ວິທີການລ້ຽງປູນາແບບງ່າຍໆລາຍໄດ້ດີ

ປູນາເປັນປູນ້ຳຈືດທີ່ພົບຫຼາຍໃນຊ່ວງລະດູເຮັດນາ ແລະ ບໍລິເວນທີ່ມີນ້ຳຂັງທົ່ວໄປ. ລັກສະນະທົ່ວໄປຈະມີອອງ ໂຄ້ງໂນນ, ຜີວມັນລຽບທັງສ່ວນອອງ, ກ້າມ ແລະ ຂາສ່ວນ ໃຫຍ່ມີສີມ່ວງດຳ ແລະ ສີເຫຼືອງມັກຂຸດຮູອາໃສຢູ່ຕາມທົ່ງນາ, ຄັນນາ ແລະ ຕາມແຄມນໍ້າທີ່ສາມາດສັງເກດເຫັນເປັນຮູລັກສະ ນະກົມຮຽວຕາມຂະໜາດລຳໂຕ. ຊຶ່ງປັດຈຸບັນແມ່ນມີຈຳນວນ ຫຼຸດໜ້ອຍຖອຍລົງອັນເນື່ອງມາຈາກການຳໃຊ້ສານເຄມີ ແລະ ຢາປາບສັດຕູພືດ ໃນພື້ນທີ່ການຜະລິດ ແຕ່ຄວາມຕ້ອງການ ຂອງຕະຫຼາດພັດສູງ ຈິ່ງເຮັດໃຫ້ຊາວກະສິກອນ ບາງກຸ່ມນຳມາ ລ້ຽງເພື່ອຂາຍເປັນສິນຄ້າສ້າງລາຍຮັບແກ່ຄອບຄົວ. ສຳລັບ ຄົນທີ່ມີພື້ນທີ່ນ້ອຍ ຫຼື ຢາກລົງທຶນລ້ຽງປູນາແບບບໍ່ໃຊ້ຕົ້ນທຶນ ສູງ ແລະ ເຮັດໃຫ້ການເບິ່ງແຍງຮັກສາງ່າຍການລ້ຽງປູນາມີຫຼາຍ ວິທີດ້ວຍກັນ.
ການລ້ຽງປູນາໃນອ່າງຊີເມັນລ້ຽງ ໄດ້ໃນອ່າງຊີເມັນ ແບບວົງກົມ ແລະ ແບບ 4 ຫຼ່ຽມ. ຂໍ້ດີຂອງການລ້ຽງໃນອ່າງຊີ ເມັນກໍ່ຄືເບິ່ງແຍງຮັກສາງ່າຍປູບໍ່ໄຕ່ໜີ, ໃຊ້ພື້ນທີ່ບໍ່ຫຼາຍ, ມີພື້ນ ທີ່ນ້ອຍໆກໍ່ສາມາດລ້ຽງໄດ້ແລ້ວ. 2. ການລ້ຽງປູນາໃນໜອງດິນ. ສຳລັບການລ້ຽງປູນາໃນ ໜອງດິນຄ່າໃຊ້ຈ່າຍຈະສູງກວ່າການລ້ຽງໃນອ່າງຊີເມັນ ແລະຕ້ອງມີພື້ນທີ່ເພື່ອຈະຂຸດໜອງເພາະພື້ນທີ່ໃນການລ້ຽງປູນາ ໃນໜອງດິນນັ້ນຕ້ອງມີດາງ, ມຸ້ງຕາຖີ່ອ້ອມບໍລິເວນໜອງເພື່ອ ປ້ອງກັນການໄຕ່ໜີ. ແຕ່ຂໍ້ສຳຄັນຂອງໜອງດິນ ຄື: 3 ໃນ 4 ຂອງພື້ນທີ່ຂອງໜອງຄວນເປັນດິນສູງປະມານ 30 ຊັງຕີແມັດ ເພື່ອໃຫ້ປູນາໄດ້ຂຸດຮູຢູ່.

1. ການກຽມອ່າງຊີເມັນແບບວົງກົມ ແລະ ແບບ 4 ຫຼ່ຽມ ໃນການລ້ຽງປູນາ
– ສຳລັບທ່ານທີ່ລ້ຽງໃນອ່າງຊີເມັນວົງກົມ ຫຼື 4 ຫຼ່ຽມ ທີ່ມີຄວາມກວ້າງ 2 ແມັດ, ຍາວ 3 ແມັດ, ສູງ 1 ແມັດໃຫ້ຫາ ທໍ່ພີວີຊີຈຳນວນ 2 ທໍ່ ມາໃສ່ໄວ້ໃນອ່າງເພື່ອເຮັດເປັນພື້ນທີ່ລະ ບາຍນໍ້າອອກຈາກອ່າງ.
– ໃນກໍລະນີທີ່ເຮັດອ່າງໃໝ່ໃຫ້ໃສ່ນ້ຳລົງໄປ ເພື່ອຫຼຸດ ຄວາມເຄັມຈາກຊີເມັນໂດຍແຊ່ນ້ຳໄວ້ປະມານ 1-2 ວັນ ແລ້ວ ປ່ອຍນໍ້າອອກ, ໃສ່ຕົ້ນກ້ວຍລົງໄປແຊ່ນ້ຳໃນອ່າງປະໄວ້ປະ ມານ 7 -10 ວັນ ໃສ່ເກືອລົງໄປໃນອ່າງ ຫຼື ນ້ຳສົ້ມສາຍຊູປະມານ 2 -3 ຖ້ວຍນ້ອຍແລ້ວປ່ອຍນ້ຳອອກ.
– ຫຼັງຈາກນັ້ນໃຫ້ນຳດິນມາໃສ່ລົງໄປໃນອ່າງ ໃຫ້ມີ ຄວາມສູງປະມານ 20-30 ຊັງຕີແມັດ ຫຼື ໃສ່ໄດ້ຕາມປະລິມານ ຂອງອ່າງ ຫຼື ສະພາບພື້ນທີ່.
– ຄວນຕັ້ງອ່າງໄວ້ໃນພື້ນທີ່ ທີ່ມີຮົ່ມເພາະປູນາບໍ່ມັກອາ ກາດຮ້ອນ ຫຼື ຮ້ອນເກີນໄປຈະເຮັດໃຫ້ປູນາຕາຍໄດ້ ແຕ່ຖ້າບໍ່ມີ ຮົ່ມກໍ່ໃຫ້ນຳຕາໜ່າງກັນແສງ ຫຼື ຫຼັງຄາໃສ່ເທີງອ່າງ.
– ໃສ່ທໍ່ ຫຼື ແຜ່ນກະເບື້ອງ, ດິນບລັອກເພື່ອໃຫ້ປູນາຈະ ໄດ້ມີແຫຼ່ງທີ່ຫຼົບລີ້ໄພເພາະວ່າປູນາມີນິໄສມັກທຳຮ້າຍກັນເອງ
– ເຮັດຕາໜ່າງປປົກປາກອ່າງ ເພື່ອປ້ອງກັນບໍ່ໃຫ້ປູໄຕ່ໜີ.

2. ສຳລັບການລ້ຽງໃນໜອງດິນ
– ຫາກມີໜອງເກົ່າທີ່ເຄີຍໃຊ້ງານມາກ່ອນແລ້ວ ເຊັ່ນ: ເຄີຍຂຸດໜອງລ້ຽງກົບ ຫຼື ລ້ຽງປາກ່ອນໜ້ານັ້ນກໍ່ສາມາດນຳ ມາລ້ຽງປູນາໄດ້ໂດຍບໍ່ຕ້ອງຂຸດໜອງໃໝ່. ຈັດການໜອງໃຫ້ມີ ສະພາບແວດລ້ອມຮຽນແບບທຳມະຊາດ ໃຫ້ຫຼາຍທີ່ສຸດເຊັ່ນ: ປູກເຂົ້າໃສ່, ຜັກບົ້ງ, ຈອກແໜປູນາຈະໄດ້ມີແຫຼ່ງອາຫານທາງ ທຳມະຊາດ ແລະ ກໍ່ຈະໄດ້ເປັນບ່ອນຫຼົບລີ້ຂອງປູໄດ້ອີກດ້ວຍ.
– ໃສ່ນ້ຳໃສ່ດິນຕົມລົງໄປປະມານ 30 ຊັງຕີແມັດ

3. ເຄັດລັບການເບິ່ງແຍງຮັກສາ ແລະ ວິທີການລ້ຽງປູນາ
– ສຳລັບທ່ານທີ່ຕ້ອງການຄັດພໍ່ແມ່ພັນປູນາ ໃຫ້ນຳປູ ນາທີ່ໄດ້ຈາກແຫຼ່ງນ້ຳທຳມະຊາດ ໂດຍເລືອກຂະໜາດຄວາມຍາວ ຂອງປູນາທີ່ມີລຳໂຕປະມານ 4 ຊັງຕີແມັດ, ຄັດເອົາແຕ່ ໂຕທີ່ແຂງແຮງ ແລະ ມີຂາທີ່ຄົບສົມບູນມາປ່ອຍລົງ ໃນສະຖານ ທີ່ກຽມເອົາໄວ້ໃຫ້ປ່ອຍປູນາໂຕຜູ້ 25 ໂຕ ແລະ ໂຕແມ່ 25 ໂຕ/ອ່າງ ຫຼື ໜອງ.
– ການໃຫ້ອາຫານປູນາໃຫ້ອາຫານອາທິດລະ 3 ຄັ້ງ ອາຫານທີ່ໃຊ້ລ້ຽງປູນາໄດ້ແກ່: ເຂົ້າສຸກຈະເປັນເຂົ້າຈ້າວ ຫຼື ເຂົ້າ ໜຽວກໍ່ໄດ້, ປາຟັກໃຫ້ເປັນຕ່ອນນ້ອຍໆ, ກຸ້ງຝອຍ, ຜັກສົດ ເຊັ່ນ: ຜັກບົ້ງ ຫຼື ຜັກກາດ.
– ບໍ່ຄວນໃຫ້ອາຫານປູນາຫຼາຍເກີນໄປ ແລະ ຕ້ອງເຝົ້າ ສັງເກດເບິ່ງວ່າໃຫ້ອາຫານເທົ່າໃດປູນາ ຈຶ່ງຈະກິນໝົດເພາະ ຖ້າມີອາຫານເຫຼືອກໍ່ຈະເຮັດໃຫ້ອາຫານເນົ່າເໝັນໄດ້. ຫາກອາ ຫານເຫຼືອໃຫ້ເກັບອອກຢ່າປະໄວ້ໃຫ້ເໜົ່າຄາໜອງ ຫຼື ອ່າງ ເພາະ ຈະເຮັດໃຫ້ເຮັດປູນາບໍ່ແຂງແຮງເປັນພະຍາດໄດ້.
– ການລະບາຍນໍ້ານັ້ນຕ້ອງລະບາຍນໍ້າອອກຈາກອ່າງ ແລະ ປ່ຽນນ້ຳໃໝ່ປະມານ 2-3 ຄັ້ງຕໍ່ເດືນ.

4. ວິທີການລ້ຽງ ແລະ ເບິ່ງແຍງຮັກສາປູນາທີ່ຢູ່ໄວຈະເລີ ນພັນ ແລະ ລູກປູ
– ປູນາຈະປະສົມພັນກັນໃນຊ່ວງລະດູຝົນແມ່ປູ 1 ໂຕ ຈະມີໄຂ່ປະມານ 500-700 ໜ່ວຍດັ່ງນັ້ນປູນາ 1 ໂຕຈະອອກ ລູກໄດ້ປະມານ 500-700 ໂຕ.
– ການຈະເລີນພັນຂອງປູນາຈະໃຊ້ເວລາປະມານ 6 -8 ເດືອນຈິ່ງຈະໃຫຍ່ເຕັມທີ່
– ກໍລະນີທີ່ລູກປູນາ ເລີ່ມຕັ້ງແຕ່ນຳມາລ້ຽງໃນອ່າງໃຫ້ ອາຫານລູກປູທີ່ມີຊ່ວງ 15 ວັນທຳອິດຄວນໃຫ້ໄຮແດງ, ໜອນ ແດງ, ເທົາ ຫຼື ໄຂ່ຕົ້ມກິນເປັນອາຫານ.
– ຫຼັງຈາກ 15 ວັນ ໃຫ້ປາບົດ ຫຼື ກຸ້ງຝອຍ, ອາຫານເມັດ ທີ່ໃຊ້ລ້ຽງລູກປາດຸກ
– ເມື່ອລູກປູມີອາຍຸໄດ້ 30 ວັນກໍ່ສາມາດນຳໄປປ່ອຍ ລ້ຽງໃນໜອງດິນ ຫຼື ອ່າງຊີເມັນເພື່ອໃຫ້ມີຂະໜາດໂຕເຕັມໄວ.
– ຖ້າມີເນື້ອທີ່ທີ່ເປັນໜອງດິນຂະໜາດໃຫຍ່ ສາມາດ ປ່ອຍລົງລ້ຽງໄດ້ໃນປະລິມານ 10.000 ໂຕຕໍ່ເນື້ອທີ່ 1 ຕາແມັດ
– ປູນາມີການລອກຄາບເໝືອນສັດ ນາໍ້ຊະນິດດຽວກັນ ເຊັ່ນ: ຈຳພວກກຸ້ງ ຫຼື ປູຊະນິດອື່ນ. ຫຼັງຈາກຟັກເປັນໂຕແລ້ວ ປູນາຈະທຳການລອກຄາບປະມານ 13-15 ຄັ້ງ ກໍ່ຈະໃຫຍ່ເປັນ ໂຕເຕັມໄວສາມາດໄດ້ຂະໜາດຕາມຄວາມຕ້ອງການຂອງ ທ້ອງຕະຫຼາດໄລຍະເວລາກໍ່ຈະຢູ່ປະມານ 6-8 ເດືອນຂື້ນໄປ.
5. ວິທີການສັງເກດການລອກຄາບຂອງປູນາ
– ປູນາທີ່ຈະມີການລອກຄາບໃຫ້ເຮົາສັງເກດໄດ້ຈາກຮ ອຍຕໍ່ທາງສ່ວນທ້າຍຂອງອອງຈະກວ້າງກວ່າປົກກະຕິເມື່ອໃກ້ ຈະລອກຄາບປູຈະບໍ່ເໜັງ ແລະ ຢຽດຂາອອກໄປທັງສອງຂ້າງ ຈາກນັ້ນຮອບຕໍ່ທາງສ່ວນທ້າຍຂອງອອງກໍ່ຈະເປີດອອກ.
– ສ່ວນທ້າຍພ້ອມກັບຂາຍ່າງຄູ່ສຸດທ້າຍຂອງປູນາຈະ ອອກມາກ່ອນສ່ວນອື່ນໆ ຂາຄູ່ຖັດມາຈະຄ່ອຍໆພົ້ນອອກມາ ຕາມລຳດັບສ່ວນກ້າມຄູ່ທຳອິດຈະພົ້ນອອກມາເປັນອັນດັບສຸດ ທ້າຍ. ປູນາຈະໃຊ້ໄລຍະເວລາໃນການລອກຄາບປະມານ 1 ຊົ່ວໂມງ.

ແຫຼ່ງຂໍ້ມູນ: file:///D:/2019/October_df.pdf

https://www.rakbankerd.com/agriculture/print.php?id=29&s=tblareablog

https://promotions.co.th/บทความ/วิธีการเลี้ยงปูนาในบ่อ.html