ກົບທົ່ງ ຫລື ກົບຈ່ານ

ຊື່ພາສາລາວ: ກົບຈ່ານ ຫລື ກົບທົ່ງ
ຊື່ວິທະຍາສາດ: Rana rugulosa
ຊື່ພາສາອັງກິດ: Chinese edible frog
ຂະໜາດຍາວສຸດ: 15 cm (TL)
ນໍ້າໜັກສຸດ: 0.4 kg
ຜູ້ຄົ້ນພົບ: Wiegmann,1792
ປະຫວັດຄວາມເປັນມາ: ກົບຈ່ານ ຫລື ກົບທົ່ງ ເປັນກົບພື້ນເມືອງລາວຊະນິດໜຶ່ງ ພົບເຫັນຕາມບຶງ, ໜອງນໍ້າ ແລະ ທົ່ງນາທົ່ວໆໄປ ພົບເຫັນປະເທດຈີນຕອນໃຕ້, ລາວ, ໄທ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ, ສາມາດປັບໂຕ. ການສຶກສາທົດລອງລ້ຽງແຕ່ປີ 1953 ແຕ່ການລ້ຽງກົບໃນ ສປປ ລາວເລີ່ມລ້ຽງໃນປີ 1995 ເປັນຕົ້ນມາໂດຍສະເພາະ ຊາວກະສິກອນໃນນະຄອນຫລວງວຽງຈັນ, ແຕ່ການສຶກສານັກວິຊາການ ສູນຄົ້ນຄວ້າການປະມົງໄດ້ເລີ່ມສຶກສາວິທີປະສົມພັນ, ການອະນຸບານ ແລະ ການລ້ຽງກົບຊະນິດນີ້ໃນປີ 2001 ເປັນຕົ້ນມາຮ່ວມກັບກົບອີກແນວພັນຄືກົບນາ Rana tigerina , ຊຶ່ງມາຮອດປະຈຸບັນກົບດັ່ງກ່າວນີ້ກໍ່ສືບຕໍ່ຜະລິດ ແລະ ບໍລິການໃຫ້ແກ່ຊາວກະສິກອນມາຈົນເຖິງປະຈຸບັນ.
ຮູບຮ່າງລັກສະນະ: ກົບເປັນສັດທີ່ມີກະດູກສັນຫລັງ ຫາຍໃຈດ້ວຍຟັນຟືມຄືກັບປາ, ເປັນສັດເຄິງບົກເຄຶ່ງນໍ້າ, ມີລຳໂຕສັ້ນ, ໜັງເປັນຕູດ, ໂຕໃຫຍ່ບໍ່ມີຫາງນອກຈາກຕອນເປັນຮ່ວກຢູ່ໃນນໍ້າຈະມີຫາງ, ບໍ່ມີຄໍ, ສາມາດເຄື່ອນໄຫວໄດ້ເມື່ອຢູ່ເທິງບົກ ເນື່ອງຈາກມີຂາທີ່ແຂງແຮງທັງ 2 ຄູ່ ໂດຍສະເພາະຂາຄູ່ຫລັງທີ່ໃຫຍ່ ແລະ ແຂງແຮງຫລາຍ ສາມາດກະໂດດໄປໄດ້ເກັ່ງ ແລະ ໄປໄກ.
ນິດໃສ່ການກີນອາຫານ: ກົບຈ່ານ ຫລື ກົບທົ່ງ ມັກກິນອາຫານທີ່ມີອາກາດຊຸ່ມ ແລະ ມີນໍ້າ, ຊຶ່ງບໍ່ມັກຢຸູ່ລວມກັນເປັນໝູ່, ກົບເປັນສັດທີ່ກິນຊີ້ນເປັນຫລັກ, ເຊັ່ນ: ປານ້ອຍ, ກຸ້ງ, ຂີ້ກະເດືອນ, ໜອນ ແລະ ແມງໄມ້ເປັນຕົ້ນ.
ການຈະເລີນເຕີບໂຕ: ການຈະເລີນເຕີບໂຕໃນສະພາບແວດລ້ອມອາກາດຮ້ອນຊຸ່ມ, ເປັນສັດເຄິ່ງບົກ ເຄິ່ງນໍ້າ. ການລ້ຽງກົບໃນອ່າງຊີເມັນສ່ວນຫລາຍໃຊ້ເວລາ 3-4 ເດືອນ ສາມາດຈັບຂາຍໄດ້ນໍາໜັກສະເລັ່ຍ 250-300 ກຣາມ/ໂຕ, ການລ້ຽງໃນກະຊັງກໍ່ໃຊ້ເວລາໃກ້ຄຽງກັບການລ້ຽງໃນໜອງດິນ 3-4 ເດືອນກໍ່ສາມາດຈັບຂາຍໄດ້ນໍ້າໜັກສະເລັ່ຍ 200-300 ກຣາມ/ໂຕ ໃນອັດຕາການແລກປ່ຽນອາຫານມາເປັນນໍ້າໜັກ 1.8-2.5 ກິໂລ
ລະດູການປະສົມພັນ: ກົບສາມາດປະສົມພັນໄດ້ແຕ່ທ້າຍເດືອນກຸມພາ – ຕົ້ນເດືອນສິງຫາ ຂອງທຸກໆປີ, ກົບພໍ່ແມ່ພັນຈະຕ້ອງມີອາຍຸ 8-12 ເດືອນ ຂຶ້ນໄປນໍ້າໜັກຈະໄດ້ 350-500g, ສາມາດເປັນແນວພັນໄດ້ ແລະ ຈະໃຫ້ໄຂ່ໃນລະຫວ່າງ 1.500-3.000 ໜ່ວຍ/ຄັ້ງ
ສະພາບແວດລອ້ມ: ກົບສາມາດລ້ຽງໄດ້ທັງໜອງດິນ, ກະຊັງໃນນໍ້າ ຫລື ກະຊັງເທິງບົກ, ອ່າງຊີເມັນ, ກະຕຸກນໍ້າ, ຢາງຕີນລົດ ຫລື ວ່າກົບຄອນ ແລະ ນາເຂົ້າໄດ້, ແຕ່ທີ່ນິຍົມກັນລ້ຽງທີ່ສຸດໃນປະຈຸບັນຄື: ອ່າງຊີເມັນ ແລະ ກະຊັງໃນການລ້ຽງເປັນເສດຖະກິດ, ແຕ່ການລ້ຽງໃນໜອງດິນ, ນາເຂົ້າ, ກະຕຸກນໍ້າ

ແຫຼ່ງຂໍ້ມູນ: 
ຂໍ້ມູນເພີມຕື່ມ: 
ຂໍ້ມູນເຕັກນິກ: 
ວີດີໂອ: 

ຕິ ດຕໍ່: ສູນຄົ້ນຄວ້າການປະມົງ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
Tel: ມືຖື 020 22766669; 020 55215769; 020 55955166,
ຫ້ອງການ 021 612039; ແຝກ: 021 621437,P.O.Box: 9108