ການລ້ຽງຕັກກະແຕນ

I. ລັກສະນະທົ່ວໄປ
ຕັກກະແຕນເປັນແມງໄມ້ຊະນິດໜຶ່ງ ທີ່ມີປາກແບບກັດກິນຕັ້ງແຕ່ໄລຍະໂຕອອ່ນຈົນເຖິງໂຕແກ່, ມີຕາໃຫຍ່, ມີໜວດເປັນແບບເສັ້ນດ້າຍ, ມີປີກຄູ່ໜ້າຄືໜັງ ແລະ ປີກຄູ່ຫຼັງບາງໃສ, ຢູ່ໃຕ້ປີກຄູ່ໜ້າມີ 2 ຄູ່ ແລະ ຄູ່ຂາຫຼັງໄວ້ໂດດ, ສ່ວນການຈະເລີນເຕີບໂຕແມ່ນຈະປ່ຽນແປງໄປເທື່ອລະໜ້ອຍ, ໂຕອອ່ນຈະບໍ່ມີປີກ ແລະ ຈະລອກຄາບ ຫຼື ຈະເລີນເຕີບໂຕຈົນເຕັມໄວເມື່ອມີການລອກຄາບເທື່ອສຸດທ້າຍ, ສ່ວນການວາງໄຂ່ແມ່ນມີລັກສະນະແຕກຕ່າງກັນໄປ ມີທັງແບບດ່ຽວ ແລະ ແບບກຸ່ມທີ່ສາມາດວາງໄດ້ທັງໃນດິນ ແລະ ໃບພືດ.
II. ຂັ້ນຕອນການລ້ຽງຕັກກະແຕນ
1. ການເລືອກສະຖານທີ່
ຄວນເປັນບ່ອນຮົ່ມ ມີຫຼັງຄາກັນແດດ ແລະ ຝົນ, ມີແສງແດດສ່ອງໃນຍາມເຊົ້າ ແລະ ຕອນຄ້າຍແລງ.
2. ວິທີລ້ຽງ
ວິທີທີ່ 1:
ລ້ຽງໃນກົງມຸ້ງນີຫຼົງ ຂະໜາດ ກ້ວາງ ຍາວ ສູງ ປະມານ 25x35x25 ຊມ ໂດຍໃຊ້ລວດຂະໜາດ 2 ຫຸນຕັດເປັນໂຄ້ງ 4 ລ່ຽມ ແລ້ວປະກອບເຂົ້າກັນ ຈາກນັ້ນໃຊ້ສາຍຢາງສີຂາວໃສຂະໜາດເສັ້ນຜ່າສູນກາງ 1 ຊມ ທີ່ສາມາດຖອດເຂົ້າອອກໄດ້, ໃຊ້ຜ້າມຸ້ງຂາວບາງຫຸ້ມກົງ ແລະ ບໍລິເວນປາກປະຕູເພື່ອບໍ່ໃຫ້ຕັກກະແຕນດີດອອກໃນເວລາປິດເປີດ ທາງພື້ນຂອງກົງຕອງປູດ້ວຍເຈ້ຍກະດາດ ສາມາດລ້ຽງຕັກກະແຕນໄວອອ່ນຈົນເຖິງໄວ 5 ໄດ້ປະມານ 300 ໂຕ ແຕ່ເມື່ອຕັກກະແຕນເຂົ້າໄວ 5 ຫຼື ເມື່ອອາຍຸປະມານ 1 ເດືອນ ເມື່ອສັງເກດເຫັນວ່າຕັກກະແຕນແອອັດກັນຫຼາຍໃຫ້ລຸດຈຳນວນລົງເຄິ່ງໜຶ່ງກໍ່ໄດ້.

ວິທີທີ່ 2:
ການລ້ຽງໃນກົງທີ່ເຮັດດ້ວຍໂຄງອະລູມີນຽມທີ່ມີຂະໜາດ ກ້ວາງ ຍາວ ສູງ ປະມານ 60x60x60 ຊມ ຂາກົງສູງປະມານ 15 ຊມ, ອອ້ມກົງດ້ວຍມຸ້ງລວດ ສ່ວນປະຕູດ້ານໜ້າມີ 2 ຊັ້ນຄື: ຊັ້ນເທິງເຮັດເປັັນປະຕູປູລວດມີຫູຈັບ ແລະ ຊັ້ນລຸ່ມເປັນປະຕູທຶບເພື່ອປ້ອງກັນບໍ່ໃຫ້ຕັກກະແຕນບິນອອກຂະນະປິດເປີດ, ສ່ວນພື້ນກົງປູດ້ວຍລວດຕາໜ່າງ ແລະ ມີີລີ້ນຊັກສູງ 10 ຊມ ສາມາດຖອນເຂົ້າອອກໄດ້ເພື່ອຮອງຮັບຂີ້ຕັກກະແຕນອອກອານາໄມ ຖ້າສ້າງກົງລວດແບບນີ້ໃຊ້ລ້ຽງຕັກກະແຕນໄວ 5 ຂື້ນໄປໄດ້ 2000-2500 ໂຕ ໂດຍໃນຕອນທໍາອິດອາດຈະລ້ຽງຕັກກະແຕນໄວອອ່ນໃນກົງມຸ້ງນີຫຼົງກ່ອນກໍ່ໄດ້.

3. ການໃຫ້ອາຫານ
ໃຊ້ຕຸກນ້ຳທີ່ມີຂະໜາດຂະໜາດ 1-1,5 ລິດ ແລ້ວຕັດຄໍອອກສໍາລັບໄວ້ໃສ່ຕົ້ນກະລົດໄວ້ເປັນອາຫານຂອງຕັກກະແຕນ ຄວນໃຊ້ຕົ້ນກະລົດສົດໃຫ້ຕັກກະແຕນກິນໄດ້ຫຼາຍຂື້ນໂດຍການປ່ຽນທຸກວັນ ຫຼັງຈາກໄວ 5 ຕ້ອງໃຫ້ອາຫານມື້ລະ 2 ເທື່ອ ແລະ ໃຫ້ອາຫານເສີມດ້ວຍຮຳເຂົ້າ, ສາລີ ມື້ລະເທື່ອ ສ່ວນການໃຫ້ນ້ຳແມ່ນໃຊ້ຈານດິນ ແລະ ເອົາກ້ອນຫີນກັ້ນບໍ່ໃຫ້ຕັກກະແຕນຕົກນ້ຳ.
4. ການເຮັດຄວາມສະອາດ
ໃຫ້ອານາໄມກົງໂດຍການປ່ຽນເຈ້ຍກະດາດ ແລະ ອານາໄມຂີ້ຕັກກະແຕນທຸກໆມື້ ແລະ ລວມເຖິງການໃຫ້ອາຫານໂດຍສະເພາະແມ່ນຕົ້ນພືດ ແລະ ອານາໄມພາຊະນະໃສ່ນ້ຳ ແລະ ອາຫານທຸກມື້.
5. ສັດຕູຕັກກະແຕນ
ຕັກກະແຕນເປັນສັດຊະນິດໜຶ່ງທີ່ມີມົດເປັນສັດຕູຕົວຫຼັກທີ່ຈະເຂົ້າມາກິນໄຂ່ ແລະ ຕັກແຕນທີ່ລອກຄາບໃໝ່ໆ ຍັງບໍ່ທັນແຂງແຮງ, ການປ້ອງກັນໂດຍໃຊ້ຢາກັນມົດ ແລະ ການເຮັດຄວາມສະອາດຖ້າເປັນກົງມຸ້ງລວດລະວັງ ບໍ່ໃຫ້ມີເສດຫຍ້າຕົກເຮ່ຍຢ່ອດລົງພື້ນອັນຈະເປັນສາຍເຊື່ອມຕໍ່ໃຫ້ມົດເຂົ້າໃນກົງ, ນອກນັ້ນຍັງມີແມງມຸມ, ບົ້ງ, ນົກ ແລະ ໜູທີ່ເປັນສັດຕູຂອງຕັກກະແຕນ.

6. ການເລືອກພໍ່ ແລະ ແມ່ພັນ
ໃນການຂະຫຍາຍພັນຄວນເລືອກຕົວທີ່ມີຂະໜາດໃຫຍ່, ມີຄວາມສົມບູນ ແຂງແຮງ ຈາກນັ້ນໃຫ້ນຳເອົາ ພໍ່-ແມ່ພັນ ໃສ່ໃນກົງປະສົມພັນ ແລະ ໃຫ້ມີການປະສົມພັນຂ້າມກົງເພື່ອຫຼີກເວັ້ນການເສື່ອມຖອຍອັນເກີດຈາກປະສົມເລືອດຊິດ, ພາຊະນະວາງໄຂ່ໃຊ້ກະຕຸກນ້ຳອັດລົມຂະໜາດ 1,25 ລິດ ໃຫ້ຕັດເອົາແຕ່ກົ້ນຕຸກທີ່ມີຄວາມສູງ 10 ຊມ ໃສ່ດິນລ້ວນປົນຊາຍ ແລ້ວໃຫ້ນ້ຳພໍຊຸ່ມໆ ເມື່ອຕັກແຕນວາງໄຂ່ນຳຕຸກດິນທີ່ມີໄຂ່ອອກມາ ຕັກແຕນມີການປະສົມພັນ 9-15 ເທື່ອ ແລະ ວາງໄຂ່ 3-4 ເທື່ອ.
7. ການລ້ຽງຕັກແຕນໄວອອ່ນ ແລະ ຫຼັງໄວອອ່ນ
ໄວ 1 ຫາໄວ 5 ໃນກົງມຸ້ງນີຫຼົງໃຊ້ເວລາປະມານ 35 ວັນ ເມື່ອເຂົ້າໄວ 5 ເຊິ່ງຈະສັງເກດໄດ້ຈາກແຜ່ນອານມ້າທີ່ສັນຫຼັງແຫຼມເປັບຮູບຕົວ V ມີສີເຫຼືອງອອ່ນ ຫຼື ສີນ້ຳເງີນ, ຄາດໜ້າແຖບມີສີຈຸດດຳລຽງເປັນແນວ ແລ້ວຖ້າຈະລ້ຽງໃນມຸ້ງນີຫຼົງຕໍ່ໄປຈະຕ້ອງຫຼຸດຈຳນວນລົງເຫຼືອເຄິ່ງດຽວ ຈາກທີ່ລ້ຽງໃນຕອນທຳອິດ ຫຼື ຈະຍ້າຍເຂົ້າມາລ້ຽງໃນກົງມຸ້ງລວດກໍ່ໄດ້, ລ້ຽງຕໍ່ໄປອີກປະມານ 17-26 ວັນ ຕັກກະແຕນຈະລອກຄາບເປັນໂຕເຕັມໄວ, ໂຕອອ່ນເພດຜູ້ມີ 6 ໄວ ແລະ ໃຊ້ເວລາໜ້ອຍກວ່າເພດແມ່ປະມານ 53 ວັນ, ສ່ວນໂຕອອ່ນເພດແມ່ມີ 7 ໄວ ຈະໃຊ້ເວລາ 61.8 ວັນ ຈຶ່ງຈະເຕີບໂຕເຕັມໄວໄດ້.

ເກັບຕັກກະແຕນເມື່ອຕຸ່ມປີກຂອງໂຕອອ່ນໃຫຍ່ມາຕຳກັນທີ່ບໍລິເວນສັນຫຼັງກາງລຳໂຕຍາວຄຸມເຖິງສ່ວນທ້ອງປ້ອງທີ່ 3 ສະແດງວ່າເປັນໄວສຸດທ້າຍກ່ອນລອກຄາບອອກເປັນໂຕເຕັມໄວ, ເມື່ອເປັນໂຕເຕັມໄວໃຫ້ເກັບຕັກແຕນໂດຍຈັບຂາຫຼັງສຸດເຂົ້າກັນເພື່ອປ້ອງກັນບໍ່ໃຫ້ມັນດີດໃສ່ເວລາຈັບ.

          

 

ແຫຼ່ງທີ່ມາ: ອານຸສອນ ໄຊຍະລາດ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:

ຕິດຕໍ່: