ການໄຖກົບຕໍເຟືອງເພື່ອປັບປຸງບຳລຸງດິນ

ການໄຖກົບຕໍເຟືອງ ແມ່ນເຕັກນິກການປັບປຸງບຳລຸງດິນແບບໃໝ່ທີ່ກຳລັງນິຍົມກັນໃນປັດຈຸບັນ, ເປັນການສ້າງດິນໃຫ້ມີຊີວິດ ແລະ ຢືດອາຍຸການນຳໃຊ້, ເພີ່ມທາດອາຫານພືດໃນດິນ, ເຮັດໃຫ້ມີຄວາມອຸດົມສົມບູນດີຂື້ນ, ຜົນຜະລິດດີຂື້ນແຕ່ລະປີ

1. ປະໂຫຍດຈາກການໄຖກົບຕໍເຟືອງ
 ປັບປຸງຄຸນສົມບັດທາງດ້ານກາຍຍະພາບຂອງດິນ
– ເຮັດໃຫ້ດິນອ່ອນນຸ້ມ ສະດວກໃນການກຽມດິນ, ການປັກດຳກ້າ ແລະ ເຮັດໃຫ້ຮາກພືດຂະຫຍາຍຕົວໃນດິນໃຫ້ດີຂື້ນ
– ເຮັດໃຫ້ການລະບາຍອາກາດໃນດິນໄດ້ດີ
– ເພີ່ມການຊືມຜ່ານຂອງນໍ້າ ແລະ ການອົມນໍ້າຂອງດິນໃຫ້ດີຂື້ນ

 ປັບປຸງຄຸນສົມບັດທາງດ້ານເຄມີຂອງດິນ
– ເພີ່ມທາດອາຫານໃຫ້ແກ່ດິນໂດຍກົງ ເຖິງວ່າປະລິມານທາດອາຫານຈະບໍ່ຫຼາຍ ເມືອທຽບໃສ່ຝຸ່ນເຄມີແຕ່ມີທາດອາຫານຄົບຖ້ວນຕາມພືດຕ້ອງການ ທັງທາດອາຫານຫຼັງ: N P K, ແລະ ທາດອາຫານສຳສຳຮອງຄື: Ca, Mg, S, Fe, Mn, Cu, Zn, Br ….. ຈະຄ່ອຍປ່ອຍອອກມາໃຫ້ເປັນປະໂຫຍດຕໍ່ພືດໄລຍະຍາວ
ຜົນຜະລິດເຂົ້າ 1 ໂຕນຈະມີຕໍເຟືອງ ແລະ ພືດປະມານ 1,0 ໂຕນ, ທີທາດຝຸ່ນເລັ່ງ ( N) ປະມານ 4,8 ກິໂລ, ຝຸ່ນໝາກ( P) ປະມານ 0,6 ກິໂລ ແລະ ຝຸ່ນເລັ່ງຮາກ (K) ປະມານ 11,8 ກິໂລ, ເມື່ອທຽບໃສ່ຝຸ່ນຂາຍໃນທ້ອງຕະຫຼາດຈະເທົ່າກັບຝຸານສູດ 15-15-15 ຈຳນວນ 6 ກິໂລ, ຝຸ່ນເລັ່ງໃບ (ຍູເລຍ) ຈຳນວນ 14 ກິໂລ, ຝຸ່ນເລັ່ງຮາກ (K) ຈຳນວນ 28 ກິໂລ
– ຊ່ວຍດູດຊັບ ແລະ ຢືດເກາະທາດອາຫານຈາກການໃສ່ຝຸ່ນເຄມີບໍ່ໃຫ້ສູນເສຍໄປຈາກກດິນ, ຊຶ່ງພືດສາມາດນຳໄປໃຊ້ເປັນປະໂຫຍດ, ການຫຼຸດຜ່ອນປະລິມານການໃສາຝຸ່ນເຄມີ
– ຊ່ວຍເພີ່ມຄວາມຕ້ານທານການປ່ຽນແປງຄວາມເປັນກົດເປັນດ່າງຂອງດິນ
– ຊ່ວຍຫຼຸດຜ່ອນຄວາມເປັນພິດຂອງທາດເຫຼັກ (Fe) ແລະ ທາດອາລຸມີຍົມ ຺ (Al) ໃນດິນ
– ຊ່ວຍຫຼຸດຄວາມເປັນພິດຈາກດິນເຄັມ

 ປັບປຸງທາງຊີວະພາບຂອງດິນ
– ເພີ່ມທາດອິນຊີວັດຖຸທີ່ເປັນແຫຼ່ງອາຫານ ແລະ ແຫຼ່ງພະລັງງານຂອງຈຸລິນຊີໃນດິນ ມີຂະບວນການຍ່ອຍເສດພືດໄວຂື້ນ, ໂດຍສະເພາະການປ່ຽນແປງທາດອາຫານ ໃນດິນໃຫ້ຢູ່ໃນຮູບທີ່ເປັນປະໂຫຍດໃຫ້ແກ່ພືດ.
– ເພີ່ມປະລິມານ ຫຼື ຈຳນວນຂອງຈຸລິນຊີດິນມີຜົນປະໂຫຍດໃນການຊ່ວຍຫຼຸດປະລິມານເຊື້ອພະຍາດ, ສັດຕູພືດບາງຊະນິດຢູ່ໃນດິນໃຫ້ຫຼຸດໜ້ອຍລົງ.

2. ວິທີການໄຖກົບເຟືອງ
1. ພື້ນທີ່ນາທີ່ມີຊົນລະປະທານ
ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວ ໃຫ້ໄຖກົບໄວ້ໂລດ ປ່ອຍນໍ້າເຂົ້ານາ(ຖ້າມີ) ໂດຍໃຫ້ລະດັບນໍ້າ ພໍດີຖ້ວມເສດເຫຼືອງ, ຫຼັງຈາກນັ້ນ ໃຊ້ຝຸ່ນຊີວະພາບຊະນິດນໍ້າ (BE,EM) ໃນອັດຕາ 5 ລິດ/ໄລ່ ເຈືອຈ້າງກັບນໍ້າ 100 ລິດ, ຄິດເປັນອັດຕາສ່ວນ 1%20 ຫົດລົງໃນພື້ນທີ່ນາເພື່ອຊ່ວຍໃຫ້ຕໍເຟືອງເຂົ້າເປື່ອຍໄວ, ບົ່ມໄວ້ປະມານ 2 ອາທິດ ແລ້ວຈຶ່ງກະກຽມ ເພື່ອປູກພືດຊະນິດອື່ນໄດ້ເຊັ່ນ: ສາລີ, ຖົ່ວ ແລະ ພືດຫຼັກອື່ນໆ


 ພື້ນທີ່ນານໍ້າຝົນ: ຫຼັງຈາກເກັບກ່ຽວເຂົ້ານາປີແລ້ວໃຫ້ໄຖກົບຕໍເຟືອງ ແລະ ເສດເຟືອງເຂົ້າໄວ້ເລີຍ ເພາະເວລານັ້ນດິນຍັງອ່ອນ,

3. ຜົນເສຍຂອງການຈູບຕໍເຟືອງ
– ຊາວກະສິກອນທີ່ກະກຽມພື້ນທີ່ສຳລັບປູກເຂົ້າ, ໂດຍຈູດເຟືອງ ແລະ ຕໍເຟືອງເຂົ້າ ເພື່ອສະດວກສະບາຍໃນການໄຖກຽມດິນ ຫຼື ເພື່ອຕ້ອງການກຳຈັດວັດສະພືດ ແລະ ແມງໄມ້ສັດຕູພືດນັ້ນ ຈະມີຜົນກະທົບຕໍ່ການປ່ຽນແປງອັນໃຫ່ຍຫຼວງ ຕັ້ງແຕ່ດິນຈົນເຖິງຟ້າ ເນື່ອງຈາກການເຜົາໜ້າດິນນັ້ນ ຄວາມຮ້ອນຈະແຜ່ໄປທົ່ວຜີວໜ້າດິນ ມີອຸນນະພາບສູງ ແລະ ສົ່ງຜົນກະທົບຕໍ່ການປ່ຽນແປງດ້ານກາຍຍະພາບ, ທາງດ້ານເຄມີ ແລະ ຊີວະພາບຂອງດິນເປັນຕົ້ນ.
– ທຳລາຍອິນຊີວັດຖຸ, ທາດອາຫານ ແລະ ນໍ້າໃຕ້ດິນ ການຈູດເຜົາເຟືອງ ແລະ ຕໍເຟືອງເຂົ້າເຮັດໃຫ້ສູນເສຍທາດ: ໄນໂຕຼເຈນ (N) , ຟົດສະຟໍຣັດ (P), ໂປຕັດຊຽມ (K), ຍ້ອນຖືກລົມພັດເຖົ່າໃນນາ ແລະ ນໍ້າພັດທີ່ຈາກພື້ນທີ່ໃນຕົ້ນລະດູຝົນ, ອິນຊີວັດຖຸ ແລະ ກາກບອນ ເມືອຖືກຈູດເຜົາຈະກ່າຍເປັນກຼາສກາກບອນໄດອົກໄຊ (co2) ຄວັນດາປີວຂື້ນເທິ່ງອາກາດ
– ຜີວໜ້າດິນຈະມີອຸ່ນຫະພູມສູງເຖິງ 90 ອົງສາເຊ ເຮັດໃຫ້ນໍ້າໃນດິນລະເຫີຍສູ່ຊັ້ນບັນຍາກາດ ແລະ ຄວາມຊຸ່ມຊື່ນໃນດິນຫຼຸດລົງ.
– ທຳລາຍໂຄ້ງສ້າງຂອງດິນ ທີ່ເໝາະສົມຕໍ່ການປູກເຂົ້າຢ່າງຕໍ່ເນື່ອງທຸກປີ, ດິນຈະຈັບຕົວກັນແໜ້ນ ເຮັດໃຫ້ການເກັບນໍ້າໄດ້ນ້ອຍ, ບໍ່ທົນກັບຄວາມແຫ້ງແລ້ງ, ສະພາບດິນແຂງແກ່ນ, ຊັ້ນໜ້າດິນປູກຝັງກາຍເປັນສີຂາວ, ການຈະເລີນເຕີບໂຕຂອງຮາກພືດບໍ່ຂະຫຍາຍໄດ້ດີ ແລະ ຜົນຜະລິດຕົກຕໍ່າ
– ທຳລາຍຈຸລິນຊີທີ່ເປັນປະໂຫຍດໃນດິນ ແລະ ທຳລາຍແມງໄມ້ທີ່ເປັນປະໂຫຍດໃນໄຮ່ນາ
– ເກີດຄວັນເສດຝຸ່ນລະອອງ, ກຼາສເປັນພິດ, ສົ່ງຜົນຕໍ່ສຸກຂະພາບ ແລະ ສິ່ງແວດລ້ອມ
– ເກີດພາວະໂລກຮ້ອນ, ໄພແຫ້ງແລ້ງ ແລະ ຝົນຂາດຊ່ວງລະດູ
– ເຮັດໃຫ້ທ້ອງຟ້າມືດຄື້ມ, ຫຍຸ້ງຍາກໃນການຂັບຂີ່ຢູ່ຕາມທາງຖະໜົນຫົນທາງ ແລະ ອາດລາມໃໝ້ໃສ່ອາຄານ, ສິ່ງກໍ່ສ້າງ, ເຮືອນພັກທີ່ຢູ່ອາໃສ

ແຫຼ່ງຂໍ້ມູນ: ສູນພັດທະນາທີ່ດິນ ແລະ ຄຸ້ມຄອງການນຳໃຊ້ຝຸ່ນ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ

https://mdhlds.go.th/index.php/2017-03-06-07-48-07/2017-03-06-11-01-43

https://www.thailandplus.tv/archives/659891