Monthly Archives: March 2019

1 4 5 6 7 8 12

ຫວາຍໂຕ່ນ

ຊື່ສາມັນ:   ຫວາຍໂຕ່ນ

ຊື່ວິທະຍາສາດ:

ຊື່ພາສາອັງກິດ:

ລັກສະນະພັນພືດ:  ເປັນເຄືອ, ກາບຫຸ້ມລໍາ, ມີສີຂຽວອ່ອນໃນໃບຕອນຍັັງດິບ, ເມື່ອແກ່ແລ້ວກາບຈະເປັນສີເຫຼືອງຈາງ, ມີໜາມຮູບສາມຫຼ່ຽມຕັ້ງສາກ  ຫຼື ສະລຽງລົງພື້ນກັບລໍາເຄືອ, ບາງຄັ້ງອອກເປັນແຖບຂວາງກັບລໍາ, ກ້ານໃບຂ້ອນຂ້າງກົມ, ຂອບ ແລະ ພື້ນຂອງກ້ານໃບມີໜາມ ສີດຽວກັບກາບຫຸ້ມລຽງຫ່າງກັນເປັນໄລຍະໆ, ໃບຍ່ອຍເປັນຮູບຍາວ ຂອບມີໃບໜາມ, ລັງໃບກ້ຽງ, ໜ້າໃບມີໜາມຄ້າຍຄືຂົນຕາມເສັ້ນກາງໃບ.

ສະພາບແວດລ້ອມ: ປະເທດທີ່ພົບເຫັນຫວາຍຫຼາຍຊະນິດ ເກີດໄດ້ຄືປະເທດອິນເດຍ, ບັງກະລາເດດ, ພະມ້າ, ອາດາມັນ, ປະເທດໄທ ແລະ ປະເທດລາວ.

ການນຳໃຊ້:

          

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ໄມ້ຊາງໄຜ່

ຊື່ສາມັນ:  ໄມ້ຊາງໄຜ່

ຊື່ວິທະຍາສາດ:  

ຊື່ພາສາອັງກິດ:

ລັກສະນະພັນພືດ:  ເປັນໄມ້ໄຜ່ປະເພດເຫງົ້າກໍ, ມີຂະໜາດນ້ອຍກາງ ຄວາມສູງ 7-12 ແມັດ, ເປັນລໍາຊື່ຢູ່ຮ່ວມກັນແໜ້ນ ຫຼື ຫຼົ່ມ, ປາຍລໍາຈະໂຄ້ງອອກຈາກກໍໜ້ອຍໜື່ງ, ເສັ້ນຜ່ານສູນກາງລໍາ 3-5 ຊັງຕີແມັດ ປາຍຍາວ 15-35 ຊັງຕີແມັດ, ເນື້ອໄມ້ໜາ, ລໍາອ່ອນຈະມີນວນສີຂາວປົກຫຸ້ມບາງ, ຈະມີຂົນສີຂາວປົນກັນນວນສີຂາວບໍລິເວນຂໍ້, ລໍາແກ່ຈະມີສີຂຽວອົມເຫຼືອງ, ແຕກກິ່ງກາງລໍາຂື້ນໄປ, ແຕ່ລະຂໍ້ມີຫຼາຍກິ່ງ, ມີກິ່ງຢູ່ກາງເດັ່ນ 1 ກິ່ງ, ແຕ່ມີຂະໜາດເທົ່າກັບກິ່ງອື່ນ, ໃບກ້ວາງ  0,1-1 ຊັງຕີແມັດ 10-20 ຊັງຕີແມັດ, ກາບຫຸ້ມລໍາສີຂຽວອົມເຫຼືອງ, ມີຂົນສີນໍ້າຕານປົກຄຸ້ມ, ກາບຫູເປັນພູເຕ້ຍໆ, ເປັນຄື້ນ, ມີຂົນແຂງປົກຄຸມ, ບໍ່ເປັນລະບຽບ.

ສະພາບແວດລ້ອມ:  

ການນຳໃຊ້:  ນິຍົມໃຊ້ຢ່າງຫຼວງຫຼາຍ, ນໍາມາເປັນອາຫານ, ນໍາມາໃຊ້ການກໍ່ສ້າງ, ເຟີນີເຈີ້ປຸກເຮັດເປັນຮົ້ວກໍ່ໄດ້.

           

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ໄມ້ຊາງຄໍາ

ຊື່ສາມັນ:  ໄມ້ຊາງຄໍາ

ຊື່ວິທະຍາສາດ:  Bambusa vlgaris schraderex wendland CV.

ຊື່ພາສາອັງກິດ:

ລັກສະນະພັນພືດ:  ລໍາມີສີເຫຼືອງ ແລະ ມີແຖບສີຂຽວຄາດຕາມລວງຍາວນິຍົມປູກເປັນໄມ້ປະດັບ ເນື່ອງຈາກມີສີຂອງລໍາປາກຕາ ແລະ ຍັງສາມມາດນໍາໃຊ້ປະໂຫຍກຈາກລໍາໄດ້ອີກ.

ສະພາບແວດລ້ອມ:

ການນຳໃຊ້:

            

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ໄມ້ຢາງບົງ

ຊື່ສາມັນ:  ໄມ້ຢາງບົງ

ຊື່ວິທະຍາສາດ:  Persea Kurjii.

ຊື່ພາສາອັງກິດ:

ລັກສະນະພັນພືດ: ຕົ້ນຢາງບົງເປັນໄມ້ຂະໜາດກາງ, ສູງ 10 -25 ແມັດ, ໜ້າຕ້າງ 10-45 ຊັງຕິແມັດ. ຕົ້ນບົງໂດຍອີງຕາມສີຂອງຢາງ, ສີຂອງເປືອກຊັ້ນໃນ ແລະ ສີຂອງກ້ານໃບ ( 1-2 ຊັງຕິແມັດ) ຂອງມັນ ສາມາດແຍກໄດ້ເປັນສອງຊະນິດຄຶ: ບົງຂາວ ແລະ ບົງແດງ. ເປືອກໜາປະມານ 0.5 ຊັງຕິແມັດ. ບົງຂາວມີໃບຂ້ອນຂ້າງມົນຄືຮູບໄຂ່ ມີຂະໜາດຍາວ 12-14 ຊັງຕິແມັດ ແລະ ກວ້າງ 6-7.5 ຊັງຕິແມັດ, ໃບຂອງບົງແດງຂ້ອນຂ້າງສ້ວຍຍາວ 15-25 ຊັງຕິແມັດ ແລະ ກວ້າງ 4-6 ຊັງຕິແມັດ, ດອກອອກເປັນຊໍ່, ໝາກມີແກ່ນດ່ຽວ ຊື່ງມີຂະໜາດເສັ້ນຜ່າສູນກາງ 0.5 ຊັງຕິແມັດ, ບັນດາຊະນິດພັນຕ່າງໆຂອງຕົ້ນບົງນີ້້ ແມ່ນຍັງບໍ່ທັນສາມາດຈໍາແນກໄດ້ຈະແຈ້ງເທື່ອ, ບາງຊະນິດຮຽກຕົ້ນບົງ ແຕ່ພັດຢູ່ຕະກູນຕ່າງກັນ ແລະ ບໍ່ໃຫ້ຢາງບົງ, ຊະນິດໄມ້ອື່ນໆ ທີ່ໃຫ້ເປືອກບົງລວມມີ: ບົງຂາວໃຫຍ່ (persea villosa), ບົງຂາວ (P.umbeltiflora ຫຼື Nothaphoebe umbeltiflora), ບົງແດງນ້ອຍ ( Actinodaphne cochichinensis ), ບົງຂາວນ້ອຍ (Machilus chinensis ), ບົງຂາວບົງໝີ່ ( Litsea monopetala ).

ສະພາບແວດລ້ອມ:  ຕົ້ນຢາງບົງ ສາມາດພົບເຫັນໃນທົ່ວປະເທດ ແລະ ໃນທຸກປະເພດປ່າ ແລະ ປະເພດດິນຕ່າງໆ ທັງພົບໃນຫຼາຍປະເທດເຊັ່ນ : ອິນເດຍ, ມຽນມ້າ, ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ຟິລີບປິນ.

ການນຳໃຊ້:  ເປືອກບົງມີຢາງນຸ້ມ ແລະ ທາດນໍ້າມັນຫອມ ນຳໃຊ້ເຮັດກະທູບ ຊຶ່ງໃຊ້ກັນທົ່ວໄປຕາມວັດ ຢູ່ໃນອາຊີຕາເວັນອອກສ່ຽງໃຕ້. ນອກນີ້ມັນຍັງຖືກນຳໄປໃຊ້ໃນສ່ວນປະສົມຕົ້ນຕໍໃນຢາອູດຍຸງ ແລະ ໃຊ້ຜະລິດກາວ ສຳລັບໃຊ້ໃນການຜະລິດແຜນກາກຕົງ ແລະ ໄມ້ອັດຕ່າງໆ. ເປືອກບົງສາມາດປະສົມກັບດິນ ເພື່ອເຮັດເປັນເບົ້າຫຼໍ່ພະ ແລະ ເຄື່ອງໃຊ້ໃນເຮືອນຕ່າງໆ. ຕົ້ນຢ່າງບົງທີ່ມອາຍຸ 6 ປີ ຂື້ນໄປຈິງສາມາດລອກເປືອກໄດ້ ແລະ ໜ້າຕ້າງທີ່ສາມາດເອົາເປືອກໄດ້ແມ່ນ 20-30 ຊັງຕີແມັດ.

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ການປູກຖົ່ວດິນໃນນາ

ຖົ່ວດິນເປັນພືດຕ້ອງການນໍ້າໜ້ອຍ ນອກຈາກການເຮັດນາປີແລ້ວສໍາຫຼັບພື້ນທີທີ່ມີນໍ້າໜ້ອຍບໍ່ພຽງພໍຕໍ່ການເຮັດນາແຊງໄດ້ ຫຼື ມີພໍກໍ່ດີຖ້າບໍ່ເຮັດນາບໍ່ຄວນປ່ອຍໃຫ້ດິນເປົ່າຫ່ວາງຢູ່ລ້າຫຼາຍເດືອນຖ້າຄິດໄລ່ເປັນມູນຄ່າແລ້ວແມ່ນເສຍເປົ່າ ສະນັ້ນຊາວນາທຸກຄົນຄວນໃຊ້ພື້ນທີ່ຂອງໂຕເອງໃຫ້ເກີດປະໂຫຍດ, ຫຼັງຈາກເກັບຜົນຜະລິດແລ້ວກໍ່ນໍາເອົາຕົ້ນຖົ່ວໄປລ້ຽງສັດ ຫຼື ຈະໄຖປົກໄວ້ໃນນາເລີຍກໍ່ຍິ່ງດີເປັນການເພີມປຸຍດິນນາໃນໂຕ, ຖົ່ວດິນເປັນພືດນໍ້າມັນທີ່ມີອາຍຸສັ້ນໃຊ້ປະໂຫຍດໄດ້ຫຼາຍຮູບແບບແກ່ນສາມາດກິນໄດ້ໂດຍກົງໃນຫຼາຍຮູບແບບ ແລະຍັງສາມາດແປຮູບເປັນຜະລິດຕະພັນຕ່າງໆໄດ້ດ້ວຍ.
I. ສະພາບພື້ນທີ່ປູກ
ການປູກຖົ່ວດິນໃນລະດູແລ້ງຫຼັງຈາກການເຮັດນາສາມາດປູກໄດ້ 2 ສະພາບຄື:
– ຖ້າປູກໂດຍອາໄສນໍ້າຊົນລະປະທານປູກໃນເດືອນທັນວາ ຫາ ຕົ້ນເດືອນມັງກອນ ແລະ ສາມາດເກັບຜົນຜະລິດໄດ້ໃນເດືອນເມສາ ຫາ ເດືອນພຶດສະພາ.
– ຖ້າປູກໂດຍອາໄສຄວາມຊຸ່ມຊື່ນທີ່ມີໃນດິນປູກໃນເດືອນພະຈິກ ຫາ ເດືອນທັນວາ ເກັບຜົນຜະລິດໃນເດືອນກຸມພາ ຫາເມສາ.
II. ຂັ້ນຕອນ ແລະ ວິທີການປູກ
1. ການຕຽມດິນ:
ຫຼັງຈາກເຮັດນາແລ້ວກໍ່ຕັດຕໍເຂົ້າອອກໃຫ້ໝົດ ແລ້ວໄຖພວນດິນໃຫ້ລະອຽດ 1-2 ເທື່ອ ເລິກປະມານ 10-20 ຊມ ຕາກແດດໄວ້ 1-2 ອາທິດ, ຫຼັງຈາກນັ້ນກັບມາໄຖດິນຄືນອີກເທືອໜຶ່ງພ້ອມຄາດໃຫ້ລະອຽດ ແລະ ອາດຈະຍົກເຮັດເປັນຮ່ອງເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນໄວ້ໄດ້ນານ ແລະ ຖ້າເປັນການປູກໂດຍມີນໍ້າຊົນລະປະທານໃຊ້ກໍ່ຈະສະດວກໃນການປ່ອຍນໍ້າ.

           

2. ການຕຽມເມັດພັນ
ແກະແກ່ນຖົ່ວດິນອອກຈາກເປືອກເພື່ອເລືອກແກ່ນທີ່ສົມບູນ ແລະ ເພື່ອເຮັດໃຫ້ຕົ້ນພືດງອກໄວກວ່າການປູກທັງເປືອກ, ເມັດທີ່ຈະປູກຕ້ອງມີຄວາມງອກຫຼາຍກວ່າ 75 %.

3. ການປູກແກ່ນພັນລົງໃນດິນ
ຫຼັງຄັດເລືອກແກ່ນພັນໄດ້ແລ້ວກໍ່ນຳເອົແກ່ນພັນລົງປູກໃນໜານທີ່ຕຽມໄວ້ຈົກເປັນຂຸມເລິກ 10 ຊມ, ໄລຍະຫ່າງແຖວແມ່ນ 50×20 ຊມ, ຢອດແກ່ນພັນລົງໃນຂຸມ 3-5 ແກ່ນ ແລ້ວໃຊ້ດິນຖົມບາງໆ ເພື່ອຮັກສາຄວາມຊຸ່ມໃຫ້ແກ່ນງອກໄວຄວນໃຊ້ເຟືອງເຂົ້າປົກໜ້າດິນໄວ້ປະມານ 15 ມື້.
ຂໍ້ແນະນຳ : ເພື່ອໃຫ້ໄດ້ຜົົນຜະລິດທີ່ສູງຂໍ້ແນະນຳໃຫ້ໃຊ້ປຸຍສູດ 15-15-15 ; 12-24-12; 16-16-8 ຮອງພື້ນຂຸມໃສ່ລົງໄປພ້ອມກັບການຢອດແກ່ນເລີຍ ຫຼື ຫຼັງຈາກພືດແຕກງອກໄດ້ 15-20 ວັນເມື່ອກໍາຈັດວັດສະພືດແລ້ວກໍ່ໂຮຍຂ້າງຕົ້ນແລ້ວພວນດິນປົກໃສ່ຈຳນວນ 20-25 ກິໂລກຣາມ/ໄລ່ ເພື່ອຊ່ວຍເລັ່ງການຈະເລີນເຕີບໂຕຂອງຕົ້ນພືດ.
4. ພະຍາດ ແລະ ແມງໄມ້
ໃນຄວາມເປັນຈິງແລ້ວໃນການປູກຖົ່ວດິນໃນຊ່ວງລະດູແລ້ງຫຼັງຈາກເຮັດນາແລ້ວບໍ່ມັກມີບັນຫາເລື່ອງວັດສະພືດ ຫຼື ແມງໄມ້ເລີຍເພາະວ່າພື້ນດິນມີນໍ້າຂັງຕອນເຮັດນາ ຖ້າມີກໍ່ພະຍາດຫຼົກຮາກໜ້ອຍດຽວແນະນຳໃຫ້ຫຼົກຕົ້ນຖີ້ມກໍ່ພໍແລ້ວ ຫຼື ຖ້າຈະປ້ອງກັນກໍ່ໃຊ້ສານໄອໂປຣໄດໂອນ (50% wp) ແລະ ເມທາແລກຊີນ + ແມນໂຄເຊບ 72%wp ອັດຕາສ່ວນ 2,8 ແລະ 2,0 ປະສົມໃສ່ແກ່ນພັນ 1 ກິໂລ ກ່ອນປູກ, ໂດຍທົ່ວພະຍາດ ແລະ ແມງໄມ້ທີ່ສຳຄັນຂອງຖົ່ວດິນຈະມີ: ບົ້ງຫຸ້ມໃບ, ເພ້ຍອອ່ນຖົ່ວ, ເພ້ຍໄພ, ເພ້ຍຈັກຈັ່ນ, ແມງແດງ ແລະ ພະຍາດກົກຮາກເນົ່າ.

5. ການເກັບຜົນຜະລິດ
ເມື່ອອາຍຸຂອງຖົ່ວຮອດ 60 ວັນ ຄວນກວດສອບຜົນຜະລິດໂດຍການຫຼົກຕົ້ນຖົ່ວມາສັງເກດເບິ່ງທີ່ສີຂອງເປືອກແກ່ນ ແລະ ແກ່ນຖົ່ວວ່າເຕັມດີແລ້ວກໍ່ລົງມືຫຼົກຕົ້ນຖົ່ວເກັບເອົາແຕ່ໝາກສ່ວນລຳຕົ້ນ ແລະ ໃບແມ່ນໃຫ້ປະໄວ້ກາງນາເລີຍຫຼັງຈາກເກັບຜົນຜະລິດແລ້ວກໍ່ໄຖປົກເປັນປຸຍນາເວລາເຮັດນາປີລຸດຕົ້ນທຶນໄດ້ອີກດ້ວຍ ແລະ ເຂົ້າກໍ່ງາມ.

 

ແຫຼ່ງທີ່ມາ: ອອນອານົງ ວອນລະນະວົງ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:

ຕິດຕໍ່:

ການລ້ຽງຕັກກະແຕນ

I. ລັກສະນະທົ່ວໄປ
ຕັກກະແຕນເປັນແມງໄມ້ຊະນິດໜຶ່ງ ທີ່ມີປາກແບບກັດກິນຕັ້ງແຕ່ໄລຍະໂຕອອ່ນຈົນເຖິງໂຕແກ່, ມີຕາໃຫຍ່, ມີໜວດເປັນແບບເສັ້ນດ້າຍ, ມີປີກຄູ່ໜ້າຄືໜັງ ແລະ ປີກຄູ່ຫຼັງບາງໃສ, ຢູ່ໃຕ້ປີກຄູ່ໜ້າມີ 2 ຄູ່ ແລະ ຄູ່ຂາຫຼັງໄວ້ໂດດ, ສ່ວນການຈະເລີນເຕີບໂຕແມ່ນຈະປ່ຽນແປງໄປເທື່ອລະໜ້ອຍ, ໂຕອອ່ນຈະບໍ່ມີປີກ ແລະ ຈະລອກຄາບ ຫຼື ຈະເລີນເຕີບໂຕຈົນເຕັມໄວເມື່ອມີການລອກຄາບເທື່ອສຸດທ້າຍ, ສ່ວນການວາງໄຂ່ແມ່ນມີລັກສະນະແຕກຕ່າງກັນໄປ ມີທັງແບບດ່ຽວ ແລະ ແບບກຸ່ມທີ່ສາມາດວາງໄດ້ທັງໃນດິນ ແລະ ໃບພືດ.
II. ຂັ້ນຕອນການລ້ຽງຕັກກະແຕນ
1. ການເລືອກສະຖານທີ່
ຄວນເປັນບ່ອນຮົ່ມ ມີຫຼັງຄາກັນແດດ ແລະ ຝົນ, ມີແສງແດດສ່ອງໃນຍາມເຊົ້າ ແລະ ຕອນຄ້າຍແລງ.
2. ວິທີລ້ຽງ
ວິທີທີ່ 1:
ລ້ຽງໃນກົງມຸ້ງນີຫຼົງ ຂະໜາດ ກ້ວາງ ຍາວ ສູງ ປະມານ 25x35x25 ຊມ ໂດຍໃຊ້ລວດຂະໜາດ 2 ຫຸນຕັດເປັນໂຄ້ງ 4 ລ່ຽມ ແລ້ວປະກອບເຂົ້າກັນ ຈາກນັ້ນໃຊ້ສາຍຢາງສີຂາວໃສຂະໜາດເສັ້ນຜ່າສູນກາງ 1 ຊມ ທີ່ສາມາດຖອດເຂົ້າອອກໄດ້, ໃຊ້ຜ້າມຸ້ງຂາວບາງຫຸ້ມກົງ ແລະ ບໍລິເວນປາກປະຕູເພື່ອບໍ່ໃຫ້ຕັກກະແຕນດີດອອກໃນເວລາປິດເປີດ ທາງພື້ນຂອງກົງຕອງປູດ້ວຍເຈ້ຍກະດາດ ສາມາດລ້ຽງຕັກກະແຕນໄວອອ່ນຈົນເຖິງໄວ 5 ໄດ້ປະມານ 300 ໂຕ ແຕ່ເມື່ອຕັກກະແຕນເຂົ້າໄວ 5 ຫຼື ເມື່ອອາຍຸປະມານ 1 ເດືອນ ເມື່ອສັງເກດເຫັນວ່າຕັກກະແຕນແອອັດກັນຫຼາຍໃຫ້ລຸດຈຳນວນລົງເຄິ່ງໜຶ່ງກໍ່ໄດ້.

ວິທີທີ່ 2:
ການລ້ຽງໃນກົງທີ່ເຮັດດ້ວຍໂຄງອະລູມີນຽມທີ່ມີຂະໜາດ ກ້ວາງ ຍາວ ສູງ ປະມານ 60x60x60 ຊມ ຂາກົງສູງປະມານ 15 ຊມ, ອອ້ມກົງດ້ວຍມຸ້ງລວດ ສ່ວນປະຕູດ້ານໜ້າມີ 2 ຊັ້ນຄື: ຊັ້ນເທິງເຮັດເປັັນປະຕູປູລວດມີຫູຈັບ ແລະ ຊັ້ນລຸ່ມເປັນປະຕູທຶບເພື່ອປ້ອງກັນບໍ່ໃຫ້ຕັກກະແຕນບິນອອກຂະນະປິດເປີດ, ສ່ວນພື້ນກົງປູດ້ວຍລວດຕາໜ່າງ ແລະ ມີີລີ້ນຊັກສູງ 10 ຊມ ສາມາດຖອນເຂົ້າອອກໄດ້ເພື່ອຮອງຮັບຂີ້ຕັກກະແຕນອອກອານາໄມ ຖ້າສ້າງກົງລວດແບບນີ້ໃຊ້ລ້ຽງຕັກກະແຕນໄວ 5 ຂື້ນໄປໄດ້ 2000-2500 ໂຕ ໂດຍໃນຕອນທໍາອິດອາດຈະລ້ຽງຕັກກະແຕນໄວອອ່ນໃນກົງມຸ້ງນີຫຼົງກ່ອນກໍ່ໄດ້.

3. ການໃຫ້ອາຫານ
ໃຊ້ຕຸກນ້ຳທີ່ມີຂະໜາດຂະໜາດ 1-1,5 ລິດ ແລ້ວຕັດຄໍອອກສໍາລັບໄວ້ໃສ່ຕົ້ນກະລົດໄວ້ເປັນອາຫານຂອງຕັກກະແຕນ ຄວນໃຊ້ຕົ້ນກະລົດສົດໃຫ້ຕັກກະແຕນກິນໄດ້ຫຼາຍຂື້ນໂດຍການປ່ຽນທຸກວັນ ຫຼັງຈາກໄວ 5 ຕ້ອງໃຫ້ອາຫານມື້ລະ 2 ເທື່ອ ແລະ ໃຫ້ອາຫານເສີມດ້ວຍຮຳເຂົ້າ, ສາລີ ມື້ລະເທື່ອ ສ່ວນການໃຫ້ນ້ຳແມ່ນໃຊ້ຈານດິນ ແລະ ເອົາກ້ອນຫີນກັ້ນບໍ່ໃຫ້ຕັກກະແຕນຕົກນ້ຳ.
4. ການເຮັດຄວາມສະອາດ
ໃຫ້ອານາໄມກົງໂດຍການປ່ຽນເຈ້ຍກະດາດ ແລະ ອານາໄມຂີ້ຕັກກະແຕນທຸກໆມື້ ແລະ ລວມເຖິງການໃຫ້ອາຫານໂດຍສະເພາະແມ່ນຕົ້ນພືດ ແລະ ອານາໄມພາຊະນະໃສ່ນ້ຳ ແລະ ອາຫານທຸກມື້.
5. ສັດຕູຕັກກະແຕນ
ຕັກກະແຕນເປັນສັດຊະນິດໜຶ່ງທີ່ມີມົດເປັນສັດຕູຕົວຫຼັກທີ່ຈະເຂົ້າມາກິນໄຂ່ ແລະ ຕັກແຕນທີ່ລອກຄາບໃໝ່ໆ ຍັງບໍ່ທັນແຂງແຮງ, ການປ້ອງກັນໂດຍໃຊ້ຢາກັນມົດ ແລະ ການເຮັດຄວາມສະອາດຖ້າເປັນກົງມຸ້ງລວດລະວັງ ບໍ່ໃຫ້ມີເສດຫຍ້າຕົກເຮ່ຍຢ່ອດລົງພື້ນອັນຈະເປັນສາຍເຊື່ອມຕໍ່ໃຫ້ມົດເຂົ້າໃນກົງ, ນອກນັ້ນຍັງມີແມງມຸມ, ບົ້ງ, ນົກ ແລະ ໜູທີ່ເປັນສັດຕູຂອງຕັກກະແຕນ.

6. ການເລືອກພໍ່ ແລະ ແມ່ພັນ
ໃນການຂະຫຍາຍພັນຄວນເລືອກຕົວທີ່ມີຂະໜາດໃຫຍ່, ມີຄວາມສົມບູນ ແຂງແຮງ ຈາກນັ້ນໃຫ້ນຳເອົາ ພໍ່-ແມ່ພັນ ໃສ່ໃນກົງປະສົມພັນ ແລະ ໃຫ້ມີການປະສົມພັນຂ້າມກົງເພື່ອຫຼີກເວັ້ນການເສື່ອມຖອຍອັນເກີດຈາກປະສົມເລືອດຊິດ, ພາຊະນະວາງໄຂ່ໃຊ້ກະຕຸກນ້ຳອັດລົມຂະໜາດ 1,25 ລິດ ໃຫ້ຕັດເອົາແຕ່ກົ້ນຕຸກທີ່ມີຄວາມສູງ 10 ຊມ ໃສ່ດິນລ້ວນປົນຊາຍ ແລ້ວໃຫ້ນ້ຳພໍຊຸ່ມໆ ເມື່ອຕັກແຕນວາງໄຂ່ນຳຕຸກດິນທີ່ມີໄຂ່ອອກມາ ຕັກແຕນມີການປະສົມພັນ 9-15 ເທື່ອ ແລະ ວາງໄຂ່ 3-4 ເທື່ອ.
7. ການລ້ຽງຕັກແຕນໄວອອ່ນ ແລະ ຫຼັງໄວອອ່ນ
ໄວ 1 ຫາໄວ 5 ໃນກົງມຸ້ງນີຫຼົງໃຊ້ເວລາປະມານ 35 ວັນ ເມື່ອເຂົ້າໄວ 5 ເຊິ່ງຈະສັງເກດໄດ້ຈາກແຜ່ນອານມ້າທີ່ສັນຫຼັງແຫຼມເປັບຮູບຕົວ V ມີສີເຫຼືອງອອ່ນ ຫຼື ສີນ້ຳເງີນ, ຄາດໜ້າແຖບມີສີຈຸດດຳລຽງເປັນແນວ ແລ້ວຖ້າຈະລ້ຽງໃນມຸ້ງນີຫຼົງຕໍ່ໄປຈະຕ້ອງຫຼຸດຈຳນວນລົງເຫຼືອເຄິ່ງດຽວ ຈາກທີ່ລ້ຽງໃນຕອນທຳອິດ ຫຼື ຈະຍ້າຍເຂົ້າມາລ້ຽງໃນກົງມຸ້ງລວດກໍ່ໄດ້, ລ້ຽງຕໍ່ໄປອີກປະມານ 17-26 ວັນ ຕັກກະແຕນຈະລອກຄາບເປັນໂຕເຕັມໄວ, ໂຕອອ່ນເພດຜູ້ມີ 6 ໄວ ແລະ ໃຊ້ເວລາໜ້ອຍກວ່າເພດແມ່ປະມານ 53 ວັນ, ສ່ວນໂຕອອ່ນເພດແມ່ມີ 7 ໄວ ຈະໃຊ້ເວລາ 61.8 ວັນ ຈຶ່ງຈະເຕີບໂຕເຕັມໄວໄດ້.

ເກັບຕັກກະແຕນເມື່ອຕຸ່ມປີກຂອງໂຕອອ່ນໃຫຍ່ມາຕຳກັນທີ່ບໍລິເວນສັນຫຼັງກາງລຳໂຕຍາວຄຸມເຖິງສ່ວນທ້ອງປ້ອງທີ່ 3 ສະແດງວ່າເປັນໄວສຸດທ້າຍກ່ອນລອກຄາບອອກເປັນໂຕເຕັມໄວ, ເມື່ອເປັນໂຕເຕັມໄວໃຫ້ເກັບຕັກແຕນໂດຍຈັບຂາຫຼັງສຸດເຂົ້າກັນເພື່ອປ້ອງກັນບໍ່ໃຫ້ມັນດີດໃສ່ເວລາຈັບ.

          

 

ແຫຼ່ງທີ່ມາ: ອານຸສອນ ໄຊຍະລາດ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:

ຕິດຕໍ່:

ການປັບປຸງດິນດ້ວຍຝຸ່ນຂຽວ

ພວກເຮົານຳໃຊ້ວິທີການຕາມປະເພນີເຊັ່ນ: ຫຍ້າຝຣັ່ງ ປະສົມລົງໃນດິນ. ວິທີນີ້ຖືວ່າໄດ້ຮັບຜົນດີເພາະເຮັດເທື່ອດຽວກໍ່ສາມາດປັບປຸງດິນນາໄດ້ທັງທົ່ງ.
ເພິ່ນປູກພືດຄຸມດິນໃສ່ນາໄວ້ປະມານ 1-2 ເດືອນ ຫຼັງຈາກນີ້ກໍ່ໄຖປົກລົງດິນເພື່ອເຮັດຝຸ່ນເພິ່ນເອີ້ນວ່າ ການໃສ່ຝຸ່ນຂຽວ ແລະ ພືດຕະກຸນຖົ່ວກໍ່ເປັນພືດທີ່ເຮັດຝຸ່ນຂຽວໄດ້ດີທີ່ສຸດ.
ບັນດາພືດທີ່ເໝາະສົມເຮັດຝຸ່ນຂຽວມີຄື:
-ຖົ່ວຫຍ້າ, ຖົ່ວຂຽວ, ຖົ່ວແຮ, ສະໂນ, ຄາມ ແລະ ອື່ນໆ.

        

1.ຂັ້ນຕອນການເຮັດຝຸ່ນຂຽວ
– ຫວ່ານແກ່ນ
– ປະໃຫ້ໃຫຍ່ 1 ເຖິງ 2 ເດືອນ
– ໄຖປົນລົງດິນ
– ປະໄວ້ 2 ຫາ 3 ອາທິດ ແລ້ວຈຶ່ງປູກພືດລົງໃສ່

                 

2.ການໃສ່ຝຸ່ນຂຽວໃນນາເຂົ້າ
ຖ້າດຳນາໃນຕົ້ນເດືອນມີຖຸນາ ກໍ່ຄວນໃສ່ຝຸ່ນຂຽວໃນຕົ້ນເດືອນ ພຶດສະພາ (ໃນລະຫວ່າງວັນທີ 10 ພຶດສະພາ) ແລະ ຄວນປູກຝຸ່ນຂຽວ ຕົ້ນເດືອນ ມີນາ.
3.ຈຸດດີຂອງຝຸ່ນຂຽວ
– ງ່າຍໃນການປະຕິບັດຢູ່ໃນເນື້ອທີ່ອັນກ້ວາງໃຫ່ຍ.
– ໃຫ້ປູກພືດຕາມເວລາ, ປະສົມລົງໃນດິນຖືກຕາມກຳນົດເວລາ ລໍຖ້າໃຫ້ເປື່ອຍດີ ແລ້ວຝຸ່ນຂຽວກໍ່ໃຊ້ການໄດ້.

4.ຄວນຈື່ໃສ່ໃຈ
ພາຍຫຼັງປະສົມຝຸ່ນຂຽວລົງໃນດິນ, ຢ່າລືມລໍຖ້າໃຫ້ມັນເປື່ອຍຢ່າງໜ້ອຍ 2-3 ອາທິດ ກ່ອນຈຶ່ງປູກພືດໄດ້ຢ່າປ່ອຍໃຫ້ ງົວ – ຄວາຍ ເຂົ້າໄປລົບກວນ ຫຼື ກິນພືດຝຸ່ນຂຽວ. ພືດທີ່ໃຊ້ເຮັດຝຸ່ນຂຽວມີຫຼາຍຊະນິດສາມາດເລືອກປູກໄດ້ ອີງຕາມເນື້ອທີ່ ແລະ ປະເພດຂອງດິນ.

ແຫຼ່ງທີ່ມາ: ຫ້ອງການພັດທະນາຊົນນະບົດຮອບດ້ານແຂວງ ວຽງຈັນ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:
ຕິດຕໍ່:

ໝາກແໜ່ງແດງ

ຊື່ສາມັນ:  ໝາກແໜ່ງແດງ

ຊື່ວິທະຍາສາດ:  Amomum villosum Lour.

ຊື່ພາສາອັງກິດ:

ລັກສະນະພັນພືດ:  ສູງປະມານ 1-3 ແມັດ, ໃບມີລັກສະນະເປັນຮູບຫອກ, ຊໍ່ດອກເກີດຈາກເຫົ້ງາໃນພື້ນດິນ, ກີບດອກ ແລະ ເກສອນຜູ້ເປັນໝັນສີຂາວ, ໝາກແຫ້ງສີນໍ້າຕານ.

ສະພາບແວດລ້ອມ:  ພື້ນທີ່ສູງລະດັບ 100-800 ແມັດຈາກລະດັບໜ້ານໍ້າທະເລ.

ການນຳໃຊ້:

ແຫຼ່ງທີ່ມາ:

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

Tel: (856) 21 770094

Fax: (856) 21 770892

Email: vongvilay7566@gmail.com

ການລ້ຽງຫອຍຈູບ

ຢູ່ບ້ານເຮົານິຍົມກັນປູກຝັງ ແລະ ລ້ຽງສັດຢ່າງແຜ່ຫຼາຍ ບໍ່ວ່າຈະເປັນຊານເມືອງ ຫຼື ຊົນນະບົດແຕ່ກໍ່ບໍ່ຄ່ອຍເຫັນຄົນລ້ຽງຫອຍຈູບທັງທີ່ວ່າຫອຍຈູບກໍ່ເປັນອາຫານຊະນິດໜຶ່ງທີ່ຄົນເຮົາບໍລິໂພກກັນ ມີລົດຊາດແຊບ, ຫອຍຊະນິດນີ້ລ້ຽງງ່າຍ ແລະ ມີຄວາມຕ້ານທານພະຍາດ ແລະ ດິນຟ້າອາກາດໄດ້ດີ ສາມາດສະໜອງອາຫານໃຫ້ແກ່ຄອບຄົວ, ສາມາດຂາຍເພື່ອສ້າງລາຍຮັບໄດ້ອີກດ້ວຍ.
I.ວິທີການລ້ຽງຫອຍ
ການລ້ຽງຫອຍຢູ່ບ້ານເຮົາຖືໄດ້ວ່າມີຄວາມເໝາະສົມຫຼາຍເພາະວ່າສາມາດລ້ຽງຮ່ວມກັບສັດອື່ນໄດ້ ແລະ ຍັງມີຫຼາຍພື້ນທີ່ໆມີສະພາບເໝາະສົມຕໍ່ການລ້ຽງດັ່ງນັ້ນການລ້ຽງຫອຍຈຶ່ງສາມາດລ້ຽງໄດ້ 3 ວິທີຄື: ການລ້ຽງໃນກະຊັງ, ການລ້ຽງໃນຮ່ອງ ແລະ ການລ້ຽງໃນໜອງ.

1.2. ແບບທີ່ 2
ກະຊັງທີ່ເຮັດດ້ວຍໜ່າງຂຽວ ຂະໜາດຂອງກະຊັງຂື້ນຢູ່ກັບຄວາມເໝາະສົມ ຖ້າກະຊັງຂະໜາດ 10 ມ ນຳກະຊັງໄປວາງໃນໜອງດິນໃຫ້ຂອບກະຊັງຢູ່ເໜືອລະດັບນ້ຳ 10-80 ຊມ ໃສ່ກ່າງໝາກພ້າວປະມານ 2-8 ກ່າງເພື່ອໃຫ້ຫອຍໄດ້ເກາະອາໄສ ຈາກນັ້ນເລືອກເອົາຫອຍຈູບທີ່ມີອາຍຸໄດ້ 15 ມື້ ມາລ້ຽງໂດຍອັດຕາການປ່ອຍແມ່ນ 300-500 ໂຕ/ກະຊັງ, ໃຫ້ອາຫານສຳເລັດຮູບສຳລັບຫອຍ ເມື່ອລ້ຽງໄດ້ຮອດ 2 ເດືອນກວ່າ ກໍ່ເລີ່ມເກັບຫອຍເລືອກເອົາແຕ່ໂຕໃຫຍ່ໄປຂາຍເລື້ອຍໆ.
2. ການລ້ຽງໃນຮ່ອງ
ປ່ອຍຫອຍຈູບປະມານ 2 ກິໂລ ຕັດກ່າງພ້າວປະມານ 1-2 ມ ໃສ່ລົງໄປເປັນຈຸດໆໃຫ້ທົ່ວຮ່ອງ ເມື່ອກ່າງພ້າວເນົ່າເປື່ອຍ ຫຼື ມີໄຄຈັບຫອຍກໍ່ຈະມາຈັບ ແລະ ເກາະກັນເປັນອາຫານໂດຍບໍ່ຕ້ອງໃຫ້ອາຫານໃດໆໃຊ້ໄລຍະເວລາພຽງ 2 ເດືອນຈະໄດ້ຜົນຜະລິດທັງໝົດປະມານ 100 ກິໂລ ການລ້ຽງໃນຮ່ອງນີ້ຫອຍຈູບສາມາດຢູ່ນໍ້າໃນລະດັບ 10 ຊມ – 2 ມ ແລະ ມັກອາໄສຢູ່ໃນນ້ຳນິ້ງ ຫຼື ນໍ້າໄຫຼບໍ່ແຮງ.

3. ການລ້ຽງໃນໜອງສະ
ສາມາດລ້ຽງຮ່ວມກັບປາຊະນິດອື່ນໆໄດ້ ໂດຍນຳຫອຍທີ່ມີຂະໜາດເໝາະສົມປ່ອຍລົງໃນໜອງສະແລ້ວຖີ້ມກ່າງໄມ້, ກ່າງພ້າວ ໂດຍການວາງເປັນຈຸດຕາມຄວາມເໝາະສົມຈາກນັ້ນກໍ່ໃຫ້ອາຫານປາຕາມປົກກະຕິ, ເສດອາຫານ, ຂີ້ປາ ຈະເປັນອາຫານຂອງຫອຍ ຫຼັງຈາກນັ້ນທຸກໆ 2 ເດືອນກໍ່ເລີ່ມເກັບຫອຍຂາຍໄດ້.

II. ການເກັບເອົາຫອຍ

ຫອຍຈູບສາມາດເກັບໄດ້ງ່າຍ ໂດຍຍົກກ່າງພ້າວ ແລະ ກ່າງໄມ້ ຫຼື ຍົກກະຊັງຂື້ນມາຈະເຫັນຫອຍຈັບຢູ່ບໍລິເວນດັ່ງກ່າວ ແລະ ສາມາດເກັບເອົາຫອຍໄດ້ຕາມຂະໜາດ ແລະ ຈຳນວນທີ່ຕ້ອງການ ສ່ວນວິທີເກັບຫອຍທີ່ລ້ຽງໃນຮ່ອງຕ້ອງໄດ້ໃຊ້ເຂິງ ຫຼື ຫວີງຕັກເອົາ , ການເກັບຫອຍທີ່ລ້ຽງໃນໜອງແບບງ່າຍໆພຽງແຕ່ຖີ້ມຢາງຕີນລົດຈັກລົງໄປໃນໜອງທີ່ລ້ຽງຫອຍ ແລ້ວຫອຍກໍ່ຈະມາຈັບຈົນເຕັມຊ່ວນໃຫ້ເຮົາປະຢັດເວລາພ້ອມທັງສະດວກນຳອີກ.

ແຫຼ່ງທີ່ມາ: ອານຸສອນ ໄຊຍະລາດ

ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ

ຂໍ້ມູນເພີມຕື່ມ:

ຂໍ້ມູນເຕັກນິກ:

ວີດີໂອ:

ຕິດຕໍ່:

ການປູກສະຕໍເບີລີ

https://sites.google.com/site/karkestr01/kar-pluk-phl-mi

1. ການປູກສະຕໍເບີລີ
ສະຕໍເບີລີ ຈັດເປັນພືດເສດຖະກິດຊະນິດຫນຶ່ງທີ່ມີການປູກຢ່າງຫລວງຫລາຍ ໃນໂລກສາມາດພົບໄດ້ເກືອບທຸກປະເທດຕັ້ງແຕ່ແຖບຂົ້ວໂລກເຫນືອລົງມາເຖິງ ພື້ນທີ່ໃນເຂດຮ້ອນເຊິ່ງມີຄວາມແຕກຕ່າງກັນທັງສະພາບພູມີອາກາດ ແລະ ປະເພດດິນຫມາກສະຕໍເບີລີມີລົດຊາດແຊບ ແລະ ເປັນທີ່ຮູ້ຈັກກັນໂດຍທົ່ວໄປ.

2. ລັກສະນະ ແລະ ຄວາມສຳຄັນ.
ສະຕໍເບີລີຈັດເປັນພືດຫລາຍປີໂດຍທົ່ວໄປຈະປູກປີດຽວແລ້ວຈະປູກ ຄືນ ໃຫມ່ໃນປີຕໍ່ໄປ, ການຈະເລີນເຕີບໂຕແຕກແຫນງເລືອເປັນພຸ່ມສູງຈາກຫນ້າດິນ 15-20 ຊັງຕີແມັດ, ຊົງພຸ່ມກວ້າງ 20-30 ຊັງຕີແມັດ, ລະບົບຮາກສ່ວນໃຫຍ່ຢູ່ລະດັບເລິກຈາກຫນ້າດິນປະມານ 30 ຊັງຕີແມັດ, ລຳຕົ້ນຍາວ 2,5 ຊັງຕີແມັດ, ຄວາມຍາວຂອງກ້ານໃບຂຶ້ນກັບແນວພັນ. ຫມາກສະຕໍເບີລີໃຫ້ຄຸນຄ່າທາງອາຫານປະກອບດ້ວຍ: ໂປຣຕີນ 1 ກຣາມ, ໄຂມັນ 0,6 ກຣາມ, ແຄນຊຽມ 22 ມີລີກຣາມ, ທາດແປ້ງ 11 ກຣາມ, ທາດເຫລັກ 0,6 ມີລີກຣາມ, ວິຕາມິນອາ 42 ໄອຢູ (IU), ວິຕາມິນເຊ 90 ມີລີກຣາມ, ໂປຕັດຊຽມ 262 ມີລີກຣາມ.
3. ການກຽມດິນຮ່າຍເບົ້າ.
ດິນທີ່ນຳມາຮ່າຍໃສ່ເບົ້າປະກອບດ້ວຍອັດຕາສ່ວນຄື: ດິນຊັ້ນຫນ້າ 3 ສ່ວນ, ຊາຍ 2 ສ່ວນ ແລະ ຝຸ່ນຄອກ 1 ສ່ວນ ມາປະສົມເຂົ້າກັນໃຫ້ລະອຽດຂະຫນາດຂອງເບົ້າທີ່ເຫມາະສົມແມ່ນ 10 x 15 ຊັງຕີແມັດ.
4. ການກຽມແນວພັນ.
ເບ້ຍສະຕໍເບີລີ ທີ່ນຳມາຊຳໃສ່ເບົ້າແມ່ນໄດ້ຈາກເບ້ຍທີ່ເກີດຈາກແຫນງຕົ້ນເດີມ ມີອາຍຸປະມານ 30 ມື້, ຄວນເລືອກເອົາເບ້ຍສະຕໍເບີລີທີ່ແຂງແຮງດີກ່ອນນຳເບ້ຍສະຕໍເບີລີມາຊຳຄວນລິໃບອອກໃຫ້ເຫລືອໄວ້ປະມານ 3-5 ໃບແລ້ວນຳໄປຮັກສາໄວ້ໃນເຮືອນຮົ່ມທີ່ໄດ້ຮັບແສງແດດປະມານ 50% ຄວນຫົດນ້ຳ 2 ຄັ້ງຄື: ຕອນເຊົ້າ ແລະ ຕອນແລງ ຈົນຮອດ 2 ອາທິດ ຫລັງຈາກນັ້ນໃຫ້ຫົດ 1 ຄັ້ງຕໍ່ມື້. ເມື່ອເບ້ຍໄມ້ມີອາຍຸໄດ້ 30 – 45 ມື້ ກໍ່ສາມາດນຳໄປປູກໄດ້.
5. ການກຽມເນື້ອທີ່ປູກ.
ຄວນເຮັດເປັນຫນານເຊິ່ງມີຄວາມກວ້າງ 80 ຊັງຕີແມັດ, ຄວາມສູງ 20-25 ຊັງຕີແມັດ ຈາກຫນ້າດິນ, ສ່ວນຄວາມຍາວຂອງຫນານແມ່ນອີງຕາມເນື້ອທີ່. ຖ້າເປັນພື້ນທີ່ຄ້ອຍຊັນຕ້ອງສ້າງຫນານໄປຕາມແນວລະດັບເພື່ອກຳຈັດ ເຊື້ອພະຍາດ ແລະ ປັບລະດັບຄວາມເປັນກົດເປັນດ່າງ (pH) ໃນດິນ, ໃຫ້ເອົາປູນຂາວຫວ່ານໃສ່ຫນານໃນອັດຕາ 40 – 50 ກຣາມຕໍ່ຕາແມັດ. ຫລັງຈາກນັ້ນ, ໃຫ້ເອົາແກບໃສ່ໃນອັດຕາ 1,2 ກິໂລຕໍ່ຕາແມັດ ແລະ ຝຸ່ນຄອກ (ມູນສັດ) 1,2-1,6 ກິໂລຕໍ່ຕາແມັດຫວ່ານໃສ່ຫນານແລ້ວຄາດໃຫ້ເຂົ້າກັບດິນ.

http://farmfriend.blogspot.com/2015/03/blog-post_28.html

6. ການປູກ.
ຄວນເລີ່ມຕົ້ນປູກໃນເດືອນ ກັນຍາ ຫາ ເດືອນຕຸລາ ຂະຫນາດຂອງຂຸມປູກຄວນເລິກປະມານ 20 ຊັງຕີແມັດ ແລະ ຄວາມກວ້າງ 15 ຊັງຕີແມັດ, ໄລຍະຫ່າງການປູກລະຫວ່າງຕົ້ນ 25-30 ຊັງຕີແມັດ, ແຖວ 45-50 ຊັງຕີ ແມັດ, ປູກ 2 ແຖວຄູ່, ເບ້ຍທີ່ນຳມາປູກຕ້ອງແຂງແຮງດີ. ກ່ອນເອົາເບ້ຍລົງຂຸມໃຫ້ຈີກຖົງຢາງອອກບໍ່ໃຫ້ເບົ້າດິນແຕກ ຫລັງຈາກປູກໄດ້ 2-3 ມື້ ໃຫ້ເອົາເຟືອງ ຫລື ຜ້າຢາງປົກ ເພື່ອຄຸມວັດສະພືດ ແລະ ຮັກສາຄວາມຊຸ່ມໃນດິນໄລຍະ 3 ອາທິດຫລັງປູກຄວນໃຫ້ນ້ຳ 1 ຄັ້ງຕໍ່ມື້ ຫລື ຈາກນັ້ນຄວນໃຫ້ນ້ຳ 2-3 ຄັ້ງຕໍ່ອາທິດ.

7. ການບົວລະບັດຮັກສາ.
ຄວນເສຍຫຍ້າ 1-2 ຄັ້ງຕໍ່ເດືອນ, ການໃສ່ຝຸ່ນຫລັງຈາກເສຍຫຍ້າໃຫ້ໃສ່ຝຸ່ນເລ່ງ (ຢູເຣຍ) ສູດ 46-00-00 2 ຄັ້ງຕໍ່ເດືອນ ໃນອັດຕາ 6 ກຣາມຕໍ່ຕາແມັດ ແລ້ວຫົດນ້ຳໃຫ້ທົ່ວ. ເມື່ອອາຍຸໄດ້ 120 ມື້ ຫລັງຈາກປູກໃຫ້ໃສ່ຝຸ່ນສູດ 15-15-15 ໃນອັດ¬ຕາ 38 ກຣາມຕໍ່ຕາແມັດ ໃສ່ອ້ອມຊົງພຸ່ມເພື່ອເລ່ງໃຫ້ການອອກດອກ ແລະ ຫມາກຫລາຍ.

8. ແມງໄມ້ສັດຕູພືດ.
ເນື່ອງຈາກວ່າສະຕໍເບີລີ ເປັນໝາກໄມ້ທີ່ກິນໝາກສົດ ເລື່ອງການໃຊ້ສານເຄມີຈຶ່ງບໍ່ຢາກແນະນໍາໃຫ້ໃຊ້ສານສະກັດຊີວະພາບເຊັ່ນ. ນໍ້າສົ້ມວັນໄມ້ ສານສະກັດຈາກຕົ້ນກະເດົາ ແລະ ສານຊີວະພາບອື່ນໆ ສີດພົ່ນທຸກໆ 5-7 ວັນ. ຫາກພົບວ່າມີການລະບາດບໍ່ຫຼາຍ ຄວນຈັບໝອນແມງມາທໍາລາຍຖີ້ມ ສ່ວນແມງ ແລະ ສັດອື່ນໆ. ທີ່ພົບດຸໃນໝາມປູກໄດ້ແກ່ໝອນ ແລະ ຫອຍຫາກ.
9. ໂລກພືດ.
ໂລກທີ່ສໍາຄັນ ໄດ້ແກ່ ໂລກໃບຈຸດ, ໂລກໃບໄໝ້, ຕົ້ນເໝົ່າ. ທີ່ເກີດຈາກເຊື້ອໄວລັດ ໂລກເລົ່ານີ້ສາມາດປ້ອງກັນໄດ້ໂດຍໃຊ້ຕັ້ນພັນທີ່ປອດໂລກ ແລະ ໝັ້ນດູແລຕັດແຕ່ງໃບທີ່ເປັນໂລກ ແລະ ໃບແກ່ອອກຢູ່ສະໝໍ່າສະເໝີ ຈັດການໝາມໃຫ້ໂປ່ງໂລ່ງ ມີການຖ່າເທອາກາດດີ ເພື່ອບໍ່ໃຫ້ເປັນແຼ່ງສະສົມເຊື້ອໂລກ.

10. ການເກັບຫມາກ.
ເມື່ອສັງເກດເຫັນຫມາກສະຕໍເບີລີມີສີແດງປະມານ 70% ກໍ່ສາມາດເກັບຫມາກໄດ້ຫມາກທີ່ເກັບຄວນໃຫ້ມີຂວັ້ນ ຕິດມານຳ ແລະ ຄວນເກັບຫມາກໃນຕອນເຊົ້າ ຫລື ຕອນແລງ ເພື່ອປ້ອງກັນບໍ່ໃຫ້ຫມາກຊ້ຳບໍ່ຄວນໃຫ້ຫມາກຖືກແສງ ແດດດົນກວ່າ 10-15 ນາທີ ແລະ ບໍ່ຄວນໃຫ້ມັນເຕັງກັນຫລາຍຖ້າເຮົາປະຕິບັດການປູກຕາມຂັ້ນຕອນຈະໄດ້ຜົນຜະລິດປະມານ 200-500 ກຣາມຕໍ່ຕົ້ນ.

11. ການບັນຈຸ ແລະ ການຂົນສົ່ງ.
ບັນຈຸໃສ່ໂຟມ, ຖົງຢາງ ຫລື ຖົງເຈ້ຍແຂງເພື່ອຫລຸດຜ່ອນການເສຍຫາຍໃນເວລາຂົນສົ່ງການເກັບຮັກສາຕ້ອງເກັບໄວ້ ໃນອຸນຫະພູມ 1 – 2 ອົງສາເຊ ຄວນມີຄວາມຊຸ່ມໃນຫ້ອງທີ່ເກັບປະມານ 85 – 90%.

ຮຽບຮຽງໂດຍ: ເດືອນເພັງ ສີຫາລາດ
ໝວດໝູ່: ການປູກພືດ

ແຫຼ່ງຂໍ້ມູນ https://www.rakbankerd.com/agriculture/page.php?id=9421&s=tblplant

ຂໍ້ມູນເພີມຕື່ມ:

ຂໍ້ມູນແນວພັນ:

ວິດີໂອ:

ຕິດຕໍ່:

1 4 5 6 7 8 12