ການລ້ຽງແບ້ເປັນອາຊີບທີ່ດີ
ການລ້ຽງແບ້ເປັນອາຊີບທີ່ດີ
ການລ້ຽງແບ້ມີຄວາມໝາຍຄວາມສຳຄັນສຳລັບຄອບຄົວຊາວກະສິກອນທີ່ມີລາຍຮັບຕໍ່າ ເພາະແບ້ເປັນສັດທີ່ລ້ຽງງ່າຍ ຕ້ອງການເນື້ອທີ່ບໍ່ຫຼາຍ ການລົງທຶນບໍ່ສູງແບ້ແຜ່ພັນໄດ້ໄວ ສາມາດຂາຍເພື່ອສ້າງລາຍຮັບໄດ້ດີ ເຮັດໃຫ້ຊາວກະສິກອນໂດຍສະເພາະເຂດພູດອຍມີຖານະເສດຖະກິດດີຂື້ນ ຊຶ່ງເປັນການຫຼຸດຜ່ອນເນື້ອທີ່ການເຮັດໄຮ່ລົງເທື່ອລະກ້າວ ແລະ ນອກຈາກນັ້ນສະໜອງທາດຊີ້ນ ແລະ ນົມທີ່ດີແກ່ສັງຄົມອີກດ້ວຍ
– ແບ້ຕ້ອງການປະລິມານອາຫານໜ້ອຍກວ່າງົວ ແບ້ 10 ໂຕ ຈະກິນອາຫານເທົ່າກັບງົວ 1 ໂຕ ແບ້ 7-8 ໂຕສາມາດໃຫ້ນົມເທົ່າກັບງົວ 1 ໂຕ
– ຕ້ອງການເນື້ອທີ່ທົ່ງຫຍ້າບໍ່ຫຼາຍ ຖ້າລ້ຽງຈຳນວນໜ້ອຍອາດຈະມັດຫຼືລ້ຽງຕາມບໍລິເວນເດີ່ນບ້ານ ຂ້າງທາງ
ແບ້ລ້ຽງໃນສວນໄມ້ໃຫ້ໝາກ ໃນປ່າອຸສາຫະກຳ
ແບ້ລ້ຽງຂັງເຄິ່ງເຄິ່ງປ່ອຍໃນເນື້ອທີ່ຈຳກັດ
I. ຈຸດອ່ອນ
ການລ້ຽງແບ້ເຖີງວ່າຈະງ່າຍ ແລະ ແຜ່ໄວກໍ່ຕາມແຕ່ການລ້ຽງແບ້ມັນມີຈຸດບາງອັນດັ່ງນີ້:
1. ໝາກັດ ແລະ ມັກເສຍຍ້ອນຄົນລັກ
2. ແບ້ບເປັນສັດມັກກິນອາຫານຫຼາຍຊະນິດ ກິນໄດ້ເກືບທຸກຊະນິດຫຍ້າ ແລະ ໃບໄມ້ຕະຫຼອດຮອດຜົນລະປູກຕາມໄຮ່ ແລະ ສວນຂອງຊາວກະສິກອນ. ສະນັ້ນການລ້ຽງແບ້ຕາມບ້ານ ຫຼື ບໍ່ມີທົ່ງຫຍ້າສະເພາະຕ້ອງໄດ້ເອົາໃຈໃສ່ເປັນພິເສດ
II. ລັກສະນະອຸປະນິໃສ
ແບ້ສາມາດກິນອາຫານໄດ້ຫຼາຍຊະນິດ ຫຍ້າ ໃບໄມ້ ຜັກ ພືດຫົວ ພືດຕະກຸນຖົ່ວອື່ນໆ ແບ້ເປັນສັດທີ່ມີການເຄື່ອນໄຫວວ່ອງໄວ ແຕ່ລະມື້ມັນສາມາດໄປໄດ້ເຖີງ 35 ກລ ມັກຊອກຫາກິນອາຫານຢູ່ສູງຈາກພື້ນດິນປະມານ 0,2-1,2 ແມັດ ມັນມີຄວາມສາມາດຍືນດ້ວຍ 2 ຕີນໄດ້ດົນເພື່ອຍື້ກີນອາຫານ ອາຫານທີ່ຕົກຕາມໜ້າດິນແບ້ມັກຈະບໍ່ກິນ ປະລະມານອາຫານທີ່ແບ້ສາມາດກີນໄດ້ແຕ່ລະມື້2,5-3 ດິໂລວັດຖຸແຫ້ງ/ມື້ ແບ້ໂຕໜຶ່ງມີນໍ້າໜັກ 18-20 ກິໂລ ຕ້ອງການກິນນໍ້າ 680 ມິລີລິດສຳລັບລະດູແລ້ງ
– ແບ້ມິນິໃສມັກເຄື່ອໄຫວເປັນສັດມັກກີນອາຫານໃໝ່ໄປຕະຫຼອດ(ບໍ່ມັກກີນອາຫານເກົ່າທີ່ມີ) ກີນອາຫານແນວລະເລັກລະນ້ອຍ ມັກປີ່ນໄຕ່ຕົ້ນໄມ້ ມັກກະໂດດຫຼືຢືນສອງຂາຕັ່ງຊື່ ມັກຕໍ່ສູ່ກັນ
III. ອາຫານ ແລະ ເຕັກນິກການໃຫ້ອາຫານ
1. ສ້າງທົ່ງຫຍ້າ ມີທົ່ງຫຍ້າເພື່ອຮັບປະກັນໃຫ້ແບ້ໄດ້ມີຫຍ້າຂຽວກີນ ປະລິມານຫຍ້າຂຽວຂື້ນກັບຊະນິດຫຍ້າ ເພີ່ນມັກປູກຫຍ້າກີນິ ຫຍ້າແກມບາ ຖົ່ວສະໄຕໂລ ຖົ່ວເຊັນຕະໂຣ ລະດູການມີຜົນກະທົບຕໍ່ປະລິມານຫຍ້າທີ່ຕ້ອງການເຖີງຢ່າງໃດກໍ່ຕາມແບ້ບໍ່ກີນຫຍ້າຢ່າງດຽວ ແລະ ບໍ່ກີນຫຍ້າທີ່ແກ່
2. ປູກຕົ້ນໄມ້ຕ່າງໆທີ່ເປັນອາຫານແບ້ ຈຸດປະສົງເພື່ອຕອບສະໜອງອາຫານສັດໃຫ້ແບ້ໄດ້ມີອາຫານທີ່ດີ ແລະ ພຽງພໍຕະຫຼອດປີ. ຜົນປະໂຫຍດໄດ້ຈາກປູກຕົ້ນໄມ້ແມ່ນຫຼຸດຜ່ອນການເຊາະເຈື່ອນຂອງໜ້າດິນ ຫຼຸດຜ່ອນແຮງງານໃນການລ້ຽງ ຫຼຸດຜ່ອນການລະບາດຂອງພະຍາດ ແລະ ເປັນການຍົກຜົນຜະລິດໃຫ້ສູງຂື້ນ. ການປູກຕົ້ນໄມ້ໃຫ້ແບ້ກີນເປປັນອາຫານຈະເປັນວຽກອັນໃໝ່ ຄວາມຮູ້ອັນໃໝ່ສຳລັບຊາວກະສິກອນ ການລ້ຽງແບ້ຮ່ວມກັບສວນໄມ້ໃຫ້ໝາກເປັນວິທີໜຶ່ງທີ່ດີເປັນການລ້ຽງສັດແບບປະສົມປະສານກັບການປູກໄມ້ໃຫ້ໝາກ ໜອງປາ ລ້ຽງສັດ ແລະ ປ່າໄມ້ເປັນຮູບແບບການຜະລິດໜຶ່ງທີ່ມີຄວາມຍືນຍົງ
IV. ການປຸງແຕ່ງອາຫານ ແລະ ມີສຳຮອງໄວ້
1. ວິທີແຕກແຫ້ງ ຫຍ້າແຫ້ງ ຫົວມັນຕົ້ນ ໃບມັນຕົ້ນ ແລະ ກະຖິ່ນ
2. ວິທີເຮັດອາຫານຂຸ້ນ້ສີມ
ລ/ດ | ວັດຖຸດີບ | ສູດ1(%) | ສູດ2(%) |
1 | ມັນຕົ້ນແຫ້ງ | 45,3 | 58,8 |
2 | ຮໍາອ່ອນ | 20 | 22,5 |
3 | ໃບມັນຕົ້ນແຫ້ງ(ຫຼືກະຖິ່ນແຫ້ງ) | 15 | 15 |
4 | ກາກນໍ້າຕານ | 15 | 0 |
5 | ຍູເຮຍ(46-0-0) | 1,5 | 1,5 |
6 | ກະດູກປົ່ນ | 1 | 0 |
7 | ເກືອ | 1 | 2 |
8 | ມາດ
ລວມ |
0,2
100 |
0,2
100 |
ໃຫ້ກີນອາຫານຂຸ້ນເສີມ 17-20% ຂອງຫານທີ່ໃຫ້ ຫຼື ໃຫ້ກີນ 1,7-2% ຂອງນໍ້າໜັກໂຕສັດເປັນ
3. ສັດກີນອາຫານຂຸ້ນຕ້ອງມີນໍ້າໃຫ້ກີນຕະຫຼອດເວລາ
4. ອາຫານຈຳພວກຫົວ ຕ້ອງໄດ້ຊອຍໃຫ້ບາງບໍ່ຄວນບົດ ຫຼື ໃຫ້ທັ້ງຫົວ
5. ອາຫານຈຳພວກແຮ່ທາດ ເກືອຄວນເຮັດເປັນກ້ອນ(ເປັນປ່ຽນ) ຫຼືໃສ່ກະບັ້ງໄມ້ເຈາະຮູຫ້ອຍໄວ້ໃຫ້ສັດໄດ້ເລຍກີນ
IV. ເຕັກນິກການລ້ຽງແບ້ນ້ອຍ
1 ໄລຍະດູດນົມແມ່(ເກີດໃໝ່ 15 ວັນ) ຫຼັງຈາກແບ້ນ້ອຍເກີດອອກມາຕ້ອງໄດ້ເອົາຜ້າເຊັດໂຕຕົນໃຫ້ແຫ້ງດີ ມີເຟືອງຫຼືຫຍ້າແຫ້ງຮອງພື້ນໃຫ້ມີຄວາມອົບອຸ່ນສະເໝີ
2. ຫຼັງຈາກເກີດໃໝ່ໄດ້ 20-30 ນາທີ ຕ້ອງໃຫ້ດູດນົມແມ່ແຕ່ຫົວທີ ເພາະລະຫວ່າງ 3-7 ວັນນີ້ນໍ້ານົມເຫຼືອງມີທາດບໍາລຸງສູງມີທາດການຕ້ານ ແບ້ໃຫ່ຍໄວ ແລະ ບໍ່ມັກເປັນພະຍາດ ຫຼື ບີບນົມແມ່ໃຫ້ມັນກີນ 3-4 ຄັ້ງ/ວັນ
3. ຖ້າແບ້ແມ່ບໍ່ໃຫ້ດູດກໍ່ຕ້ອງໄດ້ບັງຂັບ ແລະ ແບບໃຫ້ມັນລື້ງເຄີຍຂື້ນໄປ
4. ຄວນແອບໃຫ້ກີນ ຫຼື ບີບນົມທັ້ງສອງເຕົ້າປ້ອງກັນນົມແຂງໂຕ ແລະ ອັດແສບເຕົ້ານົມ
V. ຊ່ວງໄລຍະເກີດໃໝ່ຫາເວລາອອກນົມ
ໃນຊ່ວງໄລຍະນີ້ແບ້ນ້ອຍມັກຕິດພະຍາດທາງລະບົບຫາຍໃຈ ຍ້ອນອາກາດເຢັນສະນັ້ນຄວນໄດ້ຮັກສາໃຫ້ຄອກແບ້ນ້ອຍມີຄວາມອົບອຸ່ນ ມີຫຍ້າແຫ້ງ ເຟືອງແຫ້ງຮອງພື້ນ. ພິເສດໃນໄລຍະນີ້ແບ້ນ້ອຍມັກຕິດພະຍາດປາກເປື່ອກ ແລະ ຕິດຕໍ່ແຜ່ລາມໄວທີ່ສຸດແມ່ນໄລຍະທີ່ມີຝົນຝອຍ ຄວາມກົດດັນອາກາດສູງ ຕ້ອງໝັ້ນກວດກາ ແຍກໂຕທີ່ເປັນອອກຈາກຝູງໂດຍໄວ ຢາຕ້ານເຊື້ອອາດຈະບໍ່ມີປະສິດຕິຜົນສຳລັບພະຍາດນີ້. ປິ່ນປົ່ວພະຍາດນີ້ດ້ວຍການລ້າງບາດແຜ່ໃຫ້ສະອາດດ້ວຍຢ່າຂ້າເຊື້ອ ອີອົດ10% ປະສົມກັບຢາຕ້ານເຊື້ອຊະນິດນໍ້າມັນ ອົກຊີເຕຕາຊິກະລິນອາດມີຜົນສຳລັບພະຍາດແຊກຊ້ອນເທົ່ານັ້ນ
ຮຽບຮຽງໂດຍ: ສີວິໄລ ອິນທະວົງ
ແຫຼ່ງຂໍ້ມູນ: ສູນຄົ້ນຄ້ວາການລ້ຽງສັດ
ໝວດໝູ່: ການລ້ຽງສັດ
ຂໍ້ມູນເພີ່ມເຕີມ: ຂໍ້ມູນເຕັກນິກ:
ວີດີໂອ: