Monthly Archives: March 2019

ການປູກໝາກແຕງຮ້ານອິນຊີ

1. ການກຽມດິນ: ໄຖພວນ ແລະ ຕາກດິນໃຫ້ແຫ້ງກ່ອນ 7 ວັນເພື່ອກຳຈັດໄຂ່ແມງສັດຕູພືດໃນດິນ ແລະ ຂ້າເຊື້ອໂລກໃນດິນ ຈາກນັ້ນໄຖຍົກຮ່ອງເພື່ອສະດວກໃນການປູກ ແຕ່ລະຮ່ອງຈະແບ່ງກາງຮ່ອງເພື່ອໃສ່ຝຸ່ນຄອກ ແລະ ຫຍໍ້າໃຫ້ເຈົ້າກັນ ຈາກນັ້ນຈຶ່ງນຳຜ້າພຣາສາຕິກຄຸມໜາເຈາະຮູສຳລັບປູກ ວາງສາຍຍາງເພື່ອໃຫ້ນໍ້າທຸກໜານ ແລະ ເຈາະຮູໃຫ້ຊື່ກັບຂຸມ.
2. ວິທີການປູກ: ການປູກເຮັດໄດ້ 2 ວິທີ ຄື ກ້າແກ່ນກ່ອນ ຫຼື ນຳແກ່ນລົງໃນໜານປູກໂດຍກົງ ຂຸມລະ 1-2 ແກ່ນ.


– ການເຮັດຄັ້ງ: ເມື່ອແກ່ນງອກ ແລະ ແຂງແຮງດີແລ້ວຈຶ່ງສຽບຄັ້ງ ຫຼື ໄມ້ຫຼັກພ້ອມກັບດຶງເຊືອກ ຫຼື ລວດເປັນແນວຊື່ຫຍ່ອນລົງມາ ຫຼື ຈະຊື້ ຕາໜາງທີ່ມີຂາຍໃນຕະຫຼາດທົ່ວໄປມາດຶງແທນກໍ່ໄດ້ເພື່ອເຄືອແຕງຍືດເກາະ ແລະ ຊ່ວຍໃຫ້ສະດວກເວລາເກັບຜົນຜະລິດ


– ການໃຫ້ນໍ້າ: ຫຼັງຈາກປູກແລ້ວ ຈະຫົດນໍ້າໃຫ້ຊຸ່ມເພື່ອເລັ່ງການງອກ ໄລຍະທໍາອິດໃຫ້ຫົດນໍ້າເຊົ້າ-ແລງຫຼັງຈາກປູກປະມານ 7 ວັນ ໃຫ້ຫົດນໍ້າມື້ ລະເທື່ອຈະເປັນຕອນເຊົ້າ ຫຼື ແລງກະໄດ້.ເມື່ອໝາກແຕງເລີ່ມອອກດອກຈະສິດບໍາລຸງຮໍໂມນໄຂ່ ຮໍໂມນນົມເພື່ອບໍາງລຸງດອກ ແລະ ກະຕຸ້ນການຈັບໝາກ
– ການໃສ່ຝຸ່ນ: ຫຼັງຈາກໝາກແຕງແຕກໃບໄດ້ 1 ອາທິດ ໃຫ້ສິດບໍາລຸງດ້ວຍນໍ້າໝັກປາແດກປະສົມກັບນໍ້າໝັກໜໍ່ກ້ວຍໂດຍໃຊ້ຈຸລິນຊີໜໍ່ກ້ວຍ 30 ຊີຊີ/ນໍ້າ 20 ລິດ ແລະ ນໍ້າໝັກປາແດກ 30ຊີຊີ/ນໍ້າ 20ລິດ ປະສົມກັນສິດພົ່ນໃຫ້ທົ່ວ.
ຮໍໂມນນົມ ແລະ ຮໍໂມນໄຂ່ບໍາລຸງດອກ ບໍາງລຸງໝາກການໃຊ້ຮໍໂມນໄຂ່ ແລະ ຮໍໂມນນົມຮ່ວມກັນໃນຊ່ວງແຕງເລີ່ມອອກດອກ ຈະໃຊ້ຮໍໂມນໄຂ່ອັດຕາ 80 ຊີຊີ ຮໍໂມນນົມ 80 ຊີຊີ ແລະ ນໍ້າ 20 ລິດ ປະສົມໃຫ້ເຂົ້າກັນນໍາໄປສິດພົ່ນໃຫ້ທົ່ວ.
ເມື່ອແຕງອາຍຸໄດ້ 20-28 ວັນ ຈະເລີ່ມອອກໝາກຈະໃຊ້ຮໍໂມນບໍາງລຸງ ໂດຍໃຊ້ຮໍໂມນໄຂ່ 40 ຊີຊີ,ຮໍໂມນນົມ 40 ຊີຊີ,ນໍ້າໝັກໝາກໄມ້ 40 ຊີຊີ,ນໍ້າໝັກປາແດກ 40 ຊີຊີ ນໍ້າ 20 ລິດປະສົມໃຫ້ເຂົ້າກັນນໍາໄປສິດພົ່ນ 3-4 ວັນ/ຄັ້ງ ຈະຊວ່ຍໃຫ້ໝາກແຕງມີສີສວຍງາມ,ກອບ ແລະ ເລີ່ມກັບໝາກໄດ້.
3. ການເກັບກ່ຽວ
ອາຍຸການເກັບກ່ຽວຂອງໝາກແຕາຈັບຈາກວັນທີ່ປູກປະມານ 30-40 ວັນຂື້ນຢູ່ກັບພັນໝາກແຕງ ໝາກແຕງສຳລັບບໍລິໂພກຄວນເລືອກເກັບໃນຄະນະທີ່ໝາກຍັງອ່ອນຢູ່ໃນແໜ່ນກອບ ແລະ ສັງເກດໄດ້ຈາກມືໂມກສີຂາວເກາະ ແລະ ຍັງມີໜາມຢູ່ແດດ່ຖ້າໝາກແກ່ນໂມກສີຂາວເກາະຈະບໍ່ມີສີໝາກເລີ່ມເປັນສີເຫຼືອງ ແລະ ບໍ່ມີໜາມ ການເກັບ
ໝາກແຕງຄວນເກັບບາວັນເກັບບໍ່ຄວນປະໃຫ້ແກ່ຄ່າຄັ້ງເພາະຈະເຮັດໃຫ້ຜົນຜະລິດທັ້ງໝົດລຸດລົງໂດຍປົກກະຕິຈະເກັບຜົນຜະລິດໄດ້ປະມານ 1 ເດືອນ

– ສູດຮໍໂມນໄຂ່
1 ໄຂ່ໄກ່ພ້ອມເປືອກ 5 ໜ່ວຍ
2 ກາກນໍ້າຕານ 5 ກກ.
3 ນົມຢາຄູ 1 ປ໋ອງ
4 ລູກແປ້ງເຂົ້າໝາກ 1 ໜ່ວຍບົດໃຫ້ລະອຽດ
ວິທີເຮັດ: ໝັກໄວ້ 14 ວັນຄົນທຸກມື້ ເຊົ້າ ແລະ ແລງ
ການນຳໄປໃຊ້: ໃຊ້ 20 ຊີຊີ ປະສົມນໍ້າ 20 ລິດໃຊ້ເລັ່ງດອກ ເລັ່ງໝາກ ຫຼື ໃຊ້ຮ່ວມກັບຮໍໂມນນົມຕາມອັດຕາສ່ວນແນະນຳ.
– ສູດຮໍໂມນນົມ
1 ນົມສົດ 1 ແກ້ວ
2 EM 1ແກ້ວ
3 ກາກນໍ້າຕານ 1 ແກ້ວ
ວິທີເຮັດ: ເທ່ສ່ວນປະສົມທັງໝົດໃສ່ໃນຖັງພຣາສາຕິກຂະໜາດ 1,25 ລິດ ຈາກນັ້ນປິດຝາໃຫ້ສະນິດຊັ່ນໃຫ້ເຂົ້າກັນໝັກໄວ້ປະມານ 3 ເດືອນ ກໍ່ສາມາດນໍາໄປໃຊ້ໄດ
– ສູດນໍ້າໝັກໝາກໄມ້
1 ຜັກໝາກໄມ້ ເຊັ່ນ: ໝາກແຕງ,ຖົ່ວ,ໝາກໄມ້ສຸກ 3 ສ່ວນ.
2 ກາກນໍ້າຕານ 1 ສ່ວນ.
3 ເສດປາ(ຖ້າມີ) ພໍປະມານ.
ວິທີເຮັດ: ປະສົມໃຫ້ເຂົ້າກັນໝັກໄວ້ 1-3 ເດືອນກໍ່ສາມາດນໍາໄປໃຊ້ໄດ້.
ການນຳໄປໃຊ້: ໃຊ້ບໍາລຸງໝາກໃຫ້ໃຊ້ຮ່ວມກັບຮໍໂມນໄຂ່ ຮໍໂມນນົມຢ່າງລະ 40 ຊີຊີ ປະສົມນໍ້າ 20 ລິດພົ່ນໃຫ້ທົ່ວ ຫຼື ໃຊ້ນໍ້າໝັກໝາກໄມ້ອັດຕາ 20-40 ຊີຊີ ປະສົມນໍ້າ 20 ລິດພົ່ນໃຫ້ທົ່ວຈະເຮັດໃຫ້ໝາກແຕງຈັບດີ,ໝາກໃຫ່ຍ ບໍ່ເປັນກະດັນ.
ເມື່ອໝາກແຕງເລີ່ມອອກໝາກອ່ອນໃຫ້ສິດພົ່ນບໍາລຸງດ້ວຍນໍ້າໝັກໝາກໄມ້ບໍາລຸງໝາກ
ການບົວລະບັດຮັກສາ: ຫາດພົບເຫັນແມງສັດຕູແຕງໃນຊ່ວງລະຫວ່າງການປູກ ໄລຍະໃດກໍ່ດີໃຫ້ສິດພົ່ນດ້ວຍນໍ້າໝັກສະໝູນໄພປ້ອງກັນກຳຈັດແມງ ເຊັ່ນ: ເຄືອເຂົາຮໍ,ຫົວສີໄຄຫອມ,ຂົມກະເດົາ,ຂີ້ມິ້ນ ລວມກັນໃຫ້ໄດ້ 5 ກິໂລ ໝັກຮ່ວມກັບ EM 1 ລິດ ແລະ ກາກນໍ້າຕານອີກ 1 ກິໂລ ໝັກໄວ້ປະມານ 1 ເດືອນ ກໍ່ສາມາດນໍາໄປໃຊ້ໄດ້ ການນຳໄປໃຊ້ໃຫ້ສິດໄລຍະທີ່ພົບແມງສັດຕູເຂົ້າທຳລາຍໃນສວນອັດຕາສ່ວນ 60 ຊີຊີ/ນໍ້າ 20 ລິດສິດພົ່ນໃຫ້ທົ່ວ.
4. ການເກັບຜົນຜະລິດ
ຈະຕ້ອງກັບຜົນຜະລິດທຸກວັນຖ້າໝາກແຕງໃຫ່ຍເກີນໄປຈະຂາຍບໍ່ໄດ້ລາຄາຖືກ.

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ພັດທະນາ ວົງຄໍ  https://www.rakbankerd.com/agriculture/page.php?id=6068&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ການປູກໝາກແໜ່ງ

ໝາກແໜ່ງເປັນຜົນຜະລິດທາງດ້ານເສດຖະກິດທີ່ມີຕະຫຼອດຮອງຮັບໂດຍສະເພາະແມ່ນຕະຫຼອດຈີນ.ມີພໍ່ຄ້າຄົນຈີນເຂົ້າມາເກັບຊື້ໝາກແໜ່ງນຳໄປຂາຍໃນໂຮງງານເພື່ອຜະລິດເປັນຢາພື້ນເມືອງ, ເຊິ່ງຕະຫຼອດຈີນມີຄວາມຕ້ອງການຫຼາຍ, ການຜະລິດແມ່ນຍັງບໍ່ທັນພຽງພໍເມື່ອທຽບກັບຄວາມຕ້ອງການຂອງຕະຫຼາດ. ສະນັ້ນມັນຈຶ່ງເປັນເງືອນໄຂ ແລະ ໂອກາດອັນດີໃຫ້ແກ່ປະຊາຊົນລາວເຮົາປູກ ເພື່ອສົ່ງເສີ່ມອອກຕະຫຼອດຈີນໂດຍສະເພາະແມ່ນບັນດາແຂວງທີ່ຕິດກັບຊາຍແດນຈີນ ເຊັ່ນ ແຂວງຜົ້ງສາລີ
I.ຄວາມສຳຄັນຂອງໝາກແໜ່ງ
1.ຮັບປະກັນທາງດ້ານສະບຽງອາຫານ
2.ເປັນລາຍຮັບໃຫ້ແກ່ປະຊາຊົນ
3.ເປັນຢາປົວພະຍາດ
4.ການປູກແມ່ນບໍ່ທຳລາຍຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
II.ວິທີການປູກ
1.ການເລືອກສະຖານທີ່
ບໍລິເວນແຄມນໍ້າ, ເປັນດິນທີ່ອົມນໍ້າ ແລະ ມີອາກາດຖ່າຍເທໄດ້ດີອຸດົມສົມບູນໄປດ້ວຍແຮ່ທາດຕ່າງໆ.ມີຊັ້ນດິນປູກຝັງເລີກ ແລະ ຜຸຜຸຍດີ, ມີຄວາມຊຸມຕະຫຼອດປີ ແລະ ມີຄວາມຄ້ອຍຊັນ 10-15 ອົງສາ, ຕ້ອງມີປ່າປົກຄຸມ, ເພາະວ່າປະລິມານຄວາມຕ້ອງການແສງສະຫວ່າງແມ່ນບໍຫຼາຍ.

2.ການຄັດເລືອກ ແລະ ການຂະຫຍາຍພັນ
ແນວພັນ ໝາກແໜ່ງແຕ່ລະແນວພັນມີລັກສະນະແຕກຕ່າງກັນລາຄາຂາຍກໍ່ແຕກຕ່າງກັນ, ສະນັ້ນກ່ອນຈະນຳໄປປູກຕ້ອງເລືອກເພື່ອບໍ່ໃຫ້ມີພັນອື່ນປົນໄປນໍາ. ການສັງເກດໝາກແໜ່ງປົນແມ່ນສັງເກດ ເວລາມັນອອກດອກ ຈະເຫັນສີຂອງດອກແຕກຕ່າງກັນ ແລະ ຂະໜາດແຕກຕ່າງກັນ, ສີຂອງໝາກແໜ່ງກໍ່ແຕກຕ່າງກັນເຊັ່ນວ່າ: ມີສີແດງ, ຂຽວ, ໝາກນ້ອຍ,ໝາກໃຫ່ຍ ຖ້າເປັນໝາກແໜ່ງນ້ອຍສ່ວນຫຼາຍຈະເປັນໝາກແໜ່ງປ່າ, ສ່ວນໝາກໃຫ່ຍຈະແມ່ນໝາກແໜ່ງພັນປັບປຸງເປັນຕົ້ນແມ່ນໝາກແໜ່ງກວາງຕຸ້ງ.
ການຂະຫຍາຍພັນ ແມ່ນຂະຫຍາຍດ້ວຍໜໍ່ ຫຼື ແໜງທີ່ປົ່ງອອກມາດ້ານຂ້າງເຊິ່ງແໜງດັ່ງກ່າວຈະປົ່ງອອກມາທຸກໆປີ. ຈຸດດີຂອງການຂະຫຍາຍພັນດ້ວຍແໜງແມ່ນຈະບໍ່ມີການກາຍພັນ ຫຼື ໂອກາດກາຍພັນແມ່ນມີໜ້ອຍເຊິ່ງເຮັດໃຫ້ເຮົາສາມາດຮັກສາແນວພັນໄວ້ໄດ້ເພື່ອການປູກໃນພື້ນທີ່ໃໝ່ ປະຫຍັດຕົ້ນທືນ
3.ລະດູການປູກ
ລະດູທີ່ເໝາະສົມໝາກແໜ່ງແມ່ນຢູ່ໃນຕົ້ນລະດູຝົນເພາະຈະເຮັດໃຫ້ໝາກແໜ່ງສາມາດຕິດຂະຫຍາຍພັນໄດ້ໄວຂື້ນ
ວິທີປູກ: ການກຽມດິນກ່ອນທີ່ຈະປູກແມ່ນອານາໄມພື້ນທີ່ໃຫ້ສະອາດ, ໂດຍການຖາງຫຍ້າ ຕັດງ່າໄມ້ບາງສ່ວນອອກເພື່ອໃຫ້ແສງສະຫວ່າງລອດຜ່ານໄດ້
ໄລຍະປູກ: ລະຫວ່າງຕົ້ນແມ່ນ 1X1 ແມັດ, ລະຫວ່າງແຖວຕໍ່ແຖວແມ່ນ 3X3ແມັດ ປູກເປັນແຖວລົງຕາມຄວາມຄ້ອນຊັນຂອງສະຖານທີ່
ເວລາເອົາໄປປູກແມ່ນເອົາໄປທັງເຫົ້ງາເອົາໜໍ່ອ່ອນ ຫຼື ເອົາໜໍ່ທີ່ມີອາຍຸ 1 ປີກໍ່ໄດ້, ກ່ອນຈະປູກຈະຕັດລຳທາງປາຍອອກຈົ່ງໄວ້ 30-40 ຊມ ບໍ່ຄວນປູກເລິກ ຄວາມເລິກຢູ່ໃນ 5-10 ຊມ

4.ການບົວລະບັດຮັກສາ
ຫຼັງຈາກປູກແລ້ວຕ້ອງເອົາໃຈໃສໃນການຖາງຫຍ້າຈົນກວ່າຕົ້ນໝາກແໜ່ງຈະຂະຫຍາຍຕົວທົ່ວພື້ນດິນ, ລະວັງບໍ່ໃຫ້ສັດເຂົ້າໄປທຳລາຍ ຈາກນັ້ນສອງສາມປີຈະບໍ່ໄດ້ເສຍຫຍ້າອີກ
5.ການໃຫ້ໝາກ
ຕົ້ນໝາກແໜ່ງຈະອອກດອກຢູ່ໃກ້ກັບໜ້າດິນ, ແມງໄມ້ເປັນພາຫານະສຳຄັນໃນການປະສົມເກສອນ. ເພື່ອໃຫ້ຕົ້ນໝາກແໜ່ງຜະລິດໝາກແໜ່ງໄດ້ຢ່າງເປັນທີພໍໃຈ ພວກເຮົາອາດສ້າງໂກນເຜິ້ງໃນຂອບເຂດອ້ອມແອ້ມສວນໝາກແໜ່ງ
6.ການເກັບກ່ຽວ
ໝາກແໜ່ງຈະອອກດອກລະຫວ່າງເດືອນເມສາຫາເດືອນມິຖຸນາ ແລະ ສາມາດເກັບກ່ຽວຜົນຜະລິດແຕ່ທ້າຍເດືອນສິ່ງຫາເປັນຕົ້ນໄປ. ໄລຍະແກ່ຕົວຂອງເມັດຈະຢູ່ລະຫວ່າງ 15-20 ວັນ.ການເກັບແມ່ນແຍກເກັບ 2-3 ເທື່ອຕໍ່ລະດູ ເລືອກເກັບສະເພາະໝາກທີ່ແກ່ເທົ່ານັ້ນທັງນີ້ກໍ່ເພື່ີອຄຸນນະພາບດີ ແລະ ລາຄາສູງ ເປັນທີ່ຕ້ອງການຂອງຕະຫຼອດ


7.ການຮັກສາຫຼັງການເກັບກ່ຽວ
ການເຮັດແຫ້ງໂດຍການອົບ: ແມ່ນວິທີເຮັດໃຫ້ໝາກແໜ່ງສົດທີ່ເຮົາເກັບມາຈາກສວນນັ້ນແຫ້ງ ແລະ ເກັບຮັກສາໄດ້ດົນເປັນການເພີ່ມມູນຄ່າໄດ້ອີກ. ງ່າຍໃນການຂົນສົ່ງ, ມີຄວາມເສຍຫາຍໜ້ອຍໃນການເກີດເຊື້ອລາ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ໂຄງການພັດທະນາການຄໍ້າປະກັນສະບຽງອາການແບບຍືນຍົງ,ເມືອງຍອດອູ
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ຕິດຕໍ່:

ການປູກໃບເຕີຍຫອມຕັດໃບເພື່ອການຄ້າ

 


ຊື່ວິທະຍາສາດ: Pandanus fibrosus Gagnep. ວົງຕະກຸນ: Pandanaceae. ເປັນໄມ້ພຸ່ມສູງ 3-4 ມ, ເປັນພືດໃບລ້ຽງຄູ່ປະເພດພືດແຄມຫ້ອຍ ມີອາຍຸຫຼາຍປີ, ລຳຕົ້ນຕັ້ງຊື ຫຼື ເນີ່ງເລັກນ້ອຍມີປ້ອງສັ້ນໆ ມີຮາກເກີດທີຂໍ້ ສີຂອງລຳຕົ້ນຂາວອົບນ້ຳຕານອ່ອນໆ ເປັນພືດທີມີເນື້ອອ່ອນ ຍ້ອນມັກເກີດບ່ອນຊຸ່ມ. ໃບຮູບຂອບຂະໜາດຍາວ, ຂອບໃບມີໜາມແຫຼມສີຂຽວ ປາຍໂຄ້ງໄປທາງປາຍໃບ, ໃບໜື່ງໆ ຍາວກວ່າ 2 ມ, ປາຍໃບຮຽວແຫຼມຍືດອອກໄປເປັນຕີ່ງຍາວ ດອກ ເພດຜູ້ ແລະ ເພດແມ່ແຍກກັນຢູ່ຄົນລະຕົ້ນ ອອກຕາມປາຍກີ່ງ ດອກເພດຜູ້ມີຂະໜາດນ້ອຍ ແລະ ມີຫຼາຍດອກ ອອກເປັນຊໍ່ຍາວ ມີກາບຮອບດອກສີຂາວນວນ 2-3 ກາບຫຸ້ມ ກີ່ນ ຫອມ ດອກຂະໜາດໃຫຍ່ ມີກາບຮອງດອກສີຂຽວ 2-3 ກາບ ຮອງຮັບຢູ່ ໝາກເປັນລັກສະນະໝາກກຸ່ມ ໝາກຕິດກັນເປັນກຸ່ມແນ່ນເປັນກ້ອນກົມ ເປັນຮູບລີ້ມສີຫຼ່ຽມ ປາຍມີໜາມສັ້ນ ເມື່ອສຸກເຕັກທີ່ຈະມີສີແສກອົມແດງຈັດຈະມີສີສົ້ມອົບແດງ ຜີວຂອງໝາກແຂງເມື່ອແກ່ ເຕັມທີ່ ມີກີ່ນຫອມອ່ອນໆ.
ຕົ້ນເຕີຍຫອມເຮົາສາມາດນຳມາໃຊ້ປະໂຫຍກໄດ້ຫຼາກຫຼາຍຮູບແບບ ສາມາດນຳມາປະກອບອາຫານໄດ້ທັ້ງຂອງຫວານຂອງຄາວ ສ່ວນການປູກນັ້ນສາມາດປູກໄດ້ຫຼາຍພື້ນທີ່ ໂດຍສະເພາະພື້ນທີ່ຊຸ່ມນໍ້າເນື່ອງຈາກວ່າເຕີບຈະມັກພື້ນທີ່ມີນໍ້າຊື້ນ ແລະ ລົງທຶນປູກພຽງຄັ້ງດຽວເທົ່ານັ້ນກໍ່ສາມາດຂະຫຍາຍພັນໄດ້ຢ່າງໄວວາ ແລະ ເກັບໄດ້ຕະຫຼອດປີ.
ການປູກຕົ້ນເຕີຍນັ້ນບໍ່ຈຳເປັນຕ້ອງມີບໍລິເວນພື້ນທີກວ້າງ ຫາກມີພື້ນທີ່ຢ່າງຈຳກັດກໍ່ສາມາດເຮັດໄດ້ພຽງໃຫ້ໃກ້ແຫຼ່ງນໍ້າເທົ່ານັ້ນເມື່ອກຽມພື້ນທີ່ໄດ້ແລ້ວກໍ່ຕ້ອງເລືອກຕົ້ນມາລົງປູກ ວິທີການເລືອກຕົ້ນເຕີຍທີ່ນຳມາປູກນັ້ນຄວນເປັນຕົ້ນທີ່ມີລັກສະນະເປັນເຫົງາ ແລະ ຮາກທີ່ສົມບູນສູງປະມານ 8-10 ນີ້ວ.
I. ວິທີການປູກ
ເລີ່ມຈາກການໄຖຄາດດິນທີ່ຈະທຳການປູກແລ້ວຂຸດ ຂະໜາດ 5×5 ຊມ ເລີກປະມານ 6-7 ຊມ ໄລຍະຫ່າງຂອງແຕ່ລະຂຸມປະມານ 8-10 ຊມ ເມື່ອໄດ້ຂະໜາດຂອງຂຸມຕາມຕ້ອງການແລ້ວໃສ່ປຸ໋ຍ 15-15-15 ແລ້ວຕາມດ້ວຍຂີ້ໝູຂຸມລະ 1 ຖ້ວຍ ເພື່ອເປັນການຮອງພື້ນຂຸມ ນຳຕົ້ນເຕີຍທີ່ກຽມໄວ້ລົງປູກແລະ ເອົາດິນຖົມ.


II. ການບົວລະບັດແລຮັກສາ
ພວນດິນທຸກໆ 3-4 ເດືອນພ້ອມໃສ່ຝຸ່ນເພີ່ມເຂົ້າໄປເປັນຂີ້ໝູຈະໂຮຍອ້ອມໂຄນຕົ້ນ.
ວິທີການໃຫ້ນໍ້າຈະຕ້ອງຫົດນໍ້າເປັນປະຈຳທຸກວັນໃຫ້ດິນເກີດຄວາມຊຸ່ມຕະຫຼອດ ເນື່ອງຈາກຕົ້ນເຕີຍເປັນພື້ນທີ່ຕ້ອງການຄວາມຊຸ່ມຫຼາຍ.
III. ການເກັບກ່ຽວ.
ເລືອກໃບທີ່ງາມໂດຍໃຊ້ມີດັດໃບຂອງຕົ້ນເຕີຍອອກທີ່ລະໃບເມື່ອໄດ້ແລ້ວນຳມາລ້າງນໍ້າໃຫ້ສະອາດ.


IV. ປະໂຫຍດຂອງໃບເຕີຍ
ໃຊ້ປະສົມອາຫານ ເຮັດອາຫານ ດັບກິ່ນ ແກ້ພະຍາດເບົາຫວານ ໃຊ້ບຳລຸງຫົວໃຈ ກິ່ນຫອມເຢັນສົດຊື່ນໃຈ ກິນເຮັດໃຫ້ຊຸ່ມຄໍ
– ໃບໃຊ້ ປົ່ວພະຍາດຜີວໜັງ
– ຕົ້ນ ແລະ ຮາກ ໃຊ້ຂັບປັດສະວະ


ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=9549&s=tblplant
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມອຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ຕິດຕໍ່:

ການປູກເຜືອກ

ເຜືອກມີຊື່ວິທະຍ່ສາດ: Colocasia esculenta (L.) Schott , ວົງຕະກຸນ: Araceae.ເຜືອກ ຈັດຢູ່ໃນປະເພດພືດຜັກ ທີ່ມີຫົວຂະໜາດ ເສັ້ນຜ່າກາງ 3-7 ຊມ (ຫົວນ້ອຍ) ຫຼື 10-15 ຊມ (ຫົວໃຫຍ່) ແລະ ມີເກັດເປັນວົງແຫວນຢູ່ດ້ານເທິງ ບ່ອນທີ່ໃບໄດ້ຫຼຸດອອກ. ເຜືອກມີໃບແຕ່ 5-7 ໃບ ຍາວເຖິງ 50 ຊມ, ກວ້າງ 15-20 ຊມ, ສີຂຽວແກ່ ຫາ ຂຽວອ່ອນ ຊຶ່ງບາງຄັ້ງກໍມີຈຸດ ຫຼື ເສັ້ນດ່າງ ແລະ ມີກ້ານໃບສີຂຽວ ຫຼື ສີມ່ວງ ທີ່ມີຄວາມຍາວເຖິງ 1 ມ. ກາບຫຸ້ມໃບເປັນສີເຫຼືອງ ແລະ ແຄບ ມີຄວາມຍາວແຕ່ 15-35 ຊຕມ. ສຳລັບການອອກດອກອອກໝາກຂອງມັນນັ້ນຍັງບໍ່ທັນໄດ້ມີການສັງເກດ ຫຼື ຕິດຕາມເທື່ອ. ເຜືອກທີ່ພົບເຫັນ ມີຢູ່ສອງພັນ ຄື: ເຜືອກຫົວໃຫຍ່ ພັນ esculentum ທີ່ມີການປູກກັນຢ່າງກວ້າງຂວາງ ແລະ ເຜືອກຫົວນ້ອຍ ພັນ antiquorum (Schott) Hubb. & Rehd. ມີເຜືອກຊະນິດຕ່າງໆທີ່ມີການປູກກັນຢູ່ທົ່ວບັນດາປະເທດເຂດຮ້ອນ ແລະ ກໍມີຫຼາຍຊະນິດເຜືອກປ່າ ທີ່ຖືກພົບເຫັນຢູ່ເຂດອາຊີຕາເວັນອອກສ່ຽງໃຕ້ ຊຶ່ງອາດຈະເຄີຍປູກກັນມາຕັ້ງແຕ່ກ່ອນທີ່ຈະມີການປູກເຂົ້າພຸ້ນ ກໍເປັນໄດ້.
ເຜືອກເປັນພືດເສດຖະກິດລະດັບທ້ອງຖິ່ນທີ່ສຳຄັນອີກພືດໜຶ່ງ ຄົນເຮົາມັກນິຍົມບໍລິໂພກ ເພາະມີກິ່ນຫອມ ແລະ ລົດຊາດດີ ເປັນພືດຫົວທີ່ເປັນອາຫານທີ່ສຳຄັນອີກຊະນິດໜຶ່ງ ຫົວເຜືອກຈະມີສ່ວນປະກອບເປັນພວກແປ້ງ ແລະ ແຮາທາດຕ່າງໆສ່ວນໃບປະກອບດ້ວຍໂປຼຕີນ ແລະ ແຮທາດ ຊຶ່ງໃບເຜືອກນໍາໄປໃຊ້ເປັນອາຫານສັດໄດ້ອີກດ້ວຍ ແລະ ມີເຜືອກບາງປະເພດທີ່ໃຊ້ໃບສຳລັບບໍລິໂພກຊຶ່ງຫົວຈະມີຂະໜາດນ້ອຍ ບໍເໝາະສຳລັບບໍລິໂພກ ໃນປະຈະບັນເຜືອກກໍາລັງເປັນທີ່ນິຍົມຂອງຕະຫຼອດຕ່າງປະເທດ ເຊັ່ນ ອ໋ອດສະເຕເລຍ ຮ່ອງກົງ ຍີ່ປຸ່ນ ແລະ ມາເລຊາຍ

I. ສະພາບດິນຟ້າອາກາດ
ເຜືອກເປັນພືດຫົວທີ່ມີຕົ້ນຄືກັບກັບບອນ ມີຄວາມຕ້ອງການນໍ້າ ຫຼື ຄວາມຊຸ່ມໃນການຈະເລີນເຕີບໂຕຂ່ອນຂ້າງສູງເຜືອກຈຶ່ງມັກຄວາມອຸດົມສົມບູນ ແລະ ສາມາດອູ້ມນໍ້າໄວ້ໄດ້ດົນ ສາມາດປູກໄດ້ທົ່ວທຸກພາກໃນແຫຼ່ງທີ່ມີລະບົບນໍ້າຊົນລະປະທານດີຈະສາມາດປູກໄດ້ຕະຫຼອດປີ ສ່ວນໃນບ່ອນທີ່ມີນໍ້າຈຳກັດຄວນປູກພືດໃນຊ່ວງລະດູຝົນເທົ່ານັ້ນ ເຜືອກປູກໄດ້ທັ້ງດິທົ່ງພຽງ ແລະ ພູດອຍ ສະພາບໄຮ່ທີ່ສູງຊັນ ແລະ ປູກໄດ້ໃນດິນຊາຍຫຼາຍຊະນິດ ດິນທີ່ເໝາະສຳລັບການປູກເຜືອກຫຼາຍທີ່ສຸດຄື ດິນປົນຊາຍມີອິນຊີວັດຖຸສູງ ໜ້າດິນເລີກ ລະບາຍນໍ້າໄດ້ດີ ໂດຍປົກກະຕິໃສ່ປຸ໋ຍອິນຊີ ເຊັ່ນ ຝຸ່ນຄອກ ແລະ ຝຸ່ນໝັກຈຳນວນຫຼາຍກ່ອນປູກໂດຍຫວ່ານ ແລະ ໄຖປົກກ່ອນປູກ 2-3 ອາທິດ ແລະ ເພີ່ມປຸ໋ຍໄນໂຕເຈນ ແລະ ໂປເຕຊຽມ ລະຫວ່າງພືດຈະເລີນເຕີບໂຕຈະໃຫ້ຜົນຜະລິດດີ ຄ່າຄວາມເປັນກົດເປັນດ່າງຂອງດິນລະຫວ່າງ 5,5-6,5 ອຸຫະພູມທີ່ເໝາະສົມຕໍ່ການຈະເລີນເຕີບໂຕປະມານ 21-27 ອົງສາ
II. ການຂະຫຍາຍພັນ
1. ການຂະຫຍາຍພັນໂດຍໃຊ້ໜໍ່ເປັນສ່ວນທີ່ແຕກອອກມາເປັນຕົ້ນເຜືອກຂະໜາດນ້ອຍຢູ່ອ້ອມໆຕົ້ນໃຫ່ຍເມື່ອແຍກອອກຈາກຕົ້ນໃຫ່ຍຫຼືຕົ້ນແມ່ແລ້ວສາມາດນໍາລົງໄປປູກໄດ້ເລີຍ
2. ການຂະຫຍາຍພັນໂດຍການໃຊ້ຫົວຫຼືທີ່ຊາວກະສິກອນເອີນວ່າລູກເຜືອກຊຶ່ງເປັນຫົວຂະໜາດນ້ອຍທີ່ເກີດອ້ອມໆຫົວເຜືອກຂະໜາດໃຫ່ຍ ວິທີນີ້ເປັນວິທີ່ນິຍົມທົ່ວໄປແຕ່ໃນການປູກແຕ່ລະຄັ້ງຄວນເລືອກເຜືອກທີ່ມີຂະໜາດປານກາງບໍ່ໃຫ່ຍເກີນໄປ ຫົວພັນທີ່ມີຂະໜາດສະໝໍ່າສະເໝີຈະເຮັດໃຫ້ເຜືອກທີ່ປູກແຕ່ລະຕົ້ນລົງຫົວໃນເວລາໃກ້ຄຽງກັນ ເກັບຜົນຜະລິດໄດ້ພ້ອມກັນ ແລະ ທີ່ສຳຄັນຈະເຮັດໃຫ້ບໍ່ມີຫົວນ້ອຍ ແລະ ໃຫ່ຍແຕກຕ່າງກັນ


– ລະດູປູກ
ປະເທດເຮົາສາມາດປູກເຜືອກໄດ້ທົ່ວທຸກພາກ ແລະ ທຸກລະດູຕະຫຼອດປີຊຶ່ງຖ້າເປັນແຫຼ່ງທີ່ມີນໍ້າຊົນລະປະທານດີຢູ່ແລ້ວ ຊາວກະສິກອນຈະປູກເມື່ອໃດກໍ່ໄດ້ແຕ່ໂດຍທົ່ວໄປຊາວກະສິກອນນິຍົມປູກເຜືອກໃນຕົ້ນລະດູຝົນໃນເດືອນ ພືດສະພາ-ມິຖຸນາ ແລະ ລະດູແລ້ງຊ່ວງຫຼັງການເຮັດນາເດືອນມັງກອນ-ເດືອນກຸມພາ ລະດູຝົນປູກຫຼາຍໃນພື້ນທີ່ພູພຽງອາໃສນໍ້າຝົນມີບາງທ້ອງຖິ່ນປູກໃນພື້ນທີທົ່ງພຽງຫຼືທີ່ນາ ລະດູແລ້ງປູກຫຼັງການເກັບກ່ຽວເຂົ້າແລ້ວ ຫາກເກັບກ່ຽວເຂົ້າແລ້ວຈະປູກຜັກກ່ອນການປູກເຜືອກ
– ການກຽມດິນ
ການກຽມດິນກ່ອນການປູກເຜືອກ 1-2 ເດືອນໄຖດິນໃຫ້ເລີກປະມານ30-40 ຊມ ຕາກດິນໄວ້ໄລຍະໜຶ່ງແລ້ວຄາດຖ້າບໍລິເວນດິນປູກດັ່ງກ່າວເປັນດິນທີ່ມີກົດສູງ ຫຼື ເປັນດິນສົ້ມຄວນຫວ່ານປູກຂາວທັ້ງປຸ໋ຍຄອກ ຫຼື ອິນຊີວັດຖຸ ກ່ອນດຳເນີນການໄຖດິນຫຼັງຈາກໄຖແລ້ວໃຫ້ກຽມຂຸມກວ້າງປະມານ 30-40 ຊມ ເລີກ 20-30 ຊມ ລະຍະປູກຫວ່າງຕົ້ນ 50 ຊມ ລະຍະລະຫວ່າງແຖວ 1 ແມັດ ຄ້າມີຝຸ່ນຄອກໃຫ້ໃສ່ຮອງພື້ນຂຸມ
III. ການປູກ
ການປູກໂດຍການເຮັດຮອງໃຊ້ໄລຍະຫ່າງລະຫວ່າງຮອງປະມານ 1 ແມັດປູກໂດຍວາງຫົວເຜືອກຫຼືເບ່ຍເຜືອກໃນຮ່ອງລະຍະລະຫວ່າງຕົ້ນ 50 ຊມ ນໍາດິນບາງສ່ວນຈາກສັນຮອງຖົມຫົວເຜືອກຈາກນັ້ນຄ່ອຍພູນໂຄນເມືອເຜືອກຈະເລີນເຕີບໂຕຂື້ນເນື່ອງຈາກຫົວເຜືອກກໍ່ຄືລໍາຕົ້ນໃຕ້ດິນທີ່ຂະຫຍາຍອອກເພື່ອສະສົມອາຫານຈຶ່ງຈະເລີນຂື້ນເທິ່ງຫຼາຍກວ່າລົງຫົວເລີກລົງໄປ ຈຶ່ງຕ້ອງຄອຍພູນໂຄນຢູ່ສະເໝີຈົນໃນທີ່ສຸດສັນຮອງເດີມເມື່ອເລີ່ມປູກກາງເປັນຮອງທາງຍາງ


IV. ການບົວລະບັດ
ການຫົດນໍ້າການຫົດນໍ້າ ເຜືອກເປັນພືດຫົວທີ່ຂື້ນໄດ້ດີໃນດິນທີ່ມີຄວາມຊຸມຊື້ນ ສະນັ້ນການປູກເຜືອກ ນອກຈາກອາໃສນໍ້າຝົນແລ້ວຈະຕ້ອງມີແຫຼ່ງນໍ້າໃຫ້ຄວາມຊຸ່ມຊືນເຜືອກຢູ່ສະເໝີຊຶ່ງຖ້າປູກເຜືອກບໍ່ຫຼາຍຄວນຫົດນໍ້າດ້ວຍສາຍຢາງແຕ່ຖ້າປູກຫຼາຍກວ່າ 10 ໄລ່ຂື້ນໄປຄວນຫົດນໍ້າແບບສະປິງເກີ ແບບເຄື້ອນຍ້າຍໄດ້ຊົ່ວໂມງລະ 3-5 ໄລ່
ການໃສ່ຝຸ່ນ ຄວນໃສ່ປຸ໋ຍ 3 ຄັ້ງ ຄັ້ງທີ່1 ກ່ອນປູກຮອງພື້ນດ້ວຍຝຸ່ນຄອກໃນປະລິມານ 1-3 ກຳມື/ຕົ້ນ ແລະ ປຸ໋ຍສູດ 18-6-6 ໃນປະລິມານ 50-100 ກິໂລ/ໄລ່ ຕໍ່ຈາກນັ້ນໃສ່ຄັ້ງທີ່ 2 ເມື່ອເຜືອກອາຍຸປະມານ 2 ເດືອນໃຊ້ປຸ໋ຍສູດ 18-6-6ຫຼື 15-15-15 ໃນປະລິມານ 50 ກິໂລ/ໄລ່ ແລະ ໃສ່ຄັ້ງທີ່ 3 ເມື່ອເຜືອກອາຍຸປະມານ 3-4 ເດືອນ ໃສ່ປຸ໋ຍສູດ 13-13-21 ໃນປະລີມານ 50 ກິໂລ/ໄລ່ຈະເຮັດໃຫ້ເຜືອກມີນໍ້າໜັກຫົວດີໃນການໃສ່ຝຸ່ນແຕ່ລະຄັ້ງຄວນພວນດິນ ແລະ ຫົດນໍ້າໃຫ້ຊຸ່ມຊືນຢູ່ສະເໝີຮາກເຜືອກຈະໄດ້ດູດເອົາປຸ໋ຍໄປໃຊ້ປະໂຫຍດໄດ້ສະດວກ
ການກຳຈັດວັດສະພືດ ແລະ ການພວນໂຄນໃນໄລຍະ1-3 ເດືອນທໍາອິດຕົ້ນເຜືອກຍັງນ້ອຍຄວນມີການຖາງຫຍ້າຫຼືໃຊ້ສານກຳຈັດວັດສະພືດ ພ້ອມທັ້ງພວນດິນໂຄນຕົ້ນເດືອນລະເທື່ອເມື່ອຕົ້ນເຜືອກໃຫ່ຍໃບປົກໜານຫຼາຍແລ້ວບໍ່ຈຳເປັນຕ້ອງກຳຈັດວັດສະພືດອີກຈົນກວ່າຈະເກັບຜົນຜະລິດ
V. ການເກັບກ່ຽວ
ເມື່ອເຜືອກມີອາຍຸໄດ້ 5-6 ເດືອນສັງເກດເຫັນໃບເຜືອກຈະນ້ອນລົງ ໃບເຜືອກໃບລຸ່ມໆຈະມີສີເຫຼືອງເຫຼືອໃບຍອດ 2-3 ໃບ ຈຶ່ງສາມາດຂຸດເຜືອກໄດ້ ສຳລັບການເກັບຜົນຜະລິດເຜືອກ


ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ກົມສົ່ງເສີ່ມກະສິກຳ http://www.agric-prod.mju.ac.th
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ວີດີໂອ:

ການປູກເຫັດຂ້ອນຂາວໃນທ່ອນໄມ້

ການປູກເຫັດຂ້ອນຂາວໃນທ່ອນໄມ້

ເຫັດຂ້ອນຂາວຊື່ວິທະຍາສາດ:Lentinus squarrosulus Mont. ວົງຕະກຸນ: Polyporaceae. ດອກເຫັດ ກວ້າງ 1−12 ຊມ, ຮູບລຳໂພງ ແລະ ຄັນຮົ່ມ, ແຫ້ງ, ໂປ້ງແສງ, ບໍ່ລຽບ, ຈະມີເກັດໜ້ອຍໆ ແລະ ໃຫຍ່ປະສົມກັນກະຈາຍທົ່ວ, ຂອບດອກເຫັດຈະກົ່ງໂຄ້ງລົງ. ກ້ານດອກເຫັດ ຂະໜາດ 1−6 ຊມ x 2.5−7 ມມ, ສ້ວຍໂຄນໃຫຍ່ຫາປາຍ, ມີຄວາມສົມມະມາດ, ຫາຍາກສົມມະມາດດ້ານຂ້າງ, ຮຽວຍາວ, ເນື້ອເປັນເສັ້ນໃຍ, ມີເກັດກະຈາຍທົ່ວ, ບາງຄັ້ງປົກຄູ້ມດ້ວຍຂົນຫຍຸ້ຍໆບໍລິເວນປາຍກ້ານ. ກີບເປັນຮ່ອງເລີມ, ຈຸ້ມກັນ, ເປັນເສັ້ນນ້ອຍໆ, ມີ 38−60 ເສັ້ນ, ກວ້າງ 1.5−9 ມມ, 4−6 ເທື່ອ, ແຕກອອກໃກ້ກັບປາຍກ້ານ, ບາງຄັ້ງເປັນແບບຄ້າຍຕານ່າງ ແລະ ລຽບ. ເສັ້ນໃຍຈະມີຫຼາຍຢູ່ໂຄນກ້ານ. ດອກສົດ ໜາ 1−2.5 ມມ ໃນເຄີີ່ງກາງດອກ,ເມື່ອແຫ້ງແລ້ວຈະແຂງ. (www.mycobank.org)


ສາມາດປູກໄດ້ 2 ວິທີ ຄື:
1.  ການປູກເຫັດຂາວໃສ່ທ່ອນໄມ້ສົດ
– ອຸປະກອນ:
1 ຫົວເຊື້ອເຫັດຂາວ ຫຼື ເຊື້ອເຫັດບົດ(1ຂວດເຮັດໄດ້ປະມານ 5-10 ຂອນ)
2 ທ່ອນໄມ້ສົດຕັດເປັນທ່ອນຄວາມຍາວປະມານ 1-1,5 ແມັດ ຄວນເປັນໄມ້ປະເພດ ໄມ້ມ່ວງ,ໄມ້ບົກ,ໄມ້ຍາງ,ໄມ້ຈິກ ແລະ ໄມ້ເນື້ອອ່ອນ.
– ວິທີເຮັດ
1 ຕັດໄມ້ມ່ວງ ຫຼື ໄມ້ທີ່ເຮົາຈະປູກເຫັດ ຍາວປະມານ 1-1,5 ແມັດແຕກທ່ອນໄມ້ໄວ້ໃນທີ່ຮົ່ມປະມານ 4 ວັນເພື່ອໃຫ້ນໍ້າຍາງໃນໄມ້ໄຫຼອອກມາໃຫ້ໝົດກ່ອນ.
2 ໃຊ້ສ່ວນ ຫຼື ຄ້ອນຕອກເຈາະຮູຮອບໆຂອນໄມ້ໃຫ້ມີໄລຍະຫ່າງລະຫວ່າງຮູປະມານ 1 ຄືບ ແຕ່ລະຮູທີ່ເຈາະໃຫ້ເລີກປະມານ 2 ນີ້ວ.
3 ເມື່ອເຈາະຮູເສັດແລ້ວນຳເອົາເຊື້ອເຫັດຂາວ ຫຼື ເຊື້ອເຫັດບົດ ຫຍອດລົງໃສ່ຮູປະມານ 8-10 ເມັດ ຢ່າໃຫ້ເຕັມຮູຈາກນັ້ນໃຊ້ຝານໍ້າອັດລົມປິດຮູ ຫຼື ໃຊ້ວັດຖຸຢ່າງອື່ນປິດຮູແທນໄດ້ ດຊັ່ນ: ດິນໜຽວ ຫຼື ໃຊ້ເນື້ອໄມ້ທີ່ເຈາະດ້ວຍຄ້ອນຕອກໝຸດປິດແທນ.

4 ຈາກນັ້ນນຳເອົາທ່ອນໄມ້ ທີ່ຫຍອດເຊື້ອເຫັດແລ້ວໄປເກັບໄວ້ໃນທີ່ຮົ່ມຫຼືຕັ້ງໄວ້ກ້ອງຕົ້ນໄມ້ໃຫ່ຍເພື່ອໃຊ້ບັງຮົ່ມເງົາ ຫຼື ເຮັດຫຼັງຄາດ້ວຍຜ້າກັນແສງກໍ່ໄດ້ ປະມານ 2 ເດືອນ.
5 bພໍໄດ້ 2 ເດືອນນຳທ່ອນໄມ້ທີ່ປູກເຫັດໄປແຊ່ນໍ້າເປັນເວລາ 1 ຄືນເພື່ອໃຫ້ທ່ອນໄມ້ອົ້ມນໍ້າເກັບຄວາມຊຸ່ມໄວ້ແລ້ວເອົາຂື້ນມາກະແທກກັບພື້ນດິນເພື່ອກະຕຸ້ນໃຫ້ເຊື້ອເຫັດທີ່ເຮົາບັນຈຸໃນຮູແພ່ຂະຫຍາຍໄປຕາມເຍື້ອໄມ້ຈາກນັ້ນນຳໄປເກັບໄວ້ບ່ອນເກົ່າ.
6 ຄວນຫົດນໍ້າທຸກວັນ ເຊົ້ງ-ແລງ ແລ້ວສັງເກດເບິ່ງວ່າເຊື້ອເຫັດຈະເລີ່ມອອກດອກ ຫຼື ອອກຕຸ່ມລອບຮູທີ່ເຈາະ ແລະ ຄອຍສັງເກດເບິ່ງແມງໄມ້ລົບຄວນດ້ວຍ.
7 ດອກເຫັດຈະເລີ່ມອອກດອກຕັ້ງແຕ່ທ່ອນໄມ້ທີ່ປູກມີອາຍຸຄົບ 2 ເດືອນຂື້ນໄປ ແລະ ສາມາດເກັບຜົນຜະລິດເຫັດຈາກທ່ອນໄມ້ໄດ້ເລື້ອຍໆຕໍ່ເນື່ອງດົນປະມານ 3 ເດືອນຕາມອາຍຸຂອງທ່ອນໄມ້.


 ວິທີບົ່ມເສັ້ນໃຍ ແລະ ການດູແລຮັກສາ
– ການບົ່ມເສັ້ນໃຍແບບທຳມະຊາດຄື: ການຕັ້ງທ່ອນໄມ້ປູກເຫັດໄວ້ບໍລິເວນເຫົງາຕົ້ນໄມ້ໃຫ່ຍທີ່ມີແສງແດດຖືກ ນ້ອຍໜຶ່ງ ພໍປະມານ 2 ເດືອນເຫັດຈະເລີ່ມອອກດອກ ແລະ ເກັບຜົນຜະລິດໄດ້ຕໍ່ເນື່ງຈົນໝົດອາຍຸຂອງທ່ອນໄມ້ດົນປະມານ 3-6 ເດືອນ.
– ການບົ່ມເສັ້ນໃຍໃນເຮືອນປູກເຫັດ ຄື: ການຕັ້ງທ່ອນໄມ້ປູກເຫັດໄວ້ໃນເຮືອນປູກເຫັດ ຫົດນໍ້າທຸກ 3 ວັນພະຍາຍາມໃຫ້ໄມ້ປຽກຫຼາຍເພາະຖ້າປຽກເຊື້ອເຫັດຈະບໍ່ເກີດ ແລະ ເຫັດຈະອອກຕາມລະດູການປະມານເດືອນ ພະຈິກ-ທັນວາຂອງທຸກປີ.
2. ການປູກເຫັດຂາວໃນທ່ອນໄມ້ແຫ້ງ.
ການປູກ-ການບົ່ມເສັ້ນໃຍ: ຄືກັນກັບການປູກເຫັດຂາວໃນທ່ອນໄມ້ສົດຈະແຕກຕ່າງກັນພຽງແຕ່ການວາງທ່ອນໄມ້ ແລະ ບົ່ມເສັ້ນໃຍທີ່ຈະໃຊ້ວິທີວາງລຽນໃນແນວນອນຄືໜອນຮອງລົດໄຟແລ້ວໃຊ້ພຣາສະຕິກໃສຄຸມໃຫ້ມິດຊິດກາງແຈ້ງ.
ການດູແລຮັກສາ: ຫົດນໍ້າທຸກ 4 ວັນ ແລະ ໃຫ້ຜົນຜະລິດເຫັດຕາມລະດູການເທົ່ານັ້ນ.

 ຜົນໄດ້ຮັບ
1. ລົດຕົ້ນທຶນໃນການຊື້້ຂີ້ເລື້ອຍຢາງພາລາໃນການປູກເຫັດໃນຖົງຢາງ
2. ສາມາດເກັບດອກໄດ້ດົນກວ່າການປູກເຫັດໃນຖົງຊຶ່ງເກັບໄດ້ 4-5 ເດອນ/ຄັ້ງແຕ່ເຫັດໃນຂອນໄມ້ສາມາດເກັບໄດ້ດົນ 1-2 ປີຫຼືຈົນກວ່າຂອນໄມ້ຈະເປືອຍ
3. ສາມາດໃຊ້ໄມ້ຈາກການຕັດແຕ່ງກິ່ງຜົນລະໄມ້ໃນສວນຂອງຕົນເອງໂດຍບໍ່ຕ້ອງໄປທຳລາຍປ່າ
4. ຖ້າປູກເຫັດໃນຂອນໄມ້ 100 ທ່ອນຈະສາມາດເກັບດອກເຫັດໄດ້ວັນລະ 0,5-2 ກິໂລ
5. ມີອາຫານບໍລິໂພກໃນຄົວເຮືອນຕະຫຼອດປີ ແລະ ລາຍໄດ້ປະຈຳ
6. ສາມາດເຮັດເປັນອາຊີບເສີມໄດ້ຢ່າງສະບາຍເພາະລົງທຶນນ້ອຍກຳໄລງາມ

ຮຽບລຽງໂດຍ: ສີວິໄລອິນທະວົງ
ແຫຼ່ງຂໍ້ມູນ:https://www.rakbankerd.com/agriculture/page.php?id=7155&s=tblplant
ໝວດໝູ່: ການປູກເຫັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ການປູກໝາກແຄນຕາລຸກ

https://www.google.com/search?biw=1440&bih=740&tbm=isch&sa=1&ei=FVlaXJDvGYa99QOswq7IAg&q=%E0%B8%81%E0%B8%B2%E0%B8%99%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B9%81%E0%B8%84%E0%B8%99%E0%B8%95%E0%B8%B2%E0%B8%A5%E0%B8%B9%E0%B8%9B&oq=%E0%B8%81%E0%B8%B2%E0%B8%99%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B9%81%E0%B8%84%E0%B8%99%E0%B8%95%E0%B8%B2%E0%B8%A5%E0%B8%B9%E0%B8%9B&gs_l=img.3…30063.32206..32701…0.0..0.336.976.2j4j0j1……0….1..gws-wiz-img…….0i8i7i30.q90Gn70QxQE#imgrc=Vhb1ABw3S5r1uM:

ແຄນຕາລູບເປັນພືດຕະກຸນແຕງຊິ່ງກຳລັງເປັນທີນິຍົມໃນທ້ອງຕະຫຼາດມີເນື້ອໜາມີກິ່ນຫອມ ແລະ ມີລົດຫວານສາມາດເກັບຮັກສາໝາກສຸກໄວ້ໄດ້ດົນ.
1. ພັນ.
– ພັນຫວານສີທອງ(ນັມເບີວັນ)ຜີວສີທອງສວຍງາມນໍ້າໜັກໝາກ 2-2,5 ກິໂລ ອາຍຸການເກັບກ່ຽວ 70-75 ວັນຫຼັງຍ້າຍເບ້ຍປູກ.
– ພັນໂລແລນ ແຂງແຮງທົນທານນໍ້າໝອກຕາຂ່າຍທີ່ປູກສວຍງາມຂາຍໄດ້ລາຄາປູກໄດ້ຕະຫຼອດປີອາຍຸເກັບກ່ຽວ 70-75 ວັນຫຼັງຍ້າຍເບ້ຍປູກ.
– ພັນອະໂຮມາ ແຂງແຮງທົນທານຕໍ່ອາກາດຮ້ອນທົນທານຕໍ່ນໍ້າໝອກດີກິ່ນຫອມລົດຫວານນໍ້າໜັກ 1 ກິໂລ ໃຫ້ຜົນຜະລິດສູງໃຫ້ໝາກ 2-3ໝາກ/ຕົ້ນອາຍຸການເກັບກ່ຽວ 65-70 ວັນ ຫຼັງການຍ້າຍເບ້ຍປູກ.
2. ການກຽມດິນ.
ໄຖດິນໃຫ້ເລີກ 30-40 ຊມ ຕາກດິນໄວ້ 7-10 ວັນ ຍໍາດິນໃຫ້ລະອຽດຫວ່ານປູກຂາວໃນອັດຕາ 100-200 ກິໂລ/ໄລ່ພ້ອມໃສ່ຝຸ່ນໝັກຫຼືຝຸ່ນຄອກໃນອັດຕາ 2,000ກິໂລ/ໄລ່ ແລະ ໃສ່ປຸ໋ຍສູດ 15-15-15 ອັດຕາ 50 ກິໂລ/ໄລ່ ໃຊ້ຂະໜາດໜານກວ້າງປະມານ 1 ແມັດ ດ້ານປູກພືດຄຸ້ມດ້ວຍພາລາສະຕິກ ອີກດ້ານໜຶ່ງຫຸ້ມດ້ວຍຕາຂ່າຍພະລາສະຕິກເພື່ອໃຫ້ພືດເກາະເລື່ອໄດ້ ແລະ ໄປໃນທິດທາງດຽວກັນ.
3. ການກຽມກ້າແກ່ນ.
ໃສ່ດິນປະສົມກັບຝຸ່ນຄອກທີ່ລະລາຍຕົວແລ້ວ ແລະປຸ໋ຍ 0-46-0 ໃສ່ຖົງຢາງໂດຍເຈາະຮູທີ່ກົນຖົງເພື່ອລະບາຍນໍ້າ ຈາກນັ້ນຫົດນໍ້າດິນໃຫ້ຊຸ່ມນໍາແກ່ນໃສ່ຂຸມລະ 1 ແກ່ນ ຫຼັງຈາກໄດ້ 3-4 ວັນຈະເລີ່ມຊູໃບລ້ຽງຂື້ນມາຊ່ວຍເກາະເອົາເປືອກຂອງແກ່ນອອກຫົດນໍ້າເບ້ຍທຸກຕອນເຊົ້າ-ແລງອາຍຸເບ້ຍທີ່ເໝາະສົມ 10-12 ວັນ ມີໃບແທ້ 2-4 ໃບ ຈິ່ງສາມາດຍ້າຍເບ້ຍລົງປູກໃນໜານ.
4. ການປູກ.
ກ່ອນຍ້າຍປູກ 1-2 ວັນງົດຫົດນໍ້າເພື່ອໃຫ້ເບ້ຍສະງັດການຈະເລີນເຕີບໂຕ ຫົດນໍ້າຂຸມໃຫ້ຊຸ່ມແລ້ວນໍ້າເບ້ຍລົງຂຸມລະ 1 ເບ້ຍຫຼັງຈາກປູກແລ້ວຫົດນໍ້າອີກເທື່ອໜຶ່ງ.
ໄລຍະປູກ
– ແບບຂື້ນຄັ້ງໄລຍະຫ່າງລະຫວ່າງຕົ້ນ 50 ຊມ ລະຍະຫ່າງລະຫວ່າງແຖວ 1,2-1,5 ຊມ.
-ແບບເລືອລະຍະຫ່າງລະຫວ່າງຕົ້ນ 70-100 ຊມ ລະຍະຫ່າງແຖວ 3-4 ແມັດ


5. ການດູແລຮັກສາ.
ການໃຫ້ນໍ້າ ຄວນໃຫ້ນໍ້າຢ່າງສະໝໍ່າສະເໝີຈະເຮັດໃຫ້ແຄດຕາລູບຈະເລີນເຕີບໂຕໄດ້ເຕັມທີ ຢ່າໃຫ້ຂາດນໍ້າ ໂດຍສະເພາະຢ່າງຍິ່ງຫຼັງຈາກຕິດໝາກ ຊຶ່ງຈະເຮັດໃຫ້ໝາກແຄນຕາລູບບໍ່ໃຫ່ຍການໃຫ້ນໍ້າບໍ່ສະໝໍ່າສະເໝີນອກຈາກຈະໃຫ້ການຈະເລີນເຕີບໂຕສະງັກແລ້ວອາດເຮັດໃຫ້ໝາກປີກແຕກໄດ້.
ການໃສ່ຝຸ່ນ.
– ຄັ້ງທີ່1 ຫຼັງປູກໄດ້ 7-10 ວັນໃຫ້ຍູເຮຍອັດຕາ 1 ບ່ວງແກງ/ນໍ້າ 10 ລິດ ຫົດທີເຫງົ່າຕົ້ນ.
– ຄັ້ງທີ່ 2 ຫຼັງຍ້າຍເບ້ຍປູກ 2-30 ວັນໃສ່ປຸ໋ຍສູດ 15-15-15 ອັດຕາ 25 ກິໂລ/ໄລ່ລະຫວ່າງຕົ້ນ.
– ຄັ້ງທີ່ 3 ຫຼັງຍ້າຍເບ້ຍປູກໄດ້ 40 ວັນໃສ່ປຸ໋ຍສູດ 13-13-21 ອັດຕາ 25 ກິໂລ/ໄລ່
– ຄັ້ງທີ່ 4 ເພີ່ມປຸ໋ຍໂປແຕສຊຽມເພື່ອເພີ່ມຄວາມຫວານ ແລະ ສີສັນອາດໃສ່ປຸ໋ຍຍູເຮຍປະສົມລົງໃນອັດຕາ 1/1 ໂດຍຫວ່ານກ່ອນເກັບ 1-2 ອາທິດ.
6. ການປ້ອງກັນກຳຈັດສັດຕູພືດ.
– ວັດສະພືດ ກຳຈັດວັດສະພືດຢ່າງສະໝໍ່າສະເໝີ
– ພະຍາດ ພະຍາດແຫ້ງບໍ່ຄວນປູກຊໍ້າພື້ນທີ່ເກົ່າທີ່ເຄີຍປູກພືດຕະກຸນໝາກແຕງ.
ໂລກນໍ້າໝອກ ປ້ອງກັນກຳຈັດດ້ວຍສານພວກ ດາໂຄນິລ,ຮິໂມມິລ ແລະ ເອພຮອນ 35.
ໂລກໄໝ້ ປ້ອງກັນກຳຈັດດ້ວຍສານພວກຄາຮ໌ເບນດາຊິມ,ເບນເລທ.
– ແມງໄມ້
ໜອນ ແລະ ເຕົາແຕງປ້ອງກັນກຳຈັດດ້ວຍສານພວກ ໂມໂນໂຄຣຟອສ
ເພ້ຍໄຟ ປ້ອງກັນກຳຈັດດ້ວຍສານພວກ ຄາຣ໌ໂບ,ຊັລແຟນ ແລະ ເມທໂທມິລ.
7. ການເກັບກ່ຽວ
ຕັດກິ່ງແຂນຕັ້ງແຕ່ຂໍ້ທີ່1-8 ໃຫ້ໝົດໃຫ້ເລີ່ມໄວ້ໝາກຂໍ້ທີ່ 9-10 ແລະ 10-11 ຂໍ້ລະ 1 ໝາກ ແລະ ຫຼັງຈາກນັ້ນໃຫ້ເລືອກໝາກທີ່ດີທີ່ສຸດໄວ້ພຽງ 1 ໝາກ ແຂນທີ່ເກີດຕັ້ງແຕ່ຂໍ້ທີ່ 13 ຂື້ນໄປຕັດອອກໃຫ້ໝົດເລືອກເກັບໝາກສຸກບໍ້ນ້ອຍກວ່າ 80% ແລະ ໃຊ້ຫຼັກໃນການພິຈາລະນາເກັບແຄນຕາລູບດັ່ງນີ້:
– ນັບອາຍຸຫຼັງຈາກດອກບານແລ້ວປະມານ 30-35 ວັນ.
– ສັງເກດຮອຍແຕກຂອງຂ່ອນໝາກ ສີຜີວ ຖ້າເປັນພັນທີ່ມີຕາໜາງຈະສັງເກດເຫັນຕາໜາງນູນຊັດເຈນ.
– ສັງເກດຈາກກິ່ນ ຖ້າເປັນພັນທີ່ມີກິ່ນຫອມ ຖ້າສຸກກິ່ນຈະຫອມຈົນໄດ້ກິ່ນ.

ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ອະພິຊາດ ສີສະອາດ ປື້ມຄູ່ມືການປູກຜັກສວນຄົວ ແລະ ຜັກພື້ນບ້ານ
ໝວດໝູ່: ການປູກພືດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ການລ້ຽງເປັດເທບ

ການລ້ຽງເປັດເທບ


ເປັດເທບຈັດເປັນປະເພດພັນຊິ້ນ ລ້ຽງງາຍໃຫ່ຍໄວ ແລະ ສາມາດຝັກໄຂເອງລັກສະນະຂອງເປັດເທບຄື ຫົວ ແລະ ໜ້າບາງ ມີສີແດງ ລຳໂຕກວ້າງເປັດໂຕຜູ້ມີຂະໜາດໃຫ່ຍກວ່າເປັດໂຕແມ່ສອງເທົ່ານໍ້າໜັກມາດຕະຖານເປັດໂຕຜູ້ 4,5-6,5 ກິໂລ ແລະ ໂຕແມ່ 2,2-3,1 ກິໂລ ເປັດເທບຈະຮ້ອງສຽງແຫບໆ ເປັນເປັດໝຸ່ມສາວເມື່ອອາຍຸ 16 ອາທິດ ນອກນັ້ນເປັດເທບຍັງບີນເກັ່ງກວ່າເປັດທຳມະດາ

I. ຂໍ້ດີຂອງການລ້ຽງເປັດເທບ
1. ເປັດເທບລ້ຽງງ່າຍໃຫ່ຍໄວ ສາມາດໃຊ້ເສດອາຫານ ຜັກ ວັດສະພືດ ແລະ ເມັດພັນພືດທີ່ໄດ້ຈາກການໄຖນາ ເຊັ່ນ ເຂົ້າເປືອກ ສາລີໄດ້ເປັນຢ່າງດີ
2. ເປັດເທບອອກໄຂ່ປີລະ 4-5 ຊຸດຊຸດລະປະມານ 16 ໜ່ວຍ ສາມາດຟັກໄຂ່ໄດ້ເອງລ້ຽງລູກເກັ່ງແມ່ເປັດເທບສາມາດໃຫ້ລູກໄດ້ປີລະ 55 ໂຕ
3. ເປັດເທບຮ້ອງລ້ຽງບໍ່ດັງລົບກວນຜູ້ອື່ນ
4. ສາມາດລ້ຽງເປັນອາຊີບໄດ້
II. ການລ້ຽງເປັດເທບຈະສໍາເສັດຂື້ນຢູ່ກັບປັດໃຈຕ່າງໆດັ່ງນີ້:
1. ຕ້ອງມີພັນເປັດເທບທີ່ດີຄື ລ້ຽງງ່າຍໃຫ່ຍໄວໄຂ່ດົກ
2. ຕ້ອງມີຄວາມຮູ້ຄວາມຊານານໃນການລ້ຽງເປັດ
3. ມີເຮືອນ(ລົກ)ທີ່ດີ
4. ມີການຈັດການທີ່ດີທັ້ງໃນດ້ານການລ້ຽງ ແລະ ການອານາໄມ
5. ມີການປ້ອງກັນພະຍາດທີ່ດີ
III. ການເຮັດເຮືອນ(ລົກ)ສຳລັບລ້ຽງເປັດເທບ
ເປັນທີ່ສໍາລັບປ້ອງກັນແດດ ຝົນ ແລະ ສັດຕູລົບກວນ ເປັນທີ່ສໍາລັບວາງໄຂ່ ຟັກໄຂ່ ແລະ ນອນສະດວກໃນການຈັດການ ເຊັ່ນ ວັກຊິນປ້ອງກັນພະຍາດ ລົກຕ້ອງມີຂະໜາດ 2 X 5 ແມັດສາມາດບັນຈຸເປັດເທບໄດ້ 20 ໂຕ ພື້ນລົກປູນດ້ວຍແກບ ຂີ້ເລື້ອຍໜານປະມານ 5 ຊມ ມີເດີ່ນຂະໜາດ 5 X 6 ລົກຄວນເຮັດດ້ວຍໄມ້ຫຼືວັດຖຸທີ່ຫາໄດ້ໃນທ້ອງຖິ່ນ ລົກຄວນຢູ່ຫ່າງຈາກເຮືອນ

IV. ການອະນຸບານເປັດນ້ອຍ
ການປະໃຫ້ແມ່ລ້ຽງເອງ ລ້ຽງແມ່ເປັດຈຳນວນນ້ອຍກໍ້ປ່ອຍໃຫ້ແມ່ເປັດລ້ຽງເອງແມ່ເປັດຈະລ້ຽງ ແລະ ໃຫ້ຄວາມອົບອຸ່ນແກ່ລູກເມື່ອໜາວການປ່ອຍໃຫ້ແມ່ເປັດລ້ຽງເອງສ່ວນຫຼາຍຈະລ້ຽງລູກຢູ່ປະມານ 45 ວັນ ເປັດນ້ອຍຈະອອກຫາກິນເອງ ແລະ ແມ່ເປັດຈະເລີ່ມຂົນຂົນສວນ ແລະ ກຽມພ້ອມທີ່ຈະໄຂ່ຫຼືຟັກຕໍ່ໄປ ການໃຫ້ແມ່ເປັດລ້ຽງລູກເອງຂໍ້ເສຍຄືເປັດຈະໄຂ່ໃນຊຸດຕໍ່ໄປຊ້າ
ການແຍກເປັດນ້ອຍມາອານຸບານ ວິທີນີ້ສາມາດລ້ຽງເປັດນ້ອຍໄດ້ເປັນຈະນວນຫຼາຍ ໃຊ້ຫຼອດໄຟຊະນິດກົມຂະໜາດ 60 ວັດໃຫ້ຄວາມອົບອຸ່ນກໍ່ໄດ້


V. ການລ້ຽງເປັດ ອາຍຸ4-12 ອາທິດ
ເປັດອາຍຸ 4-12 ອາທິດເປັນໄລຍະທີ່ມີການຈະເລີນເຕີບໂຕສູງຫຼາຍຫຼັງຈາກໄລຍະນີ້ໄປແລ້ວການຈະເລີນເຕີບໂຕຈະລຸດລົງດັ່ງນັ້ນໄລຍະນີ້ຄວນເອົາໃຈໃສ່ເປັນພິເສດ ດັ່ງນັ້ນການລ້ຽງເປັດໄລຍະນີ້ຄວນບົວລະບັດເປັນຢ່າງດີລົກສໍາລັບລ້ຽງຄວນແຫ້ງສະອາດປັດສະຈາກເຊື້ອພະຍາດສາມາດປ້ອງກັນແດດຝົນໄດ້ ພື້ນລົກບໍ່ຄວນມີນໍ້າຂັງ ການລ້ຽງເປັດໃນໄລຍະນີ້ຖ້າລ້ຽງເພື່ອຈຳໜ່າຍກໍ່ຄວນຈຳໜ່າຍໃນຊ່ວງອາຍຸ 10-20 ອາທິດເພາະເປັນໄລຍະການຈະເລີນເຕີບໂຕ
– ການລ້ຽງເປັດເທບອາຍຸ 13-24 ອາທິດ
ການຈັດການລ້ຽງເປັນໝຸ່ມສາວໃນຊ່ວງເປັດອາຍຸ 13-24 ອາທິດ ເປັດຈະກິນອາຫານຫຼາຍຂື້ນແຕ່ໃຫ້ຊ້າເປັນການສິ້ນເປືອງອາຫານແຕ່ເປັດອາຍຸຂະໜາດນີ້ການຈະເລີນເຕີບໂຕຂອລຂົນກໍ່ຍັງມີອັດຕາສູງຢູ່ ດັ່ງນັ້ນການລ້ຽງເປັດໃນຊ່ວງນີ້ເພື່ອເອົາຂົນຫຼາຍກວ່າເອົາຊີ້ນ ວິທີການບົວລະບັດດ້ວຍອາຫານໃຫ້ພຽງພໍສໍາລັບຮັກສາຂະໜາດ ແລະ ນໍ້າໜັກຂອງເປັດ
VI. ການໃຫ້ອາຫານເປັດເທບ
ອາຍຸແລກເກີດເຖີງ 3 ອາທິດໄລຍະນີ້ເປັດນ້ອຍຕ້ອງການອາຫານມີໂປຼຕີນສູງບໍ່ຕໍ່າກວ່າ 18% ຈຶ່ງຄວນໃຫ້ອາຫານປະສົມສໍາລັບລ້ຽງເປັດນ້ອຍຫຼື ຫົວອາຫານໄກ່ນ້ອຍ ການໃຫ້ອາຫານຄວນໃຫ້ເລື້ອຍໆວັນລະ 7-8 ຄັ້ງ ຮາງອາຫານ1 ຮາງ/ເປັດນ້ອຍ 20 ໂຕ ຂໍ້ສຳຄັນຈະຕ້ອງມີນໍ້າສະອາດຕັ້ງໃຫ້ກິນຕະຫຼອດເວລາດ້ວຍໃສ່ກະຕຸກໃສ່ນໍ້າ 1 ອັນ/ເປັດນ້ອຍ 100 ໂຕ ຖ້າສັງເກດເຫັນວ່າເປັດນ້ອຍມີອາການຊືມ ຄວນໃຫ້ຢາປະຖິວັດທະນະພ້ອມວິນຕາມິນ ແລະ ປ່ຽນນໍ້າໃຫ້ເປັດກິນຕິດຕໍ່ກັນ 3-7 ວັນຈະຊ່ວຍໃຫ້ເປັດນ້ອຍແຂງແຮງ
ເປັດອາຍຸ 4 ອາທິດຫາເປັດໆໝຸ່ມສາວ ເປັດເທບໄລຍະນີ້ຕ້ອງການປະລິມານອາຫານເພີ່ມຂື້ນ ແລະ ມີການຈະເລີນເຕີບໂຕສູງ ດັ່ງນັ້ນຄວນມີນໍ້າ ແລະ ອາຫານໃຫ້ກິນຢ່າງພຽງພໍຊຶ່ງອາຫານທີ່ໃຫ້ຄວນມີໂປຼຕີນ 16% ລ້ຽງດ້ວຍອາຫານສຳເລັດຮູບຮໍາໂດຍຈະຕ້ອງເສີ່ມດ້ວຍຫຍ້າສົດ ເສດຜັກ ຫຼືຜັກຕົບໃຫ້ກິນເປັດຈະກິນອາຫານປະສົມນ້ອຍລົງເພື່ອລຸດຕົ້ນທຶນໃນການຜະລິດ ແລະ ຄວນຂາຍເປັດເມື່ອອາຍຸ 10-12 ອາທິດຈະໄດ້ນໍ້າໜັກ 2,6 ກິໂລ ຖ້າລ້ຽງເກີນ12 ອາທິດເປັດຈະເລີ່ມມີເນື້ອນອອກມາທີ່ໜ້າ ແລະ ຈະເປັນຕຸ່ມແດງເມື່ອອາຍຸ 16 ອາທິດ ຊຶ່ງຕະຫຼອດບໍ່່ຄ່ອຍຕ້ອງການ
ການລ້ຽງເປັດພໍ່ແມ່ພັນຄວນໃຫ້ອາຫານວັນລະ 2 ຄັ້ງ ເຊົ້າ-ແລງ ເພື່ອໃຫ້ເປັດໄດ້ອາຫານໄດ້ຢ່າງມີປະສິດຕິພາບ


VII. ການປ້ອງກັນພະຍາດ
1. ລົກໃຫ້ກວ້າງຂວາງ ເໝາະກັບຈຳນວນຂອງເປັດ ຮັກສາຄວາມສະອາດຢູ່ສະເໝີ
2. ອຸປະກອນຕ່າງໆທີ່ໃຊ້ກັບເປັດເປັນຕົ້ນວ່າ ຮາງອາຫານ ຮາງນໍ້າອື່ນໆຄວນມີການເຮັດຄວາມສະອາດຢູ່ເປັນປະຈຳ
3. ອາຫານທີ່ໃຊ້ລ້ຽງເປັດຕ້ອງເປັນອາຫານໃໝ່ ຖືກສ່ວນຄຸນນະພາບດີ ແລະ ນໍ້າໃຫ້ເປັດຕ້ອງເປັນນໍ້າທີ່ສະອາດເພື່ອໃຫ້ເປັດມີສຸຂະພາບແຂງແຮງຢູ່ສະເໝີ
4. ບໍ່ນໍາເປັດຈາກບ່ອນອືນມາລ້ຽງຮ່ວມໃຫ້ແຍກລ້ຽງໄວ້ຕ່າງຫາກປະມານ 10-15 ວັນ
5. ປ້ອງກັນບໍ່ໃຫ້ພະຍາດເຂົ້າມາໃນລົກ ໂດຍສະມັດລະວັງບໍ່ໃຫ່ບຸກຄົນພາຍນອກ ຕະຫຼອດຈົນສັດອື່ນໆເຂົ້າໄປບໍລິເວນລົກໂດຍສະເພາຢ່າງຍິ່ງໃນຄະນະທີ່ມີການລະບາດຂອງພະຍາດເກີດຂື້ນ
6. ສ້າງຄວາມຕ້ານທານພະຍາດໃຫ້ແກ່ເປັດການຕານທານພະຍາດທີ່ສຳຄັນຄື ການເຮັດວັກຊີນປ້ອງກັນພະຍາດທີ່ຮ້າຍແຮງຂອງເປັດ ເຊັ່ນ ວັກຊີນປ້ອງກັນພະຍາດອະຫິວາ ແລະ ພະຍາດອື່ນໆ
7. ເມື່ອເປັດໃນຝຸງປ່ວຍຕ້ອງແຍກອອກໄວ້ຕ່າງຫາກຫຼືໃຫ້ການຮັກສາໃຫ້ໄກຈາກຝຸງເປັດຖ້າເປັດປ່ວຍດ້ວຍພະຍາດຮ້າຍແຮງຈະເຮັດໃຫ້ເປັດປົກກະຕິຕິດພະຍາດດ້ວຍ ແລະ ເຮັດຄວານສະອາດລົກຮາງອາຫານຮາງນໍ້າໂດຍໃຊ້ຢ່າຂ້າເຊື້ອ ແລະ ຕິດຕໍສັດຕະວະແພດທັນທີ
8. ເມື່ອປະກົດວ່າມີເປັດຕາຍ ຄວນນໍາເປັດທີ່ຕາຍໄປຝັງຫຼືເຜົາທັນທີຢ່ານໍາໄປຖີ່ມຈະເຮັດໃຫ້ມີການແພ່ລະບາດພະຍາດອອກໄປໄກ
9. ຫາກວ່າມີການລະບາດເກີດຂື້ນຫຼື ສັງເກດມີເປັດຕາຍຫຼາຍຜິດປົກກະຕິຄວນຕິດຕໍ່ສັດຕະວະແພດໃນທ້ອງຖິ່ນການໃຊ້ຢາໂດຍບໍ່ຮູ້ສາເຫດຂອງພະຍາດທີ່ແນ່ນອນຈະເປັນການສິ້ນເປືອງເງີນ ແລະ ເປັນອັນຕະລາຍຕໍ່ຝຸງເປັດອີກດ້ວຍ


ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມຸນ:https://www.rakbankerd.com/agriculture/page.php?id=3718&s=tblanimal
ໝວດໝູ່: ການລ້ຽງສັດ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ການລ້ຽງແບ້ເປັນອາຊີບທີ່ດີ

ການລ້ຽງແບ້ເປັນອາຊີບທີ່ດີ


ການລ້ຽງແບ້ມີຄວາມໝາຍຄວາມສຳຄັນສຳລັບຄອບຄົວຊາວກະສິກອນທີ່ມີລາຍຮັບຕໍ່າ ເພາະແບ້ເປັນສັດທີ່ລ້ຽງງ່າຍ ຕ້ອງການເນື້ອທີ່ບໍ່ຫຼາຍ ການລົງທຶນບໍ່ສູງແບ້ແຜ່ພັນໄດ້ໄວ ສາມາດຂາຍເພື່ອສ້າງລາຍຮັບໄດ້ດີ ເຮັດໃຫ້ຊາວກະສິກອນໂດຍສະເພາະເຂດພູດອຍມີຖານະເສດຖະກິດດີຂື້ນ ຊຶ່ງເປັນການຫຼຸດຜ່ອນເນື້ອທີ່ການເຮັດໄຮ່ລົງເທື່ອລະກ້າວ ແລະ ນອກຈາກນັ້ນສະໜອງທາດຊີ້ນ ແລະ ນົມທີ່ດີແກ່ສັງຄົມອີກດ້ວຍ
– ແບ້ຕ້ອງການປະລິມານອາຫານໜ້ອຍກວ່າງົວ ແບ້ 10 ໂຕ ຈະກິນອາຫານເທົ່າກັບງົວ 1 ໂຕ ແບ້ 7-8 ໂຕສາມາດໃຫ້ນົມເທົ່າກັບງົວ 1 ໂຕ
– ຕ້ອງການເນື້ອທີ່ທົ່ງຫຍ້າບໍ່ຫຼາຍ ຖ້າລ້ຽງຈຳນວນໜ້ອຍອາດຈະມັດຫຼືລ້ຽງຕາມບໍລິເວນເດີ່ນບ້ານ ຂ້າງທາງ
ແບ້ລ້ຽງໃນສວນໄມ້ໃຫ້ໝາກ ໃນປ່າອຸສາຫະກຳ
ແບ້ລ້ຽງຂັງເຄິ່ງເຄິ່ງປ່ອຍໃນເນື້ອທີ່ຈຳກັດ
I. ຈຸດອ່ອນ
ການລ້ຽງແບ້ເຖີງວ່າຈະງ່າຍ ແລະ ແຜ່ໄວກໍ່ຕາມແຕ່ການລ້ຽງແບ້ມັນມີຈຸດບາງອັນດັ່ງນີ້:
1. ໝາກັດ ແລະ ມັກເສຍຍ້ອນຄົນລັກ
2. ແບ້ບເປັນສັດມັກກິນອາຫານຫຼາຍຊະນິດ ກິນໄດ້ເກືບທຸກຊະນິດຫຍ້າ ແລະ ໃບໄມ້ຕະຫຼອດຮອດຜົນລະປູກຕາມໄຮ່ ແລະ ສວນຂອງຊາວກະສິກອນ. ສະນັ້ນການລ້ຽງແບ້ຕາມບ້ານ ຫຼື ບໍ່ມີທົ່ງຫຍ້າສະເພາະຕ້ອງໄດ້ເອົາໃຈໃສ່ເປັນພິເສດ
II. ລັກສະນະອຸປະນິໃສ
ແບ້ສາມາດກິນອາຫານໄດ້ຫຼາຍຊະນິດ ຫຍ້າ ໃບໄມ້ ຜັກ ພືດຫົວ ພືດຕະກຸນຖົ່ວອື່ນໆ ແບ້ເປັນສັດທີ່ມີການເຄື່ອນໄຫວວ່ອງໄວ ແຕ່ລະມື້ມັນສາມາດໄປໄດ້ເຖີງ 35 ກລ ມັກຊອກຫາກິນອາຫານຢູ່ສູງຈາກພື້ນດິນປະມານ 0,2-1,2 ແມັດ ມັນມີຄວາມສາມາດຍືນດ້ວຍ 2 ຕີນໄດ້ດົນເພື່ອຍື້ກີນອາຫານ ອາຫານທີ່ຕົກຕາມໜ້າດິນແບ້ມັກຈະບໍ່ກິນ ປະລະມານອາຫານທີ່ແບ້ສາມາດກີນໄດ້ແຕ່ລະມື້2,5-3 ດິໂລວັດຖຸແຫ້ງ/ມື້ ແບ້ໂຕໜຶ່ງມີນໍ້າໜັກ 18-20 ກິໂລ ຕ້ອງການກິນນໍ້າ 680 ມິລີລິດສຳລັບລະດູແລ້ງ
– ແບ້ມິນິໃສມັກເຄື່ອໄຫວເປັນສັດມັກກີນອາຫານໃໝ່ໄປຕະຫຼອດ(ບໍ່ມັກກີນອາຫານເກົ່າທີ່ມີ) ກີນອາຫານແນວລະເລັກລະນ້ອຍ ມັກປີ່ນໄຕ່ຕົ້ນໄມ້ ມັກກະໂດດຫຼືຢືນສອງຂາຕັ່ງຊື່ ມັກຕໍ່ສູ່ກັນ


III. ອາຫານ ແລະ ເຕັກນິກການໃຫ້ອາຫານ
1. ສ້າງທົ່ງຫຍ້າ ມີທົ່ງຫຍ້າເພື່ອຮັບປະກັນໃຫ້ແບ້ໄດ້ມີຫຍ້າຂຽວກີນ ປະລິມານຫຍ້າຂຽວຂື້ນກັບຊະນິດຫຍ້າ ເພີ່ນມັກປູກຫຍ້າກີນິ ຫຍ້າແກມບາ ຖົ່ວສະໄຕໂລ ຖົ່ວເຊັນຕະໂຣ ລະດູການມີຜົນກະທົບຕໍ່ປະລິມານຫຍ້າທີ່ຕ້ອງການເຖີງຢ່າງໃດກໍ່ຕາມແບ້ບໍ່ກີນຫຍ້າຢ່າງດຽວ ແລະ ບໍ່ກີນຫຍ້າທີ່ແກ່
2. ປູກຕົ້ນໄມ້ຕ່າງໆທີ່ເປັນອາຫານແບ້ ຈຸດປະສົງເພື່ອຕອບສະໜອງອາຫານສັດໃຫ້ແບ້ໄດ້ມີອາຫານທີ່ດີ ແລະ ພຽງພໍຕະຫຼອດປີ. ຜົນປະໂຫຍດໄດ້ຈາກປູກຕົ້ນໄມ້ແມ່ນຫຼຸດຜ່ອນການເຊາະເຈື່ອນຂອງໜ້າດິນ ຫຼຸດຜ່ອນແຮງງານໃນການລ້ຽງ ຫຼຸດຜ່ອນການລະບາດຂອງພະຍາດ ແລະ ເປັນການຍົກຜົນຜະລິດໃຫ້ສູງຂື້ນ. ການປູກຕົ້ນໄມ້ໃຫ້ແບ້ກີນເປປັນອາຫານຈະເປັນວຽກອັນໃໝ່ ຄວາມຮູ້ອັນໃໝ່ສຳລັບຊາວກະສິກອນ ການລ້ຽງແບ້ຮ່ວມກັບສວນໄມ້ໃຫ້ໝາກເປັນວິທີໜຶ່ງທີ່ດີເປັນການລ້ຽງສັດແບບປະສົມປະສານກັບການປູກໄມ້ໃຫ້ໝາກ ໜອງປາ ລ້ຽງສັດ ແລະ ປ່າໄມ້ເປັນຮູບແບບການຜະລິດໜຶ່ງທີ່ມີຄວາມຍືນຍົງ
IV. ການປຸງແຕ່ງອາຫານ ແລະ ມີສຳຮອງໄວ້
1. ວິທີແຕກແຫ້ງ ຫຍ້າແຫ້ງ ຫົວມັນຕົ້ນ ໃບມັນຕົ້ນ ແລະ ກະຖິ່ນ
2. ວິທີເຮັດອາຫານຂຸ້ນ້ສີມ

ລ/ດ ວັດຖຸດີບ ສູດ1(%) ສູດ2(%)
1 ມັນຕົ້ນແຫ້ງ 45,3 58,8
2 ຮໍາອ່ອນ 20 22,5
3 ໃບມັນຕົ້ນແຫ້ງ(ຫຼືກະຖິ່ນແຫ້ງ) 15 15
4 ກາກນໍ້າຕານ 15 0
5 ຍູເຮຍ(46-0-0) 1,5 1,5
6 ກະດູກປົ່ນ 1 0
7 ເກືອ 1 2
8 ມາດ

ລວມ

0,2

100

0,2

100

ໃຫ້ກີນອາຫານຂຸ້ນເສີມ 17-20% ຂອງຫານທີ່ໃຫ້ ຫຼື ໃຫ້ກີນ 1,7-2% ຂອງນໍ້າໜັກໂຕສັດເປັນ
3. ສັດກີນອາຫານຂຸ້ນຕ້ອງມີນໍ້າໃຫ້ກີນຕະຫຼອດເວລາ
4. ອາຫານຈຳພວກຫົວ ຕ້ອງໄດ້ຊອຍໃຫ້ບາງບໍ່ຄວນບົດ ຫຼື ໃຫ້ທັ້ງຫົວ
5. ອາຫານຈຳພວກແຮ່ທາດ ເກືອຄວນເຮັດເປັນກ້ອນ(ເປັນປ່ຽນ) ຫຼືໃສ່ກະບັ້ງໄມ້ເຈາະຮູຫ້ອຍໄວ້ໃຫ້ສັດໄດ້ເລຍກີນ


IV. ເຕັກນິກການລ້ຽງແບ້ນ້ອຍ
1 ໄລຍະດູດນົມແມ່(ເກີດໃໝ່ 15 ວັນ) ຫຼັງຈາກແບ້ນ້ອຍເກີດອອກມາຕ້ອງໄດ້ເອົາຜ້າເຊັດໂຕຕົນໃຫ້ແຫ້ງດີ ມີເຟືອງຫຼືຫຍ້າແຫ້ງຮອງພື້ນໃຫ້ມີຄວາມອົບອຸ່ນສະເໝີ
2. ຫຼັງຈາກເກີດໃໝ່ໄດ້ 20-30 ນາທີ ຕ້ອງໃຫ້ດູດນົມແມ່ແຕ່ຫົວທີ ເພາະລະຫວ່າງ 3-7 ວັນນີ້ນໍ້ານົມເຫຼືອງມີທາດບໍາລຸງສູງມີທາດການຕ້ານ ແບ້ໃຫ່ຍໄວ ແລະ ບໍ່ມັກເປັນພະຍາດ ຫຼື ບີບນົມແມ່ໃຫ້ມັນກີນ 3-4 ຄັ້ງ/ວັນ
3. ຖ້າແບ້ແມ່ບໍ່ໃຫ້ດູດກໍ່ຕ້ອງໄດ້ບັງຂັບ ແລະ ແບບໃຫ້ມັນລື້ງເຄີຍຂື້ນໄປ
4. ຄວນແອບໃຫ້ກີນ ຫຼື ບີບນົມທັ້ງສອງເຕົ້າປ້ອງກັນນົມແຂງໂຕ ແລະ ອັດແສບເຕົ້ານົມ
V. ຊ່ວງໄລຍະເກີດໃໝ່ຫາເວລາອອກນົມ
ໃນຊ່ວງໄລຍະນີ້ແບ້ນ້ອຍມັກຕິດພະຍາດທາງລະບົບຫາຍໃຈ ຍ້ອນອາກາດເຢັນສະນັ້ນຄວນໄດ້ຮັກສາໃຫ້ຄອກແບ້ນ້ອຍມີຄວາມອົບອຸ່ນ ມີຫຍ້າແຫ້ງ ເຟືອງແຫ້ງຮອງພື້ນ. ພິເສດໃນໄລຍະນີ້ແບ້ນ້ອຍມັກຕິດພະຍາດປາກເປື່ອກ ແລະ ຕິດຕໍ່ແຜ່ລາມໄວທີ່ສຸດແມ່ນໄລຍະທີ່ມີຝົນຝອຍ ຄວາມກົດດັນອາກາດສູງ ຕ້ອງໝັ້ນກວດກາ ແຍກໂຕທີ່ເປັນອອກຈາກຝູງໂດຍໄວ ຢາຕ້ານເຊື້ອອາດຈະບໍ່ມີປະສິດຕິຜົນສຳລັບພະຍາດນີ້. ປິ່ນປົ່ວພະຍາດນີ້ດ້ວຍການລ້າງບາດແຜ່ໃຫ້ສະອາດດ້ວຍຢ່າຂ້າເຊື້ອ ອີອົດ10% ປະສົມກັບຢາຕ້ານເຊື້ອຊະນິດນໍ້າມັນ ອົກຊີເຕຕາຊິກະລິນອາດມີຜົນສຳລັບພະຍາດແຊກຊ້ອນເທົ່ານັ້ນ

ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄ້ວາການລ້ຽງສັດ
ໝວດໝູ່: ການລ້ຽງສັດ
ຂໍ້ມູນເພີ່ມເຕີມ: ຂໍ້ມູນເຕັກນິກ:
ວີດີໂອ:

ການລ້ຽງໄກ່ງວງ

ການລ້ຽງໄກ່ງວງ


I. ພັນໄກ່ງວງ
– ຜູ້ທີ່ບໍ່ເຄີຍລ້ຽງໄກ່ງວງມາກ່ອນຄິດຍາກຈະລ້ຽງແຕ່ບໍ່ຮູ້ເລີຍວ່າຈະເລືອກພໍ່ແມ່ພັນໄກ່ງວງແບບໃດ ແຫຼ່ງຊື່ພໍ່ແມ່ພັນມາຈາກໃສ່ພັນໄກ່ງວງທີ່ນິຍົມລ້ຽງກັນຢູ່ຫຼືທີ່ມີ ໃນປະຈຸບັນມີຢູ່ 2 ສາຍພັນຄື ພັນສີຂາວ ແລະ ພັນສີເທົານໍ້າໜັກໃຫ່ຍເຕັມທີ່ໂຕຜູ້ປະມານ 7-8 ກິໂລ ສ່ວນໂຕແມ່ມີລັກສະນະໂຕນ້ອຍກວ່າບໍ່ໃຫ່ຍເທົ່າໂຕຜູ້ມີນໍ້າໜັກປະມານ3-4,5 ກິໂລ ການເລື້ອກຊື້ພໍ່ແມ່ພັນນັ້ນຄວນເລືອກສະເພະໄກ່ງວງອາຍຸ 2 ເດອນຂື້ນໄປຫຼື 70 ວັນຂື້ນໄປດພາະໄກ່ງວງໃນໄລຍະແຕກໃໝ່ຈົນເຖີງ 70 ວັນ ຈະມີການສູນເສຍຫຼາຍໃນໄລຍະນີ້ຈະມີການປ້ອງກັນ ພະຍາດລະບາດ ມີການເຮັດວັກຊິນຄາສເຊີສອະຫິວາໄກ່ ຫຼອດລົມອັບເສບ ການເລືອກຊື້ຄວນຈະເລືອກຊື້ຕາມຟາມເຊື້ອຖືໄດ້
ໄກ່ງວງໂຕຜູ້ໃຫ່ຍເຕັມທີ່ນໍ້າໜັກ7-8 ກິໂລ


II. ສະຖານທີ່ລ້ຽງໄກ່ງວງ
ຄວນຈະເປັນສະຖານທີ່ທີ່ເປັນສູງບໍ່ເປັນທີ່ຕໍານໍ້າບໍ່ຖ້ວມຂັງລະບາຍນໍ້າໄດ້ດີຫ່າງຈາກຊຸມຊົນພໍສົມຄວນເພາະສຽງ ແລະ ກິ່ນອັນບໍ່ພຶງປະສົງ ເປັນສະຖານທີ່ປອດໄພຈາກສັດຕູໄກ່ງວງ ເຊັ່ນ ໝາ ສັດເລືອຄານ ແມວ ນົກກາ ຄົນຄືສັດຕູທີ່ເປັນຕາຢ້ານທີ່ສຸດ (ຄົນຂີ້ລັກ)
III. ໂຮງເຮືອນທີ່ແຂງແຮງໝັ້ນຄົງຄອກສ້າງດ້ວຍໄມ້ເນື້ອແຂງ
ການລ້ຽງໄກ່ງວງນັ້ນຈະມີຫຼາຍວິທີ ເຊັ່ນ ລ້ຽງໃນລົກ ລ້ຽງແບບເຄິ່ງລົກເຄິງທົ່ງກວ້າງ ຫຼືການລ້ຽງນັ້ນກໍ່ແລ້ວແຕ່ພື້ນທີ່ໃຫ້ເບິ່ງຕາມຄວາມເໝາະສົມ ຖ້າລ້ຽງຫຼາຍຕ້ອງເຮັດເປັນໂຮງເຮືອນທີ່ແຂງແຮງໝັ້ນຄົງຄອກສ້າງດ້ວຍໄມ້ເນື້ອແຂງ ຫຼັງຄາມຸງດ້ວຍສັງກະສີ ຫຼື ກະເບື້ອງ ຫຍ້າຄາ ຈະຕ້ອງສ້າງໂດຍໃຫ້ມີອາກາດຖ່າຍເທໄດ້ສະດວກຢ່າໃຫ້ອັດຊື້ນເຮັດຄວາມສະອາດໄດ້ງ່າຍ ຄວນເຮັດຄວາມສະອາດຄອກໃຫ້ສະໝໍ່າສະເໝີປ່ຽນວັດຖຸຮອງພື້ນ ໃຊ້ປູກຂາວໂຮຍຂ້າເຊື້ອ ອຸປະກອນໃຫ້ນໍ້າອາຫານຕ້ອງເຮັດແຂວນໄວ້ ແລະ ໃຫ້ນຳມາເຮັດຄວາມສະອາດລ້າງຕາກແດດໃຫ້ແຫ້ງຢ່າງສະໝໍ່າສະເໝີ ແລະ ຕ້ອງມີລານສຳລັບໃຫ້ໄກ່ງວງຍ່າງອອກກຳລັງກາຍດ້ວຍ ດັ່ງນັ້ນການສ້າງໂຮງເຮືອນຈຶ່ງມີລັກສະນະລ້ອມດ້ວຍຮົ້ວໄມ້ກວ້າງໆແລ້ວມີໂຮງເຮືອນທີ່ມີຫຼັງຄາຢູ່ບໍລິເວນກາງຄອກໍຫຼືດ້ານຂ້າງກໍ່ໄດ້ສຳລັບໃຫ້ໄກ້ງວງລົບແດດລົບຝົນ ສິ່ງສຳຄັນໃນການເຮັດຄອກໃຫ້ໄກ່ງວງເພາະນິໃສຂອງໄກ່ງວງມັກນອນບ່ອນສູງເນືອງຈາກໄກ່ງວງມີພັນທຸກຳຂອງໄກ່ປ່າຈຶ່ງມີຮ່າງກາຍທີ່ແຂງແຮງ ແລະ ລັກສະນະຂອງຄອກນອນຈະຕ້ອງເປັນໄມ້ກົມບໍ່ມີຫຼ່ຽມເຊັ່ນ ໄມ້ໄຜ່ ໂດຍບໍລິເວນຮອບນອກອາດວາງກອງໄມ້ຫຼືວັດຖຸສຳລັບໃຫ້ໄກ່ງວງວາງໄຂ່


IV. ການອານຸບານ
ລູກໄກ່ເມື່ອອກຈາກໄຂ່ແລ້ວຄວນມີຄອກອານຸບານແຍກອອກເອົາໄວ້ຕ່າງຫາກລັກສະນະຂອງໂຮງເຮືອນ(ເລົ້າ) ບໍ່ຈຳເປັນຕ້ອງສູງໃຫ່ຍຫຼາຍອາດປະມານ 2 X 4 ຫຼື 4 X 6 ກໍ່ໄດ້ຫຼັງອາດໃຊ້ກົງນົກຂະໜາດໃຫ່ຍກໍ່ໄດ້ແລ້ວໃຫ້ເອົາມຸ້ງຫຼືຜ້າຂຽວມາປິດອ້ອມທັ້ງ 4 ດ້ານຍິ່ງເປັນການດີ ເພື່ອປ້ອງກັນຍຸງເພາະເປັນພາຫານະນໍາເຊື້ອຝີດາບມາສູ່ໄກ່ງວງເພາະລັກສະນະໄກ່ງວງກົງສ່ວນຫົວລົງໄປຕົ້ນຄໍຂາ ແລະ ສ່ວນອື່ນໆຈະມີຂົນນ້ອຍກວ່າໄກ່ບ້ານທົ່ວໄປ
– ໃນມື້ທຳອິດທີ່ອອກມາຈະໃຫ້ຄວາມອົບອຸ່ນກ່ອນໂດຍນຳຫຼອດໄຟມາແຂວນໄວ້ເປັນຈຸດເປັນຈຸດຢ່າໃຫ້ຮ້ອນຫຼາຍໃຫ້ພໍອຸ່ນໆເຮັດ1 ອາທິດທຳອິດ


V. ການໃຫ້ອາຫານໄລຍະອານຸບານ
ການໃຫ້ອາຫານໃຊ້ອາຫານສຳລັບຮູບໄກ່ເນື້ອເພື່ອໃຫ້ລູກໄກ່ໄດ້ຮັບສານອາຫານເຕັມທີ່ຫຼັງຈາກອາຍຸ 2ເດືອນຫຼື 70 ວັນ ຂື້ນໄປກໍ່ເລືອກໃຊ້ອາຫານຕາມທຳມະຊາດ ເຊັ່ນ ຮໍາ ປາຍເຂົ້າຫຼືເສດຜັກຕ່າງໆຊ້ອຍໃຫ້ລະອຽດ ສ່ວນຮໍາໃຫ້ປະສົມນໍ້າພໍໃຫ້ເປັນຕົມໄກ່ງວງຈະມັກຫຼາຍ.
VI. ອາຫານໄກ່ງວງໄລຍະຕ່າງໆ
ອາຫານໄກ່ງວງໄລຍະກົກ-ໄລຍະນ້ອຍ ຈຳເປັນຕ້ອງໃຊ້ອາຫານທີ່ມີໂພສະນາການຄົບຖ້ວນ ແລະ ມີຄວາມເຂັ້ມຂົ້ນຂອງໂປຕີນ ພະລັງງານ ແຮ່ທາດ ແລະ ວິຕາມິນ ເຊັ່ນ ອາຫານປະສົມສຳລັບຮູບທີ່ລະບຸໂປຕີນໄວ້ບໍ່ນ້ອຍກວ່າ 19%,17%,15% ເພາະໄກ່ງວງເປັນສັດທີ່ມີການຈະເລີນເຕີບໂຕຢ່າງໄວ ແລະ ຈະເປັນປັນຫາສຳລັບຊາວກະສິກອນເນື່ອງຈາກເປັນອາຫານທີ່ມີຄຸນນະພາບລາຄາແພງ ຊາວກະສິກອນຈຶ່ງຫັນມາໃຊ້ອາຫານທີ່ມີຄຸນນະພາບຕໍາລົງມາ ເຮັດໃຫ້ການຈະເລີນເຕີບໂຕລູກໄກ່ງວງສະງັກໃນໄລຍະນ້ອຍ ຊຶ່ງຄວນຈະເປັນໄລຍະທີ່ລູກໄກ່ງວງຈະເລີນເຕີບໂຕໄວ
– ອາຫານໄກ່ງວງໄລຍະລຸ້ນ ໄກ່ງວງໝຸ່ມສາວ ແລະ ໄກ່ງວງພໍ່-ແມ່ພັນ ໃຊ້ອາຫານທີ່ມີລະດັບໂປຕີນລົດຕໍ່າລົງມາກວ່າໄລຍະທຳອິດ ແລະ ໄລຍະນ້ອຍຕາມລຳດັບເນື່ອງຈາກຄວາມຕ້ອງການອາຫານໃນໄລຍະດີລົດລົງ ປະກອບກັບໄກ່ງວງໃຫ່ຍສາມາດຫາອາຫານຈຳພວກພືດ ແລະ ແມງໄມ້ຕາມທຳມະຊາດໄດ້ແດ່ແລ້ວ ຊາວກະສິກອນສ່ວນໃຫ່ຍຈຶ່ງໃຫ້ຄວາມສົນໃຈທີ່ຈະເລີ່ມຕົ້ນລ້ຽງໄກ່ງວງໂດຍການຫາຊື້ນໄກ່ງວງໝຸ່ມສາວຫຼືໄກ່ໃຫ່ຍມາລ້ຽງແຕ່ກໍ່ຂື້ນຢູ່ກັບສະພາບພື້ນທີ່ຂອງຄອບຄົວນັ້ນໆ ມີຄວາມສົມບູນຂອງອາຫານທຳມະຊາດຫຼາຍນ້ອຍພຽງໃດ ແລະ ຈະຕ້ອງຄຳນຶ່ງເຖີງແຮງງານໃນການບົວລັດເອົາໃຈໃສ່ຕໍ່ໄກ່ງວງຂອງຜູ້ລ້ຽງ ເປັນສຳຄັນ
VII. ພະຍາດຂອງໄກ່ງວງ
ພະຍາດທີ່ພົບສ່ວນໃຫ່ຍຈະເປັນພະຍາດຝີດາບ ພະຍາດໄທຟອຍໃນສັດປີກ ພະຍາດຂີ້ຂາວ ແຕ່ດ້ວຍຄວາມທົນຕໍ່ສະພາບແວດລ້ອມຈຶ່ງມີນ້ອຍທີ່ໄກ່ງວງຈະເປັນພະຍາດ ວິທີການປ້ອງກັນງ່າຍໆ ພຽງຄ່ອຍບົວລະບັດຮັກສາຄວາມສະອາດພາຍໃນ ແລະ ພາຍນອກຄອກຢ່າງສະໝໍ່າສະເໝີ ແລະ ຮັກສາໂດຍໃຊ້ຢ່າແກ້ປວດລະລາຍນໍ້າທາທີ່ບາດ ໂດຍສະເພາະໃນລະດູຝົນຈະເກີດພະຍາດຝີດາບ ເຮັດໃຫ້ໄກ່ງວງຕາຍເປັນຈຳນວນຫຼາຍ ສາຍເຫດລັກທີ່ເຮັດໃຫ້ໄກ່ງວງເປັນພະຍາດນີ້ຫຼາຍຄື ຍຸງຊຶ່ງເປັນພາຫານະນຳພະຍາດ ແນະນຳໃຫ້ຜູ້ລ້ຽງຄ່ອຍບົວລະບັດຮັກສາໄກ່ພະຍາຍາມຢ່າໃຫ້ຍຸງກັດ ໂດຍຫຼັງຈາກທີ່ອານຸບານລູກໄກ່ງວງຄົບ 1 ເດືອນ ແລ້ວຊາວກະສິກອນຍັງຄົງລ້ຽງໃນຄອກຕໍ່ໄປ ໂດຍໃນຊ່ວງເວລາຫົວຄໍ່າຈົນເຖີງເຊົ້າມື້ຕໍ່ມາ ຊາວກະສິກອນຈະກາງມຸ້ງຫຼື ໃຊ້ຜ້າຄຸ່ມກົງໄກ່ງວງເພື່ອປ້ອງກັນຍຸງ ໂດຍສະເພາະຊ່ວງທີ່ໄກ່ງວງອາຍຸ 1-4 ເດືອນ ຖ້າຫາກເປັນພະຍາດຝີດາບຈະຫາຍຫຍາກ
– ຖ້າພັບເຫັນໄກ່ລ້ຽງເປັນພະຍາດຝີດາບຮັກສາໄດ້ໂດຍໃຊ້
1. ຢາແກ້ປວດ
2. ທິງເຈອຣ໌ໄອໂອດິນ
ວິທີໃຊ້ ໃຫ້ນໍາຢ່າແກ້ປວດປະສົມກັບທິງເຈອຣ໌ໄອໂອດິນ ຫຼັງຈາກນັ້ນນໍາສຳລີ ຈຸ່ມຢາທາບໍລິເວນບາດປະມານ 2-3 ຄັ້ງ ບາດຈະຕົກເກັດ ແລະ ເຊົາພາຍໃນ 2-3 ວັນ

ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: https://www.rakbankerd.com/agriculture/page.php?id=1327&s=tblareablog
ໝວດໝູ່: ການລ້ຽງສັດປີກ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ:

ການລ້ຽງໄກ່ດຳ

ການລ້ຽງໄກ່ດຳ


ໄກ່ດຳເປັນສາຍພັນໜຶ່ງຂອງໄກ່ດຳ ປັບປຸງພັນຈາກໄກ່ດຳຈາກປະເທດຈີນ ໄກ້ດຳເປັນສັດເສດຖະກິດທຄີ່ມີຄວາມຕ້ອງການໃນທ້ອງຕະຫຼາດປະເທດຈີນ ມີຄວາມເຊື້ອໃນຊັບພະຄຸນຂອງໄກ່ດຳຊຶ່ງມີອົງປະກອບ ຂົນດຳ, ໜັງດຳ,ເລັບດຳ,ຊື້ນດຳ, ແລພ ກະດູກກໍ່ສີເທົາດຳ
I. ການຄັດເລືອກພໍ່-ແມ່ພັນໄກ່ດຳ
1. ລັກສະນະພໍ່ພັນ ຈະຕ້ອງມີຮູບຮ່າງສົມບູນແຂງແຮງ ອາຍຸຕັ້ງແຕ່ 9 ເດືອນແຕ່ບໍ່ເກີນ 3 ປີ ແລະ ມີນໍ້າໜັກ 2,5 ກິໂລ
2. ລັກສະນະແມ່ນພັນ ຈະຕ້ອງມີຮູບຮ່າງທີ່ສົມບູນແຂງແຮງ ອາຍຸຕັ້ງແຕ່ 7 ເດືອນແຕ່ບໍ່ເກີນ 3 ປີໃຫ້ໄຂ່ຊຸດລະ 10-15 ໜ່ວຍ ລ້ຽງລູກເກັ່ງມິນີໃສບໍ່ຮ້າຍຫຼືຈິກຕີລູກໄກ່ຂອງຕົວອື່ນ
3. ພໍ່ພັນໄກ່ 1 ໂຕສາມາດຄຸ່ມຝຸງເພື່ອປະສົມພັນແມ່ໄກ່ໄດ້ບໍ່ເກີນ 6-10 ໂຕແລະ ບໍ່ຄວນໃຫ້ຄຸມຝຸງດົນເກີນໄປ ເພາະຈະເຮັດໃຫ້ເກີດບັນຫາເລືອດຊິດໃນຝຸງນັ້ນ


II. ການລ້ຽງໄກ່ດຳ
ການລ້ຽງໄກ່ດຳຕາມຫຼັກການງ່າຍໆຄືແບບຊາວກະສິກອນຕ້ອງເອົາໃຈໃສ່ບົວລະບັດໃນການລ້ຽງ ໃຫ້ນໍ້າສະອາດຕັ້ງໄວ້ໃຫ້ໄກ່ກິນຕະຫຼອດວັນ ແລະ ຄ່ອຍປ່ຽນນໍ້າທຸກໆວັນ ໃຫ້ອາຫານປະສົມທຸກເຊົ້າ-ແລງ ເພີ່ມເຕີມຈາກອາຫານໄກ່ຫາກິນໄດ້ຕາມປົກກະຕິ ເຊັ່ນ ເຂົ້າເປືອກ,ຮໍາ,ປາບົດ,ສາລີບົດ,ກາກຖົ່ວ,ຂີ້ໝາກພ້າວ,ຫົວອາຫານໄກ່ສຳເລັດຮູບຊະນິດເມັດຫຼືການໃຫ້ຫົວອາຫານໄກ່ສຳເລັດຮູບປະສົມລົງໃນຮໍາ ຫຼືເຂົ້າເປືອກທີ່ເປັນວິທີການສະດວກທີ່ສຸດສາມາດຫາຊື້ໄດ້ງ່າຍ ແລະ ປະສົມເອງໄດ້ ຊ່ວຍໃຫ້ໄກ່ຈະເລີນເຕີບໂຕໄວ ມີເປືອກຫອຍປົນໄວ້ໃຫ້ໄກ່ກິນເພື່ອເສີມແຄລຊຽມ ແລະ ຊ່ວຍຍ່ອຍອາຫານ ແລະ ໃຫ້ຫຍ້າສົດ ໃບກະຖິ່ນຫຼືຜັກສົດໃຫ້ໄກ່ກິນທຸກວັນ
III. ການລ້ຽງໄກ່ດຳ ນ້ອຍ
1. ການລ້ຽງໄກ່ດຳ ນັ້ນ ໃຊ້ການລ້ຽງໄກ່ແບບພື້ນບ້ານເປັນການລ້ຽງໂດຍໃຫ້ແມ່ໄກ່ເຮັດໜ້າທີ່ໃນການກຸກ ແລະ ລ້ຽງລູກເອງ ຈົນກວ່າລູກໄກ່ອາຍຸ 6-8 ອາທິດຈຶ່ງປ່ອຍໃຫ້ລູກໄກ່ອອກຫາກິນເອງແຍກອອກຈາກແມ່ໄກ່
2. ໃນໄລຍະອາທິດທຳອິດ ລູກໄກ່ຍັງບໍ່ແຂງແຮງ ຄວນໃຊ້ສຸ່ມຂັງແມ່ໄກ່ກັບລູກໄກ່ໄວ້ໂດຍໃຫ້ອາຫານ ແລະ ນໍ້າ ຫຼືອາດແຍກລູກໄກ່ນຳໄປອານຸບານລ້ຽງໂດຍໃຊ້ໄຟ້າໃຫ້ຄວາມອົບອຸ່ນແກ່ລູກໄກ່
3. ບົວລະບັດຄວາມສະອາດພາສະນະຕ່າງໆທີ່ຢູ່ໃນລົກ ແລະ ບໍລິເວນໃກ້ຄຽງດ້ວຍນໍ້າສະອາດ ແລະ ຢ່າຂ້າເຊື້ອພະຍາດທຸກວັນ ລັກສະນະຂອງໂຮງເຮືອນຈະຕ້ອງລະບາຍອາກາດໄດ້ດີ ປ້ອງກັນລົມພັດຫຼືຝົນສາດດ້ານໜ້າປະຕູເຂົ້າ ໂຮງເຮືອນຈະຕ້ອງມີອ່າງນໍ້າຢ່າຂ້າເຊື້ອສຳລັບຈຸ່ມຕີນເຂົ້າໄປໂຮງເຮືອນ ໄກ່ຈະຕ້ອງໄດ້ຮັບອາຫານ ແລະ ນໍ້າທີ່ສະອາດ ຕ້ອງທຳການປະເມີນອາຫານໃນແຕ່ລະວັນໃຫ້ພໍດີກັບຄວາມຕ້ອງການຂອງໄກ່ ບໍ່ຄວນເຫຼືອສະສົມໄວ້ ແລະ ນໍ້າຄວນປ່ຽນເຊົ້າ-ແລງ ແລະ ທຸກວັນ


IV. ການຟັກໄຂ່
1. ແມ່ໄກ່ດຳຈະເລີ່ມອອກໄຂ່ເມື່ອອາຍຸປະມານ 6-8 ເດືອນ ໃຫ້ໄຂ່ປະມານ 3-4 ຊຸດ/ປີ ຊຸດລະ 10-15 ໜ່ວຍ/ໂຕ ແມ່ໄກ່ເມື່ອໄຂ່ໝົດຊຸດແລ້ວກໍ່ຈະເລີ່ມຟັກໄຂ່
2. ປົກກະຕິການຟັກໄຂ່ໃນທຳມະຊາດແມ່ໄກ່ຈະເປັນຜູ້ຟັກເອງ ກ່ອນຈະໃຫ້ແມ່ໄກ່ຟັກໄຂ່ຄວນຂ່າໄຮ ແລະ ເຫົາເທິ່ງໂຕໄກ່ກ່ອນດ້ວຍຈັບແມ່ໄກ່ຈຸ່ມລົງນໍ້າຢ່າຂ້າໄຮ ເຫົາ ທັ້ງນີ້ເພື່ອປ້ອງກັນໄຮ ແລພ ເຫົາລົບກວນແມ່ໄກ່ໃນຂະນະຟັກ
3. ແຕ່ສຳລັບສູນຟັກໄຂ່ນີ້ຈະໃຊ້ເຄື່ອງຟັກໄຂ່ຊ່ວຍໃນການຟັກໄຂ່ເພາະເມື່ອເຖີງເວລາຟັກໄຂ່ແມ່ໄກ່ຈະບໍ່ຄ່ອຍກິນອາຫານ ດ່ັວນັ້ນຈຶ່ງໃຊ້ເຄື່ອງຟັກໄຂ່ຊ່ວຍເພື່ອໃຫ້ແມ່ໄກ່ບໍ່ຈ່ອຍ ແລະ ສາມາດວາງໄຂ່ຕ້ອງຕໍ່ເນື່ອງປະມານ 5-6 ຊຸດ/ປີຫຼາຍກ່ອນປົກກະຕິ
4. ການຟັກໄຂ່ນີ້ຈະໃຊ້ເວລາເທົ່າກັນທັ້ງການຟັກໄຂ່ໂດຍແມ່ໄກ່ຫຼືການໃຊ້ເຄື່ອງຟັກໄຂ່ລະຍະເວລາໃນການຟັກໄຂ່ຈົນອອກເປັນໂຕປະມານ 21 ວັນ


V. ການບົວລະບັດດ້ານສຸຂະພາບຂອງໄກ່
1. ໂປຣແກຣມວັກຊິນ ສັກວັກຊິນນິວຄລາສເຊີລໃຫ້ໄກ່ທີ່ອາຍຸ 1-3 ວັນໂດຍວິທີການຍອດເຂົ້າຕາ(ເຮັດຊໍ້າທຸກ 3 ເດືອນ)
2. ສັກວັກຊິນຫຼອດລົມອັບເສບສຳລັບໄກ່ອາຍຸ 7 ວັນ ໂດຍວິທີການຍອດເຂົ້າຕາຫຼືດັງ(ເຮັດຊໍ້າທຸກ 3 ເດືອນ)
3. ສັກວັກຊິນຝີດາບສຳລັບໄກ່ອາຍຸ 14 ວັນ ໂດຍໃຊ້ເຂັມຄູ່ສັກເຂົ້າກອ້ງປີກ(ສັກປີລະຄັ້ງ)
4. ສັກວັກຊິນອະຫິວາໄກ່ສຳລັບໄກ່ອາຍຸ 1 ເດືອນ ໂດຍການສັກເຂົ້າກ້າມຊີ້ນບໍລິເວນໜ້າເອີກໃນປະລິມານ 1 ຊີຊີ(ສັກຊໍ້າທຸກ 3 ເດືອນ)
VI. ການບົວລະບັດໄກ່ດຳ
1. ເບິ່ງຄວາມສະອາດພາສະນະອຸປະກອນຕ່າງໆທີ່ຢູ່ໃນໄຮງເຮືອນ ແລະ ບໍລິເວນໃກ້ຄຽງດ້ວຍນໍ້າສະອາດ ແລະ ຢ່າຂ້າເຊື້ອທຸກວັນ
2. ລັກສະນະໂຮງເຮືອນ(ລົກ)ຈະຕ້ອງລະບາຍອາກາດໄດ້ດີປ້ອງກັນລົມຫຼືຝົນສາດດ້ານໜ້າປະຕູເຂົ້າ ໂຮງເຮືອນ(ລົກ)ຈະຕ້ອງມີອ່າງນໍ້າຢ່າຂ້າເຊື້ອສຳລັບຈຸ່ມຕີນກ່ອນເຂົ້າໂຮງເຮືອນ(ລົກ)
3. ໄກ່ຕ້ອງໄດ້ຮັບອາຫານ ແລະ ນໍ້າສະອາດ ຕ້ອງປະລິມານອາຫານທີ່ໃຫ້ໃນແຕ່ລະວັນໃຫ້ພໍດີກັບຄວາມຕ້ອງການຂອງໄກ່ ບໍ່ຄວນເລືອກສະສົມໄວ້ ນໍ້າຄວນປ່ຽນເຊົ້າ-ແລງທຸກວັນ
4. ກໍລະນີໄກ່ປ່ວຍ ຄວນແຍກໄກ່ປ່ວຍອອກຈາກຝຸງເພື່ອປ້ອງກັນການລະບາດໄປຍັງໄກ່ໂຕອື່ນ ຖ້າໄກ່ປ່ວຍຕາຍຄວນເຜົາຫຼືຝັກສາກທັ້ງທີ່
5. ຊ່ວງອາກາດປ່ຽນແປງຫຼືມີການເຄື້ອນຍ້າຍໄກ່ອາດປ່ວຍໄດ້ຄວນລະລາຍໄວຕາມິນໃຫ້ໄກ່ກິນທັ້ງຝຸງເພື່ອໃຫ້ໄກ່ແຂງແຮງ ແລະ ມີສຸຂະພາບດີ
6. ເຮັດການຂ້າແມ່ທ້ອງໄກ່ທຸກໆ 4 ເດືອນຢ່າງສະໝໍ່າສະເໝີ
7. ຄວນມີຕູ້ຢາປະຈຳຟາມປະກອບດ້ວຍຢາປະຕິຊີວະນະ ຢາບຳລຸງ ແລະ ວິຕາມິນ
8. ກ່ອນນຳໄກ່ຈາກພາຍນອກເຂົ້າມາລ້ຽງຄວນຄັດເບິ່ງອາການກ່ອນຢ່າງນ້ອຍ 15 ວັນກ່ອນນຳເຂົ້າຮ່ວມຝຸງ


ຮຽບລຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສົມຍົດ ໂຄຕະກຳ http://www.rakbankerd.com
ໝວດໝູ່:ການລ້ຽງສັດປີກ
ຂໍ້ມູນເພີ່ມເຕີມ:
ຂໍ້ມູນເຕັກນິກ:
ວີດີໂອ: