ເຕັກນິກການລ້ຽງກຸ້ງຝອຍໃນອ່າງຊີເມັນ

ກຸ້ງຝອຍໂດຍປົກກະຕິຕາມທຳມະຊາດ ຈະພົບເຫັນຕາມ ແມ່ນໍ້າ, ຫ້ວຍ, ຮ່ອງ, ໜອງຕ່າງໆ ແຕ່ປັດຈຸບັນບໍ່ຄ່ອຍຈະມີ ໃຫ້ເຫັນກັນຫຼາຍເນື່ອງຈາກກຸ້ງຝອຍ ເປັນທີ່ຕ້ອງການຂອງຕະຫຼາດຢ່າງຫຼວງຫຼາຍເປັນທີ່ນິຍົມບໍລິໂພກ ຫຼື ນຳມາເປັນອາຫານ ຂອງສັດຊະນິດອື່ນ. ສະນັ້ນຊາວກະສິກອນບາງຄົນຈຶ່ງຫັນມາ ໃຫ້ຄວາມສົນໃຈລ້ຽງກັນຫຼາຍຂື້ນ ເນື່ອງຈາກຕົ້ນທຶນຕໍ່າ ແລະ ການຂະຫຍາຍພັນຂອງກຸ້ງຝອຍນັ້ນຂະຫຍາຍພັນງ່າຍ, ໃຊ້ເວ ລາລ້ຽງບໍ່ດົນ. ແຕ່ປັນຫາໃນການລ້ຽງກໍ່ມີແຕກຕ່າງກັນອອກໄປ.

1. ການກຽມອ່າງຊີເມັນກ່ອນປ່ອຍກຸ້ງຝອຍ
 ວັດຖຸອຸປະກອນທີ່ໃຊ້
– ຕົ້ນກ້ວຍແກ່.
– ເກືອທະເລ 1-2 ກຳມື ï ພືດນໍ້າ ເຊັ່ນ: ຈອກແໜຕ່າງໆ
– ທໍ່ອົກຊີເຈນ
– ໃບກ້າມປູແຫ້ງ.

2. ວິທີ ແລະ ຂັ້ນຕອນໃນການກຽມອ່າງກ່ອນປ່ອ ຍກຸ້ງຝອຍສຳຫຼັບອ່າງປູນ
– ໃສ່ນໍ້າລົງໄປໃນອ່າງປູນໃຫ້ເຕັມແລ້ວ ຕັດຕົ້ນກ້ວຍ ໃສ່ລົງໄປແຊ່ໃນອ່າງ ໂດຍການຜ່າເປັນຊີກກາງແລ້ວຕັດເປັນ ທ່ອນໆແຊ່ໄວ້ໃນອ່າງປະມານ 7-14 ວັນ ເປັນຢ່າງນ້ອຍ.


– ເມື່ອແຊ່ຕົ້ນກ້ວຍໃນອ່າງ ໄດ້ຕາມວັນເວລາທີ່ກຳນົດ ແລ້ວໃຫ້ເອົານໍ້າອອກຈາກອ່າງປູນ ໃຫ້ໝົດແລ້ວໃສ່ນ້ຳລົງໄປ ໃຫ້ເຕັມອ່າງປູນອີກຄັ້ງ ແລະ ໃສ່ເກືອທະເລລົງໄປ ໃນອ່າງປະ ມານ 1-2 ກຳມື ພັກນໍ້າໄວ້ 1 ວັນ. ນໍ້າທີ່ໃຊ້ຖ້າເປັນນ້ຳປະປາກໍ່ ຈະມີດີກວ່ານ້ຳບາດານ ແຕ່ຈະມີຂໍ້ເສຍຄືມີກະລໍຣິນເພາະສະ ນັ້ນຈື່ງຈຳເປັນຕ້ອງແຊ່ອ່າງເພື່ອໃຫ້ກະລໍຣິນຈືດຈາງ ແລະ ກໍ່ ເປີດອົກຊີເຈນເພື່ອເພີ່ມອາກາດໃຫ້ກັບນ້ຳໃນອ່າງປູນ.
– ເມື່ອກຽມຄວາມພ້ອມຂອງອ່າງປູນ ແລະ ໄດ້ກຽມນໍ້າ ເປັນທີ່ຮຽບຮ້ອຍແລ້ວກໍ່ຫາພືດນ້ຳມາລົງໃນອ່າງ ແຕ່ກ່ອນທີ່ຈະ ນຳພືດນ້ຳມາໃສ່ໃນອ່າງຄວນລ້າງໃຫ້ສະອາດກ່ອນນຳມາໃສ່ ເພື່ອປ້ອງກັນພະຍາດຕ່າງໆທີ່ຕິດມາກັບພືດ ແລະ ຖ້າໃຫ້ດີ ໃສ່ໃບກ້າມປູແຫ້ງລົງໄປໃນອ່າງກໍ່ດີເພາະຈະປ້ອງກັນພະຍາດ ໃນກຸ້ງຝອຍໄດ້ດ້ວຍ.


– ສຳຫຼັບກຸ້ງຝອຍທີ່ຈະນຳມາລ້ຽງນັ້ນຫາໄດ້ງ່າຍຕາມ ແຫຼ່ງທຳມະຊາດ ຫຼື ເລືອກຊື້ຕາມທ້ອງຕະຫຼາດທີ່ພໍ່ຄ້າແມ່ຄ້າ ນຳມາຂາຍໃຫ້ເລືອກເອົາກຸ້ງທີ່ທ້ອງມີໄຂ່ມາລ້ຽງບໍ່ເກີນ 1 ອາ ທິດລູກກຸ້ງກຸ້ງກໍ່ຈະອອກມາເຕັມອ່າງໃຫ້ເຮົາເຫັນ. ແຕ່ກ່ອນທີ່ ຈະນຳເອົາກຸ້ງຝອຍມາລົງອ່າງນັ້ນກໍ່ຕ້ອງມີການຈັດການໃຫ້ດີ ກ່ອນ.

3. ເຕັກນິກກ່ອນນຳພັນກຸ້ງມາລົງອ່າງປູນທີ່ກຽມໄວ້
1. ນໍ້າກຸ້ງມາໃສ່ໃນຖັງ ຫຼື ຊາມແລ້ວນຳນ້ຳທີ່ເຮົາກຽມ ໄວ້ໃນອ່າງປູນມາໃສ່ພໍໃຫ້ຖ້ວມໂຕກຸ້ງ, ໃສ່ອົກຊີເຈນເປີດເບົາ ສຸດພັກໄວ້ປະມານ 10 ນາທີ ແລ້ວກໍ່ໃຫ້ຄັດກຸ້ງຝອຍໂຕທີ່ຕາຍ ອອກ, ປ່ອຍໃຫ້ກຸ້ງປັບຕົວເຂົ້າກັບສະພາບນ້ຳໄດ້ແລ້ວກໍ່ໃຫ້ນຳ ໄປໃສ່ໃນອ່າງປູນທີ່ກຽມໄວ້ເຮັດໃຫ້ເບົາມືທີ່ສຸດເພື່ອປ້ອງກັນບໍ່ ໃຫ້ກຸ້ງເກີດອາການຕົກໃຈ.


2. ເຕັກນິກ ແລະ ຂັ້ນຕອນໃນການກຽມອ່າງປູນ ແລະ ກຽມນໍ້າກ່ອນນຳກຸ້ງຝອຍລົງໄປລ້ຽງເປັນວິທີການງ່າຍໆທີ່ບໍ່ ຄວນເບິ່ງຂ້າມສຳຫຼັບກຸ້ງຝອຍທີ່ເຮົາໄດ້ນຳລົງໃນອ່າງແລ້ວໃນ ມື້ທຳອິດບໍ່ຕ້ອງໃຫ້ອາຫານໃຫ້ສັງເກດເບິ່ງວ່າກຸ້ງຈະປັບສະ ພາບເຂົ້າກັບອ່າງ ແລະ ນໍ້າທີ່ເຮົາໄດ້ກຽມໄດ້ດີເທົ່າໃດ.
3. ໄລຍະເວລາໃນການໃຫ້ອາຫານກັບກຸ້ງ ນັ້ນຄວນເປັນ ວັນທີ 2 ຫຼື 3 ຫຼັງຈາກທີ່ໄດ້ນຳລົງໄປໃນອ່າງປູນແລ້ວ. ສຳຫຼັບ ອາຫານຂອງກຸ້ງກໍ່ມີຫຼາຍຢ່າງດ້ວຍກັນເພາະກຸ້ງຝອຍເປັນສັດ ປະເພດທີ່ລ້ຽງງ່າຍກິນອາຫານໄດ້ເກືອບທຸກຢ່າງ ເຊັ່ນ: ອາ ຫານຂອງກຸ້ງຝອຍ/ອາຫານປາດຸກບົດລະອຽດ, ຮຳປະສົມກັບ ໄຂ່ຕົ້ມສຸກ,ອາຫານສຳເລັດຮູບສຳຫຼັບກຸ້ງ, ເຕົ້າຮູ້ຫຼອດ. ການ ໃຫ້ອາຫານກຸ້ງຝອຍບໍ່ຄວນໃຫ້ຫຼາຍແຕ່ລະມື້ໃຫ້ອາຫານ 1 ຄັ້ງ ໃນຊ່ວງແລງໆກໍ່ພໍ. ອາຫານເສີມກໍ່ຈະເປັນປະເພດຂີ້ກະເດືອນ ກັບໄຮແດງ.
4. ການແຍກແມ່ພັນກຸ້ງຝອຍ: ແມ່ນເບິ່ງບໍ່ຍາກເມື່ອເຮົາ ລ້ຽງໄປໄດ້ບໍ່ເກີນ 2 ອາທິດ ໃຫ້ລອງຕັກຂື້ນມາຄັດໂຕກຸ້ງຝອຍ ທີ່ທ້ອງເລີ່ມມີໄຂໃຫ້ຄັດແຍກອ່າງ ເພື່ອຈະໄດ້ຂະຫຍາຍພັນຕໍ່ ໄປເພື່ອບໍ່ໃຫ້ເກີດອາການແອອັດຂອງຈຳນວນກຸ້ງ. ກຸ້ງຝອຍ ຈະປະສົມພັນກັນຕະຫຼອດທັງປີ ແລະ ກຸ້ງຝອຍ 1 ແມ່ຈະສາ ມາດໃຫ້ໄຂ່ໄດ້ປະມານ 60-80 ໜ່ວຍ. ສະນັ້ນແລ້ວຈິ່ງຈຳເປັນ ຕ້ອງຄັດແມ່ກຸ້ງຝອຍທີ່ທ້ອງມີໄຂ່ ອອກຈາກອ່າງເກົ່າ ແລະ ເມື່ອ ແມ່ກຸ້ງໄດ້ສະຫຼັດໄຂ່ອອກລົງຍ່າງແລ້ວຕ້ອງຈັບແຍກແມ່ກຸ້ງ ອອກຈາກອ່າງທັນທີເພາະແມ່ກຸ້ງຈະກິນໂຕອ່ອນຂອງຕົວເອງ.


5. ສຳຫຼັບການລ້ຽງໃນກະຊັງ ຫຼື ໜອງດິນຖ້າບໍ່ໄດ້ລ້ຽງປາ ຫຼື ສັດນໍ້າຊະນິດອື່ນມາກ່ອນກໍ່ໃຫ້ກຽມໜອງ ໂດຍການໃສ່ຝຸ່ນ ຄອກລົງໄປໃນໜອງປະມານ 30-50 ກິໂລກຼາມ/ໜອງ ໂດຍ ໃສ່ນໍ້າບໍ່ໃຫ້ສູງເກີນ 30 ຊັງຕີແມັດ ພັກໄວ້ປະມານ 1 ອາທິດ ຈົນຝຸ່ນຄອກເລີ່ມເປັນສີຂຽວ ຈິ່ງໃສ່ນໍ້າເຂົ້າໄປໃຫ້ເຕັມໜອງ ແລ້ວໃຫ້ຫາພືດນໍ້າມາໃສ່ເພື່ອຮຽນແບບທຳມະຊາດໃຫ້ຫຼາຍທີ່ ສຸດ.
6. ໄລຍະເວລາໃນການຈັບກຸ້ງຝອຍ ເພື່ອຈຳໜ່າຍໃຊ້ເວ ລາປະມານ 3-4 ເດືອນກໍ່ສາມາດສ້າງລາຍໄດ້ໃຫ້ກັບຜູ້ລ້ຽງ, ການລ້ຽງໃນໜອງດິນ ຫຼື ຕາມສວນຕ່າງໆຈະສາມາດໃຫ້ຈຳ ນວນການຂະຫຍາຍພັນໄດ້ຫຼາຍກວ່າການລ້ຽງໃນອ່າງປູນ ເພາະມີພື້ນທີ່ຫຼາຍກວ່າ, ອາຫານຂອງກຸ້ງຝອຍທີ່ລ້ຽງໃນໜອງ ດິນສາມາດໃຫ້ໄດ້ໃນແບບດຽວກັນກັບການລ້ຽງໃນອ່າງປູນ. ລາຄາ ຂອງກຸ້ງຝອຍ 1 ກິໂລກຼາມບໍ່ຕ່ຳກວ່າ 50.000 ກີບ – 100.000 ກີບ.

ແຫຼ່ງຂໍ້ມູນ: file:///D:/2019/September_df.pdf

https://www.kasethhotnews.com/เทคนิค-เลี้ยงกุ้งฝอย-ในวงบ่อ-ต้นทุนต่ำ–กำไรเห็นๆ-/

https://kasetnew.com/การเลี้ยงกุ้งฝอย/