໃສ່ກະຊັງ ໃຊ້ເວລາ 6-8 ເດືອນ ຈະໄດ້ນໍ້າໜັກ ລູກປານໍ້າໜັກ 700-1.000 ກຼາມ/ໂຕ, ອັດຕາແລກຊີ້ນ 1.5-2 ກິໂລ.
ລະດູການປະສົມພັນ: ປາຊວາຍໝາກໄມ້ຈະວາງໄຂ່ໃນຊ່ວງລະດູຝົນ ເດືອນທີ່ 7-8 ສາກົນ. ການປະສົມພັນສາມາດເຮັດໄດ້ຕັ້ງແຕ່ເດືອນ 3-9 ສາກົນ, ປາພໍ່ແມ່ພັນຕ້ອງມີອາຍຸ 2 ປີຂຶ້ນໄປ ຈະໃຫ້ໄຂ່ 200.000-500.000 ໜ່ວຍຕໍ່ແມ່.
ສະພາບແວດລ້ອມ: ເປັນປາພື້ນເມືອງນໍ້າຈືດທີ່ມີການເຄື່ອງຍ້າຍຂຶ້ນລົງຕາມຊ່ວງລະດູການເພື່ອຫາກິນ ແລະ ວາງໄຂ່, ຢູ່ຕາມລຳແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ. ໃນສະພາບຄວາມເປັນກົດເປັນດາງຂອງນໍ້າທີ່ເໜາະສົມມີ pH 6.5-8.5 ແລະ ອຸ່ນຫະພູມນໍ້າທີ່ເໜາະສົມແມ່ນຢູ່ລະຫວ່າງ 28-32 C°.

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 
ຕິດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108