ແມງໝັດ ແລະ ການຈັດການແບບປະສົມປະສານ

ແມງໝັດເປັນສັດຕູພືດຊະນິດໜື່ງ ທີ່ສາມາດສ້າງຄວາມເສຍ ຫາຍໃຫ້ແກ່ຊາວສວນຜູ້ປູກພືດຜັກຕະກຸນກະລໍ່າ ເຊັ່ນ: ຜັກກາດຂາວ, ຜັກກາດຊອມ, ຜັກກາດຂີວ ແລະ ຜັກອື່ນໆ. ແມງໝັດຢູ່ລາວສ່ວນຫຼາຍມີ 2 ຊະນິດ ຄື: ແມງໝັດຜັກແຖບ ລາຍ ແລະ ແມງໝັດຜັກສີຟ້າແກ່

1. ວົງຈອນຊີວິດຂອງແມງໝັດຜັກ

2. ແມງໝັດຜັກວາງໄຂ່ຢູ່ບໍລິເວນຕົ້ນຜັກ ແລະ ຕາມພື້ນດິນ
– ໄຂ່ມີຂະໜາດນ້ອຍໄລຍະໄຂ່ 3-4 ວັນ;
– ໂຕອ່ອນຄ້າຍຄືໂຕໜອນອາໃສຢູ່ດິນມີອາຍຸ 10-14 ວັນ;
– ໄລຍະເປັນດັກແດ້ອາຍຸ 4-5 ວັນ;
– ອາຍຸໂຕແກ່ 30-60 ວັນ (ໂຕແມ່ສາມາດວາງໄຂ່ໄດ້ 80- 200 ໜ່ວຍ).
ເມື່ອເປັນໂຕໜອນຈະມຸດລົງໃນດິນກັດກິນເນື້ອເຫຍື້ອບໍລິເວນເຫງົ້າຕົ້ນ ແລະ ຮາກຜັກ, ເຮັດໃຫ້ພືດບໍ່ຈະເລີນໂຕບໂຕໄດ້ເຕັມທີ່. ໂຕແກ່ກັດກິນເນື້ອໃບເຮັດໃຫ້ໃບເປັນຮູນ້ອຍໆ, ຫາກລະບາດຫຼາຍຈະເຮັດໃຫ້ໃບເປັນຮູໆຢູ່ທົ່ວໃບ ແລະ ອາດກັດກິນເນື້ອລໍາຕົ້ນ, ກີບດອກ, ແມງໝັດອາໃສຢຸ່ລວມກັນເປັນກຸ່ມ.

3 ເງື່ອນໄຂການແຜ່ລະບາດ
ແມງໝັດລະບາດໄດ້ທຸກລະດູການ ໂດຍສະເພາະໃນຊ່ວງລະດູແລ້ງເດືອນມັງກອນ ຫາ ພຶດສະພາ. ແຕ່ຊ່ວງລະດູຝົນເດືອນມິຖຸນາ ຫາ ທັນວາ ແມ່ນບໍ່ມີຫຼາຍປານໃດເລີ້ມລະບາດຈາກບໍລິເວນໜານປູກ, ເຊີ່ງແມງໝັດຈະກິນ ແລະ ອາໃສຢູ່ວັດສະພືດເຊັ່ນ: ຜັກສ້ຽນ, ຜັກຫົມເມື່ອຮອດລະດູການປູກຈະອົບພະຍົບເຂົ້າມາທໍາລາຍພືດຜັກໃນສວນ ແລະ ອາໃສຢູ່ໃນດິນໜານປູກ, ເມື່ອສິ້ນສຸດລະດູການປູກກໍ່ຈະອົບພະຍົບກັບໄປອາໃສວັດສະພືດທີ່ເປັນແຫຼ່ງອາຫານອີກ.
ພົບການລະບາດໃນພືດຕະກຸນຜັກກະລໍ່າເປັນຕົ້ນແມ່ນ: ຜັກກາດຂາວ, ຜັກກາດດອກ, ຜັກກາດນາ, ຜັກກາດກວາງ ຕຸ້ງ, ຜັກກະລໍ່າປີ. ເມື່ອຜັກຕິດເຊື້ອພະຍາດມີການລະບາດຮ້າຍ ແຮງຕົ້ນຜັກຈະຖືກທໍາລາຍ.

3. ການປ້ອງກັນ ແລະ ການຈັດການ
– ໄຖດິນຕາກແດດໄວ້ປະມານ 7-14 ວັນ ເພື່ອທໍາລາຍໂຕອ່ອນ ແລະ ດັກແດ້ທີ່ອາໃສຢູ່ໃນດິນ ແລະ ຊ່ວຍຫຼຸດການເກີດພະຍາດອື່ນໆຢູ່ໜານຜັກ;
– ຖ້າມີເງື່ອນໄຂປ່ອຍນໍ້າໃຫ້ຖ້ວມສວນ 1 ອາທິດ ກ່ອນປູກເພື່ອທໍາລາຍໂຕອ່ອນ ແລະ ດັກແດ້ທີ່ອາໃສຢູ່ໃນດິນ;
– ກໍາຈັດວັດສະພືດໃນໜານປູກ ແລະ ບໍລິເວນອ້ອມໜານປູກເພື່ອທໍາລາຍແຫຼ່ງອາຫານ ແລະ ພືດອາໃສຂອງແມງໝັດ;
– ສີດພົ່ນດ້ວຍນໍ້າສະໝຸນໄພທີ່ເຮັດຈາກພືດ ເຊັ່ນ: ຜັກກະເດົາ, ເຄືອເຂົາຮໍ, ຫົວສີໄຄເຄື່ອງ, ຂ່າ, (ຕາມອັດຕາສ່ວນ).
– ຫວ່ານໃບຜັກກະເດົາໃສ່ໜານປູກປະໄວ້ຈົນໃບຫຽ່ວ;
– ໃຊ້ເຊື້ອຊີວະວິທະຍາ-ລາຂຽວ (ເມຕາໄລຊຽມ) ຫຼື ລາຂາວ (ບິວວາເຣຍ) ຫວ່ານຮອງພື້ນກ່ອນປູກເພື່ອກໍາຈັດໂຕອ່ອນທີ່ຢູ່ໃນດິນ (ຄວນໃຊ້ເປັນປະຈໍາ).
– ໃຊ້ຂີ້ກະເດືອນຝອຍ Steiner nema carpocapsae;
– ໃຊ້ເຊື້ອບີທີ (BT) Bacillus thuringiensis ອັດຕາສ່ວນ 60- 80 CC/20 L.
– ໃຊ້ກັບດັກກາວໜຽວ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/pnZyIgIqVOOEjkw4%20(1).pdf

https://www.gib.co.th/ด้วงหมัดผัก/5d47ad9847d6c4001a8ae450

https://tabinnovation.co.th/ดูบทความ-117622-ด้วงหมัดผัก.html