ການປູກເຫັດປວກນ້ອຍ


ສາມາດທີ່ຈະໃຊ້ວັດສະດຸອຶ່ນປູກໄດ້ຫຼາຍຢ່າງບໍ່ວ່າຈະເປັນຕົ້ນ ແລະ ໃບຖົ່ວຕ່າງໆ, ຕົ້ນສາລີ, ຜັກຕົບ, ຕົ້ນ ແລະ ໃບກ້ວຍເຊິ່ງສາມາດທີ່ຈະນຳມາເປັນວັດສະດຸປູກໄດ້ທັ້ງນັ້ນ ລ້ວນແລ້ວແຕ່ເປັນວັດສະດຸທີ່ຫາໄດ້ງ່າຍໃນທ້ອງຖິ່ນ. ປັນຫາທີ່ສຳຄັນຢ່າງໜື່ງຂອງການປູກເຫັດປວກນ້ອຍ ຄືການລະລາຍຕົວງ່າຍຂອງດອກເຫັດ ເນື່ອງຈາກເປັນເຫັດທີ່ມີວົງຈອນຊີວິດສັ້ນຫຼາຍບໍ່ເກີນ 36 ຊົ່ວໂມງ. ແຕ່ສ່ວນໃຫຍ່ທີ່ພົບຄືປະມານ 24 ຊົ່ວໂມງເທົ່ານັ້ນໂດຍຕອນເຊົ້າຈະມີຂະໜາດນ້ອຍ ແລະ ໃຫຍ່ຂຶ້ນໃນຕອນສວຍເຊິ່ງຈະຕ້ອງຮີບເກັບ. ຫາກປ່ອຍໄວ້ດອກເຫັດຈະປ່ຽນເປັນສີນ້ຳຕານສູງຂຶ້ນ ແລະ ຂຶ້ນ ໝວກ, ດອກຈະບາງ ແລະ ປ່ຽນເປັນສີດຳ ແລະ ລະລາຍຕົວເປັນທີ່ມີຂອງເຫັດໝຶກເຊິ່ງບໍ່ສາມາດນຳມາບໍລິໂພກຈິ່ງມີໄລຍະເວລາໃຫ້ຜົນຜະລິດຂ້ອນຂ້າງສັ້ນ.

 ຂັ້ນຕອນການປູກ.
• ສູດອາຫານສຳລັບກະຕ່າ
– ເຟືອງແຫ້ງ 150 ກິໂລກຼາມ
– ນ້ຳ 400 ລິດ
– ຮຳລະອຽດ 2 ກິໂລກຼາມ
– ປຸ໋ຍແຄຣຊຽມໄນເຕຼສສູດ 15-0-0 4 ກິໂລກຼາມ
– ກາກນ້ຳຕານ 2 ກິໂລກຼາມ

ວິທີການປະຕິບັດ
– ຕົ້ມນ້ຳປະມານ 150 ລິດ ໃນຖັງ ( ຖັງນໍ້າມັນ 200 ລິດທີ່ຜ່າ 3 ໃນ 4 ) ເຕີມຮໍາລະອຽດ 1 ກິໂລກຼາມ, ກາກນໍ້າຕານ 1 ກິໂລກຼາມ, ປຸ໋ຍແຄຣຊຽມໄນເຕຼສສູດ 15-0-0 2 ກິໂລກຼາມ. ປຸ໋ຍຢູເຣຍ 1 ກິໂລກຼາມ. ຕົ້ມຈົນນ້ຳຟົດເປັນອາຍຂຶ້ນມາ.
– ນຳເຟືອງແຫ້ງລົງຕົ້ມ ຫຼື ລວກຈົນນຸ້ມແລ້ວຕັກຂຶນນຳໄປກອງໄວ້
– ນຳພາລາສະຕກມາຄຸມກອງເຟືອງທີ່ລວກແລ້ວ ( ຄຸມໃຫ້ແໜ້ນລະອຽດ ) ບົ່ມປະໄວ້ 1 ຄືນ, ມື້ທີ 2 ຕື່ມ( ແປ້ງເຂົ້າໜຽວປະສົມກັບຮຳລະອຽດໃນອັດຕາ 1/1 ສ່ວນ ) ໃຊ້ອັດຕາ 1 ກຳມືຕໍ່ຫົວເຊື້ອເຫັດ 1 ຖົງ
– ວາງກະຕ່າພາລາສະຕິກສຳລັບປູກເຫັດທີ່ກຽມໄວ້ວາງລົງພື້ນທີ່ສະອາດ ( ປູແຜ່ນຢາງ ຫຼື ເປົາຮອງພື້ນກ່ອນ )
– ນຳກະຕ່າທີ່ຕັດກົ້ນອອກສຸບລົງໃນກະຕ່າປູກອີກຊັ້ນໜື່ງເພື່ອເຮັດເປັນແບບພີມ
– ນຳເຟືອງທີ່ລວກລແລ້ວທີ່ກຽມໄວ້ໃນມື້ທຳອິດໃສ່ລົງໃນກະຕ່າເປັນຊັ້ນໆດັ່ງນີ້:

  • ຊັ້ນທີ 1: ໃສ່ເຟືອງລົງໃນກະຕ່າໜາປະມານ 3 – 5 ຊັງຕີແມັດໃຊ້ມືກົດໃຫ້ແໜ້ນໂຮຍເຊື້ອເຫັດທີ່ກຽມໄວ້ໃຫ້ທົ່ວໜ້າເຟືອ
  • ຊັ້ນທີ 2: ໃສ່ເຟືອງໜາປະມານ 5 ຫາ 10 ຊັງຕີແມັດ ໃຊ້ມືກົດໃຫ້ແໜ້ນໂຮຍເຊື້ອເຫັດສະເພາະແຄມ ບໍລິເວນຂອບກະຕ່າໃຫ້ຮອບ
  • ຊັ້ນທີ 3 ແລະ 4 ປະຕິບັດຄືກັບຊັ້ນທີ 2
  • ຊັ້ນທີ 5: ໂຮຍເຊື້ອເຫັດໃຫ້ທົ່ວພື້ນທີ່ເຟືອງແລ້ວຖົມດ້ວຍເຟືອງໜາປະມານ 3 ຫາ 5 ຊັງຕີແມັດ
  • ໃຊ້ຕີນຢຽບກ້ອນເຟືອງເບົາໆເພື່ອຕືງກະຕ່າແບບພີມອອກ ແລະ ຈັດກ້ອນເຟືອງໃຫ້ຮຽບຮ້ອຍ
  •  ນຳກະຕ່າວັດສະດຸທີ່ປູກສຳເລັດແລ້ວມາວາງລວມກັນໄວ້ເຮັດຈົນຄົບ 100 ກະຕ່າແລ້ວນໍາເຂົ້າໄປແຂນບົ່ມໂຮງເຮືອນ.
  •  ກ່ອນນຳກະຕ່າໄປເຂົ້າໂຮງເຮືອນໃຫ້ຫົດນ້ຳກ່ອນດ້ວຍນ້ຳປຸ໋ຍທີ່ເຢັນແລ້ວຫຼື ນ້ຳລ້າໃສ່ບົວຫົດນ້ຳໂດຍຫົດຜ່ານໆໄປມາພໍປຽກ.
  •  ນຳກະຕ່າວັດສະດຸເຂົ້າແຂວນ ຫຼື ວາງລຽງໃນໂຮງເຮືອນໂດຍກ່ອນຍ້າຍເຂົ້າໃຫ້ສີດນ້ຳໃນໂຮງເຮືອນໃຫ້ມີຄວາມຊຸ່ມຊື້ນເສຍກ່ອນ.
  • ນັບຈາກມື້ທຳອິດທີ່ຍ້າຍວັດສະດຸເຂົ້າໃນໂຮງເຮືອນຈົນຄົບ 5 ມື້ໃຫ້ຮັກສາອຸນນະພູມໃນໂຮງເຮືອນໃຫ້ໄດ້ປະມານ 35 – 38 ອົງສາ ແລະ ຮັກສາຄວາມຊຸ່ມໃຫ້ໄດ້ 80% ໂດຍປິດແຜ່ນຢາງພາລາສະຕິກໂຮງເຮືອນໃຫ້ແໜ້ນ
  •  ເຫັດປວກນ້ອຍຈະເລີ່ມອອກດອກເຫັດໃຫ້ເກັບຜົນຜະລິດໄດ້ປະມານວັນທີ 5 – 6

ຫຼັງຈາກທີ່ນຳກະຕ່າວັດສະດຸປູກໄປບົ່ມໄວ້ໃນໂຮງເຮືອນ ແລະ ຈະທະຍອຍເກັບດອກເຫັດໄດ້ຕິດຕໍ່ກັນທຸກວັນເປັນເວລາປະມານ 10 ຫາ 15 ວັນ. ປະລິມານຜົນຜະລິດຕໍ່ກະຕ່າວັດສະດຸປູກປະມານ 1 ກິໂລກຼາມ ທັ້ງນີ້ຂື້ນຢູ່ກັບສະພາບພູມອາກາດວ່າເໝາະສົມຕໍ່ການຈະເລີນເຕີບໂຕຂອງດອກເຫັດ. ແຕ່ລະຄັ້ງໃນການປູກ.

ການດູແລ ແລະ ທຳຄວາມສະອາດດອກເຫັດລັງເກັບກ່ຽວ
ດອກເຫັດທີ່ໄດ້ຮັບການເກັບກ່ຽວແລ້ວຍັງຈະເລີນເຕີບໂຕຕໍ່ເນື່ອງຢ່າງວ່ອງໄວ ຫາກເກັບໄວ້ໃນທີ່ມີອຸນນະພູມສູງຈະເຮັດໃຫ້ດອກເຫັດບໍ່ມີຄຸນນະພາບ, ນ້ຳໜັກເບົາ ບານງ່າຍ. ດັ່ງນັ້ນ, ການເກັບກ່ຽວເຫັດປວກນ້ອຍບໍ່ຄວນເກັບໃສ່ພາຊະນະທີ່ອັບ ແລະ ບໍ່ຄວນໃສ່ໃນພາຊະນະປະລິມານຫຼາຍເກີນໄປ. ມັກຈະນິຍົມໃສ່ກະຕ່າປອດໂປ່ງທີ່ສາມາດໃສ່ດອກເຫັດໄດ້ປະລິມານ 4 – 5 ກິໂລກຼາມ. ເມື່ອເຮັດການເກັບກ່ຽວຮຽບຮ້ອຍແລ້ວຄວນຮີບນຳໄປຕັດແຕ່ງເຮັດຄວາມສະອາດແລ້ວນຳໄປຈຳໜ່າຍໂດຍໄວ. ຖ້າປ່ອຍປະໄວ້ດອກເຫັດຈະບານ ແລະ ກາຍເປັນສີດຳຢ່າງວ່ອງໄວເນື່ອງຈາກມີການລະລາຍຕົວ. ແຕ່ຖ້າຕ້ອງການຕໍ່ອາຍຸການເກັບຮັກສາຄວນເກັບໄວ້ໃນຕູ້ເຢັນທີ່ອຸນນະພູມ 8 -10 ອົງສາ ສາມາດເກັບໃນຮູບເຫັດສົດໄດ້ດົນໄດ້.

ແຫຼ່ງຂໍ້ມູນ: ອາຈານ ພິໄຊ ສົມບູນວົງ ນັກວິຊາການຊຳນານການກະເສດ ສຳນັກວິໄຈ ແລະ ສົ່ງເສີມວິຊາການກະເສດ, ມະຫາວິທະຍາໄລແມ່ໂຈ້ ໂທ: 053 -873938-9

ຂໍ້ມູນເພີມຕື່ມ:
ຂໍ້ມູນແນວພັນ:
ວິດິໂອ:
ຕິດຕໍ່:

ຮຽບຮຽງໂດຍ: ສຸລິວົງ ກອງມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນລະບົດ