ການປູກຖົ່ວດິນໃນນາ
ຖົ່ວດິນເປັນພືດຕ້ອງການນໍ້າໜ້ອຍ ນອກຈາກການເຮັດນາປີແລ້ວສໍາຫຼັບພື້ນທີທີ່ມີນໍ້າໜ້ອຍບໍ່ພຽງພໍຕໍ່ການເຮັດນາແຊງໄດ້ ຫຼື ມີພໍກໍ່ດີຖ້າບໍ່ເຮັດນາບໍ່ຄວນປ່ອຍໃຫ້ດິນເປົ່າຫ່ວາງຢູ່ລ້າຫຼາຍເດືອນຖ້າຄິດໄລ່ເປັນມູນຄ່າແລ້ວແມ່ນເສຍເປົ່າ ສະນັ້ນຊາວນາທຸກຄົນຄວນໃຊ້ພື້ນທີ່ຂອງໂຕເອງໃຫ້ເກີດປະໂຫຍດ, ຫຼັງຈາກເກັບຜົນຜະລິດແລ້ວກໍ່ນໍາເອົາຕົ້ນຖົ່ວໄປລ້ຽງສັດ ຫຼື ຈະໄຖປົກໄວ້ໃນນາເລີຍກໍ່ຍິ່ງດີເປັນການເພີມປຸຍດິນນາໃນໂຕ, ຖົ່ວດິນເປັນພືດນໍ້າມັນທີ່ມີອາຍຸສັ້ນໃຊ້ປະໂຫຍດໄດ້ຫຼາຍຮູບແບບແກ່ນສາມາດກິນໄດ້ໂດຍກົງໃນຫຼາຍຮູບແບບ ແລະຍັງສາມາດແປຮູບເປັນຜະລິດຕະພັນຕ່າງໆໄດ້ດ້ວຍ.
I. ສະພາບພື້ນທີ່ປູກ
ການປູກຖົ່ວດິນໃນລະດູແລ້ງຫຼັງຈາກການເຮັດນາສາມາດປູກໄດ້ 2 ສະພາບຄື:
– ຖ້າປູກໂດຍອາໄສນໍ້າຊົນລະປະທານປູກໃນເດືອນທັນວາ ຫາ ຕົ້ນເດືອນມັງກອນ ແລະ ສາມາດເກັບຜົນຜະລິດໄດ້ໃນເດືອນເມສາ ຫາ ເດືອນພຶດສະພາ.
– ຖ້າປູກໂດຍອາໄສຄວາມຊຸ່ມຊື່ນທີ່ມີໃນດິນປູກໃນເດືອນພະຈິກ ຫາ ເດືອນທັນວາ ເກັບຜົນຜະລິດໃນເດືອນກຸມພາ ຫາເມສາ.
II. ຂັ້ນຕອນ ແລະ ວິທີການປູກ
1. ການຕຽມດິນ:
ຫຼັງຈາກເຮັດນາແລ້ວກໍ່ຕັດຕໍເຂົ້າອອກໃຫ້ໝົດ ແລ້ວໄຖພວນດິນໃຫ້ລະອຽດ 1-2 ເທື່ອ ເລິກປະມານ 10-20 ຊມ ຕາກແດດໄວ້ 1-2 ອາທິດ, ຫຼັງຈາກນັ້ນກັບມາໄຖດິນຄືນອີກເທືອໜຶ່ງພ້ອມຄາດໃຫ້ລະອຽດ ແລະ ອາດຈະຍົກເຮັດເປັນຮ່ອງເພື່ອຊ່ວຍຮັກສາຄວາມຊຸ່ມຊື່ນໄວ້ໄດ້ນານ ແລະ ຖ້າເປັນການປູກໂດຍມີນໍ້າຊົນລະປະທານໃຊ້ກໍ່ຈະສະດວກໃນການປ່ອຍນໍ້າ.
2. ການຕຽມເມັດພັນ
ແກະແກ່ນຖົ່ວດິນອອກຈາກເປືອກເພື່ອເລືອກແກ່ນທີ່ສົມບູນ ແລະ ເພື່ອເຮັດໃຫ້ຕົ້ນພືດງອກໄວກວ່າການປູກທັງເປືອກ, ເມັດທີ່ຈະປູກຕ້ອງມີຄວາມງອກຫຼາຍກວ່າ 75 %.
3. ການປູກແກ່ນພັນລົງໃນດິນ
ຫຼັງຄັດເລືອກແກ່ນພັນໄດ້ແລ້ວກໍ່ນຳເອົແກ່ນພັນລົງປູກໃນໜານທີ່ຕຽມໄວ້ຈົກເປັນຂຸມເລິກ 10 ຊມ, ໄລຍະຫ່າງແຖວແມ່ນ 50×20 ຊມ, ຢອດແກ່ນພັນລົງໃນຂຸມ 3-5 ແກ່ນ ແລ້ວໃຊ້ດິນຖົມບາງໆ ເພື່ອຮັກສາຄວາມຊຸ່ມໃຫ້ແກ່ນງອກໄວຄວນໃຊ້ເຟືອງເຂົ້າປົກໜ້າດິນໄວ້ປະມານ 15 ມື້.
ຂໍ້ແນະນຳ : ເພື່ອໃຫ້ໄດ້ຜົົນຜະລິດທີ່ສູງຂໍ້ແນະນຳໃຫ້ໃຊ້ປຸຍສູດ 15-15-15 ; 12-24-12; 16-16-8 ຮອງພື້ນຂຸມໃສ່ລົງໄປພ້ອມກັບການຢອດແກ່ນເລີຍ ຫຼື ຫຼັງຈາກພືດແຕກງອກໄດ້ 15-20 ວັນເມື່ອກໍາຈັດວັດສະພືດແລ້ວກໍ່ໂຮຍຂ້າງຕົ້ນແລ້ວພວນດິນປົກໃສ່ຈຳນວນ 20-25 ກິໂລກຣາມ/ໄລ່ ເພື່ອຊ່ວຍເລັ່ງການຈະເລີນເຕີບໂຕຂອງຕົ້ນພືດ.
4. ພະຍາດ ແລະ ແມງໄມ້
ໃນຄວາມເປັນຈິງແລ້ວໃນການປູກຖົ່ວດິນໃນຊ່ວງລະດູແລ້ງຫຼັງຈາກເຮັດນາແລ້ວບໍ່ມັກມີບັນຫາເລື່ອງວັດສະພືດ ຫຼື ແມງໄມ້ເລີຍເພາະວ່າພື້ນດິນມີນໍ້າຂັງຕອນເຮັດນາ ຖ້າມີກໍ່ພະຍາດຫຼົກຮາກໜ້ອຍດຽວແນະນຳໃຫ້ຫຼົກຕົ້ນຖີ້ມກໍ່ພໍແລ້ວ ຫຼື ຖ້າຈະປ້ອງກັນກໍ່ໃຊ້ສານໄອໂປຣໄດໂອນ (50% wp) ແລະ ເມທາແລກຊີນ + ແມນໂຄເຊບ 72%wp ອັດຕາສ່ວນ 2,8 ແລະ 2,0 ປະສົມໃສ່ແກ່ນພັນ 1 ກິໂລ ກ່ອນປູກ, ໂດຍທົ່ວພະຍາດ ແລະ ແມງໄມ້ທີ່ສຳຄັນຂອງຖົ່ວດິນຈະມີ: ບົ້ງຫຸ້ມໃບ, ເພ້ຍອອ່ນຖົ່ວ, ເພ້ຍໄພ, ເພ້ຍຈັກຈັ່ນ, ແມງແດງ ແລະ ພະຍາດກົກຮາກເນົ່າ.
5. ການເກັບຜົນຜະລິດ
ເມື່ອອາຍຸຂອງຖົ່ວຮອດ 60 ວັນ ຄວນກວດສອບຜົນຜະລິດໂດຍການຫຼົກຕົ້ນຖົ່ວມາສັງເກດເບິ່ງທີ່ສີຂອງເປືອກແກ່ນ ແລະ ແກ່ນຖົ່ວວ່າເຕັມດີແລ້ວກໍ່ລົງມືຫຼົກຕົ້ນຖົ່ວເກັບເອົາແຕ່ໝາກສ່ວນລຳຕົ້ນ ແລະ ໃບແມ່ນໃຫ້ປະໄວ້ກາງນາເລີຍຫຼັງຈາກເກັບຜົນຜະລິດແລ້ວກໍ່ໄຖປົກເປັນປຸຍນາເວລາເຮັດນາປີລຸດຕົ້ນທຶນໄດ້ອີກດ້ວຍ ແລະ ເຂົ້າກໍ່ງາມ.
ແຫຼ່ງທີ່ມາ: ອອນອານົງ ວອນລະນະວົງ
ຜູ້ຮຽບຮຽງ: ລັດຕະນາ ໄຊຍະວົງ
ໝວດໝູ່: ພືດ
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວິດີໂອ:
ຕິດຕໍ່: