ເຕັກນິກການປູກກວ້ຍໄຂ່

ກວ້ຍໄຂ່: ກາຍເປັນໝາກໄມ້ຂາຍດີບໍ່ແພ້ກັບກວ້ຍຊະ ນິດຕ່າງໆ ຄວາມຈິງກວ້ຍໄຂ່ເປັນໄມ້ໃຫ້ໝາກທີ່ປູກງ່າຍຫາກ ວ່າໃຜມີພື້ນທີ່ວ່າງໃນສວນຫຼັງບ້ານກໍ່ສາມາດຫາພັນກວ້ຍໄຂ່ ມາປູກ ແລະ ບໍາລຸງຮັກສາໃຫ້ຈະເລີນເຕີບໂຕໄດ້ບໍ່ຍາກພຽງ ແຕ່ໃຊ້ເວລາປູກ ແລະ ບົວລະບັດຮັກສາບໍ່ດົນກໍ່ຈະໄດ້ຜົນຜະ ລິດໃຫ້ເກັບກິນ ແລະ ເກັບຂາຍໄດ້

1. ການປູກ
ກວ້ຍໄຂ່: ເປັນໝາກໄມ້ທີ່ນິຍົມປູກກັນໂດຍທົ່ວໄປທີ່ພື້ນ ຮາບ ຕົ້ນກວ້ຍໄຂ່ເຕີບໂຕໄດ້ດີ ໃນສະພາບດິນປົນຊາຍຂ້ອນ ຂ້າງອຸດົມສົມບູນ (ລະດູຝົນ) ເປັນຊ່ວງເວລາທີ່ດີທີ່ສຸດຂອງການປູກກວ້ຍໄຂ່ ເລີ່ມຕັ້ງແຕ່ທ້າຍ ເດືອນ ເມສາໄປຈົນ ເຖິງກາງ ເດືອນ ພືດສະພາ ທັ້ງນີ້ບໍ່ແນະນຳໃຫ້ປູກຕົ້ນກວ້ຍໄຂ່ ໃນພື້ນ ທີ່ແປນຫຼາຍເກີນໄປ ເພາະອາດເຈີປັນຫາລົມພັດແຮງຈະສ່ຽງ ເຮັດໃຫ້ຕົ້ນກວ້ຍຫັກໂຄ່ນລົ້ມ ຫຼັກເຄິງຕົ້ນໄດ້ໃນໄລຍະຕົກເຄືອ ຫາກເປັນໄປໄດ້ຄວນປູກໄມ້ກັນລົມໄວ້ດ້ວຍຈະຍິ່ງດີ.
ກ່ອນປູກຄວນໄຖດິນຕາກແດດໄວ້ປະມານ 5-7 ວັນ ຂຸຂຸມເລີກ ແລະ ກວ້າງປະມານ 50 ຊມ ຍໍ່າດິນທີ່ຂຸດຂື້ນຈາກ ຂຸມກັບຝຸ່ນຄອກ ຮອງກົ້ນຂຸມດ້ເວຍໃບໄມ້ ຫຼື ເຟືອງແຫ້ງເຄ່ຍ ດິນທີ່ປະສົມໄວ້ກັບລົງຂຸມ ວາງໜໍ່ກວ້ຍໄຂ່ລົງ ຫາຕ້ອງການ ໃຫ້ຕົ້ນກວ້ຍຕົກເຄືອໃນທິດທາງດຽວກັນ ໃຫ້ຫັນຮອຍແຜທີ່ຕັດ ແຍກຈາກຕົ້ນແມ່ໄປທິດທາງດຽວກັນ ຖົມໜໍ່ກ້ວຍໃຫ້ເລິກປະ ມານ 25-30 ຊມ ຖົມດິນຢຽບອັດພໍແນ່ນພູນດິນ ໃຫ້ສູງເໜືອ ໜ້າດິນເປັນຮູບຫຼັງເຕົາປ້ອງກັນນໍ້າຂັງ ແລະ ຄະນະຫົດນໍ້າ ຫຼື ຝົນຕົກແຮງໃນໄລຍະຝົນທິ້ງຊ່ວງຄວນໃຫ້ນໍ້າເປັນຄັ້ງຄາວ.
ຕົ້ນກ້ວຍໄຂ່: ມີການຈະເລີນເຕີບໂຕ ແບ່ງໄດ້ເປັນ 3 ໄລຍະ ຄື: ໄລຍະທຳອິດ ນັບຈາກເລີ່ມປູກຈົນຕົ້ນກ້ວຍຕັ້ງໂຕ ໄດ້ໄລຍະນີ້ຕັ້ນກ້ວຍຕ້ອງການນໍ້າ ແລະ ອາຫານຫຼາຍຊຶ່ງຈະ ມີຜົນຕໍ່ການໃຫ້ຜົນຜະລິດກ້ວຍ, ໄລຍະທີ 2 ເລີ່ມຈາກຫຼັງຈາກ ຕັ້ງໂຕເຖິງກ່ອນການຕົກເຄືອເລັກນ້ອຍ ອາຫານສ່ວນໃຫ່ຍຈະ ນຳໄປຜະລິດໜໍ່ອ່ອນ, ໄລຍະທີ 3 ຈາກໄລຍະຕົກເຄືອໄປຈົນ ເຖິງໝາກແກ່ ຈະເຫັນວ່າຕົ້ນກ້ວຍຕ້ອງມີການສະສົມອາຫານ ໄວໃນປະລິມານສູງຕະຫຼອດທັ້ງ 3 ໄລຍະໃຫ້ຜົນຜະລິດດີ.

2. ການໃສ່ຝຸ່ນ
ຫາກປູກຕົ້ນກ້ວຍໄຂ່ ໃນແຫຼ່ງດິນທີ່ຂາດຄວາມອຸດົມ ສົມບູນຈຳເປັນຕ້ອງໄດ້ໃສ່ປຸ໋ຍເຄມີບຳລຸງດິນດ້ວຍ ເທື່ອທຳອິດ ໃສ່ຫຼັງຈາກຕົ້ນກ້ວຍໄຂ່ຕັ້ງໂຕແລ້ວ 1 ເດືອນ ເລືອດໃສ່ປຸ໋ຍ ເຄມີສູດ 15-15-15 ອັດຕາ ເຄິງກິໂລຕໍ່ຕົ້ນ ແລະ ໃສ່ອີກຄັ້ງ ໃນໄລຍະຕົກເຄືອດ້ວຍປຸ໋ຍສູດ 13-13-21 ຫຼື 14-14-21 ອັດ ຕາເຄິງກິໂລຕໍ່ຕົ້ນ. ຕະຫຼອດໄລຍະການປູກ ຕ້ອງໝັ້ນກຳຈັດ ວັດສະພືດດ້ວຍເຄື່ອງຕັດຫຍ້າ ເປັນວິທີທີ່ດີທີ່ສຸດສ່ວນວິທີຂຸດ ສັບຈະມີຜົນເສຍຄືເປັນການທຳລາ ຍລະບົບຮາກຂອງຕົ້ນກ້ວຍ.
3. ການໃຫ້ຜົນຜະລິດ
ເມືອຕົ້ນກ້ວຍໄຂ່ ເລີ່ມແທງໜໍ່ເມືອມີອາຍຸ 5-6 ເດືອນ ໃຫ້ຕັດແຕ່ງໜໍ່ກ້ວຍ ໂດຍເລືອກໜໍ່ໄວພຽງ 2 ໜໍ່ເພື່ອທົດແທນ ຕົ້ນແມ່ໂດຍເລືອກໜໍ່ທີ່ຢູ່ຄົນລະດ້ານຂອງຕົ້ນແມ່ເນື່ອງຈາກມີລະບົບຮາກທີ່ແຂງແຮງສ່ວນການຕັດແຕ່ງກິ່ງ ແລະ ໃບແນະ ນຳໃຫ້ຕັດໃບທີ່ແຫ້ງ ແລະ ໃບທີ່ເປັນໂລກຖິ່ມໄປໃຫ້ເຫຼືອເກັບ ໄວ້ໃນໄລຍະເຄືອຈວນແກ່ພຽງ 4-5 ໃບກໍ່ພໍ.
ກ້ວຍຈະເລີ່ມໃຫ້ປີເມືອອາຍຸ 8-12 ເດືອນ ນັບ ຈາກວັນ ປູກສັງເກດການອອກປຣີຈະເຫັນມີໃບຮົງ ຈະມີຂະໜາດນ້ອຍ ກວ່າໃບທົ່ວໄປ ແລະ ຕັ້ງຊື່ກ້ານປຣີເລີມຍືດຍາວອອກ, ປຣີມີ ນໍ້າໜັກຫຼາຍຂື້ນຈຶ່ງໂນ້ມຫ້ອຍລົງ, ປຣີຈະເລີາມບານໃຫ້ເຫັນ ດອກໄລ່ວຽນຈາກໂຄນມາຍັງປາຍເມືອໄດ້ຮັບການປະສົມເກ ສອນດອກຈະພັດທະນາເປັນໝາກກ້ວຍ ລວມໄລຍະເວລາ ການບານໃຊ້ເວລາ 10-15 ວັນ ຈາກນັ້ນໃຫ້ຕັດປຣີທີ່ຍັງບໍ້ບານ ອອກ. ເມືອຕົ້ນກ້ວຍໄຂ່ ໃຫ້ຜົນຜະລິດເຄືອກ້ວຍມີນໍ້າໜັກ ຫຼາຍແນະນຳໃຫ້ໃຊ້ໄມ້ໄຜ່ ຫຼື ໄມ້ເນື້ອອ່ອນກໍ່ໄດ້ຄໍ້າຕົ້ນກ້ວຍ ໄຂ່ ເພື່ອປ້ອງກັນລົມພັດໂຍກ, ບໍ່ໃຫ້ຕົ້ນກ້ວຍໄຂ່ຫັກພັບລົງມາ. ໃນແຕ່ລະເຄືອຈະມີຫວີສົມບູນຢູ່ປະມານ 5-6 ຫວີ ແລະ ໜຶ່ງ ຫວີມີປະມານ 10-16 ໜ່ວຍ ສະເລ່ຍແລ້ວໃນໜຶ່ງເຄືອຈະມີ ໝາກກ້ວຍປະມານ 70 ໜ່ວຍ. ການເກັບກ່ຽວຕັດເຄືອເມືອ ກ້ວຍຄົບ 90 ວັນ.

4. ການເກັບກ່ຽວ
ຫຼັງຈາກປຣີກ້ວຍແທງ ອອກຈາກປຣີໂພ່ພົ້ນຍອດໃຫ້ ເກັບໄມ້ຄໍ້າອອກຈົນໝົດ, ຕັດເຄືອດ້ວຍມີດຄົມນຳປາຍເຄືອ ຕັ້ງຂື້ນໃຫ້ໂຄນຢູ່ທາງລຸ່ມ ຄວນປະຕິບັດຢ່າງນຸ່ມນວນຢ່າໃຫ້ ກ້ວຍຊໍ້າປາອຍໃຫ້ຢາໄຫຼອອກບໍ່ໄປເປີະເປື້ອນໝາກກ້ວຍເມືອ ນໍ້າຢາງແຫ້ງຈຶ່ງເຄືອຍ້າຍເຂົ້າເກັບໃນໂຮງເຮືອນ. ກ່ອນສົ່ງຂາຍ ຫຼືມີຜູ້ຮັບຊື້ມາຊື້ເຖິງທີ່.

5. ພະຍາດ ແລະ ສັດຕູພືດ
1. ພະຍາດຕາຍພາຍ: ຄືໂລກພືດທີ່ສຳຄັນຂອງພືດຕະ ກຸນກ້ວຍພະຍາດຕາຍພາຍ ເກີດຈາກການເຂົ້າທຳລາຍຂອງ ເຊື້ອຣາຊະນິດໜຶ່ງໄລຍະທີ່ລະບາດຮຸນແຮງ ມັກເກີດຂື້ນກັບ ຕົ້ນກ້ວຍທີ່ມີອາຍຸ 4-5 ເດືອນ ອາການທີ່ພັບກ້ານ ໃບແກ່ຈະມີ ສີເຫຼືອງ ຕໍ່ມາຂະຫຍາຍຕົວຢ່າງໄວວາຈົນເຫຼືອງທົ່ວໄປ, ໃບ ອ່ອນມີອາການເຫຼືອງໄໝ້ ຫຼື ຕາຍນຶ່ງບິດເປັນຄື້ນ, ໃບຈະກັກ ພັບບໍລິເວນກົກກ້ານໃບ,ກ້ວຍທີ່ຕິດເຄືອແລ້ວຈະຫ້ຽວ, ໝາກ ລີບນ້ອຍບໍ່ສະໝໍ່າສະເໝີ, ແກ່ກ່ອນກຳນົດ, ເນື້ອຟ່າມຊິດ, ຫາກຕັດຂວາງທີ່ລຳຕົ້ນຈະພົບເນື້ອໃນຂອງກາບໃບບາງສ່ວນ ເປັນສີນໍ້າຕານແດງ ແລະ ອາດມີເສັ້ນໄຍຂອງເຊື້ອຣາປະກົດ ໃຫ້ເຫັນ.
– ການປ້ອງກັນກຳຈັດ: ເລືອກພື້ນທີ່ປູກຢ່າໃຫ້ມີນໍ້າຂັງ ເພາະຈະເຮັດໃຫ້ຕົ້ນກ້ວຍອ່ອນແອ ເກີດພະຍາດໄດ້ງ່າຍໃນ ດິນທີ່ເປັນກົດຕ້ອງໃສ່ປູນຂາວ ເພື່ອລົດຄວາມເປັນກົດຂອງ ດິນລົງ. ຕົ້ນທີ່ເປັນພະຍາດຄວນຕັດ ແລະ ເຜົາທຳລາຍຖິ່ມໄປ ໄລຍະທີ່ເກີດພະຍາດ ຕ້ອງລົດການໃສ່ປຸ໋ຍໄນໂຕຣເຈນລົງສິ່ງ ສຳຄັນຕ້ອງຄັດເລືອກໜໍ່ພັນຈາກແຫຼ່ງທີ່ບໍ່ມີພະຍາດຊະນິດນີ້ ລະບາດມາກ່ອນ.
2. ດ້ວງງວງໄຊເຫົ້ງາ: ຄືແມງສັດຕູທີ່ສຳຄັນຂອງກ້ວຍໄຂ່ ດ້ວງໄຊເຫົ້ງາ ໃນໄລຍະເປັນໂຕໜອນ ຈະທຳລາຍເຫົ້ງາກ້ວຍ ຢ່າງຮຸນແຮງຫາກເຫົ້ງາກ້ວຍ 1 ຕົ້ນມີໜອນ 5 ໂຕ ຈະເຮັດ ໃຫ້ ຕົ້ນກ້ວຍຕາຍລົງໃນທີ່ສຸດ ແມງໂຕເຕັມໄວເປັນດ້ວງງວງຊະ ນິດໜຶ້່ງ.
– ວິທີປ້ອງກັນ: ແລະ ກຳຈັດໝັ້ນທຳຄວາມສະອາດໃນ ສວນກ້ວຍໂດຍສະເພາະກາບ ແລະ ໃບທີ່ເນົ່າເປື້ອຍຕ້ອງໄດ້ ກຳຈັດໃຫ້ໝົດເພາະຈະເປັນບ່ອນວາງໄຂ່ຂອງແມງໄມ້ຊະນິ ດນີ້. ເມືອພັບການລະບາດຢ່າງຮຸນແຮງ ໃຫ້ສີດພົ້ນດ້ວຍເຮັດ ຕາຄລອ ຕາມອັດຕາແນະນຳເທລົງບໍລິເວນໂຄນຕົ້ນການລະ ບາດຈະໝົດໄປ.

ແຫຼ່ງຂໍ້ມູນ: file:///D:/2019/September_df.pdf

https://www.technologychaoban.com/agricultural-technology/article_21847

https://esc.doae.go.th/wp-content/uploads/2016/01//เทคนิคปลูกกล้วยไข่.pdf