ເຕັກນິກການລ້ຽງງົວພື້ນເມືອງ
ການລຽ້ງງົວໂດຍທົ່ວໄປ ຕອນເຊົ້າປ່ອຍງົວໃຫ້ອອກໄປຫາກິນຫຍ້າຕາມແຄມຖະໜົນ, ຕາມປ່າໂຄກ ຫຼື ເສດເຟືອງຕາມທົ່ງນາ ພໍຮອດຍາມແລງກໍ່ຕ້ອນງົວເຂົ້າຄອກຕາມວິຖີການລ້ຽງແບບດັ່ງເດີມງົວອາດໄດ້ຮັບອາຫານບໍ່ພຽງພໍເຮັດໃຫ້ຮ່າງກາຍຂາດຄວາມສົມບູນ ການຈະເລີນເຕີບໂຕຊ້າ ນອກຈາກນັ້ນການຮັກສາສຸຂະພາບສັດເກືອບບົ່ມເລີຍກວ່າຈະສາມາດຂາຍໄດ້ຕ້ອງໃຊ້ເວລາຫລາຍປີ.
I. ພັນງົວທີ່ນິຍົມລ້ຽງ
1. ງົວພື້ນເມືອງ: ເປັນງົວທິ່ີລຽ້ງງ່າຍ, ຫາກິນເກັ່ງ, ທົນທານຕໍ່ສະພາບແວດລ້ອມໄດ້ດີ ນໍ້າໜັກເມື່ອໃຫ່ຍເຕັມໄວໂຕແມ່ 230- 260 ກລ; ໂຕຜູ້ 300-400 ກລ.
2. ງົວລູກປະສົມ: ເປັນງົວທິ່ີມີຂະໜາດປານກາງນໍ້າໜັກເມື່ອເຕັມໄວໃຫ່ຍເຕັມໄວ ໂຕແມ່ 250-300 ກລ; ໂຕຜູ້ 400-500 ກລ. ມີຄວາມທົນທານຕໍ່ກັບສະພາບ ແຕ່ກິນອາຫານຕາມທໍາມະຊາດບໍ່ໄດ້ດີ. ສະນັ້ນຜູ້ລ້ຽງຕ້ອງໄດ້ເອົາໃຈໃສທາງດ້ານອາຫານຢູ່ສະເໝີ. ປະຈຸບັນເປັນທິ່ີນິຍົມກັນລຽ້ງເປັນພໍ່ພັນເພິ່ືອປັບປຸງແນວພັນງົວພື້ນເມືອງ.
II. ຂໍ້ຄວນພິຈາລະນາໃນການລຽ້ງງົວພື້ນເມືອງ
ການລຽ້ງງົວມີຫຼາຍແບບຫຼາຍຂັ້ນຕອນການຈັດຕັ້ງປະຕິບັດແມ່ນຂື້ນກັບສະພາບເງື່ອນໄຂ ແລະ ຄວາມມັກຂອງຜູ້ຕ້ອງການລ້ຽງ ເມື່ອເຫັນວ່າເໜາະສົມແລ້ວຈິ່ງຕັດສິນໃຈລ້ຽງຕາມຂັ້ນຕອນດັ່ງນີ້:
1. ເລືອກຮູບແບບການລ້ຽງວ່າຈະລຽ້ງແບບໃດ?
– ຜະລິດລູກງົວຂາຍ: ເປັນການລ້ຽງພໍ່ແມ່ພັນເພິ່ືອຜະລິດລູກຂາຍຜູ້ລ້ຽງຕ້ອງມີການຂັດເລືອກພໍ່ແມ່ພັນ, ມີການກໍານົດ ວິທີການປະສົມພັນ, ກໍານົດລູກງົວທິ່ີຈະຂາຍ.
– ລຽ້ງທອມ(ຂຸນ): ເປັນການລ້ຽງງົວອາຍຸນ້ອຍເພິ່ືອຜະລິດຊີ້ນໃຫ້ມີຄຸນະພາບ ຫຼື ລ້ຽງງົວເຖົ້າທິ່ີມີອາຍຸໝົດການໄຊ້ງານ ແລ້ວໃຫ້ອ້ວນເພິ່ືອຂາຍເອົາກໍາໄລ.
– ຜະລິດລູກ ແລະ ລ້ຽງທອມ: ການລ້ຽງແບບນີ້ແມ່ນ ເຮັດທັງສອງຢ່າງຄວບຄູ່ກັນໄປ.
2. ເລືອກລະດັບ ແລະ ຂະໜາດຂອງການລ້ຽງ. ເພິ່ືອໃຫ້ສອດຄ້ອງ ແລະ ເໝາະສົມກັບຄວາມອາດສາມາດ ແລະ ຄວາມພ້ອມຂອງຜູ້ລ້ຽງເຊັ່ນ:
– ລ້ຽງໃນສວນຫຼັງບ້ານປະສົມປະສານກັບການເຮັດນາ (ລ້ຽງປ່ອຍໃນບໍລເວນທິ່ີຄຸ້ມຄອງໄດ້).
– ລຽ້ງໃນລະບບົຟາມຂະໜາກນອ້ຍ.
III. ການສ້າງຄອກງົວ
ຄອກງົວມີຄວາມສໍາຄັນສໍາລັບງົວ ເພາະຄອກງົວເປັນບ່ອນພັກເຊົາຫຼົບແດດຫຼົບຝນົຂອງງົວ ແລະ ຍັງເປັນບ່ອນໃຫ້ອາຫານ ແລະ ນໍ້າອີກດ້ວຍ ຄອກງົວຄວນຕັ້ງຢູ່ບ່ອນສູງນໍ້າບໍ່ຖ້ວມຂັງເມື່ອຝົນຕົກ, ຄວາມຍາວຂອງຄອກໃຫ້ຢູ່ໃນທິດຕາເວັນອອກ-ຕາເວັນຕົກ ຂະໜາດຂອງຄອກແມ່ນຂື້ນຢູ່ກັບຈໍານວນງົວທິ່ີລ້ຽງ. ຄວນສ້າງອ່າງນໍ້າ ແລະ ຮາງອາຫານໄວໃສ່ໃຫ້ງົວກິນ .
ການສ້າງຄອກງົວຕ້ອງໃຫ້ມີ 2 ພາກສ່ວນດັ່ງລຸ່ມນີ້
1. ພື້ນທິ່ີສ່ວນທິ່ີມີຫຼັງຄາ = ສ່ວນກ້ວງທິ່ີສຸດຂອງທ້ອງງົວ x ຄວາມຍາວຈາກປາກຫາບັ້ນທ້າຍ x 2
2. ພື້ນທິ່ີສ່ວນບໍ່ມີຫຼັງຄາ = 2 ເທົ່າຂອງພື້ນທິ່ີມີຫຼັງຄາ.
– ພື້ນຄອກ: ພື້ນດນິອັດແໜ້ນ , ລະບາຍນໍ້າໄດ້ດີ ຫຼື ພື້ນສີມັງສະເພາະໃນສ່ວນທິ່ີມີຫຼັງຄາ ຖ້າເປັນພື້ນສີມັງຕ້ອງຂີດໃຫ້ເປັນ ຮອຍເພິ່ືອປ້ອງກັນບໍ່ໃຫ້ສັດມື່ນ, ສ່ວນທິ່ີບໍ່ມີຫຼັງຄາຄວນເປັນພື້ນດິນອັດແໜ້ນ .
– ຫຼັງຄາ: ສາມາດເຮັດໄດ້ດ້ວຍວັດຖຸຕ່າງໆທິ່ີສາມາດຫາໄດ້ໃນທ້ອງຖິ່ນ ເຊັ່ນ: ກະເບື້ອງ, ສັງກະສີ, ໄມ້ ແລະ ຫຍ້າຄາ ອີງຕາມຄວາມເໝາະສົມຂອງສະພາບຖານະຄອບຄົວຫຼັງຄາຄວນມີຄວາມສູງ 2-2.5 ມ. ເພິ່ືອໃຫ້ລະບາຍອາກາດໄດ້ດີ .
– ເສົາ: ສາມາດເຮັດໄດ້ດ້ວຍໄມ້ເນື້ອແຂງ ຫຼື ສີມັງ ອີງຕາມວັດສະດຸທີ່ມີໃນທ້ອງຖິ່ນ ແລະ ຖານະຂອງຄອບຄົວ.
– ຮົ້ວກັນຄອກ: ສາມາດເຮັດດ້ວຍໄມ້ 4 ຮາວ ມີຄວາມສູງ 1.5 ມ.
– ຮາງອາຫານ: ສາມາດເຮັດໄດ້ດ້ວຍໄມ້ ຫຼື ສີມັງ.
– ອ່າງນໍ້າ: ຮາງນໍ້າອາດໃຊ້ແທ່ງສ້າງຊີມັງຂະໜາດເສັ້ນຜ່າສູນກາງ 80 ຊມ; ສູງ 40 ຊມ. ເຊິ່ງພຽງພໍສໍາລັບງົວແມ່ພັນພື້ນ ເມືອງ 13-15 ໂຕ ຂື້ນຢູ່ກັບສະພາບອາກາດ ແລະ ຄວນວາງໄວ້ຈຸດຕໍ່າສຸດຂອງຄອກ.
– ຮົ່ມເງົາ: ຢູ່ບໍລິເວນຄອກງົວຄວນປູກຕົ້ນໄມ້ເປັນຮົ່ມເພິ່ືອປ້ອງກັນແດດ.
IV. ອາຫານ ແລະ ການໃຫ້ອາຫານງົວພື້ນເມືອງ
ອາຫານຫລັກຂອງງົວຄືອາຫານຫຍາບ ເຊັ່ນ: ຫຍ້າສົດ, ຫຍ້າແຫ້ງ, ຫຍ້າໜັກ, ເຟືອງ, ໃບໄມ້, ເສດເຫລືອຈາກການຜະລິດກະສິກໍາອື່ນໆ ແລະ ອາຫານເຂັ້ມຂື້ນທິ່ີໄດ້ມາຈາກການນໍາວັດຖຸດິບອາຫານສັດຊະນິດຕ່າງໆເຊັ່ນ: ມັນຕົ້ນຕາກແຫ້ງ, ຮໍາ, ສາລີບົດ, ໃບຖະຖິນແຫ້ງ, ໃບມັນຕົ້ນແຫ້ງມາປະສົມເຂົ້າກັນໃຫ້ງົວກິນເປັນອາຫານເສີມໃນຍາມຕອນແລງ. ແຕ່ຊາວກະສິກອນບາງຄົນຄິດວ່າການລ້ຽງງົວພື້ນເມືອງບໍ່ຈໍາເປັນຈະປູກ ຫຍ້າ ຫລື ຫາອາຫານເສີມໃຫ້ມັນພຽງແຕ່ປ່ອຍໄປຫາກິນຕາມທໍາມະຊາດກໍ່ພຽງພໍແລ້ວ . ແຕ່ໃນຄວາມເປັນຈິງແລ້ວໃນປະຈຸບັນພື້ນທິ່ີປູກ ພືດເພິ່ີມຂືເນເຮັດໃຫ້ພື້ນທິ່ີລ້ຽງສັດມີຈໍາກັດ. ສະນັ້ນ, ຊາວກະສິກອນຈິ່ງພົບອຸປະສັກຫລາຍຢ່າງໃນການລ້ຽງງົວພື້ນເມືອງ ເຊັ່ນ: ງົວຂາດແຄນອາຫານຍ້ອນຫຍ້າບໍ່ພຽງພໍກັບຄວາມຕ້ອງການຂອງງົວງົວກໍ່ຈະຈ່ອຍຜອມ ປະສົມພັນບໍ່ຕິດ ແລະ ເກີດພະຍາດໄດ້ງ່າຍ. ຍ້ອນເຫດຜົນທິ່ີກ່າວມານັ້ນຈິ່ງເຮັດໃຫ້ຊາວກະສິກອນຫັນຈາກການລ້ຽງງົວແບບດັ່ງເດີມມາເປັນການລ້ຽງແບບນໍາໃຊ້ເຕັກນິກວິຊາການເຂົ້າຊ່ວຍ ໂດຍສະເພາະແມ່ນການປູກຫຍ້າເພິ່ືອເປັນອາຫານງົວ ແລະ ເຮັດອາຫານເສີມໃຫ້ງົວກິນຕ້ອງໄດ້ມີການກະກຽມດັ່ງນີ້:
ອາຫານງົວໃນລະດູຝົນ: ສ້າງສວນປູກຫຍ້າອາດປູກຫຍ້າຊະນິດດຽວ ຫລື ສວນຫຍ້າປະສົມຖົ່ວ, ປູກກະຖິນສະຫລຼຸບຕາມແລ້ວຮົ້ວ ແລະ ຕາມຂອບແປງຫຍ້າ. ຫລັງຈາກປູກຫຍ້າໃຊ້ເວລາ 40-50 ມື້ ໃຫ້ເລິ່ີມຕົ້ນນໍາໃຊ້ຫ້ ຫຍ້າລ້ຽງສັດໂດຍການຕັດ ຫລື ກ່ຽວໃຫ້ສັດກິນ. ສໍາລັບຜູ້ທີ່ມີເນື້ອທິ່ີປູກຫຍ້າຫລາຍຄວນເບີ່ງແປງຫຍ້າອອກເປັນຫລາຍໆສ່ວນຂັ້ນເປັນລ໊ອກໆ ແລ້ວປ່ອຍງົວເຂົ້າກິນແຕ່ລະລ໊ອກໆລະ 6-8 ມື້ ອີງຕາມຄວາມດົກໜາຂອງຫຍ້າໃນແຕ່ລະລ໊ອກໝູນວຽນໄປເລື້ອຍໆປະມານ 30-45 ມື້ ໃຫ້ຄົບ 1 ຮອບວຽນ ຫລື ຂື້ນກັບຄວາມອຸດົມສົມບູນຂອງຫຍ້າ.
ອາຫານງົວໃນລະດູແລ້ງ: ເກັບສະສົມອາຫານຫຍາບໄວ້ເຊັ່ນ:
1. ເຮັດຫຍ້າໝັກ ຫລື ຫຍ້າແຫ້ງທິ່ີໄດ້ຈາກສວນຫຍ້າທິ່ີເຫລືອໃຊ້ໃນຍາມຝົນ.
2. ເກັບເຟືອງແຫ້ງໄວ້ເພິ່ືອປຸງແຕ່ງເຮັດເຟືອງໝັກ ຫລື ເຟືອງລາດຢູເຣຍ-ກາກນໍ້າຕານ, ຍອດອ້ອຍແຫ້ງ, ໃບຖົ່ວດິນແຫ້ງ ແລະ ອື່ນ…ທິ່ີມີໃນທ້ອງຖິ່ນ.
3. ຈັດຫາອາຫານເຂັ້ມຂຸນເພິ່ືອໃຫ້ເສີມໃນເວລາຈໍາເປັນ ຫລື ຕ້ອງການບໍາລຸງສັດໃຫ້ຕຸ້ຍພີ.
4. ເຮັດກ້ອນແຮທາດໃຫ້ງົວກິນຢ່າງສະໜໍ່າສະເໝີ
V. ພະຍາດທິ່ີສໍາຄັນຂອງງົວ
ພະຍາດເຕົ້າໂຮມເລືອດງົວ-ຄວາຍ ເກີດຈາກເຊື້ອກາລະໂລກຊະນິດໜຶາງ ເປັນພະຍາດຮ້າຍແຮງສໍາລັບງົວ-ຄວາຍ ອາຍຸ 6 ເດືອນຂື້ນໄປ. ງົວຕິດເຊື້ອພະຍາດນີ້ຈະສແດງດັ່ງນີ້:
– ອາການແບບກະທັນຫັນ: ມີອາການໂຕສັ່ນ, ຫາຍໃຈຫອບ, ກ້ອງຄາງ ແລະ ຄໍໄຄບວມຫາຍໃຈຍາກ ແລະ ມີສຽງດັງຜິດປົກກະຕິ, ນໍ້າມູກໜຽວປົນເລືອດ ແລະ ຕາຍໃນທິ່ີສຸດ.
– ອາການເປັນຢູ່ປອດ: ສັດໄອ, ນໍ້າມູກປົນໜອງ ຫລື ປົນເລືອດສັດຈະສະແດງອາການເຈັບເມື່ອເອົາຍັ່ນດູກຂ້າງອາການ ນີ້ມັກເປັນກັບຄວາຍ.
– ອາການເປັນຢູ່ປອດ: ສັດບໍ່ກິນຫຍ້າ, ບໍ່ຄ້ຽວເອື້ອງ, ທ້ອງເບັງ, ລໍາໄສອັກເສບ (ຫລັງກິ່ງເວລາຖ່າຍ) ຂີ້ຈວກປົນເລືອດ.
• ການປິ່ິນປວົ: ເລືອກໃຊ້ຢາ ເຊັ່ນ:
1. ເພນ-ສະເຕຣບ (PEN & STREP)
2. ເທີຣາໄມຊິນ (TERRAMYCIN)
3. ອົກຊີເຕຕຣາໄຊຄລິນ (OXYTETRACYCLIN)
• ການປ້ອງກັນ: ສັກຢາວັກຊີນ: ເຕົ້າໂຮມເລອືດງົວ-ຄວາຍ
– ສັກໃຕ້ຫືບໜັງໂຕລະ 3 ຊີຊີີ ສັດທິ່ີມີອາຍຸ 6 ເດືອນຂື້ນໄປ (ວັກຊີນຊະນິດນີ້ສາມາດໃຊ້ງົວແມ່ມານໄດ້).
– ໄລຍະອອກລິດ ຫລັງສັກວັກຊີນ 2 ອາທິດຂື້ນໄປຈິ່ງສາມາດຄຸ້ມກັນໄດ້.
– ໄລຍະຄຸ້ມກັນ: 6 ເດືອນ
ພະຍາດປາກເປິ່ືອຍລົງເລັບ ເປັນພະຍາດຕິດຕໍ່ໄດ້ໄວທິ່ີສຸດໃນສັດເລັບຄູ່ ເຊັ່ນ: ງົວ-ຄວາຍ, ແບ້ ແລະ ໝູ ພະຍາດນີ້ຈະເຮັດໃຫ້ສຸຂະພາບສັດຊຸດໂຊມ, ນໍ້າໜັກຫລຼຸດ , ຈ່ອຍຜອມ.
ອາການ: ສັດປ່ວຍດ້ວຍພະຍາດນີ້ຈະບໍ່ກິນອາຫານຍ້ອນເຈັບປາກ ແລະ ພົບຕຸ່ມ ຫລື ບາດແຜໃນປາກລີ້ນ , ເຫືອກ, ຜົ້ງແກ້ມ, ນໍ້າລາຍໄຫລເປັນຢາງ ນອກຈາກນີ້ຍັງພົບເມັດຕຸ່ມ ແລະ ບາດແຜບໍລິເວນກີບຕີນຂອງສັດເຮັດໃຫ້ສັດມີອາການ ເຈັບຕີນ ແລະ ຍ່າງຂາຫ້ານ.
ການປິ່ິນປົວ:
1) ນໍາໃຊ້ປະເພດສົ້ມ ຫຼື ຝາດ ລ້າງບາດ ແລະ ຂັງສັດເຈັບໄວ້ບ່ອນສະອາດ.
2) ໃຊ້ຢາ: ເມທີແລນບລູ, ເຢນເທັນໄວໂນເລັດ ສິດພົ່ນໃສປາກ ແລະ ໃສ່ບາດແຜ.
3) ສັກຢາຕ້ານເຊື້ອເພິ່ືອຕ້ານການແຊກຊ້ອນຂອງແບັກທີເຣຍ.
4) ໃຊ້ຢາຂ້າໜອນ ໃສ່ບາດກັນແມງວັນ
ການປ້ອງກັນ:
1) ຫ້າມບໍ່ໃຫ້ຍົກຍ້າຍສັດ ຫລື ຂ້າສັດໃນເຂດທິ່ີພະຍາດປາກເປິ່ືອຍລົງເລັບລະບາດແລ້ວ.
2) ແຍກສັດເຈັບອອກຈາກຝຸງ ແລະ ຂັງຕ່າງຫາກ
3) ສັກຢາວັກຊີນປ້ອງກັນທຸກໆ 6 ເດືອນ (ວັກຊີນຈາກຕ່າງປະເທດ)
ພະຍາດກາຝາກພາຍໃນ ພະຍາດກາຝາກພາຍໃນທິ່ີເປັນອັນຕະລາຍທິ່ີສຸດໃນລູກງົວ ໂດຍສະເພາະພະຍາດໂຕກົມ, ພະຍາດເສັ້ນດ້າຍ, ພະຍາດປາກຂໍສໍາລັບງົວທິ່ີໃຫ່ຍແລ້ວຈະມັກເປັນພະຍາດໃບໄມ້ໃນຕັບ.
ພະຍາດໂຕກົມສາມາດເກີດຂື້ນໄດ້ທັງງົວນ້ອຍ ແລະ ຄວາຍນ້ອຍເຊິ່ງຈະສະແດງອາການເບື່ອອາຫານ, ຖອກທ້ອງ, ຂີ້ແຫລວມີສີເຖົ່າ,ມີກີິ່ນເໝັນຄາວ, ອາດມີການໄອ, ຫັນໃຈຖິ່,ຈ່ອຍຜອມ, ຜິວໜັງແຫ້ງຫຍາບ, ຂົນຫຍຸງ ແລະ ມັກຈະ ຕາຍໃນຊ່ວງອາຍ 3-4 ອາທິດຫລັງເກີດບາງເທິ່ືອຈະຕາຍແບບກະຫັນທັງທິ່ີຍັງຕຸ້ຍຢູ່ໂດຍບໍ່ມີອາການເຈັບປ່ວຍ.
ການປ້ອງກັນ ແລະ ການປິ່ິນປົວຕ້ອງຖ່າຍພະຍາດງົວນ້ອຍເກີດໃໝ່ 3 ອາທິດ ແລະ ຖ່າຍຊໍ້າເມື້ອອາຍຸ 6 ອາທິດ ຫລັງຈາກນັ້ນຖ່າຍ 1 ເທິ່ືອ/ປີ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(28).pdf
https://www.rakbankerd.com/agriculture/print.php?id=2128&s=tblanimal
https://www.rakbankerd.com/agriculture/page.php?id=5106&s=3