ການປູກຂີງດຳ ( Boesenbergia sp ) ແບບປະສົມປະສານກັບພືດກະສິກຳທີ່ ເມືອງໂພນໄຊ, ແຂວງຫຼວງພະບາງ

ຂີງດຳ ນອນຢູ່ໃນວົງຕະກຸນ Zingiberaceae ຊື່ວິທະຍາສາດແມ່ນ Boesenbergia SPP ມີຖິ່ກຳເນີດຢູ່ໃນ ເອເຊັຽເຂດຮ້ອນ ເຕີບໂຕໄດ້ໃນເຂດປ່າຊື້ນປຽກຊຸ່ມ, ດິນຜຸຜຸ່ຍ, ດິນປົນຊາຍ ເປັນພືດລົ້ມລຸກ ລຳຕົ້ນເປັນກາບກ້ານໃບໂອບຂຶ້ນສູງປະມານ 20-50 ຊັງຕີແມັດ. ຫົວເປັນສີມ່ວງດຳ, ມີກິ່ນທີ່ມີສານຳໄປສະກັດເປັນຢາສະໝຸນໄພເຊັ່ນ: ຢາບຳລຸງຮ່າງກາຍ, ຢາດີທ້ອງຍື່ງເປັນຕົ້ນ. ໃນປະຈຸບັນຂີງດຳນິຍົມກັນປູກຫຼາຍຢູ່ ແຂວງບໍລິຄຳໄຊ, ນະຄອນຫຼວງວຽງຈັນ,ເຂດເມືອງວັງວຽງ, ແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງອຸດົມໄຊ ແລະ ແຂວງຫຼວງພະບາງ. ຂີງດຳຂະຫຍາຍພັນດ້ວຍຫົວໂດຍນຳເອົາຫົວຂີງມາອາ ນາມແກະສ່ວນທີ່ເປັນຫົວເກົ່າອອກແລ້ວ ເອົາຫົວທີ່ໃໝ່ມາຕັດ ຂະໜາດເທົ່ານີ້ວມືຕາມບ່ອນທີ່ມີຕາແລ້ວນຳໄປປູກ ໃນຊ່ວງຕົ້ນລະດູຝົນ ( ເດືອນ 4-5 ) ແລະ ເກັບກູ້ຫຼັງຈາກປູກໄດ້ 7 ເດືອນ(ເດືອນ 11-12 ) ຄຸນປະໂຫຍດຂອງຂີງດຳ ແມ່ນສາມາດນຳມາປຸງແຕ່ງເປັນຢາສະໝຸນໄພ ເຊັ່ນ : ໃຊ້ສໍາລັບເປັນຢາແກ້ເຈັບທ້ອງ, ແກ້ທ້ອງຍື່ງ ແລະ ຢາບຳລຸງກຳລັງ.

1. ການກະກຽມເນື້ອທີ່
ເນື້ອທີ່ແມ່ນເປັນຂອງປະຊາຊົນໂດຍເອົາເນື້ອທີ່ໄຮ່ທີ່ປະຊາຊົນໄດ້ປູກພືດກະສິກຳ ເຊັ່ນ: ເຂົ້າ, ໝາກງາ, ສາລີ ແລະ
ໝາກເດືອຍ. ເນື້ອທີ່ຂອງແຕ່ລະຄອບຄົວແມ່ນກຳນົດເອົາ 40×40 ແມັດ ເທົ່າກັບ 1.600 ຕາແມັດ. ການກະກຽມດິນ
ປູກແມ່ນໄດ້ເຮັດ 2 ວິທີ ຄື: ວິທີ 1 ແມ່ນໄດ້ຂຸດດິນເຮັດເປັນໜານ ຫຼື ຄັນຄູກ້ວາງ 1 ແມັດ ແລະ ຍາວ 40 ແມັດ ຕາມແລວເສັ້ນລະດັບແລ້ວຈົ່ງໄລຍະຫ່າງລະຫວ່າງສົ້ນຄັນຄູຕໍ່ຄັນຄູແມ່ນ 3 ແມັດ ເພື່ອປູກພືດກະສິກຳສັບຫ່ວາງ. ວິທີ 2
ແມ່ນບໍ່ໄດ້ຂຸດດິນ ແລະ ບໍ່ໄດ້ເຮັດເປັນຄັນຄູໝາຍ ຄວາມວ່າມີແຕ່ຂຸດປູກຂີງດຳໃສ່ເລີຍ.

2. ໄລຍະການປູກ:
ໄລຍະຫ່າງລະຫວ່າງຂຸມປູກແມ່ນ 50×50 ຊັງຕີແມັດ. ຂະໜາດຂອງຂຸມປູກແມ່ນ 15x15x15 ຊັງຕີແມັດ

3. ການປູກ:
ຄວນປູກຂີງດຳ ໃນຕົ້ນລະດູຝົນ ( ເດືອນ 4-5 ) ແລະ ຕ້ອງຂຸດຂຸມປູກໃຫ້ໄດ້ຕາມມາດຕະຖານທີ່ກຳນົດໄວ້ ຄື:
15x15x15 ຊັງຕີແມັດ ແລ້ວນຳເອົາຫົວຂີງດຳທີ່ກະກຽມໄວ້ນັນລົງຂຸມ ໂດຍປິ່ນເບື້ອງທີ່ມີຕານັ້ນຂຶ້ນແລ້ວເອົາດິນຖົມໃຫ້ແໜ້ນພໍດີ.

4. ການບົວລະບັດຮັກສາ:
ພາຍຫຼັງປູກຂີງດຳໄດ້ 1 ເດືອນຂື້ນໄປຄວນສຳຫຼວດເບິ່ງເປີເຊັນການລອດຕາຍ ແລະ ການຂະຫຍາຍຕົວຂອງວັດສະພືດ (ຫຍ້າ) ທີ່ປົກຄຸມຂີງດຳ. ຄວນເສັຽຫຍ້າອອກຈາກຂີງດຳເດືອນລະຄັ້ງ ຍິ່ງເປັນການດີເພາະວ່າຂີງດຳມີຮອບວຽນການເກັບກູ້ສັ້ນ.

5. ການເກັບກູ້ :
ການເກັບກູ້ຂີງດຳແມ່ນຫຼັງຈາກປູກໄດ້ 7 ເດືອນ ກໍສາມາດເກັບກູ້ໄດ້. ວິທີການເກັບກູ້ແມ່ນນຳໃຊ້ສຽມຄ່ອຍໆ ຂຸດເອົາ
ຫົວຂີງດຳ ຂຶ້ນມາອານາໄມ ແລະ ສ້ອມຮາກອອກໃຫ້ໝົດແລ້ວນຳເອົາຂີງໃສ່ເປົາທີ່ກຽມໄວ້ເພື່ອສະດວກໃຫ້ແກ່ການຂົນສົ່ງ. ຖອກຂີງດຳ ອອກຈາກເປົາຕາກໃຫ້ແຫ້ງພໍປະມານ 10-15 ວັນ ຫຼັງຈາກນັ້ນຈຶ່ງເອົາຂີງດຳເກັບຮັກສາໄວ້ໃນເປົາ ບ່ອນທີ່ມີອາກາດຖ່າຍເທດີ ພໍຮອດຕົ້ນລະດູຝົນປີຕໍ່ໄປຈຶ່ງນຳຂີງດຳທີ່ເກັບຮັກສາໄວ້ນັ້ນໄປປູກ ( ຄວນຄັດເລືອກເອົາຫົວຂີງດຳທີ່ໃຫຍ່ ແລະ ມີຄວາມສົມບູນດີທສຸດໄປປູກ ). ຂໍ້ຄວນລະວັງໃນຊ່ວງໄລຍະເວລາ ເກັບຮັກສາຂີງດຳຢູ່ນັ້ນບໍ່ໃຫ້ຂີງດຳສຳພັດກັບຄວາມປຽກຊຸ່ມເພາະຈະເຮັດໃຫ້ຂີງດຳ ແຕກໜໍ່ກ່ອນລະດູການປູກ.

6. ຜົນໄດ້ຮັບຈາກການທົດລອງ
ຜ່ານການປູກຂີງດຳທົດລອງໃນເນື້ອທີ່ໄຮ່ຂອງຊາວກະສິກອນເຂດພູດອຍສາມາດສະຫຼຸບຜົນໄດ້ຮັບດັ່ງນີ້:
• ຜົນຜະລິດຂອງຂີງດຳເພີ່ມຂຶ້ນ 70% ຂອງແນວພັນ.
• ການສົມທຽບລະຫວ່າງການປູກຂີງດຳໃສ່ໜານ(ຄັນຄູ) ແລະ ການປູກຂີງດຳແບບບໍ່ເຮັດເປັນໜານເຫັນວ່າວິທີປູກໃສ່ໜານຄັນຄູມີຜົນຜະລິດສູງກ່ວາ ແລະ ມີຄວາມແຕກຕ່າງກັນ 10-20%.
• ສ່ວນຜົນຜະລິດຂອງຂີງດຳ ທີ່ໄດ້ປູກແບບປະສົມປະສານກັບສາລີແມ່ນມີຜົນຜະລິດດີກ່ວາປູກປະສົມກັບໝາກ ເດືອຍ ແລະ ໝາກງາ.
• ຜົນຜະລິດຂອງຂີງດຳສະເລ່ຍຕຄອບຄົວແມ່ນໄດ້ປູກ 80 ກິໂລຕໍ່ຄອບຄົວ ແລະ ຜົນໄດ້ຮັບສະເລ່ຍ 131,2 ກິໂລຕໍ່
ຄອບຄົວ. ສຳລັບຜົ−ຜະລິດຂອງຂີງດຳໄດ້ມອບໃຫ້ເຈົ້າຂອງສວນຈຳນວນ 75% ຂອງຜົນຜະລິດທີ່ໄດຮັບ ອີກ 15% ແມ່ນໄດ້ເອົາຄືນມາເພື່ອເປັນແນວພັນສຳລັບປູກໃໝ່. ສ່ວນຜົນຜະລິດຂອງພືດກະສິກຳອື່ນໆຂອງປະຊາຊົນທີ່ປູກໃນສວນດັ່ງກ່າວນັ້ນແມ່ນມອບໃຫ້ເຈົ້າຂອງສວນທັງໝົດ

ແຫຼ່ງຂໍ້ມູນ: file:///C:/Users/HP/Downloads/LAD_report%20(37).pdf

http://www.agriman.doae.go.th/home/Research/Herb57/2012.pdf

https://puechkaset.com/กระชายดำ/