ການລ້ຽງປາຄໍ່ໃນອ່າງຊີເມັນ

ປາຄໍ່ເປັນປານ້ຳຈືດຊະນິດໜື່ງ ທີ່ມີຄຸນຄ່າທາງດ້ານ ເສດຖະກິດ, ອາໄສຢູ່ໃນແຫຼ່ງນ້ຳຈືດທົ່ວໄປ. ເປັນປາທີ່ມີລົດ ຊາດແຊບ, ມີກ້າງນ້ອຍສາມາດນຳມາປະກອບອາຫານ ໄດ້ຫຼາຍ ຊະນິດ. ໂດຍທຳມະຊາດແລ້ວປາຄໍ່ ເປັນປາປະເພດກິຊີ້ນ, ກິນ ສິ່ງທີ່ມີຊີວິດທີ່ອາໄສຢູ່ໃນນ້ຳລວມທັງປານ້ອຍ ແລະ ແມງໄມ້ ຕ່າງໆໃນນໍ້າເປັນອາຫານ. ເມື່ອຂາດແຄນອາຫານຈະເຮັດໃຫ້ ປາຄໍ່ໂຕໃຫຍ່ຫັນມາກິນປາຄໍ່ນ້ອຍ. ການລ້ຽງປາຄໍ່ຈິ່ງເປັນເລື້ອງ ສຳຄັນຫຼາຍເພາະຖ້າຂາດແຄນອາຫານປາຈະກິນກັນເອງ.

1. ການກຽມອ່າງຊີເມັນ
ອ່າງຊີເມັນຄວນເຮັດໄວ້ຫຼາຍໆອ່າງ ເຊັ່ນ: ອ່າງອະນຸບານ ລູກປາຄວນມີຂະໜາດ 2×3 ແມັດ ຫຼື 2×2 ແມັດ, ຄວາມ ເລິກຂະໜາດ 30 ຊັງຕີແມັດ ມີຫຼັງຄາຄຸມເພື່ອປ້ອງກັນງູນ, ນົກຈະມາກິນລູກປາ. ປ່ອຍລູກປາຂະໜາດປະມານ 5 ຊັງຕີ ແມັດ ຈຳນວນ 2.000 – 3.000 ໂຕ, ຄວນເຮັດ 2-3 ອ່າງ. ຖ້າ ຕ້ອງການລ້ຽງປາຈຳນວນ 1.000 ໂຕອະນຸບານໄວ້ 30 ວັນ, ອ່າງລ້ຽງຄວນມີຂະໜາດ 5×10 ແມັດ, ເລິກ 1 ແມັດ ແຊ່ນໍ້າໃຫ້ ມີໄຄນ້ຳຈັບໃຫ້ໝົ້ດລິດປູນ, ໃສ່ນ້ຳເລິກປະມານ 30 ຊັງຕີແມັດ.ໃສ່ຜັກຕົບຈຳນວນເຄິ່ງໜື່ງຂອງພື້ນທີ່ອ່າງໃຫ້ປາຄໍ່ໄດ້ຊົ້ນ ແລະ ປ້ອງກັນນ້ຳເສຍງ່າຍ. ອ່າງລ້ຽງປາຄໍ່ຢ່າງນ້ອຍຕ້ອງມີ 2-3 ອ່າງເພື່ອໄວ້ຄັດຂະໜາດຂອງປາ ທີ່ເທົ່າໆກັນມາລ້ຽງໃນອ່າງ ດຽວກັນ.

2. ການຫາລູກປາຄໍ່ ແລະ ການອະນຸບານ
ສາມາດຫາໄດ້ຕາມແຫຼ່ງນ້ຳທົ່ວໄປ ເຊັ່ນ: ຫ້ວຍ,ໜອງ, ຄອງ, ບືງໃນຊ່ວງລະດູຝົນ ເດືອນພຶດສະພາ ຫາ ເດືອນ ສິງຫາ ປາຄໍ່ຈະວາງໄຂ່ ແລະ ຈະມີລູກປານ້ອຍໆຂະໜາດ 2-5 ຊັງ ຕີແມັດ ເປັນຝູງສາມາດເບິ່ງເຫັນຕາມຟອງນ້ຳຍິບໆ ໃຫ້ນຳກະ ຕ່ອງຕາຖີ່ຂະໜາດເສັ້ນຜ່າສູນກາງປະມານ 1 ແມັດ ໄປຊ່ອນ ເອົາລູກປາ ແລະ ໃສ່ພາຊະນະໃຫຍ່ໆ ຫຼື ໃສ່ຖົງພາລາສະຕິກ ຂະໜາດໃຫຍ່. ກໍລະນີລຳລຽງລູກປາໄກຄວນອັດອົກຊີເຈນ. ເມື່ອໄດ້ລູກປາແລ້ວໃຫ້ນຳມາແຊ່ນ້ຳໃໝ່ ໂດຍໃສ່ຢາຂ້າເຊື້ອ ພະຍາດເຈືອຈາງກ່ອນນຳລົງອ່າງອະນຸບານປະໄວ້ 1 ວັນ ໃຫ້ ລູກປາຫີວແລ້ວນຳອາຫານຊະນິດຜົງຂອງປາດຸກນ້ອຍມາປັ້ນ ກ້ອນເທົ່າຫົວໂປ້ມື 2-3 ກ້ອນແລ້ວວາງລົງໃນອ່າງລູກປາຈະ ເຂົ້າມາກິນ. ໃນມື້ຕໍ່ໆມາຄວນໃຫ້ອາຫານວັນ 2 ຄັ້ງ ເຊົ້າ – ແລງ ແລະ ໃນອາທິດຕໍ່ມາຄວນຝຶກໃຫ້ກິນຈິ່ງຫຼີດຕົວນ້ອຍໆ. ອາທິດທີ 3-4 ລູກປາຈະໃຫຍ່ຂື້ນມີຂະໜາດເທົ່ານີ້ວມືຄວາມ ຍາວປປະມານ 10-13 ຊັງຕີແມັດ.

3. ການລ້ຽງໃຫ້ເປັນປາໃຫຍ່
ເມື່ອລູກປາອາຍຸ 1 ເດືອນ ໃຫ້ຍ້າຍປາຄໍ່ລົງອ່າງລ້ຽງຂະ ໜາດ 5×10 ແມັດ ຈຳນວນອ່າງລະ 2.000-3.000 ໂຕ.ຊ່ວງ ນີ້ຫາກບໍ່ມີຈີ່ງຫຼີດ ຫຼື ບໍ່ພຽງພໍໃຫ້ໃຊ້ຫອຍປາກວ້າງ ມາຕົ້ມ ແລະ ແກະເອົາຊີ້ນຫອຍມາຟັກໃຫ້ເປັນຕ່ອນນ້ອຍ ແລ້ວນຳໄປໃສ່ໃນອ່າງປາຄໍ່ຈະກິນ. ຈຳນວນຫອຍທີ່ໃຊ້ລ້ຽງ 1 ກິໂລ ກຼາມ/ຄັ້ງ ແຕ່ຈະເຮັດໃຫ້ນ້ຳເນົ່າເໝັນໄວ ປະມານ 15 ວັນຈະ ຕ້ອງປ່ຽນຖ່າຍນ້ຳ. ກໍລະນີປ່ຽນຖ່າຍນ້ຳ ໃຫ້ນ້ຳໄຫຼອອກຈາກຮູ ລະບາຍນ້ຳທີ່ມີຂະໜາດນ້ອຍກວ່າໂຕປາ, ປ່ອຍນ້ຳອອກໃຫ້ ໝົດອ່າງແລ້ວເອົານ້ຳເຂົ້າໃໝ່. ຂໍ້ດີຄື: ເຮັດໃຫ້ເຮົາເບິ່ງເຫັນສະ ພາບຂອງປາໄດ້ຊັດເຈນວ່າປາຕິດເຊື້ອພະຍາດ ຫຼື ບໍ ແລະ ປະ ລິມານການຈະເລີນເຕີບໂຕຈະເຫັນໄດ້ຊັດເຈນ, ພ້ອມທັງຄັດ ຂະໜາດປາໄດ້.


4. ຂໍ້ຄວນລະວັງ
• ອ່າງຕ້ອງມີຕາໜ່າງຂຽວ ໄນລ່ອນກາງຕິດໄວ້ແຄມ ອ່າງໃຫ້ສູງຖ້າຊ່ວລະດູຝົນປາຄໍ່ຈະໂດດສູງ ຖ້າບໍ່ກັນຈະໂດດ ອອກໝົດ.

5. ອາຫານສຳລັບປາຄໍ່
ຈຳເປັນຈະຕ້ອງຫຼຸດຕົ້ນທຶນ ໃຫ້ຫຼາຍທີ່ສຸດເພື່ອໃຫ້ໄດ້ ກຳໄລຫຼາຍ. ໄລຍະເວລາການລ້ຽງປາຄໍ່:
– ຕ້ອງການປາຄໍ່ຂະໜາດນ້ອຍ 4 ໂຕ/ກິໂລກຼາມ ຈະໃຊ້ ເວລາປະມານ 6 ເດືອນ
– ຕ້ອງການປາຄໍ່ຂະໜາດ 2-3 ໂຕ/ກິໂລກຼາມຈະໃຊ້ ເວລາປະມານ 8-9 ເດືອນ ໃນກໍລະນີໃຊ້ອາຫານປາດຸກ+ຈິ່ງ ຫຼີດໄລຍະເວລານີ້ຈະໄວກວ່າປະມານ 1 ເດືອນ ການໃຫ້ອາ ຫານປາໃຫ້ຕອນເຊົາ ແລະ ຕອນແລງ. ກໍລະນີເຮົາລ້ຽງຈີ່ງຫຼີດ ໄດ້ອາທິດລະ 50.000 ໂຕຈະພຽງພໍສຳລັບການລ້ຽງປາຄໍ່ 1 ອ່າງ ( 2.000 – 3.000 ໂຕ ).

ແຫຼ່ງຂໍ້ມູນ: file:///D:/2019/December_df.pdf

https://www.thaibusiness.in.th/การเลี้ยงปลาช่อนในบ่อซ-863/

https://alangcity.blogspot.com/2013/11/blog-post.html