ການສຶກສາແນວພັນເຂົ້າ ຫຼວງນໍ້າທາ 1

ເຂົ້າຫຼວງນໍ້າທາ1 (LNT1) ເຊີ່ງສາຍພັນ ເດີມແມ່ນ IR68101-TDK-B-B-28-1 ແມ່ນສາຍ ພັນເຂົ້າ ສະຖາບັນຄົ້ນຄວ້າເຂົ້ານາໆຊາດ ທີ່ປະ ເທດຟິລິບປິນ (IRRI: International Rice Research Institute). ສາຍພັນດັ່ງກ່າວແມ່ນສູນ ຄົ້ນຄວ້າເຂົ້ານໍາເຂົ້າມາສຶກສາທີ່ສູນຄົ້ນຄວ້າເຂົ້າ ແລະ ສຶກສາທີ່ສູນຫຼວງຄົ້ນຄວ້າ ກະສິກໍາຫຼວງ ນໍ້າທາ ປີ 2002 ຜ່ານການສຶກສາເຫັນວ່າສາຍພັນ ດັ່ງກ່າວໃຫ້ຜົນຜະລິດດີ ຄຸນນະພາບການກິນດີ ແລະ ປັບຕົວໄດ້ດີກັບສະພາບແວດລ້ອມ ຫຼວງນໍ້າ ທາທາງແຜນງານຄົ້ນຄວ້າເຂົ້າ ກໍເລີຍອອກຊື່ຫຼວງ ນໍ້າທາ 1 ແລະ ປູກຈົນມາຮອດປະຈຸບັນ.
I. ວິທີການ
ການປູກແມ່ນປູກແນວພັນຫຼວງນໍ້າທາ ໃນແປງໃຫຍ່ 10 ແມັດ x 10 ແມັດ ປູກທີ່ ສູນຄົ້ນ ຄວ້າກະສິກໍາຫຼວງນໍ້າທາ ເມື່ອອາຍຸກ້າໄດ້ 20 – 25 ວັນ ຈຶ່ງປັກດໍາ. ໄລຍະຂອງການປັກດໍາແມ່ນ 20 ຊມ x 20 ຊມ, ປັກດໍາ 3-4 ກີບກ້າຕໍ່ສຸມ. ເມື່ອປັກດໍາໄດ້ 5-7 ວັນ ແລ້ວກໍ່ໄດ້ປູກສ້າມຄືນ ຕົ້ນທີ່ມັນຕາຍເພື່ອຮັກສາຈໍານວນສຸມ, ການໃສ່ ຝຸ່ນແມ່ນໃສ່ອັດຕາ N:P:K 60:30:30 ກິໂລ/ ເຮັກຕາ. ໃສ່ 3 ຄັ້ງ: ຮອງພື້ນແມ່ນໃສ່ຝຸ່ນພ້ອມປັກ ດໍາຝຸ່ນສູດ 15-15-15 ຈໍານວນ 200 ກິໂລ/ເຮັກ ຕາ, ຫຼັງຈາກນັ້ນ ເລັ່ງ 2 ຄັ້ງ: 25 ແລະ 45 ວັນ ຫຼັງປັກດໍາໃນອັດຕາ 65 ກິໂລ ປຸ໋ຍເລັ່ງຢູເຣຍຂອງ ແຕ່ລະຄັ້ງ. ແຕ່ລະຄັ້ງຂອງການໃສ່ຝຸ່ນເລັ່ງແມ່ນ ໄດ້ຫຼົກຫຍ້າ. ການເກັບຂໍ້ມູນ 40 ລັກສະນະເລີ່ມ ແຕ່ງອກຈົນຮອດເກັບກ່ຽວ ຕາມມາດຕະຖານ ການເກັບຂໍ້ມູນຂອງອີຣີ (IRRI, 2014). ສ່ວນ ການເກັບກໍາວັນອອກດອກ, ລວງສູງ ແລະ ເກັບ ກ່ຽວສຸ່ມເອົາ 5 ຈຸດ ຈຸດໜຶ່ງ 1 ຕາແມັດ. ຫຼັງຈາກ ນັ້ນກໍ່ເກັບກ່ຽວເຂົ້າໃສ່ ຖົງຕາໜ່າງແລ້ວຕາກແດດ 2-3 ແດດ ແຫ້ງແລ້ວກໍ່ນໍາມາຕີ ຫຼື ຍີ ແລະ ຝັດ ເອົາເມັດລີບອອກ ແລ້ວນໍາມາສັ່ງນໍ້າໜັກ ແລະ ວັດແທກຄວາມຊຸ່ມຄິດໄລ່ຜົນຜະລິດຕາມຄວາມ ຊຸ່ມ 14%.
II. ຜົນໄດ້ຮັບ
ຜ່ານການສຶກສາ ແລະ ເກັບກໍາຂໍ້ມູນ 40 ລັກສະນະ ຂອງເຂົ້າ ຫຼວງນໍ້າທາ 1 ຊື່ສາຍພັນເດີມ IR68101-TDK-B-B-28-1 ມີລັກສະນະເດັ່ນໆ: ເປັນແນວພັນເຂົ້າໜຽວຜົນຜະລິດສູງ 5-6 ໂຕນ/ ເຮັກຕາ, ຈໍານວນຮວງ 15-20 ຮວງ/ສຸມ, ລວງສູງ ສະເລ່ຍ 85-100 ຊມ, ອາຍຸ 135 – 140 ວັນ, ມີ ຄວາມຕ້ານທານຕໍ່ພະຍາດແມງໄມ້ ໃນລະດັບກາງ ສະແດງວ່າສາມາດປັບຕົວເຂົ້າກັບສະພາບ ໃນທ້ອງຖີ່ນ ໃນຄົງເຂດແຂວງຫຼວງນໍ້າທາ ໄດ້ດີ.
 ການສຶກສາແນວພັນ ເຂົ້າຫຼວງນໍ້າທາ 1 ເຫັນວ່າເປັນແນວພັນທີ່ດີ ເໝາະກັບຫຼວງນໍ້າທາ ໂດຍສະເພາະເຂດພາກເໜືອ
ເຊິ່ງຫາຍາກແນວ ພັນທີ່ຈະເໝາະຕໍ່ພາກເໜືອ ເປັນເຂົ້າໜຽວທີ່ຄົນ ລາວມັກກິນ, ຜົນຜະລິດສູງຮອດ 6 ໂຕນ/ເຮັກ ຕາ, ເປັນເຂົ້າກາງ 135-140 ວັນ, ອັນສໍາຄັນເປັນ ແນວພັນສາມາດປູກໄດ້ທັງ 2 ລະດູ, ເປັນແນວ ພັນບໍ່ສູງ 85-100 ຊມ ລໍາຕົ້ນແຂງແຮງ ເວລາສຸກ ແກ່ບໍ່ລົ້ມລັກສະນະນີ້ມັນເໝາະສົມກັບການນໍາ ໃຊ້ເຄື່ອງຈັກເກັບກ່ຽວ, ໃບວີຕັ້ງຊື່ແມ່ນມີຈຸດດີ ເປັນແນວພັນທີ່ເຮັດໃຫ້ການຮັບແສງ ໄດ້ດີສາ ມາດສັງເຄາະແສງໄດ້ດີ ເພື່ອລ້ຽງລໍາຕົ້ນ ແລະ ປະກອບສ້າງເມັດໄດ້ດີ, ຂະໜາດເມັດກໍໃຫຍ່ມັນ ສະແດງອອກຄືນໍ້າໜັກ 1,000 ເມັດ ສູງຮອດ 33 ກຼາມ.
III. ຂໍ້ແນະນຳ
ການສຶກສາແນວພັນ ເຂົ້າຫຼວງນໍ້າທາ 1 ແມ່ນສາມາດໃຫ້ເຫັນດັ່ງຕໍ່ໄປນີ້:
1. ຈຸດດີ
• ໃຫ້ຜົນຜະລິດສູງກ່ວາເຂົ້າ TDK1 ແລະ TDK5 ( ທີ່ປະຊາຊົນໃຊ້ປະຈຸບັນຢູ່ເຂດນັ້ນ).
• ລໍາຕົ້ນແຂງແຮງດີ, ທົນທານຕໍ່ການລົ້ມ.
• ຕອບສະໜອງຕໍ່ຝຸ່ນປຸ໋ຍໄດ້ດີ.
• ປູກໄດ້ທັງລະດູແລ້ງ ແລະ ລະດູຝົນ.
• ປູກໄດ້ດີໃນດິນທີ່ມີຄວາມອຸດົມສົມບູນສູງ
2. ຈຸດອ່ອນ
• ອາຍຸຍາວ: ສໍາລັບນາແຊງ. • ລໍາຕົ້ນ: ບໍ່ສະເໝີກັນ.
• ມີເມັດລີບຢູ່ຄໍຮວງ.
3. ລະດູການຕົກກ້າ ແລະ ປັກດໍາ
1. ລະດູຝົນ
• ຕົກກ້າ ອັດຕາແນວປູກ 60 ກິໂລ/ ເຮັກຕາ.
• ໃຫ້ຕົກກ້າໃນຊ່ວງທ້າຍເດືອນ 5 ( ພຶດສະພາ) ຫາຕົ້ນເດືອນ 6 (ມີຖຸນາ) ແລະ ປັກດໍາຕົ້ນຫາກາງ ເດືອນ 7 ( ກໍລະກົດ
• ອາຍຸຂອງກ້າ 20-25 ວັນ.
3. ລະດູແລ້ງ
• ຕົກກ້າອັດຕາແນວປູກ 60-80 ກິໂລ/ເຮັກຕາ.
• ໃຫ້ຕົກກ້າໃນຊ່ວງກາງເດືອນ 11 (ພະຈິກ) ແລະ ປັກດໍາ ໃນຊ່ວງກາງເດືອນ 12 (ທັນວາ).
•ອາຍຸຂອງກ້າຈະແກ່ຍາວເຖີງ 25-30 ວັນ ຈຶ່ງສາ ມາດປັກດໍາໄດ້.
• ໄລຍະຫ່າງ ປັກດໍາ 20×30 ຊມ ຈໍານວນກີບກ້າ 2-3 ກີບກ້າ/ສຸມ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(44).pdf

https://www.nstda.or.th/nac/2021/2021/03/05/agro02-rice-gene/index.html