ເຕັກນິກການເຮັດກະເສດສຸ່ມປູກເຂົ້ານາແຊງ
ເຕັກນິກການເຮັດກະເສດສຸມປູກເຂົ້າ ແລະ ພືດອື່ນໆແມ່ນວິທະຍາການຂອງຍຸກສະໄໝແຫ່ງໂລກາພິວັດ, ເພາະວ່າໃນຍຸກນີ້ປະເທດໃດໆໃນໂລກກໍເວົ້າເຖີງການຍົກສະມັດຕະພາບ, ຍົກຜະລິດຕະພາບການຜະລິດໃຫ້ສູງຂຶ້ນ, ພ້ອມດຽວກັນກໍຍັງໄດ້ເວົ້າເຖີງບັນຫາຄຸນະພາບຂອງການຜະລິດອີກດ້ວຍ ເພື່ອຜະລິດເປັນສີນຄ້າ.
I. ເຕັກນິກການເຮັດກະເສດສຸ່ມປູກເຂົ້ານາແຊງ
ການເຮັດນາແຊງບໍ່ແມ່ນການເຮັດນາແບບທຳມະດາ, ຖ້າບໍ່ເຮັດແບບກະເສດສຸມດ້ວຍ ການນໍາໃຊ້ເຕັກນິກວິທະຍາການແລ້ວ ຜົນຜະລິດທີ່ໄດ້ຮັບນັ້ນຈະມີຄວາມສ່ຽງບໍ່ກຸ້ມຄ່າກັບການລົງທືນ. ສະນັ້ນ, ເພື່ອຮັບປະກັນຜົນຜະລິດ, ຖ້າທ້ອງຖີ່ນໃດມີແຜນການໆຊຸກຍູ້ການປູກເຂົ້ານາແຊງນັ້ນເຫັນວ່າມີຄວາມຈຳເປັນຕ້ອງໄດ້ປະຕິບັດຕາມເຕັກນິກວິທະຍາການທີ່ຈຳເປັນບາງດ້ານ ດັ່ງຕໍ່ໄປນີ້ການຕັດສີນໃຈເຮັດນາແຊງຢູ່ໃນແຕ່ລະທ້ອງຖີ່ນ, ກ່ອນອື່ນໝົດນັກວິຊາການ (ພະນັກງານສົ່ງເສີມ) ຕ້ອງໄດ້ສຶກສາກ່ຽວກັບຄວາມອາດສາມາດ ແລະ ສະພາບແວດລ້ອມທີ່ອຳນວຍເປັນຕົ້ນລະບົບຊົນລະປະທານຮັບປະກັນພຽງໃດ , ປະເພດດີນເໝາະສົມຫຼືບໍ່ ? ສຶກສາກ່ຽວກັບລະດູການ ,ແຮງງານ… ໝົດນີ້ເປັນປັດໃຈສຳຄັນເພື່ອຕັດສີນໃຈແລ້ວສ້າງເປັນແຜນການລະອຽດຄວາມຕ້ອງການປັດໃຈຂາເຂົ້າກະສິກຳ. ສີ່ງໜຶ່ງທີ່ນັກກສົ່ງເສີມ ຕ້ອງຄຳນຶງແມ່ນການຄິດໄລ່ ຫຼືໄລ່ລຽງເສດຖະກິດຈະກຸ້ມທືນ ຫຼືໄດ້ກຳໄລຫຼືບໍ່? ຖ້າບໍ່ເໝາະສົມເຮັດນາແຊງ ກໍ່ຕ້ອງຄິດໃສ່ພືດອື່ນທີ່ມີເສດຖະກິດກ່ອນ.
1. ບັນຫານໍ້າ
ກ່ອນຈະລົງມືເຮັດກະເສດສຸມປູກເຂົ້ານາແຊງ ນັ້ນໃຫ້ພະນັກງານວິຊາສະເພາະກວດກາເບີ່ງລະບົບຊົນລະປະທານຄັກແນ່ເສຍກ່ອນ, ບ່ອນໃດເປ້ເພ, ຮົ່ວຊືມກໍໃຫ້ນຳພາສ້ອມແປງຄືນ ແລະ ພ້ອມທັງຄິດໄລ່ເບີ່ງຄວາມອາດສາມາດຂອງບໍລິມາດການສະໜອງນໍ້າ ເພື່ອເຮັດນາແຊງໄດ້ຈັກເຮັກຕາ ຈາກນັ້ນຈຶ່ງຕົກລົງເຮັດໃນຈຳນວນທີ່ນໍ້າຮັບປະກັນ, ສີ່ງສຳຄັນອັນໜຶ່ງຕ້ອງໄດ້ປຸກລະດົມໃຫ້ຊາວນາປ້ານເສີມຄັນນາໃຫ້ໃຫຍ່ສູງ ເພື່ອຮັບປະກັນການກັກຂັງນໍ້າໃຫ້ຢູ່ໃນລະດັບອັນແນ່ນອນ. ແຕ່ສີ່ງທີ່ບໍ່ຄວນເບີ່ງຂ້າມແມ່ນຕ້ອງໄດ້ສ້າງຂະບວນການປຸກລະດົມປະຊາຊົນຊາວກະສິກອນໃນທ້ອງຖີ່ນໄດ້ເອົາໃຈໃສ່ອານາໄມຄອງເໝືອງ ໃຫ້ສະດວກໃນການຄຸ້ມຄອງນໍ້າຊົນລະປະທານໄດ້ຖືກນໍາໃຊ້ຢ່າງຖົ່ວເຖີງ.
– ບັນຫາຄອງຊອຍນ້ອຍຂັ້ນ 4 – 5 (ຄອງໄສ້ໄກ່) ກໍມີຄວາມສຳຄັນ, ເພື່ອສະດວກໃນການລະບາຍນໍ້າ ຫຼື ແບ່ງປັນນໍ້າເຂົ້ານາແຕ່ລະໄຮ່. ຄວນເອົາໃຈໃສ່ປັບປຸງໃຫ້ມັນສາມາດນຳໃຊ້ໄດ້ ຫຼື ຖ້າບໍ່ມີກໍຄວນຊີ້ນຳເຂົາເຈົ້າໄດ້ເຮັດຄອງໄສ້ໄກ່ເທື່ອລະໜ້ອຍໄປ. ເຮັດໄດ້ແນວນີ້ຈະເຮັດໃຫ້ ປະໂຫຍກນໍ້າ ແລະ ຝຸ່ນບໍ່ໄຫຼໜີ.
2. ການຕຽມດີນໜານກ້າ
ດີນທີ່ຈະໃຊ້ເປັນບ່ອນເຮັດໜານກ້ານັນ ຕ້ອງຄັດເລືອກເອົາດີນທີ່ຮາບພຽງດີ, ມີນໍ້າຮັບປະກັນ, ມີຮົ້ວໜາແໜ້ນປ້ອງກັນບໍ່ໃຫ້ສັດທຳລາຍແລະບໍ່ໃຫ້ຢູ່ໃກ້ຮົ່ມໄມ້. ຫຼັງຈາກຊອກບ່ອນໄດ້ແລ້ວໃຫ້ເອົາຝຸ່ນຄອກຫວ່ານໃສ່ໃນອັດຕາ 1-2 ກິໂລ / ຕາແມັດ, ໃຫ້ເປັ່ນນໍ້າເຂົ້າແລ້ວໄຖຮຸດປະໄວ້ປະມານ 7 ຫາ 15 ວັນ ແລ້ວຈຶ່ງມາໄຖຄົ້ນ ແລະ ຄາດໃຫ້ລະອຽດແຫຼກແຫຼວດີ.ຈາກນັ້ນຖ້າມີຝຸ່ນເຄມີສູດ 16-20-00 ແລະ 18-46-00 ກໍໃຫ້ຫວ່ານໃສ່ໃນອັດຕາ 20 ກຣາມ/ ຕາແມັດ (ໜຶ່ງກຳຕໍ່ແມັດມົນທົນ). ໃຫ້ຍົກເປັນໜານກວ້າງປະມານ 2 ແມັດ ແລະລວງຍາວສຸດແລ້ວແຕ່ຄວາມເໝາະສົມ
ຂອງດີນ ແລະ ເນື້ອທີ່ຈະປັກດຳ. ໄລຍະໜານກ້າໃຫ້ຫ່າງກັນ 40 ຊັງຕີແມັດ ຫຼື ສອກໜຶ່ງ, ເພື່ອໃຊ້ເປັນທາງຍ່າງໃນການບົວລະບັດຮັກສາ ແລະ ເປັນຮ່ອງລະບາຍນໍ້າເຂົ້າ-ອອກ , ສຳລັບຈະປັກດຳ 1 ເຮັກຕາ ຕ້ອງໃຊ້ໜານກ້າ800-1,000 ຕາແມັດ. ກ່ອນຫວ່ານກ້າ ຖ້າມີຢາປ້ອງກັນພືດໄດອາຊີນອນໃຫ້ຫວ່ານໃນອັດຕາ 1 ກຣາມ ຕໍ່ຕາແມັດ.
ຂໍ້ສັງເກດ: ຜ່ານມານັກສົ່ງເສີມ ຍັງບໍ່ທັນໄດ້ແນະນຳ ຫຼື ນຳພາຊາວກະສິກອນເຮັດຕາກ້າຖືກຕາມເຕັກນິກຄື: ເຮັດເປັນໜານ ຫຼື ແປງຕາມຂະໜາດທີ່ໄດ້ກ່າວມາຂ້າງເທີງ,ຊຶ່ງເປັນຂໍ້ດີທີ່ຕ້ອງໄດ້ພາກັນປຸກລະດົມຊາວກະສິກອນໄດ້ເຮັດເປັນແບບຢ່າງຕາມຈຸດໂຄງການຕ່າງໆໄປກ່ອນແລ້ວ ຈຶ່ງອະທິບາຍໃຫ້ເຂົາເຈົ້າໄດ້ເຂົ້າໃຈຮູ້ເຖີງເຫດຜົນແລ້ວໄດ້ເຮັດຢ່າງກາຍເປັນປະເພນີນິຍົມ.
3. ບັນຫາແນວເຂົ້າປູກ
ແນວພັນສຳລັບປູກເຂົ້ານາແຊງໃນປັດຈຸບັນ ແມ່ນແນວພັນປັບປຸງທີ່ມີອາຍຸສັ້ນເຊັ່ນ: ເຂົ້າໜຽວທ່າດອກຄຳ 1, ທ່າດອກຄຳ 2, ທ່າດອກຄຳ 3,ທ່າດອກຄຳ 5, ໂພນງາມ 1, ໂພນງາມ 2, ນໍ້າຕານ 1 ແລະ ທ່າສະໂນ 1 ເຂົ້າຈ້າວ: ເຊແອ 203…. ແນວພັນເຫຼົ່ານີ້ລ້ວນແຕ່ໃຫ້ຜົນຜະລິດສູງ ແລະ ປູກໄດ້ທັງນາແຊງ ນາປີ. ໃນເງື່ອນໄຂກະເສດສຸມທີ່ນຳໃຊ້ຝຸ່ນຄອກ, ຝຸ່ນບົ່ມນັນບາງແນວພັນນັ້ນສາມາດໃຫ້ຜົນຜະລິດສູງກວ່າ 6 ໂຕນ / ເຮັກຕາດັ່ງເຂົ້າທ່າດອກຄໍາ 1, ທ່າດອກຄຳ 5. ສະນັ້ນ, ການນຳໃຊ້ເຕັກນິກກະເສດສຸມຈຶ່ງເປັນເຕັກນິກໜຶ່ງທີ່ສາມາດຍົກສູງສະມັດຕະພາບເຂົ້າໂດຍກົງໃນເນື້ອທີ່ຈຳກັດ, ນອກຈາກນັ້ນຍັງປັບປຸງດີນໃນໄລຍະຍາວອີກ.
4. ການກຳນົດເວລາເວລາຕົກກ້າ
ໂດຍທົ່ວໄປແລ້ວ ໃຫ້ເລີ່ມລົງມືຕົກກ້າແຕ່ວັນທີ 15 ພະຈິກ (11) ຫາ ວັນທີ 15 ທັນວາ (12) ແມ່ນເປັນເວລາທີ່ເໝາະສົມ. ການຕົກກ້າແມ່ນໃຫ້ຕົກເປັນງວດໆໄປໂດຍຄິດໄລແຮງານທີ່ຈະປັກດຳຄັກແນ່ເສຍກ່ອນສະເລັ່ຍການປັກດຳນັ້ນວ່າຖ້າປັກດຳເປັນແຖວດ້ວຍການເນັ່ງເຊືອກແມ່ນຈະຕ້ອງໃຊ້ 50-60 ແຮງງານ/ມື້/ເຮັກຕາ ແລະ ຖ້າປັກດຳທຳມະດາຈະໃຊ້25-30 ແຮງງານ/ມື້/ເຮັກຕາ. ການຕົກກ້າໃຫ້ເອົາແນວເຂົ້າປູກທີ່ມີອາຍຸຍາວກ່ວາໝູ່ຕົກງວດທຳອິດກ່ອນ.
5. ອັດຕາແນວປູກ
ການເຮັດນາແຊງຈະຕ້ອງໄດ້ປັກດຳຖີ່ກວ່ານາປີ ເພາະວ່າມີແສງແດດຫຼາຍຕົ້ນເຂົ້າກໍຕ່ຳ ແລະ ລຳຕົ້ນແຂງແຮງ. ສະນັ້ນໃຫ້ໃສ່ແນວເຂົ້າປູກໃນອັດຕາ 80-100 ກິໂລ ສຳລັບຕົກກ້າປັກດຳ 1 ເຮັກຕາ.
6. ການແຊ່ແນວປູກ
ກ່ອນຈະນຳແນວເຂົ້າປູກໄປແຊ່ນັ້ນຕ້ອງຝັດ, ຮ່ອນເອົາເມັດລີບເມັດຫຍ້າ ແລະ ສີ່ງເຈືອປົນອື່ນໆອອກໃຫ້ໝົດໃຫ້ຄັດເລືອກເອົາແຕ່ເມັດເຕັມດີ, ໄປຕາກປະມານ 1-2 ແດດ, ຈາກນັ້ນໃຫ້ເອົາເຂົ້າປູກໃສ່ຟຸ້ຍ ຫຼື ໄຫໄພທີ່ບັນຈຸນໍ້າ ແລະໃຫ້ຊາວເອົາເມັດທີ່ຟູຂຶ້ນໜ້ານໍ້າອອກໃຫ້ໝົດ (ວິທີການເອົາເມັດລີບ ຫຼື ເຂົ້າໝາກກາງອອກໃຫ້ໝົດນັ້ນຈະຊ່ວຍຫຼຸດຜ່ອນການເກີດພະຍາດເຫງົ້າເໜົ່າໄດ້ ແລະ ຈະໄດ້ກ້າທີ່ມຸກດີ) ຈາກນັ້ນ, ອາດຈະເທໃສ່ກະຕ່າ ຫຼື ໄຖ່ປ່ານກໍໄດ້ແຕ່ບໍ່ໃຫ້ໃສ່ແໜ້ນແລ້ວແຊ່ລົງນໍ້າທີ່ສະອາດປະໄວ້ປະມານ 24 ຊົ່ວໂມງ ( ມື້ໜຶ່ງ ແລະ ຄືນໜຶ່ງ).
ໝາຍເຫດ: ຖ້າຫາກທ້ອງຖີ່ນໃດອາກາດໜາວຈັດນັ້ນໃຫ້ຕົ້ມນໍ້າໃຫ້ຟົດແລ້ວເອົານໍ້າເຢັນປະສົມໃນອັດຕາສ່ວນ 2 ຮ້ອນ 3 ເຢັນໃຫ້ນໍ້າພໍອຸ່ນເອົາມືຈຸ່ມລົງໄດ້ ແລ້ວຈຶ່ງເອົາກະຕ່າ ຫຼື ກະບຸງແນວເຂົ້າປູກແຊ່ລົງເລີຍປະໄວ້ມື້ໜຶ່ງຄືນໜຶ່ງ ເພື່ອເລັ່ງໃຫ້ເມັດເຂົ້າງອກໄວ.
7. ການບົ່ມແນວປູກ
ກ່ອນອື່ນຕ້ອງກະກຽມສະຖານທີບົ່ມເຊັ່ນ: ໃນບາງເຂດທີ່ມີອາກາດໜາວຄວນຂຸດຂຸມສຳລັບບົ່ມ ຂະໜາດຂອງຂຸມເລີກປະມານ 45-50 ຊຕມ, ລວງກວ້າງສຸດແລ້ວແຕ່ຈະພໍດີ, ເອົາເຟືອງຮອງພື້ນ ແລ້ວຈຶຶ່ງເອົາເຂົ້າປູກທີ່ແຊ່ຊຶ່ງໄດ້ບັນຈຸໃສ່ໄຖແລ້ວນັ້ນລົງເອົາເຟືອງປົກເປັນຊັ້ນທຳອິດແລ້ວກໍເອົາແພຢາງປົກເປັນຊັ້ນທີສອງ ຈາກນັ້ນ, ກໍເອົາເຟືອງປົກໃຫ້ໜາພໍສົມຄວນ ແລະ ເອົາໄມ້ ຫຼື ວັດຖຸທີ່ໜັກເຕັງໄວ້ມື້ຕໍ່ມາໃຫ້ເອົານໍ້າອຸ່ນພົມໄຖ່ແນວປູກແລ້ວປົກໄວ້ຄືນ. ສໍາລັບເຂດອົບອຸ່ນແມ່ນໃຫ້ເອົາເຂົ້າທີ່ແຊ່ນໍ້າຂຶ້ນມາແລ້ວເອົາໄຖ່ປ່ານຈຸ່ມນໍ້າໃຫ້ປຽກດີມາປົກຄຸມໃຫ້ຫຸ້ມໝົດປະໄວ້ປະມານ 36-48 ຊົ່ວໂມງ(ເອົານໍ້າຫົດມື້ເຊົ້າ ແລະ ມື້ແລງໃຫ້ຊຸ່ມຕະຫຼອດເວລາ) ເມື່ອເຫັນໜໍ່ເຂົ້າອອກປະມານ 3-5 ມມ ແລ້ວຈຶ່ງນໍາເອົາໄປຫວ່ານໃສ່ໜານກ້າທີ່ກຽມໄວ້ນັ້ນ.
8. ການຫວ່ານກ້າ
ເນື້ອທີ່ຕາກ້າ 1 ແມັດມົນທົນຕ້ອງຫວ່ານກ້າທີ່ງອກແລ້ວປະມານ 80 ຫາ 100 ກຼາມ ຂອງເມັດແຫ້ງ, ໃຫ້ຫວ່ານຢ່າງສະໝ່ຳສະເໜີ. ກ່ອນຫວ່ານກ້ານັ້ນບໍ່ຄວນໃຫ້ໜ້າດີນຂອງຕາກ້າແຫຼວເກີນໄປເພາະວ່າເວລາຫວ່ານນັ້ນເມັດເຂົ້າຈະລິບລົງຕົມໂພດແລ້ວກໍຈະພາໃຫ້ການປົ່ງໜໍ່ຂອງກ້າຫຍຸ້ງຍາກ, ກົງກັນຂ້າມຫາກໜ້າດີນຂອງໜານກ້ານັ້ນແຫ້ງເກີນໄປເວລາຫວ່ານກ້າເມັດເຂົ້າຈະບໍ່ຈົມດີນແລ້ວນົກ, ໜູ, ມົດ, ແມງສັດຕູພືດອື່ນໆ ກໍຈະມາເອົາໄປກີນໝົດ.ນ້ວຍເຫດນີ້ຈຶ່ງໃຫ້ຜູ້ຫວ່ານນັ້ນຕ້ອງໄດ້ເອົາໃຈໃສ່ທີ່ສຸດ ເພື່ອຈະໃຫ້ເມັດເຂົ້າຝັງປະມານ 2/3 ຄືໃຫ້ສົ້ນໜຶ່ງຂອງເມັດເຂົ້າພົ້ນດີນຂຶ້ນມາເວົ້າລວມແລ້ວແມ່ນໃຫ້ຫວ່ານກ້າເວລາດີນຕາກ້າພໍແຂ້ນເປັນຕົມພໍດີງາມ.
9. ການບົວລະບັດຮັກສາໜານກ້າ
ຫຼັງຈາກຫວ່ານນກ້າ 3-4 ວັນແລ້ວ ໃຫ້ຄ່ອຍເປັ່ງນໍ້າເຂົ້າຕາກ້າ.ການເປັ່ງນໍ້າເຂົ້າໃນໄລຍະທຳອິດບໍ່ໃຫ້ຖ້ວມຕົ້ນກ້າ,ລະດັບນໍ້າຈະຕ້ອງໃຫ້ພໍດີຖ້ວມໜ້າດີນປະມານ 1 ຊຕມ ກໍພໍ, ໃນກໍລະນີນໍ້າຫຼາຍໂພດກໍໃຫ້ເປັ່ງອອກ. ເມື່ອອາຍຸກ້າປະມານ 10 ວັນແລ້ວໃຫ້ເປັ່ງນໍ້າເຂົ້າແຊ່ໄວ້ປະຈຳເລີຍ, ໃຫ້ຮັກລະດັບນໍ້າຖ້ວມໜ້າດີນປະມານ 5 ຊຕມ. ໃນກໍລະນີ້ທີ່ບ່ອນໃດມີລົມພັດແຮງເປັນປະຈຳ ຫຼື ໃນໄລຍະອຸ່ນນະພູມຂອງອາກາດມີຄວາມໜາວຈັດນັ້ນໃຫ້ຊອກຫາໃບໄມ້ ຫຼືຜ້າຢາງໄປລ້ອມໜານກ້າໄວ້, ເຮັດແນວນີ້ກໍເພື່ອຮັກສາອຸນຫະພູມຢູ່ໜານກ້າໃຫ້ສະໜ່ຳສະເໝີ,ເພື່ອໃຫ້ກ້າເຕີບໂຕເປັນປົກກະຕິ ແລະ ບໍ່ຖືກລົບກວນ. ອີກວິທີໜຶ່ງຢູ່ທ້ອງຖີ່ນໃດມີອຸ່ນຫະພູມຕ່ຳຫຼາຍເວລາກາງຄືນແມ່ນໃຫ້ເປັ່ງນໍ້າເຂົ້າຖ້ວມກ້າ, ມື້ເຊົ້າມາເວລາແດດອອກຈຶ່ງຄ່ອຍເປັ່ງນໍ້າອອກໃຫ້ຢູ່ລະດັບເດີມ ຫຼື ບໍ່ດັ່ງນັ້ນເວລາເຊົ້າໄປປັດນໍ້າໝອກຂຸ້ນອອກຈາກໃບ ແລະ ຍອດກ້າແລ້ວໃຊ້ຂີ້ເຖົ່າໂຮຍບາງໆຕາມຕາກ້າໃຫ້ທົ່ວ ແລະ ສະໜ່ຳສະເໝີ.
10. ອາຍຸຂອງກ້າ
ຕາມປົກກະຕິແລ້ວ ເພື່ອຮັບປະກັນຜົນເກັບກ່ຽວແມ່ນວ່າອາຍຸກ້າອ່ອນເທົ່າໃດຍີ່ງເປັນການດີ, ໝາຍຄວາມວ່າໃຫ້ຢູ່ໃນລະຫວ່າງ 20-25 ວັນແຕ່ວ່າໃນລະດູແລ້ງນີ້ຫຼາຍທ້ອງຖີ່ນອາກາດເລີ່ມເຢັນ ແລະ ໜາວນັບແຕ່ຕົ້ນເດືອນ 12 ສາກົນເປັນຕົ້ນໄປ. ສະນັ້ນ, ຍ້ອນອຸ່ນນະພູມຕ່ຳ ແລະ ຍ້ອນເປັນແນວເຂົ້າພັນປັບປຸງ,ກ້າທີ່ມີອາຍຸຕ່ຳກວ່າ 20 ວັນ ແລ້ວກໍຍັງອ່ອນນ້ອຍ ແລະ ຕົ້ນສັ້ນ, ບາງບ່ອນກໍບໍ່ສາມາດຈະຫຼົກໄດ້ຊ້ຳ ໃນກໍລະນີເປັນເຊັ່ນນີ້ກໍໃຫ້ປະກ້າມີໃບປົ່ງ 4-5ໃບຈຶ່ງຫຼົກໄປປັກດຳກໍໄດ້.
11. ການຕຽມດີນເພື່ອປັກດຳ
ການຕຽມດີນເປັນບັນຫາທີ່ສຳຄັນ ເພື່ອປະຢັດແຮງງານໃນການຫຼົກຫຍ້າ ແລະ ຍົກສະມັດຕະພາບໃຫ້ສູງ. ໃຫ້ຊອກເອົາຝຸ່ນຄອກທີ່ມີຢູ່ທ້ອງຖີ່ນ ຫຼື ແຫ່ງອື່ນມາໃສ່ເນື້ອທີ່ຈະເຮັດນາແຊງ, ນອກນັ້ນໃຫ້ລະດົມກັນຊອກຕັດເອົາຫຍ້າສີຂຽວປະເພດທີ່ເປື່ອຍງ່າຍມາຕັດໃຫ້ສັ້ນປະມານຄືບໜຶ່ງເທລົງພ້ອມກັບຝຸ່ນຄອກໄດ້ຫຼາຍເທົ່າໃດຍີ່ງເປັນການດີ (5-10 ໂຕນ / ເຮັກຕາ )ສີ່ງທີ່ຄວນຫຼີກເວັ້ນນັ້ນແມ່ນບໍ່ໃຫ້ເອົາຫຍ້າສີຂຽວທີ່ມີແກ່ນແກ່ໄປໃສ່ທົ່ງນາ(ຫຍ້າອອກດອກແກ່) ເພາະຈະມີຄວາມລຳບາກໃນການບົວລະບັດຮັກສາເວລາຫຍ້າເກີດຂຶ້ນມາ. ຈາກນັ້ນ, ໃຫ້ເປັ່ງນໍ້າເຂົ້າ, ລົງມືໄຖຮຸດແລ້ວແຊ່ນໍ້າປະໄວ້ 1-2 ອາທິດຈຶ່ງໄຖຄົ້ນປະໄວ້ອີກ 1 ອາທິດ. ຈາກນັນຈຶ່ງຫວ່ານຝຸ່ນເຄມີຮອງພື້ນແລ້ວຈຶ່ງລົງມື
ຄາດ ຫຼື ປັ່ນໃຫ້ລະອຽດແລ້ວຊອກຫາໄມ້ຍາວ ຫຼື ວັດຖຸອັນໃດອັນໜຶ່ງກວາດໜ້າດີນໃຫ້ຮາບພຽງເສັຽກ່ອນ ແລ້ວຈຶ່ງລົງມືປັກດຳ. ເພື່ອບໍ່ໃຫ້ເປັນການຊັກຊ້າເວລານັ້ນດີນາບ່ອນໃດທີ່ກ່ຽວເຂົ້ານາປີແລ້ວກໍໃຫ້ລົງມືຕຽມດີນໄຖຮຸດ, ຄາດລະອຽດແລ້ວຈຶ່ງເປັ່ງນໍ້າເຂົ້າໃສ່ແຊ່ໄວ້ ເພື່ອເຮັດໃຫ້ດີນເປື່ອຍສະດວກໃນການຕຽມດີນເວລາປັກດຳ.
ການຫຼົກກ້າ
ເວລາອາຍຸກ້າໄດ້ 20 ວັນ ຫຼື ປົ່ງໄດ້ 4-5 ໃບແລ້ວ ໃຫ້ກະກຽມເລີ່ມຫຼົກໂລດ. ເວລາຫຼົກກ້າໃຫ້ລ້າງຮາກກ້າໃຫ້ດີ, ການຫຼົກກ້າແມ່ນບໍ່ໃຫ້ຟາດແຮງ ຫຼື ໃຊ້ຕີນເຕາະເພາະມັນຈະມີຜົນສະທ້ອນໃຫ້ແກ່ຕົ້ນກ້າເຮັດໃຫ້ຕົ້ນກ້າອ່ອນເພຽເວລານໍາໄປປັກດຳເບື້ອງຕົ້ນ .
12. ການປັກດຳ
ບັນຫາສຳຄັນໃນການປັກດຳ ແມ່ນໃຫ້ທັນກັບລະດູການດີແທ້ຄວນປັກດຳໃນໄລຍະວັນທີ 10 ເດືອນ 12 ຫາ ວັນທີ 15/01. ກ່ອນຈະປັກດຳໃຫ້ຄຸມລະດັບນໍ້າຢູ່ໃນນາປະມານ 2-5 ຊຕມ, ການປັກດຳຄວນເຮັດເປັນແຖວຊື່ດ້ວຍການເນັ່ງເຊືອກ (ການເນັ່ງເຊືອກແມ່ນໃຫ້ເນັ່ງຈາກທິດຕາເວັນອອກຫາທິດຕາເວັນຕົກ) ຖ້າຫາກເຮັດໄດ້ແມ່ນເຮົາສາມາດເພີ່ມຜົນຜະລິດສູງຂຶ້ນຕື່ມຢ່າງໜ້ອຍ 15-20 %. ໄລຍະປັກດຳລະຫວ່າງສຸມຕໍ່ສຸມ: ບ່ອນດີນງາມ 15 x 20 ຊຕມ ແລະ ດີນທຳມະດາແມ່ນ 10 x 20 ຊຕມ, ການປັກດຳໃຫ້ດຳພໍດີບໍ່ເລີກ ແລະ ບໍ່ຕື້ນເກີນໄປ ແລະ ໃຫ້ໃສ່ກີບກ້າປະມານ 2-3 ກີບກ້າ/ສຸມ , ໃນກໍລະນີກ້າຫາກແກ່ໃຫ້ໃສ່ 4-5 ກີບກ້າ/ສຸມ.
• ການປັກດຳຄວນຈົ່ງທາງເຂົ້າ ເພື່ອສະດວກໃການບົວລະບັດຮັກສາ.ລວງກວ້າງຂອງທາງ 40 ຊຕມ (ປະມານໜຶ່ງສອກ) ແລະ ແຕ່ລະ 8-10ແມັດໃດໃຫ້ຈົ່ງທາງໄວ້.
13. ການບົວລະບັດຮັກສາ
ກ. ການໃສ່ຝຸ່ນ
ສຳລັບການປູກເຂົ້ານາແຊງແລ້ວ ແນວພັນເຂົ້າປັບປຸງຕ້ອງການແຮທາດເພື່ອໃຊ້ເປັນອາຫານຫຼາຍກວ່າເຂົ້າພັນພື້ນເມືອງທຳມະດາ. ໃນເວລາດຽວກັນແຮ່ທາດທີ່ສະສົມຢູໃນດີນກໍມີໜ້ອຍເພາະເຂົ້ານາປີໄດ້ນຳເອົາໄປໃຊ້ເປັນອາຫານໝົດແລ້ວ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຊອກຝຸ່ນມາໃສ່, ຝຸ່ນຊະນິດຕ່າງໆ ທີ່ເໝາະສົມສຳລັບການເຮັດນາແຊງນັ້ນແມ່ນຝຸ່ນຄອກ, ຝຸ່ນຂຽວ, ຝຸ່ນບົ່ມ, ຝຸ່ນເທົາ…ຝຸ່ນຊະນິດດັ່ງກ່າວແມ່ນເຮົາສາມາດຊອກໄດ້ຢູ່ຕາມທ້ອງຖີ່ນເຮົາເອງ. ຝຸ່ນຊະນິດນີ້ຈະຊ່ວຍປັບປຸງດີນນາໄດ້ດີທີ່ສຸດ.ສຳລັບເຂດທີ່ມີເນື້ອທີ່ນາເປັນດີນຊາຍແກມຕົມຄວນໃຊ້ຝຸ່ນຄອກໃຫ້ຫຼາຍ ຫຼືໃສ່ແກບກໍໄດ້, ແຕ່ຄວນປະສົມກັບຝຸ່ນເຄມີສູດ 15-15-15 ຈຶຶ່ງຈະໄດ້ຮັບຜົນດີ.
ຂ. ກຳນົດເວລາໃສ່ຝຸ່ນ
– ສຳລັບຝຸ່ນຄອກ, ຝຸ່ນຂຽວ, ຝຸ່ນບົ່ມນັ້ນໃຫ້ໃສ່ຮອງພື້ນກ່ອນໄຖຫຼືກ່ອນຄາດ.
– ສໍາລັບຝຸ່ນເຄມີ: ສູດ 16-20-00 ຫຼື 18-46-00 ໃຫ້ໃສ່ຮອງພື້ນກ່ອນຄາດເທື່ອສຸດທ້າຍກ່ອນປັກດຳອັດຕາ 100-150 ກິໂລ / ເຮັກຕາ .
– ສູດ 46-00-00 ໃຫ້ແບ່ງໃສ່ 2 ເທື່ອໆລະ 50 ກິໂລ ຫຼັງຈາກປັກດຳ 20-25 ວັນ ແລະ 40-45 ວັນ.
ຄ. ການເສຍຫຍ້າ
– ຄວນເສຽຫຍ້າຢ່າງໜ້ອຍ 2 ຄັ້ງຕໍ່ລະດູ
– ຄັ້ງທີໜຶ່ງປະມານ 20-25 ວັນ ຫຼັງຈາກປັກດໍາ
– ຄັ້ງທີສອງປະມານ 40-45 ວັນ ຫຼັງຈາກປັກດຳ
– ຫຍ້າຢູ່ຕາມຄອງເໝືອງ ຫຼື ຕາມຄັນນາໃຫ້ໜັ່ນຖາງອອກ ເພື່ອບໍ່ໃຫ້ເປັນບ່ອນລີ້ຊ່ອນ ຂອງສັດຕູພືດຊະນິດຕ່າງໆ.
ງ. ການຮັກສາລະດັບນໍ້າ
ໃນລະດູນາແຊງ ເຖີງແມ່ນຈະມີຊົນລະປະທານຮັບປະກັນກໍຕາມການຊຸກຍູ້ຕ້ອງໄດ້ແນນໍາໃຫ້ຊາວນາໄດ້ເອົາໃຈໃສ່ຮັກສາລະດັບນໍ້າ ແລະ ບໍ່ຈໍາເປັນຕ້ອງໃຫ້ລະດັບນໍ້າສູງເກີນ 10 ຊັງຕີແມັດ, ເພື່ອປະຢັດນໍ້າ, ການຄຸມນໍ້າໄດ້ດີໃນໄຮ່ນາ ກໍຈະເປັນວິທີໜຶ່ງເພື່ອບໍ່ໃຫ້ຫຍ້າເກີດ.
ຈ. ການຕິດຕາມ ແລະ ກວດກາສັດຕູພືດ
ໃຫ້ລົງຕິດຕາມ ແລະ ກວດກາສະພາບສັດຕູພືດຢູ່ທົ່ງນາເປັນປະຈຳ, ຖ້າສັງເກດເຫັນອາການຜິດປົກກະຕິແລ້ວມັ່ນໃຫ້ລາຍງານຕໍ່ພະນັກງານວິຊາການປະຈຳເຂດຂອງທ່ານເພື່ອຈະໄດ້ແກ້ໄຂທັນເວລາເພາະການຕັດສີນຜົນຜະລິດຕົວຈິງຈະໄດ້ໜ້ອຍ ຫຼື ຫຼາຍແມ່ນຊ່ວງໄລຍະນີ້ເອງ.
.12. ການເກັບກ່ຽວ
ການເກັບກ່ຽວເຂົ້ານາແຊງສ່ວນຫຼາຍ ແມ່ນຕົ້ນລະດູຝົນ, ສະນັ້ນການຈັດຕັ້ງການເກັບກ່ຽວ, ການມັດ, ການຂົນ, ການຟາດ, ການຕາກແມ່ນເປັນບັນຫາສຳຄັນທີ່ຕັດສີນສະມັດຕະພາບ ແລະຄຸນນະພາບຂອງຜົນຜະລິດ.
14. ຂໍ້ຄວນເອົາໃຈໃສ່
– ການຫ້າງຫາກະກຽມແຮງງານ ແລະ ເຄື່ອງມືຮັບໃຊ້ການເກັບກ່ຽວ.
– ເວລາກ່ຽວເຂົ້າແລ້ວໃຫ້ຟາດກັບທີ່ ຫຼື ໃຫ້ຂົນຂື້ນໄປໄວ້ຢູ່ລານ, ບໍ່ໃຫ້ປະປ່ອຍເຂົ້າແຮມຄືນຢູ່ທົ່ງນາເພາະຖ້າຝົນຕົກຈະເຮັດໃຫ້ຜົນຜະລິດເສຍຫາຍ.
– ກ່ອນຈະເກັບກ່ຽວໃຫ້ສັງເກດເບີ່ງເມັດເຂົ້າຖ້າຫາກເຫັນວ່າໃນແຕ່ລະຮວງມີສີເຫຼືອງເຖີງ 50 – 60 % ແລ້ວໃຫ້ເປັ່ງນໍ້າອອກປະໄວ້ປະມານ 7- 10 ມື້ ຈຶຶ່ງຄ່ອຍລົງມືເກັບກ່ຽວ.
ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(29).pdf
https://www.thairath.co.th/news/local/1942716
https://cite.dpu.ac.th/upload/content/files/Project%20MLE62/การลดต้นทุนกระบวนการปลูกข้าวนาปรัง.pdf