ເຕັກນິກການປູກໜໍ່ໄມ້ຝລັ່ງ

ໜໍ່ໄມ້ຝລັ່ງ ເປັນພືດທີ່ຈັດເຂົ້າໃນຕະກຸນ Liliaceae ມີຊື້ວິທະຍາສາດ Officinalis L ຊຶ່ງມີຕົ້ນກຳເນີດຢູ່ປະເທດຈີນ ຫຼັງຈາກນັ້ນໄດ້ແຜ່ຂະຫຍາຍມາຍັງປະເທດຕ່າງໆເຊັ່ນ: ສປປ ລາວ, ຫວຽດນາມ, ໄທ, ອິນໂດເນເຊຍ, ອົດສະຕາລີ ແລະ ປະເທດອື່ນໆ. ປັດຈຸບັນນີ້ໜໍ່ໄມ້ຝລັ່ງໄດ້ເປັນທີ່ນິຍົມກັນປູກຫຼາຍຢູ່ທົ່ວໂລກ. ໜໍ່ໄມ້ຝລັ່ງໄດ້ຈັດເຂົ້າຈຳພວກພືດຜັກທີ່ມີລົດຊາດແຊບດີ, ຊຶ່ງນຳມາປະກອບອາຫານໄດ້ຫຼາຍຊະນິດ ທັງເປັນອາຫານຈຳພວກຜັກສົດ ແລະ ເຮັດໜໍ່ໄມ້ກະປ໋ອງ ສາມາດຮັກສາໄວ້ໄດ້ດົນ.

I. ການປູກ
1. ການຕຽມດິນໜານກ້າ
ການປູກໜໍ່ໄມ້ຝລັ່ງ ໂດຍທົ່ວໄປແລ້ວແມ່ນປູກຈາກເມັດ, ດັ່ງນັ້ນ ຈຶ່ງໄດ້ເຮັດໜານກ້າເບັ້ຍເສຍກ່ອນ ຈຶ່ງຍົກຍ້າຍເບັ້ຍໄປປູກຢູ່ໜານໃຫ່ຍ. ການຕຽມໜານກ້າ ຄວນເປັນບ່ອນທີ່ມີຄວາມອຸດົມສົມບູນຂອງດິນສູງ, ມີແຫຼ່ງນໍ້າພຽງພໍ ເພື່ອສະດວກໃນການບົວລະບັດຮັກສາ. ຄວານຂຸດ ຫຼື ໄຖດິນເລີກປະມານ 20-30 ຊັງຕີແມັດ. ຕາກດິນປະໄວ້ປະມານ 10-15 ວັນ ໃຫ້ດິນແຫ້ງແລ້ວຈິ່ງພວນໜ້າດິນໃຫ້ລະອຽດ. ເກັບເສດຫຍ້າ ຫຼື ວັດຖຸອັນອື່ນອອກໃຫ້ໝົດ, ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃຫ້ທົ່ວໜານກ້າ ແລ້ວປັບໜ້າດິນໃຫ້ຮາບພຽງດີ ເຮັດໜານກວ້າງປະມານ 1-1,5 ແມັດ ຍາວຕາມຄວາມຕ້ອງການ ໄລຍະຫ່າງລະຫວ່າງໜານກ້າປະມານ 20 ຊັງຕີແມັດ ເພື່ອເປັນທາງຍາງໃນການບົວລະບັດຮັກສາ.

2. ການກ້າແກ່ນ
ກ່ອນຈະນຳເມັດໄປກ້າຄວນແຊ່ນໍ້າອຸ່ນໄວ້ 1 ຄືນ, ເວລານີ້ຄວນເກັບເມັດທີ່ຟູເທິ່ງໜ້ານໍ້າອອກ ແລ້ວເອົາຂື້ນເບີຍລົມໄວ້ 1-2 ຊົ່ວໂມງ ດີແທ້ຄວນປະສົມດ້ວຍຢາກັນເຊື້ອລາເສຍກ່ອນຈຶ່ງນຳເມັດໄປກ້າ.
3. ວິທີກ້າ
ຫົດນໍ້າໜານກ້າໃຫ້ຊຸ່ມ ຂີດຮ່ອງນ້ອຍຕາມທາງຂວາງຂອງໜານກວ້າງ 5 ຊັງຕີແມັດ. ໃຊ້ເຟືອງ ຫຼື ແກບປົກໜານກ້າບາງໆ ແລ້ວຫົດນໍ້າໃຫ້ຊຸ່ມອີກເທື່ອໜຶ່ງ. ຫຼັງຈາກນັ້ນ ໃຫ້ຫົດນໍ້າໜານກ້າໃຫ້ຊຸ່ມສະເໝີມື້ລະ 2-3 ເທື່ອ. ຫຼັງຈາກກ້າໄດ້ 10-15 ວັນ ເວລາເມັດງອກໝົດໃຫ້ເປີດເຟືອງທີ່ປົກນັ້ນອອກໄວ້ຕາມຫວ່າງແຖວຂອງເບັ້ຍ.

4. ການບົວລະບັດຮັກສາໜານກ້າ
ໃນໄລຍະທີ່ຕັົ້ນກ້າກຳລັງຈະເລີນເຕີບໂຕ ຄວນຄັດເລືອກເອົາຕົ້ນທີ່ອ່ອນແອ, ບໍ່ສົມບູນ ຫຼື ຕົ້ນທີ່ເປັນພະຍາດນັ້ນອອກ, ເສຍຫຍ້າໄປພ້ອມໆກັນ. ຈາກນັ້ນ ຄວນໃສ່ຝຸ່ນເລັ່ງປະເພດຢູເຣຍ75% ຈຳນວນ 2 ບ່ວງແກງ/ນໍ້າ 10 ລິດ ຫົດໜານກ້າທຸກໆ 7 ວັນ. ພໍເມືອຕົ້ນກ້າມີອາຍຸໄດ້ 4-5 ເດືອນ ກໍ່ຂຸດໄປປູກໃນໜານໃຫ່ຍໂດຍເລືອກເອົາຕົ້ນທີ່ແຂງແຮງ, ເຕີບໂຕດີ, ຕົ້ນໃຫ່ຍ, ມີຮາກຫຼາຍ ແລະ ມີຕາໃຫ່ຍໄປປູກ.
5. ການກຽມໜານປູກ
ໜໍ່ໄມ້ຝລັ່ງເປັນພືດຢືນຕົ້ນມີອາຍຸ 5-10 ປີ ດັ່ງນັ້ນ ການກຽມດິນຄວນຂຸດ ຫຼື ໄຖເລີກປະມານ 30-40 ຊັງຕີແມັດ ແລະ ອານາໄມສິ່ງບໍ່ຕ້ອງການອອກໃຫ້ໝົດ. ຖ້າເປັນດິນບໍ່ດີ ເຊັ່ນ ດິນຊາຍລ້ວນ ຫຼື ມີອິນຊີວັດຖຸໜ້ອຍ ຄວນໃສ່ຝຸ່ນຄອກ 7-12 ໂຕນ/ເຮັກຕາປະສົມເຂົ້າກັບດິນໃຫ້ລະອຽດແລ້ວຂຸດເປັນຮອງກວ້າງ 50 ຊັງຕີແມັດ. ຄວາມຍາວແມ່ນຂື້ນກັບຄວາມຕ້ອງການ, ແຕ່ລະຮອງມີໄລຍະຫ່າງຈາກກັນປະມານ 50-100 ຊັງຕີແມັດ. ຂຸດເປັນຂຸມເທິ່ງຫຼັງຮອງ ກວ້າງ 20 ຊັງຕີແມັດ, ເລີກ 15 ຊັງຕີແມັດ. ແຕ່ລະຂຸມຫ່າງກັນປະມານ 50-70 ຊັງຕີແມັດ. ໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃສ່ຮອງກົ້ນຂຸມປະມານ 1-2 ກຼາມ ແລະ ປຸ່ຍເຄມີສູດ 15:15:15 ຫຼື ສູດ 16: 16: 20 ຂຸດລະ 1 ບ່ວງແກງ ແລ້ວຖົມດິນທີ່ປະສົມຝຸ່ນໃຫ້ນາປະມານ 3-4 ຊັງຕີແມັດ. ເມືອກຽມໜານປູກແລ້ວ ໃຫ້ຂຸດຍ້າຍໜໍ່ໄມ້ຝລັ່ງຈາກໜານກ້າໄປປູກໂລດ. ເວລາຍ້າຍໄປປູກຄວນຍ້າຍໃນຕອນແລງ, ໃນເວລາແສງແດດອ່ອນ.ື ເລືອກເອົາຕົ້ນທີ່ງາມແຂງແຮງດີ ໂດຍຂຸດເອົາເທື່ອລະຕົ້ນ, ດີແທ້ໃຫ້ມີດິນຕິດເຫງົ້າຂອງເບັ້ຍໄປນຳ. ລະວັງຍ່າໃຫ້ຮາກຂາດ, ກ່ອນລົງປູກຄວນຕັດຍອດອອກເຄິ່ງໜຶ່ງແລ້ວຈຶ່ງນຳໄປປູກໃນຂຸມທີ່ກຽມໄວ້, ຈັບຮາກໃຫ້ແຜ່ກະຈາຍອອກໄປ ແລ້ວຈຶ່ງຖົມດິນ-ຫົດນໍ້າໃຫ້ສະໝໍ່າສະເໝີ. ເມື່ອເຫັນວ່າຕົ້ນເຕີບໂຕເປັນປົກກະຕິແລ້ວຈຶ່ງຄ່ອຍພວນດິປົກເຫງົ້າອີກເທື່ອໜຶ່ງ

II ການບົວລະບັດຮັກສາ
1. ການໃຫ້ນໍ້າ
ການໃຫ້ນໍ້າໜໍ່ໄມ້ຝລັ່ງໃນເບື້ອງຕົ້ນຄວນໃຫ້ເທື່ອລະໜ້ອຍແຕ່ໃຫ້ເປັນປະຈຳ(ທຸກໆວັນ). ໃນໄລຍະເດືອນທຳອິດເປັນໄລຍະທີ່ໜໍ່ໄມ້ຝລັ່ງຕັ້ງຕົວ, ເມື່ອຈະເລີນເຕີບໂຕຂື້ນແລ້ວກໍໃຫ້ຫົດນໍ້າ 3-4 ເທື່ອ/ວັນ. ໂດຍອີງໃສ່ຄວາມຊຸ່ມຊື່ນຂອງດິນເປັນພື້ນຖານ ຖ້າຝົນບໍ່ຕົກ ຫຼື ດິນແຫ້ງ ກໍ່ຄວນໃຫ້ນໍ້າເພີ່ມຂື້ນ ແລະ ຖີ່ຂື້ນ. ໜໍ່ໄມ້ຝລັ່ງເປັນພືດຕ້ອງການນໍ້າຫຼາຍແຕ່ບໍ່ມັກນໍ້າຖ້ວມ ຫຼື ນໍ້າຂັງ ເມື່ອຝົນຕົກຄວນເປັ່ງນໍ້າອອກຈາກແປງໃຫ້ໝົດ.

2. ການເສຍຫຍ້າພວນດິນ
ການເສຍຫຍັ້າເປັນປັດໃຈທີ່ຈຳເປັນເພື່ອບໍ່ໃຫ້ວັດສະພືດໄປຍາດແຍ່ງອາຫານ ທັງເປັນການປ້ອງກັນພະຍາດ ແລະ ແມງໄມ້ໃຫ້ພືດອີກດ້ວຍ. ການເສຍຫຍ້າອາດໃຊ້ແຮງງານຄົນກໍ່ໄດ້ ແຕ່ຄວນປະຕິບັດກ່ອນໜໍ່ໄມ້ຝລັ່ງເລີ່ມອອກໜໍ່. ນີ້ກໍ່ເພື່ອບໍ່ໃຫ້ກະທົບກະເທືອນເຖິງການຈະເລີນເຕີບໂຕຂອງໜໍ່. ໃນກໍລະນີທີ່ຫຍ້າຫຼົກເກີນໄປອາດຈະຈຳກັດດ້ວຍການຂ້າຫຍ້າກໍ່ໄດ້ອີງຕາມຄວາມອາດສາມາດອັນເໝາະສົມ. ການພວນດິນກໍ່ເປັນສິ່ງຈຳເປັນ ເຮັດໃຫ້ດິນຜຸຜົງ ແລະ ຖ່າຍເທອາກາດໄດ້ດີ, ຊ່ວຍໃຫ້ພືດຈະເລີນເຕີບໂຕໄດ້ດີ ການພວນດິນດິນຕ້ອງພວນເລີກປະມານ 7-10 ຊັງຕີແມັດ, ຫ່າງຈາກຕົ້ນພືດ 15-20 ຊັງຕີແມັດ. ກ່ອນພວນດິນຄວນຢຸດການໃຫ້ນໍ້າເສຍກ່ອນເພື່ອເຮັດໃຫ້ດິນແຫ້ງ ແລະ ເປັນການຂ້າຫຍ້າໄປພ້ອມໆກັນ.

3. ການໃສ່ຝຸ່ນ
ຫຼັງຈາກປູກແລ້ວໃຫ້ໃສ່ປຸຍN:P:K ສູດ 15-15-15 ຫຼື ສູດ 16-16-20 ໃຫ້ຂຸດເປັນຂຸມໃກ້ບໍລິເວນເຫງົ້ານໍ່ໄມ້ຝລັ່ງ ແລ້ວໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມຈຳນວນ 20 ກຼາມ/ຂຸມປະສົມກັບຝຸ່ນເຄມີຂຸມລະ 1 ບ່ວງແກງແລ້ວຫົດນໍ້າ. ການໃສ່ຝຸ່ນແຕ່ລະຄັ້ງໃຫ້ຫ່າງກັນປະມານ 4-5 ເດືອນ
4. ການຄູນຕົ້ນ
ຫຼັງຈາກປູກໄດ້ 2 ເດືອນ ໃຫ້ຄູນດິນຖົມສຸ່ມໜໍ່ໄມ້ຝລັ່ງສູງ 3-4 ຊັງຕີແມັດ ເມື່ອໜໍ່ໄມ້ມີອາຍຸ 1 ປີ ຂື້ນໄປກໍ່ຄູນດິນຖົມໜໍ່ໄມ້ຝລັ່ງໃຫ້ສູງຂື້ນປະມານ 20 ຊັງຕີແມັດ. ທັງນີ້ກໍ່ເພື່ອເຮັດໃຫ້ໜໍ່ໄມ້ໃຫ່ຍ, ຂຽວງາມ, ຕາມມາດຕະຖານຂອງຕະຫຼາດ. ແຕ່ປູກເພື່ອຂາຍໜໍ່ຂຽວໃຫ້ພວນດິນຖົມສຸ່ມພຍງຫຼັກນ້ອຍ 10-15 ຊັງຕີແມັດ

II ພະຍາດ ແລະ ແມງໄມ້
ການປູກໜໍ່ໄມ້ຝລັ່ງ ຢູ່ໃນປະເທດລາວ ແມ່ນຫາກໍ່ເລີ່ມ ແລະ ຍັງບໍ່ທັນປະກົດມີ ພະຍາດ ແລະ ແມງໄມ້ມາລົບກວນທີ່ໜັກໜ່ວງເທື່ອ, ແຕ່ເຖິງຢ່າງໃດກໍ່ຕາມຊາວກະສິກອນຜູ້ປູກພືດດັ່ງກ່າວ ຄວນໝັ້ນກວດກາດູແລສະເໝີ ເມື່ອພົບເຫັນພະຍາດ ແລະ ສັດຕູພືດກໍ່ໃຫ້ຮີບຮ້ອນກຳຈັດທຳລາຍ ຫຼື ຫາວິທີປ້ອງກັນໂດຍໄວ. ສຳລັບສານເຄມີທີ່ກຳຈັດ ແລະ ປ້ອງກັນສັດຕູພືດນັ້ນຄວນເລືກຊະນິດທີ່ບໍ່ເປັນອັນຕະລາຍລາຍຮ້າຍແຮງ, ຕົວຢາໃຫ້ສະຫຼາຍຍຕົວງ່າຍ ທັງເປັນສານເຄມີທີ່ຕົກຄ້່ງຢູາໃນພືດໄລຍະສັ້ນ. ທັງໝົດທີ່ກ່າວມານີ້ແມ່ນເພື່ອຄວາມປອດໄພຂອງຜູ້ໃຊ້ຢາ ແລະ ຜູ້ບໍລິໂພກອີກດ້ວຍ.
IV ການເກັບກ້ຽວ
ຫຼັງຈາກປູກໄດ້ 8-12 ເດືອນ ກໍ່ເລີ່ມເກັບກ່ຽວນໍ່ໄມ້ໄດ້, ຂື້ນກັບອາຍຸຂອງຕົ້ນກ້າທີ່ໃຊ້ປູກ ແລະ ການບົວລະບັດຮັກສາ. ໄລຍະການເກັບກ່ຽວທຳອິດສາມາດເກັບຕິດຕໍ່ກັນໄປໄດ້ດົນເຖິ່ງ 2-3 ອາທິດ ຫຼັງຈາກນັ້ນໄລຍະການເກັບກ່ຽວແຕ່ລະຊ່ວງແມ່ນແກ່ຍາວອອກໄປຕາມອາຍຸຂອງພືດ. ເມື່ອໜໍ່ໄມ້ຝລັ່ງຈະເລີນເຕີບໂຕເຖິງກຳນົດເກັບກ່ຽວແລ້ວເຮົາສັງເກດໄດ້ໃນເວລາຕອນເຊົ້າຈະປະກົດເຫັນຍອດຂາວໆກະຈາຍຢູ່ຕາມໜ້າດິນອ້ອມຮອບເຫງົ້າໜໍ່ໄມ້ຝລັ່ງ. ໃນເວລານັ້ນສະແດງໃຫ້ເຫັນວ່າໜໍ່ໄມ້ຝລັ່ງໃຫ່ຍພໍທີ່ຈະເກັບກ່ຽວໄດ້ແລ້ວ(ໜໍ່ອ່ອນຫຼືໜໍ່ຕໍ່າ)ຄວນເລືອກເອົາໜໍ່ທີ່ພົ້ນດິນຂື້ນມາປະມານ 25 ຊັງຕີແມັດ ຫຼັງຈາກເກັບກ່ຽວຄວນລ້າງເອົາດິນອອກ.

1. ການພັກຕົ້ນໜໍ່ໄມ້ຝລັ່ງ
ເມື່ອເຫັນຕົ້ນໜໍ່ໄມ້ຝລັ່ງມີສະພາບສຸໂສມຄວນທຳການພັກຕົ້ນ. ໂດຍເຮັດຕາມຂັ້ນຕອນດັ່ງນີ້:
– ຕັດແຕ່ງລຳຕົ້ນແມ່ເດີມຖິ່ມເພື່ອໃຫ້ໜໍ່ໄມ້ຈະເລີນມາແທນ
– ໃຫ້ພວນດິນໃສ່ຝຸ່ນຄອກຝຸ່ນອິນຊີ ຫຼື ສີດພົ່ນດ້ວຍນໍ້າໝັກຊີວະພາບ
– ສີດພົ່ນສານເຄມີປ້ອງກັນພະຍາດ ແລະ ແມ້ງໄມ້
– ທຳການຕັດແຕ່ງໜໍ່ຂື້ນມາໃໝ່ ໃຫ້ເລືອກເອົາໜໍ່ທີ່ສົມບູນໄວ້ປະມານ 4-5 ຕົ້ນ/ສຸ່ມ
– ຫຼັງຈາກນັ້ນຈຶ່ງເກັບກ່ຽວຜົນຜະລິດຕໍ່ໄປ

ແຫຼ່ງຂໍ້ມູນ: https://www.cowboyplantfoods.com/how-to-grow-asparagus/

https://www.plookphak.com/how-to-plant-asparagus/

https://www.kasetorganic.com/knowledge/white-asparagus/