ເຕັກນິກການປູກໝາກຂາມຫວານໃນເຂດແຫ້ງແລ້ງ ແລະ ນໍ້າຖ້ວມ

ໝາກຂາມຫວານເປັນພືດທີ່ມີຄວາມທົນທານ ສາມາດປູກໄດ້ໃນພື້ນທີ່ແຫ້ງແລ້ງ, ບໍ່ວ່າຈະເປັນດິນໜຽວ, ດິນຕົມແກມຊາຍ, ດິນມີຫີນໜາມໜໍ່(ດິນຫີນແຮ່) ເຂດທີ່ເໝາະສົມແມ່ນເຂດເຄິ່ງແຫ້ງແລ້ງ. ຕົ້ນໝາກຂາມເປັນໄມ້ຢືນຕົ້ນ, ສູງ 15-30 ແມັດ, ຮົ່ມຕົ້ນກວ້າງ, ໃບປະສົມ ຫຼື ປະສົມຂົນໄກ່ຄູ່, ຍາວປະມານ 8-10 ຊມ, ປະກອບດ້ວຍ 10-20 ຄູ່, ໃບຂອບຂະໜານ, ສອງສົ້ນກົມ, ຍາວປະມານ 20 ມິນລີແມັດ, ກວ້າງປະມານ 2 ມມ, ດອກເປັນສີຂາວຈາງມີຈໍ້າແດງ, ເປັນຈູ້ມດຽວຢູ່ຫວ່າງໃບ ຫຼື ຢູ່ຍອດງ່າ. ໝາກຍາວຫ້ອຍລົງ, ສີເປໆແດ່ເລັກໜ້ອຍ, ໜ່ວຍຍາວແຕ່ 7-10 ມມ, ກວ້າງປະມານ 25 ມມ, ໜາປະມານ 10 ມມ. ເປືອກນອກແຂງ, ບາງ, ຜ່ອຍ, ເປືອກຫຸ້ມແກ່ນ (ເປືອກກາງ) ນຸ້ມ, ມີໄຍ, ລົດສົ້ມ, ເປັນສີກະເບົາ, ມີ 1-5 ແກ່ນ, ແກ່ນເຫຼື້ອມ, ສີກະເບົາຊໍ້າ.

1. ແນວພັນໝາກຂາມ
ດັ່ງທີ່ໄດ້ກ່າງມາ ແລະ ຮູ້ກັນດີແລ້ວວ່າໝາກຂາມຫວານມີຢູ່ 2 ແນວພັນຄື: ພັນພື້ນເມືອງ ແລະ ພັນປັບປຸງ, ພັນພື້ນເມືອງມີພັນປາບຶກ, ຈະໃຫ້ໝາກຫຼາຍແຕ່ໝາກນ້ອຍ, ມີນວນນ້ອຍ, ນວນແຫ້ງ ຊາວກະສິກອນບໍ່ຄ່ອຍນິຍົມປູກ, ສຳລັບພັນປັບປຸງໄດ້ນຳເຂົ້າມາແມ່ນໄດ້ຜ່ານການຄັດເລືອກ ແລະ ປັບປຸງຖືກຕາມຂອດເຕັກນິກຕ່າງໆແລ້ວນຳເຂົ້າມາປູກໃນລາວເຮົາກໍ່ມີຫຼ່ຍໆແນວພັນເຊັ່ນ: ພັນສີທອງ, ພັນໜືານຈົງ, ພັນສີຊົມພູ, ພັນປະກາຍທອງ, ພັນນຊ້າເຜິ້ງ, ພັນຂັນຕີ ແລະ ພັນຝັກດາບ. ພັນປັບປຸງຈະມີໝາກໃຫ່ຍ, ໝາກຍາວບາງແນວພັນຈະໂຄ້ງ, ມີລົດຊາດຫວານ, ນວນຫຼາຍ, ເນື້ອນຸ້ມ ເປັນທີ່ນິຍົມກັນປູກ.

2. ການປູກ
ກ. ໄລຍະປູກ
ໄລຍະປູກລະຫວ່າງຕົ້ນ, ລະຫວ່າງແຖວແມ່ນຂື້ນກັບການອອກແບບຂອງເຈົ້າຂອງສວນ ວ່າມີຈຸດປະສົງຄືແນວໃດຈະປູກເພື່ອຂະຫຍາຍພັນ ຫຼື ປູກເພື່ອເອົາຜົນຜະລິດ. ໄລຍະປູກທີ່ເໝາະສົມແມ່ນ ແຕ່ 6 * 6 ຫາ 8 x 8 , ໃນເນື້ອທີ່ 1 ເຮັກຕາ, ສາມາດປູກໄດ້ 156 ຫາ 205 ຕົ້ນ. ຖ້າປູກດ້ວຍງ່າທາບຕົ້ນໝາກຂາມຈະໃຫ້ຜົນຜະລິດໄດ້ໃນປີທີ 3 ແຕ່ຖ້າປູກດ້ວຍແກ່ນ ອາຍຸການໃຫ້ໝາກແມ່ນປີທີ່ 6 ຫາ 7 ຂື້ນໄປ.

ຂ. ການກຽມດິນ
ອີງໃສ່ສະພາບ ແລະ ຄວາມຄ້ອນຊັນຂອງດິນ, ບ່ອນດິນຮາບພຽງຄວນມີການໄຖຄາດ ເລີກ 20 ຫາ 25 ຊັງຕີແມັດ, ບ່ອນທີ່ມີຄວາມຄ້ອນຊັນແມ່ນຂຸດຕາມລະດັບຄວາມຄ້ອນຊັນ, ຖ້າເປັນດິນບ່ອນລຸດນໍ້າຖ້ວມເຖິງ ຕ້ອງໄດ້ມີການຍົກຮອງຂະນາດກ້ວາງຢ່າງໜ້ອຍ 1,5 ຫາ 2 ແມັດ,ສ່ວນຄວາມຍາວຂອງຮ່ອງແມ່ນແລ້ວແຕ່ຂະນາດຂອງເນື້ອທີ່ ຖ້າຍົກສູງວິດຈາກນໍ້າຍິ່ງດີຮາກກໍ່ຈະເລີນເຕີບໂຕໄດ້ຢ່າງເຕັມທີ. ເມື່ອຂຸດຮ່ອງແລ້ວ ຕາກດິນໃຫ້ແຫ້ງກ່ອນ ຫຼື ຫາກດິນໜຽວຫຼາຍ ແລະ ຕ້ອງໄດ້ປັບປຸງດິນໃຫ້ມີຄວາມອຸດົມສົມບູນ ໂດຍການໃສ່ຝຸ່ນຄອກ, ຝຸ່ນບົ່ມ, ຝຸ່ນໝັກ ແລະ ປູນຂາວ ເພື່ອແກ້ຄວາມເປັນກົດເປັນດ່າງຂອງດິນ ແລະ ຈະບໍ່ໃຫ້ດິນຈັບຕົວກັນແໜ້ນ, ການປັບປຸງດິນໃຫ້ມີຄວາມອຸດົມສົມບູນ ແມ່ນເປັນປັດໃຈສຳຄັນໃນການປູກແບບຍົກຮ່ອງເພາະດິນທີ່ຂຸດຂື້ນມານັ້ນອາດຈະໜຽວຈັດ.

ຄ. ການຂຸດຂຸມ
ການຂຸດຂຸມປູກຄວນມີຂະໜາດກວ້າງຍາວ ແລະ ເລີກປະມານ 50*50*20 ຊມ ຫຼື 1*1*1 ແມັດ ຍິ່ງເປັນການດີ, ການຂຸດຂຸມປູກຕ້ອງແຍກຊັ້ນດິນເບື້ອງເທິງໄວ້ບ່ອນໜຶ່ງ, ດິນຊັ້ນລຸ້ມໄວ້ບ່ອນໜຶ່ງແລ້ວຕາກແດດປະໄວ້ 2 ອາທິດຫາ 1 ເດືອນ ເພື່ອທຳລາຍເຊື້ອພະຍາດ ຫຼື ໄຂ່ແມງໄມ້ທີ່ລີ້ອາໃສຢູ່ໃນດິນ. ຈາກນັ້ນ ເອົາດິນຊັ້ນເທິງປະສົມກັບຝຸ່ນຄອກ ຫຼື ຝຸ່ນບົ່ມ ແລ້ວເອົາລົງຮອງພື້ນຂຸມແລ້ວເອົາດິນຊັ້ນລຸ່ມຖົມລົງໃຫ້ເຕັມສູງກວ່າປາກຂຸມເດີມ ແລະ ປູກໄດ້ເລີຍ.

3. ລະດູການປູກ
ການປູກໝາກຂາມຄວນປູກຢູ່ຕົ້ນລະດູຝົນຫາກາງລະດູຝົນຄື ເດືອນພືດສະພາ ຫາ ເດືອນກໍລະກົດ ເພື່ອໃຫ້ຕົ້ນໝາກຂາມຈະເລີນເຕີບໂຕໄດ້ໄວຂື້ນ ແລະ ເປັນການສະດວກບໍ່ໄດ້ຫົດນໍ້າໃນໄລຍະທຳອິດ.

1. ວິທີການປູກ
ການປູກໄມ້ໃຫ້ໝາກ ບໍ່ວ່າຈະປູກດ້ວຍການໂທມງ່າ(ຕອນງ່າ), ທາບງ່າ ຫຼື ປູກຕົ້ນຈາກການກ້າແກ່ນກໍ່ຕາມ ຕ້ອງປູກດ້ວຍຄວາມລະມັດລະວັງພະຍາຍາມຢ່າໃຫ້ຮາກຕົ້ນໄມ້ຂາດອອກຫຼາຍ ເພາະຈະເຮັດໃຫ້ຕົ້ນໄມ້ຢຸດການຈະເລີນເຕີບໂຕ ຫຼື ຕາຍໄດ້, ຈະສັງເກດເຫັນວ່າຕົ້ນໄມ້ຢູ່ໃນຖົງຊຳ ຫຼື ພາຊະນະຕ່າງໆຄື: ຖົງ, ໂຖ, ເຕົ້າ ແລະ ອື່ນໆເປັນເວລາດົນນານ ດິນຈະຈັບໂຕກັນແໜ້ນ, ແຂງ. ຮາກຂອງຕົ້ນໄມ້ກໍ່ຈະສອດຂ່ວຍກັນໄປ ແລະ ພົ້ນອອກ ສະນັ້ນເມື່ອເວລານຳອອກຈາກພາຊະນະ ດັ່ງກ່າວຄວນລະມັດລະວັງບໍ່ໃຫ້ເປົ້າດິນແຕກ.

4. ການບົວລະບັດຮັກສາ
1. ການກຳຈັດວັດສະພືດ
ຄວນບົວລະບັດຮັກສາຄວາມສະອາດ ແລະ ກຳຈັດວັດສະພືດ ພວກຫຍ້າບໍ່ໃຫ້ເກີດຂື້ນໃນບໍລິເວນຊົງຟຸ່ມ ເພາະຖ້າມີຫຍ້າຫຼາຍຈະເກີດມີການຍາດແຍ່ງນໍ້າ ແລະ ອາຫານຈາກຕົ້ນໝາກຂາມ, ຄວນມີການກຳຈັດຫຍ້າປະຈຳ ເພື່ອເປັນການທຳລາຍບ່ອນລີ້ຊ້ອນຂອງແມງໄມ້. ສຳລັບລະດູແລ້ງຄວນໃຊ້ຫຍ້າແຫ້ງ, ເຟືອງແຫ້ງປົກອ້ອມຮອບໆເຫງົ້າຕົ້ນເພື່ອຮັກສາຄວາມຊຸ່ມໃນດິນໃຫ້ຄົງຢູ່.
2. ການຕັດແຕ່ງ
ເມື່ອຕົ້ນໝາກຂາມຍັງນ້ອຍຄືຫຼັງປູກໄດ້ປີທີ 2 ກໍ່ຄວນເລີ່ມຕັດແຕ່ງໃຫ້ມີຄວາມສວຍງາມ ເວລານີ້ບໍ່ຄວນແຕ່ງຫຼາຍ, ແຕ່ເມືອຕົ້ນໝາກຂາມໃຫ່ຍຂື້ນປີທີ 5 ແລ້ວ. ຄວນມີການຕັດແຕ່ງທຸກໆປີ, ການຕັດແຕ່ງແມ່ນມີຜົນດີ ແລະ ຄຸນປະໂຫຍດຄື: ເພື່ອໃຫ້ຕົ້ນໝາກຂາມມີຮູບຊົງຕາມທີ່ຕ້ອງການ ແລະ ເປັນຜົນດີຕໍ່ການບົວລະບັດຮັກສາເຮັດໃຫ້ອອກດອກ, ຈັບໝາກຫຼາຍຂື້ນສະໝໍ່າສະເໝີ ຊ່ວຍຫຼຸດລະດັບການລະບາດຂອງພະຍາດ ແລະ ແມງໄມ້ສັດຕູ້ພືດ.ຊ່ວຍໃຫ້ມີການສະສົມອາຫານໃນລຳຕົ້ນສົມດູນກັນ ເປັນການຫຼຸດຜ່ອນການຍາດແຍ່ງທາດອາຫານ. ຫຼຸດຜ່ອນຄວາມເສຍຫາຍຈາກໄພທຳມະຊາດ ເພາະຖ້າຊົງຟຸ່ມທືບຫຼາຍເວລາລົມແຮງເຮັດໃຫ້ງ່າຫັກ
ໝາຍເຫດ: ການຕັດແຕ່ງໃນປະຈຸບັນແມ່ນຈະມີຜົນດີ ເພາະໃນສະພາບການປ່ຽງແປງຂອງອາກາດໃນປະຈຸບັນມີທັງຜົນດີ ແລະ ຜົນເສຍຄື: ບາງພືດຈະອອກດອກ ແລະ ໃຫ້ໝາກຜິດປົກກະຕິ ບາງພືດກໍ່ບໍ່ອອກເລີຍກໍ່ເປັນໄປໄດ້.

  1. ການໃສ່ຝຸ່ນ
  • ຝຸ່ນຊີວະພາບ, ຝຸ່ນຄອກ: ຕົ້ນໝາກຂາມທີ່ຢູ່ໃນດິນຜຸຜຸ່ຍ ລະບາຍນໍ້າ ແລະ ອາກາດໄດ້ດີແມ່ນຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມເປັນປະຈຳທຸກໆປີ ເພື່ອປັບປຸງດິນໃຫ້ເໝາະສົມແກ່ການຈະເລີນເຕີບຂອງຕົ້ນໝາກຂາມ. ການໃສ່ຝຸ່ນຄວນໃສ່ປີລະ 2 ຄັ້ງຄື: ຕົ້ນລະດູຝົນ ແລະ ທ້າຍລະດູຝົນ, ໃສ່ປີທີ 3 ຫຼັງປູກ 5 ກິໂລ/ຕົ້ນ, 8 ປີ ໃສ່ 10-20 ກິໂລ(ຝຸ່ນຊີວະພາບ, ຝຸ່ນຄອກ) ຝຸ່ນຊີວະພາບ ລື ຝຸ່ນອິນຊີນີ້ເຖິງແມ່ນວ່າຈະມີທາດອາຫານທີ່ພືດມີໜ້ອຍກໍ່ຕາມແຕ່ກະເປັນປະໂຫແກ່ດິນໃນດ້ານອື່ນໆ ນອກຈາກຈະຊ່ວຍໃຫ້ດິນດີຢູ່ແລ້ວຍັງຊ່ວຍໃຫ້ຝຸ່ນເຄມີທີ່ໃສ່ລົງໄປນັ້ນຖືກນຳໃຊ້ໃຫ້ເປັນປະໂຫຍດຫຼວງຫຼາຍ.
  • 5. ພະຍາດ ແລະ ແມງໄມ້
    ຕົ້ນໝາກຂາມຫວານເປັນພືດທີ່ມີພະຍາດ ແລະ ແມງໄມ້ທຳລາຍໜ້ອຍ ແລະ ເປັນພືດທີທົນໃນສະພາບການປ່ຽນແປງອາກາດໄດ້ດີ.
     ພະຍາດ: ພະຍາດທີ່ພົບເຫັນ ແລະ ເກີດກັບຕົ້ນໝາກຂາມໄດ້ແກ່ພະຍາດເຊື້ອເຫັດແປ້ງ ຊຶ່ງເກີດກັບໃບໝາກຂາມ ແລະ ພະຍາດເຊື້ອເຫັດດຳ ເກີດກັບຝັກໝາກຂາມໃນໄລຍະຝັກແກ່. ເຊື້ອເຫັດແປ້ງຈະມັກລະບາດຫຼາຍໃນລະດູຝົນຈະເຮັດໝາກນ້ອຍ ແລະ ລີບແຫ້ງ.
     ການປ້ອງກັນ: ຄວນສີດຢາປ້ອງກັນກ່ອນເລີ່ມການເກັບກ່ຽວປະມານ 1 ຫາ 2 ເດືອນ, ໂດຍໃຊ້ຢາປ້ອງກັນຊີເນັບມາເນັບ ສຳລັບຝັກທີ່ເກັບມາແລ້ວຄວນອົບອາຍນໍ້າ ຫຼື ອົບອາຍແຫ້ງກໍ່ສາມາດປ້ອງກັນໄດ້.
     ແມງໄມ້ ມີແມງກີ່ນູນ ພວກນີ້ແມ່ນກັດກິນໃບ, ແມງດູດກິນນໍ້າລ້ຽງຈາກຝັກ ມີຈຳພວກເພັ້ຍແປ້ງ, ເພັ້ຍຈັກຈັ່ນ, ແມງເຈາະຝັກ ບົ້ງຊະນິດນີ້ ຈະເຂົ້າໄປທຳລາຍຝັກອ່ອນ ແລະ ຝັກແກ່ເຮັດໃຫ້ເສຍຫາຍຫຼາຍ ບາງຄັ້ງຈະອາໃສຢູ່ໃນຝັກເປັນເວລາດົນນານ.
     ການປ້ອງກັນ: ຄວນໝັ່ນກວດເບິ່ງການລະບາດຂອງບົ້ງ ແລະ ແມງໄມ້ເປັນປະຈຳ ຫາກພົບເຫັນຕ້ອງຮີບຟ້າວປ້ອງກັນ ແລະ ກຳຈັດໃຫ້ທັນການ, ໃນກໍລະນີມີແມງກີ່ນູນທຳລາຍຫຼາຍ ໃຫ້ໃຊ້ແສງໄຟເປັນກັບດັກລໍ້ແລ້ວຈັບທຳລາຍ, ຈຳພວກອື່ນໆເຊັ່ນ: ເພັ້ຍຕ່າງໆອາດຈະໃຊ້ລະບົບຊີວະພາບຊ່ວຍ ໃນກໍລະນີທີ່ມີການລະບາດຫຼາຍ ແມ່ນນຳໃຊ້ຢາຄາບຼາລີນສີດພົ່ນ.
  • 6. ການເກັບກ່ຽວ
    ປົກກະຕິໝາກຂາມຫວານຈະອອກດອກ ເມື່ອຫຼັງຈາກແຕກໃບອ່ອນຄື ເດືອນເມສາ ຫາ ເດືອນພືດສະພາ ຕາມທຳມະດາການແຕກໃບອ່ອນແລ້ວຈະອອກດອກພ້ອມກັນເລີຍ, ຫຼັງອອກດອກໄດ້ປະມານ 35 ວັນ ກໍ່ຈະຈັບໝາກ. ເລີ່ມແຕ່ການຈັບໝາກຈົນເຖິງຝັກແກ່ໃຊ້ເວລາຢູ່ 6 ຫາ 8 ເດືອນ. ເມື່ອໝາກຂາມສຸກແກ່ແລ້ວ ຈະປ່ຽນຈາກສີຂຽວເປັນສີນໍ້າຕານ, ຊີ້ນໝາກຂາມຈະແຫ້ງ ແລະ ແຍກຕົວອອກຈາກເປືອກ ຖ້າເອົານີ້ວມືດິດເບິ່ງຈະໄດ້ຍີນສຽງໂຄ່ງຂອງໝາກຂາມ, ວິທີເກັບອາດຈະໃຊ້ໄມ້ສ້າວ, ຂັ້ນໄດ, ມີດຕັດຊີຄັດເຕີ ເພື່ອຄັດຂັວນ ການຕັດພະຍາຍາມຢ່າໃຫ້ຝັກແຕກຫຼີກເວັ້ນບໍ່ໃຫ້ຫຼົ່ນລົງດິນ, ການເກັບຄວນເຮັດໄປເລື້ອຍໝປະມານ 4 ຫຼື 5 ວັນ/ເທື່ອຈົນກວ່າໝາກຈະໝົດ.

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/DB7Onari4CyMVpnX%20(2).pdf

https://esc.doae.go.th/ebooks/download-pdf/Tamarind.pdf

http://clgc.agri.kps.ku.ac.th/resources/fruit/tamarind.html