ເຕັກນິກການລ້ຽງດ້ວງໝາກພ້າວໃນຊາມ

1. ວັດຖຸອຸປະກອນ ແລະ ສ່ວນປະສົມໃນການກຽມອາ ຫານສຳຫຼັບລ້ຽງດ້ວງ
– ອາຫານໝູໂປຼຕິນ 16% 3 ຂີດ.
– ມັນຕົ້ນບົດ 1 ກິໂລກຼາມ (ຫາກໃຊ້ມັນ 5 ນາທີສາມາດ ໃຊ້ໄດ້ເລີຍແຕ່ຖ້າເປັນມັນສົດຕ້ອງແຊ່ນໍ້າ 3 ວັນ ແລ້ວນຳມາ ບົດ ຫຼື ຟັກກ່ອນຈື່ງຈະໃຊ້ໄດ້).
– ຕົ້ນອ້ອຍສັບ ຫຼື ເປືອກໝາກພ້າວອ່ອນສັບ 2 ກິໂລກຼາມ.
– ນ້ຳສະອາດສຳຫຼັບລະລາຍອາຫານໝູ.
– ຊາມດຳຂະໜາດເສັ້ນຜ່າສູນກາງ 50 ຊັງຕີແມັດ.
– ຝາອັດຂະໜາດ 45.72 ຊັງຕີແມັດ ກັນພໍ່ແມ່ພັນດ້ວງໜີ.


– ວັດສະດຸໃດກໍ່ໄດ້ທີ່ມີນ້ຳໜັກພໍຈະເຕັງຝາທີ່ປົກຊາມ.
– ເປືອກໝາກພ້າວແຫ້ງ 4-5 ປ່ຽງ.
– ໝາກກ້ວຍນ້ຳວ້າ 1 ໜ່ວຍ.
– ພໍ່ແມ່ພັນດ້ວງ ຈຳນວນ 5 ຄູ່ຕໍ່ 1 ຊາມ.

2. ເຕັກນິກ ແລະ ຂັ້ນຕອນວິທີການລ້ຽງດ້ວງໝາກພ້າວ
– ທຳອິດປະສົມອາຫານສຳຫຼັບການລ້ຽງດ້ວງກ່ອນ ໂດຍ ການໃສ່ອຫານໝູລົງໄປໃນຊາມຕື່ມນ້ຳສະອາດ ລົງໄປເພື່ອເຮັດ ໃຫ້ອາຫານໝູເປື່ອຍ.


– ໃສ່ມັນບົດລົງໄປປະສົມກັບອາຫານໝູທີ່ເປື່ອຍແລ້ວ


– ໃສ່ອ້ອຍສັບລົງໄປປະສົມໃຫ້ເຂົ້າກັນໃຫ້ມີລັກສະນະ ເປັນຕົມແລ້ວອັດໃຫ້ລຽບສະເໝີກັນໃນຊາມ.


– ໃສ່ໝາກກ້ວຍນຳວ້າລົງໄປທາງກາງຊາມ ແລະ ນຳ ເປືອກໝາກພ້າວແຫ້ງສັບປ່ຽງໃຫຍ່ໆ 4-5 ປ່ຽງລົງໄປໃນຊາມ ວາງໃຫ້ທົ່ວເພື່ອໃຫ້ພໍ່ພັນແມ່ພັນໄດ້ໃຊ້ເປັນບ່ອນຫຼົບລີ້.


– ປ່ອຍພໍ່ພັນ ແລະ ແມ່ພັນລົງໄປ 5 ຄູ່ຕໍ່ຊາມ, ອັດຝາຊາມ ໄວ້ແລ້ວຕັ້ງຊາມຢອງກັນເປັນຊັ້ນໆ ຈາກນັ້ນນຳວັດສະດຸໜັກ ເຕັງທັບຝາໄວ້ປ້ອງກັນພໍ່ແມ່ພັນໄຕ່ໜີຈາກຊາມຊັ້ນສຸດທ້າຍ.


– ຕັ້ງຊາມປະໄວ້ຈົນຄົບ 5 ວັນກໍ່ສາມາດນຳພໍ່ແມ່ພັນ ໄປລ້ຽງໃນຊາມຊຸດໃໝ່ ໂດຍໃສ່ສ່ວນປະສົມຄືເກົ່າທຸກຂັ້ນ ຕອນ. ສຳຫຼັບພໍ່ພັນ ແລະ ແມ່ພັນທີ່ນຳມາລ້ຽງນັ້ນສາມາດເຮັດ ໄດ້ເຖີງ 5 ຄັ້ງຈົນເຖີງຄັ້ງທີ 6 ໃຫ້ລວມເອົາພໍ່ແມ່ພັນຈາກ 2 ຊາ ມມາລວມເປັນຊາມດຽວເພາະວ່າພໍ່ແມ່ພັນເລີ່ມມີອາການອ່ອນ ເພຍແລ້ວ. ສຳຫຼັບຊຸດສຸດທ້າຍ ຫຼື ຄັ້ງທີ 6 ນັ້ນໃຫ້ປ່ອຍປະໄວ້ແບບນີ້ຈົນກວ່າຈະມີການເກີດດ້ວງໂຕນ້ອຍໆຂຶ້ນມາປະມານ 10 ກວ່າວັນພໍ່ແມ່ພັນໃນຄັ້ງທີ 6 ກໍ່ຈະຕາຍລົງໄປ. ສຳຫຼັບການ ລ້ຽງແຕ່ລະຊາມຄວນມີການຈົດບັນທຶກວ່າເລີ່ມລ້ຽງແຕ່ມື້ໃດ ເພື່ອປ້ອງກັນການລືມ.
– ເມື່ອຄົບ 20 ວັນ ໃຫ້ເປີດເບິ່ງກ້ອງເປືອກໝາກພ້າວກໍ່ ຈະເຫັນດ້ວງໂຕເລັກໂຕນ້ອຍເກີດຂື້ນມາ. ຫາກອາຫານບໍ່ພຽງ ພໍໃຫ້ຕື່ມອາຫານແບບທີ່ເຮັດມາແຕ່ທຳອິດພຽງແຕ່ບໍ່ຕ້ອງຕື່ມ ອາຫານໝູເທົ່ານັ້ນເອງ ໃຫ້ຕື່ມອາຫານລົງຊາມເອົາມືຄົນເບົາ ທີ່ສຸດເຂົ້າກັນແລ້ວກໍ່ທຳການອັດຝາໄວ້ແບບເດີມ.
– ເມື່ອຄົບ 30–35 ວັນ ກໍ່ສາມາດຄັດເອົາຜົນຜະລິດ ຂອງດ້ວງໂຕໃຫຍ່ ຫຼື ຂະໜາດຕາມທີ່ສາມາດໄປເປັນອາຫານ ຫຼື ນຳໄປຈຳໜ່າຍໄດ້ແລ້ວ. ສຳຫຼັບເຕັກນິກ ຫຼື ວິທີການລ້ຽງ ດ້ວງໝາກພ້າວແບບນີ້ນັ້ນຫາກເຮົາໃຊ້ພໍ່ແມ່ພັນຈຳນວນ 5 ຄູ່ ພາຍໃນ 1 ເດືອນເຮົາກໍ່ສາມາດລ້ຽງດ້ວງໄດ້ 55 ຊາມ ໂດຍ ປະມານ. ແຕ່ຫາກເຮົາໃຊ້ 3 ຄູ່ຕໍ່ຊາມພາຍໃນ 1 ເດືອນກໍ່ຈະ ໄດ້ປະມານ 80 ຊາມ.

ແຫຼ່ງຂໍ້ມູນ: https://thaifarmer.lib.ku.ac.th/news/626f8f3e6ba4095e417c7a39

https://kaset.today/ปศุสัตว์และประมง/ด้วงสาคูหรือด้วงมะพร้า/

https://www.baannoi.com/เกษตรบ้านน้อย/สัตว์เลี้ยง/เทคนิคและวิธีการเลี้ยง/

file:///D:/2020/April_df.pdf