ໄມ້ຢາງບົງ
ຊື່ສາມັນ: ໄມ້ຢາງບົງ
ຊື່ວິທະຍາສາດ: Persea Kurjii.
ຊື່ພາສາອັງກິດ:
ລັກສະນະພັນພືດ: ຕົ້ນຢາງບົງເປັນໄມ້ຂະໜາດກາງ, ສູງ 10 -25 ແມັດ, ໜ້າຕ້າງ 10-45 ຊັງຕິແມັດ. ຕົ້ນບົງໂດຍອີງຕາມສີຂອງຢາງ, ສີຂອງເປືອກຊັ້ນໃນ ແລະ ສີຂອງກ້ານໃບ ( 1-2 ຊັງຕິແມັດ) ຂອງມັນ ສາມາດແຍກໄດ້ເປັນສອງຊະນິດຄຶ: ບົງຂາວ ແລະ ບົງແດງ. ເປືອກໜາປະມານ 0.5 ຊັງຕິແມັດ. ບົງຂາວມີໃບຂ້ອນຂ້າງມົນຄືຮູບໄຂ່ ມີຂະໜາດຍາວ 12-14 ຊັງຕິແມັດ ແລະ ກວ້າງ 6-7.5 ຊັງຕິແມັດ, ໃບຂອງບົງແດງຂ້ອນຂ້າງສ້ວຍຍາວ 15-25 ຊັງຕິແມັດ ແລະ ກວ້າງ 4-6 ຊັງຕິແມັດ, ດອກອອກເປັນຊໍ່, ໝາກມີແກ່ນດ່ຽວ ຊື່ງມີຂະໜາດເສັ້ນຜ່າສູນກາງ 0.5 ຊັງຕິແມັດ, ບັນດາຊະນິດພັນຕ່າງໆຂອງຕົ້ນບົງນີ້້ ແມ່ນຍັງບໍ່ທັນສາມາດຈໍາແນກໄດ້ຈະແຈ້ງເທື່ອ, ບາງຊະນິດຮຽກຕົ້ນບົງ ແຕ່ພັດຢູ່ຕະກູນຕ່າງກັນ ແລະ ບໍ່ໃຫ້ຢາງບົງ, ຊະນິດໄມ້ອື່ນໆ ທີ່ໃຫ້ເປືອກບົງລວມມີ: ບົງຂາວໃຫຍ່ (persea villosa), ບົງຂາວ (P.umbeltiflora ຫຼື Nothaphoebe umbeltiflora), ບົງແດງນ້ອຍ ( Actinodaphne cochichinensis ), ບົງຂາວນ້ອຍ (Machilus chinensis ), ບົງຂາວບົງໝີ່ ( Litsea monopetala ).
ສະພາບແວດລ້ອມ: ຕົ້ນຢາງບົງ ສາມາດພົບເຫັນໃນທົ່ວປະເທດ ແລະ ໃນທຸກປະເພດປ່າ ແລະ ປະເພດດິນຕ່າງໆ ທັງພົບໃນຫຼາຍປະເທດເຊັ່ນ : ອິນເດຍ, ມຽນມ້າ, ຫວຽດນາມ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ ແລະ ຟິລີບປິນ.
ການນຳໃຊ້: ເປືອກບົງມີຢາງນຸ້ມ ແລະ ທາດນໍ້າມັນຫອມ ນຳໃຊ້ເຮັດກະທູບ ຊຶ່ງໃຊ້ກັນທົ່ວໄປຕາມວັດ ຢູ່ໃນອາຊີຕາເວັນອອກສ່ຽງໃຕ້. ນອກນີ້ມັນຍັງຖືກນຳໄປໃຊ້ໃນສ່ວນປະສົມຕົ້ນຕໍໃນຢາອູດຍຸງ ແລະ ໃຊ້ຜະລິດກາວ ສຳລັບໃຊ້ໃນການຜະລິດແຜນກາກຕົງ ແລະ ໄມ້ອັດຕ່າງໆ. ເປືອກບົງສາມາດປະສົມກັບດິນ ເພື່ອເຮັດເປັນເບົ້າຫຼໍ່ພະ ແລະ ເຄື່ອງໃຊ້ໃນເຮືອນຕ່າງໆ. ຕົ້ນຢ່າງບົງທີ່ມອາຍຸ 6 ປີ ຂື້ນໄປຈິງສາມາດລອກເປືອກໄດ້ ແລະ ໜ້າຕ້າງທີ່ສາມາດເອົາເປືອກໄດ້ແມ່ນ 20-30 ຊັງຕີແມັດ.
ແຫຼ່ງທີ່ມາ:
ຂໍ້ມູນເພີມຕື່ມ:
ຂໍ້ມູນເຕັກນິກ:
ວີດີໂອ:
ຕິດຕໍ່: ສູນຄົ້ນຄົ້ນວິທະຍາສາດປ່າໄມ້ ບ້ານໂພນທອງ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ
Tel: (856) 21 770094
Fax: (856) 21 770892
Email: vongvilay7566@gmail.com