ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນເຂົ້າໜອງລົມ 1 (Nonglom 1)

ແນວພັນເຂົ້າໜອງລົມ 1 (NL1) ຫຼື TDK10394-B-B-54-(42)-SKX-BB-NL-B-B ແມ່ນປະສົມພັນຈາກສູນຄົ້ນຄວ້າເຂົ້ານາພອກ ລະດູແລ້ງ 2007-2008 ໂດຍປະສົມລະຫວ່າງ ແນວພັນ B614r’rF-MR-6-0-0 ກັບແນວພັນ TDK 7 ໃຊ້ຮູບແບບປະສົມພັນແບບດ່ຽວ ໃນລະດູແລ້ງ 2007-2008, ປູກຄັດເລືອກທີ່ສູນແບບສືບປະຫວັດ ຮອດຊົ່ວໂມງທີ 4 ແລ້ວສົ່ງໄປໃຫ້ໂຮງຮຽນຊາວນາ ບ້ານສາມະຄີ ເມືອງສາມະຄີໄຊ ແຂວງອັດຕະປື ຄັດເລືອກຕໍໃນຊົ່ວໂມງທີ 5 ແລະ 6 ໃນລະດູ 2015-2016 ແມ່ນທ່ານ ບຸນຖັນ ປູກຄັດເລືອກ ເຫັນວ່າສາຍພັນເລີ້ມຄົງຕົວ ປັບຕົວໄດ້ດີໃນສະພາບແວດລ້ອມເຂດນີ້, ແລ້ວເງື່ອນໄຂນໍ້າບໍ່ສະດວກ ຈຶ່ງໄດ້ເອົາມາສືບຕໍ່ຄັດເລືອກ ເຫັນວ່າສາຍພັນເລີ້ມຄົງຕົວ ປັບຕົວໄດ້ດີໃນສະພາບແວດລ້ອມເຂດນີ້, ແລ້ວເງື່ອນໄຂນໍ້າບໍ່ສະດວກ ຈຶ່ງໄດ້ເອົາມາສືບຕໍ່ຄັດເລືອກຢູ່ສູນຄົ້ນຄວ້າກະສິກຳໜອງລົມໃນປີ 2017-2020 ໄດ້ທົດສອບການກິນເຫັນວ່າແຊບ, ອ່ອນນຸ້ມ ພ້ອມກັບໃຫ້ຜົນຜະລິດດີກ ໃນປີ 2021 ໄດ້ປູກຂະຫຍາຍເມັດ ແລ້ວເອົາໄປປູກປຽບທຽບຜົນຜະລິດຢູ່ 18 ບ້ານ ໃນ 6 ແຂວງ (ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ສາລະວັນ ແລະ ອັດຕະປື) ເຫັນວ່າຜົນຜະລິດຕັ້ງແຕ່ 3,5-5,7 ໂຕນ/ເຮັກຕາ ສະເລ່ຍ 18 ບ້ານຜົນຜະລິດ 4,95 ໂຕນ/ເຮັກຕາ

I. ລັກສະນະເດັ່ນຂອງແນວພັນເຂົ້າໜອງລົມ 1
1. ເໝາະກັບດິນຊາຍແກມຕົມ ຫຼື ດິນຕົມ
2. ທົນທານພະຍາດໃໝ້, ປັບຕົວກັບສະພາບແວດລ້ອມໄດ້ດີ
3. ທົນແມງບົ່ວໄດ້ດີ
4. ຜົນຜະລິດດີ 4-5 ໂຕນ/ເຮັກຕາ
5. ກິນອ່ອນ, ມີກິ້່ນຫອມໜອ້ຍໜຶ່ງ

ຕາຕະລາງປຽບທຽບລັກຊະນະແນວພັນເຂົ້າໜອງລົມ 1 ກັບພໍ່ແມ່ພັນ

ແນວພັນເຂົ້າ ໜອງລົມ 1 86144F-MR-6-0- 0 TDK 7
ປະເພດເຂົ້າ ເຂົ້າໜຽວ ເຂົ້າຈ້າວ ເຂົ້າໜຽວ
ສີເມັດ ສີນໍ້າຕານ ສີເຟືອງເຂັ້ມ ສີເຟືອງ
ອາຍຸ(ວັນ) 130-135 120-125 125-130
ລະດູປຸກ 2 ລະດູ 2 ລະດູ 2 ລະດູ
ລວງສູງ(ຊມ) 160-170 90-100 90-100
ເປີເຊັນການສີ(%) 50-55 50-55 60
ຜົນຜະລິດ ໂຕນ/ເຮັກຕາ 4-5 5-6 5
ຈຸດເດັ່ນຂອງແນວພັນ ທົນພະຍາດໃໝ້ ທົນພະຍາດໃໝ້, ປູກໄຮ່ກໍ່ໄດ້ ອ່ອນແອຕໍ່ພະຍາດໃໝ້

 

I. ແນະນຳການປູກ
ແນວພັນເຂົ້າໜອງລົມ 1 ສາມາດປູກໄດ້ 2 ລະດູຄື: ນາແຊງ ແລະ ນາປີ
– ນາດຳແມ່ນແນະນຳຕົກກ້າຊ່ວງເດືອນ 6, ຫຼັງຈາກຕົກກ້າໄດ້ 20-25 ວັນ ສາມາດນຳໄປປັກດຳໄດ້
– ນາຫວານ ຫຼື ນາຢອດແຫ້ງ ບໍ່ແນະນຳໃຫ້ປູກເນື່ອງຈາກຕົ້ນສູງອາດຈະພາໃຫ້ລົ້ມ
 ການໃສ່ຝຸ່ນ: ນາດິນຊາຍໃຫ້ໃສ່ຝຸ່ນປະສົມສູດ 15-15-15 ໃນອັດຕາ 200 ກລ/ເຮັກຕາ, ນາດິນໜຽວໃສ່ຝຸ່ນປະສົມສູດ 16-20-00 ໃນອັດຕາ 200 ກິໂລ/ເຮັກຕາ. ຫຼັງຈາກປັກດຳໄດ້ 5-7 ມື້ ແລະ ໃຫ້ໃສ່ຝຸ່ນເລັ່ງ 2 ຄັ້ງ ສູດ 46-0-0 ຫຼັງຈາກປັກດຳໄດ້ 25 ມື້ ແລະ 45 ມື້ ໃນອັດຕາ 30 ກິໂລ/ເຮັກຕາ

III. ການເກັບກ່ຽວ
ເໝາະສົມໃນການນຳໃຊ້ກົນຈັກເກັບກ່ຽວເຊິ່ງສາມາດເກັບກ່ຽວໄດ້ພາຍໃນ 30 ວັນ ນັບແຕ່ວັນອອກດອກໄດ້ 50% ຫ້າມກ່ຽວຊ້າເພາະຈະເຮັດໃຫ້ເຂົ້າຫັກໃນເວລາສີເຮັດໃຫ້ເປີເຊັນເຂົ້າສານປະເພດ 1 ຕໍ່າ, ຖ້າໃຊ້ແຮງງານຄົນເກັບກ່ຽວຄວນຕາກຝ່ອນເຂົ້າໃນທົງນາປະມານ 2 ແດດ ຈຶ່ງເກັບກູ້ ແລະ ຟາດຕີ


ແຫຼ່ງຂໍ້ມູນ: ທ່ານ ບູນຖັນ ຕັນດາວົງ
ໂທ: 020 99865495
file:///C:/Users/HP/Downloads/msNSiGTsmTvlaKVA.pdf