ຄູ່ມືແນະນຳ ແລະ ການນຳໃຊ້ແນວພັນສາລີເຂົ້າໜຽວຄຳ 1

ແນວພັນສາລີເຂົ້າໜຽວຄຳ 1 ແມ່ນ ທ່ານ ຄຳມີໄຊ ຈັນທະລາ ໄດ້ປັບປຸງພັນຢູ່ບ້ານທ່າຫີນ ເມືອງສາມະຄີໄຊ ແຂວງອັດຕະປື ລະດູຝົນ 2019 , ລະດູແລ້ງ 2020 ໂດຍປະສົມລະຫວ່າງ ແນວພັນສາລີເຂົ້າໜຽວພື້ນເມືອງ ກັບແນວພັນສາລີຈີນ. ໃຊ້ຮູບແບບປັບປຸງພັນແບບປະສົມຂ້າມໂດຍກຳນົດເອົາສາລີຈີນເປັນຕົ້ນພໍ່ພັນ ແລະ ເອົາສາລີເຂົ້າໜຽວພື້ນເມືອງເປັນຕົ້ນແມ່(ສາລີຈີນເປັນສາລີທີ່ໃຫ້ຝັກສະໝໍ່າສະເໝີຜົນຜະລິດດີ, ກິນແຊບ, ຕະຫຼາດຕ້ອງການ ແຕ່ບໍ່ສາມາດເກັບເປັນແນວພັນປູກໃນລະດູການຕໍ່ໄປໄດ້. ສ່ວນສາລີເຂົ້າໜຽວພື້ນເມືອງລັກສະນະລຳຕົ້ນກໍ່ບໍ່ສະໝໍ່າສະເໝີກິນຂ້ອນຂ້າງແຂງ, ຕະຫຼາດບໍ່ຕ້ອງການ ແຕ່ວ່າມັນທົນຕໍ່ລ້ວງເຈາະລຳຕົ້ນໄດ້ ແລະ ກໍ່ສາມາດເກັບເປັນແນວພັນປູກປູກໃນລະດູການຕໍ່ໄປໄດ້) ເຊິ່ງສາມລີສອງແນວພັນນີ້ມີອາຍຸການເກັບກ່ຽວຂ້ອນຂ້າງຊໍ່າກັນດັາງນັ້ນ, ເຮົາຈຶ່ງສາມາດປູກພ້ອມກັນໄດ້.ວິທີການປູກແມ່ນຈະປູກເປັນແຖວສະສັບກັນສຳລັບຕົ້ນແມ່ເມືອຮອດເວລາອອກດອກຜູ້ ຫຼື ກ່ອນມັນຈະພົ້ນອອກຕ້ອງໄດ້ຕັດຖີ້ມໝົດຮວງເພື່ອບໍ່ໃຫ້ເກສອນມາປົນ ຫຼື ປະສົມກັນເອງຈົງເອົາໄວ້ແຕ່ເກສອນຕົ້ນຜູ້ທີ່ເຮົາກຳນົດໄວ້ແລ້ວໃຫ້ມັນປະສົມພັນກັນເອງໂດຍທຳມະຊາດແລ້ວລໍຖ້າໃຫ້ມັນແກ່ກໍ່ສາມາດເກັບມາເປັນແນວພັນປູກໃນລະດູການຕໍ່ໄປໄດ້. ປະຈຸບັນແນວພັນດັ່ງກ່າວໄດ້ທົບສອບການກິນເຫັນວ່າກິນແຊບອ່ອນນຸ້ມ, ຫວານເປັນທີ່ຕ້ອງການຂອງຕະຫຼາດ ແລະ ປູກຂະຫຍາຍຢູ່ພາຍໃນແຂວງ ແລະ ນຳໄປປູກທົດລອງຢູ່ແຂວງທີ່ມີກິດຈະກຳໂຮງຮຽນຊາວນາກໍ່ເຫັນວ່າມີຄົນສົນໃຈຫຼາຍ.

I. ລັກສະນະເດັ່ນຂອງແນວພັນສາລີເຂົ້າໜຽວຄຳ 1
– ເໝາະກັບດິນຊາຍ, ຊາຍແກບຕົມ
– ປັບຕົວກັບສະພາບແວດລ້ອມໄດ້ດີ
– ຜົນຜະລິດດີ 6,5-7ໂຕນ/ເຮັກຕາ
– ກິນອ່ອນ, ຫອມໜ້ອຍໜຶ່ງ

ລັກສະນະປະຈຳພັນຂອງສາລີເຂົ້າໜຽວຄຳ 1

ລ/ດ ຄຸນລັກຊະນະ ແລະ ຮູບປະກອບ ລັກຊະນະປະຈຳພັນ
1 ສີລຳຕົ້ນອ່ອນ ຂຽວ
2 ສີຂອງໃບອ່ອນ ຂຽວອ່ອນ
3 ອາຍຸເຖິງອອກດອກ 50% 35
4 ອາຍຸອອກໃໝ່ 50% 45
5 ສີຂອງເກສອນຜູ້ ເຫຼື່ອງອ່ອນ
6 ສີຂອງໄໝ ສີທອງ
7 ສີລຳຕົ້ນ ຂຽວ
8 ການແຕກແໜ່ງ 2
9 ລັກຊະນະຂອງໃບ ກວ້າງຍາວ
10 ອາຍຸເກັບຝັກສົດ 65
11 ອາຍຸເກັບເປັນເມັດພັນ 80-85
12 ຄວາມສູງຕົ້ນ ມ 2,3
13 ຄວາມສູງການຈັບຝັກ ມ 0,6
14 ປາຍຫຸ້ມຜັກ ແຫຼມ
15 ຜັກມີປີກ ຫຼື ບໍ່ມີ ບໍ່ມີ
16 ຄວາມຍາວຂອງຝັກ ຊມ 20
17 ຄວາມກວ້າງຂອງຝັກ ຊມ 4
18 ຈຳນວນແຖວຕໍ່ຝັກ 14

II. ແນະນຳການປູກ
ລະດູການປູກ ສາມາດປູກໄດ້ 2 ລະດູ
1. ຕົ້ນລະດູຝົນ ເດືອນ ເມສາ – ພືດສະພາ
2. ທ້າຍລະດູຝົນ ເດືອນກໍລະກົດ – ສິງຫາ
ກ. ການກຽມດິນ
1. ໄຖ 1 ຄັ້ງ ເລີກ 20-30 ຊັງຕີແມັດ, ຕາກແດດ 7-10 ວັນ
2. ປັ່ນດິນໃຫ້ລະອຽດແລ້ວຍົກຮ່ອງ
ຂ. ການປູກ
1. ໄລຍະປູກ 25 x75 ຊັງຕີແມັດ
2. ຂຸມລະ 1-2 ເມັດ
3. ໃຊ້ແນວພັນ 20 ກີໂລກຼາມ/ເຮັກຕາ

II. ການບົວລະບັດຮັກສາ
– ກຳຈັດວັດສະພືດ 1 ຄັ້ງ ຫຼັງຈາກປູກໄດ້ 15-20 ວັນ ກ່ອນການໃສາຝຸ່ນ ຄັ້ງທີ່ 1- 2 ຫຼັງຈາກກຳຈັດວັດສະພືດຄັ້ງທີ່ 1 ໃຊ້ຝຸ່ນເຄມີ 16-20-00 ຫຼື 15-15-15 ໃນອັດຕາ 250 ກິໂລກຼມ/ເຮັກຕາ ແລະ ຝຸ່ນອິນຊີ 50 ກຼາມ/ຂຸມ, ໃສ່ຝຸ່ນຄັ້ງທີ່ 2 ຫຼັງຈາກງອກໄດ້ 45 ວັນ ໃສ່ຝຸ່ນເຄມີ 46-00-00 ໃນອັດຕາ 50 ກິໂລກຼາມ/ເຮັກຕາ ໂຮຍຂ້າງແຖວປູກພວນດິນຖົມ

IV. ການເກັບກ່ຽວ
ເກັບຝັກສົດເມື່ອໝາກສາລີມີອາຍຸ 65-70 ວັນ ຫຼື ຈະສັງເກດເບິ່ງໄໝສາລີຍຸມ 4-5 ວັນ ກໍ່ສາມາດເກັບກ່ຽວໄດ້. ຖ້າເຮັດແນວພັນຕ້ອງໃຫ້ສາລີແກ່ຈົນຝັກ ຫຼື ຕົ້ນແຫ້ງ ເປັນສີເຫຼືອງຈຶ່ງສາມາດເກັບກ່ຽວໄດ້

ແຫຼ່ງ ຂໍ້ມູນ: file:///C:/Users/HP/Downloads/8O1KX46A3m3D08VI%20(1).pdf

http://r12.ldd.go.th/yala/index.php/2015-09-11-19-25-27/2016-03-07-09-07-42/16-2016-04-07-15-15-17/57-2016-04-15-05-35-51

https://www.rakbankerd.com/agriculture/print.php?id=5131&s=tblplant